lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 23/05/2023 xtgmf]k; ໄຊຍະບູລີ ສຳເລັດ... ຍີ່ປຸ່ນ ສືບຕໍ່ຊ່ວຍພັດທະນາ... ຍົກລະດັບ... ແບ່ງຄວາມຮັບຜິດຊອບ... ທຫລ ແລະ ການເງິນ... ຮອງນາຍົກລັດຖະມົນຕີ... ຄະນະພັກຮາກຖານ... ສູນວັດທະນະທຳຈີນ... ພັກແຂວງ, ກໍາມະການພັກແຂວງ, ສະພາແຫ່ງຊາດ, ສະພາປະຊາຊົນ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມເປີດກວ້າງຄົບຄະ ນະກາງສະໄໝຄັ້ງນີ້, ໄດ້ຮັບຟັງຄຳ ເຫັນໂອ້ລົມຂອງສະຫາຍ ໄຊສົມ ພອນ ພົມວິຫານ ເຊິ່ງເປັນເຂັມຊີ້ທິດ ເຢືອງທາງ ໃຫ້ຄະນະພັກແຕ່ຂັ້ນນຳ ໄປຄົ້ນຄວ້າ, ຜັນຂະຫຍາຍເຂົ້າສູ່ ວຽກງານຕົວຈິງ ກໍຄືຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ບັນລຸຄາດໝາຍທີ່ ວາງໄວ້. ໂອກາດນີ້, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວປິດກອງປະຊຸມ ວ່າ: ຄະນະບໍລິຫານງານພັກແຂວງ ຈະຕັ້ງໜ້ານຳພາ-ຊີ້ນຳຄະນະພັກ ແຕ່ລະຂັ້ນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານຂອງພັກໃຫ້ເລິກເຊິ່ງ, ກວ້າງ ຂວາງ; ສືບຕໍ່ເຮັດວຽກງານການ ເມືອງ-ແນວຄິດ ໃຫ້ບັນດາພະນັກ ງານ, ສະມາຊິກພັກຕາມຄວາມ ຮັບຜິດຊອບຂອງຕົນຢ່າງຈິງຈັງ, ເຂົ້າເຖິງເປົ້າໝາຍຢ່າງເລິກເຊິ່ງ ເຖິງຖອງແທ້, ສາມາດຕີຖອຍທັດສະ ນະ-ແນວຄິດ, ຈິນຕະນາການເກົ່າທີ່ ບໍ່ສອດຄ່ອງ, ເອື້ອຍອີງ, ຄອງຄອຍ ລໍຖ້າແຕ່ຄຳສັ່ງ, ຮັກສາເດີມ, ອັດຕະ ວິໄສ, ອາດຍາສິດ ແລະ ອື່ນໆ; ສິ່ງ ສຳຄັນແມ່ນສ້າງແນວຄິດຕໍ່ສູ້ປົກ ປ້ອງແນວທາງຂອງພັກ, ເປັນເຈົ້າ ການຕັ້ງໜ້າປະຕິບັດກົດລະບຽບ ຂອງພັກ, ກົດໝາຍ ແລະ ລະບຽບ ການຂອງລັດຢ່າງເຂັ້ມງວດ, ທັງ ໃຫ້ຮູ້ແກ້ໄຂຈຸດອ່ອນ, ຂໍ້ຂາດຕົກບົກ ຜ່ອງ-ຂໍ້ຄົງຄ້າງຕ່າງໆໃຫ້ເປັນຮູບ ປະທຳ; ປັບປຸງລະບອບແບບແຜນ ການນຳພາ-ວິທີເຮັດວຽກຂອງຄະ ນະພັກ, ອຳນາດການປົກຄອງແຕ່ ລະຂັ້ນ ຈະຕ້ອງມີການແບ່ງຄວາມ ຮັບຜິດຊອບຢ່າງຈະແຈ້ງ; ນຳພາຊີ້ນຳຄະນະພັກ, ອຳນາດການປົກ ຄອງແຕ່ລະຂັ້ນຮີບຮ້ອນໃນການ ກະກຽມສະຫລຸບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ໃນໄລຍະຜ່ານ ມາ ເພື່ອໃຫ້ເຫັນໄດ້ດ້ານດີ-ຕັ້ງໜ້າ ທີ່ຈະເສີມຂະຫຍາຍ ແລະ ເຫັນໄດ້ ດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະນຳໄປ ປັບປຸງແກ້ໄຂ, ຖອດຖອນເປັນບົດ ຮຽນ ແລະ ມາດຕະການແກ້ໄຂໃຫ້ ມີຄວາມຈະແຈ້ງເດັດຂາດກວ່າເກົ່າ; ສ້າງກາລະໂອກາດເອື້ອອຳນວຍ ດ້ານຕ່າງໆ, ຂຸດຄົ້ນທ່າແຮງບົ່ມ ຊ້ອນທີ່ໄດ້ປຽບ ເພື່ອຍູ້ໜູນເສດຖະ ກິດ-ສັງຄົມຂອງແຂວງ ໃຫ້ໝັ້ນທ່ຽງ ແລະ ຖືກທິດຕາມສູນກາງພັກ ແລະ ລັດຖະບານວາງອອກໃຫ້ມີຄວາມ ສອດຄ່ອງ ແລະ ເໝາະສົມ, ຕົ້ນຕໍ ແມ່ນສຸມໃສ່ການຜະລິດກະສິກຳ ການປູກ-ການລ້ຽງ ທີ່ເປັນທ່າແຮງ ຕິດພັນກັບການປຸງແຕ່ງຜະລິດຕະ ພັນກະສິກຳສະອາດ, ການບໍລິການ ແລະ ການທ່ອງທ່ຽວທີ່ເປັນເອກະລັກ ສະເພາະ ນຳພາຊີ້ນຳດ້ານວັດທະນະ ທຳ-ສັງຄົມ ໃຫ້ປະຕິບັດບັນດາຄາດ ໝາຍຕົວຊີ້ວັດການພັດທະນາແບບ ຍືນຍົງທາງດ້ານການສຶກສາ, ດ້ານ ສາທາລະນະສຸກ, ພ້ອມທັງເອົາໃຈ ໃສ່ການຄຸ້ມຄອງ-ດັດສົມ ແລະ ພັດ ທະນາສີມືແຮງງານ ເພື່ອສາມາດສະ ໜອງກັບຄວາມຕ້ອງການຂອງຕະ ຫລາດແຮງງານ ໃຫ້ຮັບປະກັນໄດ້ ປະລິມານ ແລະ ຄຸນນະພາບດີຂຶ້ນ ເທື່ອລະກ້າວ; ສືບຕໍ່ຫັນລົງກໍ່ສ້າງ ຮາກຖານການເມືອງ, ຕາມທິດນຳ ສາມສ້າງ ແລະ ສ້າງບ້ານພັດທະ ນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວ ເມືອງນ້ອຍໃຫ້ເປັນຂະບວນ ແລະ ກາຍເປັນຄວາມຮັບຜິດຊອບໂດຍ ກົງ ແລະ ຮອບດ້ານຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ເພື່ອ ພ້ອມກັນສືບຕໍ່ສ້າງຂະບວນການ ຮອບດ້ານໃນການກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ສາມຂັ້ນໃນ ທົ່ວແຂວງ ໃຫ້ເປັນຂະບວນກວ້າງ ຂວາງໃນທ້າຍປີ 2023, ຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະ ນາ, ການຈັດຕັ້ງປະຕິບັດຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດດໍາ ລັດ 348/ລບ ວ່າດ້ວຍມາດຕະຖານ ພົ້ນທຸກ ແລະ ມາດຕະຖານພັດທະນາ ຢູ່ແຂວງໄຊຍະບູລີ ໃຫ້ມີຜົນສຳເລັດ ໃໝ່ໃຫຍ່ຫລວງກວ່າເກົ່າ. ຂ່າວ-ພາບ: ບຸນທີ ຄິດໃຫ້ຕໍ່ເນື່ອງ ແລະ ເຖິງເປົ້າໝາຍ, ເພີ່ມທະວີວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ກຳແໜ້ນ ແລະ ຕ້ານສະກັດກັ້ນການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີ ທີ່ຫວັງກໍ່ຄວາມ ບໍ່ສະຫງົບຢູ່ຮາກຖານ ແລະ ບໍລິ ເວນຕ່າງໆຮັບປະກັນເຮັດໃຫ້ສະ ພາບພາຍໃນແຂວງ ມີຄວາມສະ ຫງົບໜັກແໜ້ນ. ພ້ອມກັນນີ້, ໃຫ້ສືບຕໍ່ເຮັດວຽກ ງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງ ຂອງ ພັກ, ເພີ່ມທະວີປັບປຸງລະບົບການ ເມືອງ ແຕ່ຂັ້ນແຂວງລົງຮອດຮາກ ຖານໃຫ້ໜັກແໜ້ນເຂັ້ມແຂງ, ພັດ ທະນາດ້ານວັດທະນະທຳ-ສັງຄົມ ໃຫ້ຄຽງຄູ່ກັບການພັດທະນາທາງ ດ້ານເສດຖະກິດ, ເພີ່ມທະວີການນໍາ ພາ-ຊີ້ນຳສ້າງພະນັກງານໃຫ້ມີແນວ ຄິດໜັກແໜ້ນ, ເຂັ້ມແຂງ, ຈົ່ງຮັກພັກ ດີ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກ ງານ, ຍຶດໝັ້ນ ແລະ ປະຕິບັດຢ່າງ ເຂັ້ມງວດ 5 ຫລັກການ 3 ທິດນໍາໃນ ການກໍ່ສ້າງພັກ, ປະຕິບັດຫລັກການ ລວມສູນປະຊາທິປະໄຕ, ນໍາພາເປັນ ໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ເພີ່ມທະວີວຽກງານກວດກາພັກ, ກວດກາລັດ ແລະ ການກວດສອບ, ປັບປຸງອົງການຈັດຕັ້ງມະຫາຊົນ ຂອງພັກ ແລະ ສ້າງເງື່ອນໄຂໄດ້ ເຄື່ອນໄຫວຖືກຕ້ອງຕາມພາລະບົດ ບາດເປັນຢ່າງດີ. ຄະນະບໍລິຫານງານພັກແຂວງ ຕ້ອງຍົກສູງຄວາມສາມາດນໍາພາ ຄວາມເປັນແບບຢ່າງນຳໜ້າຕໍ່ການ ແກ້ໄຂບັນຫາຕົວຈິງ ເພື່ອສືບຕໍ່ສ້າງ ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງ ໃຈຈາກປະຊາຊົນ, ຍາດແຍ່ງເອົາ ການສະໜັບສະໜູນພັດທະນາ ແຂວງ ແລະ ພ້ອມກັນຈັດຕັ້ງຜັນຂະ ຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງ ນີ້ ໃຫ້ປະສົບຜົນສໍາເລັດ ແລະ ມີ ໝາກຜົນຕົວຈິງ. ຂ່າວ: ກິນດາວັນ ອ້ວນນາຄູ ຍາກທາງດ້ານການຄຸ້ມຄອງການ ເງິນ-ເງິນຕາຮ່ວມກັນ ໂດຍການ ແຕ່ງຕັ້ງຄະນະກຳມະການເພື່ອຄົ້ນ ຄວ້າກຳນົດລາຍການສິນຄ້ານຳ ເຂົ້າ, ປັບປຸງກົດໝາຍ ແລະ ນິຕິກຳ ອື່ນໆ ທີ່ປິ່ນອ້ອມໃນວຽກງານຄຸ້ມ ຄອງການນຳເງິນສົດເຂົ້າ-ອອກ ສປປ ລາວ, ການຄຸ້ມຄອງເງິນຕາ ຕ່າງປະເທດຕິດພັນກັບລາຍຮັບງົບ ປະມານຂອງລັດ ແລະ ວຽກງານ ອື່ນໆ ເພື່ອໃຫ້ການເຄື່ອນໄຫວວຽກ ງານຄຸ້ມຄອງການເງິນ-ເງິນຕາມີ ຄວາມຄ່ອງຕົວ ແລະ ຮັດກຸມຍິ່ງຂຶ້ນ. ພາຍຫລັງສຳເລັດກອງປະຊຸມ ທັງສອງຝ່າຍຍັງໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ຮ່ວມກັນໃນ ການປັບປຸງກົນໄກການຮ່ວມມື ແລະ ການເຊັນຢັ້ງຢືນເອກະສານສຳຄັນ ຮ່ວມກັນ. ຂ່າວ: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ 013, 014 ຄົບຄະນະກາງສະໄໝ ສະໄໝທີ V ໃນວັນທີ 18-19 ພຶດສະພາ 2023 ໂດຍການເປັນປະທານ ຂອງສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານ ງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກ ຖານບໍລິສັດ ລາວໂທລະຄົມມະນາ ຄົມມະຫາຊົນ, ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະ ຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະໜ່ວຍພັກ ແລະ ສະ ມາຊິກພັກເຂົ້າຮ່ວມ ແລະ ຮັບຟັງ ການເຜີຍແຜ່, ເຊື່ອມຊຶມຄຳສັ່ງວ່າ ດ້ວຍການດຳເນີນກອງປະຊຸມຄົບ ຄະນະກາງສະໄໝ ຂອງຄະນະບໍລິ ຫານງານແຕ່ລະຂັ້ນ ເລກທີ 268/ ຄລສພ, ຄຳແນະນຳຂອງຄະນະຈັດ ຕັ້ງສູນກາງ ສະບັບເລກທີ 25/ ຄຈສພ, ຄຳແນະນຳຂອງຄະນະ ກວດກາສູນກາງພັກ ສະບັບເລກທີ 74/ຄກສພ, ບົດສະຫລຸບການນຳ ພາ-ຊີ້ນຳ ຂອງຄະນະພັກຮາກຖານ ກາງສະໄໝ (2019-2023) ແລະ ແຜນການຕໍ່ໜ້າ (2023-2025) ແລະ ບົດສຳຫລວດການນຳພາລວມ ຂອງຄະນະພັກຮາກຖານ ລລທ. ສະຫາຍ ສຸພົນ ຈັນທະວີໄຊ ໄດ້ ກ່າວວ່າ: ຮາກຖານພັກ ບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນ ປະ ກອບມີ ຄະນະພັກຮາກຖານ 7 ສະ ຫາຍ, 9 ໜ່ວຍພັກຂຶ້ນກັບ, ມີສະມາ ຊິກພັກທັງໝົດ 215 ສະຫາຍ, ຍິງ 82 ສະຫາຍ, ສໍາຮອງ 13 ສະຫາຍ, ຍິງ 3 ສະຫາຍ. ສຳລັບການນໍາພາ ທາງດ້ານວຽກງານວິຊາສະເພາະ ມາຮອດປັດຈຸບັນ, ລາວໂທລະຄົມ ມີສະຖານີມືຖືທັງໝົດ 10.972 ສະ ຖານີ (ເພີ່ມຂຶ້ນຈາກປີ 2019 ຈຳ ນວນ 2.783 ສະຖານີ), ສັນຍານ ໂທລະສັບມືຖືກວມເອົາ 75% ຂອງ ປະຊາກອນໃນທົ່ວປະເທດ (ເພີ່ມຂຶ້ນ 17%), ທຽບໃສ່ແຜນພັດທະນາ ເສດຖະກິດສັງຄົມ 5 ປີ ຂອງລັດຖະ ບານ ກໍຄື ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານທີ່ຈະໃຫ້ສັນຍານ 4G ກວມ 90% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງ ໄວ້. ໃນໄລຍະຜ່ານມາສາມາດສ້າງ ລາຍຮັບໄດ້ 6.300 ຕື້ກວ່າກີບ, ມີ ກໍາໄລສຸດທິ 802,64 ຕື້ກີບ ແລະ ສາມາດມອບພັນທະໃຫ້ລັດຖະບານ ໄດ້ 1.164 ຕື້ກີບ. ໂອກາດດຽວກັນ, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ທິດຊີ້ນໍາ ຕໍ່ຄະນະພັກຮາກຖານ ລລທ ໂດຍ ເນັ້ນເຖິງໜ້າທີ່ ແລະ ສິດຂອງການ ຈັດຕັ້ງຮາກຖານພັກ ທີ່ກໍານົດໄວ້ ໃນກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ດ້ວຍ ຄວາມໄວ້ເນື້ອເຊື່ອໃຈຈາກກອງປະ ຊຸມ, ບັນດາສະຫາຍຄະນະພັກຮາກ ຖານ ສະໄໝທີ V ຈົ່ງສືບຕໍ່ສຸມສະຕິ ປັນຍາ, ກໍາລັງວັງຊາ, ຄວາມສາມັກ ຄີເປັນຈິດໜຶ່ງໃຈດຽວ ເພື່ອແບກ ຫາບພາລະກິດອັນສູງສົ່ງ ແລະ ໜັກ ໜ່ວງທີ່ກອງປະຊຸມໄດ້ມອບໝາຍ ໃຫ້ປະສົບຜົນສໍາເລັດເປັນຢ່າງດີ. ລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ປະກອບສ່ວນໃນການພັດທະ ນາເສດຖະກິດ-ສັງຄົມ. ມາຮອດ ທ້າຍປີ 2022 ທົ່ວປະເທດມີວິສາ ຫະກິດລັດລົງທຶນທັງໝົດ 172 ຫົວ ໜ່ວຍ ແລະ ມີບໍລິສັດທີ່ຂຶ້ນກັບຈຳ ນວນ 79 ຫົວໜ່ວຍ. ໃນໄລຍະທີ່ມີ ການຈັດຕັ້ງປະຕິບັດກົນໄກເສດຖະ ກິດໃໝ່, ລັດຖະບານກໍຄືບັນດາກະ ຊວງ ແລະ ອົງການທີ່ກ່ຽວຂ້ອງໄດ້ ເປັນເຈົ້າການສ້າງຕັ້ງລັດວິສາຫະ ກິດ ຊຶ່ງລັດຖືຮຸ້ນຜູ້ດຽວເພື່ອສະໜັບ ສະໜູນ ແລະ ຊຸກຍູ້ການຈັດຕັ້ງປະ ຕິບັດຍຸດທະສາດຂອງບັນດາຂະ ແໜງການ ໂດຍແມ່ນບັນດາກະຊວງ ດັ່ງກ່າວເປັນເຈົ້າການຄຸ້ມຄອງ. ເມື່ອເສດຖະກິດຂະຫຍາຍຕົວຄຽງຄູ່ ກັບການເປີດປະເທດ ເພື່ອເຊື່ອມ ໂຍງກັບສາກົນ ເຮັດໃຫ້ເອກະຊົນ ເຂົ້າມາເຄື່ອນໄຫວສ້າງຕັ້ງວິສາຫະ ກິດເອກະຊົນຫລາຍຂຶ້ນກວມຫລາຍ ຂະແໜງການ ໂດຍນຳໃຊ້ທຶນ ແລະ ເຕັກນິກວິຊາການໃໝ່ ເຂົ້າໃນການ ດໍາເນີນທຸລະກິດເຮັດໃຫ້ລັດວິສາ ຫະກິດຈໍານວນໜຶ່ງທີ່ດໍາເນີນທຸລະ ກິດຄ້າຍຄືກັບພາກເອກະຊົນບໍ່ສາ ມາດແຂ່ງຂັນໄດ້. ເຖິງວ່າໃນຊຸມປີ 2000 ລັດຖະ ບານໄດ້ອອກດໍາລັດ ສະບັບເລກທີ 54/ນຍ, ລົງວັນທີ 9 ພຶດສະພາ 2000 ວ່າດ້ວຍການຄຸ້ມຄອງວິສາ ຫະກິດທີ່ລັດມີການລົງທຶນ ເປັນ ເຄື່ອງມືໃນການຄຸ້ມຄອງແຕ່ເຫັນວ່າ ຍັງບໍ່ທັນສອດຄ່ອງກັບການຂະ ຫຍາຍຕົວຂອງເສດຖະກິດສັງຄົມ, ພ້ອມທັງບໍ່ສາມາດລວມສູນລາຍ ຮັບຈາກບັນດາວິສາຫະກິດລັດລົງ ທຶນ. ອີງໃສ່ຄວາມຈໍາເປັນໃນການ ຄຸ້ມຄອງວຽກງານດັ່ງກ່າວ ໃນໄລ ຍະຜ່ານມາ, ກະຊວງການເງິນ ຈຶ່ງ ໄດ້ຄົ້ນຄວ້າສ້າງດຳລັດວ່າດ້ວຍວິ ສາຫະກິດລັດລົງທຶນ(ສະບັບໃໝ່) ໂດຍຜັນຂະຫຍາຍເນື້ອໃນຂອງດຳ ລັດສະບັບເລກທີ 54/ນຍ, ນັບແຕ່ປີ 2016 ເປັນຕົ້ນມາ ພ້ອມທັງອີງໃສ່ ສະພາບຕົວຈິງໃນການຄຸ້ມຄອງຈົນ ມາຮອດເດືອນກັນຍາ 2022 ຈຶ່ງສໍາ ເລັດ ແລະ ຖືກຮັບຮອງຢ່າງເປັນທາງ ການຈາກລັດຖະບານ ຕາມດຳລັດ ສະບັບເລກທີ 322/ລບ, ລົງວັນທີ 02 ກັນຍາ 2022 ເພື່ອເປັນເຄື່ອງ ມືຄຸ້ມຄອງວິສາຫະກິດລັດລົງທຶນ, ແນໃສ່ສ້າງຄວາມເປັນເອກະພາບ ດ້ານການສ້າງຕັ້ງ, ການເຄື່ອນໄຫວ ທຸລະກິດ, ການຄຸ້ມຄອງ, ພັດທະນາ, ຕິດຕາມກວດກາ ແລະ ປະເມີນຜົນ ວິສາຫະກິດລັດລົງທຶນ ໃຫ້ສອດຄ່ອງ ກັບສະພາບຕົວຈິງ ໃນການພັດ ທະນາເສດຖະກິດໃນແຕ່ລະໄລຍະ, ສອດຄ່ອງກັບແນວທາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ເປັນເຄື່ອງມືບ່ອນ ອີງໃນການຈັດຕັ້ງປະຕິບັດໃຫ້ມີ ຄວາມເປັນເອກະພາບ, ຊ່ວຍໃຫ້ບັນ ດາສະມາຊິກສະພາບໍລິຫານກໍາໄດ້ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຕົນເພື່ອພ້ອມກັນສຸມສະຕິປັນ ຍາ ແລະ ກຳລັງແຮງປະກອບສ່ວນ ຊຸກຍູ້ວຽກງານຄຸ້ມຄອງ ແລະ ພັດ ທະນາວິສາຫະກິດລັດລົງທຶນ ໃຫ້ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍບາດກ້າວທີ່ໜັກແໜ້ນ ແລະ ເຂັ້ມແຂງ. ຂ່າວ:ກະຊວງການເງິນ ຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍທ່ານ ໂຄບະຢະຊິ ເຄນອິຈິ (KOBAYA SHI Kenichi) ເອກອັກຄະລາຊະ ທູດຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນ ດາຜູ້ຕາງໜ້າ ຈາກຂະແໜງການ ກ່ຽວຂ້ອງສອງ ຝ່າຍລາວ ແລະ ຍີ່ ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ. ທຶນ JDS ແມ່ນທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາ ເອກທີ່ລັດຖະບານຍີ່ປຸ່ນສະໜອງ ໃຫ້ ສປປ ລາວ ເພື່ອແນໃສ່ຍົກລະ ດັບຄວາມຮູ້-ຄວາມສາມາດຂອງ ພະນັກງານ-ລັດຖະກອນຂອງລາວ. ນັບແຕ່ປີ 1999 ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບທຶນການສຶກສາ JDS ລວມທັງໝົດ 474 ທຶນ (ສະ ເລ່ຍປີລະ 20 ທຶນ) ເຊິ່ງມີບັນດາພະ ນັກງານຈາກຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນໆ ຂອງ ສປປ ລາວ ໄດ້ຮັບຄັດເລືອກເພື່ອໄປສຶກ ສາຕໍ່ຢູ່ປະເທດຍີ່ປຸ່ນ ເຊິ່ງໄດ້ປະກອບ ສ່ວນສໍາຄັນເຂົ້າໃນການຍົກລະດັບ ຄຸນນະພາບຂອງບຸກຄະລາກອນ ລາວ ທີ່ປະຕິບັດໜ້າທີ່ວຽກງານປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະຜ່ານມາ. ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ກໍໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈຢ່າງຈິງໃຈ ແລະ ຕີ ລາຄາສູງຕໍ່ການສະໜັບສະໜູນຊ່ວຍ ເຫລືອຂອງລັດຖະບານ ກໍຄືປະຊາ ຊົນຍີ່ປຸ່ນ ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະການຊ່ວຍເຫລືອທາງ ການເພື່ອການພັດທະນາ(ODA) ຂອງຍີ່ປຸ່ນ ທີ່ຍັງຢູ່ໃນອັນດັບຕົ້ນຂອງ ການຊ່ວຍເຫລືອຈາກຕ່າງປະເທດ ໃຫ້ແກ່ ສປປ ລາວ(ສະເລ່ຍປະມານ 90-100 ລ້ານໂດລາສະຫະລັດຕໍ່ ປີ). ວຽກງານການສຶກສາກໍຄືການ ພັດທະນາຊັບພະຍາກອນມະນຸດ ແມ່ນຂະແໜງການໜຶ່ງທີ່ລັດຖະ ບານລາວ ຖືເປັນບູລິມະສິດສໍາຄັນ ແລະ ເປັນປັດໄຈສໍາຄັນຕໍ່ການພັດ ທະນາເສດຖະກິດ-ສັງຄົມຂອງຊາດ ເຊິ່ງໃນໄລຍະຜ່ານມາ, ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໄດ້ສະໜັບສະ ໜູນ ສປປ ລາວ ໃນການພັດທະນາ ວຽກງານການສຶກສາ ກໍຄືການພັດ ທະນາຊັບພະຍາກອນມະນຸດຢ່າງຕໍ່ ເນື່ອງ ແລະ ສະໝໍ່າສະເໝີ ເປັນຕົ້ນ ແມ່ນການກໍ່ສ້າງ-ປັບປຸງໂຮງຮຽນ ຢູ່ໃນເຂດຫ່າງໄກສອກຫລີກ, ການ ສະໜອງອຸປະກອນການສຶກສາທີ່ຈໍາ ເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ. ພ້ອມນີ້, ກໍໃຫ້ຄຳໝັ້ນສັນ ຍາວ່າລັດຖະບານ ແລະ ປະຊາຊົນ ລາວ ຈະນຳໃຊ້ໂຄງການຊ່ວຍເຫລືອ ຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດ ເພື່ອ ເຮັດໃຫ້ການພັດທະນາຊັບພະຍາ ກອນມະນຸດຂອງ ສປປ ລາວ ມີຄຸນ ນະພາບສູງຂຶ້ນ ແລະ ສືບຕໍ່ປະກອບ ສ່ວນສໍາຄັນໃນການພັດທະນາ ສປປ ລາວ ໃຫ້ມີຄວາມຈະເລີນກ້າວໜ້າ ຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອເພື່ອພັດທະນາຊັບພະ ຍາກອນມະນຸດຂອງ ສປປ ລາວ ຕື່ມ ອີກໃນຕໍ່ໜ້າ. ໃນຂະນະດຽວກັນ, ທ່ານທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງ ຄວາມໝາຍໝັ້ນທີ່ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດລະ ຫວ່າງສອງປະເທດ ຍີ່ປຸ່ນ-ລາວ ໃຫ້ ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ຂ່າວ:ວຽງສະຫວັນ, ພາບ:ເກດສະໜາ ເຜົ່າຈ້ວງກວາງຊີ ໄດ້ກິດຈະກໍາ “ຊາ ສູ່ຄວາມປອງດອງ” ແລະ ງານພົບ ປະແລກປ່ຽນ “ກວາງຊີ ທີ່ສະຫງ່າ ງາມ” ຮອບພິເສດເປີດໃຫ້ມວນຊົນ ຊາວນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດເຂົ້າຊົມໃນວັນທີ 20 ພຶດສະພາ 2023 ຜ່ານມາ, ທີ່ສູນວັດທະນະ ທໍາຈີນ ປະຈໍາລາວ. ພາຍໃນງານຜູ້ເຂົ້າຮ່ວມໄດ້ສໍາ ຜັດກັບວັດທະນະທໍາທີ່ງົດງາມຂອງ ສປ ຈີນ ໂດຍຜ່ານກິດຈະກຳ “ຊາ ສູ່ຄວາມປອງດອງ” ໂດຍມີທ່ານ ສືຫລູເຟີຍ ແລະ ທ່ານ ໂຈວ ຫລີ ເຫວີຍ ຕົວແທນຜູ້ສືບທອດມໍລະ ດົກວັດທະນະທໍາ ນາມມະທໍາຂັ້ນ ແຂວງຂອງປະເທດຈີນ ສາຂາຮີດ ຄອງປະເພນີຊານໍ້າມັນເຜົ່າຢ້າວມາ ສາທິດເຕັກນິກການຊົງຊາລິ້ວປາວ ແລະ ປະເພນີຊານໍ້າມັນຂອງເຜົ່າ ຢ້າວ. ພ້ອມນີ້ກໍໄດ້ຮັບຊົມການສະ ແດງສິລະປະຊາ ແລະ ຊີມລົດຊາດ ຂອງຊາໄປພ້ອມໆກັນ, ຖືເປັນກິດ ຈະກໍາທີ່ງົດງາມໄດ້ຮັບການຕອບ ຮັບເປັນຢ່າງດີຈາກຜູ້ຊົມ. ຫລັງຈາກ ໄດ້ສໍາຜັດກັບສິລະປະ ແລະ ຮີດຄອງ ປະເພນີການຊົງຊາ, ມວນຊົນຕ່າງໆ ກໍໄດ້ຮ່ວມກັນສະແດງຄວາມຄິດ ຄວາມເຫັນ, ຂຽນຄວາມຮູ້ສຶກ ຄວາມປະທັບໃຈ ແລະ ຄວາມມັກຮັກ ທີ່ມີຕໍ່ຊາ ໄປຕິດໃສ່ໃນກະດານກິດ ຈະກຳ. ນອກຈາກການສະແດງສິ ລະປະຊົງຊາ ຍັງມີກິດຈະກຳການ ວາງສະແດງຜະລິດຕະພັນສ້າງສັນ ດ້ານວັດທະນະທໍາ, ການວາງສະ ແດງປຶ້ມກວາງຊີ ແລະ ດົນຕີກວາງຊີ ທີ່ສະຫງ່າງາມ. ຜ່ານກິດຈະກໍາດັ່ງ ກ່າວຜູ້ຊົມ ໄດ້ຮູ້ຈັກກັບວັດທະນະ ທຳ, ປະຫວັດສາດທີ່ຍາວນານຂອງ ປະເທດຈີນຫລາຍຂຶ້ນ, ຊື່ນຊົມອະ ລິຍະທໍາທ້ອງຖິ່ນທີ່ມີເອກະລັກສະ ເພາະຂອງເຜົ່າຈ້ວງກວາງຊີ. ທ່ານ ໂຈວ ຫລີເຫວີຍ ໃຫ້ຮູ້ວ່າ: ຮີດຄອງປະເພນີຊານໍ້າມັນເຜົ່າຢ້າວ ເປັນຮີດຄອງດ້ານອາຫານທີ່ສ້າງ ຂຶ້ນ ເພື່ອຕອບໂຕ້ກັບດິນຟ້າອາກາດ ທີ່ມີຄວາມຊຸ່ມຊື່ນ, ມີໝອກໜາ ແລະ ມີອຸນຫະພູມທີ່່ປ່ຽນແປງຜິດປົກກະ ຕິໃນເຂດພູດອຍ ຢູ່ພາກໃຕ້ຂອງ ປະເທດຈີນ ເຊິ່ງໄດ້ກໍາເນີດຂຶ້ນໃນ ສະໄໝລາຊະວົງຖັງ ໃນປີ (618907). ປັດຈຸບັນກາຍເປັນຮູບແບບ ພົວພັນທາງສັງຄົມອັນສໍາຄັນຂອງ ເຜົ່າຢ້າວ, ກາຍເປັນຂັ້ນຕອນສໍາຄັນ ໃນການຈັດພິທີແຕ່ງງານ ແລະ ພິທີ ມ້ຽນຄາບອາບສົງກາຍເປັນກິລິຍາ ສູງທີ່ສຸດ ໃນການຕ້ອນຮັບແຂກທີ່ມີ ກຽດ. ຊານໍ້າມັນຂອງເຜົ່າຢ້າວ ແມ່ນ ການເອົາໃບຊານໍ້າມັນ, ຂີງສົດ, ຜັກ ທຽມ ແລະ ວັດຖຸດິບອື່ນໆມາປະ ສົມປະສານກັນໃສ່ໝໍ້ເຫລັກແລ້ວທຸບ ຊໍ້າໆ ຫລັງຈາກນັ້ນຕົ້ມດ້ວຍນໍ້າຮ້ອນ ເປັນອັນສິ້ນສຸດການຕົ້ມຊາ. ສໍາລັບ ຊານໍ້າມັນທີ່ຕົ້ມອອກມານັ້ນຈະມີສີ ເຫລືອງ, ລົດຊາດເຂັ້ມຂຸ້ນ, ມີຊັບພະ ຄຸນຊ່ວຍຍ່ອຍອາຫານ, ບໍາລຸງຮ່າງ ກາຍ, ດັບຮ້ອນດັບໜາວ, ຫລຸດ ຄວາມຊຸ່ມ ແລະ ກັນແມງໄມ້. ຂ່າວ: ກິດຕາ ກັນຄວາມສະຫງົບ ແລະ ກະຊວງ ປ້ອງກັນປະເທດເຂົ້າຮ່ວມ. ໃນວາລະກອງປະຊຸມໄດ້ຮັບຟັງ ລາຍງານການສົ່ງເອກະສານສະ ເໜີຂໍໃຫ້ອະໄພຍະໂທດ ປະຈຳປີ 2023 ຂອງກະຊວງ, ແຂວງ-ນະ ຄອນຫລວງ ແລະ ຜ່ານຂໍ້ຕົກລົງແບ່ງ ຄວາມຮັບຜິດຊອບຂອງກອງເລຂາ ຄະນະກຳມະການອະໄພຍະໂທດລະ ດັບຊາດ; ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະ ກອບຄວາມເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງເພື່ອ ເຮັດໃຫ້ວຽກງານດັ່ງກ່າວໄດ້ບັນລຸ ໄປຕາມແຜນການ ແລະ ລະດັບຄາດ ໝາຍທີ່ວາງໄວ້. ໃນໂອກາດດັ່ງກ່າວ ທ່ານ ບຸນທັນ ບຸນທະວິໄລ ປະທານກອງປະຊຸມໄດ້ ສະຫລຸບສັງລວມບັນຫາທີ່ຍົກຂຶ້ນ ແລະ ບັນດາຄວາມເຫັນຕ່າງໆ, ພ້ອມ ທັງເນັ້ນໃຫ້ບັນດາທ່ານໃນຄະນະ ກອງເລຂາຄະນະກຳມະການອະໄພ ຍະໂທດລະດັບຊາດ ເອົາໃຈໃສ່ເພີ່ມ ທະວີຍົກສູງຄວາມຮັບຜິດຊອບໃນ ການປະຕິບັດໜ້າທີ່ວຽກງານຕາມ ການແບ່ງຄວາມຮັບຜິດຊອບໃນ ການຄົ້ນຄວ້າໃຫ້ຖືກຕ້ອງ ແລະ ຄົບ ຖ້ວນ ໃຫ້ທັນຕາມກຳນົດເວລາ, ຮັບ ປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິ ທໍາ ແລະ ກວດສອບໄດ້. ຂ່າວ ອອປສ
RkJQdWJsaXNoZXIy MTc3MTYxMQ==