5588

xtgmf]k; 3 29/03/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເຈົ້າໜ້າທີ່ຕໍາຫລວດແຂວງອຸດົມໄຊ ມອບສາຍໄຟງທີ່ຢຶດໄດ້ຈາກໂຈນລັກສົ່ງຄືນໃຫ້ຜູ້ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງທາງລົດໄຟລາວ-ຈີນ) ໂດຍ: ຊິບປະໄຊ *** ຕໍ່ຈາກໜ້າ 1 *** ບົດສະເໜີ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ xdl c0;'v5 fq ,w- xtdv[lj ;ole7a o .odkoIa dlk7;k,lts'q [37'dko]q fw2 ]k;{9u o [k'[a oskmuj 7;ogvq k.9.lj .odkod+ lh k'ra d{rtoa d'ko 16j c0;'va f8txn 7e,j ;o lh k'rtoa d'koda [mu j fh kodko x6 d{dko]h P' wfh s]kpd;j k 6.000 7q o * ຄວາມທຸກຍາກຂອງປະຊາ ຊົນຈະຫລຸດລົງເປັນກ້າວໆ ຕ້ອງ ເອົາໃຈໃສ່ສ້າງພະນັກງານກັບ ທີ່ ທາງດ້ານວິຊາການໃນວຽກການ ປູກ-ການລ້ຽງໃຫ້ຫລາຍຂຶ້ນ. ໝາຍ ຄວາມວ່າ ຕ້ອງສ້າງປະຊາຊົນໃຫ້ຮູ້ ດ້ານເຕັກນິກການຜະລິດຕ່າງໆ ໃຫ້ ຂະຫຍາຍຢ່າງກວ້າງຂວາງໄປ ສູ່ ເຂດຊົນນະບົດ. ດັ່ງແຂວງຄຳມ່ວນ ມາຮອດປັດຈຸບັນສາມາດສ້າງພະ ນັກງານກັບທີ່ ຫລື ປະຊາຊົນທີ່ຜ່ານ ການຝຶກອົບຮົມດ້ານການຜະລິດ ແລ້ວ ຫລາຍກວ່າ 6.000 ຄົນ ອັນ ເຮັດໃຫ້ການຜະລິດເປັນສິນຄ້າມີ ການຂະຫຍາຍຢ່າງກວ້າງຂວາງ. ທ່ານ ສີລາ ຈັນທະລາວົງ ຮອງ ຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ແຂວງຄຳມ່ວນ ແມ່ນແຂວງໜຶ່ງທີ່ ມີທ່າແຮງໃນການຜະລິດກະສິກຳ ປູກຝັງ-ລ້ຽງສັດ ເຊິ່ງໄລຍະຜ່ານ ມາກໍຄືປັດຈຸບັນທຸກຂະແໜງການ ໄດ້ເອົາໃຈໃສ່ຕໍ່ວຽກງານວິຊາສະ ເພາະຂອງຕົນ ທັງສົ່ງພະນັກງານ ວິຊາການລົງໃກ້ຊິດຕິດແທດ ແລະ ໃຫ້ຄວາມຮູ້ດ້ານເຕັກນິກການ ຜະ ລິດ, ສ້າງພື້ນຖານໂຄງລ່າງທີ່ອຳ ນວຍຕໍ່ການປູກ-ການລ້ຽງໃຫ້ແກ່ ປະຊາຊົນ. ອັນພົ້ນເດັ່ນແມ່ນໄດ້ສ້າງ ພະນັກງານກັບທີ່. ໝາຍຄວາມວ່າ ສ້າງປະຊາຊົນໃຫ້ມີຄວາມຮູ້ດ້ານ ການຜະລິດກະສິກຳ ເຖິງວ່າເຂົາ ເຈົ້າ ບໍ່ໄດ້ຮຽນຈົບວິຊາຊີບຊັ້ນສູງ, ປະລິນຍາຕີ ດ້ານການປູກຝັງ ລ້ຽງ ສັດ, ແຕ່ໄດ້ຜ່ານການຝຶກອົບຮົມ ວຽກງານກະສິກຳແລະປ່າໄມ້ໂດຍ ມາຮອດປັດຈຸບັນທົ່ວແຂວງສາ ມາດສ້າງໄດ້ພະນັກງານກັບທີ່ ຫລື ປະຊາຊົນມີຄວາມຮູ້ດ້ານກະສິກຳ ແລະ ປ່າໄມ້ໄດ້ຫລາຍກວ່າ 6.000 ຄົນ ແລະ ເຮັດໃຫ້ເກີດມີຄອບຄົວ ຕົວແບບດ້ານການຜະລິດຕ່າງໆ ຫລາຍຂຶ້ນ ທັງກ້າວໄປສູ່ການສ້າງ ເປັນຟາມ ໂດຍຮອດປັດຈຸບັນທົ່ວ ແຂວງມີຟາມລ້ຽງສັດທັງໝົດ 133 ຟາມ. ໃນນັ້ນ, ຟາມລ້ຽງງົວມີ 25 ຟາມ, ມີງົວຫລາຍກວ່າ 1,6ພັນໂຕ; ຟາມລ້ຽງໝູມີ81ຟາມ, ມີໝູຫລາຍ ກວ່າ 20 ພັນໂຕ; ແບ້ 6 ຟາມ, ມີແບ້ 440 ໂຕ; ຟາມໄກ່ໄຂ່ 2 ຟາມ, ມີໄກ່ 9 ພັນໂຕ; ຟາມໄກ່ຊີ້ນ 3 ຟາມ, ມີໄກ່ 7,4ພັນໂຕ;ຟາມນົກກະທາ4ຟາມ, ມີນົກກວ່າ 20 ພັນໂຕ; ເປັດໄຂ່ 6 ຟາມ, ມີກວ່າ 6,7 ພັນໂຕ ແລະ ຟາມ ປາກະຊັງ 6 ຟາມ, ມີ 650 ກະຊັງ, ມີປາຫລາຍກວ່າ 6,6 ແສນໂຕ. ພາຍໃຕ້ການນຳພາ-ຊີ້ນຳຂອງ ຄະນະພັກແຂວງບວກໃສ່ທ່າແຮງ ອຳນວຍຄວາມສະດວກ ໂດຍສະ ເພາະແມ່ນເນື້ອທີ່ທຳການຜະລິດ ກະສິກຳຂອງແຂວງຄຳມ່ວນ ມີ ຫລາຍກວ່າ 2,4 ແສນເຮັກຕາ ຈຶ່ງ ເຮັດໃຫ້ການຜະລິດກະສິກຳເປັນ ສິນຄ້າມີການຂະຫຍາຍຕົວ, ຄວາມ ທຸກຍາກຂອງປະຊາຊົນໄດ້ຮັບການ ແກ້ໄຂຫລຸດລົງເທື່ອລະກ້າວ. ທ່ານ ສີລາ ຈັນທະລາວົງ ຮອງຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້ ແຂວງ ຄຳມ່ວນ * ເພື່ອຮັບປະກັນບົດບາດເປັນ ພັກກໍາອໍານາດໝັ້ນຄົງຍາວນານ ນັ້ນ ມີຄວາມຈໍາເປັນທີ່ສຸດ ຕ້ອງປັບ ປຸງປົວແປງກໍ່ສ້າງພັກໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງ ໃນທຸກດ້ານ ໂດຍສະເພາະແມ່ນຄວາມເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີ ນໍາ ພາ ເພື່ອເຊີດຊູບົດບາດຂອງພັກໃຫ້ ສົມກັບເປັນແກນນໍາໃນລະບົບການ ເມືອງ. ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ລະບຸວ່າ: ສືບຕໍ່ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ພັກແຕ່ລະຂັ້ນ ແລະ ຍົກສູງຄຸນນະ ພາບຂອງຖັນແຖວສະມາຊິກພັກ ເຮັດໃຫ້ການຈັດຕັ້ງຮາກຖານພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ສາມາດເປັນແກນນໍາໃນລະ ບົບການເມືອງຢູ່ແຕ່ລະຂັ້ນ. ສະຫາຍ ຄໍາບຸນ ດວງພະບາງ ຄະນະປະຈໍາພັກແຂວງ, ຫົວໜ້າຄະ ນະຈັດຕັ້ງແຂວງ ໄດ້ໃຫ້ສໍາພາດຕໍ່ ສື່ມວນຊົນແຂວງເມື່ອວັນທີ 23 ມີນາ 2023 ຜ່ານມາວ່າ: ເພື່ອສືບຕໍ່ ຈັດຕັ້ງປະຕິບັດຄາດໝາຍ ແລະ ທິດ ທາງລວມວຽກງານກໍສ້າງພັກ-ພະ ນັກງານດັ່ງກ່າວໃຫ້ປາກົດຜົນເປັນ ຈິງ ຄະນະພັກແຂວງອັດຕະປື ແມ່ນ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງການ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ສໍາພາດຕໍ່ສື່ ມວນຊົນເມື່ອບໍ່ດົນມານີ້ວ່າ: ນັບແຕ່ ມື້ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການ ລົດໄຟ ລາວ-ຈີນ, ກໍາລັງ ປກສ ແຂວງ ໄດ້ເອົາໃຈໃສ່ຮ່ວມກັບ ກໍາ ລັງທີ່ກ່ຽວຂ້ອງຂອງແຂວງ ແລະ ຈາກກະຊວງປ້ອງກັນຄວາມສະ ຫງົບ ເພື່ອປະຕິບັດໜ້າທີ່ຮັກສາ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຕາມແລວທາງລົດ ໄຟໄລຍະທາງຜ່ານ ແຂວງອຸດົມໄຊ ຢ່າງເຂັ້ມງວດ, ພ້ອມນີ້ ໄດ້ຮ່ວມ ກັບພາກສ່ວນກ່ຽວຂ້ອງໄກ່ເກ່ຍ ເພື່ອຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໂຄງການ. ພາຍຫລັງ ເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ກະຊວງປ້ອງ ກັນຄວາມສະຫງົບ ໄດ້ມອບຄວາມ ໃຫ້ແຂວງຮັບຜິດຊອບວຽກງານ ນີ້ໂດຍກົງ. ຈາກນັ້ນ ປກສ ແຂວງ ຮ່ວມກັບ ປກສ ບັນດາເມືອງທີ່ກ່ຽວ ຂ້ອງ ໄດ້ສືບຕໍ່ຈັດສັນກໍາລັງປະຈໍາ ຢູ່ຕາມສະຖານີ, ອຸບມົງ ແລະ ແຕ່ລະ ຈຸດສໍາຄັນຕ່າງໆ, ພ້ອມນີ້ຍັງມີ ໜ່ວຍລາດຕະເວນແລະໜ່ວຍເຄື່ອນ ໄຫວເພື່ອໂຄສະນາໃຫ້ປະຊາຊົນ ຢູ່ບັນດາບ້ານທີ່ຢູ່ຕາມແລວທາງ ລົດໄຟພາຍໃນແຂວງ ເປັນເຈົ້າການ ປົກປັກຮັກສາເສັ້ນທາງລົດໄຟຮ່ວມ ຈັດຕັ້ງພັກທຸກຂັ້ນພາຍໃນແຂວງ ຕາມຄໍາສັງເລກທີ 01/ກມສພ, ລົງ ວັນທີ 3 ມັງກອນ 2018 ແລະ ບັນ ດານິຕິກໍາຂອງຄະນະຈັດຕັ້ງສູນ ກາງພັກກໍຄືບັນດານິກໍາຂອງຄະນະ ຈັດຕັ້ງແຂວງ ໂດຍໄດ້ຈັດຕັ້ງຜັນຂະ ຫຍາຍບັນດານິຕິກໍາດັ່ງກ່າວເປັນ ລາຍລະອຽດ ແລະ ໄດ້ຊີ້ນໍາ-ນໍາ ພາເຜີຍແຜ່, ເຊື່ອມຊຶມຢ່າງກ້ວາງ ຂວາງ, ເລິກເຊິ່ງ ແລະ ມີຄວາມເປັນ ເອກະພາບກັນໃນການຈັດຕັ້ງປະ ຕິບັດຕົວຈິງ. ຜ່ານການຈັດຕັ້ງປະຕິ ບັດໃນໄລຍະຜ່ານມາສາມາດຍາດ ໄດ້ຜົນສໍາເລັດຫລາຍດ້ານເປັນຕົ້ນ: ຜົນສໍາເລັດວຽກງານປັບປຸງການ ຈັດຕັ້ງພັກ; ເຊຶ່ງຄະນະພັກແຕ່ລະ ຂັ້ນພາຍໃນແຂວງ ຍາມໃດກໍ່ຍຶດ ໝັ້ນລັດທິມາກ-ເລນິນ, ແນວຄິດ ປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນ ຖານສຶກສາອົບຮົມພະນັກງານ, ສະມາຊິກພັກແລະ ປະຊາຊົນບັນດາ ເຜົ່າ ໃຫ້ມີຄວາມຈົ່ງຮັກພັກດີຕໍ່ການ ຈັດຕັ້ງພັກ-ລັດ ກໍຄືຜົນປະໂຫຍດ ລວມຂອງຊາດ ແລະ ປະຊາຊົນ, ພ້ອມດຽວກັນ, ຍັງໄດ້ເອົາໃຈໃສ່ນໍາ ພາຄົ້ນຄວ້າທິດສະດີ, ບົດຮຽນ ແລະ ພຶດຕິກໍາ ໃນການນໍາພາ-ຊີ້ນໍາ ແລະ ການເຄື່ອນໄຫວປະຕິບັດໜ້າ ທີ່ການເມືອງຂອງຕົນ ແລະ ໄດ້ຖື ສໍາຄັນສືກສາອົບຮົມການເມືອງແນວຄິດຕິດພັນກັບການດໍາເນີນ ຮ່ວມຊິວິດໃນແຕ່ລະເດືອນດ້ວຍ ຫລາຍວິທີ, ຫລາຍເນື້ອໃນແຕ່ລະ ໄລຍະ ແລະ ໃນປະຈຸບັນການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງພັກ-ພະ ນັກງານໂດຍໄດ້ສຸມໃສ່ 3 ວຽກ ໃຫຍ່ຕົ້ນຕໍເຊັ່ນ: ວຽກກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໝ້ນ ເຊິ່ງທົ່ວແຂວງ ມີການຈັດຕັ້ງຮາກ ຖານພັກທັງໝົດ 613 ຮາກຖານພັກ ແລະ ມີ 537 ໜ່ວຍພັກ ໃນນັ້ນ, ມີ ຄະນະພັກຮາກຖານ 76 ຮາກຖານ, ມີໜ່ວຍພັກຮາກຖານ 221 ໜ່ວຍ ແລະ ໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານ 316 ໜ່ວຍ, ມີສະມາຊິກ ພັກທັງໝົດ 10.584 ສະຫາຍ, ຍິງ 3.010 ສະຫາຍ, ສະມາຊິກ ພັກສໍາຮອງ 659 ສະຫາຍ, ຍິງ 224ສະຫາຍ, ສະມາຊິກພັກສົມບູນ 9.925 ສະຫາຍ, ຍິງ 2.786 ສະຫາຍ ແລະ ໃນປີ 2022 ມີໜ່ວຍ ພັກທີ່ໄດ້ຮັບຮອງແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ທັງໝົດ 401 ໜ່ວຍພັກ, ເທົ່າ ກັບ 74,67% ຂອງໜ່ວຍພັກ ທັງ ໝົດ, ຜ່ານການລົງປະເມີນຂອງຄະ ນະຮັບຜິດຊອບ ແລະ ການຄົ້ນຄວ້າ ສາມາດຮັບຮອງໂດຍພື້ນຖານ ເພື່ອ ນໍາສະເໜີຂັ້ນເທິງຮັບຮອງ 290 ໜ່ວຍ,ເທົ່າກັບ72,31%.ວຽກງານ ສ້າງແຜນກໍານົດພະນັກງານ-ນໍາ ພາຄຸ້ມຄອງແມ່ນວຽກງານໜຶ່ງທີ່ ສໍາຄັນ ເພື່ອສ້າງພະນັກງານໄວ້ແຕ່ ນີ້ຮອດປີ 2025 ມີຈຸດປະສົງເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການໃນການປັບປຸງກົງຈັກ ການຈັດຕັ້ງພັກ ເພື່ອເລືອກເຟັ້ນພະ ນັກງານທີ່ມີຄວາມສະອາດ, ຄວາມ ບໍລິສຸດ ນັບແຕ່ຂັ້ນແຂວງ, ເມືອງ, ບ້ານ. ໃນປັດຈຸບັນ ໃນທົ່ວອົງຄະນະ ພັກແຂວງ ໄດ້ສໍາເລັດການສ້າງ ແຜນກໍານົດພະນັກງານນໍາພາ, ຄຸ້ມ ຄອງ ໄດ້ທັງໝົດ 45 ພາກສ່ວນ ແລະ ຍັງ 14 ພາກສ່ວນຄື: 1 ເມືອງ ສະໜາມໄຊ ແລະ 13 ພະແນກ ການ ອ້ອມຂ້າງແຂວງ. ວຽກການດໍາ ເນີນກອງປະຊຸມຄົບຄະນະກາງສະ ໄໝ ແມ່ນຍິ່ງມີຄວາມສໍາຄັນທີ່ສຸດ ເພາະວ່າແມ່ນການສະຫລຸບຕີລາ ຄາໝາກຜົນຂອງການຈັດຕັ້ງປະຕິ ບັດມະຕິຂອງພັກ ເພື່ອກວດກາຕີ ລາຄາຄືນການ ນໍາພາ-ຊີ້ນໍາໄລຍະ 2 ປີເຄິ່ງ, ການຈັດຕັ້ງປະຕິບັດ ແຜນພັດທະນາແຫ່ງລັດ ລວມທັງ ການສ້າງສາພັດເສດຖະກິດ-ສັງ ຄົມທັງຕີລາຄາຄວາມຮັບຜິດຊອບ ຂອງພະນັກງານ-ສະມາຊິກພັກ, ການທາບທາມຫາງສຽງຄວາມ ໄວ້ວາງໃຈຈາກສະມາຊິກພັກ ພ້ອມ ທັງໄດ້ເຂັ້ມງວດປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສຸນກາງ ພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023, ຄໍາແນະນໍາຂອງຄະນະຈັດຕັ້ງສູນ ກາງພັກ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝ ເຊິ່ງຄະນະ ພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຄົ້ນ ຄວ້າເຊື່ອມຊືມຜັນຂະຫຍາຍຢ່າງ ກວ້າງຂວາງ. ປັດຈຸບັນການດໍາ ເນີນກອງປະຊຸມຄົບຄະນະກາງສະ ໄໝ ສໍາເລັດແລ້ວ 5 ເມືອງ, 2 ຄະ ນະພັກຮາກຖານ, 2 ໜ່ວຍພັກຮາກ ຖານອ້ອມຂ້າງແຂວງ ແລະ ສືບຕໍ່ ທີ່ຍັງບໍ່ທັນສໍາເລັດໃນ 2 ອົງຄະນະ ພັກ ປກຊ-ປກສ ແຂວງ, 12 ຄະນະ ພັກຮາກຖານ ແລະ 24 ໜ່ວຍພັກ ອ້ອມຂ້າງແຂວງ ໃຫ້ສໍາເລັດ. ເຖິງຢ່າງໃດກໍ່ຕາມ ຄຽງຄູ່ກັບ ຜົນສໍາເລັດທີ່ຍາດມາໄດ້ນັ້ນ, ກໍຍັງ ມີຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂເປັນຕົ້ນແມ່ນ: ຄວາມ ຮັບຮູ້ເຂົ້າໃຈຂອງພະນັກງານ-ສະ ມາຊິກພັກຕໍ່ແນວທາງນະໂຍບາຍ ຂອງພັກ ຍັງບໍ່ທັນເລິກເຊິ່ງ, ການ ຫັນແນວທາງຂອງພັກ ເປັນແຜນ ງານ, ໂຄງການເພື່ອຈັດຕັ້ງປະຕິບັດ ຢູ່ຂັ້ນຂອງຕົນຍັງຊັກຊ້າ, ຄຸນທາດ ການເມືອງ, ຄຸນສົມບັດສິນທໍາປະ ຕິວັດ, ຄວາມເປັນແບບຢ່າງນໍາໜ້າ ຂອງສະມາຊິກພັກ-ພະນັກງານ ຈໍານວນໜຶ່ງມີດ້ານເຊື່ອມຖ່ອຍ, ການລະເມີດລະບຽບວິໃນຂອງພັກ ຍັງມີຫລາຍບ່ອນເຮັດບໍ່ທັນໄດ້ດີ. ສະນັ້ນ, ເພື່ອຮັບປະກັນໃຫ້ການ ສ້າງພັກ-ພະນັກງານໃຫ້ມີຄຸນນະ ພາບ ໃນຊຸມປີຕໍ່ໜ້າຄະນະພັກແຕ່ ລະຂັ້ນພາຍໃນແຂວງຕ້ອງສຸມໃສ່ ບາງວຽກງານດັ່ງນີ້: 1. ເອົາໃຈໃສ່ຍຸ້ແຮງດ້ານຂະ ບວນການແມ່ນໜຶ່ງວຽກເພື່ອສ້າງ ຄົນ, ບໍໍວ່າຂະບວນການລວມ, ຂະ ບວນການຂອງອົງການຈັດຕັ້ງມະ ຫາຊົນ, ຂະບວນການສ້າງສາພັດ ທະນາປະເທດຊາດ, ແກ້ໄຂຄວາມ ທຸກຍາກ, ມັນເປັນຂະບວນການ ສະແດງໃຫ້ເຫັນເຖິງຄວາມອາດສາ ມາດ, ຄວາມເສຍສະຫລະ ແລະ ໝາກຜົນຂອງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ເພື່ອຊອກໃຫ້ ເຫັນພະນັກງານ-ສະມາຊິກພັກ- ພະ ນັກງານທີ່ມີຄວາມສາມາດ, ມີຄວມ ທົນທານ ແລະ ຄວາມໝັ້ນໜຽວ ຕໍ່ ໜ້າທີ່ວຽກງານ, ມີຄວາມຈົ່ງຮັກພັກ ດີຕໍ່ພັກວຽກນີ້ຕ້ອງລະອຽດອ່ອນ ແລະ ຊຸກຍູ້ຢ່າງແຂງແຮງ. 2. ສະມາຊິກພັກສົມບູນຕ້ອງ ໄດ້ເອົາໃຈໃສ່ ຕິດຕາມມະຫາຊົນ ກ້າວໜ້າເພື່ອຈະຂະຫຍາຍເຂົ້າພັກ ເປັນພິເສດ ໂດຍສະເພາະການລາຍ ງານຜົນຂອງການຕິດຕາມ, ກວດ ກາຕໍານິຕິຕຽນ ສິ່ງທີ່ເຮັດບໍ່ທັັນໄດ້ ດີ ແລະ ກ້າຢັ້ງຢືນໃຫ້ແກ່ໜ່ວຍພັກ ເພື່ອຈະຂະຫຍາຍເຂົ້າພັກ. 3. ຕັ້ງໜ້າປະຕິບັດທັດສະນະ ຊີ້ນໍາຂອງພັກ; ໝາຍວ່າຄະນະພັກ ແຕ່ລະຂັ້ນຕ້ອງຮູ້ສອດສ່ອງແນມ ສະມາຊິກພັກຂັ້ນຕົນ,ການຕິດຕາມ, ກວດກາຢ່າງຈິງຈັງ, ສອດສ່ອງ ເບິ່ງໜ້າທີ່ວຽກງານຂອງການຈັດ ຕັ້ງມອບໝາຍໃຫ້, ການສ້າງເສດຖະ ກິດຄອບຄົວ, ການປະກອບສ່ວນຕໍ່ ສັງຄົມແລະການສ້າງສາພັດທະນາ ປະເທດຊາດ, ຄວາມເປັນແບບຢ່າງ ໃນການສ້າງຄອບຄົວສາມດີ, ຄອບ ຄົວສາມສະອາດ, ຄອບຄົວປອດຄະ ດີ,ຄອບຄົວວັດທະນະທໍາແລະອື່ນໆ ຕາມຂະບວນການຂອງພັກ. ກັນຢ່າງຕໍ່ເນື່ອງ, ທັງໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດ ກາແລະເຮັດບົດບັນທຶກກັບຜູ້ປະກອບ ການຮ້ານເກັບຊື້ເຫລັກເສດພາຍໃນ ແຂວງບໍ່ໃຫ້ເກັບຊື້ເຫລັກເສດທີ່ບໍ່ ຖືກຕ້ອງຈາກກຸ່ມຄົນບໍ່ດີຕ່າງໆ. ພົນຈັດຕະວາ ສີວອນ ໄຊຍະວົງ ໃຫ້ຮູ້ຕື່ມວ່າ: ຜ່ານການເຄື່ອນໄຫວ ປ້ອງກັນຄວາມສະຫງົບຕາມເສັ້ນ ທາງລົດໄຟລາວ-ຈີນຢູ່ແຂວງອຸດົມ ໄຊ ຢ່າງເປັນເຈົ້າການມາຮອດປັດ ຈຸບັນ ໂດຍລວມເຫັນວ່າການຈັດ ຕັ້ງປະຕິບັດທຸກວຽກງານແມ່ນມີ ຄວາມສະດວກດີ ຍ້ອນຂັ້ນເທີງໃຫ້ ການຊີ້ນໍາຢ່າງໃກ້ຊິດແລະ ຕໍ່ເນື່ອງ. ນອກຈາກນີ້ ຍັງມີບັນດານິຕິກໍາທີ່ ກ່ຽວຂ້ອງເປັນເຄື່ອງມື ແລະ ບ່ອນ ອີງສໍາຄັນໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງ. ສ່ວນດ້ານປະກົດ ການຫຍໍ້ທີ່ເກີດຂຶ້ນ ແມ່ນພົບເຫັນ ແຕ່ໃນໄລຍະເລີ່ມຕົ້ນຂອງການຈັດ ຕັ້ງປະຕິບັດໂຄງການເທົ່ານັ້ນ ເນື່ອງ ຈາກເຈົ້າໜ້າທີ່ສາມາດຈັບກຸ່ມຄົນບໍ່ ຫວັງດີໄດ້ຈໍານວນໜຶ່ງທີ່ມາລັກສາຍ ໄຟ ແລະ ຫລັກຮົ້ວຂອງໂຄງການ. ຢ່າງໃດກໍຕາມ ມາຮອດປັດຈຸບັນນີ້ ບັນດາປະກົດການຫຍໍ້ທໍ້ດັ່ງກ່າວ ແມ່ນບໍ່ປະກົດໃຫ້ເຫັນອີກແລ້ວ. ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ຮູ້ຕື່ມວ່າ: ໃນໄລ ຍະຜ່ານມາ ປະຊາຊົນຢູ່ບັນດາບ້ານ ຕາມລຽບຕາມເສັ້ນທາງລົດໄຟ ພາຍໃນແຂວງອຸດົມໄຊ ໃຫ້ການ ຮ່ວມມືປະກອບສ່ວນຄຸ້ມຄອງ ແລະ ປົກປັກຮັກສາ ກໍຄື ຈັດຕັ້ງປະຕິິບັດ ຕາມລະບຽບທີ່ໂຄງການລົດໄຟ ລາວ-ຈີນ, ລວມເຖີງບັນດານິຕິກໍາ ທີ່ລັດຖະບານລາວວາງອອກໄດ້ດີ ຈຶ່ງເຮັດໃຫ້ການກໍ່ສ້າງກໍຄືການບໍລິ ການລົດໄຟຢູ່ແຂວງອຸດົມໄຊ ສາ ມາດດໍາເນີນໄປໄດ້ຢ່າງສະດວກ ສະ ບາຍແລະມີຄວາມເປັນລະບຽບ ຮຽບຮ້ອຍດີ.ຢ່າງໃດກໍຕາມເພື່ອຮັບ ປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ທີ່ ກ່ຽວຂ້ອງກັບທາງລົດໄຟລາວ-ຈີນ ເກີດຂຶ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນ ດາຜູ້ປົກຄອງທຸກຄົນ ຈົ່ງເອົາໃຈໃສ່ ສຶກສາອົບຮົມລູກຫລານຂອງຕົນບໍ່ ໃຫ້ໄປລັກອຸປະກອນຂອງທາງລົດ ໄຟ ຫລື ເອົາສັດຕ່າງໆ ເຂົ້າໄປລ້ຽງ ໃນເຂດແລວເສັ້ນທາງລົດໄຟລາວຈີນ. ພ້ອມນີ້ ບັນດາຜູ້ປະກອບການ ຮັບຊື້ເຫລັກເສດຕ້ອງປະຕິບັດຕາມ ລະບຽບການຢ່າງເຂັ້ມງວດດ້ວຍ ການບໍ່ຊື້ເຫລັກເສດຈາກກຸ່ມຄົນບໍ່ ດີ ນໍາໄປຂາຍ, ທັ້ງນີ້ກໍ່ເພື່ອເຮັດໃຫ້ ລົດໄຟລາວ-ຈີນ ເຊີ່ງເປັນໂຄງການ ຮ່ວມມືລະຫວ່າງສອງລັດຖະບານ ລາວ ແລະ ຈີນນໍາເອົາຜົນປະໂຫຍດ ສູງສຸດມາໃຫ້ປະຊາຊົນຊາວແຂວງ ອຸດົມໄຊ ກໍຄື ປະເທດລາວເຮົາ. ສໍາລັບແຂວງອຸດົມໄຊແມ່ນແຂວງ ທີ່ມີໄລຍະທາງລົດໄຟ ລາວ-ຈີນ ຜ່ານຍາວກວ່າໝູ່ໃນບັນດາແຂວງ ທີ່ມີທາງລົດໄຟດັ່ງກ່າວຜ່ານໃນ ລາວ ມີຄວາມຍາວທັັງໝົດ 120 ກວ່າກິໂລແມັດ ໂດຍຜ່ານ 3 ເມືອງ ພາຍໃນແຂວງ ຄື: ເມືອງໄຊ, ເມືອງ ງາ ແລະ ເມືອງນາໝໍ້, ປະກອບ ມີ 9 ສະຖານນີ, ແຕ່ໄລຍະທໍາອິດ ແມ່ນກໍ່ສ້າງພຽງ 3 ສະຖານນີ ຄື: ສະຖານີເມືອງໄຊ, ສະຖານີເມືອງ ນາໝໍ້, ແລະ ສະຖານີເມືອງງາ.

RkJQdWJsaXNoZXIy MTc3MTYxMQ==