5588

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 29/03/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** [5 og4]kry gld sq flq ' * ເມື່ອກ່າວເຖິງ ວັດທະນະທຳ ແລະ ຮີດຄອງປະເພນີຂອງຄົນລາວ ເຮົາແລ້ວຍ່ອມຮູ້ດີວ່າເປັນການ ທໍາບຸນທຳກຸສົນທັງເປັນການສົ່ງ ເສີມພະພຸດທະສາສະໜາ ແລະ ການ ອານຸລັກຮັກສາວັດທະນະທໍາອັນດີ ງາມຂອງຊາດເຊັ່ນການເຮັດບຸນໃນ ຮີດສິບສອງ ທີ່ເລີ່ມຕົ້ນຈາກການ ເຮັດບຸນເຂົ້າກໍາຂອງພະສົງໄປຈົນ ຮອດການເຮັດບຸນກະຖິນເລົ່ານີ້ ເປັນຕົ້ນ. ນອກຈາກບຸນໃນຮີດສິບສອງ ແລ້ວຍັງມີບຸນອື່ນໆອີກທີ່ພວກເຮົາ ໄດ້ປະຕິບັດກັນມາເຊັ່ນ: ບຸນມາຄະ ບູຊາ, ບຸນວິສາຄະບູຊາ, ບຸນບ້ານ, ບຸນເຮືອນບຸນ, ກອງບວດ, ບຸນກອງ ຫົດ, ບຸນຜ່າປ່າ ແລະ ການເຮັດບຸນ ອື່ນເວົ້າໄດ້ວ່າ ວິຖີຊີວິດຂອງຄົນ ລາວຊາວພຸດເຮົາລ້ວນມີຄວາມ ກ່ຽວຂ້ອງພົວພັນຢ່າງສະນິດແໜ້ນ ກັບບຸນ ຫລື ຂະບວນການສ້າງບຸນ ຢູ່ສະເໝີເປັນປະຈໍາບໍ່ໄດ້ຂາດ. ດັ່ງການເຮັດບຸນເຖລາພິເສກ ຫົດສົ່ງ ຢູ່ວັດສະພັງໝໍ້ໄຊຍະລາມ ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ອາຈານ ບົວເງິນ ທອງພັນ ວັດສະພັງ ໝໍ້ໄຊ ຍະລາມກ່າວວ່າ: ການເຖລາພິເສກ ຫົດສົງເລື່ອນສະມານະສັກໃນສະ ໄໝບູຮານມີຢູ່ 6 ຂັ້ນ ນອກຈາກ ນັ້ນ ແລ້ວເປັນການເຖລາພິເສກ ຫົດສົງແຖມສົມພານ ແຕ່ທັງຝ່າຍ ບ້ານເມືອງເພີ່ນຖວາຍນາມມະຍົດ ໃຫ້ເປັນການຍ້ອງຍໍສັນລະເສີນມີ ຢູ່ 6 ຂັ້ນ. ເຖລາພິເສກຫົດສົງຂັ້ນ ທີໜຶ່ງເພີ່ນເອີ້ນວ່າ: ພະສຳເລັດ ໝາຍເຖິງສໍາເລັດຮຽນສູດມົນ ນ້ອຍ ມົນກາງ ມົນເດີກ ແລະ ຮຽນ ເທດໜັງສືທຳສໍາເລັດ, ເຖລາພິເສກ ຫົດສົງຂັ້ນທີສອງເພີ່ນເອີ້ນວ່າ: ພະຊາໝາຍເຖິງມີຄວາມປີຊາສາ ມາດຮັບໃຊ້ວຽກງານຄະນະສົງສະ ໜອງວຽກງານໃຫ້ແກ່ພໍ່ແມ່ຄູບາ ອາຈານປະສານສົມທົບກັບອອກ ຕົນຍາດໂຍມ ອຸດທິດຕົນເພື່ອພະພຸດ ທະສາສະໜາ, ເຖລາພິເສກຫົດສົງ ຂັ້ນທີສາມເພີ່ນເອີ້ນວ່າ: ພະຄູໝາຍ ເຖິງເປັນຄູສອນລູກສິດເປັນຄູສອນ ອອກຕົນຍາດໂຍມເປັນເນື້ອນາບຸນ ອັນປະເສີດ ເປັນທີ່ເຜິ່ງທາງດ້ານ ຈິດໃຈໃຫ້ແກ່ພະສົງສໍາມະເນນ ແລະ ພະພຸດທະສາສະໜາ, ເຖລາພິເສກ ຫົດສົງຂັ້ນທີສີ່ເພີ່ນເອີ້ນວ່າ: ພະລັກ ຄໍາຂັ້ນທີຫ້າພະລູກແກ້ວ ແລະ ຂັ້ນ ທີຫົກພະຍອດແກ້ວເປັນພະລະດັບ ສູງໃນເມື່ອວຽນຄົບສາມຮອບຄອບ ສາມທີ່ແລ້ວກໍ່ເຂົ້າສູ່ໂຮງຫົດ ໂດຍ ມີພະເຖລານຸເຖລະ ພະສົງສາມະເນນ ເປັນຜູ້ຫົດສົງກ່ອນຕາມດ້ວຍເຈົ້າ ພາບເຈົ້າສັດທາຕໍ່ມາຊາວພຸດທະ ສາສະນິກະຊົນທັງຫລາຍ ຮ່ວມກັນ ຫົດສົງພະລັງຈິດລົງໃສ່ນໍ້າມຸດທາ ພິເສກທີ່ໃສສະອາດບໍລິສຸດ ຍົກຂຶ້ນ ເໜືອຫົວຂອງອອກຕົນຍາດໂຍມ ແຕ່ລະຄົນຄ່ອຍຢາດຍົດລົງໃສ່ຮາງ ລິນໄຫລລົງໃສ່ພະອາຈານແຕ່ລະ ອົງຢ່າງຊຸ່ມເຢັນໄປດ້ວຍພະລັງແຫ່ງ ບຸນແລະພະລັງແຫ່ງແສງລົດພະທຳ. ພາຍຫລັງເຖລາພິເສກຫົດສົງ ສໍາເລັດແລ້ວ ພະອາຈານພ້ອມກັນ ປ່ຽນຜ້າສະບົງຊົງຜ້າຈີວອນຜື່ນ ໃໝ່ພະເຖລາຜູ້ໃຫຍ່ກໍເອົາໄມ້ເທົ້າ ຈູງພະອາຈານແຕລະອົງອອກມາ ຈາກອາລາມພິທີຫົດສົງ ໂດຍຢ່າງ ຜ່ານເຈົ້າພາບເຈົ້າສັດທາ ພ້ອມດ້ວຍ ຊາວພຸດສາສະນິກະຊົນທັງຫລາຍ ທີ່ນັ່ງເປັນສອງແຖວຍາວຮອດສາ ລາໂຮງທຳ ພ້ອມຕັ້ງຈິດອາທິຖານ ສົ່ງພະລັງຈິດຜ່ານປັດໄຈປ່ອນໃສ່ ບາດປ່ອນໃສ່ຖົງພະເຖລານຸເຖລະ ພະສົງທັງຫລາຍທີ່ມາຮ່ວມສັນລະ ເສີນເສີມສ້າງບຸນຍາປາລະມີໃຫ້ແກ່ ພະອາຈານໃຫ້ຈະເລີນໃນສິນ, ໃຫ້ ຈະເລີນໃນທຳຈະເລີນງອກງາມໃນ ພຸດທະສາສະໜາສຶບຕໍ່ໄປ. ໄຟໄໝ້ລາມປ່າ... ຜູ້ພິພາກສາ... ບູນໜັກແໜ້ນ, ເລິກເຊິ່ງ, ພາວະວິ ໄສ ແລະ ຮອບດ້ານ. ໃນກອງປະຊຸມ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາ ຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 2 ປີຜ່ານມາ, ສານປະຊາຊົນແຕ່ລະຂັ້ນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີX ເຊິ່ງຜູ້ພິພາກສາ ແຕ່ລະທ່ານ ຮັກສາໄດ້ຄຸນທາດການເມືອງ, ຄຸນ ສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ ຕີຖອຍປາກົດການຫຍໍ້ ທໍ້ຢູ່ສານປະຊາຊົນແຕ່ລະຂັ້ນຫລຸດ ໜ້ອຍຖອຍລົງເທື່ອລະກ້າວລະ ບົບການຈັດຕັ້ງຂອງສານໄດ້ຮັບ ການປັບປຸງໃຫ້ໜັກແໜ້ນເຂັ້ມແຂງ ຫີນ, ບ້ານປາກຕອນ, ບ້ານຫີນລັບ, ບ້ານນາຫອຍ, ບ້ານທ່ານຂາມ, ບ້ານ ແລະ ເຕີບໃຫຍ່ຂະຫຍາຍຕົວ, ການ ບໍລິຫານສານ-ບໍລິຫານຄະດີມີຄຸນ ນະພາບ, ປະສິດທິພາບ, ການພິຈາ ລະນາຕັດສີນຄະດີມີຄວາມວ່ອງໄວ, ໂປ່ງໄສ, ຖືກຕ້ອງ ແລະ ຮັບປະກັນ ຄວາມຍຸຕິທໍາໃນສັງຄົມ,ເຮັດໃຫ້ສັງ ຄົມມີຄວາມເຄົາລົບ, ເຊື່ອຖື, ເຊື່ອ ໝັ້ນຕໍ່ກັບການຕັດສິນຂອງສານ ຫລາຍຂຶ້ນ; ຫາງສຽງຈົ່ມເວົ້າຂອງ ສັງຄົມຫລຸດລົງເທື່ອລະກ້າວ, ປະ ຊາຊົນໄດ້ມີຄວາມຮັບຮູ້ເຂົ້າໃຈເຖິງ ພາລະບົດບາດຂອງສານປະຊາຊົນ ຫລາຍຂຶ້ນ; ສານປະຊາຊົນໄດ້ຮັບ ຄວາມໄວ້ເນື້ອເຊື້ອໃຈຈາກພັກ-ລັດ ເປັນຢ່າງດີ. ພ້ອມນີ້, ການຕິດຕາມ ກວດກາ ແລະ ປະເມີນການປະຕິບັດ ໜ້າທີ່ຂອງຜູ້ພິພາກສາໄດ້ມີການພັດ ທະນາໃຫ້ສາມາດຮູ້ໄດ້ຜູ້ພິພາກສາ ດີ-ເກັ່ງ, ຮູ້ໄດ້ວຽກດີຄົນເກັ່ງ-ວຽກ ຈິງຄົນແທ້. ໃນປີ 2020-2022 ມີ ຄະດີເຂົ້າມາຢູ່ສານຂັ້ນຕົ້ນ, ຂັ້ນອຸ ທອນ ແລະ ຂັ້ນລົບລ້າງທັງໝົດ 21.547 ເລື່ອງທຽບໃສ່ຄັ້ງກ່ອນ ຫລຸດ ລົງ 3.227 ເລື່ອງ, ຄະດີຄ້າງ ມາ 2.568 ເລື່ອງ, ລວມທັງໝົດ 24.115 ເລື່ອງ, ໄດ້ແກ້ໄຂແລ້ວ 20.733 ເລື່ອງ ເທົ່າກັບ 85,98% ຖ້າທຽບໃສ່ຄັ້ງກ່ອນລຸດລົງ 3,25% ແລະ ຄະດີຍັງຄ້າງ 3.382 ເລື່ອງ, ຖ້າທຽບໃສ່ຄັ້ງຜ່ານມາເຫັນວ່າ ຄະດີຍັງຄ້າງສູງກວ່າຄັ້ງກ່ອນເຖິງ 477 ເລື່ອງ. ໃນຊຸມປີຜ່ານມາ, ສານປະຊາ ຊົນແຕ່ລະຂັ້ນ ໄດ້ເປັນເຈົ້າການສຸມ ໃສ່ປັບປຸງພັດທະນາແບບແຜນ ແລະ ກົນໄກການດໍາເນີນຄະດີໃຫ້ມີ ຄວາມວ່ອງໄວ ແລະ ຮັບປະກັນຄຸນ ນະພາບຕາມຫລັກການພື້ນຖານທີ່ ໄດ້ກໍານົດໄວ້ໃນກົດໝາຍ, ຖືເອົາ ການຈັດຕັ້ງປະຕິບັດວຽກງານສາມ ສ້າງຕິດພັນກັບການຕັດສິນຄະດີ ສາມຂັ້ນ. ນອກນັ້ນ, ຍັງໄດ້ສຸມໃສ່ ຄົ້ນຄວ້າສ້າງນິຕິກໍາຕ່າງໆ ເພື່ອ ຮອງຮັບໃຫ້ແກ່ການເຄື່ອນໄຫວປະ ຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງສານ ແລະ ສ້າງທຸກເງື່ອນໄຂ ເພື່ອໃຫ້ການດໍາເນີນຄະດີຂອງສານ ຫຍັບໃກ້ເຂົ້າຫາປະຊາຊົນ ໂດຍສະ ເພາະໄດ້ມີການຈັດຕັ້ງຄະນະສານ ເຄື່ອນທີ່, ການຂຶ້ນບັນລັງຕັດສິນ ດ້ວຍຜູ້ພິພາກສາຜູ້ດຽວ ແລະ ອື່ນໆ ອັນໄດ້ເຮັດໃຫ້ການພິຈາລະນາແກ້ ໄຂຄະດີຂອງສານແຕ່ລະຂັ້ນມີ ຄວາມວ່ອງໄວ ແລະ ມີຄຸນນະພາບ ດີຂຶ້ນ ຂ່າວ+ພາບ: ກິດຕາ ເພຍລາດ, ບ້ານຫີນສີ້ວ, ບ້ານໄຮ່ໃຕ້, ບ້ານປາກແຖບ, ບ້ານນາຕານ, ບ້ານ ໃຫຍ່ນາຈະເລີນ, ບ້ານໄຮ່ເໜືອ, ບ້ານກົ້ວ, ບ້ານຊໍ້, ບ້ານຫ້ວຍຫລ້າ ແລະ ບ້ານຫ້ວຍຫາງ, ຜົນເສຍຫາຍ ທັງໝົດປະມານ 120 ເຮັກ, ແຕ່ບໍ່ໄດ້ ກະທົບຕໍ່ສໍານັກງານຫ້ອງການ, ເຮືອນ ຊານ-ບ້ານຊ່ອງ, ໄຮ່ນາ, ຮົ້ວ ສວນຂອງປະຊາຊົນ ເຊິ່ງສາເຫດ ຂອງໄຟໄໝ້ລາມປ່າ ໃນຄັ້ງນີ້, ແມ່ນ ເກີດຈາກການຈູດໄຮ່ ແລະ ສວນ ຂອງປະຊາຊົນຢູ່ຟາກປ່າສະຫງວນ ແຫ່ງຊາດພູພະນັງ. ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ໃຫ້ສຳພາດຕໍ່ສື່ ມວນຊົນ ໃນວັນທີ 28 ມີນາ 2023 ນີ້ວ່າ: ນັບແຕ່ເລີ່ມເກີດມີໄຟໄໝ້ລາມ ປ່າຈົນມາຮອດປັດຈຸບັນການນຳ ເມືອງສັງທອງ ໄດ້ນຳເອົາກຳລັງສຸມ ໃສ່ເຂົ້າມອດໄຟຢູ່ເຂດທີ່ເກີດໄຟໄໝ້ ຢ່າງຮີບດ່ວນ ໂດຍໄດ້ນຳເອົາກຳ ລັງຂອງກອງບັນຊາການ ປກຊປກສ ເມືອງສັງທອງ, ກອງພັນ 511, ກອງຮ້ອຍທະຫານຮາບ303, ຫ້ອງການອ້ອມຂ້າງຂອງເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນບ້ານທີ່ເກີດເຫດໄຟໄໝ້ ລາມປ່າ ໂດຍສົມທົບກັບກອງພັນ ໃຫຍ່ ຈ 11, ກົມປ່າໄມ້ກະຊວງກະສິ ກຳ-ປ່າໄມ້ ສຸມໃສ່ເຂົ້າມອດໄຟຢ່າງ ຮີບດ່ວນ. ຢ່າງໃດກໍຕາມຜ່ານການ ຂຶ້ນກວດກາ ດ້ວຍເຄື່ອງບິນຂອງຄະ ນະນຳນະຄອນຫລວງວຽງຈັນ, ກະຊວງປ້ອງກັນປະເທດ ແລະ ຄະ ນະນໍາເມືອງສັງທອງ ຍັງເຫັນວ່າ ປະຊາຊົນເຂດເມືອງໂພນໂຮງ ແຂວງວຽງຈັນ ແລະ ເມືອງນາຊາຍ ທອງ ຍັງສືບຕໍ່ບຸກລຸກ, ບຸກເບີກ, ຖາງ ແລະ ຈຸດໄຮ່ເປັນວົງກວ້າງ (ມີ ບາງຈຸດບຸກເບີກສຳແລ້ວ). ທ່ານ ພົງສະຫວັນ ສີລິພັນ ຍັງ ໃຫ້ຮູ້ອີກວ່າ: ສຳລັບວິທີສະກັດກັ້ນ, ຄວບຄຸມຈຸດທີ່ເກີດໄຟໄໝ້ລາມປ່າຢູ່ ປ່າສະຫງວນແຫ່ງຊາດພູພະນັງ ທີ່ເກີດໃໝ່ ແມ່ນສຸມເອົາກຳລັງ ເຂົ້າໄປສ້າງແລວກັນໄຟ 2-3 ຊັ້ນ ເພື່ອສະກັດບໍ່ໃຫ້ໄຟລາມອອກມາ ຂ້າງນອກ. ສຳລັບໄຟທີ່ຍັງໃໝ້ຂອນ ໄມ້ ແມ່ນໄດ້ນໍາເອົາຈັກຕັດໄມ້ຂຶ້ນໄປ ຕັດຂອນໄມ້ທີ່ໄຟໄໝ້, ພ້ອມທັງນໍາ ເອົານໍ້າຂຶ້ນໄປມອດຂອນໄມ້ໄຟຍັງ ໄໝ້ໃຫ້ສຳເລັດ ເພື່ອບໍ່ໃຫ້ໝັດໄຟຟົ້ງ ອອກໄປເປັນເຊື້ອໄຟຕື່ມອີກ, ພ້ອມ ທັງສືບຕໍ່ເຜີຍແຜ່ຄໍາສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດຮອບດ້ານໃນການຄຸ້ມຄອງປົກປັກ ຮັກສາປ່າໄມ້ ແລະ ສະກັດກັ້ນໄຟໃໝ້ ລາມປ່າຢູ່ຂອບເຂດເມືອງສັງທອງ ໂດຍຖືເອົາການໂຄສະນາຜ່ານ ໂທລະໂຄງຂອງບ້ານໃຫ້ປະຊາຊົນ ໄດ້ຮັບຮູ້ແລະ ເຂົ້າໃຈພ້ອມກັນຈັດຕັ້ງ ປະຕິບັດຢ່າງເຂັ້ມງວດ. ຂ່າວ: ທະນູທອງ, ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==