gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 23/05/2023 xtgmf]k; 4 3]d c]t gsfdko xtgmf goxko shv'dkowvptdkoxt-k-qog0f II xtg,ou zoq dkoxt8[y fa ;Pd'koIv[fkh o slop gzupczj;Pd'kod;fdk c]t ,6og-Nv;aole7ao0v'-kf{lkdqo ,v[{Ia[vaf4ymtskovklklt\ad c]t -jP;-kos;Pfok, da[7noxtgmf ຂປລ. ກອງປະຊຸມປະເມີນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຮອບດ້ານ ຂອງຫ້ອງການອົງການ ໄອຍະການປະຊາຊົນເຂດ II ປະຈຳ ເມືອງປາກງື່ມ ນະຄອນຫລວງວຽງ ຈັນ ຈັດຂຶ້ນເມື່ອບໍ່ດົນມານີ້, ນັບແຕ່ ມື້ສ້າງຕັ້ງເຖິງປັດຈຸບັນເຊິ່ງສະແດງ ໃຫ້ເຫັນເຖິງດ້ານດີ, ຜົນສໍາເລັດ, ຂໍ້ສະດວກ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນ ໄດ້ ແລະ ໄດ້ກໍານົດທິດທາງວຽກ ງານຈຸດສຸມໃນຕໍ່ໜ້າ. ກອງປະຊຸມຈັດຂຶ້ນ ໂດຍການ ເປັນປະທານຮ່ວມຂອງ ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງ-ເມືອງ ປາກງື່ມ ແລະ ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການ ດຳເນີນຄະດີອາຍາ ອົງການໄອຍະ ການປະຊາຊົນສູງສຸດ, ມີຮອງຫົວ ໜ້າກົມຈັດຕັ້ງ-ພະນັກງານ, ຮອງ ຫົວໜ້າກົມກວດກາ, ຮອງຫົວໜ້າ ຫ້ອງການ ແລະ ຫົວໜ້າພະແນກທີ່ ກ່ຽວຂ້ອງ ຂອງອົງການໄອຍະການ ປະຊາຊົນສູງສຸດ, ຮອງຫົວໜ້າອົງ ການໄອຍະການປະຊາຊົນນະຄອນ ຫລວງວຽງຈັນ, ອົງການໄອຍະ ການປະຊາຊົນເຂດ II, ສານປະຊາ ຊົນເຂດ II ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ພ້ອມທັງໄດ້ປ່ອນ ບັດທາບທາມ ເພື່ອປະເມີນຜົນການ ຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຫ້ອງການອົງການໄອຍະການ ປະຊາຊົນເຂດ II ປະຈໍາເມືອງປາກ ງື່ມ ໃນໄລຍະຜ່ານມານັບແຕ່ມື້ສ້າງ ຕັ້ງເຖິງປັດຈຸບັນ. ບົດຮຽນທີ່ໄດ້ຮັບຈາກການປະ ເມີນໃນຄັ້ງນີ້, ຈະເປັນພື້ນຖານສຳ ຄັນ ໃນການຄົ້ນຄວ້າ, ສ້າງປະຖົມ ປັດໄຈ ແລະ ຄວາມພ້ອມໃນດ້ານ ຕ່າງໆ ເພື່ອສ້າງຕັ້ງອົງການໄອຍະ ການປະຊາຊົນເມືອງປາກງື່ມ ຫລື ສ້າງຕັ້ງເປັນອົງການໄອຍະການ ປະຊາຊົນເຂດ V ຂອງນະຄອນ ຫລວງວຽງຈັນ ໃນເວລາມີການປະ ກາດສ້າງເມືອງໃໝ່ໃນນະຄອນ ຫລວງວຽງຈັນ ແລະ ຈະເປັນບົດ ຮຽນໃຫ້ແກ່ການຄົ້ນຄວ້າ, ປັບປຸງ ການຈັດຕັ້ງ ຂອງລະບົບອົງການໄອ ຍະການປະຊາຊົນຂັ້ນທ້ອງຖິ່ນໃນ ຕໍ່ໜ້າ ອີກດ້ວຍ. ໂອກາດດັ່ງກ່າວນີ້, ທ່ານ ອ່ອນຈັນ ມະນີວັນ ໄດ້ຕາງໜ້າໃຫ້ອົງ ການໄອຍະການປະຊາຊົນສູງສຸດ ມອບປຶ້ມປະມວນກົດຫມາຍອາຍາ ແລະ ກົດໝາຍວ່າດ້ວຍການດໍາ ເນີນຄະດີອາຍາ ຈໍານວນໜຶ່ງໃຫ້ ແກ່ອົງການປົກຄອງເມືອງປາກງື່ມ ແລະ ກ່າວຮັບໂດຍ ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ. ຂ່າວ: ສັກ ອອປສ ຂປລ. ໃນວັນທີ 19 ພຶດສະພາ 2023 ຜ່ານມານີ້, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານວຽກງານ ກວດກາ, ມູນເຊື້ອວັນສຳຄັນຕ່າງໆ ຂອງຊາດ ແລະ ສາກົນ ໃຫ້ສະ ມາຊິກພັກ-ພະນັກງານ ຫສນຍ ໂດຍ ເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີຮອງລັດຖະມົນຕີ, ຮອງ ຫົວໜ້າ ຫສນຍ, ອະດີດການນຳ, ສະມາຊິກພັກ, ພະນັກງານ-ລັດຖະ ກອນທົ່ວ ຫສນຍ ເຂົ້າຮ່ວມ. ເນື້ອໃນທີ່ນຳມາເຜີຍແຜ່ເຊື່ອມ ຊຶມ ໃນຄັ້ງນີ້ ປະກອບມີ: ບົດສະຫລຸບ ຫຍໍ້ວຽກງານກວດກາທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນ ການສູ້ຊົນ ປະຈຳປີ 2023 ຂອງຄະ ນະກວດກາສູນກາງພັກ ແລະ ອົງ ການກວດກາແຫ່ງລັດ; ບົດສະ ຫລຸບການຈັດຕັ້ງປະຕິບັດວຽກງານ ກວດກາ ປະຈຳປີ 2022 ແລະ ທິດ ທາງແຜນການ ປະຈຳປີ 2023 ຂອງ ຫສນຍ; ບົດໂອ້ລົມຂອງປະທານ ຄະນະກວດກາສູນກາງພັກ, ປະທານ ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງຕໍ່ກອງປະ ຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2022; ເອກະສານວັນ ກຳມະກອນສາກົນ ຄົບຮອບ 137 ປີ (1/5/1886 - 1/5/2023); ເອກະ ສານມູນເຊື້ອວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນຄົບ ຮອບ 64 ປີ (18/5/1959 18/5/ 2023); ເອກະສານມູນເຊື້ອວັນວິ ລະກຳອອກຈາກຄຸກຢ່າງມະຫັດສະ ຈັນ ຂອງບັນດາຜູ້ນຳແນວລາວຮັກ ຊາດ ຄົບຮອບ 63 ປີ(24/5/ 196024/5/2023), ທັງນີ້ ກໍເພື່ອເຮັດ ໃຫ້ສະມາຊິກພັກ-ພະນັກງານທົ່ວ ຫສນຍ ມີຄວາມຮັບຮູ້ເຂົ້າໃຈຢ່າງ ຖືກຕ້ອງ ແລະ ເປັນເອກະພາບຕໍ່ເນື້ອ ໃນກໍຄືເອກະສານທີ່ໄດ້ນຳມາເຜີຍ ແຜ່ເຊື່ອຊຶມໃນຄັ້ງນີ້, ທັງສາມາດ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນ ວຽກງານ ແລະ ການດຳລົງຊີວິດ ຕົວຈິງໃຫ້ເກີດດອກອອກຜົນ ເພື່ອ ຍົກສູງທັດສະນະຫລັກໝັ້ນ, ຄຸນທາດ ການເມືອງຂອງສະມາຊິກພັກພະນັກງານໃຫ້ສືບຕໍ່ມີຄວາມໜັກ ແໜ້ນ, ເຂັ້ມແຂງ, ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ມີແບບແຜນດຳ ລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມສາມັກຄີພາຍໃນເປັນເອກະ ພາບ, ເປັນກ້ອນກຳລັງແຮງປະກອບ ສ່ວນປະຕິບັດພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ມັ່ງຄັ່ງເຂັ້ມແຂງ. ພາຍຫລັງສຳເລັດການເຜີຍແຜ່ ເຊື່ອມຊຶມບັນດາເອກະສານກໍຄື ເນື້ອ ໃນສຳຄັນດັ່ງກ່າວ, ກອງປະຊຸມຍັງ ໄດ້ຮັບກຽດ ຈາກທ່ານ ບຸນຕຽມ ພິດສະໄໝ ອະດີດລັດຖະມົນຕີປະ ຈຳສຳນັກງານນາຍົກລັດຖະມົນ ຕີມາເລົ່າປະສົບການຕົວຈິງ ເຊິ່ງເປັນ ການປະກອບສ່ວນເຂົ້າໃນການ ຫວນຄືນມູນເຊື້ອວັນຜ່າວົງປິດລ້ອມ ຂປລ. ວັນທີ 19 ພຶດສະພາ 2023 ຜ່ານມາ, ທີ່ກອງບັນຊາການທະ ຫານນະຄອນຫລວງວຽງຈັນໄດ້ຈັດ ພິທີມອບ-ຮັບ ແລະ ຈັດສົ່ງອັດຖິທະ ຫານອາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະລະຊີວິດໃນ ສະໄໝສົງຄາມຢູ່ດິນແດນນະຄອນ ຫລວງວຽງຈັນ ກັບຄືນສູ່ປະເທດ 1 ອັດຖິ ໂດຍມີ ສະຫາຍ ພົນຈັດຕະ ວາ ສີພອນ ຈັນສົມວົງ ຫົວໜ້າຄະ ນະປະຕິບັດງານພິເສດນະຄອນ ຫລວງວຽງຈັນ, ທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະ ການສະພາປະຊາຊົນແຂວງຮ່າຕິ້ງ, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຫລວງວຽງຈັນ, ມີຄະນະປະຕິບັດ ງານພິເສດທັງສອງຝ່າຍ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ພາກສ່ວນຕ່າງໆກໍໄດ້ ເຂົ້າວາງພວງມາລາ ປະກອບມີ: ຄະນະປະຕິບັດງານພິເສດນະຄອນ ຫລວງວຽງຈັນ, ຄະນະປະຕິບັດ ງານພິເສດແຂວງຮ່າຕິ້ງ, ຫ້ອງການ ທີ່ປຶກສາທູດທະຫານ ຫວຽດນາມ ປະຈໍາລາວ, ກອງບັນຊາການທະ ຫານນະຄອນຫລວງວຽງຈັນ, ກອງ ບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ, ສະຫະພັນ ນັກຮົບເກົ່ານະຄອນຫລວງວຽງຈັນ, ພະແນກແຮງງານ-ສະຫວັດດີການ ສັງຄົມ ນະຄອນຫລວງວຽງຈັນ, ກອງບັນຊາການທະຫານເມືອງໄຊ ທານີ ແລະ ກອງບັນຊາການທະ ຫານທະຫານເມືອງສີໂຄດຕະບອງ ເພື່ອເປັນການສະແດງເຖິງຄວາມ *ປະເທດເນປານ (Nepal) ຫລື ຊື່ທາງການວ່າ ສະຫະພັນສາທາ ລະນະລັດ ປະຊາທິປະໄຕ ເນປານ (Federal Democratic Republic of Nepal) ມີນະຄອນ ຫລວງຊື່ວ່າ: ກັດມັນດູ (Kathmandu). ເນປານ ເປັນປະເທດທີ່ບໍ່ມີທາງ ອອກສູ່ທະເລໃນອາຊີໃຕ້, ມີເນື້ອທີ່ 147.000 ກວ່າກິໂລຕາແມັດ ແລະ ປະຊາກອນປະມານ 30 ລ້ານກວ່າ ຄົນ (ໃນປີ 2021), ຕັ້ງຢູ່ພູຫິມະ ໄລ, ທິດເໜືອຕິດກັບຈີນ, ທິດໃຕ້ ທາງພາກຕາເວັນອອກ ແລະ ຕາ ເວັນຕົກຕິດກັບ ອິນເດຍ. ປະຊາຊົນ ສ່ວນໃຫຍ່ນັບຖືສາສະໜາຮິນດູ ໂດຍ: ດາວັນ 86%, ພຸດ 7,8% ແລະ ອື່ນໆ 7%; ໃຊ້ພາສາເນປາລີ ເປັນພາສາທາງ ການ ແລະ ໃຊ້ສະກຸນເງິນເນປານ ຣູປີ. ສ່ວນວັນຊາດ ແມ່ນວັນທີ 28 ພຶດສະພາ 2008. ເນປານ ແລະ ສປປ ລາວ ໄດ້ສ້າງ ຕັ້ງສາຍພົວພັນທາງການທູດຮ່ວມ ກັນ ເມື່ອວັນທີ 20.05.1970 ເປັນ ຕົ້ນມາ, ຫລັງຈາກນັ້ນທັງສອງປະ ເທດກໍ່ໄດ້ຮ່ວມມືກັນພັດທະນາເສີມ ສ້າງສາຍພົວພັນ ໃຫ້ນັບມື້ແຕກ ດອກອອກຜົນຂຶ້ນເລື້ອຍໆ. ສຳລັບດ້ານເສດຖະກິດມີພື້ນທີ່ ກະສິກຳພຽງແຕ່ 17%, ພືດທີ່ສຳຄັນ ໄດ້ແກ່: ເຂົ້າ, ສາລີ, ເຂົ້າບາເລ ແລະ ພື້ນທີ່ 2/3 ປົກຄຸມດ້ວຍປ່າໄມ້, ລວມ ຍອດຜະລິດຕະພັນພາຍໃນ(GDP) ລວມມີ 36,29 ຕື້ໂດລາສະ ຫະ ລັດ(ໃນປີ 2021), ຄ່າສະເລ່ຍຕໍ່ຫົວ ຄົນ 1.200 ກວ່າໂດລາສະຫະລັດ ຕໍ່ ປີ, ອັດຕາການຈະເລີນເຕີບໂຕທາງ ເສດຖະກິດ 4,2% ຕໍ່ປີ. ມູນຄ່າການ ສົ່ງອອກສິນຄ້າ ລວມມີ 818,7 ລ້ານໂດລາສະຫະລັດ ເຊັ່ນ: ເສື້ອ ຜ້າສຳເລັດຮູບ, ຜະລິດຕະພັນຈາກ ໜັງສັດ, ທັນຍາພືດ, ນໍ້າໝາກໄມ້ ແລະ ແຜ່ນແພ; ມູນຄ່າການນຳເຂົ້າ 11.030 ລ້ານໂດລາສະຫະລັດ ເປັນ ຕົ້ນ ຜະລິດຕະພັນຈາກປິໂຕຣ ລ່ຽມ, ເຄື່ອງຈັກ ແລະ ສ່ວນປະກອບ, ຄຳ, ເຄື່ອງກົນຈັກ ແລະ ອື່ນໆ. ສ່ວນປະເທດຄູ່ການຄ້າທີ່ສຳຄັນຄື: ອິນເດຍ, ຈີນ ແລະ ສ.ອາເມລິກາ ຕາມລຳດັບ. ນອກຈາກນັ້ນ ເນປານ ຍັງມີທຳ ມະຊາດ ອັນສວຍງາມຈົນກາຍເປັນ ແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ຫລາຍ ແຫ່ງ ເປັນຕົ້ນແມ່ນ ນະຄອນຫລວງ ກັດມັນດູ ທີ່ເປັນຈຸດສູນລວມການ ຄ້າ, ຍອດພູ ເອເວີເຣສ, ວັດປະຄຸຖິ ນາດ, ວັດສວຍພູວະນາດ, ພະລາຊະ ວັງກັດມັນດູ, ເມືອງໂພຄາຣາ, ເມືອງ ກັກຕະປູ ແລະ ອື່ນໆ. ຂອງກອງພັນທີ 2 ວິລະຊົນ ແລະ ວັນ ວິລະກຳອອກຈາກຄຸກຢ່າງມະຫັດ ສະຈັນ ຂອງບັນດາຜູ້ນຳແນວລາວ ຮັກຊາດຕື່ມອີກ. ຕອນທ້າຍ, ທ່ານປະທານກອງ ປະຊຸມ ໄດ້ສັງລວມ ແລະ ເນັ້ນໜັກຄືນ ກ່ຽວກັບຄວາມສຳຄັນຂອງເອກະ ສານຕ່າງໆ ທີ່ໄດ້ນຳມາເຜີຍແຜ່ ເຊື່ອມຊຶມລວມທັງວຽກງານກວດ ກາທີ່ ຫສນຍ ໄດ້ສ້າງການຫັນປ່ຽນ ແລະ ຈັດຕັ້ງປະຕິບັດໃນຄັ້ງນີ້. ອັນ ສໍາຄັນ ທ່ານໄດ້ເນັ້ນໜັກໃຫ້ສະມາ ຊິກພັກ-ພະນັກງານທົ່ວ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນສືບຕໍ່ຮັກສາມູນ ເຊື້ອຄວາມເປັນແບບຢ່າງອັນດີ ເພື່ອ ຍົກສູງຄຸນຄ່າ ແລະ ຄຸນນະພາບຂອງ ສະມາຊິກພັກ-ພະນັກງານ ກໍຄື ວຽກ ງານ ໃຫ້ສູງຂຶ້ນເປັນກ້າວໆ; ປັບປຸງ ແບບແຜນວິທີເຮັດວຽກ ແລະ ແບບ ແຜນການດຳລົງຊີວິດ ໃຫ້ມີວິທະ ຍາສາດ ແລະ ແທດຕົວຈິງກວ່າ ເກົ່າ; ພ້ອມກັນຕັດສິນໃຈສ້າງການ ຫັນປ່ຽນຢ່າງແຂງແຮງໃນ 3 ດ້ານ ຄື: (ຫັນປ່ຽນຈາກແນວຄິດລໍຖ້າໄປ ສູ່ຄວາມເປັນເຈົ້າການ ແລະ ປະດິດ ສ້າງ; ຫັນຈາກການເຮັດວຽກບໍ່ມີ ຈຸດສຸມບໍ່ມີແບບແຜນບໍ່ມີຄາດໝາຍ ໄປສູ່ວິທະຍາສາດ ທີ່ມີຈຸດສຸມມີ ແບບແຜນມີຄາດໝາຍ ແລະ ຫັນ ຈາກກົນໄກທີ່ອືດອາດຊັກຊ້າຫລາຍ ຂັ້ນຫລາຍຂອດໄປສູ່ກົນໄກທີ່ໂລ່ງ ລ່ຽນ, ວ່ອງໄວ ແລະ ທັນການ) ເພື່ອຮັບປະກັນໃຫ້ແກ່ການບໍລິການ ຮັບໃຊ້ການນຳ ແລະ ປະຊາຊົນມີ ປະສິດທິພາບ ແລະ ໄດ້ຮັບປະສິດທິ ຜົນສູງ. ພາບ: ອ່າຍຄຳ ກະຕັນຍູຮູ້ບຸນຄຸນຕໍ່ຜົນງານຄຸນ ງາມຄວາມດີຂອງບັນດາສະຫາຍ ນັກຮົບວິລະຊົນ, ທະຫານອາສາສະ ໝັກ ແລະ ຊ່ຽວຊານຫວຽດນາມ ທີ່ ເສຍສະລະຊີວິດ ເພື່ອພາລະກິດອັນ ສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ ເຢັນເປັນສຸກຂອງປະຊາຊົນລາວ ກໍຄືການປະຕິບັດໜ້າທີ່ດ້ວຍນໍ້າໃຈ ສາກົນກຳມະຊີບອັນສູງສົ່ງຂອງ ບັນດາສະຫາຍນັກຮົບວິລະຊົນ, ທະ ຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ມາປະຕິບັດໜ້າທີ່ຢູ່ ລາວໃນປາງສົງຄາມ. ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກ ຊ່ວຍຈໍາລະຫວ່າງ 2 ຄະນະ ປະຕິບັດ ງານພິເສດລາວ-ຫວຽດນາມ ກ່ຽວ ກັບການຊອກຫາ ແລະ ຂຸດຄົ້ນອັດ ຖິທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍຊີວິດໃນ ປາສົງຄາມຢູ່ລາວ ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ໂດຍໄດ້ ປະສານງານກັນແໜ້ນລະຫວ່າງ ຄະນະປະຕິບັດງານພິເສດຂອງທະ ຫານນະຄອນຫລວງວຽງຈັນ ກັບ ຄະນະປະຕິບັດງານພິເສດແຂວງ ຮ່າຕິ້ງ ເລີ່ມມາແຕ່ປີ 2000 ເຖິງ ປີ 2022 ສາມາດຂຸດຄົ້ນໄດ້127 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ, ສະເພາະປີ 2023 ນີ້, ໜ່ວຍງານ ຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມືປະຕິ ບັດນັບແຕ່ເດືອນມີນາຫາເດືອນ ເມສາສາມາດຂຸດຄົ້ນ ໄດ້ຕົວຈິງ 1 ອັດຖິ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໂອກາດນີ້ ສະຫາຍ ພົນຈັດ ຕະວາ ສີພອນ ຈັນສົມວົງ ຫົວໜ້າຄະ ນະປະຕິບັດງານພິເສດ ນະຄອນ ຫລວງວຽງຈັນ ແລະ ທ່ານ ຫງວຽນ ຮົງລິ່ງ ຮອງປະທານຄະນະກຳມະ ການສະພາປະຊາຊົນແຂວງຮ່າຕິ້ງ ກໍໄດ້ລົງນາມເຊັນສັນຍາມອບ-ຮັບ ເຊິ່ງກັນ ແລະ ກັນ ໂດຍມີການນໍາທັງ ສອງຝ່າຍ ແລະ ພາກສວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂິພິຍານ ແລະ ໄດ້ ຈັດສົ່ງອັດຖິຂອງທະຫານອາສາສະ ໝັກກັບຄືນປະເທດຢ່າງສົມກຽດ. ຂ່າວ: ແສງດາລາ ໄຊຍະລາດ
RkJQdWJsaXNoZXIy MTc3MTYxMQ==