gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 21/04/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *ເນື່ອງໃນໂອກາດວັນເກີດຂອງ ທ່ານ ວະລາດີເມຍ ອິລິສ ອູລີຢາໂນຟ ເລນິນ ຄົບຮອບ 153 ປີ (ວັນທີ 22 ເມສາ 1870-22 ເມສາ 2023) ຄໍລຳໂລກໜ້າຮູ້ ຂໍນໍາສະເໜີ ໂດຍ ສັງເຂບກ່ຽວກັບຊີວິດ ແລະ ເຄື່ອນ ໄຫວຂອງເພິ່ນ ຊຶ່ງເປັນຜູ້ນຳທີ່ມີຊື່ ສຽງລະດັບໂລກ. ທ່ານ ເລນິນ ເກີດ ທີ່ເມືອງ ຊິມເບີກສເກີ ແຄມ ຝັ່ງແມ່ ນໍ້າໂວນກາ ໃນຄອບຄົວປັນຍາ ຊົນ ເພິ່ນເປັນນັກຮຽນເກັ່ງຜົນການ ຮຽນຂອງເພິ່ນນັບແຕ່ຊັ້ນປະຖົມຈົນ ຈົບມະຫາວິທະຍາໄລ ລ້ວນແຕ່ໄດ້ ຄະແນນດີເລີດ; ເພິ່ນໄດ້ອ່ານປຶ້ມ ກ່ຽວກັບການປະຕິວັດ ແລະ ມີແນວ ຄິດປະຕິວັດແຕ່ຕອນຮຽນຢູ່ມັດທະ ຍົມປີສຸດທ້າຍ. ໃນ ເດືອນ 8 ປີ 1887 ເມື່ອຮຽນ ຈົບໂຮງຮຽນຊັ້ນອຸດົມ, ທ່ານ ເລນິນ ໄດ້ໄປສະໝັກຮຽນຕໍ່ມະຫາວິທະ ຍາໄລກາຊານ. ຮອດເດືອນ 12 ປີ 1887 ທ່ານ ເລນິນ ພ້ອມດ້ວຍໝູ່ ເພື່ອນນັກສຶກສາຈຳນວນ 99 ຄົນ ໄດ້ຖືກຈັບ ແລະ ໄລ່ອອກຈາກມະຫາ ວິທະຍາໄລ ກາຊານ ເພາະຮ່ວມກັນ ເດີນຂະບວນປະທ້ວງ; ເພິ່ນໄດ້ຖືກ ເນລະເທດໄປຢູ່ບ້ານໂກສະກີໂນເຂດ ຊີເບຣິ. ໃນໄລຍະເວລາທີ່ຖືກເນ ລະເທດ ເພິ່ນໄດ້ອ່ານປຶ້ມຈຳນວນ ຫລວງຫລາຍກ່ຽວກັບການປະຕິວັດ ເຮັດໃຫ້ເພິ່ນເຊື່ອມຊຶມ ແລະ ມີຈຸດ ປະສົງມອບຊີວິດ, ກຳລັງວັງຊາທັງ ໝົດໃຫ້ແກ່ການຕໍ່ສູ້ຕ້ານກັບພະ ເຈົ້າຊາ (ກິສັດຣັດເຊຍ) ແລະ ພວກ ຊົນຊັ້ນຮັ່ງມີຍາດເອົາສິດເສລີພາບ ແລະ ຄວາມຜາສຸກມາໃຫ້ແກ່ປະຊາ ຊົນ. ຈາກນັ້ນ ເພິ່ນໄດ້ປະກອບເອກະ -u ;y f c]t dkog7n j vows;0v'mj kog]oy o ຮຽບຮຽງໂດຍ: ຈອນນີ ສານຂໍຮຽນຄືນທີ່ວິທະຍາໄລກາ ຊານ ແຕ່ຖືກປະຕິເສດ. ສະນັ້ນ, ເພິ່ນຈິ່ງຄົ້ນຄວ້າຮຽນດ້ວຍຕົນເອງ, ໄລຍະພຽງປີເຄິ່ງ ເພິ່ນກໍ່ສາມາດ ຮຽນຈົບຫລັກສູດ 4 ປີ ຂອງມະຫາ ວິທະຍາໄລ, ປີ 1891 ເພິ່ນໄດ້ໄປ ເສັງຢູມະຫາວິທະຍາໄລເປເຕກສະ ບວກ ໄດ້ຢ່າງງ່າຍດາຍ ແລະ ໄດ້ຮັບ ໃບປະການິຍະບັດກຽດນິຍົມອັນດັບ I. ປີຕໍ່ມາເພິ່ນໄດ້ເຮັດວຽກເປັນທະ ນາຍຄວາມຫລວງ ຢູ່ຊານເມືອງ ຊາມາຣາ, ຢູ່ທີ່ນັ້ນ ເພິ່ນໄດ້ຄົ້ນຄວ້າ ກ່ຽວກັບທິດສະດີມາກຢ່າງເລິກ ເຊິ່ງ, ເພິ່ນໄດ້ເຂົ້າຮ່ວມກຸ່ມມາກຊິດ ແລະ ໄດ້ເປັນຜູ້ໂຄສະນາເຜີຍແຜ່ລັດ ທິມາກຢ່າງປິດລັບ. ປີ 1893 ທ່ານ ເລນິນ ໄດ້ກັບ ມາເຄື່ອນໄຫວປະຕິວັດຢູ່ນະຄອນ ຫລວງເປເຕກສະບວກ ຊຶ່ງເປັນສູນ ກາງອຸດສາຫະກຳຂອງປະເທດ ຣັດເຊຍ ມີຊົນຊັ້ນກຳມະກອນເປັນ ຈຳນວນຫລວງຫລາຍ, ເພິ່ນໄດ້ສ້າງ ຕັ້ງສະຫະພັນການຕໍ່ສູ້ ແລະ ພິມ ໜັງສືພິມພາລະກຳຂອງຊົນຊັ້ນກຳ ມະກອນ ຊຶ່ງເປັນກະບອກສຽງຂອງ ສະຫະພັນ. ປີ 1896 ທ່ານ ເລນິນ ພ້ອມດ້ວຍສະມາຊິກສະຫະພັນການ ຕໍ່ສູ່ຈຳນວນ 160 ຄົນ ຖືກຈັບ. ເພິ່ນ ຖືກຈຳຄຸກຢູ່ເປເຕກສະບວກ ເປັນ ເວລາ 14 ເດືອນ. ປີ 1897 ທ່ານ ເລນິນໄດ້ຖືກເນລະເທດໄປຢູ່ບ້ານ ຊູເຊນສະໂກເຢ ເຂດຊີເບຣີ ເປັນເວ ລາ 3 ປີ. ເຖິງແມ່ນຈະຖືກຄຸກ ແລະ ຖືກເນລະເທດ ແຕ່ທ່ານ ເລນິນ ກໍ່ບໍ່ ໄດ້ລົດລະຄວາມພະຍາຍາມເຮັດ ການປະຕິວັດ ເພິ່ນໄດ້ພະຍາຍາມຕິດ ຕໍ່, ສົ່ງຂ່າວ, ຂຽນເອກະສານສົ່ງໃຫ້ ຂະບວນການກຳມະກອນຢູ່ພາຍ ນອກຢ່າງຕໍ່ເນື່ອງ, ສຸມໃສ່ຄົ້ນຄວ້າ ທິດສະດີ ແລະ ຂຽນນິພົນຕ່າງໆ. ຫລັງຈາກໝົດກຳນົດການເນລະ ເທດ ເພິ່ນໄດ້ໄປຢູ່ເມືອງເປີສະກົບ ເລນິນ ໄດ້ສຸມທຸກເຫື່ອແຮງໃສ່ການ ວາງຮາກຖານໃຫ້ແກ່ການອອກໜັງ ສືພິມປະຕິວັດ ແຕ່ການຈັດພິມຢູ່ພາຍ ໃນປະເທດແມ່ນບໍ່ມີທາງເປັນໄປ ໄດ້. ສະນັ້ນ ວັນທີ 16 ເດືອນ 7 ປີ 1900 ທ່ານ ເລນິນ ໄດ້ໄປດຳລົງ ຊີວິດແບບປິດລັບຢູ່ເມືອງມິວນິກ ປະເທດເຢຍລະມັນ; ຮອດເດືອນ 12 ປີ 1900 ໜັງສືພິມ “ອິສກຣາ” (ໝັດໄຟ) ສະບັບທຳອິດໄດ້ຖືກ ຈຳໜ່າຍອອກສູ່ສາຍຕາຂອງກຳ ມະກອນ ຣັດເຊຍ ໂດຍມີຄຳຂຶ້ນຕົ້ນ ວ່າ: “ແປວໄຟຈະລຸກຂຶ້ນຈາກໝັດ ໄຟ”. ນັ້ນໄດ້ເຮັດໃຫ້ທ່ານ ເລນິນ ໄດ້ ກາຍເປັນຂວັນໃຈຂອງຊົນຊັ້ນກຳ ມະກອນ. ປີ 1902 ໜັງສືພິມໝັດ ໄຟໄດ້ຍ້າຍໄປຕັ້ງຢູ່ລອນດອນ,ປີ 1903 ກໍ່ໄດ້ຍົກຍ້າຍຈາກລອນດອນ ໄປຕັ້ງຢູ່ເຊີແນວ ແລະ ບຣຸກແຊນ ປະ ເທດແບນຊິກ ຍ້ອນບັນຫາຄວາມ ປອດໄພ. ປີ 1911 ເພິ່ນໄດ້ຍ້າຍໄປຢູ່ປາຣີ ປະເທດຝຣັ່ງ ແລະ ໄດ້ເປີດໂຮງຮຽນ ພັກ ສອນກຳມະກອນ. ນັບຕັ້ງແຕ່ ເດືອນ 7 ປີ 1900 ເຖິງເດືອນ 4 ປີ 1917 ທ່ານ ເລນິນ ໄດ້ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ຕ່າງປະເທດ ເພື່ອພາລະກິດປະຕິວັດຂອງຊົນຊັ້ນ ກຳມະກອນຣັດເຊຍ ແລະ ກຳມະ ກອນສາກົນ ແມ່ນໄລຍະຕໍ່ສູ້ ແລະ ນຳພາກໍ່ສ້າງພັກໂບນເຊວິກ ເຊິ່ງ ແມ່ນພັກແບບໃໝ່ຂອງຊົນຊັ້ນກຳມະ ກອນ ແລະ ແມ່ນໄລຍະແຫ່ງການ ສ້າງເງື່ອນໄຂອັນຈຳເປັນໃຫ້ແກ່ ການປະຕິວັດເດືອນຕຸລາ. ເດືອນ ເມສາ ປີ 1917 ທ່ານ ເລນິນ ໄດ້ກັບ ຄືນມາປະເທດຣັດເຊຍ ເພື່ອຊີ້ນຳ ການປະຕິວັດດ້ວຍຕົນເອງ. ໃນຄືນວັນທີ 24 ຕຸລາ 1917 ທ່ານ ເລນິນ ໄດ້ອອກຄຳສັ່ງໃຫ້ກຳ ລັງປະກອບອາວຸດຂອງຊົນຊັ້ນກຳ ມະຊີບຢຶດເອົາສະຖານີລົດໄຟ,ທະ ນາຄານ, ສະຖານີໄຟຟ້າ, ສະຖານີ ໂທລະສັບ, ສະຖານີໂທລະເລກ ແລະ ຈຸດສຳຄັນຕ່າງໆ ໃນນະຄອນຫລວງ ເປໂຕກຣາດ (ເປເຕກສະບວກ) ຂອງປະເທດ ຣັດເຊຍ. ພາຍໃຕ້ການ ນຳພາຂອງ ທ່ານ ເລນິນ ແລະ ພັກກອມມູນິດ ຣັດເຊຍ (19171924) ສາມາດປົກປັກຮັກສາປະ ເທດຈາກສົງຄາມໂລກ ຄັ້ງທີ I , ສົງຄາມກາງເມືອງໃນລະຫວ່າງປີ 1918-1921, ແກ້ໄຂບັນຫາຕ່າງໆ ຂອງອຳນາດລັດແບບໃໝ່ເຮັດໃຫ້ ການເມືອງ ມີສະຖຽນລະພາບ, ເສດຖະກິດໄດ້ຮັບການພັດທະນາ, ສັງຄົມມີຄວາມຍຸດຕິທຳ, ບັນຫາທີ່ ດິນ ແລະ ບັນຫາຊົນຊາດຊົນເຜົ່າ ໄດ້ ຮັບການແກ້ໄຂ. ໃນວັນທີ 21 ມັງ ກອນ1924 ເວລາ 6 ໂມງ 50ນາທີ ທ່ານ ເລນິນ ໄດ້ເສຍຊີວິດ, ສົບຂອງ ເພິ່ນໄດ້ຖືກຮັກສາໄວ້ຢູ່ໃນສຸສານ ທີ່ຈະຕຸລັດແດງເທົ້າທຸກວັນນີ້. ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດປາຖະກະຖາວັນສ້າງຕັ້ງກຳ ລັງປ້ອງກັນຄວາມສະຫງົບປະ ຊາຊົນລາວ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ໃນວັນທີ 19 ເມສາ 2023 ໂດຍໃຫ້ ກຽດເຜີຍແຜ່ຂອງ ທ່ານ ປະເດີມ ພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ, ມີບັນດາຄະນະ ພັກ, ສະມາຊິກພັກ ແລະ ພະນັກງານວິ ຊາການເຂົ້າຮ່ວມຮັບຝັງ. ທ່ານ ປະເດີມພອນ ສົນທະນີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນ ມາຂອງການກຳເນີດແລະເຕີບໃຫຍ່ ວຽກງານຂອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ຊຶ່ງມີ ຄວາມໝາຍສ ຳຄັນທາງດ້ານການ ເມືອງອັນໃຫຍ່ຫລວງໃນປະຫວັດ ສາດຂອງຊາດລາວ. ຕະຫລອດ 62 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນລາວ ພາຍ ໃຕ້ການນຳພາຂອງພັກປະຊາຊົນ dt-;' Ill xk4tdt4k;a olh k'8A ' de]a 'xh v'da o7;k,lts'[xt-k-q o]k; q ປະຕິວັດລາວ ແມ່ນປະຫວັດສາດ ແຫ່ງການທົດສອບອັນໃຫຍ່ຫລວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະ ລາດແຫ່ງຊາດ, ຕະຫລອດໄລຍະ ທາງອັນລະອິດລະອ້ຽວ, ຫຍຸ້ງຍາກ ລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນ ໄປດ້ວຍຜົນງານ, ວິລະກໍາອັນສູງ ສົ່ງ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫລາດ ສ່ອງໃສຂອງພັກ,ກຳລັງປ້ອງກັນ ຄວາມສະຫງົບໄດ້ສາມັກຄີເປັນ ຈິດ ໜຶ່ງໃຈດຽວໃນການປະຕິບັດໜ້າ ທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານ, ຕິດພັນກັບ ການອອກແຮງປັບປຸງ, ກໍ່ສ້າງກຳ ລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ. ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ ເຊື່ອມຊຶມຄໍາເຫັນໂອ້ລົມຂອງສະ ຫາຍເລຂາທິການໃຫຍ່ ຄະນະບໍລິ ຫານງານພັກ ຕໍ່ວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ວຽກງານພັດທະນາຊົນນະບົດຮອບ ດ້ານ ເພື່ອແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕື່ມອີກ. ຫລວງພະບາງ... ເຈົ້າແຂວງຫລວງພະບາງ ໃຫ້ສຳ ພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຫລວງພະບາງ ເປັນຈຸດໝາຍປາຍ ທາງການທ່ອງທ່ຽວຂອງນັກທ່ອງ ທ່ຽວທັງພາຍໃນແລະ ຕ່າງປະເທດ, ມີແຫລ່ງທ່ອງທ່ຽວທາງທຳມະ ຊາດ, ປະຫວັດສາດ ແລະ ວັດທະນະ ທຳທີ່ຫລາກຫລາຍ. ໃນນັ້ນ, ແຫລ່ງ ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ ຫລາຍຈາກນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ແມ່ນແຫລ່ງ ທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ເປັນຕົ້ນ ຕາດກວາງຊີ, ວັດຊຽງທອງ, ພູສີ, ວັດວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ. ນອກຈາກນີ້, ຍັງມີກິດຈະກຳຕ່າງໆ ທີ່ເປັນເອກະລັກສະເພາະຂອງຊາວ ຫລວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາ ຫານ ການກິນ, ວິຖີຊີວິດຂອງປະຊາ ຊົນທ້ອງຖິ່ນ, ໄລຍະ 2 ປີຜ່ານ ມາ, ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ຊົມແຂວງຫລວງພະບາງ ທັງໝົດ 883.096 ເທື່ອຄົນ. ໃນນີ້, ນັກທ່ອງ ທ່ຽວພາຍໃນ 483.765 ເທື່ອຄົນ, ນັກທ່ອງທ່ຽວສາກົນ 399.331 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງ ນັກທ່ອງທ່ຽວ ໄດ້ປະມານ 336 ລ້ານກວ່າໂດລາສະຫະລັດ. ຄຽງຄູ່ກັນນີ້, ທົ່ວແຂວງຫລວງ ພະບາງ ມີໂຮງແຮມ, ຣີສອດ97 ແຫ່ງ, ເຮືອນພັກ 400 ຫລັງ, ຮ້ານ ອາຫານ 311 ຮ້ານ, ມີບໍລິສັດທ່ອງ ທ່ຽວ 97 