5597

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 11/04/2023 xtgmf]k; 4 3]d c]t gsfdko ຕໍ່າກສະ—ັ—ກ່ອນ ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ltskp dy , vy o -5 ' xtmkoxtgmf 8ts]vfdko0v' lxx gdq ks]u dq ,rklu lts]5 [;Pdlk,vq 'dko9a f8A ',tsk-q o c]t gxu f0t[;oc0j '0a oIa d-kf c]t ra fmtok leg]a f[A o/b dvq [Iq ,my fltfu dkog,n v'{dkoxq d7v'w]ptlA o ໃນຫລາຍທົດສະວັດທີ່ຜ່ານມາ, ສະຫາຍກິມເຈິງອິນຜູ້ນຳທີ່ຍິ່ງໃຫຍ່ ໄດ້ຈັດຕັ້ງປະຕິບັດພາລະກິດຄັ້ງປະ ຫວັດສາດເພື່ອເຮັດໃຫ້ທົ່ວສັງຄົມ ປະກອບດ້ວຍແນວຄິດການປະຕິ ວັດຂອງສະຫາຍ ກິມ ອິນ ຊຸງ ຜູ້ນໍາ ທີ່ຍິ່ງໃຫຍ່ ແລະ ເພີ່ນໄດ້ປົກປັກຮັກ ສາປະເທດຊາດ ແລະ ໂຊກຊະຕະ ກຳຂອງປະຊາຊົນດ້ວຍແນວຄິດ ເຊີນກຸນ (ແນວຄິດວ່າດ້ວຍການໃຫ້ ບຸລິມາສິດແກ່ວຽກງານທະຫານ) ແລະ ສ້າງພື້ນຖານອັນໜັກແໜ້ນ ເພື່ອສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນ ຮຸ່ງເຮືອງ. ໃນໄລຍະເວລາ10 ປາຍປີຜ່ານ ມາພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫ່ຍເຖິງແກ່ມໍລະນະກຳ ແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ເຄົາ ລົບຮັກແພງໄດ້ນຳພາການປະຕິວັດ ເກົາຫລື ແລະ ສ້າງຄຸນງາມຄວາມດີ ອັນຍິ່ງໃຫຍ່ຢ່າງແທ້ຈິງ. ພາຍໃຕ້ການຊີ້ນຳໆພາອັນສະ ຫລາດສ່ອງໃສຂອງສະຫາຍ ກິມ ເຈິງອຸນ,ຄວາມສາມາດການນຳພາ ແລະຄວາມສາມາດການສູ້ຊົນຂອງ ພັກແຮງງານເກົາຫລີ ໄດ້ຮັບການ ເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງ ອັນໃໝ່ແຫ່ງການກໍ່ສ້າງສັງຄົມນິ ຍົມໄດ້ເປີດກວ້າງ. ໃນປັດຈຸບັນ, ປະ ຊາຊົນ ສປປ ເກົາຫລີ ຍົກສູງມະ ຕິກອງປະຊຸມຄົບຄະນະ ຄັ້ງທີ 6, ຄັ້ງທີ 7 ຂອງຄະນະບໍລິຫານງານ ສູນກາງພັກແຮງງານເກົາຫລີ ຊຸດ ທີ 8 ແລະ ດໍາເນີນການສູ້ຊົນຢ່າງມີ ຂະບວນຟົດຟື້ນ ເພື່ອສ້າງຄວາມຮັບ ປະກັນອັນຕັດສິນໃຫ້ແກ່ການຈັດ ຕັ້ງປະຕິບັດແຜນການໄລຍະ 5 ປີ ໃຫ້ສຳເລັດຜົນ ໂດຍສືບຕໍ່ເສີມຂະ ຫຍາຍຂະບວນການສູ້ຊົນຂອງທົ່ວ ປວງຊົນຢ່າງກ້ວາງຂວາງເພື່ອເປີດ ໄລຍະໃໝ່ໃນການກໍ່ສ້າງສັງຄົມ ນິຍົມ. ກຳລັງແຮງຂອງຊາດໄດ້ຮັບ ການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາໄດ້ຢືນ ຢູ່ແຖວໜ້າຂອງປະເທດທີ່ມີຄວາມ ເຂັ້ມແຂງທາງດ້ານທະຫານທີ່ບໍ່ມີ ໃຜສາມາດຮຸກຮານ ແລະ ພາລະບົດ ບາດຂອງ ສປປ ເກົາຫລີ ນັບມື້ນັບ ສູງເດັ່ນຂຶ້ນກວ່າເກົ່າໃນເວທີພາກ ພື້ນແລະສາກົນ, ໂດຍສະເພາະສາຍ ພົວພັນມິດຕະພາບ ແລະ ຄວາມສາ ມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມໄດ້ຮັບ ການເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຢືນຢັນການປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ຢູ່ແຫລມເກົາ ຫລີ ຢ່າງໝັ້ນຄົງ. ຍ້ອນມີສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານ ເກົາຫລີ, ປະທານກິດຈະການແຫ່ງ ລັດແຫ່ງສາທາລະນະລັດປະຊາຊົນ ປະຊາທິປະໄຕ ເກົາຫລີ, ຄຸນງາມ ຄວາມດີອັນຍິ່ງໃຫຍ່ຂອງສະຫາຍ ກິມ ອິນ ເຊິງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປ ແລະ ແຜນການກໍ່ສ້າງສັງຄົມນິຍົມທີ່ຮັ່ງ ມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຂອງເພີ່ນຈະໄດ້ຮັບການປະຕິບັດ ຢ່າງແນ່ນອນ. ຂປລ. ສານປະຊາຊົນສູງສຸດ ປິດບັ້ນຝຶກອົບຮົມທິດສະດີການ ເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ 7* ປະຈຳປີ 2023 ໃຫ້ ແກ່ພະນັກງານຫລັກແຫລ່ງຂອງ ສານປະຊາຊົນ, ອົງການກວດສອບ ແຫ່ງລັດ ແລະ ກະຊວງການເງິນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ປະທານ ສານປະຊາຊົນສູງສຸດ, ມີທ່ານ ນາງ ບຸນມີ ຈູນລະຈັກ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ພ້ອມດ້ວຍນັກຝຶກ ອົບຮົມເຂົ້າຮ່ວມ. ທ່ານ ກັ້ງ ເຕັມສົມບັດ ຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເລັ່ງໃສ່ ຍົກລະດັບຄວາມຮູ້ທາງດ້ານທິດສະ ດີການເມືອງ-ການປົກຄອງໃຫ້ແກ່ ພະນັກງານຂອງສານປະຊາຊົນໃນ ຂອບເຂດທົ່ວປະເທດໃຫ້ມີຄຸນ ທາດ ການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມເຂົ້າໃຈແລະ ເຊື່ອມຊຶມຕໍ່ແນວ ທາງຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມຂອງລັດ, ເຫັນໄດ້ ມູນເຊື້ອການນໍາພາ-ຊີ້ນໍາ ຂອງພັກ, ມີທັດສະນະຫລັກໝັ້ນ, ສາມາດກໍາ ໄດ້ທິດສະດີມາກ-ເລນິນ, ມີຄຸນສົມ ບັດສິນທໍາປະຕິວັດ, ມີຈັນຍາບັນຈັນຍາທໍາ ເພື່ອນໍາເອົາທິດສະດີທີ່ ໄດ້ຮຽນໄປຜັນຂະຫຍາຍ ແລະ ໝູນ ໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີ ໝາກຜົນໃນຕໍ່ໜ້າ. ສໍາລັບ ເນື້ອໃນການຝຶກອົບຮົມ ແມ່ນປະຕິບັດຕາມຫລັກສູດຂອງ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ຊຶ່ງປະກອບມີ 5 ພາກວິຊາຄື: ພາກວິຊາປັດຊະຍາມີ ທັງໝົດ 6 ບົດ, ພາກວິຊາເສດຖະ ສາດການເມືອງ ມີ 8 ບົດ, ພາກລັດ ທິສັງຄົມນິຍົມວິທະຍາສາດມີ6ບົດ, ພາກວິຊາບໍລິຫານສາດ ມີ 8 ບົດ ແລະ ພາກວິຊາກໍ່ສ້າງພັກ ມີ 5 ບົດ. ນອກນັ້ນ, ຍັງໄດ້ສຸມໃສ່ຍົກສູງຄຸນ ທາດການເມືອງ ໂດຍໄດ້ຈັດການ ປາຖະກະຖາກ່ຽວກັບຈັນຍາບັນຈັນຍາທໍາຂອງພະນັກງານ-ຜູ້ພິພາກ ສາ. ຜ່ານການຝຶກອົບຮົມ, ຜູ້ເຂົ້າ ຮ່ວມສາມາດຮັບຮູ້ໄດ້ເຖິງວິວັດທະ ນາການສັງຄົມ ໃນແຕ່ລະລະບອບ ຂອງການເຕີບໃຫຍ່ຂະຫຍາຍຕົວ, ກຳໄດ້ບັນດາທິດສະດີທີ່ສໍາຄັນ ເຊັ່ນ:2ຫລັກມູນ,3ກົດເກນ,6ຄູ່ມາດ ຕະເກນ ເພື່ອຈະໄດ້ນໍາໄປຜັນຂະ ຂປລ.ກົມພາສີກະຊວງການເງິນ ຈັດກອງປະຊຸມສະຫລຸບວຽກງານ ສາມອົງການຈັດຕັ້ງມະຫາຊົນ ແລະ ເປີດຂະບວນການແຂງຂັນຮັກຊາດ ແລະ ພັດທະນາ ແຕ່ປີ2023-2025 ໃນວັນທີ 6 ເມສາ 2023 ໂດຍການ ເປັນປະທານຂອງ ທ່ານ ພູເຂົາຄຳ ວັນນະວົງໄຊ ເລຂາຄະນະພັກຮາກ ຖານ, ຫົວໜ້າກົມພາສີກະຊວງການ ເງິນ, ມີຮອງຫົວໜ້າກົມພາສີ, ມີ ຜູ້ ຕາງໜ້າຄະນະບໍລິຫານງານຊາວ ໜຸ່ມ, ສະຫະພັນກຳມະບານ, ຄະນະ ບໍລິຫານງານສະຫະພັນແມ່ຍິງກະ ຊວງການເງິນ ແລະ ບັນດາສະຫາຍ ສະມາຊິກພັກສາມອົງການຈັດຕັ້ງ ມະຫາຊົນຂອງກົມພາສີເຂົ້າຮ່ວມ. ເພື່ອເປັນການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດຕິວຽກສາມອົງ ການຈັດຕັ້ງມະຫາຊົນ ໃນປີ 2022 ແລະ ກໍານົດທິດທາງແຜນການປີ 