5588

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/03/2023 xtgmf]k; ປະທານປະເທດ... ປະທານສະພາແຫ່ງຊາດ... ລັດຖະບານ... ຮອງລັດຖະມົນຕີ... ຮອງນາຍົກ.... ຂປລ. ເມື່ອບໍ່ດົນມານີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນ ຕີກະຊວງການເງິນ, ພ້ອມຄະນະ ຈາກກົມພາສີ, ກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນລົງຕິດຕາມ-ຊຸກ ຍູ້ວຽກງານຂະແໜງພາສີຢູ່ແຂວງ ຫລວງນໍ້າທາ ໂດຍສະເພາະຢູ່ດ່ານ ພາສີສາກົນບໍ່ເຕັນ ເພື່ອກຽມຄວາມ ພ້ອມຕ່າງໆໃນການເປີດບໍລິການນໍາ ໃຊ້ໃຫ້ຜູ້ໂດຍສານສາຍຕ່າງປະເທດ ເຂົ້າ-ອອກຜ່ານທາງລົດໄຟຄາດ ຄະເນຕົ້ນເດືອນເມສາ 2023 ນີ້. ໂອກາດນີ້, ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາ ກົນບໍ່ເຕັນ ກໍໄດ້ລາຍໂດຍສັງເຂບ ກ່ຽວກັບຄວາມພ້ອມຕ່າງໆຂອງຂະ ແໜງພາສີວ່າ: ປັດຈຸບັນ, ສະຖານີ ທາງລົດໄຟບໍ່ເຕັນ,ໄດ້ເຊີນຂະແໜງ ການທີ່ກ່ຽວຂ້ອງ ເພື່ອປະຊຸມປຶກສາ ຫາລືກ່ຽວກັບວຽກກວດຄົນເຂົ້າອອກເມືອງ, ວຽກງານພາສີ, ວຽກ ງານກັກກັ້ນພຶດ-ສັດ ແລະ ວຽກງານ ຄວາມປອດໄພໃນສະຖານີໃນການ ກະກຽມຄວາມພ້ອມຕ່າງໆ ເພື່ອເປີດ ບໍລິການໂດຍສານສາຍຕ່າງປະເທດ ເຂົ້າ-ອອກ ຜ່ານທາງລົດໄຟ ຊຶ່ງ ຄາດຄະເນຈະເປີດບໍລິການເປັນ ທາງການ ໃນຕົ້ນເດືອນເມສາ2023 ນີ້. ພ້ອມກັນນີ້, ຄະນະຮັບຜິດຊອບ ຝ່າຍບໍລິການຂອງທາງສະຖານີລົດ ໄຟ ໄດ້ກຽມຄວາມພ້ອມທາງດ້ານ ຕ່າງໆ ໃນການບໍລິການຜູ້ໂດຍສານ ເຂົ້າ-ອອກສາຍພາຍໃນ ແລະ ຕ່າງ ປະເທດ ເປັນຕົ້ນ ສາຍຕ່າງປະເທດ ແມ່ນຈະເປີດໜຶ່ງຖ້ຽວຕໍ່ມື້ເຂົ້າ-ອອກ ຊຶ່ງລົດໄຟມາແຕ່ ສປ ຈີນ ແມ່ນ ຈະແລ່ນເຂົ້າເຖິງສະຖານີນະຄອນ ຫລວງວຽງຈັນ ແລະ ຈາກ ສປປ ລາວ ນະຄອນຫລວງວຽງຈັນ ຈະ ແລ່ນເຖິງ ສປ ຈີນ. ສໍາລັບການບໍລິ ການແຈ້ງໜັງສືເດີນທາງ (Passport) ຂອງຜູ້ໂດຍສານເຂົ້າ-ອອກ, ກໍານົດໂມງເວລາແຈ້ງໜັງສືເດີນ ທາງ ມີເວລາ 2 ຊົ່ວໂມງ. ຈາກນັ້ນ, ໃຫ້ບັນດາຂະແໜງການທີ່ປິ່ນອ້ອມ ວຽກງານທີ່ກ່ຽວຂ້ອງການກະກຽມ ຄວາມພ້ອມທາງດ້ານຕ່າງໆເປັນ ຕົ້ນສະຖານທີ່. ສຳລັບຄວາມພ້ອມຂອງວຽກ ງານພາສີ, ປັດຈຸບັນມີກົດໝາຍວ່າ ດ້ວຍພາສີ, ລະບຽບການຕ່າງໆເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ເປັນອັນສະເພາະກ່ຽວກັບຜູ້ໂດຍ ສານເຂົ້າ-ອອກຜ່ານດ່ານຊາຍ ແດນ, ມີສະຖານທີ່, ຫ້ອງການ,ຫໍພັກ ແລະ ເຄື່ອງອຸປະກອນຈໍານວນໜຶ່ງ ທີ່ໂຄງການທາງລົດໄຟ ມອບໃຫ້ ເຈົ້າໜ້າທີ່ພາສີນໍາໃຊ້ເຂົ້າໃນການ ປະຕິບັດວຽກງານວິຊາສະເພາະຢູ່ ສະຖານີລົດໄຟ ເປັນຕົ້ນ ຫ້ອງບໍລິ ການແຈ້ງພາສີ, ຫ້ອງ DATA ລະ ບົບອາຊິກຸດາ ແມ່ນມີຄວາມພ້ອມ ໃນການບໍລິການໃນປັດຈຸບັນສາ ມາດຊໍາລະຜ່ານທາງທະນາຄານ ພັດທະນາລາວ ທີ່ມາຕິດຕັ້ງສໍາເລັດ ແລ້ວ. ສ່ວນສະຖານທີ່ຫ້ອງການ ໃຫ້ກໍາລັງໃຈຄົນເຈັບຢູ່ໂຮງໝໍ 5 ເມສາ ໃນວັນທີ 27 ມີນານີ້, ເນື່ອງ ໃນໂອກາດວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023), ໂດຍການຕ້ອນຮັບຂອງທ່ານ ພັອ ນາງ ພຸດມາລາ ພັນທະມິດ ຫົວໜ້າ ອຳນວຍການໂຮງໝໍ 5 ເມສາ ພ້ອມ ຫາສຳຄັນ ແກ່ການນຳແຂວງ ເຊກອງ ໂດຍເນັ້ນໃຫ້ຄະນະພັກຄະ ນະນຳແຂວງເຊກອງ ສືບຕໍ່ຈັດຕັ້ງ ປະຕິບັດບັນດາ ແຜນການ ແລະ ວຽກຈຸດສຸມຕໍ່ໃຫ້ມີຜົນສຳເລັດ. ໃນ ນັ້ນ, ວຽກງານຈຸດສຸມທີ່ຕ້ອງໄດ້ ເອົາໃຈໃສ່ ແມ່ນວຽກງານການ ເມືອງແນວຄິດ, ດ້ວຍການຜັນຂະ ຫຍາຍທຸກມະຕິ, ຄຳສັ່ງຂອງພັກ ໃຫ້ບັນດາສະຫາຍສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນໄປພ້ອມກັບ ການສຶກສາອົບຮົມທາງດ້ານການ ເມືອງ ໃຫ້ມີຫລັກໝັ້ນ ແລະ ເປັນ ເອກະພາບຕໍ່ແນວທາງຂອງພັກຢ່າງ ເລິກເຊິ່ງ. ພ້ອມນີ້, ຕ້ອງສືບຕໍ່ປັບ ປຸງແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນ ໃຫ້ຫລຸດພົ້ນຈາກຄວາມທຸກ ຍາກ, ດ້ວຍການສ້າງອາຊີບຄົງທີ່ ໃຫ້ເຂົ້າເຈົ້າມີວຽກເຮັດງານທຳ; ເອົາໃຈໃສ່ປັບປຸງວຽກງານການ ພັດທະນາຊັບພະຍາກອນມະນຸດ ດ້ວຍການສົ່ງເສີມໃຫ້ເດັກໃນເກນ ອາຍຸໄດ້ເຂົ້າໂຮງຮຽນໃຫ້ທົ່ວເຖິງ, ປັບປຸງລະບົບຕາໜ່າງການສຶກສາ ໃຫ້ກວ້າງຂວາງ ແລະ ແກ້ໄຂບັນ ຫາປະລະການຮ່ຳຮຽນ ຂອງເດັກ; ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມຂໍ້ ມູນຂ່າວສານທີ່ເປັນປະໂຫຍດ, ເປັນກະບອກສຽງຂອງພັກ-ລັດ ເປັນຕົ້ນ ສື່ວິທະຍຸ-ໂທລະພາບ ແລະ ສື່ສິ່ງພິມອື່ນໆທີ່ໜ້າເຊື່ອຖືໄດ້ເພື່ອ ຮັບຮູ້ຂໍ້ມູນຂ່າວສານທັນເຫດການ ຕິດພັນກັບການປັບປຸງຄຸນນະພາບ ຂອງສື່ຕ່າງໆ ໃຫ້ມີຫລາກຫລາຍ ຮູບແບບ, ຫລາຍສີສັນ ແລະ ໃຫ້ມີ ເນື້ອໃນຖືກຕ້ອງຕາມເຫດການ ເພື່ອ ເປັນຊ່ອງທາງທີ່ສຳຄັນໃຫ້ສັງຄົມ ຮັບຮູ້ເຫດການອັນພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ກໍໄດ້ລາຍງານຜົນສຳເລັດກອງປະ ຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງເຊກອງ ໂດຍຫຍໍ້ ແລະ ທິດທາງແຜນການຮອດປີ 2025. ສ່ວນການເຄື່ອນໄຫວຢູ່ແຂວງຈຳ ປາສັກ, ທ່ານປະທານປະເທດໄດ້ ພົບປະໂອ້ລົມການນຳແຂວງ ເພື່ອ ຊຸກຍູ້ໃຫ້ກຳລັງໃຈຕໍ່ການນຳພາ ຂອງອົງຄະນະພັກແຂວງ ໃນການ ນຳພາ-ຊີ້ນຳ ແລະ ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຢູ່ ແຂວງຈຳປາສັກ ໃຫ້ສືບຕໍ່ກ້າວຂຶ້ນ, ສັງຄົມມີຄວາມສະຫງົບ ເປັນລະ ບຽບຮຽບຮ້ອຍ. ພ້ອມທັງຮັບຟັງ ລາຍງານໂດຍຫຍໍ້ກ່ຽວກັບການ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ໃນ ປີ 2022 ຈາກ ທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ ໂດຍສະເພາະບັນ ຫາສຳຄັນທີ່ພົ້ນເດັ່ນໃນການພັດທະ ນາເສດຖະກິດ ໂດຍລວມແລ້ວເສດ ຖະກິດຂອງແຂວງ ໄດ້ດຳເນີນໄປ ຕາມຄາດໝາຍ ແລະ ແຜນທີ່ວາງ ໄວ້, ລວມຍອດຜະລິດຕະພັນພາຍ ໃນປະຕິບັດໄດ້ 30.362,8 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 28,3% (ແຜນ 23.670,34 ຕື້ ກີບ), ອັດຕາການຂະຫຍາຍຕົວ ຢູ່ໃນລະດັບ 5,95% (GDP), ສະ ເລ່ຍຕໍ່ຫົວຄົນໄດ້2.774ໂດລາຕໍ່ຄົນ ຫລື ເທົ່າກັບ 39,9 ລ້ານກີບຕໍ່ຄົນ (ແຜນ 3.134 ໂດລາສະຫະລັດ), ຂະແໜງກະສິກຳ-ປ່າໄມ້ກວມ 32,76%, ຂະແໜງອຸດສາຫະກໍາ ກວມ 24,09% ແລະ ຂະແໜງບໍລິ ການ ກວມ 43,15% ຂອງ GDP; ສາມາດລະດົມຂົນຂວາຍຈາກທຸກ ແຫລ່ງທຶນ ໄດ້ 10.309,54 ຕື້ກີບ (ແຜນ 7.687,46 ຕື້ກີບ), ທຽບ ໃສ່ແຜນປີປະຕິບັດໄດ້ລື່ນແຜນ 34%. ໃນນັ້ນ, ການລົງທຶນຂອງ ລັດ 68,85 ຕື້ກີບ ກວມ 0,67%, ທຶນຊ່ວຍເຫລືອເພື່ອການພັດທະ ນາ(ODA) ມູນຄ່າ 356,57 ຕື້ກີບ ກວມ 3,46%; ການລົງທຶນພາຍ ໃນ-ຕ່າງປະເທດມູນຄ່າ 5.444,8 ຕື້ກີບ ກວມ 52,81%ແລະ ສິນເຊື່ອ ທະນາຄານ 4.438,87 ຕື້ກີບກວມ 43,06% ຂອງການລົງທຶນທັງ ໝົດ; ການຈັດເກັບລາຍຮັບບັນລຸໄດ້ 1.842,47 ຕື້ກີບ, ທຽບໃສ່ແຜນ ດັດແກ້ເທົ່າກັບ 115,79%, ທຽບ ໃສ່ໄລຍະດຽວປີກ່ອນເພີ່ມຂຶ້ນ 35,75%, ທຽບໃສ່ແຜນ 5 ປີ ຄັ້ງ ທີ IX ເພີ່ມຂຶ້ນ 42,35%, ພ້ອມນີ້, ທ່ານປະທານປະເທດຍັງ ໄດ້ຕິດຕາມຊຸກຍູ້ໂຄງການພັດທະ ນາແຄມຂອງ ທີ່ຕັ້ງຢູ່ນະຄອນປາກ ເຊ, ຢ້ຽມຊົມແຫລ່ງທ່ອງທ່ຽວພູສ່າ ເຫລົ້າ ເມືອງໂພນທອງ, ຢ້ຽມ ຢາມກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ບ້ານນາ, ຜູ້ປະກອບການລ້ຽງປາ ນ້ຳຂອງ ບ້ານພຽງດີ ແລະ ພົບປະ ໂອ້ລົມພໍ່ແມ່ປະຊາຊົນຊາວບ້ານ ໂພນສະອາດ ທີ່ເປັນເປົ້າໝາຍບ້ານ ພັດທະນາປະຊາຊົນຢູ່ດີກິນດີ ແລະ ກຸ່ມຜູ້ຜະລິດເຄື່ອງຈັກສານສິນຄ້າ ໂອດັອບ, ຢ້ຽມຢາມຄອບຄົວຕົວ ແບບເບິ່ງການລ້ຽງ ແລະ ຂະຫຍາຍ ພັນປານ້ຳຂອງ ຢູ່ບ້ານພຽງດີ ແລະ ຢ້ຽມຢາມພໍ່ແມ່ປະຊາຊົນບ້ານ ໂພນສະອາດ ເຊິ່ງທາງເມືອງໄດ້ ກຳນົດສ້າງບ້ານໃຫຍ່ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເປັນບ້ານພັດທະນາຢູ່ດີກິນດີ. ສະເພາະ ຢູ່ແຂວງສາລະວັນ, ທ່ານປະທານປະເທດ ທອງລຸນ ສີສຸລິດ ພ້ອມຄະນະກໍໄດ້ໄປຢ້ຽມ ຢາມໂຮງງານຈຸງຢາງອິຊີ ຊີມັງ ລາວ ແລະ ໄດ້ຮັບຟັງການລາຍ ງານຈາກ ທ່ານ ຢຽນຮົວະ ປະທານ ບໍລິສັດ ຈຸງຢາ ອິຊີ ຊີມັງລາວ ຈຳ ກັດຜູ້ດຽວ ວ່າ: ບໍລິສັດ ຈຸງຢາ ອິຊີ ຊີມັງລາວ ຈຳກັດຜູ້ດຽວລົງທຶນໂດຍ ນັກລົງທຶນຈາກ ສປ ຈີນ 100%, ທຶນໃນການກໍ່ສ້າງ ແລະ ຂະຫຍາຍ ກິດຈະການມາຮອດປັດຈຸບັນລວມ ມູນຄ່າທັງໝົດ 300 ລ້ານກວ່າ ໂດລາສະຫະລັດ, ສາຍການຜະລິດ ທີ່ 1 ທີ່ສ້າງສຳເລັດແລ້ວແມ່ນມີ ກຳລັງແຮງງານຜະລິດ 500.000 ໂຕນຕໍ່ປີ, ສ່ວນສາຍທີ 2 ການກໍ່ສ້າງ ຍັງບໍ່ທັງສຳເລັດ, ສາຍນີ້ມີກຳລັງ ການຜະລິດ 1.00.000 ໂຕນຕໍ່ປີ ແລະ ມີໜ່ວຍງານຜະລິດໄຟຟ້າມີກຳ ລັງຜະລິດ 15 ເມກາວັດ, ມີພະນັກ ງານທັງໝົດ 421 ຄົນ. ໃນນັ້ນ, ພະ ນັກງານຄົນຈີນ 50 ຄົນ, ຄົນລາວ 371 ຄົນ. ຕະຫລອດໄລຍະ 10 ປີ ຜ່ານມາ ບໍລິສັດໄດ້ປະຕິບັດຕາມ ການຊີ້ນຳ-ນໍາພາຂອງພັກ-ລັດ ກໍຄື ກົດໝາຍແຫ່ງ ສປປ ລາວ ໂດຍ ສະເພາະແມ່ນກົດໝາຍວ່າດ້ວຍ ສ່ວຍສາອາກອນ, ນັບແຕ່ປີ 2012 ມາຮອດປັດຈຸບັນໄດ້ມອບອາກອນ ທັງໝົດ 90 ຕື້ກວ່າກີບ ແລະ ໄດ້ ຝຶກອົບຮົມດ້ານວຽກງານວິຊາການ ໃຫ້ແກ່ພະນັກງານ, ສ້າງວຽກເຮັດ ງານທຳໃຫ້ແກ່ແຮງງານລາວຄຽງ ຄູ່ກັບການພັດທະນາເສດຖະກິດຂັ້ນ ທ້ອງຖິ່ນ ກໍຄື ແຂວງສາລະວັນ. ພ້ອມນັ້ນ, ຍັງໄດ້ປະກອບສ່ວນທຶນ ແລະ ວັດຖຸອຸປະກອນຊ່ວຍເຫລືອສັງ ຄົມທັງພາຍໃນແຂວງ ແລະ ຕ່າງ ແຂວງ ເປັນຕົ້ນ ແມ່ນພະແນກການ ຕ່າງໆ, ບ້ານ, ວັດ, ຖະໜົນຫົນທາງ ອື່ນໆ.ໃນໂອກາດດຽວກັນນີ້, ທ່ານ ປະທານປະເທດກໍໄດ້ເນັ້ນໃຫ້ໂຮງ ງານຈຸງຢາງອິຊີ ຊີມັງລາວເອົາໃຈ ໃສ່ຜະລິດຊີມັງ ໃຫ້ໄດ້ຄຸນນະພາບມີ ມາດຕະຖານສູງໃຫ້ກັບລູກຄ້າ ແລະ ຕະຫລາດຮອງຮັບໄດ້. ພ້ອມນັ້ນ, ກໍ ຕ້ອງໄດ້ມີປະກອບສ່ວນພັດທະນາ ແຂວງສາລະວັນ ແລະ ປະຊາຊົນ ໃນການສ້າງວຽກເຮັດງານທຳໃຫ້ ຫລາຍຂຶ້ນ. ຈາກນັ້ນ, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມທີມງານກໍໄດ້ນຳພາ ທ່ານປະ ທານປະເທດທ່ຽວຊົມຫໍໄຕປີດົກວັດ ກາງເທສະບານ ເມືອງສາລະວັນ ທີ່ເປັນແຫ່ງທ່ອງທ່ຽວທາງດ້ານວັດ ທະນະທໍາ ຕື່ມອີກ. ຂປລ. ໃນວັນທີ 27 ມີນາ 2023 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ(ຖວທ), ທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບແລະພາກສ່ວນກ່ຽວ ຂ້ອງ ໄດ້ລົງກວດກາຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ທີ່ໂຮງ ຫລໍ່ປະຕິມະກຳລ້ານຊ້າງ ບ້ານ ໂນນແກ້ວ ເມືອງສີໂຄດຕະບອງ ນະ ຄອນຫລວງວຽງຈັນ. ການລົງກວດກາຄັ້ງນີ້, ທ່ານ ບຸນສະໜອງ ສີຫາລາດ ເຈົ້າຂອງ ໂຮງປັ້ນຫລໍ່ປະຕິມະກໍາລ້ານຊ້າງ, ທັງເປັນຜູ້ຮັບຜິດຊອບປັ້ນຫລໍ່ຮູບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ ຮູ້ວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອເປັນອະນຸສອນສະຖານຈາ ລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານຜູ້ນໍາທີ່ແສນເຄົາ ລົບຮັກຂອງຊາດລາວ ໂດຍແມ່ນ ໂຮງຫລໍ່ປະຕິມະກໍາລ້ານຊ້າງ ເປັນ ຜູ້ຮັບເໝົາປັ້ນຫລໍ່ຮູບປັ້ນປະທານ ໄກສອນ ພົມວິຫານ ຊຶ່ງມີຄວາມ ສູງ 7,5 ແມັດ, ຫລໍ່ດ້ວຍທອງສໍາ ລິດ, ຄວາມກວ້າງໜ້າເອິກປະມານ 1,98 ແມັດ, ຄວາມກວ້າງດ້ານ ຫລັງ 1,44 ແມັດ, ຖານຮອງພື້ນ ຫລ່ຽມສູງ 25 ເຊັນ, ແທ່ນຕັ້ງຮູບຫລໍ່ ເຮັດດ້ວຍຊີມັງສູງ 4,00 ແມັດ ເພື່ອ ໄປສະຖິດໄວ້ທີ່ວິທະຍາຄານການ ເມືອງ ປກສ, ສະຖານທີ່ປັ້ນຫລໍ່ໂຮງ ປັ້ນຫລໍ່ປະຕິມະກໍາລ້ານຊ້າງແມ່ນ ໃຊ້ວິຊາການທີ່ຈົບຈາກຂະແໜງວິ ຈິດສິນທີ່ມີພອນສະຫວັນທາງດ້ານ ສີໄມ້ລາຍມື ແລະ ຊ່າງທີ່ມີຄວາມ ຊໍານານໃນການປັ້ນຫລໍ່, ຄາດວ່າໃນ ທ້າຍເດືອນມິຖຸນາ 2023 ຈະໃຫ້ ສໍາເລັດ, ພາຍຫລັງປັ້ນຫລໍ່ສຳເລັດ ຈະໄດ້ນໍາຮູບປັ້ນປະທານ ໄກສອນ ພົມວິຫານ ມາປະດິດສະຖານຢູ່ຕໍ່ ໜ້າວິທະຍາຄານການເມືອງປ້ອງ ກັນຄວາມສະຫງົບປະຊາຊົນລາວ. ຂ່າວ: ສົມຫວັງ,ພາບ: ເກດສະໜາ ດ້ວຍພະນັກງານແພດໝໍໃຫ້ການ ຕ້ອນຮັບ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ຄັ້ງນີ້, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ຮັບຟັງການລາຍງານກ່ຽວກັບ ການເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານຂອງພະນັກງານແພດໝໍໃນ ໄລຍະ 1 ປີຜ່ານມາ ຊຶ່ງຄະນະພັກຄະນະບັນຊາໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພະນັກງານແພດໝໍໃຫ້ມີລະ ບຽບວິໄນເຂັ້ມງວດ, ເຮັດສຳເລັດ ໜ້າທີ່ຕາມການມອບໝາຍ, ຮັກສາ ໄດ້ຈັນຍາບັນ, ຈັນຍາທຳ, ມີນ້ຳໃຈ ບໍລິສຸດສັດຊື່ ຮັກແພງເບິ່ງແຍງຄົນ ເຈັບຄືຍາດພີ່ນ້ອງຂອງຕົນ ແລະ ບໍລິການຮັບໃຊ້ດ້ວຍຄວາມບໍລິສຸດ ໃຈ, ເອົາໃຈໃສ່ປັບປຸງວຽກງານບໍລິ ການຮັບໃຊ້ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຮັບປະກັນສຸຂະພາບຂອງນາຍ ແລະ ພົນຕຳຫລວດຕະຫລອດຮອດ ປະຊາຊົນທີ່ເຂົ້າມາໃຊ້ບໍລິການໃຫ້ ໄດ້ຮັບຜົນດີຕາມຄຳຂວັນ 5 ດີ 1 ພໍໃຈຄື: ຮັບຕ້ອນດີ, ບໍລິການດີ,ສະ ອາດ ແລະ ສະດວກດີ, ບົ່ງມະຕິຊັດ ເຈນດີີ, ປິ່ນປົວດີ ແລະ ຄົນເຈັບມີ ຄວາມເພິ່ງພໍໃຈໃນການມາໃຊ້ບໍລິ ການ ຊຶ່ງໃນ 1 ປີຜ່ານມາ ມີຄົນເຈັບ ມາກວດເຂດນອກ 13.865 ຄົນ, ແກ້ໄຂສຸກເສີນ 9.388 ຄົນ, ຢັ້ງ ຢືນສຸຂະພາບ 3.425 ຄົນ, ປິ່ນປົວ ກາຍະບຳບັດ 2.093 ຄົນ, ຮັບຄົນ ເຈັບເຂົ້ານອນໂຮງໝໍ 1.530 ຄົນ, ປິ່ນປົວດີກັບຄືນກົມກອງ 1.502 ຄົນ. ສັງລວມແລ້ວການປິ່ນປົວຄົນ ເຈັບຜ່ານມາແມ່ນໄດ້ປະຕິບັດຕາມ ຫລັກການວິຊາສະເພາະ, ເຕັກນິກ ແລະ ມີທ່າກ້າວຂຶ້ນສະແດງອອກ ພະນັກງານແພດໝໍສາມາດເຮັດ ໄດ້ເຊັ່ນ: ການຜ່າຕັດມົດລູກ, ຜ່າຕັດ ກ້ອນເບົ້າ, ຜ່າຕັດໄຂ່ຫລັງ ແລະ ຜ່າຕັດປ້າງໄດ້ເລີ່ມແຕ່ປີ 2020 ເປັນຕົ້ນມາ. ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ມີຄຳເຫັນໂອ້ລົມ ຮຽກຮ້ອງຕໍ່ພະນັກງານແພດໝໍ ບາງຕອນສຳຄັນວ່າ: ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນເງື່ອນ ໄຂໃໝ່ ໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງ ກໍາລັງໃນທຸກດ້ານໃຫ້ມີຄຸນນະພາບ ມີການຫັນປ່ຽນຢ່າງຕັ້ງໜ້າ, ສຸມ ໃສ່ຄົ້ນຄວ້າທາງດ້ານເຕັກນິກ-ວິທະ ຍາສາດການແພດ, ວິຊາການ-ວິຊາ ສະເພາະທີ່ກ່ຽວຂ້ອງໃຫ້ພະນັກງານ ວິຊາການເປັນປະຈໍາ ເພື່ອຍົກສູງ ຄຸນນະພາບຂອງການປິ່ນປົວໃຫ້ ທຽບເທົ່າກັບໂຮງໝໍສູນກາງ ແລະ ສາກົນ. ພ້ອມນັ້ນຕ້ອງໄດ້ເອົາໃຈໃສ່ ຕິດຕາມ-ກວດກາ, ຄຸ້ມຄອງ,ປົກ ປັກຮັກສາບົວລະບັດບັນດາອຸປະ ກອນ, ເຄື່ອງປະກອບກໍຄືຕຶກອາ ຄານ ໃຫ້ຮັບປະກັນໃນການປິ່ນປົວ ແລະ ນໍາໃຊ້ໄດ້ຍາວນານ. ຈາກນັ້ນ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ພົບ ປະແລະ ຢ້ຽມຢາມພະນັກງານ, ຄົນ ເຈັບທີ່ເຂົ້າມາປິ່ນປົວພາຍໃນໂຮງໝໍ 5 ເມສາ ພ້ອມທັງນໍາເອົາກະຕ່າ ຂອງຂວັນມາມອບໃຫ້ພະນັກງານ ແລະ ຄົນເຈັບ ເພື່ອເປັນຂວັນກໍາລັງ ໃຈໃຫ້ເຊົາຈາກພະຍາດກັບມາແຂງ ແຮງໂດຍໄວ. ຂ່າວ-ພາບ: ນາງ ຄອນສະຫວັນ ບ່ອນປະຈໍາການຂອງເຈົ້າໜ້າທີ່ພາ ສີ, ຈຸດຜູ້ໂດຍສານເຂົ້າ-ອອກຕ່າງ ປະເທດມີຄວາມພ້ອມ, ລະບົບໄອທີ, ເຄື່ອງສະແກນຈໍານວນ 4 ເຄື່ອງ ເພື່ອກວດກາກະເປົາເດີນທາງ, ເຄື່ອງ ຕິດຕົວຜູ້ໂດຍສານ ແມ່ນໄດ້ ຮັບການຕິດຕັ້ງສໍາເລັດແລ້ວ, ມີອຸປະ ກອນປ້າຍບອກເຕືອນ, ເອກະສານ ໃບແຈ້ງເຄື່ອງຂອງຕິດຕົວຜູ້ໂດຍ ສານ (Customs Declaration Form for Personal Effects) ແລະ ປ້າຍບອກຄໍາເຕືອນການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມື ທາງດ້ານການເງິນໃນເວລາເຂົ້າອອກສປປລາວ, ໄດ້ປະສານສົມທົບ ແລະ ເຮັດວຽກກັບເຈົ້າຂອງຫ້ອງ ທີ່ສໍາປະທານນໍາສະຖານີລົດໄຟ ເພື່ອເຮັດຮ້ານຄ້າປອດພາສີຢູ່ໃນອາ ຄານໂດຍສານຕ່າງປະເທດ. ສະນັ້ນ, ເພື່ອກຽມຄວາມພ້ອມ ໃນການເປີດບໍລິການນໂດຍສານ ສາຍຕ່າງປະເທດ ເຂົ້າ-ອອກຜ່ານ ທາງລົດໄຟ, ສຳລັບຂະແໜງພາສີ ສະເໜີການຊໍາລະຄ່າພາສີ-ອາກອນ ພັນທະອື່ນໆລະບອບ PF, ໃນກໍລະ ນີມີເຄື່ອງຕິດໂຕຜູ້ໂດຍສານສະເໜີ ໃຫ້ມີຕູ້ KIOS ຫລື ໃຫ້ລະບົບທະ ນາຄານສາມາດເຊື່ອມຕໍ່ໃຫ້ຊໍາລະ ຜ່ານລະບົບມືຖືລະບົບ WeChat ຂອງຄົນຈີນ ເພື່ອອໍານວຍຄວາມສະ ດວກໃຫ້ຜູ້ໂດຍສານເຂົ້າ-ອອກ, ເພາະເວລາຂອງຜູ້ໂດຍສານເຂົ້າອອກແຈ້ງເອກະສານເດີນທາງ Passportມີພຽງ2ຊົ່ວໂມງ,ໃຫ້ສາ ມາດຈັດຕັ້ງປະຕິບັດເກັບດ້ວຍເງິນ ສົດ ເຮັດໃບສັ່ງມອບເຂົ້າບັນຊີງົບ ປະມານເປັນແຕ່ລະວັນ ຫລື ໃຫ້ທະ ນາຄານມີເຄົາເຕີ້ບໍລິການ ຢູ່ຈຸດເລນ ຜູ້ໂດຍສານເຂົ້າ-ອອກສາຍຕ່າງປະ ເທດ ເພື່ອບໍລິການຊໍາລະຄ່າພາສີ- ອາກອນ ແລະ ພັນທະອື່ນໆຕາມລະ ບຽບການ ຫລື ກວດກາລະອຽດ ແລະ ເສຍຢູ່ປາຍທາງ. ສຳລັບ ສະຖານີລົດໄຟ ໃຫ້ມີຕາ ຕະລາງເວລາການເດີນລົດສາຍ ຕ່າງປະເທດລະອຽດ, ວັນ, ເວລາ ໃນແຕ່ລະມື້ເປັນແຜນລະອຽດລ່ວງ ໜ້າ, ເພາະຕິດພັນກັບຕາຕະລາງ ການແຕ່ງຕັ້ງ ເຈົ້າໜ້າທີ່ພາສີເຂົ້າ ປະຈໍາການ; ຕິດປ້າຍຊີ້ບອກຈຸດບໍລິ ການຂອງຂະແໜງການພາສີຫລັງ ຈຸດ ຕມ ເພື່ອໃຫ້ເປັນລັກສະນະສະ ຖານີສາກົນສົມບູນແບບ; ສະເໜີບໍລິ ສັດທາງລົດໄຟມອບອຸປະກອນຮັບ ໃຊ້ຫ້ອງການທີ່ຍັງບໍ່ທັນໄດ້ມອບ ຮັບ ໂດຍໃຫ້ມີບັນຊີລະອຽດແຕ່ລະ ລາຍການ ເພື່ອເປັນຫລັກຖານໃນ ການມອບຮັບຢ່າງເປັນທາງການ ເພາະຈະໄດ້ນໍາໃຊ້ໃນວຽກງານວິຊາ ສະເພາະຂອງຂະແໜງພາສີຢູ່ຫ້ອງ ບໍລິການເລນໂດຍສານຕ່າງປະເທດ ແລະ ຫ້ອງການພາສີປະຈໍາສະຖາ ນີ, ພ້ອມກັບຈັດຝຶກອົບການນໍາໃຊ້ ເຄື່ອງສະແກນກະເປົາຜູ້ໂດຍສານ ໃຫ້ກັບເຈົ້າໜ້າທີ່ພາສີປະຈຳດ່ານ ນໍາອີກ. ຂ່າວ-ພາບ: ກະຊວງການເງິນ ຂປລ. ວັນທີ 28 ມີນາ 2023 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມສະ ໄໝສາມັນປະຈຳເດືອນມີນາ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງນາ ຍົກລັດຖະມົນຕີ ແລະ ສະມາຊິກລັດ ຖະບານເຂົ້າຮ່ວມແບບ ເຊິ່ງໜ້າແລະ ຜູ້ຕາງໜ້າການນໍາບັັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າ ຮ່ວມຜ່ານລະບົບກອງປະຊຸມທາງ ໄກ ເພື່ອຮັບຟັງການລາຍງານສະ ພາບພົ້ນເດັ່ນປະຈຳເດືອນມີນາແລະ ທິດທາງແຜນການ ປະຈຳເດືອນ ເມສາ 2023. ກອງປະຊຸມຄັ້ງນີ້ຈະດຳເນີນ ເປັນເວລາສອງວັນ, ເຊິ່ງມີ 09 ຫົວຂໍ້ສໍາຄັນ ຄື: ລາຍງານສະພາບ ພົ້ນເດັ່ນໃນເດືອນມີນາ ແລະ ທິດ ທາງແຜນການ ປະຈຳເດືອນເມສາ 2023 ຂອງລັດຖະບານ ກໍ່ຄືວຽກ ງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາມົນ ລະພິດທາງອາກາດ; ຮ່າງຍຸດທະ ສາດການຫລຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາຢ່າງ ໂລ່ງລ່ຽນຂອງສປປລາວ; ຮ່າງນະ ໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະ ກິດ; ລາຍງານກ່ຽວກັບການປະເມີນ ການປະຕິບັດກົດໝາຍວ່າດ້ວຍທີ່ ດິນ(ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ ແລະ ສິ່ງ ປຸກສ້າງ (ສະບັບສ້າງໃໝ່); ຮ່າງ ກົດໝາຍວ່າດ້ວຍການປົກຄອງ(ສະ ບັບສ້າງໃໝ່); ຮ່າງດຳລັດວ່າດ້ວຍ ການໃຫ້ສັນຊາດລາວແກ່ບຸກຄົນທີ່ ລັດຕ້ອງການ (ສະບັບ ສ້າງໃໝ່); ຮ່າງດຳລັດ ວ່າດ້ວຍລັດຖະກອນຄູ (ສະບັບປັບປຸງ); ຮ່າງຍຸດທະສາດ ການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານນາຍົກລັດຖະມົນຕີໄດ້ ຮຽກຮ້ອງບັນດາທ່ານສະມາຊິກ ລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງ ເລິກເຊິ່ງ ດ້ວຍການສະເໜີທັດສະ ນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະ ຊຸມລັດຖະບານຄັ້ງນີ້ ປະສົບຜົນສຳ ເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RkJQdWJsaXNoZXIy MTc3MTYxMQ==