ບໍລິສັດ, ຮ້ານບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະປາ 36 ຮ້ານ, ມີພະນັກງານນໍາທ່ຽວລະດັບ ຊາດ 553 ຄົນ, ຍິງ 126 ຄົນ ແລະ ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ. ຂ່າວ: ທະນູທອງ *** ຕໍ່ຈາກໜ້າ 1 *** ການເງິນ ແຈ້ງ... ມູນລາຄາ2ລ້ານກີບ/ຊອງ, ຊອງປະ ມູນຕ້ອງສົ່ງທີ່ຫ້ອງປະຊຸມຊັ້ນ 4 ຂອງກະຊວງການເງິນກ່ອນເວລາ 14:00 ໂມງ ຂອງວັນທີ 19 ພຶດສະ ພາ 2023. ສຳລັບຊອງປະມູນທີ່ສົ່ງ ມາທາງເອເລັກໂຕຣນິກ ຈະບໍ່ອະນຸ ຍາດ ແລະ ຊອງປະມູນທີ່ສົ່ງຊ້າ ກວ່າເວລາທີ່ກຳນົດໄວ້ ຈະບໍ່ຮັບເອົາ ແລະ ຈະສົ່ງຄືນ ໂດຍບໍ່ມີການເປີດ ຊອງ; ຊອງປະມູນທຸກໆຊອງຈະ ໄດ້ເປີດໃນເວລາ 14:00 ໂມງ ຂອງ ວັນດຽວກັນ ໂດຍຊ້ອງໜ້າຄະນະ ກຳມະການປະມູນ ແລະ ຕົວແທນ ຂອງຜູ້ປະມູນທີ່ສົນໃຈເຂົ້າຮ່ວມ. ພ້ອມກັນນັ້ນ, ບໍລິສັດທີ່ຊະນະການ ປະມູນບໍ່ມີສິດຂາຍໂຄງການໃຫ້ບໍ ລິສັດອື່ນ ປະຕິບັດວຽກໄດ້ຍົກເວັ້ນ ການຕົກລົງເຫັນດີຂອງເຈົ້າຂອງ ໂຄງການ. ສຳລັບມາດຖານການຄັດເລືອກ ບໍລິສັດທີ່ຈະເຂົ້າມາເປັນຜູ້ສະໜອງ ອຸປະກອນມີດັ່ງນີ້: ຕ້ອງເປັນບໍລິສັດ ທີ່ໃຫ້ການບໍລິການສະໜອງເຄື່ອງ ຄອມພິວເຕີ ແລະ ອຸປະກອນດ້ານໄອ ທີທີ່ຖືກຕ້ອງຕາມກົດໝາຍໃນການ ດຳເນີນງານກ່ຽວກັບການບໍລິການ ອຸປະກອນໄອທີ (ໃບທະບຽນວິສາ ຫະກິດ, ໃບອຸຍາດດຳເນີນທຸລະກິດ ຮອດປີ 2022), ເປັນບໍລິສັດເອ ກະລາດ ແລະ ມີມາດຖານສາກົນສຳ ລັບວຽກງານການບໍລິການທີ່ກ່ຽວ ຂ້ອງ; ຕ້ອງມີໃບຢັ້ງຢືນການເສຍ ອາກອນປະຈຳປີ2021ຫລື2022; ສະແດງຫລັກຖານຄວາມສໍາເລັດ ໃນການສະໜອງເຄື່ອງຄອມພິວ ເຕີ ແລະ ອຸປະກອນໄອທີຢ່າງໜ້ອຍ 3 ສັນຍາ ພາຍໃນບັນດາອົງກອນ ຕ່າງໆທີ່ມີມູນຄ່າ 500 ລ້ານກີບ ຂຶ້ນໄປຕໍ່ສັນຍາ; ບໍລິສັດທີ່ເຂົ້າຮ່ວມ ການປະມູນໂຄງການດັ່ງກ່າວຕ້ອງ ໄດ້ມອບເງິນຄ່າຄໍ້າປະກັນຊອງປະ ມູນ 2%ຂອງມູນຄ່າໂຄງການທີ່ຕົນ ສະເໜີ. ບໍລິສັດໃດ ທີ່ມີຄວາມສົນໃຈສາ ມາດຕິດຕໍ່ພົວພັນເອົາຂໍ້ມູນກ່ຽວ ກັບການຈັດຊື້ອຸປະກອນຄອມພິວເຕີ ໄດ້ໃນໂມງລັດຖະການທີ່ກົມເຕັກໂນ ໂລຊີຂໍ້ມູນຂ່າວສານການເງິນກະ ຊວງການເງິນ, ບ້ານໂພນໄຊ ເມືອງ ໄຊເສດຖາ, ນະຄອນຫລວງວຽງ ຈັນ ຫລື ສາມາດຕິດຕໍ່ໄດ້ທີ່ເບີ ໂທ: 021417766 ຫລື 020 95358468. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==