5708

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 20/09/2023 xtgmf]k; 4 3]d c]t gsfdko ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກສ¤—ັ—ກ່ອນ ມາຮອດກາງເດືອນສິງຫາ ປີ 2023 ນີ້,ທາງລົດໄຟ ລາວ-ຈີນ ເປັນໂຄງການສັນຍະລັກ “ໜຶ່ງ ແລວໜຶ່ງເສັ້ນທາງ” ໄດ້ຂົນສົ່ງຜູ້ ໂດຍສານຫລາຍກວ່າ 20 ລ້ານ ເທື່ອຄົນ, ນັບແຕ່ເດືອນມັງກອນຫາ ກາງເດືອນສິງຫາ 2023, ເສັ້ນ ທາງລົດໄຟ ລາວ-ຈີນ ໄດ້ເປີດແລ່ນ ລົດໄຟຫລາຍກວ່າ 13.000 ຂະ ບວນ, ເພີ່ມຂຶ້ນ 22% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2022. ເສັ້ນທາງລົດໄຟ ລາວ-ຈີນ ໄດ້ ກາຍເປັນເສັ້ນທາງແຫ່ງມິດຕະພາບ ແລະ ເປັນເສັ້ນທາງທີ່ນໍາເອົາຄວາມ ຜາສຸກມາສູ່ປະຊາຊົນສອງຊາດ ລາວ-ຈີນ ແລະ ມີຄວາມເຊື່ອໝັ້ນ ວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ” ແລະ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວຈີນ ຈະປະກອບສ່ວນຮັດແໜ້ນທາງ ດ້ານການເມືອງ, ຄວາມໄວ້ເນື້ອເຊື່ອ ໃຈແລະສະໜັບສະໜູນເຊິ່ງກັນແລະ ກັນໃນລະດັບສູງລະຫວ່າງສອງ ພັກ, ສອງລັດ, ຊຸກຍູ້ການຮ່ວມມື ທາງດ້ານເສດຖະກິດ-ການຄ້າການລົງທຶນສອງຝ່າຍ ລາວ-ຈີນ ໃຫ້ມີຜົນສຳເລັດໃໝ່, ຊຸກຍູ້ໃຫ້ ສປປ ລາວ ເຂົ້າເຖິງແຫລ່ງທຶນ,ດຶງ ດູດການລົງທຶນ ແລະ ການທ່ອງ ທ່ຽວຢູ່ ສປປ ລາວ,ພັດທະນາພື້ນ ]q fw2 ]k;{9u o 37'dko8q ;c[[0= ]y g]u j , |b j 'c];|b j 'glA omk' fu mu j l5 f16 j lxx ]k; h “ “ ©ດ’ ດŸງÆ ດສ¤ Ÿັດ—Ë ນÇ ຖານໂຄງລ່າງ, ການຮ່ວມມືດ້ານ ການຜະລິດ,ການຮ່ວມມືດ້ານພະລັງ ງານ ແລະ ອື່ນໆ ເພື່ອຊຸກຍູ້ໃຫ້ ສປປ ລາວ ພັດທະນາເສດຖະກິດ-ສັງຄົມ ຂອງຕົນ. ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ພາຍໃຕ້ສະພາບການ ໃນປັດຈຸບັນ ທີ່ທົ່ວໂລກກຳລັງຜະ ເຊີນກັບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ສິ່ງທ້າ ທາຍຕ່າງໆ, ກອງປະຊຸມເວທີປຶກ ສາຫາລືຂັ້ນສູງກ່ຽວກັບການຮ່ວມ ມືສາກົນ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຄັ້ງທີ 3 ຈະຈັດຂຶ້ນຢູ່ນະ ຄອນຫລວງປັກກິ່ງ ສປ ຈີນ ໃນໄວໆ ນີ້, ກອງປະຊຸມດັ່ງກ່າວຈະເປັນເວທີ ຊ່ອງທາງ ແລະ ກາລະໂອກາດສົ່ງ ເສີມການຮ່ວມມື ເພື່ອຟື້ນຟູເສດຖະ ກິດຂອງແຕ່ລະປະເທດ ກໍຄືຟື້ນຟູ ເສດຖະກິດໂລກ ພາຍຫລັງການ ແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ. ເມື່ອຫວນຄືນກ່ອນນີ້ຫລາຍ ປີ, ຍ້ອນເຫັນໄດ້ຜົນດີຈາກຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ປະເທດ ລາວຈິ່ງກາຍເປັນໜຶ່ງໃນບັນດາ ປະເທດທີ່ເຫັນດີ ແລະ ເຂົ້າຮ່ວມ ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ກ່ອນປະເທດອື່ນ ແລະ ມາຮອດ ປັດຈຸບັນ ສປປ ລາວ ໄດ້ຮັບຜົນປະ ໂຫຍດຢ່າງໃຫຍ່ຫລວງທັງທາງ ກົງ ແລະ ທາງອ້ອມ, ທັງໃນປັດຈຸ ບັນ ແລະ ອະນາຄົດ ຈາກຂໍ້ລິເລີ່ມນີ້. ໃນນັ້ນ, ທາງດ່ວນນະຄອນຫລວງ ວຽງຈັນຫາດ່ານບໍ່ຫານ-ບໍ່ເຕັນ, ນະຄອນຫລວງວຽງຈັນຫາເມືອງ ວັງວຽງ ກໍແມ່ນໂຄງການສັນຍະ ລັກ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງ ເສັ້ນທາງ ເຊັ່ນດຽວກັນ. ພາຍ ຫລັງສ້າງສຳເລັດແລ້ວ, ການໄປ ມາຫາສູ່ກັນ ແລະ ການຄ້າລະຫວ່າງ ສອງປະເທດ ແລະ ພາກພື້ນຍິ່ງ ແໜ້ນແຟ້ນກວ່າເກົ່າ ເຊິ່ງໄດ້ສ້າງ ເງື່ອນໄຂທີ່ດີຫລາຍຢ່າງໃຫ້ແກ່ການ ຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການເຊື່ອມຈອດ ລະຫວ່າງ ປະເທດ ດ້ວຍກັນ. ດັ່ງທີ່ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງແຫ່ງ ສປປ ລາວ ໃນເວລານັ້ນ ໄດ້ກ່າວວ່າ: ອີງ ໃສ່ເງື່ອນໄຂພູມສາດຂອງລາວ, ລັດຖະບານ ຈິ່ງໄດ້ວາງຍຸດທະສາດ ໃຫ້ ສປປ ລາວ ຈາກປະເທດ -BOE -PDL ໃຫ້ກາຍເປັນປະເທດ -BOE -JOL, ດ້ວຍການເຊື່ອມໂຍງ ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ”ຂອງ ສປ ຈີນ. ສະນັ້ນ, ເສັ້ນ ທາງລົດໄຟ ລາວ-ຈີນ ຈິ່ງກາຍເປັນ ໂຄງການແຫ່ງສັນຍະລັກທີ່ເຊື່ອມ ຕໍ່ຍຸດທະສາດຂອງສອງປະເທດ ລາວ-ຈີນ ດ້ວຍຜົນສຳເລັດ. ນັ້ນ ສາມາດຢັ້ງຢືນໄດ້ຢ່າງໜັກແໜ້ນ ວ່າ:ໂຄງການຂໍ້ລິເລີ່ມ“ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງ ສປ ຈີນ ແລະ ໂຄງການລົດໄຟ ລາວ-ຈີນ ໄດ້ກາຍ ເປັນສ່ວນປະກອບທີ່ສຳຄັນທີ່ສຸດ ເຮັດໃຫ້ປະເທດລາວສາມາດລົບ ລ້າງຄວາມທຸກຍາກໄດ້ຕາມແຜນ ການທີ່ລັດຖະບານລາວໄດ້ກຳນົດ ໄວ້ຢ່າງແນ່ນອນ ອ່ານຕໍ່ສ¤—ັ—ໜ້າ ເຜີຍແຜ່ນິຕິກຳ.... ເຜີຍແຜ່ລັດຖະບັນຍັດ... ບໍລິສັດ... ເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ ສິນຕ່າງປະເທດ (ຄະນະສະເພາະ ກິດ 19/ກມສພ) ແລະ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ເປັນປະທານຮ່ວມໃນກອງປະຊຸມ ເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງ ກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນໃຫ້ແກ່ ການນຳ ແລະ ພະນັກງານຫລັກ ແຫລ່ງ ຢູ່ແຂວງວຽງຈັນ. ໂອກາດນີ້, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ໄດ້ລາຍງານຫຍໍ້ກ່ຽວກັບການຈັດ ຕັ້ງປະຕິບັດເແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງໄລຍະ 6 ເດືອນຕົ້ນປີ 2023 ໃຫ້ຊາບ ເຫັນວ່າທົ່ວແຂວງ ສືບຕໍ່ຮັບປະກັນ ສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບແລະ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດສືບຕໍ່ຂະຫຍາຍ ຕົວໃນລະດັບ2,8%,ຊີວິດການເປັນ ຢູ່ຂອງປະຊາຊົນນັບມື້ໄດ້ຮັບການ ປັບປຸງດີຂຶ້ນ, ລາຍຮັບສະເລ່ຍໃສ່ ຫົວຄົນ 12,16 ລ້ານກີບ/ຄົນ. ປັດຈຸ ບັນ, ທົ່ວແຂວງ ມີບ້ານວັດທະນະທໍາ ກວມ 98,34%, ຄອບຄົວວັດທະ ນະທຳ ກວມ 74,73%, ຄອບຄົວ ໄດ້ຊົມໃຊ້ໄຟຟ້າ ກວມ 99%, ຄອບ ຄົວທຸກຍາກ ຍັງກວມ 4,72%. ຈາກນັ້ນ, ທ່ານ ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ກໍໄດ້ເຜີຍແຜ່ບັນດານິຕິ ກຳທີ່ກ່ຽວຂ້ອງກັບການແກ້ໄຂບັນ ຫາເຄັ່ງຮ້ອນຂອງເສດຖະກິດ-ການ ເງິນ ເປັນຕົ້ນ ມະຕິຕົກລົງຂອງກົມ ການເມືອງສູນກາງພັກວ່າດ້ວຍ ການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາ ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະ ເທດ ສະບັບເລກທີ 19/ກມສພ, ລົງ ວັນທີ 30 ມິຖຸນາ 2023; ແຈ້ງການ ກ່ຽວກັບທິດຊີ້ນໍາຂອງກົມການ ເມືອງຮ່ວມກັບຄະນະເລຂາທິການ ສູນກາງພັກສະບັບເລກທີ48/ຫສພ, ລົງວັນທີ 13 ກໍລະກົດ 2023; ຂໍ້ຕົກ ລົງວ່າດ້ວຍການແບ່ງວຽກໃນຄະ ນະສະເພາະກິດແກ້ໄຂບັນຫາເຄັ່ງ ຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາ ຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 91/ນຍ, ລົງວັນທີ 14 ກໍລະກົດ2023; ແຜນການເຄື່ອນ ໄຫວວຽກຈຸດສຸມ ສະບັບເລກທີ 01/ ນຍ, ລົງວັນທີ 18 ກໍລະກົດ 2023 ມວນຊົນ ລາວ-ຈີນ ໃນວັນທີ 20 ກັນຍາ 2023 ຢູ່ສະຖານີລົດໄຟ ຫລວງພະບາງ ວ່າ: ການເພີ່ມຂະ ບວນລົດໄຟດັ່ງກ່າວ ແນໃສ່ຮອງຮັບ ຜູ້ໂດຍສານທີ່ເພີ່ມຂຶ້ນໃນປັດຈຸບັນ ທັງສາຍພາຍໃນ ແລະ ຕ່າງປະເທດ ເຊິ່ງນັບແຕ່ມື້ເປີດນໍາໃຊ້ລົດໄຟ ລາວ-ຈີນ ມາຮອດວັນທີ 17 ກັນຍາ 2023 