5708

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/09/2023 xtgmf]k; ລັດຖະບານຍີ່ປຸ່ນ... ນາຍົກລັດຖະມົນຕີ... ຜູ້ແທນລາວ ເຂົ້າຮ່ວມ... ຂປລ. ໃນຕອນຄໍ່າວັນທີ 19 ກັນ ຍາ 2023 ຢູ່ໂຮງແຮມເຈັນຈ່ວງ, ນະຄອນຄຸນໝິງແຂວງຢຸນນານສປ ຈີນ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ແລະ ພົບປະກັບ ສະຫາຍ ຫວັງ ໜິງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາຜູ້ ແທນປະຊາຊົນ ແຂວງຢຸນນານ, ສປ ຈີນ ພ້ອມດ້ວຍຄະນະ. ສະຫາຍ ຫວັງ ໜິງ ໄດ້ກ່າວ ສະແດງຄວາມຍິນດີ ແລະ ມີຄວາມ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມີໂອ ກາດຕ້ອນຮັບ ສະຫາຍ ສອນໄຊ ສີພັນດອນ ພ້ອມຄະນະທີ່ໄດ້ມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງຢຸນນານ ໃນຄັ້ງນີ້, ຖື ວ່າເປັນຄັ້ງທໍາອິດພາຍຫລັງທີ່ສະ ຫາຍໄດ້ຮັບການແຕ່ງຕັ້ງເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມ ທັງຕີລາຄາສູງຕໍ່ການເດີນທາງ ມາເຂົ້າຮ່ວມງານວາງສະແດງສິນ ຄ້າຈີນ-ອາຊຽນ ຄັ້ງທີ 20 ທີ່ໄດ້ ຈັດຂຶ້ນຢູ່ໃນເມືອງໜານໜິງ, ເຂດ ປົກຄອງຕົນເອງເຜົ່າຈ້ວງກວາງຊີ ເຊິ່ງເປັນການປະກອບສ່ວນເຂົ້າ ໃນການຍົກລະດັບສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການ ພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ.ພ້ອມນີ້,ສະຫາຍຫວັງໜິງ ກໍໄດ້ລາຍງານໃຫ້ຊາບກ່ຽວກັບສະ ພາບພົ້ນເດັ່ນການພັດທະນາເສດ ຖະກິດ-ສັງຄົມພາຍໃນແຂວງ ເຊິ່ງ ເຫັນວ່າໄດ້ ໃນປີ 2022 ການພັດ ທະນາເສດຖະກິດ-ສັງຄົມ ໄດ້ສືບຕໍ່ ຂະຫຍາຍຕົົວຢ່າງຕໍ່ເນື່ອງ ເຊິ່ງ GDP ຂະຫຍາຍຕົວໃນລະດັບ 8,7% ຄິດເປັນມູນຄ່າເທົ່າກັບ420 ຕື້ໂດລາສະຫະລັດ. ສໍາລັບທ່າແຮງ ອັນທີ່ພົ້ນເດັ່ນ ແມ່ນຂະແໜງການ ທ່ອງທ່ຽວເຫັນໄດ້ວ່າໃນໄລຍະ 8 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວພາຍໃນແຂວງ ຈໍານວນ 700 ລ້ານເທື່ອຄົນ ເຊິ່ງ ສາມາດສ້າງວຽກເຮັດງານທໍາ ແລະ ລາຍຮັບ ເພື່ອປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນດີຂຶ້ນ; ບັນດາ ຂະແໜງກະສິກໍາ, ອຸດສາຫະກໍາ, ສຶກສາທິການ, ສາທາລະນະສຸກ ແລະຂະແໜງອື່ນໆກໍໄດ້ຮັບການຂະ ຫຍາຍຕົວ ແລະ ພັດທະນາດີຂຶ້ນ ຢ່າງຕໍ່ເນື່ອງ. ສໍາລັບການພົວພັນ ຮ່ວມມືກັບ ສປປ ລາວ ເຫັນໄດ້ວ່າ ນັບມື້ແໜ້ນແຟ້ນ, ເລິກເຊິ່ງ, ມີຄວາມ ສະໜິດສະໜົມ ແລະ ມີປະສິດທິຜົນ ຕົວຈິງຫລາຍຂຶ້ນ ເຊິ່ງສະແດງອອກ ນັບແຕ່ຕົ້ນປີ 2023 ມາຮອດປັດ ຈຸບັນ ແຂວງຢຸນນານ ໄດ້ອໍານວຍ ຄວາມສະດວກ ແລະ ຕ້ອນຮັບຄະ ນະຜູ້ແທນຂັ້ນຕ່າງໆຈາກ ສປປ ລາວ ຈໍານວນ 45 ຄະນະ, ລວມ 905 ເທື່ອຄົນ. ໃນໂອກາດນີ້, ສະຫາຍ ນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຂອບ ໃຈມາຍັງສະຫາຍເລຂາພັກແຂວງ ຢຸນນານ ທີ່ໄດ້ໃຫ້ການຕ້ອນຮັບອັນ ອົບອຸ່ນ ແລະ ອຳນວຍຄວາມສະ ດວກໃຫ້ແກ່ການຢ້ຽມຢາມຂອງ ຄະນະໃນຄັ້ງນີ້, ພ້ອມທັງສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດການ ຈັດງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະແດງສິນ ຄ້າຂາເຂົ້າ-ຂາອອກ ນະຄອນ ຄຸນ ໝິງ ຄັ້ງທີ 27 ທີ່ໄດ້ຈັດຂຶ້ນ ໃນເດືອນ ສິງຫາ 2023 ຜ່ານມາ ກໍຄື ຜົນສຳ ເລັດຢ່າງຮອບດ້ານໃນການພັດທະ ນາເສດຖະກິດ-ສັງຄົມ ຂອງແຂວງ ເຊິ່ງເຫັນວ່າ ເປັນແຂວງໜຶ່ງທີ່ມີທ່າ ແຮງທາງດ້ານກະສິກໍາ, ການທ່ອງ ທ່ຽວ, ອຸດສາຫະກໍາ ກໍຄື ຂະແໜງ ອື່ນໆ; ຕີລາຄາສູງຕໍ່ການພົວພັນ ຮ່ວມມືຂອງສອງປະເທດ ໄດ້ມີການ ຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫລືອ ສະໜັບສະໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນການຢ້ຽມຢາມຂອງ ການນຳຂັ້ນສູງສອງຝ່າຍກໍດຳເນີນ ໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມ ຂຶ້ນໃນແຕ່ລະປີ ໂດຍສະເພາະ ສປປ ລາວ ແລະ ແຂວງຢຸນນານ ເຫັນວ່າ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກ ງານຕົວຈິງຫລາຍດ້ານ ໂດຍສະ ເພາະແມ່ນການສືບຕໍ່ປະຕິບັດຂໍ້ ລິເລີ່ມ (ໜຶ່ງແລວ ໜຶ່ງເສັ້ນທາງ) ຂອງ ສປ ຈີນ ເຂົ້າກັບຍຸດທະສາດ ການຫັນປະເທດທີ່ບໍ່ມີຊາຍແດນຕິດ ຈອດກັບທະເລ ມາເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ຕະຫລອດໄລຍະຜ່ານມາ. ຖືໂອ ກາດນີ້, ສະແດງຄວາມຂອບໃຈມາ ຍັງພັກ-ລັດຖະບານ ສປ ຈີນ ໂດຍ ສະເພາະແມ່ນອໍານາດການປົກຄອງ ແຂວງຢຸນນານ ທີ່ໄດ້ອໍານວຍຄວາມ ສະດວກ, ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ ໃນການເດີນທາງຢ້ຽມຢາມ ແລະ ກວດສຸຂະພາບຂອງການນໍາ ຂັ້ນສູງຂອງ ສປປ ລາວ ຢູ່ ສປ ຈີນ ລວມທັງການສະໜັບສະໜູນ, ການ ຊ່ວຍເຫລືອອັນລໍ້າຄ່າທີ່ມີຜົນປະ ໂຫຍດຫລາຍໆດ້ານໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸ ບັນ ແລະ ໃນຕໍ່ໜ້າ. ສໍາລັບການຮ່ວມມືໃນຕໍ່ໜ້າ, ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍເລຂາ ພັກ ແຂວງຢຸນນານ ເຫັນດີທີ່ຈະຊຸກ ຍູ້ບັນດາຂະແໜງການກ່ຽວຂ້ອງ ຂອງຕົນ ສືບຕໍ່ປຶກສາຫາລືຮ່ວມກັນ ເພື່ອເພີ່ມທະວີຮັດແໜ້ນການພົວພັນ ຮ່ວມມື, ການຄ້າ, ການລົງທຶນ ແລະ ຖອດຖອນບົດຮຽນໃນຂົງເຂດທີ່ທັງ ສອງຝ່າຍມີທ່າແຮງ ເປັນຕົ້ນ ຖືເອົາ ການຕົກລົງເປັນເອກະພາບຂອງ ສອງເລຂາທິການໃຫຍ່ເພື່ອຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ ເປັນຮູບປະທໍາ ແລະ ມີປະສິດທິຜົນ; ຮ່ວມກັນວາງແຜນ ແລະ ນໍາໃຊ້ໂຄງ ການທາງລົດໄຟ ລາວ-ຈີນ ທີ່ເປັນ ໂຄງການຮ່ວມມືລະດັບຊາດ ແລະ ເປັນປະຫວັດສາດຂອງສອງປະເທດ ໃຫ້ມີປະສິດທິຜົນສູງ ໂດຍສະເພາະ ໃນການວາງແຜນການພັດທະນາ ໂຄງການປິ່ນອ້ອມຕາມແລວທາງ ລົດໄຟ ລາວ-ຈີນ, ເອື້ອອຳນວຍ ຄວາມສະດວກການນຳເຂົ້າສິນຄ້າ ກະສິກຳຂອງລາວ ຜ່ານແຂວງຢຸນ ນານ ເພື່ອເຊື່ອມຕໍ່ໄປແຂວງອື່ນໆ ຂອງ ສປ ຈີນ, ຮ່ວມກັນຊຸກຍູ້ການ ສ້າງລະບົບກວດກາ “ຈຸດດຽວ, ປ່ອງດຽວ” ເພື່ອຫລຸດເວລາ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ ໂດຍສານຜ່ານທາງລົດໄຟລາວຈີນ ໃຫ້ໄວ່ຂຶ້ນ, ໃນນີ້ ບໍ່ສະເພາະ ແຕ່ປັບປຸງໂຄງລ່າງພື້້ນຖານ, ຍັງ ຕ້ອງເອົາໃຈໃສ່ຮ່ວມກັນຍົກລະດັບ ອຸປະກອນ, ລະບົບຜ່ານດ່ານໃຫ້ທັນ ສະໄໝ, ລວມທັງ ຮ່ວມມືກັນພັດທະ ນາບຸກຄະລາກອນ ເພື່ອໃຫ້ສາມາດ ນໍາໃຊ້ລະບົບ ແລະ ອຸປະກອນເຫລົ່າ ນັ້ນ ໃຫ້ໄດ້ດີ; ຄົ້ນຄວ້າຍົກລະດັບ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ, ດ່ານ ລານຕຸຍ-ເມີງຄັງ ເຊິ່ງເປັນດ່ານສາ ກົນ ໃຫ້ທັນສະໄໝ, ສະດວກໃນການ ເຂົ້າ-ອອກຂອງຄົນ ແລະ ສິນຄ້າ, ທັງຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມ ຊາຍແດນ ແລະ ທັງເປັນເສັ້ນທາງ ຜ່ານສໍາຄັນຂອງຈີນກັບອາຊຽນ ກໍຄື ຂອງລາວກັບຢຸນນານ; ຄົ້ນ ຄວ້າ ແລະ ກຳນົດແຜນປະຕິບັດ ງານລະອຽດ ໃນການພັດທະນາເຂດ ເສດຖະກິດຮ່ວມ ບໍ່ເຕັນ-ບໍ່ຫານ ເພື່ອ ສ້າງເຂດດັ່ງກ່າວ ໃຫ້ເປັນຈຸດພັດ ທະນາທີ່ສໍາຄັນຂອງສອງປະເທດ ເພື່ອນໍາເອົາຄວາມຈະເລີນມາໃຫ້ ເຂດຊາຍແດນ ລາວ ແລະ ແຂວງ ຢຸນນານ; ຊຸກຍູ້ການຄ້າຂອງສອງ ຝ່າຍ ເຊັ່ນ: ການຄ້າສາກົນ, ການຄ້າ ເອເລັກໂຕຣນິກ ແລະ ການຄ້າຊາຍ ແດນ ລວມທັງພິຈາລະນາ ແລະ ໃຫ້ ນະໂຍບາຍ ເພື່ອກະຕຸກຊຸກຍູ້ການ ຄ້າຊາຍແດນ, ມີນະໂຍບາຍໃນກອບ ປູກພືດທົດແທນການປູກຝິ່ນ, ອໍາ ນວຍຄວາມສະດວກໃນການຂົນສົ່ງ ສິນຄ້າກະສິກຳຂອງລາວ ທີ່ມີທ່າ ແຮງມາ ສປ ຈີນ, ລວມທັງພິຈາລະ ນາຂະຫຍາຍເວລາເພີ່ມຂອງການ ແຈ້ງໂກຕ້າ ສໍາລັບໂຄງການປູກ ພືດທົດແທນການປູກຝິ່ນ ເພື່ອຊ່ວຍ ໃຫ້ກະສິກອນສາມາດຂາຍຜົນຜະ ລິດຂອງຕົນ ໃຫ້ແກ່ຜູ້ປະກອບການ ເພື່ອສົ່ງອອກມາຈີນ; ຍົກລະດັບປະ ລິມານ ແລະ ຄຸນນະພາບຂອງສິນ ຄ້າກະສິກຳຂອງລາວໃຫ້ສູງຂຶ້ນ ລວມທັງການປັບປຸງບາງປະເພດ ສິນຄ້າຂອງການປູກພືດທົດແທນ ການປູກຝິ່ນ ດ້ວຍການຫັນມາປູກ ຜະລິດຕະພັນກະສິກຳທີ່ມີຄ່າຕອບ ແທນສູງ; ຊຸກຍູ້ ແລະ ສົ່ງເສີມນັກລົງ ທຶນຂອງແຂວງຢຸນນານ ທີ່ມີທ່າ ແຮງດ້ານທຶນຮອນແລະປະສົບການ ໄປລົງທຶນໃນຂະແໜງອຸດສາຫະກຳ ປຸງແຕ່ງສິນຄ້າກະສິກໍາ, ພັດທະນາ ອຸດສາຫະກຳປຸງແຕ່ງອື່ນໆ ທີ່ເຫັນ ວ່າຕະຫລາດໂລກມີຄວາມຕ້ອງ ການ. ທັງນີ້, ກໍເພື່ອຊ່ວຍລາວໃນ ການສ້າງຄວາມເຂັ້ມແຂງດ້ວຍ ຕົນເອງເທື່ອລະກ້າວ, ເຮັດໃຫ້ລາວ ສາມາດຜະລິດເພື່ອທົດແທນການ ນໍາເຂົ້າ, ສົມທົບກັບການສົ່ງອອກ ດ້ວຍຜະລິດຕະພັນສໍາເລັດຮູບ ເພື່ອ ສ້າງລາຍຮັບເງິນຕາຕ່າງປະເທດ ຫລາຍຂຶ້ນ; ຊຸກຍູ້ບັນດາວິສາຫະກິດ ທີ່ມີທຶນຮອນ, ມີປະສົບການແລະມີ ຄວາມສາມາດໄປລົງທຶນໃນຮູບ ແບບລົງທຶນ ບີໂອທີ ຕໍ່ໂຄງການກໍ່ ສ້າງທາງດ່ວນທີ່ເຊື່ອມໂຍງລະ ຫວ່າງ ລາວ ກັບ ຈີນ ເຊັ່ນ: ການກໍ່ ສ້າງທາງດ່ວນວັງວຽງ-ບໍ່ເຕັນໂດຍ ສະເພາະແມ່ນທາງດ່ວນໄລຍະທີ 4 ແຕ່ອຸດົມໄຊ-ບໍ່ເຕັນ, ບໍ່ເຕັນ-ຫ້ວຍ ຊາຍ ກໍຄື ເສັ້ນທາງອື່ນໆ ຕາມນະໂຍ ບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ ປາກົດເປັນຈິງ; ເນື່ອງຈາກວ່າ ປີ 2024 ເປັນປີທ່ອງທ່ຽວຂອງ ສປປ ລາວ, ສອງຝ່າຍຈະປຶກສາຫາລື ຮ່ວມກັນພັດທະນາ ແລະ ຮ່ວມກັນ ຊຸກຍູ້ການທ່ອງທ່ຽວ ໃຫ້ມີບັນຍາ ກາດໃໝ່, ດ້ວຍການນໍາໃຊ້ການຄົມ ມະນາຄົມທີ່ມີພື້້ນຖານທີ່ດີແລ້ວ ນີ້; ສືບຕໍ່ສົ່ງເສີມ ແລະ ນຳໃຊ້ກົນໄກ ຮ່ວມມືລະຫວ່າງບັນດາແຂວງພາກ ເໜືອຂອງລາວ ກັບແຂວງຢຸນນານ ກໍຄື ຂະແໜງການກ່ຽວຂ້ອງ ເພື່ອ ຊຸກຍູ້ການຮ່ວມມືຮອບດ້ານໃຫ້ ຫລາຍຂຶ້ນກວ່າເກົ່າ; ສືບຕໍ່ໃຫ້ການ ຊ່ວຍເຫລືອສ້າງຊັບພະຍາກອນມະ ນຸດໃຫ້ ສປປ ລາວ ລວມທັງຊຸກຍູ້ ໃຫ້ບັນດາມະຫາວິທະຍາໄລ ຂອງ ສອງຝ່າຍທີ່ໄດ້ຮ່ວມມືກັນນັ້ນສືບຕໍ່ ຖອດຖອນແລກປ່ຽນບົດຮຽນດ້ານ ວິຊາການຮ່ວມກັນ ເພື່ອຍົກລະດັບ ເຕັກນິກຄວາມຮູ້, ຄວາມສາມາດ, ທັກສະໃຫ້ແກ່ຄູ-ອາຈານ ຂອງ ສປປ ລາວ ຕື່ມອີກ. ໃນໄລຍະທີ່ເຄື່ອນໄຫວຢູ່ແຂວງ ຢຸນນານ ສະຫາຍນາຍົກລັດຖະມົນ ຕີ ສອນໄຊ ສີພັນດອນ ພ້ອມດ້ວຍ ຄະນະຍັງໄດ້ໄປຢ້ຽມຢາມເຄື່ອນ ໄຫວ ເຮັດວຽກຢູ່ສູນປະຕິບັດງານ ລະບົບນິເວດວິທະຍາ (ຫໍຜັງເມືອງ) ຢູ່ເມືອງເສີງຈ່ຽງ; ການກໍ່ສ້າງລະ ບົບນິເວດວິທະຍາຂອງທະເລສາບ ຝູຊ່ຽນ (ຝູຫາຍວ່ານ); ຢ້ຽມຢາມ ບັນດາຈຸດເດັ່ນທີ່ເປັນເອກະລັກ ໃນ ການພັດທະນາສ້າງຄວາມຈະເລີນ ໃຫ້ແກ່ຊົນນະບົດໃນບ້ານມາຝາງ; ຢ້ຽມຢາມກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງຢຸນນານ; ຢ້ຽມຢາມໂຮງງານ ກາເຟຂອງກຸ່ມບໍລິສັດ ນົງເຂີນຢຸນ ນານ (ກຸ່ມບໍລິສັດ ພັດທະນາກະສິ ກໍາ ແຂວງຢຸນນານ) ຕື່ມອີກ. ຂອງຕົນ ໃນການເລັ່ງລັດຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ (ປພຍ) ໃນຊຸມປີຕໍ່ໜ້າ. ທ່ານ ເດນິສ໌ ຟຣານຊິສ໌ (Denis Francis) ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78 ໄດ້ກ່າວເປີດ ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມສໍາຄັນຂອງກອງປະຊຸມ ທີ່ຈັດຂຶ້ນໃນທ່າມກາງສະພາບວິ ກິດການ ແລະ ຜົນກະທົບຮ້າຍແຮງ ຈາກການລະບາດຂອງພະຍາດໂຄ ວິດ-19 ໃນທົ່ວໂລກ, ໄພຂົ່ມຂູ່ທີ່ ເກີດຈາກການປ່ຽນແປງຂອງສະ ພາບດິນຟ້າອາກາດ ແລະ ຂໍ້ຂັດ ແຍ່ງຢູ່ໃນຫລາຍພາກພື້ນ ພ້ອມທັງ ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຕ້ອງມີມາດຕະການທີ່ມີລັກສະນະ ຫັນປ່ຽນໃໝ່ ນັ້ນກໍຄືການລົງທຶນ ທີ່ຈໍາເປັນ ສໍາລັບການຈັດຕັ້ງປະຕິ ບັດ ປພຍ, ການປະຕິຮູບສະຖາບັນ ແລະ ກົນໄກດ້ານການເງິນສາກົນ, ການປະຕິບັດຄໍາໝັ້ນສັນຍາ ແລະ ສົ່ງເສີມການເປັນຄູ່ຮ່ວມມືລວມທັງ ການສ້າງຄວາມໄວ້ເນື້ອເຊື່ອໃຈຄືນ ໃໝ່ຕໍ່ກັບອົງການ ສປຊ ແລະ ຂອບ ການຮ່ວມມືຫລາຍຝ່າຍ ເພື່ອພ້ອມ ກັນຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃຫ້ສໍາເລັດຜົນຕາມຄາດໝາຍ. ໃນໂອກາດດຽວກັນ, ທ່ານ ອັນໂຕນິໂອ ກູເຕເຣັດສ໌ (António Guterres) ເລຂາທິການໃຫຍ່ ອົງການ ສປຊ ໄດ້ຢໍ້າຄືນຄວາມ ໝາຍໝັ້ນຂອງວົງຄະນະຍາດສາ ກົນ ຢູ່ໃນກອງປະຊຸມສຸດຍອດທີ່ ຮັບຮອງເອົາ ປພຍ ໃນປີ 2015 ໃນການແກ້ໄຂຄວາມທຸກຍາກ, ໄພ ອຶດຫິວ, ຂໍ້ຂັດແຍ່ງ ແລະ ສິ່ງທ້າ ທາຍຕ່າງໆ. ເຖິງແນວໃດກໍຕາມ, ຕະ ຫລອດໄລຍະຜ່ານມາໃນທົ່ວໂລກ ສາມາດຈັດຕັ້ງປະຕິບັດໄດ້ພຽງ ແຕ່ 15% ຂອງບັນດາເປົ້າໝາຍທັງ ໝົດ. ຕໍ່ໜ້າສະພາບການດັ່ງກ່າວ, ທ່ານເລຂາທິການໃຫຍ່ ສປຊ ໄດ້ ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນສ້າງແຜນງານ ເພື່ອຟື້ນຟູ ວາລະດ້ານການພັດທະນາດັ່ງກ່າວ ພ້ອມທັງໄດ້ສະເໜີ 6 ເປົ້າໝາຍ ຮີບດ່ວນໃນລະດັບສາກົນ ຄື: ການ ລຶບລ້າງໄພອຶດຫິວ ເພື່ອຮັບປະກັນ ການເຂົ້າເຖິງໂພຊະນາການທີ່ຄົບ ຖ້ວນສໍາລັບທຸກຄົນ; ການຫັນປ່ຽນ ໄປສູ່ການນໍາໃຊ້ພະລັງການທົດ ແທນ ກໍຄື ການຫລຸດຜ່ອນການປ່ອຍ ອາຍກາກບອນ; ການຫັນເປັນດີຈິ ຕອນ ເພື່ອເຊື່ອມໂຍງທາງດ້ານເຕັກ ໂນໂລຊີທັນສະໄໝ; ການປັບປຸງຄຸນ ນະພາບຂອງລະບົບການສຶກສາທີ່ ທຸກຄົນສາມາດເຂົ້າເຖິງໄດ້ໃນທຸກ ເກນອາຍຸ; ການສົ່ງເສີມໃຫ້ມີວຽກ ເຮັດງານທໍາທີ່ດີ ແລະ ມີລະບົບ ປະກັນສັງຄົມ; ການປົກປັກຮັກສາ ທໍາມະຊາດ ເພື່ອຢຸດຕິວິກິດການທີ່ ຕິດພັນກັບການປ່ຽນແປງດິນຟ້າອາ ກາດ, ມົນລະພິດ ແລະ ການສູນເສຍ ຊີວະນາໆພັນ. ເລຂາທິການໃຫຍ່ ສປຊ ຍັງໄດ້ຮຽກຮ້ອງໃຫ້ບັນດາປະ ເທດນໍາໃຊ້ກາລະໂອກາດນີ້ ເພື່ອ ຮ່ວມກັນຮັກສາຄໍາໝາຍໝັ້ນໃນລະ ດັບສາກົນດັ່ງກ່າວ ເພື່ອຄວາມຫວັງ ທີ່ຈະສ້າງການປ່ຽນແປງທີ່ສໍາຄັນ ສໍາລັບທຸກຄົນໃນທົ່ວໂລກ. ຫລັງຈາກນັ້ນ, ທ່ານ ນາງ ພໍລາ ນາຣ໌ແວຊ໌ (Paula Narváez) ປະ ທານສະພາເສດຖະກິດ-ສັງຄົມ ສປຊ ໄດ້ຍົກໃຫ້ເຫັນບັນດາສິ່ງທ້າ ທາຍ ໃນການຈັດຕັ້ງປະຕິບັດ ປພຍ ໃນທ່າມກາງສະພາບວິກິດການ ຫລາຍດ້ານທີ່ກໍາລັງເກີດຂຶ້ນໃນ ປັດຈຸບັນ ແລະ ເຫັນວ່າກອງປະຊຸມ ຄັ້ງນີ້ ຖືເປັນຈຸດຫັນປ່ຽນໃນຄວາມ ພະຍາຍາມຂອງສາກົນເພື່ອ ບັນລຸ ປພຍ. ສະພາເສດຖະ ກິດ-ສັງຄົມ ສປຊ ຈະສືບຕໍ່ນໍາເອົາຜົນຂອງກອງ ປະຊຸມສຸດຍອດ ແລະ ກອງປະຊຸມ ປິ່ນອ້ອມທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະ ຕິບັດອີງຕາມພາລະບົດບາດຂອງ ຕົນ ໃນການສະໜັບສະໜູນຄວາມ ພະຍາຍາມ ແລະ ສົ່ງເສີມການປຶກ ສາຫາລືໃນຂອບຫລາຍຝ່າຍ ເພື່ອ ຜັນຂະຫຍາຍແຜນງານຕ່າງໆ ໃຫ້ ເປັນຮູບປະທໍາຫລາຍຂຶ້ນ. ກອງປະຊຸມໄດ້ຮັບຮອງເອົາຖະ ແຫລງການທາງການເມືອງ ແລະ ສືບຕໍ່ດໍາເນີນພາກອະພິປາຍທົ່ວໄປ ຄຽງຄູ່ກັບເວທີປຶກສາຫາລື ໃນ ລະດັບຜູ້ນໍາເຊິ່ງປະກອບດ້ວຍ 6 ຫົວຂໍ້ ທີ່ຕິດພັນກັບການສືບຕໍ່ສົ່ງ ເສີມຄວາມພະຍາຍາມຂອງສາກົນ ໃນການຈັດຕັ້ງປະຕິບັດ ປພຍ ໃນຕໍ່ ໜ້າ. ໃນວັນທີ 19 ກັນຍາ 2023, ຫົວໜ້າຄະນະຜູ້ແທນ ສປປ ລາວ ປະກອບຄຳເຫັນໃນຫົວຂໍ້ກ່ຽວກັບ ການລະດົມທຶນ, ການລົງທຶນ ແລະ ແນວທາງໃນການຈັດຕັ້ງປະຕິບັດ ເພື່ອສາມາດບັນລຸ ປພຍ. ໃນວັນທີ 18 ກັນຍາ 2023, ທ່ານຮອງນາຍົກລັດຖະມົນຕີຍັງໄດ້ ພົບປະກັບ ທ່ານ ເດນນີສ ມົນຄາດາ ໂຄລິນເດຼສ໌ (Denis Moncada Colindres) ລັດຖະມົນຕີກະຊວງ ການຕ່າງປະເທດ ນີກາຣາ ກົວ (Nicaragua) ແລະ ທ່ານ ຢານ ກິວ ປິນໂຕ (Yvan Gil Pinto), ລັດຖະມົນຕີ ກະຊວງການຕ່າງປະ ເທດ ເວເນຊູເອລາ ເພື່ອແລກປ່ຽນ ທັດສະນະກ່ຽວກັບການເພີ່ມທະວີ ການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນຂອບສອງ ຝ່າຍ, ພາກພື້ນ ແລະ ສາກົນ ໂດຍສະ ເພາະໃນອົງການ ສປຊ. ຂ່າວ-ພາບ: ກຕທ ມິດຕະພາບ ລາວ-ຍີ່ປຸ່ນ ຢູ່ເມືອງ ວຽງໄຊ ແຂວງຫົວພັນ ເພື່ອປະກອບ ສ່ວນປັບປຸງສະພາບແວດລ້ອມ ແລະ ຍົກລະດັບຄວາມປອດໄພໃນສວນ ດັ່ງກ່າວ ໂດຍມີພິທີເຊັນສັນຍາຊ່ວຍ ເຫລືອ ໃນວັນທີ 19 ກັນຍາ 2023 ທີ່ນະຄອນຫລວງວຽງຈັນ. ທ່ານ ວັນໄຊ ແພງຊຸມມາ ເຈົ້າ ແຂວງຫົວພັນ ໄດ້ມີຄຳເຫັນວ່າ: ຕະຫລອດໄລຍະຫລາຍປີຜ່ານມາ, ປະເທດຍີ່ປຸ່ນ ໄດ້ປະກອບສ່ວນຢ່າງ ໃຫຍ່ຫລວງເຂົ້າໃນວຽກງານພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ໃນຫລາຍດ້ານ. ການຊ່ວຍເຫລືອ ໃນຄັ້ງນີ້ ມີຄວາມໝາຍສຳຄັນຢ່າງ ຍິ່ງຕໍ່ແຂວງຫົວພັນ ໃນການດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວ ຫລາຍຂຶ້ນ, ຜ່ານມາແຂວງຫົວພັນ ກໍໄດ້ຮັບການສະໜັບສະໜູນໃນ ຫລາຍດ້ານ ເປັນຕົ້ນ ການປູກຕົ້ນຊາ ກຸຣະ ໃນສວນດັ່ງກ່າວ ເຊິ່ງສິ່ງດັ່ງ ກ່າວ ໄດ້ກາຍເປັນສັນຍະລັກມິດຕະ ພາບລະຫວ່າງລາວແລະຍີ່ປຸ່ນ.ພ້ອມ ເຊື່ອໝັ້ນວ່າ ການເຊັນສັນຍາໃນຄັ້ງ ນີ້, ຈະເປັນການເສີມຂະຫຍາຍສາຍ ພົວພັນມິດຕະພາບຂອງສອງປະ ເທດໃນອະນາຄົດ. ທ່ານ ໂຄບະຢະຊິ ເຄັນອິຈິ ເອກ ອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ໄດ້ມີຄຳເຫັນວ່າ: ປັດຈຸບັນຮົ້ວອ້ອມ ສວນຊາກຸຣະ ຈຳນວນໜຶ່ງເປ່ເພ ລົງຕາມການເວລາ ເຊິ່ງເຮັດໃຫ້ສັດ ສາມາດເຂົ້າມາທຳລາຍຕົ້ນຊາກຸ ຣະ ແລະ ຜູ້ບຸກລຸກເຂົ້າມາລັກຕົ້ນຊາ ກຸຣະ ໄດ້. ຂ້າພະເຈົ້າຫວັງວ່າຜ່ານ ການຊ່ວຍເຫລືອດັ່ງກ່າວ, ຕົ້ນຊາ ກຸຣະ ທີ່ເປັນສັນຍະລັກມິດຕະພາບ ລະຫວ່າງ ຍີ່ປຸ່ນ-ລາວ ຈະບໍ່ຖືກທຳ ລາຍ ແລະ ເຕີບໃຫຍ່ຈະເລີນງອກ ງາມຂຶ້ນໃນອະນາຄົດ. ສວນຊາກຸຣະມິດຕະພາບລາວຍີ່ປຸ່ນ ຍັງເປັນສະຖານທີ່ສຳຄັນໜຶ່ງ ທີ່ເດັກນ້ອຍສາມາດສຶກສາວິທະຍາ ສາດໄດ້ ເພາະເຂົາເຈົ້າສາມາດຮຽນ ຮູ້ ແລະ ສຳພັດກັບຕົ້ນຊາກຸຣະ ແລະ ຕົ້ນໄມ້ຊະນິດອື່ນໆ. ພວກເຮົາຫວັງ ວ່າສວນແຫ່ງນີ້ຍັງຈະເປັນປະໂຫຍດ ຕໍ່ການສຶກສາຄົ້ນຄວ້າວິທະຍາສາດ ຜ່ານໂຄງການປັບປຸງດັ່ງກ່າວ. ໃນໄລຍະ 5 ປີຜ່ານມາ, ລັດຖະ ບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະ ໜູນໃຫ້ແກ່ແຂວງຫົວພັນ ລວມເປັນ ມູນຄ່າຫລາຍກວ່າ 730.000 ໂດ ລາສະຫະລັດ ໃນດ້ານການສຶກສາ, ສາທາລະນະສຸກ, ກະສິກຳ, ນ້ຳປະ ປາ ແລະ ດ້ານອື່ນໆ. ປະເທດ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດ ລາວ ໃນການຍົກລະດັບພື້ນຖານຊີ ວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນບໍ່ໃຫ້ມີໃຜຖືກຖິ້ມໄວ້ ທາງຫລັງຜ່ານການແກ້ໄຂຄວາມ ແຕກໂຕນໃນພາກພື້ນ. ພັດທະນາກວມລວມໄຊເຊດຖາ ແມ່ນອີງໃສ່ທ່າແຮງຂອງທີ່ຕັ້ງ, ໄດ້ປັບປຸງການສ້າງພື້ນຖານໂຄງ ລ່າງແລະການບໍລິການທີ່ກ່ຽວຂ້ອງ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ກາຍ ເປັນຈຸດສຳຄັນຂອງນະຄອນຫລວງ ວຽງຈັນ ໃນການດຶງດູດການລົງ ທຶນຂອງຕ່າງປະເທດ, ສາມາດສ້າງ ວຽກເຮັດງານທຳ ແລະ ປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນເປັນ ຈຳນວນຫລາຍ. ປັດຈຸບັນ, ມີວິສາ ຫະກິດ 129 ຫົວໜ່ວຍ ໄດ້ເຂົ້າປະ ຈຳຢູ່ເຂດພັດທະນາກວມລວມໄຊ ເສດຖາ, ໃນນີ້ ມີ 65 ແຫ່ງ ໄດ້ສ້າງ ສຳເລັດ ແລະ ເລີ່ມການຜະລິດ, ຄາດ ວ່າຖ້າວິສາຫະກິດທັງໝົດ 129 ຫົວ ໜ່ວຍ ເລີ່ມດຳເນີນການຜະລິດມູນ ຄ່າການຜະລິດຈະບັນລຸເຖິງ 7,8 ຕື້ໂດລາສະຫະລັດ ແລະ ຈະສາມາດ ສ້າງວຽກເຮັດງານທຳໄດ້ປະມານ 10.000 ກວ່າຕໍາແໜ່ງ. ແຜນແມ່ບົດການພັດທະນາໄດ້ ກຳນົດສ້າງເປັນໜຶ່ງເມືອງສີ່ເຂດ ຄື: ຕົວເມືອງໃໝ່ອຸດສາຫະກຳນິ ເວດວິທະຍານະຄອນຫລວງວຽງ ຈັນ; ເຂດຮອງຮັບການຮ່ວມມື ຄວາມອາດສາມາດດ້ານການຜະ ລິດສາກົນ, ເຂດຮ່ວມມືພັດທະນາ ຕົວແບບລາວ-ຈີນ, ເຂດສູນກາງຕົວ ເມືອງໃໝ່ນະຄອນຫລວງວຽງຈັນ ແລະ ເຂດທີ່ຢູ່ອາໄສທີ່ມີສະພາບ ແວດລ້ອມດີ, ມີຄວາມສະຫງົບ ແລະ ໜ້າຢູ່. ສໍາລັບເປົ້າໝາຍການພັດທະນາ ແມ່ນເລີ່ມຈາກການພັດທະນາແບບ ໂດດດ່ຽວ ໄປສູ່ການພັດທະນາທີ່ປະ ສົມປະສານ ໂດຍພັດທະນາໃຫ້ ກາຍເປັນຕົວເມືອງປະສົມປະສານ ກົມກືນກັນ ລະຫວ່າງເຂດທີ່ພັກອາ ໄສ ແລະ ການຜະລິດ; ເອົາຄວາມ ໂດດເດັ່ນຂອງ ໄຊເຊດຖາ-ນະຄອນ ຫລວງວຽງຈັນ ເປັນຫົວໃຈຫລັກ ໃນການຂັບເຄື່ອນ; ຢຶດຖືເອົາເຂດ ສີຂຽວ, ລະບົບນິເວດ, ຄວາມສະ ຫງົບສຸກ, ທັນສະໄໝ ເຊິ່ງເຂດພັດ ທະນາ ໄດ້ແບ່ງເປັນ 3 ໄລຍະຄື: ໄລຍະທີ 1 ພັດທະນາ 400 ເຮັກຕາ ໂດຍພັດທະນາອຸດສາຫະກຳການ ຜະລິດ; ໄລຍະທີສອງ ແລະ ທີສາມ ແມ່ນພັດທະນາເປັນເຂດການຄ້າ, ການທ່ອງທ່ຽວ ແລະ ພະຍາຍາມ ສ້າງເປັນຕົວເມືອງໃໝ່ ຂອງນະ ຄອນຫລວງວຽງຈັນ. ສ່ວນວິສາຫະກິດທີ່ເຂົ້າມາລົງ ທຶນຢູ່ເຂດດັ່ງກ່າວ, ແມ່ນມາຈາກ ຫລາຍປະເທດ ແລະ ພາກພື້ນລວມ ມີ: ສປ ຈີນ, ຍີ່ປຸ່ນ, ສະຫະລັດອາ ເມລິກາ, ໄທ, ມາເລເຊຍ ແລະ ເຂດ ປົກຄອງພິເສດຮົງກົງ ຄາດຄະເນ ການລົງທຶນທັງໝົດມີມູນຄ່າ 1 ຕື້ ໂດລາສະຫະລັດ, ເນື້ອທີ່ລົງທຶນທັງ ໝົດຫລາຍກວ່າ 133,2 ເຮັກຕາ, ຂະແໜງການລົງທຶນລວມມີການ ຜະລິດ, ຜະລິດຕະພັນເອເລັກໂຕຣ ນິກ, ພະລັງງານສະອາດ, ຢາປົວ ພະຍາດ, ການປຸງແຕ່ງຜະລິດຕະພັນ ກະສິກຳ, ການຜະລິດເຄື່ອງນຸ່ງຫົ່ມ ແລະ ຂະແໜງການອື່ນໆ. ຂ່າວ-ພາບ: ທະນູທອງ ເຂດພັດທະນາກວມລວມ... ສປ ຈີນ ປະຈຳ ສປປ ລາວ ໃຫ້ສຳ ພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດ ການປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຄົບຮອບ 10 ປີ ໃນ ວັນທີ 19 ກັນຍາ 2023 ນີ້ວ່າ: ເຂດ

RkJQdWJsaXNoZXIy MTc3MTYxMQ==