xtgmf]k; 3 11/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ຂ່າວ: ຈອນນີ້ ຂັນທະວີວົງ ;a fmtotme gxa oxa fw9rN o4ko.odkofe]q '7q '8q ;0v'-kf 4n 3vdkfmq [m;odkodtme ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955-22 ມີນາ 2023 ຄົບຮອບ 68 ປີ, ທ່ານ ວຽງພອນ ສຸກຂະວົງ ກຳມະການຄະນະພັກ ກະຊວງ ເລຂາຄະນະໜ່ວຍພັກ ຜູ້ ອໍານວຍການ ໂຮງຮຽນສິລະປະ ແຫ່ງຊາດ ໄດ້ມີບາງຄວາມຄິດ ເຫັນຕໍ່ວັນສຳຄັນດັ່ງກ່າວວ່າ: ຂ້າ ພະເຈົ້າມີຄວາມພາກພູມໃຈຫລາຍ ແລະ ຂໍສະແດງຄວາມກະຕັນຍູຮູ້ ບຸນຄຸນຢ່າງເລິກເຊິ່ງຕໍ່ການນໍາພາຊີ້ນໍາຂອງພັັກ ຊຶ່ງຍາມໃດກໍເປັນ ແກນໃນການ ນໍາພາ-ຊີ້ນໍາປວງຊົນ ລາວທັງຊາດຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດຜູ້ຮຸກຮານຢ່າງດຸ ເດືອດຂ້ຽວຂາດ, ທໍລະຫົດອົດທົນ ຕໍ່ສູ້ກັບບັນດາກົນອຸບາຍເລ່ຫລ່ຽມ ຂອງພວກລ່າເມືອງຂຶ້ນທັງແບບ ເກົ່າ ແລະ ແບບໃໝ່ ເພື່ອຍາດເອົາ ເອກະລາດ ອິດສະຫລະພາບ ປະຊາ ທິປະໄຕ ມາສູ່ປະຊາຊົນບັນດາເຜົ່າ. ສະແດງອອກຜົນສໍາເລັດ ໃນການ ນໍາພາອັນພົ້ນເດັ່ນ ກໍແມ່ນການນໍາ ພາ-ຊີ້ນໍາວຽກງານສິລະປະ-ວັດ ທະນະທໍາ ກໍຄືການປະດິດແຕ່ງບົດ ປະພັນ,ບົດເພງ,ບົດຟ້ອນແລະການ ສະແດງສິລະປະຕ່າງໆ ເພື່ອໂຄສະ ນາປຸກລະດົມຂົນຂວາຍສ້າງ ເປັນ ກໍາລັງແຮງຂອງການປະຕິວັດ ກ້ອນກໍາລັງມະຫາສາມັກຄີທົ່ວ ປວງຊົນລາວບັນດາເຜົ່າ ຜູ້ມີນໍ້າໃຈ ຮັກຊາດອັນດູດດື່ມ ດ້ວຍການໂຄ ສະນາປຸກລະດົມໃຫ້ແກ່ໄຊຊະນະ ຂອງຝ່າຍປະຕິວັດທີ່ປະຕິບັດໜ້າ ທີ່ຢູ່ແນວໜ້າ ແລະ ແນວຫລັງ ຈົນ ສາມາດຍາດໄດ້ໄຊຊະນະຢ່າງສົມ ບູນ ແລ້ວສະຖາປະນາລະບອບໃໝ່ ລະບອບປະຊາທິປະໄຕ ປະຊາຊົນ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາປີ 1975 ຊຶ່ງໄດ້ກາຍເປັນ ຄວາມເອກອ້າງທະນົງໃຈຂອງ ປວງຊົນລາວທັງຊາດ ໄດ້ມີເອກະ ລາດເປັນເຈົ້າຕົນເອງດັ່ງເຊັ່ນທຸກ ວັນນີ້ ຍ້ອນມີພັກນໍາພາໃນມື້ນັ້ນ ຈຶ່ງ ເຮັດໃຫ້ພວກເຮົາມີວັນນີ້. ທ່ານກ່າວໃຫ້ຮູ້ອີກວ່າ: ກ້າວເຂົ້າ ສູ່ໄລຍະໃໝ່ຂອງການປະຕິວັດ, ພັກເຮົາໄດ້ສືບຕໍ່ນໍາພາ-ຊີ້ນໍາປວງ ຊົນລາວປົກປັກຮັກສາໝາກຜົນ ຂອງການປະຕິວັດ ໂດຍການດໍາ ເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດ້ວຍການວາງແນວທາງນະໂຍ ບາຍການປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ. ພັກເຮົາ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານວັດທະນະ ທໍາ ໂດຍຖືວ່າວັດທະນະທໍາແມ່ນຄຸນ ລັກສະນະ, ທັງເປັນປັດໄຈພື້ນຖານ ຂອງການດໍາລົງຄົງຕົວຂອງຊາດ, ແມ່ນກໍາລັງດັນ ແລະ ຈຸດໝາຍຂອງ ການພັດທະນາສັງຄົມ ຕາມທິດສັງ ຄົມນິຍົມ. ພ້ອມກັນນັ້ນຍັງສຸມໃສ່ ການກໍ່ສ້າງບຸກຄະລາກອນເປັນບຸລິ ມະສິດສໍາຄັນສະໜອງໃຫ້ບັນດາ ຂະແໜງສິລະປະ-ວັດທະນະທຳ, ບັນດາກອງສະແດງສິລະປະກອນ, ກອງສະແດງໃນຂອບເຂດທົ່ວປະ ເທດໄດ້ຢ່າງຫລວງຫລາຍ ເຮັດໃຫ້ ປະເທດລາວມີຖັນແຖວນັກສິລະ ປິນ, ນັກສະແດງ, ນັກປະດິດແຕ່ງ, ນັກປະພັນ, ນັກກໍາກັບການສະແດງ ແລະ ອື່ນໆມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດ, ມີຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ, ມີແບບ ແຜນການດໍາລົງຊີວິດທີ່ປອດໃສ, ສ້າງວັດທະນະທໍາໃຫ້ມີລັກສະນະ ຊາດ, ລັກສະນະມະຫາຊົນ ແລະ ລັກ ສະນະກ້າວໜ້າ, ປະກອບສ່ວນໃນ ການປົກປັກຮັກສາ ແລະ ເສີມຂະ ຫຍາຍຄຸນຄ່າວັດທະນະທໍາຂອງ ຊາດ, ຂອງເຜົ່າໃຫ້ກ້າວໜ້າເຂັ້ມ ແຂງ, ກ້າວສູ່ການຫັນເປັນອຸດສາ ຫະກໍາວັດທະນະທໍາ ແລະ ທັນສະ ໄໝ, ສາມາດເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ເທື່ອລະກ້າວ. ໂອກາດທີ່ມີຄວາມໝາຍ-ຄວາມ ສໍາຄັນນີ້, ຂ້າພະເຈົ້າ ຂໍສະແດງ ຄວາມຮູ້ບຸນຄຸນຍ້ອງຍໍສັນລະເສີນ ຊົມເຊີຍຕໍ່ຜົນສໍາເລັດອັນຍິ່ງໃຫຍ່ ໃນການນໍາພາ-ຊີ້ນໍາຂອງພັກປະ ຊາຊົນ ປະຕິວັດລາວ ທີ່ຍາດມາໄດ້ ຕະຫລອດ 68 ປີ ຜ່ານມາ. ຂໍອວຍ ພອນໄຊອັນປະເສີດ ມາຍັງບັນດາ ທ່ານການນໍາ ພັກ-ລັດ ຈົ່ງມີສຸຂະ ພາບແຂງແຮງ, ມີພະລານາໄມສົມ ບູນ, ມີຄວາມຈະເລີນຮຸ່ງເຮືອງສີວິ ໄລ, ມີຄວາມສົມບູນພູນສຸກ ແລະ ຈະເລີນກ້າວໜ້າເລື້ອຍໆໄປ. ອາທິດຜ່ານມາຫາຕົ້ນອາທິດນີ້ ການສະຫລອງປີໃໝ່ກ່ອນມື້້ບຸນ ຕົວຈິງ ຢູ່ຕາມສໍານັກງານອົງການ ລັດ-ເອກະຊົນ ໄດ້ດໍາເນີນຕາມເງື່ອນ ໄຂຕົວຈິງຂອງວຽກງານ, ທັງນີ້ກໍ່ ເພື່ອບິແບ່ງເວລາ ໃຫ້ອ້າຍນ້ອງພະ ນັກງານໄດ້ກິນເຂົ້າສາມັກຄີ, ມີກິດ ຈະກໍາທາງສາສະໜາ...