]tobd;y]tdevvd9kd75d1jk',tsaflt9ao 0v'z6hoeco;]k;Iad-kf xtgmf]k; 3 23/05/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ຄ້ອງໃໝ່ dP,I[a ltrk[dkoxPj ocx'0v'],q 2kh vkdkfL ປະເຊີນສະພາບປ່ຽນແປງອຸນຫະ ພູມທີ່ເພີ່ມຂຶ້ນໂດຍສະເລ່ຍໃໝ່ໃນປີ 2023-2024 . ປີນີ້, ຫລາຍປະເທດເກີດສະພາບ ໄຟໄໝ້ລາມປ່າຮ້າຍແຮງ, ໃນປະ ເທດເຮົາ ແລະ ອ້ອມແອ້ມນີ້ ກໍ່ມີດັ່ງ ພວກເຮົາຮູ້ນໍາກັນແລ້ວ, ເຊັ່ນດຽວ ກັນກັບສະພາບອາກາດຮ້ອນເອົ້າ ເຊິ່ງກະທົບການດໍາລົງຊີວິດ, ການ ປູກຝັງ-ລ້ຽງສັດ...ຫລາຍປະເທດ ສະດຸ້ງໄວໃນສະພາບດັ່ງກ່າວ ໂດຍ ກຽມຄວາມພ້ອມໃນການຮັບມືບັນ ຫາທີ່ອາດຈະເກີດຂຶ້ນຮ້າຍແຮງໃນ ອະນາຄົດ ຄືການຕ້ານແລ້ງຕ້ານ ຖ້ວມ ເພາະການປ່ຽນແປງຂອງສະ ພາບອາກາດຄາດຄະເນຍາກ, ມີ ການກຽມພ້ອມແຕ່ຫົວທີ ເພື່ອຫລີກ ເວັ້ນຜົນກະທົບຮ້າຍແຮງ, ໝາຍວ່າ ບໍ່ສາມາດຫລີກໄດ້ຂາດຕົວ, ມີແຕ່ ພະຍາຍາມໃຫ້ກະທົບໜ້ອຍ. ປາກົດການແອນນີໂຍແມ່ນກະ ແສລົມທີ່ພັດໄປຫາທິດຕາເວັນຕົກ ຕາມທິດທາງເສັ້ນສູນສູດນັ້ນຄ່ອຍ ລົງ ແລະ ນໍ້າອຸ່ນຈະຖືກຍູ້ໄປທາງ ທິດຕາເວັນອອກ, ເຮັດໃຫ້ອຸນຫະພູມ ໜ້ານໍ້າມະຫາສະໝຸດອຸ່ນເພີ່ມຂຶ້ນ ໂດຍເພີ່ມຂຶ້ນຢ່າງໜ້ອຍປະມານ 0,8 ອົງສາເຊ ຕາມຄ່າສະເລ່ຍ. ຕາມທີ່ພວກເຮົາໄດ້ຮັບຮູ້ຜ່ານຂ່າວ ຕ່າງໆ ທັງໃກ້ຄຽງ ແລະ ຕາເວັນຕົກ ອ້າງອີງຕາມການຄາດຄະເນຂອງ ນັກວິທະຍາສາດຫລາຍຄົນ ເຫັນວ່າ ປາກົດການເອລນີໂຍຈະຄ່ອຍເພີ່ມ ຄວາມຮ້າຍແຮງຂຶ້ນນັບແຕ່ກາງປີ 2023 ຂ້າມໄປເຖິງປີ 2024, ຖ້າ ຫາກວ່າການຄາດຄະເນດັ່ງກ່າວ ເປັນຄວາມຈິງ ກໍ່ໝາຍວ່າມະນຸດ ໂລກຈະປະເຊີນໜ້າກັບສະພາບແຫ້ງ ແລ້ງ, ໄຟໄໝ້ລາມປ່າ, ລົມຮ້ອນ...ທີ່ ຈະເກີດຂຶ້ນໃນຫລາຍບ່ອນທົ່ວໂລກ. ພວກເຮົາຈະຫາວິທີຮັບສະພາບ? ຢູ່ປະເທດເຮົາ ແລະ ອ້ອມແອ້ມ ໃນປີນີ້ ມີທັງໄຟໄໝ້ລາມປ່າເກີດ ຄວັນຂ້າມແດນກະທົບການບິນ ຂອງເຮືອບິນ, ການດໍາລົງຊີວິດ, ຊັບພະຍາກອນທໍາມະຊາດ-ສິ່ງມີຊີ ວິດໃນປ່າດົງພົງໄພເສຍ ຫາຍ ແລະ ອື່ນໆ, ໃນໄລຍະເດືອນເມສາມານີ້ ເຖິງວ່າພໍມີຝົນເລັກນ້ອຍເປັນໄລຍະ ບາງບ່ອນພົບພາຍຸຝົນ-ມີໝາກເຫັບ ຕົກ...ແຕ່ສ່ວນຫລາຍອາກາດຮ້ອນ ເອົ້າ ກວມເອົາພື້ນທີ່ສ່ວນຫລາຍ ບໍ່ວ່າແຕ່ປະເທດເຮົາ. ອາກາດຮ້ອນ ທີ່ພວມເກີດຂຶ້ນ, ສໍາລັບພວກເຮົາກໍ່ ອາດຈະໄຄກວ່າບາງປະເທດທີ່ແຫ້ງ ແລ້ງ ຫລື ຕາມຊາວບ້ານວ່າອຶດນໍ້າ. ພວກເຮົາຍັງພໍມີຢ່າງອຸດົມສົມບູນ ທັງນໍ້າກິນ ແລະ ນໍ້າໃຊ້, ແຕ່ກໍ່ມີຄໍາ ເຫັນຈໍານວນໜຶ່ງວ່າປາກົດການຮ້ອນ ໄດ້ສອນໃຫ້ເຮົາສະດຸ້ງຕື່ນໃນການ ຄິດຈະປະຢັດນໍ້າຄືແນວໃດ? ໃນອີກ ດ້ານການຜະລິດລະດູຝົນ ໂດຍສະ ເພາະປູກເຂົ້ານາປີໆນີ້ ຖ້າເກີດສະ ພາບຝົນຫ່າງ, ຈະເຮັດແນວໃດ? ອີງຕາມຂໍ້ມູນຈາກກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງ * ການປ່ຽນແປງຂອງສະພາບ ລົມຟ້າອາກາດໄດ້ກະທົບຕໍ່ທົ່ວໂລກ ໃນປັດຈຸບັນ. ສະພາບອາກາດທີ່ຮ້ອນ ເອົ້າ ບໍ່ໄດ້ເກີດແຕ່ໃນປະເທດເຮົາ, ບາງປະເທດປີນີ້ອາກາດຮ້ອນຂຶ້ນ ເປັນປະຫວັດສາດ, ກະທົບການດໍາ ລົງຊີວິດຂອງຄົນ, ການປູກຝັງລ້ຽງສັດ, ເກີດໄຟໄໝ້ລາມປ່າ, ລາມ ຫາສັດສາວາສິ່ງ ກໍ່ຄືສິ່ງມີຊີວິດບົນ ໂລກ ເຊິ່ງນັກວິທະຍາສາດຫລາຍ ປະເທດຄາດຄະເນວ່າໃນທ້າຍປີນີ້ ໂລກຈະເຂົ້າສະພາວະຂອງການ ປ່ຽນແປງຂອງລົມຟ້າອາກາດ ອັນ ທີ່ເອີ້ນວ່າ ເອລນີໂຍ (El Niño, ຈາກພາສາແອັສປາຍ ຫລື ສະເປນ ຄືການປ່ຽນແປງຂອງອຸນຫະພູມ ໜ້ານໍ້າ ມະຫາສະໝຸດປາຊີຟິກຕາ ເວັນອອກ, ອຸ່ນຂຶ້ນ ຫລື ເຢັນລົງຜິດ ປົກກະຕິ) ຫລືໂລກຮ້ອນ, ໂລກຈະ * ໃນປະຫວັດສາດການຕໍ່ສູ້ປົດ ປ່ອຍຊາດ, ພາຍໃຕ້ການນໍາພາຂອງ ພັກປະຊາຊົນລາວ ໃນເມື່ອກ່ອນກໍຄື ພັກປະຊາຊົນ ປະຕິວັດລາວ ໃນປັດ ຈຸບັນນັ້ນ ໄດ້ມີຫລາຍເຫດການທີ່ ສະທ້ອນໃຫ້ເຫັນເຖິງວິລະກຳ, ຄວາມສະຫລາດສ່ອງໃສ, ມີໄຫວ ພິບ, ພິລະອາດຫານ ເຕັມໄປດ້ວຍ ຄວາມເສຍສະລະອັນສູງສົ່ງຂອງ ຜູ້ນຳພັກ, ນັກຮົບປະຕິວັດ, ກໍຄືປວງ ຊົນລາວບັນດາເຜົ່າ ຊຶ່ງໜຶ່ງໃນເຫດ ການອັນສຳຄັນທົ່ວປວງຊົນລາວ ທັງຊາດຍັງຈົດຈຳ ແລະ ສັນລະເສີນ ທີ່ສຸດອີກເຫດການໜຶ່ງນັ້ນ ແມ່ນ ເຫດການອອກຈາກຄຸກ ຢ່າງມະຫັດ ສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ໃນວັນທີ 24 ພຶດ ສະພາ 1960. ຫວນຄືນປະຫວັດສາດກ່ອນນີ້ ຫລາຍສິບປີ, ຂະບວນການຕໍ່ສູ້ກູ້ ຊາດ ຕ້ານການຮຸກຮານ ຂອງຈັກກະ ພັດລ່າເມືອງຂຶ້ນແບບເກົ່າ ໄດ້ສິ້ນ ສຸດລົງດ້ວຍ ການເຊັນສັນຍາເຊີ ແນວ ປີ 1954 ທີ່ຮັບຮູ້ຄວາມ ເປັນ ເອກະລາດຂອງ 3 ຊາດ ອິນດູຈີນ: ລາວ, ຫວຽດນາມ ແລະ ກຳປູເຈຍ. ສັນຍາດັ່ງກ່າວຍັງໄດ້ຮັບຮູ້ບັນດາ ໜ່ວຍສູ້ຮົບຂອງຝ່າຍປະເທດລາວ ທີ່ໄດ້ກຳນົດໃຫ້ເຕົ້າໂຮມຢູ່ແຂວງ ຫົວພັນ ແລະ ຜົ້ງສາລີ ເພື່ອລໍຖ້າການ ປະຕິບັດແຜນການສ້າງ ຄວາມຖືກ ຕ້ອງປອງດອງຊາດ; ພໍແຕ່ລັດທິລ່າ ເມືອງຂຶ້ນແບບເກົ່າ ຖືກປັດເຂ່ຍ ອອກຈາກລາວ, ລັດທິລ່າເມືອງຂຶ້ນ ແບບໃໝ່ ຊໍ້າພັດເຂົ້າມາແທນດ້ວຍ ເຈດຈຳນົງເອົາລາວເປັນຫົວເມືອງ ຂຶ້ນແບບໃໝ່ ຂອງພວກເຂົາ. ເມື່ອ ປະເຊີນໜ້າກັບສະພາບການຄືແນວ ນັ້ນ, ການປະຕິບັດແຜນນະໂຍບາຍ ແວດລ້ອມ ໃຫ້ຮູ້ໂດຍການສັງລວມ ຂໍ້ມູນດ້ານອຸຕຸນິຍົມ ແລະ ອຸທົກກະ ສາດໃນຂອບເຂດທົ່ວປະເທດ ພ້ອມ ທັງມີການສຶກສາ-ວິເຄາະວິໄຈຂອ ຕຸລາ). ໃນຂະນະດຽວກັນ, ອຸນຫະ ພູມອາກາດ ກໍ່ເຊັ່ນດຽວກັນ, ໃນປີ ແອນນີໂຍ ອຸນຫະພູມອາກາດ ໃນ ຂອບ ເຂດ ສປປ ລາວ ຈະຮ້ອນສູງ ກວ່າປົກກະຕິ ແລະ ສະພາບຮ້ອນເອົ້າ ແກ່ຍາວເປັນໄລຍະເວລາຫລາຍ ວັນຕິດຕໍ່ກັນ ໂດຍສະເພາະແຕ່ເຂດ ພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ເຊິ່ງເປັນຜົນ ກະທົບຢ່າງຮ້າຍແຮງຕໍ່ສຸຂະພາບ ຂອງຄົນ, ຂອງສັດ ແລະ ການປູກ ຝັງ, ພ້ອມນີ້ຍັງເກີດມີສະພາບ ແຫ້ງ ແລ້ງ, ໄຟໄໝ້ປ່າເກີດຂຶ້ນ. ໃນປີ ແອນ ນີໂຍ ຍັງເຮັດໃຫ້ມີໄພທຳມະຊາດ ເກີດຂຶ້ນຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ເຊັ່ນ: ເກີດມີລົມພາຍຸທ້ອງຖິ່ນ, ມີ ສະພາບລົມພັດແຮງ, ຝົນຕົກໜັກ, ນ້ຳຖ້ວມຊຸ ນຳອີກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຄາດຄະເນ ປະລິມານນໍ້າແຕ່ເດືອນພຶດສະພາ ຫາທ້າຍປີ 2023 ເຫັນວ່າ ໄລຍະ ເດືອນກໍລະກົດ-ກັນຍາ ທຸກພາກຈະ ມີນໍ້າປະລິມານຫລາຍກວ່າເກນປົົກ ກະຕິ, ແຕ່ໃນເດືອນພະຈິກແຕ່ລະ ພາກຈະຫລຸດລົງ. ຍັງມີການຄາດ ຄະເນພາຍຸໝູນເຂດຮ້ອນທີ່ຈະເກີດ ຂຶ້ນໃນໄລຍະເດືອນພຶດສະພາ ຫາ ຕຸລາ 2023 ຢູ່ເຂດດ້ານຕາເວັນຕົກ ຂອງມະຫາສະໜຸດປາຊີຟິກ ຕອນ ເໜືອ ຈະຫລາຍກວ່າເກນສະເລ່ຍ ເຊິ່ງຄາດຄະເນປະມານ 27 – 29 ຫົວ. ໃນນີ້ ຈະມີຄວາມແຮງເປັນພາຍຸ ໄຕ້ຝຸ່ນປະມານ 10 – 12 ຫົວ; ພາຍຸ ດັ່ງກ່າວຈະເຄື່ອນທີ່ຜ່ານ ສປປ ລາວ ປະມານ 2 – 4 ຫົວ ແລະ ສ່ວນໃຫຍ່ ຈະຜ່ານພາກກາງຂຶ້ນຫາພາກເໜືອ. ອ້າງອີງຕາມກົມອຸຕຸນິຍົມ ແລະ ອຸທົກກະສາດ, ສະພາບອາກາດໃນ ສປປ ລາວ ໄລຍະເດືອນ ພຶດສະພາ ຫາ ເດືອນພະຈິກ 2023 ຈະໄດ້ຮັບ ອິດທິພົນຈາກປະກົດແອນນີໂຍ ທີ່ ຈະເຮັດໃຫ້ອາກາດຮ້ອນກວ່າປົກ ກະຕິ ແລະ ມີຝົນໜ້ອຍກວ່າເກນປົກ ກະຕິຢູ່ບັນດາແຂວງພາກເໜືອ ສ່ວນພາກກາງ ແລະ ພາກໃຕ້ຈະມີ ຝົນໃກ້ຄຽງເກນປົກກະຕິ ຫລື ຫລາຍ ກວ່າເກນປົກກະຕິເລັກນ້ອຍ. ເຂດ ພາກເໜືອດ້ານຕາເວັນຕົກ ອາດຈະ ປະເຊີນກັບສະພາບໄພແຫ້ງແລ້ງ. ພ້ອມດຽວກັນ ຈະໄດ້ຮັບຜົນກະທົບ ຈາກພາຍຸໝູນເຂດຮ້ອນພັດຜ່ານນໍາ ອີກເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ ຢູ່ບາງທ້ອງຖິ່ນ. ສະຫລຸບວ່າ ພວກເຮົາກໍ່ໄດ້ເຫັນ ບັນຫາ ແລະ ສະດຸ້ງໄວໃນບັນຫາ ທີ່ພວມເກີດ, ທັງໄດ້ກຽມພ້ອມພື້ນ ຖານຕາມເງື່ອນໄຂ ເພື່ອຮັບສະພາບ. ການກຽມພ້ອມແຕ່ຫົວທີແມ່ນສິ່ງ ສໍາຄັນການຕ້ານແລ້ງຕ້ານຖ້ວມ. ສ້າງຄວາມຖືກ ຕ້ອງປອງດອງຊາດ ກໍ່ເກີດມີຄວາມສັບສົນ ຊຶ່ງການນຳ ພັກໄດ້ເຊີດຊູສະຕິລະວັງຕົວຕໍ່ພວກ ລ່າເມືອງຂຶ້ນແບບໃໝ່, ທັງເປັນເຈົ້າ ການເຈລະຈາກັບລັດຖະບານລາຊະ ອານາຈັກ, ພາຍໃຕ້ຄຳຂວັນ “ສັນ ຕິພາບ, ເອກະລາດ, ເອກະພາບ, ປະຊາທິປະໄຕ ແລະ ວັດທະນາຖາ ວອນ” ເພື່ອເຕົ້າໂຮມທຸກຊັ້ນຄົນ ເຂົ້າເປັນກໍາລັງຮັກຊາດ, ເຮັດໃຫ້ ຖັນແຖວການປົກຄອງຝ່າຍວຽງ ຈັນນັບມື້ຖືກສັ່ນຄອນ ແລະ ຜັນ ແຍກ. ເລີ່ມແຕ່ນັ້ນມາການຕໍ່ສູ້ລະ ຫວ່າງເຮົາ ກັບສັດຕູ ເພື່ອປະຕິບັດ ສັນຍາລວມລາວກ້າວເຂົ້າສູ່ຄວາມ ສັບສົນໃໝ່ ເຊິ່ງໃນເວລານັ້ນຄະນະ ບໍລິຫານງານສູນ ກາງພັກທີ່ຍັງເຕົ້າ ໂຮມຢູ່ວຽງຈັນ ກໍໄດ້ເປີດກອງປະ ຊຸມ ພ້ອມກັນຕີລາຄາສະຖານະການ ວ່າຍັງຈະສືບຕໍ່ຜັນແປ ໄປຢ່າງສັບ ສົນ, ຈັກກະພັດ ໄດ້ໃຊ້ລູກມືລົບລ້າງ ສັນຍາລວມລາວຢ່າງເປີດແປນ; ກອງປະຊຸມໄດ້ປຸກລະດົມຈິດໃຈ ປະຕິວັດ ເພື່ອຕັດສິນໃຈປົກປັກຮັກ ສາສັນຍາເຊີແນວ ແລະ ພ້ອມກັນນັ້ນ ກໍໄດ້ຄາດຄະເນເຖິງຄວາມໂຫດ ຮ້າຍປ່າເຖື່ອນເຊິ່ງສັດຕູອາດຈະ ຈັບບັນດາການນຳພັກ ແລະ ແນວ ລາວຮັກຊາດຢູ່ໃນສະພາ ແລະ ໃນ ລັດຖະບານ. ກອງປະຊຸມຍັງໄດ້ຕົກ ລົງໃຫ້ບັນດາຜູ້ນຳພັກ ແລະ ແນວ ລາວຮັກຊາດຈຳນວນໜຶ່ງເຂົ້າຮ່ວມ ສັນຍາ ລວມລາວກັບຝ່າຍວຽງຈັນ, ຈໍານວນໜຶ່ງ ຖອນໄປເຂດປົດປ່ອຍ ເພື່ອນຳພາການຕໍ່ສູ້. ໄປພ້ອມກັບ ການຈັບກຸມ ແລະ ລອບຄາດຕະກຳ ຜູ້ທີ່ຮ່ວມມືກັບ ແນວລາວຮັກຊາດ ຢູ່ທ້ອງຖິ່ນຕ່າງໆ, ສິ່ງທີ່ຮ້າຍແຮງ ໄປກວ່ານັ້ນ ແມ່ນພວກປະຕິການໄດ້ ປະຕິບັດແຜນລົບລ້າງກຳລັງປະ ກອບອາວຸດຂອງແນວລາວຮັກ ຊາດດ້ວຍຫລາຍຮູບການ. ພວກປະ ຕິການຂາຍຊາດ ໄດ້ເຂົ້າຈັບກຸມຄຸມ ຂັງບັນດາຜູ້ນຳຂອງພັກ ແລະ ແນວ ລາວຮັກຊາດ 16 ທ່ານ ຢູ່ນະຄອນ ຫລວງວຽງຈັນ (ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ມາ ໄຂຄໍາພິທູນ, ທ່ານ ສີທົນ ກົມມະດໍາ, ທ່ານ ສິງກະໂປ ສີໂຄດ ຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ຄໍາຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທໍາ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄໍາເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ). ເຫດການດັ່ງ ກ່າວ ໄດ້ສົ່ງສຽງດັງກ້ອງເທົ່າກັບ ລະເບີດແຕກໃນທົ່ວປະເທດ, ປຸກລະ ດົມນໍ້າໃຈຄຽດແຄ້ນຂອງປະຊາຊົນ ທຸກຊັ້ນຄົນ ແລະ ທຸກຊົນເຜົ່າ ໃຫ້ລຸກ ຮືຂຶ້ນຕ້ານການກະທໍາປະຕິການ ຂອງພວກເຂົາ, ແມ່ນແຕ່ພະສົງອົງ ຄະເຈົ້າ ທີ່ຢູ່ໃນສິນກິນໃນທໍາ ກໍ່ໄດ້ ສະແດງຄວາມຄຽດແຄ້ນຕໍ່ການ ກະທໍາດັ່ງກ່າວ. ເລີ່ມແຕ່ມື້ຖືກຈັບເຂົ້າຄຸກຢູ່ໂພນ ເຄັງ ກໍ່ແມ່ນຈຸດເວລາເຂົ້າສູ່ໄລຍະ ເຊີດຊູນໍ້າໃຈປະຕິວັດຢ່າງເດັດຂາດ ຂອງບັນດາຜູ້ນໍາພັກປະຊາຊົນປະຕິ ວັດລາວ. ການຈັດຕັ້ງອອກຈາກຄຸກ ຂອງບັນດາຜູ້ນໍາພັກ ເຊິ່ງໄດ້ກາຍ ເປັນ ສຽງລະຄັງປຸກລະດົມທຸກຊັ້ນ ຄົນ, ທຸກຊົນເຜົ່າໃນທົ່ວປະເທດໃຫ້ ລຸກຮືຂຶ້ນຕໍ່ສູ້ໂຄ່ນລົ້ມລະບອບເກົ່າ ໄດ້ສົ່ງຜົນ ກະທົບເຂົ້າພາຍໃນກອງ ທະຫານຂອງຝ່າຍວຽງຈັນ ເກີດ ຜັນແຍກ. ການຕໍ່ສູ້ຢ່າງເດັດດ່ຽວຂອງບັນ ດາຜູ້ນໍາພັກ ປະຊາຊົນປະຕິວັດລາວ ຢູ່ໃນຄຸກ ແລະ ການຈັດຕັ້ງອອກຈາກ ຄຸກໂພນເຄັງ ໃນວັນທີ 23 ພຶດສະ ພາ, ເວລາ 12 ໂມງທ່ຽງຄືນ ຕໍ່ໃສ່ ວັນທີ 24 ພຶດສະພາ 1960 ແມ່ນ ເຫດການການເມືອງທີ່ມີຄວາມ ໝາຍປະຫວັດສາດຍາວນານ, ເພື່ອ ການອົບຮົມບົ່ມສອນແນວຄິດປະ ຕິວັດສຸດ ກົກສຸດປາຍຂອງບັນດາ ຜູ້ນໍາພັກ ແລະ ແນວລາວຮັກຊາດ ລຸ້ນກ່ອນໃຫ້ແກ່ອະນຸຊົນລຸ້ນໃໝ່ ສືບທອດຕໍ່ໆໄປໃນອະນາຄົດ. ພຶດຕິກຳຕົວຈິງໄດ້ຢັ້ງຢືນວ່າ ການອອກຈາກຄຸກຄັ້ງມະຫັດສະ ຈັນ ເປັນປະຫວັດສາດ ທີ່ຫາໄດ້ ຍາກ ໃນໂລກຂອງບັນດາຜູ້ນໍາແນວ ລາວຮັກຊາດ ນັ້ນແມ່ນຍ້ອນນໍ້າໃຈ ຮັກຊາດອັນແຮງກ້າຂອງບັນດາ ຜູ້ນຳພັກ, ແນວລາວຮັກຊາດ, ບວກ ກັບຄວາມຕື່ນຕົວຮັກຊາດຂອງສາ ລະວັດທະຫານທີ່ໄວ້ເນື້ອເຊື່ອໃຈ ຂອງພວກເຂົາ ເປັນຜູ້ ພາທາງ ແລະ ປ້ອງກັນບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ອອກຈາກຄຸກ ໄປສູ່ເຂດທີ່ໝັ້ນປະຕິວັດ ຢ່າງປອດ ໄພທຸກປະການ. ພ້ອມດຽວກັນກໍ່ ຍ້ອນຄວາມຕື່ນຕົວຮັກຊາດຂອງ ປະຊາຊົນ, ທຸກຊັ້ນຄົນ ທົ່ວປະເທດ ໂດຍການປຸກລະດົມຂົນຂວາຍຈາກ ກອງໜູນ, ດໍາເນີນການຕໍ່ສູ້ເລັ່ງ ທວງໃຫ້ພວກປະຕິການປ່ອຍຜູ້ນໍາ, ຮັກສາຄວາມລັບ, ປ້ອງກັນ ແລະ ລ້ຽງດູຜູ້ນໍາ; ທັງຍ້ອນການເຄື່ອນ ໄຫວຂອງຜູ້ຊົງຄຸນວຸດທິ, ຜູ້ຮັກ ຫອມສັນຕິພາບເປັນກາງ ທີ່ໄດ້ສະ ໜັບສະໜູນຕໍ່ຝ່າຍແນວລາວຮັກ ຊາດ, ຕໍ່ສູ້ປ້ອງກັນຜູ້ນໍາ; ຍ້ອນມີ ການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍ່ຄືບັນ ດາປະເທດສັງຄົມນິຍົມອ້າຍນ້ອງ, ນັບທັງອົງການ ສປຊ ແລະ ຍ້ອນກໍາ ລັງຝ່າຍປະເທດລາວ, ກອງພັນທີ 2, ທະຫານທ້ອງ ຖິ່ນທີ່ປ້ອງກັນຜູ້ ນໍາກຽມພ້ອມທັບມ້າງທຸກການໄລ່ ລ່າຂອງສັດຕູ, ເປັນຜູ້ພາທາງໃຫ້ຜູ້ ນໍາອອກໄປສູ່ທ້ອງຖິ່ນຕ່າງໆຢ່າງ ປອດໄພ.
RkJQdWJsaXNoZXIy MTc3MTYxMQ==