ສາມາດຂົນສົ່ງຜູ້ໂດຍສານ ໄດ້ທັງໝົດ 3.197.600 ຄົນ, ສະ ເລ່ຍ 4.889 ຄົນ/ມື້ ແລະ ສະຖິຕິ ສູງສຸດ 10.197 ຄົນ/ມື້. ສະເພາະ ໄລຍະ 8 ເດືອນກວ່າ ໃນປີ 2023 ນີ້, ສາມາດຂົນສົ່ງຜູ້ໂດຍສານໄດ້ 1.759.900 ເທື່ອຄົນ. ສຳລັບການຂົນສົ່ງສິນຄ້າ ນັບ ແຕ່ມື້ເປີດດຳເນີນການມາຮອດວັນ ທີ 17 ກັນຍາ 2023 ສາມາດສົ່ງ ອອກສິນຄ້າໄດ້ 5.381.900 ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ພ້ອມທັງເປັນການ ຜັນຂະຫຍາຍແຜນພັດທະນາຂະ ແໜງການເງິນປີ 2021 ຫາ 2025 ແລະ ວິໄສທັດຮອດປີ 2030 ກະ ຊວງການເງິນ ໄດ້ຄົ້ນຄວ້າຂຶ້ນແຜນ ສ້າງ ແລະ ປັບປຸງຄືນນິຕິກໍາ. ໃນ ນັ້ນ, ລວມມີລັດຖະບັນຍັດປະທານ ປະເທດວ່າດ້ວຍລາຍການ ແລະ ອັດຕາພາສີຂາອອກ ເຊິ່ງກະຊວງ ການເງິນໄດ້ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ, ເພື່ອຄົ້ນຄວ້າປັບປຸງ ຄືນ ລັດຖະບັນຍັດວ່າດ້ວຍລາຍການ ສິນຄ້າ ແລະ ອັດຕາພາສີຂາອອກ ສະບັບເລກທີ 002/ປປທ ລົງວັນທີ 27 ເມສາ 2012 ທີ່ນໍາໃຊ້ໃນປັດ ຈຸບັນ ໂດຍໄດ້ດຳເນີນການຄົ້ນຄວ້າ ປັບປຸງຕາມຂັ້ນຕອນທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການສ້າງນິຕິ ກຳມາຮອດປັດຈຸບັນ, ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 001/ປປທ ລົງວັນທີ 28 ສິງຫາ 2023 ວ່າດ້ວຍລາຍການ ແລະ ອັດ ຕາພາສີຂາອອກ ໄດ້ຖືກຮັບຮອງ ແລະ ຈະມີຜົນເລີ່ມບັງຄັບໃຊ້ນັບ ແຕ່ວັນທີ1 ຕຸລາ 2023 ເປັນຕົ້ນໄປ. ສະນັ້ນ, ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຄັ້ງນີ້, ຕ້ອງເປັນເຈົ້າການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດລັດ ຖະບັນຍັດດັ່ງກ່າວ ໃຫ້ເຂົ້າສູ່ລວງ ເລິກ, ເຂົ້າສູ່ວຽກງານຕົວຈິງ, ເປັນ ເຈົ້າການໂຄສະນາ-ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃນຂັ້ນຜູ້ຈັດຕັ້ງ ປະຕິບັດຕົວຈິງ ແລະ ບຸກຄົນທີ່ກ່ຽວ ຂ້ອງເຂົ້າໃຈ ເພື່ອຮັບປະກັນການຈັດ ຕັ້ງປະຕິບັດຢ່າງມີປະສິດທິຜົນ ໂດຍ ສະເພາະເຈົ້າໜ້າທີ່ພາສີ ຕ້ອງເປັນ ເຈົ້າການ,ກວດກາບັນດາເອກະສານ ອະນຸຍາດຕ່າງໆ ຂອງຂະແໜງການ ທີ່ກ່ຽວຂ້ອງຢ່າງຮັດກຸມ ໃຫ້ຖືກຕ້ອງ ສອດຄ່ອງຕາມລະບຽບກົດໝາຍ. ສ່ວນຜູ້ປະກອບການ ທີ່ດໍາເນີນທຸລະ ກິດສົ່ງອອກສິນຄ້າ ໃຫ້ຖືເອົາລັດ ຖະບັນຍັດສະບັບນີ້, ເປັນບ່ອນອີງ ນໍາໄປຈັດຕັ້ງປະຕິບັດປະກອບສ່ວນ ມອບພັນທະໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງຕາມລະບຽບການ ທີ່ກໍານົດ. ລັດຖະບັນຍັດປະທານປະເທດ ເລກທີ 001/ປປທ, ລົງວັນທີ 28 ສິງຫາ 2023 ວ່າດ້ວຍລາຍການ ສິນຄ້າ ແລະ ອັດຕາພາສີຂາອອກ ປະກອບມີ3ໝວດ, 10ມາດຕາ, ໄດ້ ກຳນົດຈຸດປະສົງ, ລາຍການສິນຄ້າ ແລະ ອັດຕາພາສີຂາອອກ, ຫລັກ ການກໍານົດອັດຕາພາສີຂາອອກ, ລາຍການສິນຄ້າທີ່ຖືກຍົກເວັ້ນພາສີ ຂາອອກ, ຂອບເຂດການນໍາໃຊ້, ອັດ ຕາພາສີຂາອອກ, ລວມທັງວິທີການ ຄິດໄລ່ພາສີຂາອອກ, ການເກັບພາສີ ຂາອອກ ແລະ ການຈັດຕັ້ງປະຕິບັດ. ຂ່າວ-ພາບ: ກະຊວງການເງິນ ຂອງຄະນະສະເພາະກິດ ຕາມມະຕິ ຕົກລົງ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023; ຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍການ ເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາ ເງິນເຟີ້, ອັດຕາແລກປ່ຽນ, ລາຄາ ສິນຄ້າ ແລະ ໜີ້ສິນຕ່າງປະເທດສະ ບັບເລກທີ 13/ນຍ, ລົງວັນທີ 29 ສິງຫາ2023. ພ້ອມກັນນີ້, ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າ ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ ກໍ ໄດ້ສືບຕໍ່ເຜີຍແຜ່ຄຳສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ປະຕິບັດການຄຸ້ມຄອງເງິນຕາຕ່າງ ປະເທດເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023; ຂໍ້ຕົກລົງວ່າ ດ້ວຍການຈັດຕັ້ງປະຕິບັດນະໂຍ ບາຍສິນເຊື່ອ ເພື່ອກະຕຸ້ນເສດຖະ ກິດ ແລະ ນະໂຍບາຍສິນເຊື່ອເພື່ອກະ ຈາຍແຫລ່ງທຶນສູ່ທ້ອງຖິ່ນສະບັບ ເລກທີ 93/ນຍ, ລົງວັນທີ 14 ກໍລະ ກົດ 2023. ພາຍຫລັງຮັບຟັງການເຜີຍແຜ່ ບັນດານິຕິກໍາດັ່ງກ່າວ, ຜູ້ເຂົ້າຮ່ວມ ກອງປະຊຸມໄດ້ປະກອບຄຳຄິດເຫັນ ຕໍ່ບັນດານະໂຍບາຍ ກໍຄື ເນື້ອໃນ ເອກະສານ ທີ່ໄດ້ນຳມາເຜີຍແຜ່, ພ້ອມທັງຍົກໃຫ້ເຫັນສະພາບຈັດຕັ້ງ ປະຕິບັດວຽກງານຕົວຈິງ ໂດຍສະ ເພາະ ຈຸດທີ່ຍັງຄົງຄ້າງຢ່າງກົງ ໄປ- ກົງມາ ໂດຍໄດ້ສະເໜີທາງອອກທີ່ ສ້າງສັນ ແລະ ມີເຫດມີຜົນ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດວຽກ ງານໃນຕໍ່ໜ້າເປັນຮູບປະທຳຕົວຈິງ, ມີການຫັນປ່ຽນ, ບັນລຸຕາມຈຸດປະ ສົງ ແລະ ລະດັບຄາດໝາຍທີ່ກຳ ນົດໄວ້. ໃນຕອນທ້າຍ, ທ່ານ ສັນຕິພາບ ພົມວິຫານ ໄດ້ຕີລາຄາສູງຕໍ່ການ ເຜີຍແຜ່ບັນດານິຕິກໍາຄັ້ງນີ້ ໂດຍສະ ເພາະການຍົກສູງຄວາມຮັບຜິດ ຊອບ ເພື່ອຮັບຟັງ ແລະ ແລກປ່ຽນ ບັນຫາທີ່ກ່ຽວຂ້ອງກັບຂົງເຂດວຽກ ງານຂະແໜງການຂອງຕົນ, ທັງມີ ການຖາມ-ຕອບ, ອະທິບາຍຊີ້ແຈງ ບັນຫາຕ່າງໆຢ່າງເລິກເຊິ່ງ ແລະ ພາວະວິໄສ. ອັນສຳຄັນ, ຜູ້ເຂົ້າຮ່ວມ ໄດ້ເປັນເອກະພາບສູງ ແລະ ເຊື່ອໝັ້ນ ຕໍ່ບັນດາທິດທາງ, ມາດຕະການແກ້ ໄຂ, ແຜນວຽກຈຸດສຸມທີ່ສູນກາງ ພັກ ແລະ ລັດຖະບານ ກໍຄື ຄະນະສະ ເພາະກິດ 19/ກມສພ ພວມດໍາເນີນ ຈັດຕັ້ງປະຕິບັດ. ເພື່ອເຮັດໃຫ້ບັນ ດານິຕິກຳສືບຕໍ່ໄດ້ຮັບການເຜີຍແຜ່ ກວ້າງຂວາງ, ໄດ້ຮັບການສະໜັບ ສະໜູນຈາກສັງຄົມ ແລະ ຖືກຈັດຕັ້ງ ປະຕິບັດຢ່າງມີປະສິດທິຜົນ ແລະ ເປັນຮູບປະທຳຕົວຈິງນັ້ນ, ທ່ານລັດ ຖະມົນຕີກະຊວງການເງິນໄດ້ສະ ເໜີໃຫ້ຜູ້ເຂົ້າຮ່ວມສືບຕໍ່ເອົາໃຈໃສ່ ບາງບັນຫາ ຄື: ຕໍ່ກັບມາດຕະການ ແກ້ໄຂບັນຫາເງິນເຟີ້, ອັດຕາແລກ ປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ຕ່າງປະເທດ ແມ່ນໃຫ້ກໍານົດແຜນ ການແກ້ໄຂອອກເປັນປະຈໍາວັນ, ປະ ຈໍາອາທິດ ໂດຍຊຸກຍູ້ການເກັບລາຍ ຮັບຢູ່ບັນດາດ່ານຊາຍແດນ-ການ ຄ້າຊາຍແດນໃຫ້ໄດ້ຫລາຍຂຶ້ນ; ປັບ ປຸງການຄຸ້ມຄອງດ່ານໃຫ້ມີຄວາມ ເປັນເອກະພາບຕາມທິດຫັນເປັນທັນ ສະໄໝ, ໂປ່ງໄສ, ມີຄວາມສະດວກ, ວ່ອງໄວ, ຫລຸດຜ່ອນຂັ້ນຂອດທີ່ບໍ່ ຈໍາເປັນ, ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆ; ເພີ່ມທະວີການດຶງດູດການ ລົງທຶນໂດຍກົງ ຈາກຕ່າງປະເທດ ໃຫ້ຫລາຍ, ດໍາເນີນຂັ້ນຕອນອະນຸມັດ ໂຄງການໃຫ້ໄວ; ການນໍາເຂົ້າທຶນ ຕ້ອງຜ່ານລະບົບທະນາຄານ ແລະ ແລກປ່ຽນເປັນເງິນກີບກ່ອນນໍາ ໄປນຳໃຊ້; ຄຸ້ມຄອງການເຄື່ອນໄຫວ ການເງິນຂອງທະນາຄານທຸລະກິດ, ແກ້ໄຂບັນຫາການແລກປ່ຽນເງິນ ຕານອກລະບົບ, ຮັບປະກັນບໍ່ໃຫ້ມີ ການປັ່ນປ່ວນເສດຖະກິດ ໂດຍນໍາ ໃຊ້ມາດຕະການຢ່າງເຂັ້ມງວດ, ເດັດຂາດຕໍ່ຜູ້ລະເມີດກົດໝາຍ, ຕໍ່ຜູ້ ສວຍໃຊ້ໜ້າທີ່ຫາຜົນປະໂຫຍດແບບ ບໍ່ຊອບທໍາໂດຍບໍ່ມີການຍົກເວັ້ນ; ການນໍາເຂົ້າ-ສົ່ງອອກສິນຄ້າຕ້ອງ ຊໍາລະຜ່ານລະບົບທະນາຄານ, ຂຶ້ນ ທະບຽນແລະຄຸ້ມຄອງຜູ້ນໍາເຂົ້າ-ສົ່ງ ອອກ, ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ແລະ ອື່ນໆ; ສະເໜີໃຫ້ອົງການປົກ ຄອງແຂວງຊີ້ນໍາ, ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດຜັນຂະຫຍາຍ ບັນດານິຕິກໍາ ທີ່ໄດ້ເຜີຍແຜ່ຄັ້ງນີ້ ຂອງບັນດາພະແນກການແລະ ພາກ ສ່ວນກ່ຽວຂ້ອງ ໃຫ້ຖືກຕ້ອງສອດ ຄ່ອງກັບແຜນດຳເນີນງານ ແລະ ໜ້າທີ່ລວມ ຂອງຄະນະສະເພາະກິດ 19/ກມສພ; ດໍາເນີນການກວດກາ, ປະເມີນຜົນ ແລະ ລາຍງານຜົນ ການຈັດຕັ້ງປະຕິບັດໃຫ້ຄະນະສະ ເພາະກິດ 19/ກມສພ ເປັນແຕ່ລະ ໄລຍະ; ການຈັດຕັ້ງປະຕິບັດນະໂຍ ບາຍສິນເຊື່ອເພື່ອກະຕຸ້ນເສດຖະ ກິດ, ກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ໃຫ້ຄົ້ນຄວ້າກໍານົດເຂດຈຸດສຸມ, ປະ ເພດ, ຊະນິດຜະລິດຕະພັນເພື່ອສົ່ງ ເສີມ. ໃນນັ້ນ, ໃຫ້ສຸມໃສ່ຜະລິດຕະ ພັນທີ່ເປັນທ່າແຮງຂອງແຕ່ລະທ້ອງ ຖິ່ນທີ່ສາມາດແຂ່ງຂັນ ແລະ ໄດ້ຄຸນ ນະພາບ ເປັນຕົ້ນ ກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງສໍາເລັດຮູບ, ເຄິ່ງສໍາເລັດຮູບ ເພື່ອຈໍາໜ່າຍພາຍ ໃນ ແລະ ສົ່ງອອກຕ່າງປະເທດ; ໃຫ້ແຂວງເອົາໃຈໃສ່ຕໍ່ການຈັດເກັບ ລາຍຮັບ, ຄຸ້ມຄອງລາຍຈ່າຍແຜນ ພັດທະນາເສດຖະກິດ-ສັງຄົມ ກໍຄື ແຜນງົບປະມານປະຈໍາປີ 2023 ຂອງແຂວງໃນໄລຍະເວລາທີ່ຍັງ ເຫລືອ ໃຫ້ບັນລຸຕາມແຜນການທີ່ ກຳນົດໄວ້; ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງອິນເຕີເນັດ ແລະ ສື່ສັງຄົມອອນລາຍຢ່າງເຂັ້ມ ງວດບົນພື້ນຖານນິຕິກຳທີ່ກ່ຽວຂ້ອງ. ໃນຕອນບ່າຍວັນດຽວກັນ, ທ່ານ ລັດຖະມົນຕີກະຊວງການເງິນ ແລະ ຄະນະ ໄດ້ສືບຕໍ່ໄປຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຕົວຈິງ ຢູ່ເມືອງວັງວຽງ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຕໍ່າກໜ້າ ໂຕນ, ສະເລ່ຍ 8,229ໂຕນ/ມື້ ແລະ ຂົນສົ່ງສິນຄ້າໄດ້ສູງສຸດ 15.250 ໂຕນ/ມື້, ປະເພດສິນຄ້າ ຕົ້ນຕໍປະ ກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ ເຫລັກ, ແຮ່ເຫລັກເຂັ້ມຂຸ້ນ ແລະ ປຸÐ ຍເຄມີ. ສ່ວນສິນຄ້າທີ່ສົ່ງ ຈາກ ຈີນມາລາວ ມີ 770.900 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນ ມີ 4.560.800 ໂຕນ. ສະເພາະ ປີ 2023 ມາຮອດວັນທີ 17 ກັນຍາສິນຄ້າສົ່ງອອກບັນລຸໄດ້ 3.101.400 ໂຕນ,ເພີ່ມຂຶ້ນ 138% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີທີ່ຜ່ານມາ ໂດຍສະເລ່ຍ 11.928 ໂຕນ/ມື້, ຂົນສົ່ງສູງສຸດ 15.250 ໂຕນ/ມື້. ໃນນັ້ນ, ສິນຄ້າທີ່ສົ່ງຈາກ ຈີນມາລາວ 344.700 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນ 2.752.200 ລ້ານໂຕນ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==