ເປັນການ ສົ່ງເສີມຮີດຄອງປະເພນີອັນດີງາມ ບົນຈິດໃຈປະຢັດມັດທະຍັດ. ໃນໂອກາດບຸນປີໃໝ່ລາວ, ນອກ ຈາກຮີດທາງພຸດທະສາສະໜາ, ການບາສີສູ່ຂວັນ, ຫລິ້ນນໍ້າ-ຕົບພະ ຊາຍ...ໂດຍທົ່ວໄປຍັງມີການສົມ ມາຄາລະວະພໍ່ແມ່, ຜູ້ອາວຸໂສ ກໍ່ຄືບ ບຸບພະກາລີ ແລະ ຜູ້ທີ່ຕົນໃຫ້ຄວາມ ເຄົາ-ນັບຖື. ພິທີສົມມາອາດຈະມີ ອັນແຕກຕ່າງກັນໄປເລັກນ້ອຍຕາມ ເງື່ອນໄຂ ແລະ ຢູ່ແຕ່ລະທ້ອງຖິ່ນ. ແຕ່ໂດຍພື້ນຖານຈິດໃຈສໍາຄັນແມ່ນ ອັນດຽວກັນຄືການສະແດງຄວາມ ນອບນ້ອມ ແລະ ສໍານຶກບຸນຄຸນຕໍ່ບຸບ ພະກາລີ ແລະ ເປັນການຂໍຂະມາລາ ໂທດ ເຊິ່ງໄດ້ສະແດງອອກໃນຄໍາ ເວົ້າທີ່່ກ່າວຕໍ່ບຸບພະກາລີ ໂດຍມີ ຂັນຫ້າ ແລະ ເຄື່ອງຂອງ ກໍ່ຄືຂອງ ຂວັນທີ່ຈະມອບໃຫ້ຕາມເງື່ອນໄຂ ໂດຍບໍ່ກໍານົດຕາຍຕົວ. ຄໍາສົມມາ ໃນສະໄໝບູຮານມີການປະດິດແຕ່ງ ເປັນຄໍາຮ້ອຍກອງຄືກັບຄໍາຜະ ຫຍາ, ຜູ້ເວົ້າຕົວຈິງອາດສອດຫ້ອຍ ຫລື ປັບປຸງໄປຕາມແຕ່ລະກາລະໂອ ກາດເພື່ອຄວາມເໝາະສົມ, ເວົ້າມີ ເນື້ອໃນຄ່ອງ ເກາະກ່າຍກັນມ່ວນ ອອນຊອນ, ເຮັດໃຫ້ເກີດອາລົມຄວາມຊາບຊຶ້ງ ແລະ ສໍານຶກຄວາມ ດີງາມ,ດັ່ງວ່າ: “ການກະທໍາຊົ່ວອັນ ໃດ, ຄວາມຜິດພາດບໍ່ເໝາະສົມອັນ ໃດທີ່ລູກໄດ້ສະແດງກະທໍາອັນໃດ ຕໍ່ພໍ່ແມ່ ບໍ່ວ່າເປັນທາງກາຍທາງວາ ຈາ ທາງແນວຄິດຈິດໃຈ ຈະດ້ວຍ ເຈດຕະນາບໍ່ເຈດຕະນາກໍ່ຕາມທາງ ຕໍ່ໜ້າກໍ່ດີ ທາງຫລັງກໍ່ດີກໍ່ຂໍໃຫ້ພໍ່ ແມ່ຍົກໂທດໃຫ້ອະໄພ ແລະ ອະໂຫສິ ກໍາແກ່ລູກຫລານ ເພື່ອບໍ່ໃຫ້ເປັນ ບາບເປັນກໍາຕໍ່ພໍ່ແມ່ ນະບາດນີ້ດ້ວຍ ເຖີດĴ ພວກລູກເອງຈະຂໍຕັ້ງສະຕິ ຈິດໃຈປະຕິບັດປະພຶດແຕ່ຄຸນງາມ ຄວາມດີ ຈະໃຊ້ຄວາມພະຍາຍາມ ທຸກຢ່າງບໍ່ໃຫ້ຫລົງງພັ້ງພາດເຮັດ ຜິດ ກະທໍາສິ່ງທີ່ບໍ່ເໝາະບໍ່ຄວນຕໍ່ ພໍ່ແມ່ອີກ ຂໍໃຫ້ພໍ່ແມ່ສະບາຍໃຈ ພວກລູກຫລານຈະຊ່ວຍເຫລືອຮັກ ເພງເຊິ່ງກັນ ແລະ ກັນ ເຮັດໃຫ້ພໍ່ແມ່ ມີຄວາມສຸກ ແລະ ພາບພູມໃຈ ຂໍ ຄວາມເປັນສິລິມຸງຄຸນຈົ່ງເກີດແກ່ ລູກຫລານດ້ວຍເຖີດ. ພວກລູກ ຫລາຍຂໍອວຍພອນໃຫ້ພໍ່ແມ່ມີສຸຂະ ພາບແຂງແຮງ ມີຄວາມສຸກສົມ ຫວັງ, ອາຍຸໝັ່ນຂວັນຍືນ, ເປັນຮົ່ມ ໂພຮົ່ມໄຊ ເປັນທີ່ເຄົາລົບຮັກຂອງ ລູກຫລານຕະຫລອດໄປ ສາທຸ ສາ ທຸ...Ĵ”. ຕົວຢ່າງນີ້ເປັນຄໍາກ່າວສົມ ມາປະດິດໃນສະໄໝໃໝ່ ທີ່ມີການ ໃຊ້ຄໍາງ່າຍໆ ເຊິ່ງອາດຈະແຕກຕ່າງ ກັບຄໍາກ່າວສົມມາທີ່ຄູບາອາຈານ ບູຮານແຕ່ງໄວ້ ແລະ ໄດ້ສືບທອດ ກັນມາ. ເຖິງຢ່າງໃດກໍ່ດີກໍ່ຍັງມີເນື້ອ ໃນ ຕາມຈິດໃຈດັ້ງເດີມ ກໍ່ຄືຈຸດປະ ສົງການສົມມາ ຄືກ່າວຄໍາຂໍອະໄພ ໃນການກະທໍາກໍ່ດີ ວາຈາກໍ່ດີທີ່ອາດ ມີອັນຜິດພາດ ກະທົບຕໍ່ຈິດໃຈຂອງ ບຸບພະກາລີ, ມີຄໍາສັນຍານ, ຂໍຄໍາ ອວຍພອນນໍາ ແລະ ອວຍພອນ ຕໍ່ ບຸບພະກາລີ ກໍ່ຄືພໍ່ແມ່... ນັ້ນສະແດງເຖິງການທົບທວນ ການກະທໍາໃນໄລຍະຜ່ານມາ, ຕົນ ເອງກໍ່ຄືຜູ້ສົມມາ ໄດ້ສາລະພາບ ດ້ວຍຄວາມບໍລິສຸດ ແລະ ຈິງໃຈ, ເຫັນໄດ້ອັນດີ ແລະ ບໍ່ດີ ແລະ ຄວາມ ມຸ່ງຫວັງອັນແຮງກ້າ ກໍ່ຄືປາຖະໜາ ສູງສົ່ງ ໃນການປັບປຸງປ່ຽນແປງສູ່ ການກະທໍາດີ, ການຂໍອະໄພ ແລະ ອວນໄຊໃຫ້ພອນກັນໃນວັນເລີກ ງາມຍາມດີ. ບັນຫາທີ່ຕັ້ງຂຶ້ນແມ່ນ ການທົບທວນຄືນການປະພຶດ, ຖ້າ ເຮັດໄດ້ທຸກວັນແມ່ນດີ ໃນຊີວິດສັງ ຄົມ ເຊິ່ງບໍ່ໝາຍວ່າຕ້ອງສົມມາ ບຸບພະກາລີ ຢ່າງເປັນພິທີໃນທຸກມື້, ໝາຍວ່າທຸກ ພາຍຫລັງຜ່ານວຽກ ງານມາ ຫາເວລາຄິດທົບທວນວ່າ ຕະຫລອດການເຄື່ອນໄຫວມື້ນີ້ມີ ຫຍັງຕ້ອງປັບປຸງໃຫ້ດີເພື່ອສືບຕໍ່ ໃນມື້ອື່ນ, ການກະທໍາກໍ່ຄື ຄໍາເວົ້າ ກໍ່ດີ ມີບໍ່ທີ່ໄດ້ກະທົບດ້ານລົບອັນບໍ່ ເປັນປະໂຫຍດຕໍ່ຜູ້ອື່ນໆ ທັງນອກ ຄອບຄົວ ແລະ ໃນຄອບຄົວ. ຜ່ານ ຄວາມສໍານຶກທົບທວນນັ້ນ ຈະໄດ້ ເຫັນອັນທີ່ຄວນສືບຕໍ່ປະຕິບັດໃຫ້ ນັບມື້ດີ ແລະ ອັນທີ່ບໍ່ຄວນ ກໍ່ຄືອາດ ເປັນຄວາມຜິດພາດ ທີ່ຕ້ອງຫັນ ປ່ຽນໃໝ່ໃຫ້ທັນການເວລາ. ຢ່າງ ໃດກໍ່ດີໃນຮອບໜຶ່ງປີຜ່ານມາ ຖ້າ ທົບທວນຫວນຄືນໄດ້, ຄິດວ່າຫລາຍ ຄົນກໍ່ຍັງນໍາໄປລຶບລ້າງບັນດາຂໍ້ ຜິດພາດ ທີ່ເກີດຈາກຕົນຕໍ່ຄົນໃກ້ຊິດ ກໍ່ຄືເພື່ອນມິດສະຫາຍ ແລະ ຕໍ່ສັງ ຄົມ, ແຕ່ບໍ່ສາມາດເຮັດຄືແນວນັ້ນ ໄດ້ເພາະນໍ້າໄຫລບໍ່ເຄີຍຖ້າປາ...ສະ ນັ້ນ ການກະທໍາໃດ, ວາຈາໃດກໍ່ຄື ກໍ່ຄວນຢູ່ບົນສະຕິແຫ່ງສໍານຶກ ຂອງ ຄວາມເປັນມະນຸດ ແລະ ເຫັນເພື່ອນ ມະນຸດ ແລະ ສັບພະສິ່ງມີຊີວິດ-ບໍ່ມີ ຊີວິດ ລ້ວນສໍາຄັນເໝືອນກັນ. ປີໃໝ່ນີ້ ເຖິງແມ່ນບໍ່ມີຂັນເພື່ອສົມ ມາບຸບພະກາລີ, ຈະດ້ວຍປະການໃດກໍ່ ຕາມ, ແຕ່ຄວາມສໍານຶກເພື່ອທົບທວນ ການກະທໍາ ແລະ ວາຈາກ້າ ຮັບເອົາ ທັງອັນດີແລະອັນບໍ່ດີເພື່ອຫັນປ່ຽນສູ່ ຄວາມດີງາມ, ນັ້ນແມ່ນສິ່ງຍອດຍິ່ງ. ຂປລ. ອົງການໄອຍະການປະ ຊາຊົນສູງສຸດ ອອກຄຳສັ່ງ ເລກທີ 006/ອອປສ, ລົງວັນທີ 30 ມີນາ 2023 ເຖິງຫົວໜ້າອົງການໄອຍະ ການປະຊາຊົນທ້ອງຖິ່ນ ໃນຂອບ ເຂດທົ່ວປະເທດ ກ່ຽວກັບການດຳ ເນີນຄະດີຕໍ່ກັບການປູກ, ຜະລິດ, ປຸງ ແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນຳເຂົ້າ, ສົ່ງ ອອກ, ເສບພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນ້ຳກະທ່ອມ ຫລື ສານລະເຫີຍ ທີ່ມີສານເສບຕິດອື່ນ ເຊັ່ນ: ປຸມເປົ້າອັດແກÏ ສສານໄນຕັດ ອ໋ອກໄຊ (/JUSPVT PYJEF), ຢາ ສູບໄຟຟ້າ-ຊີຊ່າ (ບາລາກູ) ເຊິ່ງ ມີລາຍລະອຽດດັ່ງນີ້: ໃຫ້ຫົວໜ້າອົງການໄອຍະການ ປະຊາຊົນທ້ອງຖິ່ນ ໃນຂອບເຂດທົ່ວ ປະເທດ ຕິດຕາມກວດກາການດຳ ເນີນຄະດີຢາເສບຕິດ ທີ່ເກີດຂຶ້ນໃນ ຂອບເຂດຄວາມຮັບຜິດຊອບຂອງ ຕົນ, ນຳໃຊ້ບັນດາມາດຕະການສະ ກັດກັ້ນໃນການດຳເນີນຄະດີອາຍາ ກ່ຽວກັບການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນ ການຄອບຄອງ, ນຳເຂົ້າ, ສົ່ງອອກ, ເສບພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບ ກະທ່ອມ, ນ້ຳກະທ່ອມ ຫລື ສານລະ ເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປຸມ ເປົ້າອັດແກÏ ສສານໄນຕັດອ໋ອກໄຊ, gru j ,mt;u 8y f8k,d;fdk dkofegou o7tfu dj P;da [dkozt]y f{9e|j kp .