2023, ຍົກໃຫ້ເຫັນຜົນສຳເລັດຂອງ ການຈັດຕັ້ງປະຕິບັດວຽກງານແຕ່ ລະດ້ານ, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງແລະບົດຮຽນທີ່ຖອດຖອນ ໄດ້ໃນການຈັດຕັ້ງປະຕິບັດວຽກ ງານຕົວຈິງ. ສາມອົງການຈັດຕັ້ງມະຫາຊົນ ຂອງກົມພາສີ ແມ່ນອົງການຈັດຕັ້ງ ຫລັກຖານ ແລະ ກົດໝາຍກໍານົດໄວ້ ຈຶ່ງຈະເຮັດໃຫ້ຄູ່ຄວາມຍອມຮັບຕໍ່ ການຕັດສິນ, ພິພາກສາຂອງສານ, ຍອມຮັບ ແລະ ເຊື່ອຖືຕໍ່ສະຖາບັນຕຸ ລາການ; ໃຫ້ເອົາໃຈໃສ່ຖືວຽກງານ ການເມືອງ-ແນວຄິດເປັນສະໜາມ ຮົບແຖວໜ້າອັນດັບໜຶ່ງ; ສືບຕໍ່ຝຶກ ຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ພະນັກງານທີ່ມີຄຸນທາດການເມືອງ ທີ່ໜັກແໜ້ນ, ຄຸນສົມບັດສິນທໍາປະຕິ ວັດ, ເປັນແບບຢ່າງທີ່ດີໃຫ້ແກ່ມະ ຫາຊົນ ແລະ ເຊີດຊູຄວາມເປັນແບບ ຢ່າງໃນການດໍາລົງຊີວິດປອດໃສ ຂາວສະອາດ, ປະຢັດ, ຕ້ານການຟຸມ ເຟືອຍ, ເປັນແບບຢ່າງໃນການປະຕິ ບັດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ; ເອົາໃຈໃສ່ ສຶກສາອົບຮົມ, ຄຸ້ມຄອງຄອບຄົວ, ຍາດຕິພີ່ນ້ອງ ໃຫ້ເປັນແບບຢ່າງໃນ ການດໍາລົງຊີວິດທີ່ກ້າວໜ້າ, ບໍ່ໃຫ້ ເຮັດໃນສິ່ງທີ່ເສຍຫາຍໃນວຽກງານ ອັນລວມ ໄປສູ່ຜົນປະໂຫຍດສ່ວນ ຕົວຄອບຄົວ, ຕ້ານປະກົດການຫຍໍ້ ທໍ້ຕ່າງໆ ໃນການລ່ວງລະເມີດກົດ ໝາຍ; ຕ້ອງຢຶດຖືຈັນຍາບັນ-ຈັນຍາ ທຳ ຢ່າງເຄັ່ງຄັດໂດຍຖືເອົາຈັນຍາ ທຳທາງດ້ານໜ້າທີ່ເປັນຫລັກໃນ ການປະຕິບັດໜ້າທີ່ວຽກງານ, ຖືເອົາ ປະຊາຊົນເປັນໃຈກາງ, ຈິງໃຈຮັບ ໃຊ້ປະຊາຊົນ ປະຕິບັດຕາມຄຳຂວັນ ທີ່ວ່າ: ພັກເຮົາແມ່ນມາຈາກປະຊາ ຊົນໂດຍປະຊາຊົນແລະຮັບໃຊ້ປະຊາ ຊົນຢ່າງບໍລິສຸດໃຈໂດຍບໍ່ມີເງື່ອນ ໄຂໃດໆ. ທີ່ຂຶ້ນກັບຄະນະບໍລິຫານງານຊາວ ໜຸ່ມ ປະຊາຊົນປະຕິວັດລາວກະຊວງ ການເງິນ, ສະຫະພັນແມ່ຍິງກະຊວງ ການເງິນແລະສະຫະພັນກຳມະບານ ກະຊວງການເງິນ, ພາຍໃຕ້ການນຳ ພາ-ຊີ້ນຳ ຂອງຄະນະພັກຮາກຖານ ກົມພາສີ ແລະ ເປັນກຳລັງແຮງປະ ກອບສ່ວນປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງກົມພາສີ, ເປັນ ເຈົ້າການປະຕິບັດໜ້າທີ່ທີ່ໄດ້ຮັບ ມອບໝາຍຢ່າງຕັ້ງໜ້າ, ປະກອບ ສ່ວນໃນການຈັດຕັ້ງປະຕິບັດ 2 ໜ້າ ທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງ ແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງບັນດາກົມ, ທຽມ ເທົ່າກົມ ແລະ ລັດວິສາຫະກິດທີ່ຂຶ້ນ ກັບກະຊວງການເງິນ ສະບັບເລກ ທີ 0662/ກງ, ລົງວັນທີ 6 ມີນາ 2023, ຜ່ານເນື້ອໃນແຜນການຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງ ກົມພາສີ ປີ 2023-2025 ສະ ບັບເລກທີ 9566/ກພສ, ລົງວັນທີ 28 ທັນວາ 2022, ຜ່ານຂໍ້ຕົກລົງ ຂອງກົມພາສີວ່າດ້ວຍການຮັບຮອງ ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດ ທະນາຂອງບັນດາພະແນກການ ຂອງກົມພາສີ ແລະ ຜ່ານເນື້ອໃນຂໍ້ ແຂງຂັນຮັກຊາດ ແລະ ພັດທະນາ ຂອງບັນດາພະແນກ 9 ພະແນກ ຂອງກົມພາສີ ແລະ ຈັບມືແຂ່ງຂັນ ນຳອີກດ້ວຍ. ທັງນີ້, ກໍເພື່ອຈັດຕັ້ງປະ ຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມມະຕິກອງປະຊຸມ ໃຫຍ່ຄັ້ງທີ 9* ຂອງພັກ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ *** ຂອງອົງຄະນະ ພັກກະຊວງການເງິນ ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ 7* ຂອງຄະ ນະພັກຮາກຖານກົມພາສີ, ໂດຍສຸມ ໃສ່ຫັນວຽກງານພາສີໃຫ້ມີການ ຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ ໂດຍຜ່ານໃນ ບັ້ນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງກົມ ພາສີແຕ່ນີ້ຮອດປີ 2025 ຕາມຈຸດ ປະສົງ, ຄາດໝາຍ ແລະ ແຜນວຽກ ຈຸດສຸມທີ່ພວກເຮົາໄດ້ກໍານົດໄວ້. ໂອກາດດຽວກັນ, ຍັງໄດ້ມອບຮັບໃບຢັ້ງຢືນຮັບຮອງໜ່ວຍຊາວ ໜຸ່ມກົມພາສີ ເປັນຊາວໜຸ່ມປະຊາຊົນ ປະຕິວັດ ລາວ 4 ບຸກ, ມອບ- ຮັບໃບ ຍ້ອງຍໍໃຫ້ໜ່ວຍຊາວໜຸ່ມກົມພາສີ, ໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມ ກົມພາສີກະຊວງການເງິນຕື່ມອີກ. ຂ່າວ-ພາບ: ກະຊວງການເງິນ ກົມຕຳຫລວດຈະລາຈອນ... ພືດຜັກບາງຊະນິດ.. ໃນໄລຍະເດືອນເມສາມານີ້ ເປັນເດືອນທີ່ມີການສະເຫລີມສະ ຫລອງບຸນປີໃໝ່ລາວ ພສ 2566 ເຊິ່ງແນ່ນອນວ່າໃນໄລຍະນີ້ບັນຍາ ກາດການຊື້-ຂາຍອາຫານການກິນ ຢູ່ຕາມຕະຫລາດແຫ່ງຕ່າງໆ ຂອງ ປະຊາຊົນກໍມີບັນຍາກາດຟົດຟື້ນ, ຂະ ນະດຽວກັນ ສິນຄ້າປະເພດພືດຜັກ ບາງລາຍການໄດ້ມີການເໜັງຕີງ ຂຶ້ນເລັກໜ້ອຍ. ນັກຂ່າວພວກເຮົາ ໄດ້ໄປຕິດ ຕາມເບິ່່ງລາຄາສິນຄ້າຢູ່ຕະຫລາດ ທົ່ງຂັນຄໍາ ເມືອງຈັນທະບູລີ ແລະ ຕະຫລາດໃນເຂດຊານເມືອງບາງ ແຫ່ງໃນທ້າຍອາທິດຜ່ານມາເຫັນ ວ່າ: ສີນຄ້າປະເພດພືດຜັກມີລາ ຄາສູງຂຶ້ນປະມານ 10-20%, ໂດຍ ສະເພາະພືດຜັກທີ່ມັກນໍາໃຊ້ປະ ກອບອາຫານ ເຊັ່ນ: ຜັກຫອມບົວ 28 . 000-30 . 000 ກີບຕໍ່ກິ ໂລ, ຫອມປ້ອມ 15.000-17.000 ກີບ ຕໍ່ກິໂລ, ຜັກສະຫລັດ12.000 ກີບ ຕໍ່ກິໂລ, ໝາກເຜັດ 50.000 ກີບ ຕໍ່ກິໂລ, ຫອມລາບ 10.00012.000 ກີບຕໍ່ກິໂລ, ຜັກກະລໍ່າ 5 . 000-6 . 000 ກີບຕໍ່ກິໂລ. ສ່ວນເຂົ້າໜຽວລາຄາ 150.000 ກີບຕໍ່ໝື່ນ ແລະ ເຂົ້າຈ້າວລາຄາ 150.000-170.000 ກີບຕໍ່ໝື່ນ ສໍາລັບຊີ້ນງົວລາຄາ 100.000120.000 ກີບຕໍ່ກິໂລ, ສ່ວນຊີ້ນໝູ 75.000-80.000 ກີບຕໍ່ກິໂລ. ທ່ານ ນັນຕາ ສານຸວົງ ຮອງ ຫົວໜ້າພະແນກອຸດສາຫະກໍາ ແລະ ໂພນໂຮງ ແຂວງວຽງຈັນ ແລະ ເສັ້ນ ທາງ 13 ໃຕ້ ແຕ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫາ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ. ທ່ານ ພັນເອກ ຄຳເຫລັກ ໄຊຍະ ສິດ ຮອງຫົວໜ້າກົມຕຳຫລວດ ຈະລາຈອນ ໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນ ໃນວັນທີ 10 ເມສາ 2023 ນີ້ວ່າ: ເພື່ອເຮັດໃຫ້ການສະເຫລີມສະ ຫລອງບຸນປີໃໝ່ລາວ ພສ 2566 ມີຄວາມສະຫງົບ, ປອດໄພ, ປາສະ ຈາກອຸບັດເຫດຕາມທ້ອງຖະໜົນ ທີ່ອາດຈະກໍ່ໃຫ້ເກີດຜົນເສຍຫາຍ ທາງດ້ານຊີວິດ ແລະ ຊັບສິນຂອງ ປະຊາຊົນລາວບັນດາເຜົ່າ ໃນຂອບ ເຂດທົ່ວປະເທດ, ກົມຕຳຫລວດຈະ ລາຈອນ ຈຶ່ງໄດ້ອອກແຈ້ງການເຖິງ ພໍ່ແມ່ປະຊາຊົນ, ພົນລະເມືອງ,ພະນັກ ງານທະຫານ-ຕຳຫລວດ ແລະຜູ້ ໃຊ້ ລົດ-ໃຊ້ຖະໜົນໃນຂອບເຂດທົ່ວປະ ເທດ ຕ້ອງເຄົາລົບ ແລະ ປະຕິບັດ ກົດລະບຽບຈະລາຈອນທາງບົກ ຢ່າງເຂັ້ມງວດ ເພື່ອຄວາມປອດໄພ ໃນການສັນຈອນ. ພ້ອມນີ້, ຍັງໄດ້ ອອກຄໍາແນະນຳວ່າດ້ວຍການເພີ່ມ ທະວີວຽກງານປ້ອງກັນ ແລະ ຈັດ ສັນຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ. ພ້ອມທັງໃຫ້ກຳ ລັງຕຳຫລວດຈະລາຈອນ ປກສ ແຂວງ, ນະຄອນຫລວງໃນຂອບ ເຂດທົ່ວປະເທດ, ພ້ອມກັນຈັດຕັ້ງ ປະຕິບັດໜ້າທີ່ວຽກງານປ້ອງກັນ ຢ່າງເຂັ້ມງວດ. ທ່ານພັນເອກຄຳເຫລັກໄຊຍະສິດ ຍັງໃຫ້ຮູ້ອີກວ່າ: ສຳລັບສະພາບ ການເກີດອຸບັດເຫດໃນໄລຍະການ ສະເຫລີມສະຫລອງປີໃໝ່ລາວ ພສ 2565 ທີ່ຜ່ານມາ, ທົ່ວປະເທດມີອຸ ບັດເຫດທາງຖະໜົນເກີດຂຶ້ນທັງ ໝົດ 312 ກໍລະນີ, ມີພາຫະນະເປ່ເພ ຈຳນວນ 545 ຄັນ, ຄົນໄດ້ຮັບບາດ ເຈັບ 552 ຄົນ ແລະ ເສຍຊີວິດຈຳ ນວນ 35 ຄົນ, ຍິງ 5 ຄົນ. ຂ່າວ: ທະນູທອງ,ພາບ: ເປີ້ນ ການຄ້າ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ ດົນມານີ້ວ່າ: ຂະແໜງການຕົນໄດ້ ອອກແຈ້ງການ ເພື່ອຄຸ້ມຄອງ ແລະ ສະກັດກັ້ນບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາສິນຄ້າ, ພ້ອມທັງກວດກາ ສິນຄ້າປະເພດກະຕ່າຂອງຂວັນ ເພື່ອ ຮັບປະກັນບໍ່ໃຫ້ມີສີນຄ້າທີ່ໝົດອາຍຸ ຫລື ເຊື່ອມຄຸນນະພາບມາຈໍາໜ່າຍ. ນອກນີ້ ກໍມອບໃຫ້ຫ້ອງການອຸດສາ ຫະກໍາແລະການຄ້າໃນ9 ຕົວເມືອງ ເປັນເຈົ້າການລົງແນະນໍາຜູ້ປະກອບ ການ, ຊາວຄ້າຂາຍ ບໍ່ໃຫ້ກັກຕຸນສິນ ຄ້າ, ບໍ່ສວຍໂອກາດຂຶ້ນລາຄາສິນ ຄ້າຕາມລໍາພັງໃຈ ແລະ ນຳເອົາສິນ ຄ້າທີ່ບໍ່ສະອາດ, ເສຍຄຸນມາຈໍາໜ່າຍ ເດັດຂາດ. ພ້ອມນີ້, ທ່ານ ຄໍາຫລ້າ ແສງດາ ວົງ ຜູ້ອໍານວຍການລັດວິສາຫະກິດ ສະບຽງອາຫານນະຄອນຫລວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະນີ້ປີໃໝ່ ນີ້ ອັດຕາການບໍລິໂພກຊີ້ນຂອງສັງ ຄົມແມ່ນເພີ່ມຂຶ້ນປະມານ20-30%. ດັ່ງນັ້ນ ເພື່ອຮັບປະກັນໃຫ້ການສະ ໜອງຊິ້ນພຽງພໍກັບຄວາມຕ້ອງການ ລັດວິສາຫະກິດສະບຽງອາຫານ ນະຄອນຫລວງວຽງຈັນ ໄດ້ປະສານ ຫາບັນດາກຸ່ມລ້ຽງສັດ, ບັນດາໂຮງ ຂ້າສັດແຫ່ງຕ່າງໆໃນນະຄອນ ຫລວງ ໃຫ້ສາມາດສະໜອງຊີ້ນໄດ້ ຫລາຍກວ່າ 500 ໂຕນ ໃນໄລຍະ ປີໃໝ່ນີ້. ອອປສ... ການປູກຈິດສໍານຶກໃຫ້ຊາວໜຸ່ມໄວໜຸ່ມຮຸ່ນໃໝ່ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຜົນງານ ອັນລໍ້າຄ່າຂອງກໍາລັງຊາວໜຸ່ມທີ່ ໄດ້ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ຫຍາຍເຂົ້າໃນການປະຕິບັດໜ້າທີ່ ວຽກງານຕົວຈິງ ແລະ ນັກຝຶກອົບ ຮົມສາມາດຮັບຮູ້ ແລະ ກໍາແໜ້ນ ແນວທາງ ນະໂຍບາຍຂອງພັກໂດຍ ສະເພາະກໍແມ່ນ 5 ຫລັກການ 3 ທິດຊີ້ນຳຂອງພັກ. ໃນໂອກາດນີ້, ທ່ານ ນາງ ວຽງ ທອງ ສີພັນດອນ ໄດ້ສະແດງຄວາມ ຊົມເຊີຍ ຕໍ່ຜົນສຳເລັດຂອງຊຸດຝຶກ ອົບຮົມໃນຄັ້ງນີ້, ແຕ່ຍັງມີຂໍ້ຄົງຄ້າງ ຈຳນວນໜຶ່ງທີ່ຈະຕ້ອງໄດ້ປັບປຸງ ແກ້ໄຂ ເພື່ອເຮັດໃຫ້ການຈັດຝຶກອົບ ຮົມໃນຄັ້ງຕໍ່ໄປໄດ້ຮັບຜົນດີກວ່າ ເກົ່າ ໂດຍທ່ານໄດ້ມີຄວາມເຫັນເພື່ອ ເປັນທິດທາງນໍາໄປຄົ້ນຄວ້າຜັນຂະ ຫຍາຍເຂົ້າໃນວຽກງານຕົວຈິງ ຄື: ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ທິດທະດີ ມາກ-ເລນິນ ຢ່າງປະດິດສ້າງ, ສອດ ຄ່ອງກັບສະພາບຈຸດພິເສດຂອງ ປະ ເທດເຮົາຕິດພັນກັບການຄົ້ນຄວ້າ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍ ຂອງພັກໃຫ້ສອດຄ່ອງກັບເງື່ອນ ໄຂໃໝ່, ຮັບປະກັນຄວາມເປັນເອກະ ພາບນໍາພາເປັນໝູ່ຄະນະ, ພາວະວິ ໄສ, ໂປ່ງໄສ,ຖືກຕ້ອງຕາມຂໍ້ມູນ ປະເທດຊາດ. ໃນພິທີ, ສະຫາຍ ບຸນທັນ ບຸນທະວິໄລ ໄດ້ເລົ່າຄືນມູນເຊື້ອຂອງ ວັນດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາຂອງອົງ ການຈັດຕັ້ງ ຄະນະຊາວ ໜຸ່ມ ສປປ ລາວ ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ, ການເຕີບ ໃຫຍ່ຂະຫຍາຍຕົວຂອງອົງການ ຈັດຕັ້ງຊາວໜຸ່ມນັບແຕ່ປີ 1955 ເຖິງປັດຈຸບັນ, ມູນເຊື້ອຂອງການຕໍ່ສູ້ ກູ້ຊາດກໍຄືມູນເຊື້ອໃນການນໍາພາສະ ມາຊິກຊາວໜຸ່ມ-ໄວໜຸ່ມ ປະກອບ ສ່ວນເຂົ້າໃນການຕໍ່ສູ້ກູ້ຊາດຢ່າງ ອົງອາດກ້າຫານລວມທັງມູນເຊື້ອ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແຕ່ອະດີດ ເຖິງປັດຈຸບັນ. ໂອກາດນີ້, ສະຫາຍ ບຸນທັນ ບຸນທະວິໄລ ກໍໄດ້ມອບຫລຽນທີ່ລະ ນຶກ 65 ປີ ໃຫ້ແກ່ພະນັກງານການ ນຳຂັ້ນສູງ, ເລຂາໜ່ວຍພັກຫ້ອງ ການ, ບັນດາກົມ, ສະຖາບັນ ແລະ ຄະນະບໍລິຫານງານພັກ ອອປສ ຕື່ມອີກ. ຂ່າວ: ສຸກ ອອປສ

RkJQdWJsaXNoZXIy MTc3MTYxMQ==