5587

xtgmf]k; 3 27/03/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ທລຍ ສູນກາງ zq odkoxtg,u ow]ptdk'ltw\0v'37'dko dv'mb os]5 fzj vo7;k,m5 dpkd 3 w]ptgru j ,mb o ໂດຍ: ຍຸພິນທອງ l6 ozy ;|a ' wfh Ia [dkora fmtokgxa odh k;M * ສະຫາຍ ບຸດດາ ບຸນມີວິເສດ ຮອງເລຂາພັກ ຮອງຫົວໜ້າສູນຜີວ ໜັງ ກະຊວງສາທາລະນະສຸກ ຕັ້ງຢູ່ ບ້ານບຶງຂະຫຍອງໃຕ້ ເມືອງສີສັດ ຕະນາກ ນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ໃນໂອກາດເຂົ້າຮ່ວມກອງປະຊຸມສະ ຫລຸບການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ແລະ ຂະບວນການແຂ່ງຂັນຮັກ ຊາດ-ພັດທະນາຮອດ ປີ 2025 ທີ່ ໂຮງແຮມດອນຈັນພາເລດ ນະຄອນ ຫລວງວຽງຈັນ ເມື່ອບໍ່ດົນມານີ້ໄດ້ ກ່າວວ່າ: ຂ້າພະເຈົ້າມີຄວາມປິຕິຊົມ ຊື່ນທີ່ໄດ້ມີໂອກາດສະແດງຄວາມຮູ້ * ໃນກອງປະຊຸມສະຫລຸບລາຍ ງານຜົນໄດ້ຮັບຂອງການປະເມີນຜົນ ໄລຍະກາງສະໄໝ ຂອງໂຄງການ ກອງທຶນຫລຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ທີ່ຈັດຂຶ້ນເມື່ອບໍ່ ດົນນີ້ ກົມພັດທະນາຊົນນະບົດ ໂດຍ ການເປັນປະທານຮ່ວມຂອງ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມ ແຜນການແລະການຮ່ວມມື, ກະ ຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ເບັນຈາມິນ ເບີກຮາດ ຜູ້ຊ່ຽວ ຊານ ອາວຸໂສດ້ານການພັດທະນາ ສັງຄົມ ແລະ ຫົວໜ້າຄະນະທິມງານ ຈັດຕັ້ງປະຕິບັດໂຄງການທລຍ ໂດຍ ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ແລະ ກົມພັດທະນາຊົນນະບົດ ຂອງ ກະຊວງກະສິກໍາແລະປ່າໄມ້,ພະນັກ ງານຫລັກແຫລ່ງຂອງ ທລຍ ແລະ ຄະນະຊ່ຽວຊານຂອງທະນາຄານ ໂລກ ຈໍານວນທັງໝົດ 33 ທ່ານ. ເປົ້າໝາຍຂອງການມາເຮັດວຽກ ຂອງຄະນະຊ່ຽວຊານທະນາຄານ ໂລກຄັ້ງນີ້ ແມ່ນເພື່ອປະເມີນຜົນ ຄວາມຄືບໜ້າຂອງການຈັດຕັ້ງປະ ຕິບັດ ໂຄງການກອງທຶນຫລຸດຜ່ອນ ຄວາມທຸກຍາກ 3 ໄລຍະເພີ່ມທຶນ ທີ່ນອນຢູ່ໃນ ແຜນງານໜຶ່ງດຽວທີ່ ມີສ່ວນຮ່ວມຂອງຫລາຍຂະແໜງ ການ ເພື່ອແກ້ໄຂບັນຫາໂພຊະນາ ການຢູ່ 4 ແຂວງພາກເໜືອຂອງ ລາວ (ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ) ໂດຍສະເພາະແມ່ນ ເພື່ອປະເມີນຄືນຈຸດປະສົງ, ເປົ້າ ໝາຍແລະຕົວຊີ້ວັດຕ່າງໆຂອງໂຄງ ການທີ່ກໍານົດໄວ້ ແລະ ທັງເປັນ ການຢັ້ງຢືນ ເຖິງໝາກຜົນຕົວຈິງ ຂອງໂຄງການ ທີ່ໄດ້ປະຕິບັດຖືກ ຕ້ອງສອດຄ່ອງກັບທິດທາງນະໂຍ ບາຍຂອງລັດຖະບານ ແລະ ຄວາມ ຕ້ອງການຕົວຈິງຂອງປະຊາຊົນ ຢູ່ເຂດຊົນນະບົດ. ໂດຍປະຕິບັດຕາມ ວາລະການມາເຄື່ອນໄຫວເຮັດວຽກ ຂອງຄະນະຊ່ຽວຊານຂອງທະນາ ຄານໂລກ ຊຶ່ງໄດ້ເລີ່ມ ແຕ່ວັນທີ 13 ເຖິງວັນທີ 24 ເດືອນກຸມພາ ສຶກ ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ ໝູນວຽນມາຄົບຮອບ68ປີ(22/3/ 1955-22/3/2023) ຊຶ່ງວັນສ້າງ ຕັ້ງພັກ ປະຊາຊົນ ປະຕິວັດລາວ ເປັນວັນແຫ່ງຄວາມເອກອ້າງທະ ນົງໃຈ, ຂອງປະຊາຊົນບັນດາເຜົ່າ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາພັກ ໄດ້ເປັນແກນຫລັກໃນການນໍາພາ ໃນທຸກຂົງເຂດວຽກງານໂດຍມີເປົ້າ ໝາຍ ເພື່ອຄວາມຢູ່ເຢັນເປັນສຸກ ຂອງປວງຊົນລາວທັງຊາດ, ພັກຄື ອົງການຈັດຕັ້ງແຫ່ງແສງສະຫວ່າງ ເຍືອງທາງໃນການຂັບເຄື່ອນນະໂຍ ບາຍທີ່ເປັນຜົນປະໂຫຍດຕໍ່ປະຊາ ຊົນ ເພື່ອປະຊາຊົນຢ່າງແທ້ຈິງ ຊຶ່ງ ຍາມໃດພັກ ກໍໄດ້ໃກ້ຊິດ-ຕິດແທດ ແລະ ຮ່ວມຊີວິດຄວາມສຸກ-ທຸກຂອງ ປະຊາຊົນ, ນໍາພາປະຊາຊົນສູ້ຊົນ ເດີນຕາມເສັ້ນທາງແຫ່ງການພັດທະ ນາມຸ່ງໜ້າໄປສູ່ຄວາມຈະເລີນ, ສີວິ ໄລແນໃສ່ເຮັດໃຫ້ການດໍາລົງຊີວິດ ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ຕະຫລອດໄລຍະ 68 ປີ ພາຍໃຕ້ ການຊີ້ນໍານໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ຊີ້ໃຫ້ເຫັນວ່າ ປະ ເທດຊາດ ໄດ້ຮັບການສ້າງສາພັດ ທະນາເປັນກ້າວໆ ໂດຍໄປຕາມທິດ ທາງແຜນການຂອງພັກໃນແຕ່ລະ ຍຸກສະໄໝ ຊຶ່ງເມື່ອກ່ອນແມ່ນສະ ໄໝຕໍ່ສູ້ກູ້ຊາດ ໃນໄລຍະນັ້ນປະເທດ ລາວເຮົາ ແມ່ນຢູ່ພາຍໃຕ້ການປົກ ຄອງຂອງລະບອບສັກດີນາລ່າ ເມືອງຂຶ້ນ ທັງແບບເກົ່າ ແລະ ແບບ ໃໝ່ ເຮັດໃຫ້ປະຊາຊົນລາວບັນດາ ເຜົ່າໄດ້ຕົກເປັນທາດ, ຂາດສິດເສລີ ພາບ, ຂາດການສຶກສາຮໍ່າຮຽນ, ຖືກກົດຂີ່ຂົ່ມເຫັງ, ປະເທດຊາດຖືກ ປຸ້ນສະດົມ, ແຕ່ຍ້ອນມີພັກເປັນແກນ ນໍາຈຶ່ງສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ເດີນຕາມ ອຸດົມການສັງຄົມນິຍົມ ໃນວັນທີ 2 ທັນວາປີ1975ກ້າວເຂົ້າສູ່ສັງກາດ ໃໝ່ ເຮັດໃຫ້ປະຊາຊົນລາວ ເຮົາ ເປັນເຈົ້າຂອງປະເທດຊາດຢ່າງແທ້ ຈິງ; ພັກເຮົາໄດ້ສືບຕໍ່ຊີ້ນໍາ-ນໍາພາ ຊຶ່ງສະໄໝນີ້ ເອີ້ນວ່າ ໄລຍະປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດກ້າວສູ່ສັງຄົມນິຍົມ. ສະຫາຍໃຫ້ຮູ້ຕື່ມອີກວ່າ: ຄຽງຄູ່ ກັນນັ້ນ ຂະແໜງສາທາລະນະສຸກ ກໍໄດ້ຮັບການພັດທະນາໃຫ້ເຕີບ ໃຫຍ່ ຂະຫຍາຍຕົວເປັນກ້າວໆໄປ ຕາມແຕ່ລະໄລຍະ ຕາມເນື້ອໃນຈິດ ໃຈມະຕິຂອງພັກໃນແຕ່ລະຄັ້ງ ມາ ຜັນຂະຫຍາຍເຂົ້າສູ່ວຽກງານຕົວ ຈິງພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ຄະນະພັກ ຄະນະນໍາ ແຕ່ລະຂັ້ນ, ເຮັດໃຫ້ວຽກງານດໍາເນີນໄປຕາມ ແຜນແລະຄາດໝາຍທີ່ວາງໄວ້ມີຜົນ ສໍາເລັດເປັນຕົ້ນແມ່ນວຽກງານປິ່ນ ປົວພະຍາດຜີວໜັງ, ກາມະໂລກ ແລະ ພະຍາດຫລວງ ໄດ້ມີຕາໜ່າງ ຢູ່ທົ່ວປະເທດນັບຕັ້ງແຕ່ຂັ້ນສູນກາງ ລົງຮອດຂັ້ນໂຮງໝໍນ້ອຍ ເຮັດໃຫ້ ປະຊາຊົນລາວບັນດາເຜົ່າໄດ້ເຂົ້າ ເຖິງການບໍລິການຢ່າງທົ່ວເຖິງ. ໂດຍບໍ່ປະໃຜໄວ້ຂ້າງຫລັງ ຕາມຄໍາ ຂວັນຂອງກະຊວງສາທາລະນະສຸກ ທີ່ວາງອອກ ຊຶ່ງກ່ອນການປົດປ່ອຍ ມີພຽງແຕ່ຢູ່ສູນກາງບ່ອນດຽວ, ປັດ ຈຸບັນ ໄດ້ສ້າງບຸກຄະລາກອນແພດ ຜີວໜັງຫຼາຍລະດັບ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ສິດສອນນັກ ສຶກສາແພດທາງດ້ານທິດສະດີຢູ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ແລະ ພາກປະຕິ ບັດຕົວຈິງຢູ່ໂຮງໝໍແຕ່ລະສາຂາ ຮຽນ, ພັດທະນາຫລັກສູດ, ປຶ້ມຄູ່ມື, ຄົ້ນຄວ້າວິທະຍາສາດ, ພົວພັນຮ່ວມ ມືກັບສາກົນທາງດ້ານວິຊາການ ຍາດແຍ່ງການຊ່ວຍເຫລືອ, ໄດ້ເຂົ້າ ຮ່ວມກອງປະຊຸມສໍາມະນາຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ, ປະ ກອບເຄື່ອງມື ອຸປະກອນການແພດ ທີ່ທັນສະໄໝ ແລະ ມີຢາຢ່າງພຽງພໍ ເພື່ອຕອບສະໜອງໃຫ້ແກ່ການບົ່ງ ມະຕິ, ປິ່ນປົວ ແລະ ປ້ອງກັນຢ່າງ ມີປະສິດທິຜົນຕາມທິດ 5 ດີ 1 ພໍໃຈ, ໃນນັ້ນໂຄງການຄວບຄຸມພະຍາດ ຫລວງ ໃນທົ່ວປະເທດສາມາດ ກໍາ ຈັດກໍລະນີຕິດເຊື້ອໃໝ່ຫລຸດລົງໃນ ອັດຕາສ່ວນນ້ອຍກວ່າ 1 ກໍລະນີ ຕໍ່ ປະຊາກອນ 10.000 ຄົນ ຕັ້ງແຕ່ປີ 1998. ປັດຈຸບັນ ແມ່ນເຫລືອພຽງ 0,01/10,000 ຄົນ ກ້າວໄປສູ່ການ ລຶບລ້າງຕາມແຜນຂອງອົງການ ອະນາໄມໂລກໃນປີ 2030, ແລະ ໃນປັດຈຸບັນນີ້ ຍັງຈະສືບຕໍ່ສ້າງຂະ ບວນການແຂ່ງຂັນຮັກຊາດ-ພັດ ທະນາແຕ່ນີ້ຮອດປີ 2025 ພາຍໃຕ້ ຫົວຂໍ້ “ສ້າງການຫັນປ່ຽນຢ່າງ ແຂງແຮງ ວຽກງານສາທາລະນະ ສຸກ ໃນເງື່ອນໄຂໃໝ່”ຕາມທິດທາງ ແຜນການຂອງກະຊວງສາທາລະ ນະສຸກວາງອອກ. 2023 ຊຶ່ງໃນນັ້ນ ລະຫວ່າງວັນທີ 13 ຫາ 17 ກຸມພາ 2023 ທິມງານ ໄດ້ໄປຢ້ຽມຢາມກິດຈະການໂຄງ ການ ຢູ່ບ້ານເປົ້າໝາຍຈໍານວນໜຶ່ງ ຢູ່ແຂວງຫົວພັນ ແລະ ແຂວງຊຽງ ຂວາງ ແລະ ໄດ້ປຶກສາຫາລືກັບ ພາກສ່ວນຕ່າງໆ ຢູ່ຂັ້ນທ້ອງຖີ່ນ ແລະ ລະຫວ່າງວັນທີ 20 ຫາ 24 ກຸມພາ 2023 ແມ່ນໄດ້ປຶກສາຫາລື ກັບບັນດາສາຍງານ ຂອງ ທລຍ ຂັ້ນ ສູນກາງທີ່ຈັດຕັ້ງປະຕິບັດໂຄງການ ດັ່ງກ່າວ. ໃນກອງປະຊຸມສະຫຼຸບລາຍງານ ທ່ານເບັນຈາມິນ ເບີກຮາດ ຜູ້ຊ່ຽວ ຊານອາວຸໂສ ດ້ານການພັດທະນາ ສັງຄົມ ແລະ ຫົວໜ້າຄະນະທິມງານ ຈັດຕັ້ງປະຕິບັດໂຄງການ ທລຍ ໄດ້ ລາຍງານຜົນໄດ້ຮັບຂອງການປະ ເມີນຜົນໄລຍະກາງສະໄໝຂອງໂຄງ ການກອງທຶນຫລຸດຜ່ອນຄວາມ ທຸກຍາກ 3 ໄລຍະ ເພີ່ມທຶນ ຊຶ່ງເຫັນ ໄດ້ວ່າໂຄງການ ສາມາດຈັດຕັ້ງປະ ຕິບັດວຽກງານສໍາເລັດຕາມຄາດ ໝາຍທີ່ວາງໄວ້. ທ່ານຍັງໄດ້ວ່າ “ຜ່ານການລົງຢ້ຽມຢາມເຮັດວຽກ ຢູ່ ບ້ານສົບທ້າງ, ເມືອງຄໍາ, ແຂວງ ຊຽງຂວາງ, ບ້ານນາສາມ ແລະ ບ້ານຫ້ວຍໄຄ້, ເມືອງຫົວເມືອງ, ແຂວງຫົວພັນ ເປັນເວລາ 5 ວັນ ເຕັມນັ້ນໂດຍລວມເຫັນໄດ້ວ່າປະຊາ ຊົນແມ່ນມີຄວາມເຂັ້ມແຂງ ສາມາດ ຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ ທລຍ ໃຫ້ການສະໜັບສະໜູນໄດ້ດີ ໂດຍສະເພາະແມ່ນການປູກການ ລ້ຽງ, ການສົ່ງເສີມການແຕ່ງອາ ຫານເສີມໃຫ້ເດັກ 6-23 ເດືອນ, ການເຮັດສວນຄົວໂພຊະນາການ ເພື່ອສະໜັບສະໜູນການແຕ່ງກິນ ຂອງຄົວເຮືອນສະມາຊິກ ກພກ ແຕ່ເຖິງແນວໃດ ກໍຕາມຈະຕ້ອງໄດ້ ເອົາໃຈໃສ່ບາງຈຸດທີ່ເຫັນວ່າຍັງບໍ່ ທັນໄດ້ດີອີກຕື່ມ.” ພ້ອມນີ້, ທ່ານ ທັດສະກາ ສະພັງ ທອງ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາແລະ ປ່າໄມ້ ໄດ້ກ່າວວ່າ: “ຈາກການຮັບ ຟັງການລາຍງານຜົນ ໄດ້ຮັບຂອງ ການປະເມີນຜົນໄລຍະກາງສະໄໝ ຂອງ ໂຄງການກອງທຶນຫລຸດຜ່ອນ ຄວາມທຸກຍາກ 3 ໄລຍະເພີ່ມທຶນ ເຫັນວ່າສາມາດບັນລຸໄດ້ຕາມລະ ດັບຄາດໝາຍ ແລະ ຕົວຊີ້ວັດຕ່າງໆ ທີ່ກໍານົດໄວ້; ທັງໄດ້ສະແດງໃຫ້ເຫັນ ວ່າ ຜົນງານຂອງໂຄງການ ໄດ້ປະ ກອບສ່ວນໂດຍກົງເຂົ້າໃນແຜນ ງານພັດທະນາຊົນນະບົດ ແກ້ໄຂ ຄວາມທຸກຍາກຂອງກະຊວງກະສິ ກໍາ ແລະ ປ່າໄມ້ ໃນໄລຍະຜ່ານມາ ກໍ່ຄືໂຄງການທີ່ກໍາລັງຈັດຕັ້ງປະຕິ ບັດໃນປັດຈຸບັນ. ຜົນສໍາເລັດຂອງ ໂຄງການ ດັ່ງກ່າວນີ້ ໄດ້ສະແດງໃຫ້ ເຖິງການຮ່ວມມື ອັນໜັກແໜ້ນ ລະ ຫວ່າງ ລັດຖະບານ ສປປ ລາວ ກໍ່ຄື ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໂດຍຜ່ານກອງທຶນ ຫລຸດຜ່ອນຄວາມທຸກຍາກຕອບສະ ໜອງຄວາມຕ້ອງການຕົວຈິງຂອງ ປະຊາຊົນບັນດາເຜົ່າ ແລະ ມີຄວາມ ສອດຄ່ອງກັບທິດທາງນະໂຍບາຍ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະ ບານ ສປປ ລາວ”. “ຂ້າພະເຈົ້າຂໍ ຮຽກຮ້ອງມາຍັງທະນາຄານໂລກ ຈົ່ງໄດ້ສືບຕໍ່ສະໜັບສະໜູນທຶນຮອນ ຊ່ວຍເຫລືອໃນຕໍ່ໜ້າ ເນື່ອງຈາກວ່າ ອັດຕາຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າ ໃນເຂດຊົນນະບົດ ແມ່ນຍັງມີອັດຕາສ່ວນສູງ; ລັດຖະ ບານ ກໍ່ໄດ້ຖືສໍາຄັນວຽກງານຮ່ວມ ມື ກັບຄູ່ຮ່ວມພັດທະນາ ໃນການພັດ ທະນາຊົນນະບົດແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນ. ຕາງໜ້າ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຂໍສະແດງຄວາມຂອບໃຈເປັນຢ່າງ ສູງຕໍ່ທະນາຄານໂລກ ທີ່ໄດ້ໃຫ້ການ ສະໜັບສະໜູນທຶນຮອນ ເຂົ້າໃນ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາ ຊົນລາວບັນດາເຜົ່າຂອງສປປລາວ ຕະຫລອດໄລຍະສອງ ທົດສະວັດ ຜ່ານມາ ໂດຍຜ່ານໂຄງການກອງ ທຶນຫລຸດຜ່ອນຄວາມທຸກຍາກ ຊຶ່ງ ໃນປັດຈຸບັນກໍາລັງຈັດຕັ້ງປະຕິບັດ ແຜນງານໜຶ່ງດຽວທີ່ມີສ່ວນຮ່ວມ ຂອງຫລາຍຂະແໜງການ ເພື່ອປັບ ປຸງວຽກງານໂພຊະນາການ ໃນ 4 ແຂວງພາກເໜືອ.

RkJQdWJsaXNoZXIy MTc3MTYxMQ==