[dtmj v, c]t lyj 'gl[8y f muj ,u lko]tgsu p ຢາສູບໄຟຟ້າ-ຊີຊ່າ (ບາລາກູ) ແລະ ອື່ນໆ ເພື່ອນຳເອົາຜູ້ກະທຳຜິດມາລົງ ໂທດຕາມກົດໝາຍ ຢ່າງເຂັ້ມງວດ ແລະ ເດັດຂາດ; ໃຫ້ຫົວໜ້າອົງການ ໄອຍະການປະຊາຊົນທ້ອງຖິ່ນ ປະ ສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ໃນຂອບເຂດຄວາມຮັບຜິດຊອບຂອງ ຕົນ ເພື່ອຕິດຕາມກວດກາການອອກ ຄຳສັ່ງເປີດການສືບສວນ-ສອບ ສວນ, ການກັກຕົວຜູ້ຖືກສົງໄສ, ການ ຈັບຕົວຜູ້ຖືກຫາ, ການນຳໃຊ້ວິທີການ ສືບສວນ-ສອບສວນດຳເນີນຄະດີ ໃນຂໍ້ຫາການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນ ການຄອບຄອງ, ນຳເຂົ້າ, ສົ່ງອອກຢາ ເສບຕິດປະເພດຕ່າງໆ, ເສບ ພືດທີ່ໃຫ້ ສານເສບຕິດ ເຊັ່ນ: ໃບກະທ່ອມ, ນ້ຳ ກະທ່ອມ ຫລື ສານລະເຫີຍ ທີ່ມີສານ ເສບຕິດອື່ນ ເຊັ່ນ: ປຸມເປົ້າອັດແກÏ ສ ສານໄນຕັດອ໋ອກໄຊ, ຢາສູບໄຟຟ້າຊີຊ່າ (ບາລາກູ) ແລະ ອື່ນໆ ໃຫ້ຖືກ ຕ້ອງຕາມກົດໝາຍ; ເພີ່ມທະວີໃນ ການຕິດຕາມກວດກາປະຕິບັດກົດ ໝາຍ, ນິຕິກຳໃຕ້ກົດໝາຍ ແລະ ບັນ ຫາອື່ນໆທີ່ກ່ຽວຂ້ອງເຖິງການແກ້ໄຂ ບັນຫາຢາເສບຕິດ ຂອງເຈົ້າໜ້າທີ່ ກ່ຽວຂ້ອງໃຫ້ມີຄວາມເດັດຂາດ ແລະ ເຂັ້ມງວດ ໂດຍສະເພາະແມ່ນການປະ ຕິບັດກົດໝາຍຂອງເຈົ້າໜ້າທີ່ ອົງ ການສືບສວນ-ສອບສວນ, ຕ້ອງຮັບ ປະກັນເຮັດໃຫ້ທຸກຂັ້ນຕອນຂອງການ ດຳເນີນຄະດີຢາເສບຕິດ ມີຄວາມ ໂປ່ງໃສ ແລະ ຍຸຕິທຳ ຕາມກົດໝາຍ. ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນ ຂະຫຍາຍ ມະຕິກອງປະຊຸມສະໄໝວິ ສາມັນ ເທື່ອທີ * ຂອງສະພາແຫ່ງຊາດ ຊຸດທີ *9 ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດ ຂອງລັດຖະບານກ່ຽວກັບການແກ້ ໄຂ ບັນຫາຢາເສບຕິດ ແຕ່ປີ 20212023 ເຂົ້າສູ່ວຽກງານຕົວຈິງ ຂອງ ອົງການໄອຍະການປະຊາຊົນ ໃຫ້ ເປັນແຜນວຽກບູລິມະສິດສຳຄັນ, ດ້ວຍການສຸມໃສ່ຕິດຕາມກວດກາ ການດໍາເນີນຄະດີອາຍາ ກ່ຽວກັບຢາເສບຕິດ ໃຫ້ຮອບ ດ້ານ, ຄົບຖ້ວນ, ພາວະວິໄສ ແລະ ຍຸຕິ ທຳ ຮັບປະກັນໃຫ້ຜູ້ກະທຳຜິດຕ້ອງ ໄດ້ຮັບການຖະແຫລງ ແລະ ສັ່ງຟ້ອງ ຂຶ້ນໃຫ້ສານຕັດສິນລົງໂທດຕາມກົດ ໝາຍຢ່າງເຂັ້ມງວດ ແລະ ມີຄວາມ ເປັນເອກະພາບໃນຂອບເຂດທົ່ວປະ ເທດ.
RkJQdWJsaXNoZXIy MTc3MTYxMQ==