dkoxtdv[lj ;olh k'de]a 'xtdv[vk;5 fxt8y ;a f 0v'xtmko 7ew8 lu ra ofvo xtgmf]k; 3 21/09/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ົດສ¤ເໜÇ ໂດຍ: ຄ້ອງໃໝ່ g[yj '8q ;g]dv5 [a fgsfgfn voly 'sk 2023 (ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) ຫລາຍບົດຜ່ານມາໄດ້ນໍາເອົາ ບັນດາຄໍາສັບໃນພາສາລາວ ທີ່ມີຕົວ ແກນເປັນອັກສອນສູງແລະອັກສອນຕໍ່າ ປະກອບດ້ວຍຕົວສະກົດຕາຍ ກ-ດ-ບ. ບົດນີ້ ຂໍສືບຕໍ່ນໍາເອົາມາເພື່ອທົບທວນ ຕື່ມອີກດັ່ງນີ້: ຫຍັບ: ຫຍັບຍ້າຍ, ຍັບ: ຍິບຍັບ, ຫຍາຍ: ຫຍາບຊ້າ, ຊີ້ນຫຍາບ, ຍາບ: ຍ່າງຍາບໆ, ຫຍິກ: ຫຍຸກຫຍິກ, ຍິກ: ຍິກຄິ້ວ, ຄັນຍິກໆ, ຫຍິບ: ຫຍິບແສ່ວ, ຍິບ: ຍິບຍັບ, ຫຍຶ: ຄວາຍຫຍຶດັງ, ຍຶ: ຄຶຍຶ, ຫຍຸ: ໄຕ່ຫຍຸໆ, ຍຸ: ຍຸຍົງ, ຫຍຸກ: ຫຍຸກຫຍິກ, ຍຸກ: ຍຸກສະໄໝ, ຕົກຍຸກ, ຫຍຸບ: (ບໍ່ມີ), ຍຸບ: ຍຸບລົງ, ຍຸບຍອບ, ຫຍອດ: ແມງຫຍອດ, ຍອດ: ຍອດໄມ້, ສຸດຍອດ, ເຫຍີບ: ຂະເຫຍີບຂຶ້ນ, ເຍີບ: ຊ້າເຍີບໆ, ຫລະ: mq [m;o[k'7ela [ xtdv[8q ;ltdq f8kp ສະຫລະ, ອັກຂະຫລະ, ລະ: ປະ ລະ, ລະເວັ້ນ, ຫລັກ: ຫລັກແຫລ່ງ, ຫລັກໄຊ, ລັກ: ລັກລອບ, ຫລັດ: ຜັກສະ ຫລັດ, ລັດ: ທາງລັດ, ລັດຖະບານ, ຫລັບ: ນອນຫລັບ, ຫລັບໃຫລ, ລັບ: ລັບມີດ, ຄວາມລັບ, ລັບລີ້, ຫລາກ: ຫລາກຫລາຍ, ສະຫລາກ, ລາກ: ລາກແກ່, ຫລາດ: ປາຫລາດ, ສະ ຫລາດ, ລາດ: ໄກ່ລາດ, ລາດຢາງ, ຫລາບ: ເຂັດຫລາບ, ຫລາບລາຍ, ລາບ: ລາບປາ, ໂຊກລາບ, ຫລິດ: ປາສະຫລິດ, ລິດ: ລິດເດດ, ຜະລິດ, ຫລິບ: ຫລິບເມກ, ໄກຫລິບລີ່, ລິບ: ຫາຍລິບ, ຫລີກ: ຫລີກທາງ, ຫລີກ ເວັ້ນ, ລີກ:ໄມ້ລີກ, ຫລີບ: ດອກຫລີບ (ຝັກຫລອກເປົ່າ), ລີບ: ເຂົ້າລີບ, ຫລຸ: ຫລຸຫລັ່ງ, ລຸ: ລຸລ່ວງ, ບັນລຸ, ຫລຸກ: ອຸກຂະຫລຸກ, ລຸກ: ລຸກຂຶ້ນ, ປຸກລຸກ, ຫລຸດ: ຫລຸດພົ້ນ, ຫລຸດລົງ, ລຸດ: