5563

xtgmf]k; 3 21/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢາຕົ້ງ ບົດສະເໜີ lnj vvo]kp ,u vy fmy rq o .op5 d.\j c8j 8h v'.-h 1j k',u lt8y co;7y f my fltfu ,kd{g]oy o pn opq '.o3]dcsj '7;k,9y ' [a oskw2w\h ]k,xj kK m5 d-A o7q o7;ogvq k.9.lj c]t [+ 7;og[yj '0h k, *ວັນທີ 22 ເມສາ 1870 ເປັນ ອີກວັນໜຶ່ງທີ່ມີຄວາມໝາຍສຳຄັນ ທາງປະສາດຂອງຊົນຊັ້ນກຳມະ ກອນໃນທົ່ວໂລກ ແລະ ຂອງບັນດາ ປະເທດສັງຄົມນິຍົມ ເພາະເປັນ ວັນເກີດຂອງຜູ້ນຳທີ່ຍິ່ງໃຫຍ່ຂອງ ລະບົບສັງຄົມນິຍົມ ນັ້ນກໍຄື ທ່ານ ວະລາດີເມຍ ອິລິສ ເລນິນ ຊຶ່ງປີນີ້ ກໍຄົບຮອບ 153 ປີພໍດີ (22/04/ 1870-22/04/2023). ດັ່ງນັ້ນ ໃນມື້ນີ້ຈຶ່ງຮິບໂຮມຂໍ້ມູນຈໍານວນ ໜຶ່ງທີ່ພົວພັນເຖິງຜົນງານອັນໃຫຍ່ ຫລວງ ຂອງທ່ານ ເລນິນ ໃນການ ຜັນຂະຫຍາຍແນວຄິດ ຂອງທ່ານ ມາກ-ອັງແກນ ກ່ຽວກັບພັກກອມມູ ນິດ ທີ່ຍອດຍິ່ງບາງສ່ວນມາສຶກສາ ນໍາກັນ. ເມື່ອເວົ້າເຖິງຜົນງານອັນຍິ່ງ ໃຫຍ່ຂອງ ທ່ານ ເລນິນ, ພວກເຮົາ ຕ້ອງບໍ່ລືມບັນດາສາຍກ້ຽວພັນ, ໂດຍສະເພາະບຸກຄົນສໍາຄັນທີ່ມີ ບົດບາດເຮັດໃຫ້ ທ່ານ ເລນິນ ປະ ສົບຜົນສໍາເລັດທັງທາງດ້ານການ ຄົ້ນຄວ້າທິດສະດີ ແລະ ນໍາໃຊ້ເຂົ້າ ໃນພຶດຕິກໍາຕົວຈິງ ນັ້ນແມ່ນແນວ ຄິດທິດສະດີຂອງ ທ່ານ ກາກມາກ ແລະ ອັງແກນ ກ່ຽວກັບພັກກອມມູ ນິດ. ທ່ານ ກາກມາກ ແລະ ອັງແກນ ແມ່ນຜູ້ທໍາອິດທີ່ໄດ້ຍົກບັນດາແນວ ຄິດພື້ນຖານກ່ຽວກັບພັກກອມມູນິດ ແລະ ຮ່າງຖະແຫລງການຂອງພັກ ກອມມູນິດ ທີ່ເປັນເອກະສານໃນລັກ ສະນະໂຄງການການເມືອງທໍາອິດ ຂອງຂະບວນການກອມມູນິດ, ກໍ່ຄື ການສ້າງຕັ້ງອົງການຈັດຕັ້ງກອມ ມູນິດທໍາອິດຂຶ້ນຢູ່ໃນໂລກ ເຊິ່ງມີຊື່ ວ່າ ພັນທະມິດບັນດາພັກກອມມູນິດ. ພວກເພິ່ນ ໄດ້ຮຽກຮ້ອງໃຫ້ກອງນໍາ ໜ້າປະຕິວັດສອງຊົນຊັ້ນ ຕ້ອງປະ ກອບອາວຸດດ້ວຍທິດສະດີທີ່ກ້າວ ໜ້າ, ມີລະດັບຄວາມຕື່ນຕົວສູງ. ພ້ອມດຽວກັນນັ້ນ ໃນພຶດຕິກໍາຕົວ ຈິງ ພັກຕ້ອງກໍ່ຕ້ອງເປັນຜູ້ທີ່ເດັດ ດ່ຽວກກ່ອນໝູ່ ແລະ ຮູ້ດຶງດູດເອົາ ມະຫາຊົນກ້າວໜ້າເດີນໄປໜ້າພ້ອມ ກັນ... ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ ກາກມາກ ແລະ ອັງແກນ, ກົດ ລະບຽບຂອງພັນທະມິດບັນດາຊາວ ກໍາມະກອນ ໄດ້ຮັບການຮ່າງຂຶ້ນ; ກົດລະບຽບດັ່ງກ່າວ ມີບາງເນື້ອໃນ ສໍາຄັນເປັນຕົ້ນ ພັກຕ້ອງແມ່ນຖັນ ແຖວທີ່ມີການຈັດຕັ້ງແໜ້ນໜາ; ບັນດາອົງການນໍາພາຂອງພັກຕ້ອງ ໄດ້ຮັບການເລືອກຕັ້ງຢ່າງປະຊາທິ ປະໄຕ ແລະ ຈະລົບລ້າງເວລາໃດກໍ່ ໄດ້ ຖ້າເຂົາເຈົ້າບໍ່ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ; ພັກຕ້ອງແມ່ນ ກ້ອນກໍາລັງທີ່ເປັນເອກະພາບທາງ ດ້ານການເມືອງ-ແນວຄິດ-ການ ຈັດຕັ້ງ, ບົນພື້ນຖານອີງໃສ່ລັດທິສັງ ຄົມນິຍົມວິທະຍາສາດຢ່າງແໜ້ນ ແຟ້ນ ຈຶ່ງເຮັດໃຫ້ພັກກາຍເປັນກໍາ ລັງການເມືອງທີ່ມີຄວາມສາມາດ ດຶງດູດມະຫາຊົນສ່ວນຫລາຍ ເຂົ້າ ຮ່ວມໃນການຕໍ່ສູ້ຕ້ານຊົນຊັ້ນນາຍ ທຶນ ແລະ ກໍ່ສ້າງລັດທິກອມມູນິດ… ສໍາລັບທ່ານ ເລນິນ ແມ່ນໄດ້ສືບ ທອດແນວຄິດ-ທິດສະດີຂອງ ທ່ານ ກາກມາກ ແລະ ອັງແກນ ເຊິ່ງບັນ ດາຫລັກການພື້ນຖານ ຂອງເລນິນ ກ່ຽວກັບພັກແບບໃໝ່ຂອງຊົນຊັ້ນ ກໍາມະກອນ ມີບາງເນື້ອໃນສໍາຄັນ ພື້ນຖານຄື:ລັດທິມາກແມ່ນພື້ນຖານ ແນວຄິດ, ແມ່ນເຂັມຊີ້ທິດໃຫ້ທຸກ ການເຄື່ອນໄຫວຂອງພັກກອມມູ ນິດ; ພັກກອມມູນິດແມ່ນກອງນໍາ ໜ້າທາງດ້ານການເມືອງທີ່ມີການ ຈັດຕັ້ງ, ແມ່ນຖັນແຖວທີ່ມີການຈັດ ຕັ້ງແໜ້ນໜາກ່ອນໝູ່, ປະຕິວັດ ກ່ອນໝູ່ ແລະ ມີຄວາມຕື່ນຕົວກ່ອນ ໝູ່ຂອງຊົນຊັ້ນກໍາມະກອນ; ເມື່ອ ເປັນພັກກໍາອໍານາດ ພັກແມ່ນແກນ ນໍາຂອງລະບົບການເມືອງສັງຄົມ ນິຍົມແລະ ແມ່ນພາກສ່ວນໜຶ່ງຂອງ ລະບົບດັ່ງກ່າວ; ລວມສູນປະຊາທິ ປະໄຕ ແມ່ນຫລັກການພື້ນຖານ ແຫ່ງການບັນຫາຕ່າງໆໃນການກໍ່ ສ້າງການຈັດຕັ້ງ, ການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງພັກ; ພັກ ແມ່ນກ້ອນກໍາລັງເອກະພາບ ທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ຖືເອົາການຕໍາໜິ ຕິຊົມຕົນເອງ ແລະ ຕິຊົມກັນ ເປັນ ກົດເກນຂະຫຍາຍຕົວຂອງພັກ; ພັກ ພົວພັນສະໜິດແໜ້ນກັບມະຫາຊົນ, ຕໍ່ສູ້ຢ່າງເດັດດ່ຽວ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ, ຫ່າງເຫີນມະຫາຊົນ. ຄືດັ່ງຮັບຮູ້ນໍາກັນແລ້ວວ່າ ທິດ ສະດີຮູບຖານເສດຖະກິດ-ສັງຄົມ ແມ່ນພື້ນຖານທິດສະດີ ແລະ ວິທີວິ ທະຍາຂອງລັດທິມາກ-ເລນິນ ທີ່ໃຊ້ ເພື່ອເຂົ້າເຖິງການຄົ້ນຄວ້າ-ອະທິ ບາຍ, ຄາດຄະເນການຂະຫຍາຍ ຕົວທີ່ມີລັກສະນະປະ ຫວັດສາດ, ທໍາມະຊາດຂອງສັງຄົມມະນຸດ ເວົ້າລວມ, ເວົ້າສະເພາະແມ່ນຂອງ ແຕ່ລະ ປະເທດ. ສໍາລັບພັກປະຊາ ຊົນປະຕິວັດລາວ ກໍ່ແມ່ນພັກທີ່ໄດ້ ຍຶດໝັ້ນລັດທິມາກ-ເລນິນ ແລະ ນໍາ ມາໝູນໃຊ້ໃນພຶດຕິກໍາຕົວຈິງຢູ່ປະ ເທດເຮົາຢ່າງປະດິດສ້າງ, ສໍາເລັດ ຜົນ ແລະ ຍືນຍົງ ໂດຍພັກເຮົາຖືເອົາ ການວາງແນວທາງຍຸດທະສາດ, ຍຸດໂທບາຍຢ່າງຖືກຕ້ອງເປັນບັນ ຫາສໍາຄັນ ເພື່ອສືບຕໍ່ປັບປຸງພັກ ໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນ, ເຮັດ ລ້ອນພາລະກໍາປະຫວັດສາດອັນ ຍິ່ງ ໃຫຍ່ຄື: “ແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນ ແລະ ຄວາມດ້ອຍ ພັດທະນາຂອງປະເທດຊາດ” ນັ້ນ ແມ່ນການໝູນໃຊ້ທິດສະດີມາກເລນິນ ທີ່ຖືກຕ້ອງທີ່ສຸດ. * ວິວັດທະນາການຂອງສັງຄົມ ໄດ້ມີການພັດທະນາໄປຢ່າງກ້າວ ກະໂດດ, ໂດຍສະເພາະພາຍຫລັງ ກ້າວເຂົ້າສູ່ສັດຕະວັດໃໝ່ທີ 21 ມາ ນີ້, ຂົງເຂດວຽກງານສື່ສານມວນ ຊົນຂໍ້ມູນຂ່າວສານແມ່ນມີການພັດ ທະນາຢ່າງວ່ອງໄວເຮັດໃຫ້ພວກ ເຮົາຮັບຮູ້ການເຄື່ອນໄຫວປ່ຽນ ແປງຂອງສັງຄົມໄດ້ຕະຫລອດເວ ລາ, ໂດຍສະເພາະແມ່ນສື່ສັງຄົມ ອອນລາຍເຊັ່ນ: ເຟສບຸກ, ຢູທູບ, ທະວິດເຕີ ແລະ ອື່ນໆ, ພວມກາຍ ເປັນເຕັກໂນໂລຊີທີ່ທັນສະໄໝ ເຂົ້າ ມາມີບົດບາດສຳຄັນຕໍ່ການດຳລົງ ຊີວິດຂອງຄົນ ເພາະເຂົ້າເຖິງແຫລ່ງ ຂໍ້ມູນຂ່າວສານຢ່າງງ່າຍດາຍ, ບໍ່ ວ່າຈະຢູ່ມູມໃດຂອງໂລກແມ່ນສາ ມາດຕິດຕໍ່ສື່ສານ, ແລກປ່ຽນຂໍ້ມູນ ຂ່າວສານເຊິ່ງກັນ ແລະ ກັນຢ່າງ ວ່ອງໄວ ພຽງແຕ່ເຊື່ອມຕໍ່ລະບົບອິນ ເຕີເນັດກໍສາມາດສ້າງສັງຄົມໃໝ່ ຂຶ້ນມາໃນໂລກອອນລາຍໄດ້. ແຕ່ສິ່ງດັ່ງກ່າວນີ້ ມັນມີທັງດ້ານ ບວກ ແລະ ດ້ານລົບ ດັ່ງນັ້ນຜູ້ຊົມໃຊ້ ຕ້ອງມີສະຕິໃນການບໍລິໂພກຂໍ້ມູນ ຂ່າວສານຕ່າງໆ ເພື່ອບໍ່ໃຫ້ຕົກເປັນ ໂດຍ: ໄໝຄຳຍ້ອມສິນ ເຫຍື່ອຂອງກຸມຄົນບໍ່ດີ ເພາະການ ໃຊ້ສື່ອອນລາຍທີ່ຂາດການຢັບຢັ່ງ ສັ່ງໃຈ, ຂາດການພິຈາລະນາຢ່າງ ຖີ່ຖ້ວນຮອບຄອບ ແລະ ຂາດຈັນຍາ ບັນເຊັ່ນ: ມີການເອົາຮູບພາບທີ່ບໍ່ ເໝາະສົມ, ລາມົກອານາຈານ, ບໍ່ ເຄົາລົບຕໍ່ສິດທິຂອງຜູ້ເສຍຫາຍ, ບຸກຄົນອື່ນ ແລະ ມີການສະແດງ ຄວາມຄິດເຫັນທີ່ບໍ່ສ້າງສັນໃສ່ຮ້າຍ ປ້າຍສີຜູ້ອື່ນ ແລະ ສົ່ງຜົນເສຍຫາຍ ຫລາຍຢ່າງ ຕາມມາ, ບາງຄັ້ງອາດ ກາຍເປັນການສ້າງຂໍ້ຄັດແຍ່ງທີ່ ຮ້າຍແຮງແກ່ສັງຄົມຂຶ້ນເລື້ອຍໆ ດັ່ງ ຫລາຍເຫດການທີ່ປາກົດຂຶ້ນ ໃນສັງຄົມ ເຊິ່ງບາງຄັ້ງໄດ້ກໍ່ຄວາມ ເສຍຫາຍ, ຄວາມເຂົ້າໃຈຜິດ ແລະ ຄວາມສັບສົນວຸ້ນວາຍໃນສັງຄົມ ເພາະວ່າ ບາງຄັ້ງຜູ້ທີ່ໃຊ້ສື່ອອນລາຍ ນັ້ນຍັງ ບໍ່ຮູ້ວ່າສິ່ງທີ່ຕົນນຳສະເໜີ ນັ້ນມີຄວາມເປັນຈິງຊຳໃດ? ອາດກໍ່ ໃຫ້ເກີດສິ່ງທີ່ຜິດພາດກໍເປັນໄດ້. ດັ່ງນັ້ນ, ຜູ້ບໍລິໂພກສື່ອອນລາຍ ກໍຕ້ອງຮູ້ຈັກເບິ່ງ, ຕ້ອງຈຳແນກ ອັນໃດຖືກ, ອັນໃດຜິດ, ອັນໃດດີ ຫລື ບໍ່ດີ ແລະ ຂະນະດຽວກັນຜູ້ນຳ ໃຊ້ສື່ດັ່ງກ່າວກໍຕ້ອງມີຈັນຍາບັນ ແລະ ເພີ່ມຄວາມຮັບພິຊອບຂອງ ຕົນຕໍ່ສິ່ງທີ່ໄດ້ກະທຳໃຫ້ມີຜົນປະ ໂຫຍດຕໍ່ຊາດ ແລະ ສັງຄົມແມ່ນຈະ ເປັນການດີສຸດ ເພື່ອພວກເຮົາ ໄດ້ຢູ່ ຮ່ວມກັນ ດ້ວຍຄວາມຜາສຸກ. * ບັນຫາໄຟໄໝ້ລາມປ່າຢູ່ປະ ເທດເຮົາພົບວ່າແມ່ນໄດ້ເກີດຂຶ້ນ ທຸກປີ ແລະ ມີທ່າອ່ຽງເພີ່ມຂຶ້ນ ເມື່ອ ຮອດລະດູແລ້ງ ເຊິ່ງສາເຫດແມ່ນ ຍ້ອນຂາດຄວາມເອົາໃຈໃສ່ ແລະ ຖືເບົາໃນການຊົມໃຊ້ຟືນໄຟໃນເວ ລາທຳມາຫາກິນຢູ່ໃນປ່າແລ້ວບໍ່ ມອດ, ການຈູດສວນ, ຈູດໄຮ່ ຫລື ຈູດຄັງລ້ຽງສັດທີ່ບໍ່ໄດ້ມີການຕັດ ແລວໄຟເພື່ອຮັບປະກັບຄວາມປອດ ໄພ. ຢ່າງໃດກໍຕາມຖ້າທຸກຊັ້ນຄົນ ໃນສັງຄົມບໍ່ເອົາໃຈໃສ່ຕໍ່ບັນຫາໄຟ ໄໝ້ລາມປ່າແທ້ໆນັ້ນອາດເຮັດໃຫ້ ການປົກຫຸ້ມຂອງປ່າໄມ້70%ຂອງ ເນື້ອທີ່ທົ່ວປະເທດ ຈະບໍ່ບັນລຸເປົ້າ ໝາຍຂອງພວກເຮົາກໍຄືຂອງປະ ເທດລາວ . ພ້ອມດຽວກັນນັ້ນພວກ ເຮົາກໍບໍ່ສາມາດບັນລຸການປູກປ່າ ຄືນໃໝ່ ແລະ ບໍ່ສາມາດປົກປັກຮັກ ສາໄດ້ຢ່າງທົ່ວເຖິງອີກ. ໃນທຸກໆປີ ພໍກ້າວເຂົ້າສູ່ຍາມ ແລ້ງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການກ່ຽວກັບການ ປ້ອງກັນ ແລະ ການຄວບຄຸມໄຟໄໝ້ ລາມປ່າຂອງປະເທດເຮົາເປັນປະ ຈຳ ເຊິ່ງເປັນການໃຫ້ຄວາມສຳຄັນ ກັບບັນຫາດັ່ງກ່າວຢ່າງຈິງຈັງ. ແຕ່ເຖິງຢ່າງໃດກໍຕາມການຜັນຂະ ຫຍາຍ ແລະ ການຈັດຕັ້ງປະຕິບັດ ຕໍ່ຄຳແນະນຳຂອງສູນກາງລົງສູ່ ທ້ອງຖິ່ນນັ້ນ ກໍຍັງເຫັນວ່າບາງຂົງ ເຂດກໍຍັງເຮັດບໍ່ທັນໄດ້ດີ ບວກໃສ່ ກັບຄວາມອາດສາມາດທີ່ຍັງອ່ອນ ນ້ອຍຂອງພາກສ່ວນທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ, ຂາດການຮ່ວມມືຈາກ ພາກສ່ວນກ່ຽວຂ້ອງ ເຮັດໃຫ້ການ ປ້ອງກັນ ແລະ ຄວບຄຸມໄຟໄໝ້ລາມ ປ່າຍັງເປັນສິ່ງທ້າທາຍ. ນອກຈາກ ນີ້, ພະແນກກະສິກຳ ແລະ ປ່າໄມ້ ແຕ່ລະແຂວງ ລວມເຖິງຫ້ອງການ ກະສິກຳ ແລະ ປ່າໄມ້ແຕ່ລະເມືອງ ໄດ້ມີແຈ້ງການກ່ຽວກັບການຕ້ານ ໄຟໄໝ້ລາມປ່າ ທັງແຕ່ງຕັ້ງຄະນະ ຮັບຜິດຊອບ, ຄະນະກຳການ, ມີຄະ ນະຮັບຜິດຊອບແຕ່ລະບ່ອນເອົາ ແຈ້ງການໄປໂຄສະນາເຜີຍແຜ່ ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນ ເຮັດ ທຸກຮູບແບບ, ທຸກລະດັບ, ທຸກເປົ້າ ໝາຍ ໂດຍສະເພາະເປົ້າໝາຍທີ່ມີ ຄວາມສ່ຽງແຕ່ບັນຫາໄຟໄໝ້ລາມ ປ່າກໍຍັງເກີດຂຶ້ນໄດ້. ໃນເບື້ອງຕົ້ນລັດຖະບານໄດ້ຕັ້ງ ເປົ້າໝາຍວ່າ ປີ 2020 ຈະສູ້ຊົນ ໃຫ້ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ປະເທດ ແຕ່ການ ບັນລຸເປົ້າໝາຍດັ່ງກ່າວໄດ້ຕໍ່ເວລາ ອອກໄປຈົນຮອດປີ 2025 ຍ້ອນ ຫລາຍປັດໄຈທີ່ຍັງເປັນສິ່ງທ້າ ທາຍ. ໜຶ່ງໃນຫລາຍສິ່ງທ້າທາຍ ຂອງການບັນລຸເປົ້າໝາຍນີ້ ກໍແມ່ນ ບັນຫາໄຟໄໝ້ລາມປ່າ ເຊິ່ງເປັນບັນ ຫາຊຳເຮື້ອມາຫລາຍປີ, ໃນໄລຍະ ຜ່ານມາ ປະເທດລາວຂອງພວກ ເຮົາໄດ້ສູນເສຍເນື້ອທີ່ການປົກຫຸ້ມ ຂອງປ່າໄມ້ໄປຫລາຍພັນເຮັກຕາ ຍ້ອນບັນຫາໄຟໄໝ້ລາມປ່າ ບໍ່ສະ ເພາະແຕ່ປ່າໄມ້ເທົ່ານັ້ນ ຍັງລວມ ເຖິງຊີວະນາໆພັນທີ່ເປັນສິ່ງມີຄ່າ ປະດັບປ່າທີ່ໜ້າອອນຊອນຂອງ ລາວເຮົາ. ນອກຈາກນັ້ນໄຟໄໝ້ ລາມປ່າຍັງລຸກລາມທໍາລາຍເນື້ອ ທີ່ການຜະລິດຂອງປະຊາຊົນຈໍາ ນວນຫລາຍໂດຍສະເພາະເນື້ອທີ່ ຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ອຸດສາ ຫະກໍາອື່ນໆ. ສຳລັບການເກີດໄຟໄໝ້ລາມ ປ່າໃນປະເທດເຮົາກໍມີຫລາຍສາ ເຫດເປັນຕົ້ນເກີດຈາກການບຸກເບີກ ເນື້ອທີ່ທຳການຜະລິດເຊັ່ນວ່າ: ການ ຈູດເຮັດໄຮ່,ການຈູດປ່າປູກມັນຕົ້ນ ແລະ ອື່ນໆທີ່ບໍ່ສາມາດຄວບຄຸມໄດ້ ສົ່ງຜົນເຮັດໃຫ້ໄຟລາມເຂົ້າສູ່ເຂດ ພື້ນທີ່ປ່າໄມ້ຢ່າງງ່າຍດາຍບວກ ກັບອາກາດທີ່ແຫ້ງແລ້ງ ແລະ ຮ້ອນ ອົບເອົ້າ. ນອກຈາກນີ້, ກໍ່ແມ່ນການ ຂາດສະຕິ ແລະ ຂາດຄວາມຮັບຜິດ ຊອບຕ່າງໆຂອງກຸ່ມຄົນນຳໃຊ້ໄຟ ໃກ້ພື້ນທີ່ປ່າໄມ້. ແນວໃດກໍດີເພື່ອເຮັດໃຫ້ການ ປ້ອງກັນ ແລະ ຄວບຄຸມໄຟໄໝ້ລາມ ປ່າປີນີ້ ໃຫ້ໄດ້ດີຮຽກຮ້ອງໃຫ້ປະ ຊາຊົນ ແລະ ພາກສ່ວນຕ່າງໆມີສະ ຕິ, ໃຫ້ການຮ່ວມມື, ຮຽນຮູ້ວິທີປ້ອງ ກັນຢ່າງມີປະສິດທິພາບ, ປ້ອງກັນ ໄຟໄໝ້ລາມປ່າ ກໍສ່ຳກັບວ່າປ້ອງ ກັນຊັບສົມບັດຂອງພວກເຮົາ ທັງ ເປັນການບັນລຸເປົ້າໝາຍການປົກ ຫຸ້ມ ຂອງປ່າໄມ້ໃຫ້ໄດ້ 70% ຂອງ ເນື້ອທີ່ປະເທດ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==