5563

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/04/2023 xtgmf]k; ຂະແໜງການຄ້າ... ກະຊວງສາທາລະນະສຸກ... ປີ 2023... ມອບໃບຢັັ້ງຢືນ... ຖະແຫລງຂ່າວ... ສຳມະນາ... ຄະນະບໍລິຫານງານພັກ ປະທານ ສານປະຊາຊົນສູງສຸດ, ມີຄະນະພັກຄະນະກົມ, ເລຂາໜ່ວຍພັກ ພ້ອມ ດ້ວຍສະມາຊິກພັກສົມບູນເຂົ້າຮ່ວມ. ທ່ານ ຂຸນສຸວັນ ສຸທຳມະວົງ ຄະ ນະປະຈຳພັກ, ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານພັກສານ ປະຊາຊົນສູງສຸດ ວ່າດ້ວຍການຮັບ ຮອງເອົາໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ຈໍານວນ 9 ໜ່ວຍ ພັກ ປະຈຳປີ 2022 ຄື: ໜ່ວຍພັກ ກົມຄຸ້ມຄອງວິຊາການ ແລະ ສະ ຖິຕິສານ, ໜ່ວຍພັກສະຖາບັນຄົ້ນ ຄວ້າແລະຝຶກອົບຮົມ,ໜ່ວຍພັກຫ້ອງ ການ, ໜ່ວຍພັກຄະນະສານແພ່ງ, ໜ່ວຍພັກຄະນະແຮງງານ, ໜ່ວຍພັກ ຄະນະສານ, ໜ່ວຍພັກຄະນະສານ ປົກຄອງ, ໜ່ວຍພັກຄະນະກົມຈັດ ຕັ້ງ-ພະນັກງານ ແລະ ໜ່ວຍພັກກົມ ກວດກາ. ຜ່ານການດໍາເນີນການປະເມີນ ແຜນສ້າງໜ່ວຍພັກທັງ 9 ໜ່ວຍນັ້ນ ເຫັນວ່າບໍ່ມີສະມາຊິກພັກອ່ອນ ແລະ ເສຍທາດຂາດຄຸນ. ສ່ວນໜ່ວຍພັກ ທີ່ບໍ່ທັນໄດ້ຮັບນາມມະຍົດເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ປະກອບມີ 2 ໜ່ວຍ ພັກທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດຕາມ ເງື່ອນໄຂ ແລະ ແຜນການຄື: ໜ່ວຍ ພັກກົມຮ່ວມມືສາກົນ ແລະ ໜ່ວຍ ພັກຄະນະສານຄອບຄົວ. ພ້ອມນີ້, ໃນພິທີ, ຍັງໄດ້ມອບບັດ ສະມາຊິກພັກສົມບູນໃຫ້ສະມາຊິກ ພັກສົມບູນ ຈໍານວນ 30 ສະຫາຍ ຊຶ່ງໃຫ້ກຽດມອບໂດຍສະຫາຍ ນາງ ວຽງທອງ ສີພັນດອນ ປະທານສານ ປະຊາຊົນສູງສຸດ. ກະສິກໍາຂະຫຍາຍຕົວ 3,85%, ກວມເອົາ 14% ຂອງ GDP, ຂະ ແໜງອຸດສາຫະກໍາຂະຫຍາຍຕົວ 6,65%, ກວມເອົາ 49% ຂອງ GDP, ຂະແໜງການບໍລິການຂະ ຫຍາຍຕົວ 3,54%, ກວມເອົາ 37% ຂອງ GDP. ສຳລັບແຜນວຽກຈຸດສຸມໃນປີ 2023 ຈະເພີ່ມທະວີການຈັດຕັ້ງ ປະຕິບັດແຜນງານ, ໂຄງການ, ໜ້າວຽກ ແລະ ກິດຈະກໍາ ຂອງໂຄງ ການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການຜະລິດ ກະສິກໍາສະອາດ ເພື່ອພຽງພໍກັບ ການຊົມໃຊ້ພາຍໃນຫລຸດຜ່ອນການ ນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ສົ່ງເສີມໃຫ້ໂຮງງານອຸດສາຫະກໍາ ປຸງແຕ່ງ ແລະ ຫັດຖະກໍາຂະຫຍາຍ ຕົວ 4%, ມູນຄ່າຜະລິດຕະພັນອຸດ ສາຫະກໍາປຸງແຕ່ງຂະຫຍາຍຕົວບໍ່ ຫລຸດ 11,5%, ການຜະລິດຫັດຖະ ກໍາບໍ່ຫລຸດ 8%, ຊຸກຍູ້ການແຈ້ງຂຶ້ນ ທະບຽນ ແລະ ປ່ຽນແປງເນື້ອໃນວິ ສາຫະກິດຂອງຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ກາງ (MSME) ໃຫ້ຂະຫຍາຍຕົວ ເພີ່ມຂຶ້ນ 10%, ຊຸກຍູ້ການສ້າງລະ ບົບຈໍລະຈອນສິນຄ້າ ແລະ ເຂດໂລ ຈິສຕິກໃຫ້ເກີດຂຶ້ນ ເພື່ອຮອງຮັບ ໃຫ້ແກ່ການຂົນສົ່ງ ໂດຍສະເພາະ ການຂົນສົ່ງທາງລົດໄຟ. ຂ່າວ: ທະນູທອງ ນໍ້າມັນປິດ ເພື່ອແກ້ໄຂບັນຫາການ ຍາດແຍ່ງໃສ່ນໍ້າມັນ ກ່ອນມີການປັບ ລາຄາຂື້ນ; ສ່ວນດ້ານລາຄາສິນຄ້າ ໄດ້ເອົາໃຈໃສ່ໃນວຽກງານກໍານົດ ໂຄງປະກອບລາຄາ, ການກໍານົດ ລາຄາສູງສຸດ ຫລື ຂອບເຂດລາຄາ ແລະ ຄວບຄຸມສິນຄ້າໃນຄັງແຮສໍາ ຮອງ ເຮັດໃຫ້ບາງລາຍການສິນຄ້າ ມີລາຄາສະທ້ອນເຖິງຕົ້ນທຶນການ ຜະລິດ/ການນຳເຂົ້າຕົວຈິງ, ບາງ ລາຍການສິນຄ້າ ມີລາຄາຕໍ່າກວ່າ ປະເທດໃກ້ຄຽງຂອງ ສປປ ລາວ. ນອກຈາກນີ້, ຍັງລົງຕິດຕາມກວດ ກາການສະໜອງຄວາມຕ້ອງການ ແລະ ລາຄາສິນຄ້າໃນທ້ອງຕະ ຫລາດເປັນປະຈໍາ ເພື່ອບໍ່ໃຫ້ມີການ ກັກຕຸນສິນຄ້າ ແລະ ການສວຍໂອ ກາດຂຶ້ນລາຄາສິນຄ້າ; ຍົກລະດັບ ຄວາມສາມາດແຂ່ງຂັນ-ສົ່ງເສີມ ການຜະລິດ, ນໍາໃຊ້ຜົນຜະລິດອຸດ ສາຫະກຳພາຍໃນ, ປະຕິບັດເປົ້າ ໝາຍການເຕີບໂຕສີຂຽວແຫ່ງຊາດ, ສົ່ງເສີມການພັດທະນາອຸດສາຫະ ກຳປຸງແຕ່ງແບບຍືນຍົງ, ການສ້າງ ມູນຄ່າເພີ່ມ-ຍົກລະດັບຜະລິດຕະ ພາບ. ພ້ອມກັນນັ້ນ, ກໍເລັ່ງແກ້ໄຂບັນ ຫາລົດຂົນສົ່ງສິນຄ້າທີ່ແອອັດໃຫ້ ສາມາດສົ່ງອອກໄປ ສປ ຈີນ ຫລາຍ ຂຶ້ນ; ປັບປຸງກົນໄກ, ຫລຸດຜ່ອນຂັ້ນ ຕອນ ແລະ ໄລຍະເວລາການອອກ ໃບອະນຸຍາດດໍາເນີນທຸລະກິດ ແລະ ເລກປະຈໍາຕົວຜູ້ເສຍອາກອນສາ ມາດຫລຸດຂັ້ນຕອນ ແລະ ໄລຍະ ເວ ລາການເລີ່ມຕົ້ນທຸລະກິດ ຈາກ 9 ຂັ້ນຕອນ ມາເປັນ 2 ຂັ້ນຕອນ. ນອກຈາກນີ້, ຍັງໄດ້ຊຸກຍູ້ SME ທີ່ໄດ້ຮັບສິນເຊື່ອບ້ວງທຶນ ສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງບ້ວງ 3% ສາມາດຖືບັນຊີໄດ້ 130 ຫົວໜ່ວຍ, ສົ່ງເສີມຄວາມສາ ມາດໃນການແຂ່ງຂັນທຸລະກິດໃຫ້ ແກ່ສະມາຄົມສົ່ງເສີມຖິ່ນກໍາເນີດ ກາເຟບໍລະເວນ ແລະ ຊາປາກຊ່ອງ ຮ່ວມກັບອົງການຊັບສິນທາງປັນຍາ ໂລກ (WIPO) ສາມາດຢັ້ງຢືນ ຜະ ລິດຕະພັນ ແລະ ສິນຄ້າ ເພື່ອດໍາເນີນ ການຂໍອະນຸຍາດນໍາໃຊ້ກາໝາຍ ມາດຕະຖານແຫ່ງຊາດ. ສຳລັບ ຄາດໝາຍສູ້ຊົນປີ 2023 ຂະແໜງອຸດສາຫະກຳ ແລະ ການ ຄ້າຈະສູ້ຊົນສ້າງມູນຄ່າຜະລິດອຸດ ສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນໃຫ້ບັນລຸ 14.029 ຕື້ ກວ່າກີບ; ສູ້ຊົນສ້າງມູນຄ່າຈໍລະ ຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ໃຫ້ ບັນລຸ 73.541 ຕື້ກີບ; ຈະສູ້ຊົນສ້າງ ມູນຄ່າການນຳເຂົ້າ ແລະ ສົ່ງອອກ ໃຫ້ບັນລຸ15.325ລ້ານໂດລາສະຫະ ລັດ. ໃນນັ້ນ, ມູນຄ່າການສົ່ງອອກ 8.225 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 7.100 ລ້ານ ໂດລາສະຫະລັດ. ຂ່າວ: ກິດຕາ, ພາບ: ອ່າຍຄຳ Paxlovid (Nirmatrelvir/Ri tonavir)ຈໍານວນ1.000ຊຸດໂດຍ ຜ່ານກຸ່ມໂຄວິດ ທີດເມັນຄວີກສະ ຕາດຄອນເຊົາທຽມ (COVID Treatment Quick Start consortium) ຜູ້ຮ່ວມງານພາກ ລັດ-ເອກະຊົນ ລະຫວ່າງ ມະຫາວິ ທະຍາໄລດຸກ, ອົງການຄີນຕັນ ເພື່ອ ການເຂົ້າເຖິງການຮັກສາສຸຂະພາບ (ອົງການຈາຍ), ກຸ່ມການຮ່ວມມື ກ່ຽວກັບພະຍາດໂຄວິດ, ອົງການ ອາເມລິແຄ, ກອງທຶນເປີດກວ້າງ ທາງສັງຄົມ, ບໍລິສັດໄວເຊີ ແລະ ກອງທຶນຄອນລາດແອນ ຮີວຕັນ ເພື່ອນໍາໃຊເຂົ້າໃນການປິ່ນປົວຄົນ ເຈັບທີ່ຕິດເຊື້ອພະຍາດໂຄວິດ-19, ຕາງໜ້າຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ, ພ້ອມດ້ວຍຄະນະ ກົມ, ວິຊາການທີ່ກ່ຽວຂ້ອງ ແລະ ຕາງໜ້າພາກສ່ວນອົງການຈາຍ ເຂົ້າຮ່ວມ. ຢາແພັກໂລວິດ ທີ່ໄດ້ຮັບການ ຊ່ວຍເຫລືອໃນຄັ້ງນີ້, ກໍເພື່ອຂະ ຫຍາຍການເຂົ້າເຖິງຂອງປະຊາ ຊົນທີ່ຕິດເຊື້ອພະຍາດໂຄວິດ-19 ໃຫ້ສາມາດຮັບຢາຕ້ານໄວຣັສໂຄ ວິດ-19 ແບບໃໝ່ ທີ່ມີປະສິດທິ ພາບ, ຢາແພັກໂລວິດ Paxlovid ແມ່ນຢາຕ້ານໄວຣັສທີ່ໃຊ້ຮັບປະ ທານແລະນຳໃຊ້ສຳລັບການປິ່ນປົວ ພະຍາດໂຄວິດ-19 ໃນຄົນເຈັບທີ່ມີ ພາວະຄວາມສ່ຽງສູງ, ຖ້າໄດ້ເລີ່ມ ນຳໃຊ້ພາຍໃນ 5 ວັນ ຫລັງຈາກ ມີອາການເລີ່ມຕົ້ນ, ຢາດັ່ງກ່າວຈະ ຊ່ວຍຫລຸດຜ່ອນຄວາມສ່ຽງໃຫ້ກັບ ຄົນເຈັບທີ່ນອນປິ່ນປົວໃນໂຮງໝໍ ໄດ້ເຖິງ 88%. ເພື່ອຮັບປະກັນວ່າ ປະຊາກອນທີ່ມີຄວາມສ່ຽງຈະສາ ມາດເຂົ້າເຖິງການບໍລິການກວດ ແລະ ປິ່ນປົວພະຍາດໂຄວິດ-19 ຕັ້ງແຕ່ໄລຍະເລີ່ມຕົ້ນ ເຊິ່ງຈະສາ ມາດຊ່ວຍໃນການຮັກສາຊີວິດຂອງ ຄົນເຈັບທີ່ມີຄວາມສ່ຽງໄດ້ຢ່າງ ວ່ອງໄວແລະທ່ວງທັນ.ສະນັ້ນ,ການ ໃຫ້ການບໍລິການກວດ ແລະ ປິ່ນປົວ ພະຍາດໂຄວິດ-19 ເປັນເຄື່ອງມືທີ່ ສຳຄັນຫລາຍ ໃນການຕໍ່ສູ້ກັບການ ລະບາດຂອງພະຍາດດັ່ງ ກ່າວ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກໄດ້ສະແດງ ຄວາມຂອບໃຈມາຍັງກຸ່ມໂຄວິດ ທີດ ເມັນ ຄວີກ ສະຕາດ ຄອນເຊົາ ທຽມ ທີ່ເຫັນໄດ້ເຖິງຄວາມສຳຄັນໃນການ ຕ້ານການລະບາດຂອງພະຍາດ ໂຄວິດ-19 ແລະ ການປິ່ນປົ່ວຄົນ ເຈັບຈາກການຕິດເຊື້ອພະຍາດໂຄ ວິດທີ່ໄດ້ສະໜັບສະໜູນຢາດັ່ງກ່າວ ໃຫ້ແກ່ກະຊວງສາທາລະນະສຸກ ຊຶ່ງເປັນຢາທີ່ມີຄວາມສຳຄັນຫລາຍ ໃນການຕ້ານເຊື້ອໄວຮັສ ໂຄວິດ-19 ໃນ ສປປ ລາວ. ຂ່າວ: ສຸກສະຫວັດ ຂໍ້ມູນ: ສາທາລະນະສຸກ ຍາດໂຄວິດ-19 ໃນວັນທີ 20 ເມສາ 2023 ທີ່ແຂວງຫລວງພະບາງ ໂດຍການເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ), ມີ ທ່ານ ກິມ ເຮຢົງ ເລຂາທິການໃຫຍ່ ສູນອາຊຽນ-ເກົາຫລີ, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງ ຫົວໜ້າກົມໂຄສະນາການທ່ອງ ທ່ຽວ, ມີວິທະຍາກອນຈາກປະເທດ ເກົາຫລີ, ພ້ອມດ້ວຍພະແນກການ ທີ່ກ່ຽວຂ້ອງແລະພາກທຸລະກິດພາຍ ໃນແຂວງຫລວງພະບາງເຂົ້າຮ່ວມ. ການສຳມະນາຄັ້ງນີ້, ເປັນກາ ລະໂອກາດອັນສຳຄັນ ໃນການສົ່ງ ເສີມຮ່ວມມືດ້ານວຽກງານການ ທ່ອງທ່ຽວລະຫວ່າງລາວ-ເກົາຫລີ ໃຫ້ນັບມື້ນັບເຂັ້ມແຂງ ແລະ ກວ້າງ ຂວາງຍິ່ງຂຶ້ນ, ທັງເປັນເວທີສົນທະ ນາແລກປ່ຽນບົດຮຽນ ແລະຄຳຄິດ ຄຳເຫັນເພື່ອສ້າງຄວາມ ເຂົ້າໃຈ ລະ ຫວ່າງພາກລັດ ແລະ ພາກເອກະຊົນ ຂອງທັງສອງປະເທດ ເພື່ອພ້ອມ ກັນຄົ້ນຄວ້າເບິ່ງສະພາບຄວາມ ຕ້ອງການຕົວຈິງ, ຊອກຫາວິທີການ ທີ່ເໝາະສົມ ແລະ ສອດຄ່ອງເພື່ອ ອຳນວຍຄວາມສະດວກ ແລະ ເຮັດ ໃຫ້ການທ່ອງທ່ຽວລາວ-ເກົາຫລີ ນັບມື້ນັບມີທ່າແຮງ ແລະ ຂະຫຍາຍ ຕົວຂຶ້ນ. ທ່ານ ອຸ່ນທວງ ຂາວພັນ ຮອງ ລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ ວ່າ: ວຽກງານການທ່ອງທ່ຽວເປັນ ຂະແໜງການໜຶ່ງທີ່ມີຄວາມສຳຄັນ ແລະ ມີບົດບາດຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງຫລາຍ ປະເທດໃນທົ່ວໂລກ ກ່ອນມີການແພ່ ລະບາດຂອງພະຍາດໂຄວິດ-19, ເຖິງວ່າຫລາຍປະເທດຈະໄດ້ຮັບ ຜົນກະທົບຫລາຍພຽງໃດກໍຕາມ, ແຕ່ພາຍຫລັງທີ່ທົ່ວໂລກສາມາດສະ ກັດກັ້ນ ແລະ ຜ່ອນຜັນບັນດາມາດ ຕະການຂອງການແພ່ລະບາດພະ ຍາດດັ່ງກ່າວ, ອັນໄດ້ເຮັດໃຫ້ການ ທ່ອງທ່ຽວກັບມາຟື້ນຕົວໄວຢ່າງ ເຫັນໄດ້ຊັດເຈນທີ່ສຸດຂອງທຸກປະ ເທດໃນໂລກ. ສຳລັບ ສປປ ລາວ, ລັດຖະບານ ໄດ້ເອົາໃຈໃສ່ ແລະ ເຫັນຄວາມສໍາ ຄັນຂອງວຽກງານການ ທ່ອງທ່ຽວ ສະເໜີມາ ໂດຍສະເພາະພາຍຫລັງ ການແພ່ລະບາດ ຂອງພະຍາດໂຄ ວິດ-19 ໂດຍໄດ້ກຳນົດວຽກງານ ການທ່ອງທ່ຽວເປັນວຽກງານບຸລິ ມະສິດໃນການກະຕຸ້ນ, ຊຸກຍູ້ເສດ ຖະກິດຂອງຊາດ ໃນການປະກອບ ສ່ວນເຂົ້າພັດທະນາສ້າງອາຊີບ, ສ້າງວຽກເຮັດງານທຳໃຫ້ແກ່ປະ ຊາຊົນບັນດາເຜົ່າໃນຂອບເຂດທົ່ວ ປະເທດ. ພ້ອມນີ້, ສປປ ລາວ ໄດ້ ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນ ກໍາມະບານລາວ ໄດ້ຖະແຫລງຂ່າວ ກ່ຽວກັບມູນເຊື້ອ, ປະຫວັດຄວາມ ເປັນມາຂອງວັນກໍາມະກອນສາກົນ ເນື່ອງໃນໂອກາດ ຄົບຮອບ 137 (1 ພຶດສະພາ 1886-1 ພຶດສະພາ 2023) ນີ້ວ່າ: ຄືດັ່ງພວກເຮົາຮັບ ຮູ້ນໍາກັນແລ້ວວ່າ ຊົນຊັ້ນກຳມະກອນ ສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນ ທ້າຍສະຕະວັດທີ XVIII ຫາຕົ້ນ ສະຕະວັດທີ XIX ຫລາຍປະເທດ ໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນລົ້ມລະບອບ ສັກດີນາ ແລະ ສ້າງຕັ້ງລະບອບນາຍ ທຶນຂຶ້ນແທນ. ພາຍໃຕ້ການປົກຄອງ ຂອງພ ວກນາຍທຶນ, ຊົນຊັ້ນກຳມະ ກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກ ໜ່ວງ, ອອກແຮງງານສຸດທີ່ລຳ ບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງ ເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະ ກອນອອກແຮງງານ ໂດຍບໍ່ມີເວລາ ພັກຜ່ອນ, ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ ຄ່າແຮງງານພັດຕໍ່າ, ບໍ່ມີການປ້ອງ ກັນສຸຂະພາບ ແລະ ຄວາມປອດໄພ ແຮງງານໃນສະຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີ ການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດ ແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວ ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ. ຊົນ ຊັ້ນກຳມະກອນ ແລະ ຊາວຜູ້ອອກ ແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນ ເປັນກຸ່ມ, ເປັນຂະບວນເພື່ອລຸກຮື້ຂຶ້ນ ຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ ເຊິ່ງ ຂະບວນການຕໍ່ສູ້ຄັ້ງທຳອິດແມ່ນ ຢູ່ປະເທດອັງກິດໃນປີ 1764 ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານ ໃນປະເທດອາເມລິກາຢູ່ຕົວ ເມືອງ ຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ ເນື້ອໃນຂອງຖະແຫລງການຮຽກ ຮ້ອງໃຫ້ພວກນາຍທຶນຕ້ອງປະ ຕິບັດຕາມການສະເໜີຂອງກຳມະ ກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະ ກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງ ຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນ, ມີກຳ ມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດ ອາເມລິກາ ເຊັ່ນ: ນິວຢອກ, ບານ ຕີມໍ, ວໍຊິງຕັນ ແລະ ອື່ນໆ, ມີຜູ້ເຂົ້າ ຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນ ຕ້ອງຮັບຮອງເອົາສິດໃນການເຮັດ ວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະ ແສຟອງອັນໃຫຍ່ຫລວງ ແລະ ແຂງ ແຮງເຖິງຂະບວນການກຳມະກອນ ຢູ່ທະວີບເອີຣົບ ແລະ ທະວີບອາເມລິ ກາເປັນກຳລັງໃຈໃຫ້ຂະບວນການ ຕໍ່ສູ້ຂອງກຳມະກອນໂລກ, ທັງ ເປັນບາດກ້າວຂະຫຍາຍຕົວແຫ່ງ ໄຊຊະນະ, ເປັນວັນທີ່ມີຄວາມໝາຍ ອັນສໍາຄັນໃຫຍ່ຫລວງ ຂອງຊົນຊັ້ນ ກຳມະກອນໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ. ມາໃນວັນທີ1 ເດືອນພຶດສະພາປີ 1889 ກອງປະຊຸມພັກກອມມູນິດ ສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ນະ ຄອນຫລວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງ ໝົດ 393 ຄົນ, ມາຈາກ 22 ປະເທດ ເອີຣົບ,ອາເມລິກາແລະອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນ ງານສຳຄັນຄື: ຊົນຊັ້ນກຳມະກອນ ສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ1886 ເປັນວັນກຳມະກອນສາກົນ” ນັບ ແຕ່ນັ້ນມາ“ວັນທີ1ເດືອນພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນ ໃຫຍ່ຂອງຊົນຊັ້ນກຳມະກອນໃນ ທົ່ວໂລກ”. ສຳລັບປະເທດລາວເຮົາ ພວກ ລ່າເມືອງຂຶ້ນແບບເກົ່າເຂົ້າມາຢຶດ ຄອງ ແຕ່ປີ 1893-1954 ພວກເຂົາ ໄດ້ເກັບເກນເອົາຊາວໄຮ່ນາໄປຂຸດ ຄົ້ນເອົາແຮ່ກົ່ວຢູ່ບໍ່ໂພນຕິ້ວ,ບໍ່ແໜ່ງຢູ່ ແຂວງຄຳມ່ວນ, ໄປເປັນກູລີເຮັດ ທາງ. ຈາກນັ້ນ, ຍັງມີກໍາມະກອນ ທີ່ພວກລ່າເມືອງຂຶ້ນແບບເກົ່າ ໄດ້ນໍາ ໃຊ້ແຮງງານນັບມື້ນັບຫລາຍຂຶ້ນ ແລະ ໄດ້ກາຍເປັນກໍາມະກອນອາຊີບ ຕໍ່ມາພວກເຂົາໄດ້ສ້າງໂຮງເລື່ອຍ ໄມ້, ໂຮງສີເຂົ້າ, ໂຮງງານໄຟຟ້າ ຈຳ ນວນໜຶ່ງ ແລະ ກໍາມະກອນລາວກໍ ໄດ້ເພີ່ມຂຶ້ນເລື້ອຍໆ, ພາຍໃຕ້ການ ປົກຄອງຂອງພວກລ່າເມືອງຂຶ້ນ ກໍາມະກອນລາວຖືກກົດຂີ່ຂູດຮີດ ຢ່າງໜັກໜ່ວງທາງດ້ານເສດຖະ ກິດ, ວັດທະນະທໍາ-ສັງຄົມພວກເຂົາ ບັງຄັບໃຫ້ກໍາມະກອນອອກແຮງ ງານ 14-16 ຊົ່ວໂມງອອກແຮງ ງານຫລາຍ ໄດ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ຖືກໄລ່ອອກຈາກ ວຽ ກໂດຍບໍ່ມີເຫດຜົນ, ຂາດສິດ ເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການເບິ່ງແຍງ ທາງດ້ານສະຫວັດດີການຕ່າງໆ, ຈາກສະພາບການທີ່ກ່າວມານັ້ນ ຊົນຊັ້ນກໍາມະກອນ ກໍຄືຜູ້ອອກແຮງ ງານລາວບັນດາເຜົ່າກໍໄດ້ລຸກຂຶ້ນ ຕໍ່ສູ້ຢ່າງອົງອາດກ້າຫານ ໂດຍເລີ່ມ ຈາກການຕໍ່ສູ້ທີ່ມີລັກສະນະເກີດເອງ ໄດ້ກາຍເປັນຂະບວນການອັນກວ້າງ ຂວາງນໍາພາໂດຍບັນພະບູລຸດຜູ້ ຮັກຊາດ ແຕ່ເໜືອເຖິງໃຕ້, ຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນຢ່າງດຸເດືອດແຕ່ ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ຮັບ ໄຊຊະນະຍ້ອນບໍ່ມີພັກນໍາພາ. ປີ 1930 ພັກກອມມູນິດອິນດູຈີນໄດ້ ຮັບການສ້າງຕັ້ງຂຶ້ນໂດຍແມ່ນປະ ທານ ໂຮ່ຈີ່ມິງ, ພັກໄດ້ວາງແນວ ທາງອັນຖືກຕ້ອງເພື່ອນໍາພາຂະ ບວນການຕໍ່ສູ້ປົດປ່ອຍຊາດຕ້ານ ພວກລ່າເມືອງຂຶ້ນ, ພາຍຫລັງມີ ພັກນຳພາຂະບວນການຕໍ່ສູ້ຂອງ ປະຊາຊົນ, ຊົນຊັ້ນກໍາມະກອນ, ຜູ້ ອອກແຮງງານ 3 ຊາດອິນດູຈີນ ໄດ້ ມີຄຸນນະພາບໃໝ່ສາມາດຍາດໄດ້ ໄຊຊະນະເປັນກ້າວໆມາ, ພັກຖືເອົາ ແນວໂຮມແຫ່ງຊາດ ເປັນການເຕົ້າ ໂຮມຄວາມສາມັກຄີອັນກວ້າງ ຂວາງຖືເອົາພັນທະພາບກໍາມະກອນ ຊາວນາ ແລະ ນັກຮຽນຮູ້ປັນຍາຊົນ ເປັນກໍາລັງແຮງພື້ນຖານຂອງພັກ ເພື່ອໂຄ່ນລົ້ມສັດຕູຂອງຊາດ, ຕໍ່ສູ້ ຕ້ານການເສຍຊ່ວຍ, ນັດຢຸດງານ ເພື່ອທວງໃຫ້ຂຶ້ນເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກ ເປັນ ຕົ້ນແມ່ນຂະບວນການຕໍ່ສູ້ຂອງກຳ ມະກອນຕໍ່າແຜ່ນກາຟາ 500 ກວ່າ ຄົນ, ອັນພົ້ນເດັ່ນແມ່ນຂະບວນລຸກ ຂຶ້ນຕໍ່ສູ້ຢຶດອຳນາດການປົກຄອງ ໃນທົ່ວປະເທດ ໄດ້ມີຂະບວນຂອງ ກໍາມະກອນໄຟຟ້າລາວ ໄດ້ເປີດສາກ ນໍາໜ້າພາທາງໃຫ້ຂະບວນການກໍາ ມະກອນຢູ່ແຫ່ງອື່ນໆ. ໂດຍສືບທອດມູນເຊື້ອອັນດີເລີດ ຂອງຊົນຊັ້ນກໍາມະກອນສາກົນ, ຊົນຊັ້ນກໍາມະກອນລາວ ກໍແມ່ນພາກ ສ່ວນໜຶ່ງຂອງຊົນຊັ້ນກໍາມະກອນ ສາກົນ ໂດຍພາຍໃຕ້ການຊີ້ນໍາ-ນໍາ ພາຂອງພັກປະຊາຊົນປະຕິວັດລາວ, ຊົນຊັ້ນກໍາມະກອນ ແລະ ຜູ້ອອກ ແຮງງານລາວ ໄດ້ຮໍ່າຮຽນເອົາຄຸນ ລັກສະນະອັນດີເລີດຂອງຊົນຊັ້ນ ກໍາມະກອນສາກົນ ຊຶ່ງສະແດງອອກ ໃນຫລາຍດ້ານເປັນຕົ້ນ ເປັນຊົນຊັ້ນ ທີ່ດີເລີດ ແລະ ກ້າວໜ້າກວ່າໝູ່, ມີ ນໍ້າໃຈຮັກຊາດ ແລະ ນໍ້າໃຈສາກົນ ກໍາມະຊີບອັນຜ່ອງໃສ, ມີມານະຈິດ ປະຕິວັດອັນສູງສົ່ງ, ດຸໝັ່ນ, ປະຢັດ, ມີ ຄວາມສາມັກຄີເອື້ອເຟື້ອເຜື່ອແຜ່, ມີ ຄວາມຕື່ນຕົວ, ເດັດດ່ຽວ, ກ້າຫານ, ບໍ່ຍອມຈຳນົນ, ມີສະຕິຕໍ່ລະບຽບວິ ໄນຢ່າງເຂັ້ມງວດໃນການອອກແຮງ ງານ, ຮັກອາຊີບ, ມີຫົວຄິດປະດິດ ສ້າງພັດທະນາຕົນເອງທາງດ້ານ ເຕັກນິກວິທະຍາສາດທີ່ທັນສະໄໝ. ມີການເປີດກວ້າງການພົວພັນຮ່ວມມືກັບກັບບັນດາປະເທດໃນປະ ຊາຄົມອາຊຽນ, ອາຊີປາຊີຟິກ ແລະ ສາກົນ. ສປປ ລາວ ແລະ ສ ເກົາຫລີ ມີສາຍພົວພັນມິດຕະພາບແລະການ ຮ່ວມມືທີ່ເປັນມູນເຊື້ອສະໜິດແໜ້ນ ມາແຕ່ດົນນານ ໂດຍໄດ້ມີການຮ່ວມ ມືກັນທາງດ້ານທຸລະກິດ, ການຊ່ວຍ ເຫລືອກັນໃນການພັດທະນາບ້ານ ຕ່າງໆ, ການເດີນທາງທ່ອງທ່ຽວ ລະຫວ່າງປະເທດພາຍຫລັງທີ່ ສປປ ລາວໄດ້ເປີດປະເທດຢ່າງ ເຕັມຮູບແບບ. ມາຮອດເດືອນທັນວາ ປີ 2022 ໄດ້ມີນັກທ່ອງທ່ຽວສາກົນ ເຂົ້າມາ 1294.365 ຄົນ (ມີກຸ່ມ ນັກທ່ອງທ່ຽວຈາກບັນດາປະເທດ ອາຊຽນ ຄື: ນັກທ່ອງທ່ຽວຈີນ ແລະ ນັກທ່ອງທ່ຽວເກົາຫລີ). ນັກ ທ່ອງທ່ຽວເກົາຫລີແມ່ນກຸ່ມຕະ ຫລາດໃຫຍ່ຂອງຈໍານວນນັກທ່ອງ ທ່ຽວທີ່ເຂົ້າມາທ່ຽວ ສປປ ລາວ ຫລາຍທີ່ສຸດ, (ສໍາລັບຕົວເລກນັກ ທ່ອງທ່ຽວ ເກົາຫລີ ໄລຍະ 2 ເດືອນ ຕົ້ນປີ2023ນີ້,ມີຈຳນວນ34.326 ເທື່ອຄົນ) ເຊິ່ງຮູບແບບການທ່ອງ ທ່ຽວຂອງນັກທ່ອງທ່ຽວເກົາຫລີ ແມ່ນຈະມາເປັນກຸ່ມໃຫຍ່(ເກົາຫລີ ຟີເວີ), ມີການບອກຕໍ່ໆ ໂຄສະນາ ເປັນວົງກວ້າງ, ມີການມາທ່ອງ ທ່ຽວຍາວຕໍ່ເນື່ອງໃນທຸກໆລະດູ ການ ແລະ ມີນັກຮ້ອງ, ນັກສະແດງ ຈາກ ເກົາຫລີ ມາສ້າງກິດຈະກຳ ຕ່າງໆ ທີ່ເປັນສີສັນໃຫ້ການທ່ອງ ທ່ຽວຂອງ ສປປ ລາວ ເຊິ່ງສະຖານ ທີ່ທ່ອງທ່ຽວຍອດນິຍົມແມ່ນເມືອງ ວັງວຽງ ແຂວງວຽງຈັນ ແລະ ແຂວງຫລວງພະບາງ. ຂ່າວ-ພາບ: ວຽງສະຫວັນ

RkJQdWJsaXNoZXIy MTc3MTYxMQ==