ໄຫລລຸດໆ, ລຸດໆລ້າຍໆ, ຫລຸບ: ຫລຸບລົງ, ຫລຸບທຶນ, ລຸບ: ມະລຸບປຸບ ປັບ, ຫລູດ: ຫລູດມື, ລູດ: ຊູດລູດ, ຫລູບ: ຫລູບໃສ່, ຫູຫລູບ, ລູບ: ລູບຄໍາ, ຫລືບ: ຫລືບໄມ້, ລືບ: ລືບຕອກ, ເຫລັກ: ເຫລັກກ້າ, ເຫລັກໄນ, ເລັກ: ເລັກນ້ອຍ, ເຫລດ: ສະເຫລດ, ເລດ: ເຄດເລດ, ເລດໄນ,ແຫລະ: ນັ້ນແຫລະ, ແລະ: ອັນນີ້ ແລະ ອັນນັ້ນ, ແຫລັກ: ອາແຫລັກ, ແລັກ: ລັອກແລັກ, ແຫລັດ: ກະແຫລັດ, ແລັດ: ແດງແປັດແລັດ, ແຫລກ: ຫຍໍ້າແຫລກ, ແຫລກແຫລວ, ແລກ: ແລກປ່ຽນ, ແຫລດ: ແດງແຈດ ແຫລດ, ແລດ: ແລດໃສ່, ແຫລບ: ແຫລບໃບພຸ, ແຫລບເງິນ, ເສັ້ນແລບ, ແລບລີ້ນ,ໂຫລະ: ຕະໂຫລະ(ຊີ້ນໝັກ), ໂລະ: ໂລະປ່າ, ຫລົກ: ຫລັກຫຍ້າ, ຕະ ຫລົກ, ລົກ: ລົກໄກ່, ຫລົດ: ປາຫລົດ, ສະຫລົດໃຈ, ລົດ: ລົດຂີ່, ແຂນລົດ. ດັ່ງນັ້ນ ຈຶ່ງນໍາເພື່ອສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ເດືອນກໍລະກົດ 127 ຄັນ), ມີຄົນ ໄດ້ ຮັບບາດເຈັບ 740 ກວ່າຄົນ (ຫລຸດ ລົງຈາກເດືອນກໍລະກົດ 107 ຄົນ), ເສຍຊີວິດ 52 ຄົນ (ຫລຸດລົງຈາກ ເດືອນກໍລະກົດ 40 ຄົນ). ສາເຫດຂອງການເກີດອຸບັດເຫດ ມີດື່ມເຫລົ້າເມົາ, ຄວາມໄວເກີນ, ບໍ່ປ່ອຍ ສິດ, ປ່ຽນທິດທາງເດີນ, ລ່ວງປ້າຍ ຫ້າມ, ຊີງຂຶ້ນໜ້າບໍ່ຮັບປະກັນ, ເຕັກນິກ ລົດບໍ່ດີ ແລະ ອື່ນໆ. ເວົ້າລວມບັນດາ ສາເຫດລ້ວນພົວພັນການບໍ່ປະຕິບັດ ກົດໝາຍ ແລະ ລະບຽບການຈະລາ ຈອນທາງບົກ. ເວລາທີ່ເກີດອຸບັດເຫດຫລາຍແມ່ນ ໄລຍະ 17ໂມງ ຫາ 24 ໂມງ, ຖັດມາ ແມ່ນໄລຍະ 8-16 ໂມງ, ເກີດໜ້ອຍສຸດ ແມ່ນໄລຍະເວລາ 1-7 ໂມງ. ວັນທີ່ເກີດ ອຸບັດເຫດຫລາຍແມ່ນວັນເສົາ ແລະ ສຸກ. ແບ່ງເປັນອາຊີບ, ກໍາມະກອນ ຫລາຍກວ່າໝູ່ ມີຈໍານວນ 192 ຄົນ, ຖັດມາແມ່ນ ວ່າງງານ ມີ 164 ຄົນ, ຖັດລົງມາອີກແມ່ນພະນັກງານ 145 ຄົນ, ຂັບລົດ 137 ຄົນ, ນັກຮຽນ-ນັກ ສຶກສາ 129 ຄົນ, ຊາວນາ 119 ຄົນ, ຄ້າຂາຍ 114 ຄົນ, ທະຫານ 34 ຄົນ, ຕໍາຫລວດ 19 ຄົນ. ຈໍານວນຕົວເລກ ເກີດອຸບັດເຫດລຽງ ຈາກຫລາຍໄປ ຫາໜ້ອຍຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຈໍາປາ ສັກ, ອັດຕະປື, ສະຫວັນນະເຂດ, ຫລວງພະບາງ... ເສຍຊີວິດຫລາຍກວ່າໝູ່ແມ່ນ ຢູ່ນະ ຄອນຫລວງວຽງຈັນ ມີ 12 ຄົນ. ປະເດັນທີ່ນໍາມາແລກປ່ຽນຄໍາຄິດ ຄໍາເຫັນນໍາບັນດາທ່ານຜູ້ອ່ານ ແມ່ນ ຄວາມຈໍາເປັນທີ່ຕ້ອງພ້ອມກັນປະ ກອບສ່ວນທຸກວິທີເພື່ອໃຫ້ອຸບັດເຫດ ຕາມຖະໜົນຫລຸດລົງ ຖືເປັນພັນທະທີ່ ຕ້ອງປະຕິບັດ, ນັ້ນແມ່ນເລື່ອງສະຕິຕໍ່ ລະບຽບກົດໝາຍ ເພາະວ່າມາເບິ່ງ ສາເຫດຕົ້ນຕໍ ຫລື ຈໍານວນຫລາຍແລ້ວ ແມ່ນມາຈາກການຝ່າຝືນລະບຽບ-ກົດ ໝາຍວ່າດ້ວຍການຈະລາຈອນທາງ ບົກເປັນຕົ້ນ ດື່ມເຫລົ້າເມົາ, ຂັບຂີ່ດ້ວຍ ຄວາມໄວເກີນກໍານົດ, ລ່ວງປ້າຍຫ້າມ, ຊີງຂຶ້ນໜ້າບໍ່ຮັບປະກັນ ແລະ ອື່ນໆ. ຍົກເອົາການຂັບຂີ່ໃນຕົວເມືອງ ເຂດ ບ້ານເຮືອນແມ່ນມີການຈໍາກັດຄວາມ ໄວ, ຖ້າແລ່ນບໍ່ກາຍ 30 ກິໂລແມັດຕໍ່ ຊົ່ວໂມງ ກໍ່ມີຄວາມຮັບປະກັນ. ແຕ່ໃນ ພຶດຕິກໍາຕົວຈິງ ມີຈໍານວນບໍ່ໜ້ອຍເຫັນ ວ່າທາງອ່າວໂລ່ງ ກໍ່ເລັ່ງເປັນເລັ່ງ ໂດຍ ຂາດສະຕິລະວັງລົດ ຫລື ຄົນ...ອອກ ມາທາງໜ້າໄລຍະຈໍ່ ເພາະທາງໃນຕົວ ເມືອງ ມີທາງແຍກທາງຮ່ອມປ່ອງໃສ່ ກັນຫລາຍ. ຈໍານວນໜຶ່ງກໍ່ທັງຂັບຂີ່ ລົດ ທັງໃຊ້ໂທລະສັບກໍມີຄວາມສ່ຽງຕໍ່ການ ເກີດອຸບັດເຫດ. ຖ້ານັກຂັບຂີ່ມີສະຕິ ອຸ ບັດເຫດກໍ່ຈະບໍ່ເກີດຂຶ້ນ ຫລື ເກີດກໍ່ ໜ້ອຍ. ໃນຄວາມເປັນຈິງນັ້ນ ເຖິງແມ່ນ ຈະບໍ່ສາມາດປ້ອງກັນບໍ່ໃຫ້ເກີດຈັກດີ້, ແຕ່ຖ້າມີສະຕິ, ເກີດກໍ່ໜ້ອຍ ຫລື ເກີດກໍ່ ບໍ່ເສຍຫາຍຮ້າຍແຮງ. ປະຕິບັດລະບຽບ ກົດໝາຍວ່າດ້ວຍການຈະລາຈອນ ທາງບົກ ໃຫ້ເຂັ້ມງວດ ນັ້ນລະດີທີ່ສຸດ, ແມ່ນນໍບັນດາທ່ານĴ ເວົ້າເຖິງອຸບັດເຫດຕາມຖະໜົນ ໃນຫລາຍປີມານີ້, ຕົວເລກກໍ່ມີເພີ່ມ- ຫລຸດ ເປັນແຕ່ລະໄລຍະ. ເຖິງວ່າຫລຸດ ລົງ ແຕ່ກໍ່ຖືວ່າຍັງໜ້າເປັນຫ່ວງເພາະ ມູນຄ່າຄວາມສູນເສຍຊັບສິນ-ຊີວິດ ບວກເຂົ້າກັນແລ້ວມັນບໍ່ໄດ້ໜ້ອຍໃນ ແຕ່ລະປີ. ສາເຫດຕົ້ນຕໍກໍ່ຍັງມາຈາກ ການບໍ່ປະຕິບັດຕາມກົດໝາຍຈະລາ ຈອນ. ບັນຫານີ້ຖືເປັນປາກົດການຫຍໍ້ທໍ້ ທາງສັງຄົມທີ່ທຸກຄົນຕ້ອງຊ່ວຍກັນ. ອີງຕາມຕົວເລກສະຫລຸບຂອງພະ ແນກໂຄສະນາ, ກົມຕໍາຫລວດຈະລາ ຈອນ ໃນເດືອນສິງຫາ 2023 ຜ່ານມາ ນີ້ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 492 ກໍລະນີ, ທຽບໃສ່ເດືອນກໍລະກົດ ຜ່ານມາ ຫລຸດລົງ 68 ກໍລະນີ, ມີພາ ຫະນະເປ່ເພ 867 ຄັນ (ຫລຸດລົງຈາກ ໃນໄລຍະທີ່ການປະຕິວັດຊາດ ປະຊາທິປະໄຕ ທີ່ຂ້ຽວຂາດ ຄືແຕ່ປີ 1963-1975 ປະທານ ຄໍາໄຕ ສີພັນ ດອນ ເຮັດໜ້າທີ່ເປັນຜູ້ປະຈໍາການຄະ ນະເລຂາທິການສູນກາງພັກ ຊຶ່ງວຽກ ງານສ່ວນໃຫຍ່ແມ່ນຂຶ້ນກັບຄວາມຮັບ ຜິດຊອບຂອງເພິ່ນ, ໂດຍສະເພາະແມ່ນ ວຽກຊີ້ນໍາດ້ານການທະຫານ ແລະ ປ້ອງ ກັນຄວາມສະຫງົບ, ທັງວຽກງານຂົນ ຂວາຍກໍ່ສ້າງກໍາລັງ, ຂົນຂວາຍປະຊາ ຊົນ ເຮັດສົງຄາມກອງຫລອນຕີບັ່ນ ທອນກໍາລັງສັດຕູປະສານສົມທົບກັບ ກໍາລັງທະຫານຫລວງ; ທັງວຽກປຸກ ລະດົມຊຸກຍູ້ທະຫານກອງແລ ເຂົ້າຮ່ວມ ຂະບວນການປະຕິວັດ... ດ້ວຍການ ເຄື່ອນໄຫວອັນຕັ້ງໜ້າ ແລະ ການປະ ກອບສ່ວນອັນສໍາຄັນ ຂອງປະທານ ຄໍາໄຕ ສີພັນດອນ ຮ່ວມກັບໝູ່ຄະນະ, ພວກເຮົາ ຈຶ່ງສາມາດປັບປຸງ ແລະ ຂະ ຫຍາຍການຈັດຕັ້ງພັກ ແລະ ອົງການ ຈັດຕັ້ງມະຫາຊົນລົງຮອດຂັ້ນຕາແສງ ແລະ ບ້ານ;... ເຮັດໃຫ້ອົງການຈັດຕັ້ງ ແມ່ຍິງ, ຊາວໜຸ່ມກາຍເປັນກໍາລັງແຮງ ຂອງຂະບວນການຕໍ່ສູ້ກູ້ຊາດ. ໃນເດືອນສິງຫາ 1976, ຄະນະພັກ ການທະຫານ ໄດ້ເປີດກອງປະຊຸມການ ທະຫານ-ການເມືອງ ທົ່ວກອງທັບຂຶ້ນ ທີ່ເມືອງວຽງໄຊ ພາຍໃຕ້ການເປັນປະ ຕົ້ນຕໍ ສົມທົບກັບການຕີແບບເຄື່ອນທີ່ ແລະ ຈັ້ງທ່າຢ່າງເປັນເຈົ້າການ. ອັນທີ່ ມີຄວາມໝາຍທາງປະຫວັດສາດແມ່ນ ກອງປະຊຸມຄັ້ງນີ້ ໄດ້ຕົກລົງປ່ຽນຊື່ ຝ່າຍກອງທັບປະເທດລາວ ມາເປັນ ກອງທັບປົດປ່ອຍ ປະຊາຊົນລາວ ຊຶ່ງມີປະທານ ຄໍາໄຕ ສີພັນດອນ ເປັນຜູ້ ບັນຊາການສູງສຸດຄົນທໍາອິດ. ການປ່ຽນຊື່ມາເປັນກອງທັບປົດ ປ່ອຍປະຊາຊົນລາວ ແມ່ນເພື່ອເຮັດໃຫ້ ກອງທັບເຮົາ ກາຍເປັນກໍາລັງຫລັກ ແຫລ່ງໃນການປົດປ່ອຍປະເທດຊາດ ຊຶ່ງທາດແທ້ຂອງກອງທັບເຮົາ ແມ່ນ ກອງທັບຂອງປະຊາຊົນ, ມາຈາກປະ ຊາຊົນແລະເຮັດເພື່ອຜົນປະໂຫຍດຂອງ ປະຊາຊົນ. ເປົ້າໝາຍການຕໍ່ສູ້ປະຕິວັດ ແມ່ນເພື່ອປົດປ່ອຍປະເທດຊາດ, ປົດ ປ່ອຍປະຊາຊົນ ໃຫ້ມີຄວາມເປັນເອກະ ລາດ, ເປັນເຈົ້າຕົນເອງໃນການປົກປັກ ຮັກສາອໍານາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ ໄວ້ໃຫ້ໝັ້ນຄົງ. ໂດຍເຫັນແຈ້ງກົນອຸບາຍຂອງສັດຕູ ແລະ ອີງໃສ່ບົດຮຽນ ຈາກການເຂົ້າ ຮ່ວມປະສົມ2ຄັ້ງຜ່ານມາ,ສູນກາງພັກ ໄດ້ວາງແຜນນະໂຍບາຍກໍາແໜ້ນກາ ລະໂອກາດ, ຍົກສູງຄັນທຸງສັນຕິພາບ, ເອກະລາດ ແລະ ປອງດອງຊາດ; ພ້ອມ ກັນນັ້ນ ກໍ່ອອກແຮງປັບປຸງກໍ່ສ້າງກໍາ ລັງປະຕິວັດໃນທຸກດ້ານ, ສືບຕໍ່ເສີມຂະ ຫຍາຍທາປະຕິວັດບຸກຍາດເອົາໄຊ ຊະນະໃໝ່, ບັງຄັບໃຫ້ຝ່າຍກົງກັນຂ້າມ ປະຕິບັດສັນຍາວຽງຈັນ ປີ 1973 ຢ່າງ ເຂັ້ມງວດ. ປະທານ ຄໍາໄຕ ສີພັນດອນ ໃນຖາ ນະຜູ້ປະຈໍາການຄະນະເລຂາທິການ ສູນກາງພັກ ແລະ ຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ, ໄດ້ ສຸມຄວາມພະຍາຍາມ ເຂົ້າໃນການຈັດ ຕັ້ງປະຕິບັດແຜນນະໂຍບາຍຂອງສູນ ກາງຢ່າງຕັ້ງໜ້າ, ທັງໄດ້ຄົ້ນຄວ້າເສີມ ຂະຫຍາຍຢ່າງປະດິດສ້າງເຂົ້າໃສ່ ເງື່ອນໄຂຕົວຈິງ. ອັນພົ້ນເດັ່ນແມ່ນ ການປັບປຸງແລະກໍ່ສ້າງກໍາລັງປະກອບ ອາວຸດໃນທຸກດ້ານ, ເພື່ອກຽມພ້ອມ ໃຫ້ແກ່ໄຊຊະນະຂອງສົງຄາມປົດ ປ່ອຍຊາດ ໄປຄວບຄູ່ກັບການຕໍ່ສູ້ທາງ ດ້ານການເມືອງ, ແນໃສ່ປົກປັກຮັກສາ ສັນຕິພາບ, ປະຕິບັດຄວາມຖືກຕ້ອງ ປອງດອງຊາດ ແລະ ຄວາມເປັນເອກະ ພາບແຫ່ງຊາດ. ກອງທັບ ແລະ ປະຊາ ຊົນໃນເຂດປົດປ່ອຍ ໄດ້ພ້ອມອອກ ແຮງສ້າງເສດຖະກິດ, ຂະຫຍາຍວັດ ທະນະທໍາ, ປັບປຸງກໍາລັງທະຫານ ລາດ ກອງຫລອນປະຊາຊົນ, ປັບປຸງ ກໍາລັງການເມືອງ, ປັບປຸງຮາກຖານ, ອອກແຮງກໍ່ສ້າງບໍາລຸງຖັນແຖວພະ ນັກງານທ້ອງຖິ່ນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການ ປະຕິວັດໃນໄລຍະໃໝ່, ສ້າງເຂດປົດ ປ່ອຍໃຫ້ເປັນຖານທີ່ໝັ້ນອັນແໜ້ນ ແກ່ນໃຫ້ແກ່ປະຕິວັດໃນທົ່ວປະເທດ ແລະ ເປັນຄືລັດໜຶ່ງ; ສໍາລັບຢູ່ເຂດ ກວດກາຊົ່ວຄາວຂອງສັດຕູ ກໍໄດ້ມີ ການປຸກລະດົມ ແລະ ໂຄສະນາຊຸກຍູ້ ໃຫ້ປະຊາຊົນບັນດາຊັ້ນຄົນ ເປັນຕົ້ນ: ກໍາມະກອນ, ຊາວນາ, ນັກຮຽນຮູ້-ນັກ ສຶກສາ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ພະສົງ, ຂ້າລາຊະການ, ທະຫານ, ຕໍາ ຫລວດຂອງຝ່າຍວຽງຈັນ ລຸກຮືຂຶ້ນຕໍ່ສູ້ ແລະ ກ່າວປະນາມການແຊກແຊງຂອງ ຈັກກະພັດອາເມລິກາ, ທວງໃຫ້ອາ ເມລິກາ ແລະ ພວກກໍາອໍານາດຝ່າຍ ວຽງຈັນ ຕ້ອງປະຕິບັດສັນຍາວຽງຈັນ ຢ່າງເຂັ້ມງວດ. ທັງໝົດນັ້ນໄດ້ເຮັດໃຫ້ ພວກເຂົາຕົກຢູ່ໃນທ່າຮັບ, ສ້າງເງື່ອນ ໄຂໃຫ້ກໍາລັງປະຕິວັດ ເຮົາສືບຕໍ່ຂະ ຫຍາຍຕົວກ້າວຂຶ້ນ. ເພື່ອຍາດເອົາໄຊຊະນະ ສຸດທ້າຍ ຂອງການປະຕິວັດປົດປ່ອຍຊາດ ໂດຍ ການນຳໃຊ້ 3 ບາດຄ້ອນຍຸດທະສາດ ປະທານ ຄໍາໄຕ ສີພັນດອນ ໃນຖານະ ຜູ້ປະຈໍາການຄະນະເລຂາທິການສູນ ກາງພັກ ແລະ ຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ໄດ້ ເຊີດຊູຄວາມເປັນເຈົ້າການປະດິດສ້າງ ໃນລະດັບສູງເຂົ້າໃນການຊີ້ນໍາ-ບັນຊາ ຕົວຈິງຊຶ່ງສະແດງອອກຢູ່ບ່ອນວ່ານອກ ຈາກໜ້າທີ່ອັນໜັກໜ່ວງທີ່ເປັນຜູ້ປະ ຈໍາການສູນກາງແລ້ວ, ເພິ່ນຍັງເປັນຜູ້ ຮັບຜິດຊອບສັບຊ້ອນ-ຈັດວາງກໍາລັງ ແລະ ແກ້ໄຂບັນຫາສະເພາະທາງການ ທະຫານກັບຝ່າຍກົງກັນຂ້າມ ເຊັ່ນ: ການນໍາເອົາກໍາລັງເຂົ້າວຽງຈັນ ເພື່ອ ໜູນໜີບ ຊຶ່ງເປັນວຽກຕ້ອງປະຕິບັດ ດ້ວຍຄວາມວ່ອງໄວ-ທັນການ ແລະ ມີໄຫວພິບຄ່ອງແຄ້ວເປັນພິເສດ; ທັງນີ້ ກໍຍ້ອນວ່າ ກ່ອນຈະຜ່ານຄ້າຍກວດກາ ຂອງສັດຕູແຕ່ລະບ່ອນນັ້ນ ຈະຕ້ອງມີ ການໂຄສະນາອະທິບາຍປຸກລຸກຂົນ ຂວາຍດ້ວຍຍຸດໂທບາຍອັນແນບນຽນ ແລະ ມີຄວາມເຊື່ອຖືໄດ້ຈຶ່ງບໍ່ເກີດ ຄວາມ ເຄັ່ງຕຶງຊຶ່ງຈະພາໃຫ້ເກີດການໃຊ້ອາ ວຸດ. ການນໍາໃຊ້ 3 ບາດຄ້ອນຍຸດທະ ສາດ, ເຮັດໃຫ້ກອງທັບ ແລະ ປະຊາ ຊົນເຮົາໃນທົ່ວປະເທດ ສາມາດລຸກຮື້ ຂຶ້ນພ້ອມກັນພາບດຽວ ເພື່ອທັບມ້າງ ກົງຈັກການປົກຄອງຂອງລັດທິລ່າ ເມືອງຂຶ້ນແບບໃໝ່ຢູ່ລາວ ໃຫ້ພັງທະ ລາຍຢ່າງສິ້ນເຊີງ, ເຮັດໃຫ້ພາລະກິດ ປົດປ່ອຍປະເທດຊາດໄດ້ຮັບໄຊຊະນະ ຢ່າງສົມບູນໃນວັນທີ 2 ທັນວາ 1975. ທານຂອງ ປະທານ ຄໍາໄຕ ສີພັນດອນ ຊຶ່ງໄດ້ພ້ອມກັນຕີ ລາຄາຄືນວຽກ ງານ ກໍ່ສ້າງຮາກຖານການເມືອງ, ການກໍ່ ສ້າງກໍາລັງແລະການສູ້ຮົບຂອງກໍາລັງ ປະກອບອາວຸດ. ໃນກອງປະຊຸມຄັ້ງນີ້ ແລະ ໄດ້ມີຄວາມເຫັນຊີ້ນໍາວ່າ: “ໃນ ເງື່ອນໄຂ ແລະ ສະພາບແວດລ້ອມຂອງ ປະເທດເຮົາຄືແນວນີ້ ເພື່ອດໍາເນີນສົງ ຄົມຕໍ່ຕ້ານໄປເຖິງໄຊຊະນະ, ວຽກງານ ປັບປຸງເຂດປົດປ່ອຍ ແລະ ເຂດທີ່ໝັ້ນ ແມ່ນໜຶ່ງໃນບັນດາບັນຫາສໍາຄັນ, ເປັນ ແຖວໜ້າຂອງການປະຕິວັດ”; ນອກ ຈາກນັ້ນ ກອງປະຊຸມຍັງໄດ້ປຸກລະດົມ ຂະບວນການແຂ່ງຂັນ “ກົມກອງ 3 ເກັ່ງ”“ນັກຮົບ3ເກັ່ງ”ບົນຈິດໃຈ“ຍາກ ປານໃດກໍບຸກ, ທຸກປານໃດກໍສູ້, ເຖິງຈະ ເສຍສະຫລະກໍບໍ່ຢ້ານ”; ສໍາລັບທິດ ນໍາໃນການສູ້ຮົບແມ່ນຖືເອົາການຍົກ ສູງຄວາມສາມາດສູ້ຮົບເປັນສໍາຄັນ, ເອົາກໍາລັງໜ້ອຍຕີເອົາກໍາລັງຫລາຍ, ເອົາຄຸນນະພາບຊະນະປະລິມານ ດ້ວຍ ຍຸດທະວິທີຕີແບບກອງຫລອນເປັນ ປະທານ ຄຳໄຕ ສີພັນດອນ ຖ່າຍຮູບຮ່ວມກັບຜູ້ແທນກຳລັງປະກອບອາວຸດ ປະທານ ຄຳໄຕ ສີພັນດອນ ຢ້ຽມຢາມໂຮງຮຽນນາຍທະຫານກົມມະດຳ ເດືອນ 12 ປີ 1965
RkJQdWJsaXNoZXIy MTc3MTYxMQ==