5597

l;orb dlk dP,s]kp dy f9tde.o[5 oxu .\j rn fza d[k'-toy f]k7kg|a '8u '0B og]a d|h vp ]k;{s;Pfok, ln [8+ Ia fc|h o c]t glu ,0tspkplkprq ;ra olv'/j kp okpq d]a f4t,q o8u goA o[k'[a osk mu j 0tc|' v7 8h v'ln [8+ cdh w0.o8+ |h k 7totoe l-x] g0Q k;k'dt8j kfvdw,h 3vdkf;a olh k'8A '-k;|5 j , 7q [Iv[ 68 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 11.04.2023 ປີທີ 22 ສະບັບທີ 5.598 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 -q ,g-u p;a olh k'8A 'de]a 'xh v'da o7;k,lts'[xt-k-q o]k; 7q [Iv[ 62 xu 1j k'l5 f.9 K q dq ,8es];f9t]k9vo 9a fde]a ' ltda fdA ov5 [a fgsf w]pt[5 oxu .\j ]k; xtmko7totd;fdkl6 odk'ra d goA o.sh c0;'s];'rt[k' gvq k.9.lj [k'[a oskle7a o vvxl xk4tdt4k;a olh k'8A '-k;|5 j , xt-k-q o xt8y ;a f]k; 7q [Iv[ 68 xu ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນວັນ ທີ 7 ເມສາ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເພື່ອ ເປັນບ່ອນອີງ ໃນການຈັດຕັ້ງຜັນຂະຫຍາຍໃນວຽກງານ ຂະແໜງອຸດສາຫະກໍາ ແລະ ການຄ້າ (ອຄ) ໂດຍໄດ້ເນັ້ນ ບາງບັນຫາຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ການຜະລິດເປັນສິນຄ້າປະເພດຕ່າງໆເຫັນວ່າບໍ່ທັນຫລາກ ຫລາຍ, ຄຸນນະພາບ ກໍຄືມາດຕະຖານບໍ່ທັນດີໂດຍສະ ເພາະສິນຄ້າສົ່ງອອກໄປຕ່າງປະເທດແລະການຜະລິດສິນ ຄ້າທົດແທນນຳເຂົ້າ ແລະ ສົ່ງອອກຍັງບໍ່ມີທັນຫລາຍ, ອັດຕາການຂາດດຸນລະຫວ່າງການນຳເຂົ້າ ແລະ ສົ່ງ ອອກໂດຍລວມຍັງສູງ, ກະແສເງິນຕາໄຫລອອກນອກປະ ເທດຫລາຍກວ່າຈຳນວນເງິນໄຫລເຂົ້າປະເທດ. ພ້ອມນີ້, ການສົ່ງເສີມວິສາຫະກິດຂະໜາດຈຸນລະ, ຂະໜາດນ້ອຍ ແລະ ຂະໜາດກາງ (MSME) ບໍ່ທັນ ແຂງແຮງ, ການເຄື່ອນໄຫວຂອງວິສາຫະກິດຕ່າງໆ ທັງຂະໜາດກາງ ແລະ ຂະໜາດນ້ອຍບໍ່ທັນພົ້ນເດັ່ນ, ຍັງກະແຈກກະຈາຍບໍ່ທັນລວມຕົວໃຫ້ກາຍເປັນຫົວ ໜ່ວຍວິສາຫະກິດທີ່ເຂັ້ມແຂງ, ສ້າງຜະລິດຕະພັນໃໝ່ ແລະ ລາຍຮັບໃໝ່ໃຫ້ຫລາຍຂຶ້ນ, ມີຄຸນນະພາບ ແລະ ຂປລ. ອີກບໍ່ພໍເທົ່າໃດມື້ຈະຮອດ ບຸນປີໃໝ່ລາວແລ້ວ ເຊິ່ງມີຫລາຍ ສະຖານກໍ່ໄດ້ກະກຽມຈັດງານສະ ເຫລີມສະຫລອງໃຫ້ມີບັນຍາກາດ ຟົດຟື້ນທັງປົກປັກຮັກສາຮີດຄອງ ປະເພນີອັນດີງາມຂອງຊາດລາວ ເຮົາ. ໜຶ່ງໃນນັ້ນ ສວນພຶກສາ ເມືອງ ນາຊາຍທອງ ນະຄອນຫລວງວຽງ ຈັນ ໄດ້ກະກຽມຈັດບຸນປີໃໝ່ຢູ່ໃນ ສວນໃຫ້ມີຫລາຍກິດຈະກຳ ໂດຍສະ ເພາະແມ່ນການສົງພະ, ສັກກາລະ ບູຊາພະຍານາກ, ຈັດຫ້ອງວາງສະ ແດງຜະລິດຕະພັນຂອງບັນດາເຜົ່າ ແລະ ອື່ນໆ. ທ່ານ ພູວົງ ພະມີສິດ ປະທານ ຂປລ. ຕອນເຊົ້າວັນທີ 10 ເມສາ 2023 ນີ້, ຄະນະນຳສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ)ນໍາໂດຍສະຫາຍມອນໄຊ ລາວມົວຊົ່ງ ກຳມະການສຳຮອງ ສູນກາງພັກ, ເລຂາຄະນະບໍລິຫານ ງານ ສຊປລ ພ້ອມດ້ວຍຄະນະ, ມີ ບັນດາຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອົງການອ້ອມຂ້າງ ສຊປລ ເຂົ້າຮ່ວມວາງກະຕ່າດອກໄມ້ຢູ່ຕໍ່ໜ້າ ທ່ານ ສອນໄຊ ສີພັນດອນ ຂປລ. ເພື່ອສະກັດກັ້ນອຸບັດເຫດ ທີ່ອາດຈະເກີດຂຶ້ນ ໃນໄລຍະການສະ ທ່ານ ພູວົງ ພະມີສິດ ເຫລີມສະຫລອງ ສົ່ງທ້າຍປີ ເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566, ກົມຕໍາຫລວດຈະລາຈອນ ຈະວາງກຳລັງຢ່າງເຂັ້ມງວດ ເພື່ອ ຫລຸດຜ່ອນອັດຕາການເກີດອຸບັດ ເຫດຕາມທ້ອງຖະໜົນ ໃຫ້ຫລຸດລົງ ເປັນຕົ້ນ ຈະແຕ່ງຕັ້ງຈຸປະຈຳການ ເພື່ອເກັບກຳສະພາບໃນຂອບເຂດ ທົ່ວປະເທດ, ແຕ່ງຕັ້ງຈຸອອກກວດ ກາທາດເຫລົ້າແລະຄວາມໄວຢູ່ທ້ອງ ຖິ່ນ, ຕາມເສັ້ນທາງ 13 ເໜືອ ແຕ່ ສາມແຍກສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຫາ ເມືອງ ທ່ານ ພັນເອກ ຄຳເຫລັກ ໄຊຍະສິດ ສາມາດແຂ່ງຂັນໄດ້; ບັນຫາການເຂົ້າຫາກອງທຶນ MSME ຂອງທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກ ດ້ານ ຂະບວນການ ອະນຸມັດ. ນອກຈາກນັ້ນ, ການຄຸ້ມ ຄອງ, ຕິດຕາມ ແລະ ກວດກາສະພາບການເໜັງຕີງ ຂອງລາຄາສິນຄ້າທີ່ມີຄວາມອ່ອນໄຫວ ແລະ ກະ ທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຍັງບໍ່ສາມາດ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງ ສັງຄົມໄດ້ຢ່າງທັນການ ສະຫາຍ ທອງລຸນ ສີສຸລິດ (ຊ້າຍ) ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມແລະ ເຮັດວຽກຢູ່ແຂວງຫລວງ ພະບາງ ໃນວັນທີ 6 ເມສາ 2023 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ປະ ທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງ ຫລວງຂັ້ນສູນກາງ ໄດ້ພົບປະໂອ້ ທ່ານ ຄຳພັນ ພົມມະທັດ ຂປລ. ເມື່ອບໍ່ດົນມານີ້, ຄະນະບໍ ລິຫານງານຊາວໜຸ່ມ ອົງການໄອຍະ ການປະຊາຊົນສູງສຸດ ຈັດປາຖະກະ ຖາວັນສ້າງຕັ້ງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (14 ເມສາ 1955-14 ເມສາ 2023) ໂດຍການເປັນປະທານຂອງສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະ ນະບໍລິຫານງານພັກ, ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ, ຜູ້ຊີ້ນຳວຽກງານອົງການຈັດ ຕັ້ງມະຫາຊົນ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ-ຮອງ ຫົວໜ້າຫ້ອງການ, ຫົວໜ້າ-ຮອງພະ ແນກ ແລະ ສະມາຊິກ ຊາວໜຸ່ມເຂົ້າ ຮ່ວມ. ເພື່ອເປັນການລະນຶກເຖິງຄຸນ ງາມຄວາມດີຂອງຊາວໜຸ່ມທີ່ໄດ້ ເສຍສະຫລະຊີວິດ ເລືອດເນື້ອປະ ກອບສ່ວນເຂົ້າໃນການຕໍ່ສູ້ ເພື່ອປົດ ປ່ອຍປະເທດຊາດອອກຈາກແອກ ຄອບຄອງຂອງຕ່າງຊາດ, ທັງເປັນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/04/2023 xtgmf]k; ສວນພຶກສາ... ລາວ-ຫວຽດນາມ... ປະທານຄະນະ... ນາຍົກລັດຖະມົນຕີ... ຄະນະນຳ ສຊປລ... ຂປລ. ໂດຍຕອບສະໜອງຕາມ ຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ, ສະ ຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 1011 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງ ປະເທດລາວ ແລະ ຫວຽດນາມ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທໍານຽບ ປະທານປະເທດ ໃນຕອນເຊົ້າວັນທີ 10 ເມສາ 2023. ພາຍຫລັງສໍາເລັດພິທີ ຕ້ອນຮັບ ກໍໄດ້ມີການພົບປະສອງຝ່າຍ ຢ່າງເປັນທາງການ ເຊິ່ງຄະນະຜູ້ແທນ ຝ່າຍລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດປະທານປະເທດແຫ່ງສປປລາວ ແລະ ຄະນະຜູ້ແທນຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫວໍ ວັນ ເຖືອງ ປະ ທານປະເທດ ແຫ່ງ ສສ ຫວຽດນາມ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການ ເລືອກຕັ້ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງເປັນການສະ ແດງເຖິງຄວາມເຊື່ອໝັ້ນຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ຜົນ ງານການປະກອບສ່ວນອັນໃຫຍ່ຫລວງ ຂອງສະຫາຍ ຕະຫລອດໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາສູງທີ່ ສະຫາຍ ຫວໍ ວັນ ເຖືອງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ໃນການ ເຄື່ອນໄຫວຕ່າງປະເທດຂອງຕົນ ໃນ ຕໍາແໜ່ງປະທານປະເທດ ອັນໄດ້ສະ ແດງໃຫ້ເຫັນເຖິງຄວາມສໍາຄັນທີ່ ພັກລັດ ຫວຽດນາມ ມີຕໍ່ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ, ຫວຽດນາມ-ລາວ. ສະ ຫາຍ ປະທານປະເທດລາວ ໄດ້ສະແດງ ຄວາມຊົມເຊີຍຕໍ່ໝາກຜົນຄວາມສຳ ເລັດ ຂອງການສ້າງສາພັດທະນາປະ ເທດຊາດຫວຽດນາມ ໃນຊຸມປີຜ່ານມາ, ເຊິ່ງເຮັດໃຫ້ ຫວຽດນາມ ມີສະຖຽນ ລະພາບທາງດ້ານການເມືອງ, ເສດຖະ ກິດມີການຂະຫຍາຍຕົວໃນລະດັບສູງ, ຢູ່ແຖວໜ້າຂອງໂລກ, ຊີວິດການເປັນ ຢູ່ຂອງປະຊາຊົນນັບມື້້ນັບໄດ້ຮັບການ ປັບປຸງດີຂຶ້ນ ແລະ ອິດທິພົນບົດບາດ ຂອງ ສສ ຫວຽດນາມ ນັບມື້ນັບພົ້ນເດັ່ນ ຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. ໃນໂອ ກາດນີ້, ສະຫາຍ ເລຂາທິການໃຫຍ່ກໍໄດ້ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດເຖິງສະ ຫາຍເລຂາທິການໃຫຍ່ຫງວຽນຝູ໋ຈ້ອງ ແລະ ບັນດາສະຫາຍການນໍາຂັ້ນສູງ ຂອງຫວຽດນາມ ເນື່ອງໃນໂອກາດປີ ໃໝ່ລາວ ທີ່ຈະມາເຖິງນີ້. ໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດ ຖະກິດ-ສັງຄົມ ພາຍໃນປະເທດໂດຍ ຫຍໍ້ໃຫ້ກັນຊາບ, ໄດ້ພ້ອມກັນຕີລາຄາ ການພົວພັນຮ່ວມມືລະຫວ່າງສອງປະ ເທດໃນໄລຍະຜ່ານມາ ເຊິ່ງເຫັນວ່າການ ຮ່ວມມືດ້ານການເມືອງສືບຕໍ່ມີຄວາມ ໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດ ສະໜິດສະໜົມສ້າງໄດ້ຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ, ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ຢ່າງມີປະສິດທິຜົນ; ການຮ່ວມມືດ້ານ ເສດຖະກິດ, ການຄ້າ, ການລົງທຶນ,ເຕັກ ໂນໂລຊີ, ວັດທະນະທໍາ, ສຶກສານັບມື້ ໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະ ໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາ ຊົນສອງປະເທດເປັນຢ່າງດີ. ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມ ຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ສອງຝ່າຍ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ກໍຄື ຜົນສໍາເລັດຂອງ ກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາ ມະການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ໃນເດືອນມັງກອນ 2023 ຜ່ານມາ ເຊິ່ງສອງຝ່າຍໄດ້ມີຄວາມພະຍາຍາມ ຮ່ວມກັນ ໃນການອໍານວຍຄວາມສະ ດວກໃຫ້ແກ່ການລົງທຶນ, ການຄ້າ, ການຂົນສົ່ງ, ການຄ້າສອງຝ່າຍໃນປີ 2022 ໄດ້ລື່ນເປົ້າໝາຍທີ່ວາງໄວ້, ຄື ບັນລຸໄດ້ 1,7 ຕື້ໂດລາສະຫະລັດ ເພີ່ມ ຂຶ້ນ 10% ທຽບໃສ່ປີ 2021, ການ ລົງທຶນຂອງ ຫວຽດນາມ ຢູ່ລາວມີເຖິງ 239 ໂຄງການມູນຄ່າການລົງທຶນ 5,36 ຕື້ໂດລາສະຫະລັດ, ຕິດອັນດັບ 3 ຂອງຕ່າງປະເທດທີ່ມາລົງທຶນຢູ່ ລາວ. ນອກນັ້ນ, ການນຳ ໃຊ້ທຶນຊ່ວຍ ເຫລືອລ້າໃນຂະແໜງການຕ່າງໆ ກໍໄດ້ຮັບໝາກຜົນເປັນຢ່າງດີ. ການ ໄປມາຫາສູ່ກັນ, ເຮັດໃຫ້ຕົວເລກການ ຄ້າສອງຝ່າຍລື່ນຄາດໝາຍໂດຍສະ ເພາະໃນເດືອນກຸມພາ 2023 ບັນລຸໄດ້ 145 ລ້ານໂດລາ ເພີ່ມຂຶ້ນ 36% ທຽບ ໃສ່ໄລຍະດຽວກັນຂອງ ປີ 2022. ພິເສດ ໃນປີ 2022 ຜ່ານມາ, ສອງ ປະເທດໄດ້ຮ່ວມກັນສະເຫລີມສະ ຫລອງສອງວັນປະຫວັດສາດ ກໍຄື ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື ຄົບ ຮອບ 45 ປີ ຢ່າງມີຜົນສຳເລັດຟົດຟື້ນ ແລະ ມີຄວາມໝາຍ ເຊິ່ງໄດ້ເອກອ້າງ ໃຫ້ສາກົນ ໄດ້ຮັບຮູ້ຢ່າງທ່ອງແທ້ເຖິງ ສາຍພົວພັນອັນພິເສດຂອງສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ; ຜູ້ນຳ ທັງສອງຝ່າຍໄດ້ເປັນເອກະພາບຕີລາ ຄາວ່າ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ກຳລັງຢູ່ໃນ ໄລຍະທີ່ເບັ່ງບານ ແລະ ຢູ່ລະດັບສູງສຸດ ແລະ ຢືນຢັນວ່າຈະຮ່ວມກັນຖະນຸຖະ ໜອມ, ປົກປັກຮັກສາ ຄືດັ່ງຮັກສາແກ່ນ ຕາຂອງຕົນ ແລະ ຈະສືບຕໍ່ພັດທະນາ ສາຍພົວພັນພິເສດດັ່ງກ່າວ ໃຫ້ນັບມື້້ເຂົ້າ ສູ່ລວງເລິກ, ມີປະສິດທິຜົນ ແລະ ໝັ້ນ ຄົງຍືນຍົງຕະຫລອດໄປ. ພ້ອມກັນນີ້, ສອງປະທານປະເທດ ລາວ-ຫວຽດນາມ ກໍໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືສອງຝ່າຍ ໃນຕໍ່ໜ້າ ໂດຍຈະສືບຕໍ່ຮ່ວມກັນຈັດຕັ້ງ ປະຕິບັດບັນດາການຕົກລົງ, ຂໍ້ຕົກລົງ ຂອງການນໍາຂັ້ນສູງສອງປະເທດ ກໍຄື ຂອງບັນດາກະຊວງ, ຂະແໜງການ ຕ່າງໆຂັ້ນສູນກາງແລະທ້ອງຖິ່ນ, ໂດຍ ສະເພາະແມ່ນຜົນກອງປະຊຸມສອງ ກົມການເມືອງ ແລະ ຂໍ້ຕົກລົງຂອງສອງ ຄະນະກໍາມະການຮ່ວມມື; ພ້ອມກັນ ກວດກາຄືນບັນດາສັນຍາຮ່ວມມືໃນຂົງ ເຂດຕ່າງໆ ເພື່ອປັບປຸງຄືນໃຫ້ແທດ ເໝາະກັບສະພາບການໃໝ່; ເພີ່ມທະວີ ການຮ່ວມມືດ້ານການເມືອງ ໃຫ້ແໜ້ນ ແຟ້ນແລະ ເລິກເຊິ່ງ, ເອົາໃຈໃສ່ປະສານ ສົມທົບຮ່ວມມືກັນຢ່າງໃກ້ຊິດ ໃນບັນຫາ ທີ່ເປັນຍຸດທະສາດຂອງສອງຊາດ, ເສີມ ຂະຫຍາຍການໄປມາຫາສູ່ ກໍຄື ການ ພົບປະກັນຢ່າງເປັນປົກກະຕິຂອງການ ນໍາຂັ້ນສູງ ທັງສາຍພັກ, ສາຍລັດ ແລະ ສາຍອົງການຈັດຕັ້ງມະຫາຊົນດ້ວຍ ຫລາຍຮູບ, ຫລາຍແບບ ແລະ ມີປະສິດ ທິຜົນບົນພື້ນຖານປະຢັດ, ລວມສູນ, ຫລີກລ່ຽງການທັບຊ້ອນ; ສືບຕໍ່ເພີ່ມປະ ສິດທິຜົນຂອງບັນດາກົນໄກທີ່ມີຮ່ວມ ກັນແລ້ວ ເຊັ່ນ: ການພົບປະສອງກົມ ການເມືອງ, ກອງປະຊຸມຄະນະກໍາມະ ການຮ່ວມມືທະວິພາຄີ, ການຈັດຕັ້ງບັນ ດາຊຸດຄົ້ນຄວ້າ ແລະ ແລກປ່ຽນບົດ ຮຽນ; ສືບຕໍ່ຈັດຕັ້ງຊຸດແລກປ່ຽນຫົວ ຂໍ້ສະເພາະໃຫ້ແກ່ພະນັກງານການນໍາ ຂັ້ນສູງຂອງລາວຂັ້ນຮອງລັດຖະມົນຕີ ກໍຄື ການເຊີນຊ່ຽວຊານຫວຽດນາມມາ ແລກປ່ຽນຫົວຂໍ້ສະເພາະ ໃຫ້ແກ່ການ ນໍາລາວ ແລະ ສືບຕໍ່ປະສານສົມທົບ ເພື່ອກະກຽມຈັດກ ອງປະຊຸມສໍາມະນາ 2 ພັກ ລາວ-ຫວຽດນາມ ຄັ້ງທີ 10. ສືບ ຕໍ່ກົນໄກການພົບປະລະຫວ່າງການ ນໍາຂັ້ນສູງ3ປະເທດລາວ-ຫວຽດນາມກໍາປູເຈຍ ທັງສາຍພັກ ແລະ ສາຍລັດ ຖະບານ; ເອົາໃຈໃສ່ເພີ່ມທະວີການສຶກ ສາອົບຮົມມູນເຊື້ອຄວາມສາມັກຄີພິ ເສດ ລາວ-ຫວຽດນາມ ໃນຖັນແຖວພະ ນັກງານ ແລະ ປະຊາຊົນ ໂດຍສະເພາະ ແມ່ນຖັນແຖວຊາວໜຸ່ມ-ເຍົາວະຊົນ ຂອງສອງປະເທດ ໂດຍຜ່ານບັນດາ ກິດຈະກໍາຕ່າງໆຢູ່ປະເທດຂອງກັນ ແລະ ກັນ. ໃນໂອກາດນີ້, ສະຫາຍເລຂາທິ ການໃຫຍ່ ທອງລຸນ ສີສຸລິດ ໄດ້ຕາງ ໜ້າພັກ, ລັດແລະປະຊາຊົນລາວບັນດາ ເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງຈິງ ໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍ ເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນ ການ ແລະ ມີຜົນສັກສິດ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນ ໄລຍະປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງລາວ ໃນປັດຈຸ ບັນ ເຊິ່ງມີຫລາຍໂຄງການໄດ້ ສໍາເລັດ ແລະ ຖືກນໍາໃຊ້ຢ່າງມີປະສິດທິຜົນແລ້ວ ເຊັ່ນ: ໂຄງການໂຮງຮຽນມັດທະຍົມວິ ຊາຊີບຕົວແບບມິດຕະພາບ ລາວຫວຽດນາມ ຢູ່ແຂວງຄໍາມ່ວນ, ໂຄງ ການໂຮງຮຽນທະຫານນາຍສິບຢູ່ ແຂວງໄຊສົມບູນ, ໂຄງການຍົກລະດັບ ແລະ ບູລະນະຊົນລະປະທານນໍ້າລອງ ເມືອງສົບເບົາ ແຂວງຫົວພັນ, ໂຄງການ ກໍ່ສ້າງສ້ອມແປງ, ຍົກລະດັບເຂດອະ ນຸສອນປະທານໂຮ່ຈີ່ມິງ ຢູ່ແຂວງ ຄໍາມ່ວນ, ໂຄງການກໍ່ສ້າງໂຮງຮຽນ ມັດທະຍົມສົມບູນ ເມືອງບຸນເໜືອ ແຂວງຜົ້ງສາລີ ແລະ ອີກຫລາຍໂຄງ ການ. ນັບແຕ່ປີ 2010 ມາເຖິງປັດຈຸ ບັນມີນັກສຶກສາລາວຮຽນຈົບມາແຕ່ ຫວຽດນາມແລ້ວຫລາຍກວ່າ 14.600 ຄົນ, ໃນປັດຈຸບັນນັກສຶກສາລາວທີ່ກໍາ ລັງສຶກສາຢູ່ຫວຽດນາມ ມີເ ຖິງ 14.000 ຄົນ. ໃນຂະນະດຽວກັນ, ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງ ນີ້ ແລະ ໄດ້ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດບຸນປີໃໝ່ລາວ ໃຫ້ແກ່ ການນໍາພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ພ້ອມທັງອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫລອດໄປ. ພິເສດ, ສະຫາຍປະ ທານປະເທດ ຫວໍ ວັນ ເຖືອງ ໄດ້ຢືນຢັນ ວ່າ ສສ ຫວຽດນາມ ຈະສະໜັບສະ ໜູນຢ່າງເຕັມທີ່ໃຫ້ ສປປ ລາວ ເປັນ ເຈົ້າພາບອາຊຽນໃນປີ 2024 ດ້ວຍ ຜົນສຳເລັດອັນຈົບງາມ, ພ້ອມທັງແຈ້ງ ຂ່າວວ່າ ຫວຽດນາມ ມີຂອງຂວັນຈຳ ນວນໜຶ່ງໃຫ້ແກ່ ສປປ ລາວ ໃນການ ເປັນປະທານອາຊຽນ ໃນຄັ້ງນີ້. ສະ ຫາຍ ປະທານປະເທດ ຫວຽດນາມ ໄດ້ ເຊີນສະຫາຍປະທານປະເທດລາວໄປ ຢ້ຽມຢາມໃນເວລາທີ່ສະດວກ ແລະ ສະຫາຍ ປະທານປະເທດລາວ ໄດ້ຕອບ ຮັບການເຊື້ອເຊີນດັ່ງກ່າວ. ພາຍຫລັງສໍາເລັດການພົບປະ, ສອງສະຫາຍ ປະທານປະເທດ ລາວຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີ ພິຍານໃນພິທີລົງນາມເອກະສານຮ່ວມ ກັນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍການຮ່ວມມື ໃນຂົງເຂດ ເຕັກໂນໂລຊີ ແລະ ນະວັດຕະກໍາ ລະ ຫວ່າງ ກະຊວງເຕັກໂນໂລຊີ ແລະການ ສື່ສານ ແຫ່ງ ສປປ ລາວ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສສ ຫວຽດນາມ, ແລະ 2 ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນ ຂົງເຂດວິທະຍາສາດລະຫວ່າງກະຊວງ ສຶກສາທິການ ແລະ ກິລາແຫ່ງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ. ໃນວັນດຽວກັນ, ສະຫາຍ ຫວໍ ວັນ ເຖືອງ,ປະທານປະເທດແຫ່ງສສຫວຽດ ນາມ ແລະ ຄະນະ ກໍໄດ້ໄປວາງພວງ ມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະ ນຶກເຖິງອ້າຍນ້ອງທະຫານນັກຮົບທີ່ ໄດ້ຕໍ່ສູ້ເສຍສະຫລະເລືອດເນື້ອ ເພື່ອປະ ເທດຊາດ ແລະ ປະຊາຊົນໃນສະໄໝສົງ ຄາມ. ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ຫວໍ ວັນ ເຖືອງ ແລະ ຄະນະ ກໍໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ, ຫລັງ ຈາກນັ້ນ ກໍເຂົ້າຮ່ວມງານລ້ຽງ ຕ້ອນຮັບ ຈັດໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢູ່ທີ່ຫໍຄຳ. ພາບ: ອ່າຍຄຳ ຂ່າວ: ກົມການຂ່າວ ກະຊວງການ ຕ່າງປະເທດ ແລະ ທົ່ວເຖິງ ໂດຍສະເພາະບັນ ຫາການຄຸ້ມຄອງ, ດັດສົມການສະ ໜອງ ແລະ ຄວາມຕ້ອງການ ແລະ ລາຄາສິນຄ້າປະເພດຕ່າງໆ ແລະ ບັນຫາການເຂົ້າເຖິງຕະຫລາດທັງ ພາຍໃນ ແລະ ຕ່າງປະເທດ, ຍັງ ບໍ່ທັນໝັ້ນທ່ຽງເຮັດໃຫ້ຜູ້ຜະລິດ ແລະ ຜູ້ບໍລິການຊື້-ຂາຍຂາດຄວາມ ເຊື່ອໝັ້ນ. ນອກນັ້ນ, ພວກເຮົາຍັງບໍ່ ທັນໄດ້ມີການບັງຄັບໃຊ້ນະໂຍບາຍ ແລະ ມາດຕະການຢ່າງເຂັ້ມງວດ ໃນການຄຸ້ມຄອງ ຫລື ຈຳກັດການ ນຳເຂົ້າປະເພດສິນຄ້າທີ່ເຮົາຜະ ລິດເອງຢູ່ພາຍໃນປະເທດ ເພື່ອສົ່ງ ເສີມການຜະລິດ ແລະ ສົ່ງເສີມການ ຊົມໃຊ້ຜະລິດຕະພັນພາຍໃນຍັງບໍ່ ທັນເປັນຂະບວນຟົດຟື້ນ; ຕໍ່ກັບທິດ ທາງໜ້າທີ່ ແລະ ບັນດາຄາດໝາຍທີ່ ຈະສູ້ຊົນຈັດຕັ້ງປະຕິບັດໃນປີ2023. ທ່ານນາຍົກລັດຖະມົນຕີຍັງໄດ້ ເນັ້ນຕື່ມ ກ່ຽວກັບວຽກງານປັບປຸງກໍ່ ສ້າງພະນັກງານ ແມ່ນໃຫ້ສືບຕໍ່ເພີ່ມ ທະວີເອົາໃຈໃສ່ສຶກສາອົບຮົມດ້ານ ການເມືອງ-ແນວຄິດ ໃຫ້ແຂງແຮງ ແລະເລິກເຊິ່ງກວ່າເກົ່າ, ເຊື່ອມຊຶມກໍາ ແໜ້ນແນວທາງແຜນນະໂຍບາຍ ຂອງພັກ ແລະ ວິຊາສະເພາະ ໃຫ້ພະ ນັກງານຫລັກແຫລ່ງຂັ້ນຕ່າງໆໃນ ທົ່ວຂະແໜງການ; ສືບຕໍ່ປັບປຸງແບບ ແຜນການນໍາພາ ແລະ ແບບແຜນ ວິທີເຮັດວຽກໃຫ້ຖືກຕ້ອງ ແລະ ມີ ປະສິດທິພາບສູງ, ຕ້ອງເຄົາລົບ, ຢຶດໝັ້ນ ແລະ ປະຕິບັດຫລັກການ ລວມສູນປະຊາທິປະໄຕ ຂອງພັກ, ຄົ້ນຄວ້າຕົກລົງບັນຫາສຳຄັນຕ່າງໆ ເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດ ຊອບ, ມີການຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດວຽກງານຕົວຈິງ ຢູ່ບັນດາກົມ ຫລື ພະແນກຂັ້ນທ້ອງ ຖິ່ນ, ຕ້ອງແກ້ໄຂ ແລະ ຕ້ານແບບ ແຜນອາຍາສິດ, ເອກະຊົນບົງການ ອ້າຍດຽວ ແລະ ອື່ນໆ; ຕໍ່ກັບວຽກ ວິຊາສະເພາະຂອງຂະແໜງອຸດສາ ຫະກຳ ແລະ ການຄ້າ: ບັນຫາເລັ່ງ ທວງຂອງຂະແໜງການອຸດສາຫະ ກຳ ແລະ ການຄ້າ ໃນເພາະໜ້ານີ້, ແມ່ນສຸມໃສ່ຈັດຕັ້ງປະຕິບັດມະຕິເລກ ທີ 07/ລບ ວ່າດ້ວຍການແບ່ງຄວາມ ຮັບຜິດຊອບໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃນການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.ສະນັ້ນ,ຈຶ່ງຮຽກຮ້ອງໃຫ້ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ຈົ່ງເອົາໃຈໃສ່ຈັດຕັ້ງນໍາພາ ໃຫ້ເກີດຜົນເປັນຈິງ ໂດຍຜັນຂະ ຫຍາຍບັນດາມະຕິຄໍາສັ່ງຂອງຂັ້ນ ເທິງ ແລະ ນະໂຍບາຍຂອງພັກ-ລັດ ໃຫ້ເປັນອັນລະອຽດໂດຍມີຫລາຍຂະ ແໜງການ ແລະ ທ້ອງຖິ່ນ ເຂົ້າຮ່ວມ, ພ້ອມທັງບົດບາດການຄຸ້ມຄອງມະ ຫາພາກ ແລະ ກົນໄກການປະສານ ງານລະຫວ່າງພາກລັດ-ພາກທຸລະ ກິດໃຫ້ຄ່ອງຕົວຂຶ້ນກວ່າເກົ່າ. ຂ່າວ: ໄມເຄິ້ນ ບົວລະພັນ ລົມຄະນະບໍລິຫານງານພັກແຂວງ ກໍຄືພະນັກງານຫລັກແຫລ່ງຂອງ ແຂວງ ແລະ ພະນັກງານກວດກາ ແຂວງຫລວງພະບາງ ໂດຍທ່ານໄດ້ ເນັ້ນໃຫ້ທຸກພາກສ່ວນກ່ຽວຂ້ອງເອົາ ໃຈໃສ່ບາງບັນຫາສໍາຄັນ ເປັນຕົ້ນ ໃຫ້ເອົາໃຈໃສ່ສົ່ງເສີມການຜະລິດ ສິນຄ້າທົດແທນການນໍາເຂົ້າ, ນໍາໃຊ້ ສິນຄ້າພາຍໃນ, ການທ່ອງທ່ຽວ ແມ່ນຢາກໃຫ້ພັດທະນາແຫລ່ງທ່ອງ ທ່ຽວໃຫ້ສາມາດຮອງຮັບນັກທ່ອງ ທ່ຽວເຂົ້າມາ ເພື່ອກະຈາຍການທ່ອງ ທ່ຽວໃຫ້ໄດ້ຫລາຍຂຶ້ນ, ສົ່ງເສີມການ ຜະລິດສິນຄ້າທີ່ລະນຶກ ແລະ ເປັນ ເອກະລັກສະເພາະເມືອງມໍລະດົກ ໂລກ ເພື່ອຂາຍໃຫ້ນັກນັກທ່ອງທ່ຽວ. ສ່ວນບັນຫາສິ່ງແວດລ້ອມທີ່ເປັນ ມົນລະພິດ ໂດຍສະເພາະການຈູດປ່າ ໃຫ້ມີມາດຕະການໃນການຄຸ້ມຄອງ ເພື່ອບໍ່ໃຫ້ເກີດຜົນເສຍຫາຍ ໂດຍ ມອບຄວາມຮັບຜິດຊອບໃຫ້ແຕ່ລະ ບ້ານໃນແຕ່ລະຂົງເຂດເປັນເຈົ້າການ ໃນການ ປ້ອງກັນບັນຫາດັ່ງກ່າວ ເພື່ອບໍ່ໃຫ້ເກີດມົນລະພິດທີ່ເປັນ ອັນຕະລາຍຕໍ່ຄົນ ຫລື ສິ່ງແວດລ້ອມ ຖ້າຫາກແກ້ບໍ່ໄດ້ມັນຈະສົ່ງຜົນກະ ທົບຕໍ່ຫລາຍດ້ານ ໂດຍສະເພາະແມ່ນ ບັນຫາການທ່ອງທ່ຽວ. ນອກນີ້, ທ່ານຍັງເນັ້ນໃຫ້ຄະນະພັກແຕ່ລະຂັ້ນ ໂດຍສະເພາະຂັ້ນຮາກຖານແລະຂັ້ນ ເມືອງໃຫ້ປະເມີນຄືນ ພາຍຫລັງທີ່ສໍາ ເລັດກອງປະຊຸມກາງສະໄໝເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຂອງ ຕົນ ກໍຄືການກໍານົດທິດທາງວຽກ ງານຈຸດສຸມໃນທ້າຍສະໄໝໃຫ້ລະ ອຽດຈະແຈ້ງ, ພ້ອມທັງໃຫ້ກະກຽມ ກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງກາງສະໄໝ ຕ້ອງຕີລາຄາ ຄືນລະ ອຽດຈະແຈ້ງໄລຍະຜ່ານມາ ວ່າແຂວງເຮັດຫຍັງໄດ້ແດ່ ແລະ ບັນຫາໃດທີ່ເປັນການເລັ່ງທວງໃຫ້ ແຂວງຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ ຂາດຕົວ, ພ້ອມທັງກໍານົດວຽກງານ ແຕ່ລະດ້ານ ນັບແຕ່ນີ້ຮອດກອງປະ ຊຸມທ້າຍສະໄໝຢ່າງມີຈຸດສຸມ ເພື່ອ ເປັນເນື້ອໃນໃຫ້ແກ່ການດຳເນີນ ກອງປະຊຸມກາງສະໄໝ, ສະເໜີບັນ ດາສະຫາຍທີ່ເປັນຕົວແທນຂອງ ແຕ່ລະບ່ອນບັນດາສະຫາຍໃນຄະ ນະພັກເຊີດຊູຄວາມຮັບຜິດຊອບ ເບິ່ງຄືນໃຫ້ເລິກເຊິ່ງ ເປັນເຈົ້າການ ຜັນຂະຫຍາຍເນື້ອໃນຕ່າງໆຕິດພັນ ກັບການແກ້ໄຂບັນຫາຕົວຈິງ; ໃຫ້ ເບິ່ງການປັບປຸງການຈັດຕັ້ງພັກ, ລັດ ຮັບປະກັນດ້ານຄູນນະພາບ,ການນຳ ພາຄຸ້ມຄອງອົງການ, ພະແນກການ ແລະ ກົມກອງຕ່າງໆ, ປັບປຸງພັກ, ປັບປຸງອົງການປົກຄອງຍົກລະດັບ ຄວາມສາມາດໃນການນຳພາ, ຄຸ້ມ ຄອງ, ເຂັ້ມງວດໃນການເຄົາລົບ ແລະ ປະຕະບັດລະບຽບວິໄນ, ມະຕິ ຕ່າງໆ, ປະຕິບັດບັນດາຫລັກການ ຢ່າງເຂັ້ມງວດ, ກວດຄືນການກໍາ ນົດໜ້າທີ່ການເມືອງ. ສໍາລັບວຽກ ງານກວດກາ, ການຕິດຕາມ, ກວດ ກາແມ່ນເປັນເນື້ອໃນ, ເປັນແບບ ແຜນນຳພາຄຸ້ມຄອງ, ເປັນໜຶ່ງໃນ ໄມ້ຫລາວັດແທກຄວາມຮູ້ຄວາມສາ ມາດ ແລະ ຄວາມຮັບຜິດຊອບຂອງ ຜູ້ນຳພາແຕ່ລະບ່ອນ, ເຮັດຮອດໃສ, ຈັດຕັ້ງປະຕິບັດຮອດໃສຕ້ອງມີການ ກວດກາຮອດບ່ອນນັ້ນ, ເຫັນການ ລະເມີດຢູ່ບ່ອນໃດແກ້ໄຂຢູ່ບ່ອນ ນັ້ນ, ແກ້ໄຂໃຫ້ທັນການເດັດຂາດ, ສະພາບເລັ່ງທວງ ໃນປັດຈຸບັນມີ ຫຍັງ ແມ່ນໃຫ້ນຳເອົາເນື້ອໃນຈິດໃຈ ຂອງມະຕິ 11 ແລະ ເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານກວດກາ ທົ່ວ ປະເທດຄັ້ງທີ 4 ມາໃສ່, ຄະນະ ພັກຕ້ອງເຂົ້າໃຈ, ຜູ້ເຮັດວຽກງານ ກວດກາຕ້ອງເຂົ້າໃຈ, ຜູ້ນຳພາແຕ່ ລະບ່ອນຕ້ອງເຂົ້າໃຈ ແລະ ມີສ່ວນ ຮ່ວມ, ຄະນະພັກຕ້ອງຮັບຜິດຊອບ, ໜ້າທີ່ຂອງການກວດກາແຕ່ລະຂັ້ນ ຖ້າເຫັນບັນ ແມ່ນຂໍທິດຊີ້ນຳເພື່ອ ເກັບກຳສະພາບ, ຊຸກຍູ້ສົ່ງເສີມງົບປະ ມານ ເພື່ອອຳນວຍຄວາມສະດວກ ໃນການເຄື່ອນໄຫວວຽກງານກວດ ກາໃຫ້ເປັນປົກກະຕິ. ຮູບປັ້ນ ປະທານ ໄກສອນພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງ ຊົນລາວບັນດາເຜົ່າ ເນື່ອງໃນໂອ ກາດວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (14 ມາສາ 1955-14 ເມສາ 2023). ເພື່ອເປັນການສະແດງເຖິງ ຄວາມເຄົາລົບຮັກ, ຄວາມກະຕັນຍູ ຮູ້ບຸນຄຸນ, ລະນຶກເຖິງຄຸນງາມຄວາມ ດີ ແລະ ຜົນງານອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດໃຫ້ແກ່ ການປະຕິວັດ ແລະ ປະເທດຊາດ. ຄຽງຄູ່ກັນນັ້ນ, ເພື່ອສະແດງເຖິງ ຈຸດຢືນ ແລະ ຂໍປະຕິຍານຕໍ່ໜ້າຮູບ ປັ້ນ ປະທານ ໄກສອນ ພົມວິຫານ ຂອງຊາວໜຸ່ມ-ເຍົາວະຊົນຮຸ່ນສືບ ທອດແລະຈະສືບຕໍ່ປົກປັກຮັກສາມູນ ເຊື້ອອັນປະເສີດ ແລະ ລ້ຳຄ່າທີ່ສຸດ, ພ້ອມທັງສານ ຕໍ່ອຸດົມການຂອງປະ ທານ ໄກສອນ ພົມວິຫານ ໃນການ ຊີ້ນຳ-ນຳພາ ສະມາຊິກຊາວໜຸ່ມໃຫ້ ນັບມື້ໜັກແໜ້ນເຂັ້ມແຂງ ແລະ ມີ ຫົວຄິດປະດິດສ້າງ, ມີຄວາມຮູ້, ຄວາມສາມາດ, ນຳພາຊາວໜຸ່ມ ລາວກ້າວຂຶ້ນທັນຍຸກສະໄໝໃໝ່ ສົມກັບຄວາມມຸ້ງມາດປາຖະໜາ ແລະ ຄວາມເປັນຫວ່ງເປັນໄຍຂອງ ປະທານ ໄກສອນ ພົມວິຫານ ດັ່ງຄຳ ເວົ້າທີ່ວ່າ: “ຊາວໜຸ່ມຈົ່ງເປັນດັ່ງ ນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມ ແດງຈົ່ງກາຍເປັນສິນໄຊແຫ່ງຍຸກສະ ໄໝ ຂອງພວກເຮົາ” ແລະ ພ້ອມຈະ ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ພາຍໃຕ້ຄຳຂວັນທີ່ວ່າ: “ບ່ອນໃດ ຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວ ໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ” ແລະ ຄຳ ຂວັນທີ່ວ່າ: ເພື່ອພາລະກິດຂອງຊາດ ເຍົາວະຊົນ ກຽມພ້ອມ. ຂ່າວ-ພາບ: ຄຳສິງ ວິໄລຄຳ ສວນພຶກສາໃຫ້ສຳພາດໃນທ້າຍອາ ທິດຜ່ານມານີ້ວ່າ: ເພື່ອຮັບຮອງໃຫ້ ແກ່ນັກທ່ອງທ່ຽວທີ່ມາທ່ຽວຊົມ ສວນພຶກສາໃນໄລຍະປີໃໝ່ນີ້, ພວກ ເຮົາກໍ່ກະກຽມຫລາຍປັດໄຈ ແລະ ມາຮອດປັດຈຸບັນກໍ່ໄດ້ກຽມພ້ອມທຸກ ຢ່າງແລ້ວ ໂດຍສະເພາະແມ່ນນ້ຳ ຕົກ, ບ່ອນກາລະບູຊາພະຍານາກ, ສວນດອກໄມ້, ຮ້ານອາຫານ. ໃນ ໂອກາດປີໃໝ່ພວກເຮົາມີຫລາຍກິດ ຈະກຳເປັນ ຕົ້ນແມ່ນ ການຕົບພະ ທາດຊາຍ, ສົງພະ, ສັກກາລະບູຊາ ພະຍານາກ ທັງກຽມອາຫານຕ່າງໆ ເພື່ອຮັບຮອງແຂກທີ່ເຂົ້າທ່ອງທ່ຽວ. ນອກຈາກນີ້, ພວກເຮົາຍັງກະກຽມ ຫ້ອງວາງສະແດງ ຂອງບັນດາເຜົ່າ ເພື່ອເປັນບ່ອນທັດສະນະສຶກສາ ຂອງຄົນຮຸ່ນໃໝ່ ທັງໃຫ້ນັກທ່ອງ ທ່ຽວ ພາຍໃນ ແລະ ຕ່າງປະເທດມາ ເຫັນວັດທະນະກຳຂອງບັນດາເຜົ່າ ເຊິ່ງນອກຈາກໄດ້ມາທ່ຽວຢ່າງເຕັມ ອົກເຕັມໃຈແລ້ວ ຍັງໄດ້ຄວາມຮູ້ນຳ ອີກຕື່ມ. ຂະນະທີ່ໄດ້ປົກປັກຮັກສາ ຮີດປະເພນີອັນດີງາມຂອງປະຊາ ຊົນບັນດາເຜົ່າໃຫ້ຢູ່ຄຽງຄູ່ກັບຊາດ ລາວຕະຫລອດໄປທັງເອົາກິດຈະກຳ ເດັ່ນໆເຂົ້າມາ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ຮູ້ວ່າ ປະເທດລາວເຮົາມີຄວາມ ອຸດົມສົມບູນໄດ້ດ້ວຍວັດທະນະທຳ ອັນດີງາມຂອງແຕ່ລະເຜົ່າ. ທ່ານ ພູວົງ ພະມີສິດ ຍັງກ່າວຕື່ມ ວ່າ: ນອກຈາກກິດຈະກຳເນື່ອງໃນ ໂອກາດບຸນປີໃໝ່ແລ້ວ, ພວກເຮົາ ຍັງຮັບຈັດງານຕ່າງໆ, ໂດຍສະເພາະ ແມ່ນງານດອງ, ວັນເກີດຢູ່ພາຍໃນ ສວນ ຂອງພວກເຮົາ ເພື່ອຜູ້ທີ່ມາ ງານໄດ້ຊົມທິວທັດທຳມະຊາດຢູ່ ພາຍໃນສວນ ແລະ ໃນຕໍ່ໜ້າຈະໄດ້ ພັດທະນາສວນພຶກສາໃຫ້ສວຍງາມ ທີ່ສຸດ ເພື່ອເປັນການດຶງດູດນັກທ່ອງ ທ່ຽວເຂົ້າມາຫລາຍຂຶ້ນກວ່າເກົ່າ ແລະ ກາຍເປັນບ່ອນສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນບັນດາເຜົ່າ ມີລາຍຮັບເຂົ້າຄອບຄົວຕື່ມອີກ. ຂ່າວ: ຢ່າຕົ່ງ, ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==