5587

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 27/03/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** m6 f]k; pnj olko8k8A '8+ xtmkokmy [= fu csj 'lkmk]tot]a f vu 8k]u ຂປລ. ເມື່ອບໍ່ດົນມານີ້,ທີ່ນະຄອນ ຫລວງໂຣມ, ສາທາລະນະລັດ ອີຕາ ລີ, ທ່ານ ລັດສະໝີແກ້ວມະນີ ໄດ້ເຂົ້າ ຍື່ນສານຕາຕັ້ງຕໍ່ ທ່ານ ເຊີຈິໂອ ມັດ ຕາແຣນລາ (H.E. Mr. Sergio Mattarella) ປະທານາທິບໍດີ ແຫ່ງ ສ ອີຕາລີ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງ ສປປ ລາວປະຈຳ ສາທາລະນະລັດ ອີຕາລີ, ເຊິ່ງມີ ສຳ ນັກງານຕັ້ງຢູ່ ເຊີແນວ, ປະເທດ ສະ ວິດສ. ພາຍຫລັງການຍື່ນສານ, ທ່ານ ທູດລາວຄົນໃໝ່ໄດ້ເຂົ້າພົບປະໂອ້ລົມ ກັບທ່ານປະທານາທິບໍດີ ເຊິ່ງໄດ້ ນຳເອົາຄວາມຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກທ່ານທອງລຸນສີສຸລິດປະທານ ປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ເຊີຈິໂອ ມັດຕາແຣນລາ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນ ອີຕາລີ ທຸກຖ້ວນໜ້າ. ໂອກາດນີ້, ທ່ານທູດໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ອີຕາລີ ໃນໄລຍະຜ່ານມາ ໂດຍສະ ເພາະໄລຍະການແພ່ລະບາດຂອງ ພະຍາດໂຄວິດ-19. ພ້ອມນີ້, ຍັງໄດ້ ຕີລາຄາສູງ ຕໍ່ຜົນສໍາເລັດໃນການ ພົວພັນຮ່ວມມືສອງຝ່າຍ ລາວ-ອີ ຕາລີ ໃນໄລຍະຜ່ານມາ ເຊິ່ງສະແດງ ອອກໃນການແລກປ່ຽນ-ຢ້ຽມຢາມ ຂອງຄະນະຜູ້ແທນລະດັບສູງຂອງ ທັງສອງປະເທດຢ່າງເປັນປົກກະຕິ, ການໃຫ້ການຊ່ວຍເຫລືອເພື່ອການ ພັດທະນາ ແກ່ສປປລາວແລະ ການ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບກອງປະຊຸມອາຊີ-ເອີຣົບ (ອາເຊັມ), ຂອບອາຊຽນ-ອີຢູ ແລະ ຂອບ ສປຊ. ນອກຈາກນີ້, ທ່ານ ທູດ ຍັງໄດ້ແຈ້ງສະພາບການພັດທະນາ m6 f]k; pn j olko8k8A '8+ xtmkokmy [= fu csj ' lkmk]tot]a f lt3];kdu ຂປລ. ເມື່ອບໍ່ດົນມານີ້,ທີ່ທຳນຽບ ປະທານາທິບໍດີ, ນະຄອນຫລວງ ບຣາຕິດ ສະລາວາ, ສາທາລະນະ ລັດ ສະໂລວາກີ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ ນາງ Zuzana Čaputová, ປະທາ ນາທິບໍດີແຫ່ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດສະໂລວາກີ, ຊຶ່ງມີສຳນັກງານຕັ້ງຢູ່ນະຄອນ ຫລວງວຽນ, ປະເທດໂອຕຣິດ. ໃນການພົບປະໂອ້ລົມ, ສອງ ຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ທີ່ດີເປັນມູນເຊື້ອ ລາວ-ສະໂລວາກີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງ ປະເທດ ໄດ້ສ້າງສາຍພົວພັນການ ທູດຮ່ວມກັນໃນວັນທີ 5 ກັນຍາ 1962 ເປັນຕົ້ນມາ ເຊິ່ງທັງສອງຝ່າຍ ກໍໄດ້ມີຄວາມພະຍາຍາມຊອກຊ່ອງ ທາງ ເພື່ອເສີມຂະຫຍາຍສາຍພົວ ພັນແລະການຮ່ວມມືລະຫວ່າງສອງ ປະເທດໃຫ້ມີບາດກ້າວຂະຫຍາຍ ຕົວ. ພ້ອມນັ້ນ, ທ່ານເອກອັກຄະລັດ ຖະທູດ ໄດ້ນຳເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນພ້ອມດ້ວຍ ພອນໄຊອັນປະເສີດ ແລະ ຄວາມ ຮັກແພງຖານເພື່ອນມິດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ Zuzana Čaputová ແລະຜ່ານ ທ່ານໄປຍັງລັດຖະບານ ແລະ ປະຊາ ຊົນສະໂລວາກີ ທຸກທົ່ວໜ້າ. ທ່ານ ເອກອັກຄະລັດຖະທູດ ຍັງໄດ້ນໍາເອົາ ຄໍາເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານປະທານາທິບໍດີສະ ໂລວາກີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດ ທີ່ເໝາະສົມ. ໂອກາດນີ້, ທ່ານ ນາງ Zuzana Čaputová ກໍໄດ້ສະແດງ ຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງໃນການມາດໍາ ລົງຕໍາແໜ່ງເປັນ ເອກອັກຄະລັດຖະ ທູດ ສປປ ລາວ ຄົນໃໝ່ປະຈຳ ສ ສະ ໂລວາກີ ແລະໄດ້ສະແດງຄວາມ ຂອບໃຈຕໍ່ຄໍາອວຍພອນ ແລະການ ເຊື້ອເຊີນ ຈາກປະທານປະເທດແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມ ຖາມຂ່າວອັນອົບອຸ່ນແລະອວຍພອນ ໄຊອັນປະເສີດມາຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະ ບານ ແລະ ປະຊາຊົນ ລາວທຸກທົ່ວ ໜ້າ ແລະ ອວຍພອນໃຫ້ທ່ານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງ ຕົນດ້ວຍຜົນສຳເລັດ ໂດຍການສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ. ເສດຖະກິດ-ສັງຄົມຂອງ ສປປ ລາວ ລວມທັງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 2021-2025, ການຫັນປະເທດ ຈາກບໍ່ມີທາງອອກສູ່ທະເລກາຍ ເປັນປະເທດເຊື່ອມຈອດ ແລະ ການ ພັດທະນາແບບຍືນຍົງ ໂດຍສະເພາະ ການບັນລຸເປົ້າໝາຍການພັດທະ ນາແບບຍືນຍົງ ສປຊ 2030 ແລະ ການຈະນໍາເອົາ ສປປລາວຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026. ພິເສດ, ທ່ານທູດໄດ້ຢືນຢັນຈະສຸມທຸກຄວາມ ພະຍາຍາມ ເພື່ອເສີມສ້າງສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ສອງຝ່າຍ ລາວ-ອີຕາລີ ກໍຄືການ ຮ່ວມມືພາຍໃຕ້ຂອບອາເຊັມ, ອາ ຊຽນ-ອີຢູ ແລະ ຂອບອົງການ ສປຊ ທີ່ທັງສອງປະເທດເປັນພາຄີໃຫ້ນັບ ມື້ນັບເພີ່ມທະວີ. ໃນໂອກາດດັ່ງກ່າວ, ທ່ານປະ ທານາທິບໍດີ ກໍໄດ້ສະແດງຄວາມ ຊົມເຊີຍ ແລະ ໄດ້ຕີລາຄາສູງຕໍ່ການ ມາດໍາລົງ ຕໍາແໜ່ງ ຂອງທ່ານເອກ ອັກຄະລັດຖະທູດລາວຄົນໃໝ່ປະຈຳ ສາທາລະນະລັດອີຕາລີ, ສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດໃນການ ພັດທະນາເສດຖະກິດ-ສັງຄົມໃນໄລ ຍະຜ່ານມາ ແລະ ອວຍພອນໃຫ້ທ່ານ ເອກອັກຄະລັດຖະທູດປະສົບຜົນສຳ ເລັດໃນການປະຕິບັດໜ້າທີ່ວຽກ ງານແນໃສ່ສົ່ງເສີມການພົວພັນ ຮ່ວມມືສອງຝ່າຍ ລາວ-ອີຕາລີ ໃນ ຕໍ່ໜ້າ. ໃນໂອກາດຍື່ນສານຕາຕັ້ງໃນ ຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ ຍັງໄດ້ພົບປະສອງຝ່າຍກັບຫົວໜ້າ ກົມອາຊີ-ໂອເຊອານີ ແລະ ອັງຕາກ ຕິກາ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນຂອງ ອີຕາລີ, ເຊິ່ງທັງສອງຝ່າຍ ໄດ້ທົບທວນຄືນ ການຮ່ວມມືລະຫວ່າງ ສປປ ລາວ ແລະສອີຕາລີໃນໄລຍະຜ່ານມາແລະ ກໍານົດທິດທາງໃນຕໍ່ໜ້າ ໂດຍຈະ ສຸມໃສ່ຂົງເຂດການຮ່ວມມືທີ່ສອງ ຝ່າຍມີທ່າແຮງ ແລະ ເປັນບູລິມະສິດ ເປັນຕົ້ນ ການສຶກສາ, ວັດທະນະທຳ, ທ່ອງທ່ຽວ, ການຄ້າ ແລະ ການລົງ ທຶນລວມທັງການໃຫ້ການຮ່ວມມືສະ ໜັບສະໜູນເຊິ່ງກັນ ແລະ ກັນໃນ ຂອບຫລາຍຝ່າຍ ອາເຊັມ, ອາຊຽນອີຢູ ແລະ ຂອບ ອົງການ ສປຊ. ສປປ ລາວ ແລະ ສາທາລະນະ ລັດ ອີຕາລີ ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາ ໃນວັນທີ 7 ທັນວາ 1965. ອຸບັດເຫດ... ບໍລິສັດແພງພອນ... ກິດ-ສັງຄົມ ແມ່ນໄດ້ຮັບການພັດທະ ນາຄຽງຄູ່ກັນໄປເຮັດໃຫ້ການໄປ ມາຫາສູ່ກັນໃນປັດຈຸບັນມີຄວາມ ສະດວກສະບາຍຫລາຍຂຶ້ນ, ປະຊາ ຊົນບັນດາເຜົ່າມີເສດຖະກິດດີຂຶ້ນ, ຄຽງຄູ່ກັບການພັດທະນາດັ່ງກ່າວ ນັ້ນ, ສິ່ງສໍາຄັນບັນດາຜູ້ປົກຄອງ ຈໍານວນບໍ່ໜ້ອຍ ໄດ້ສ້າງເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ຕົນ ເອງ ແລະ ສະມາຊິກໃນຄອບຄົວ ໂດຍສະເພາະຜູ້ທີ່ອາໄສຢູ່ເຂດຕົວ ເມືອງໃຫຍ່ ດ້ວຍການສະໜອງຍານ ພາຫະນະປະເພດລົດຈັກສະມາຊິກ ໃນຄອບຄົວ ເພື່ອຂັບຂີ່ໄປມາຕາມ ສະຖານທີ່ຕ່າງໆ ເປັນຕົ້ນສໍານັກ ງານ-ອົງການ ເເລະ ສະຖານບັນ ການສຶກສາ ເຮັດໃຫ້ຈໍານວນຍານ ພາຫະນະປະເພດລົດຈັກ ນັບມື້ເພີ່ມ ຂຶ້ນໃນ ແຕ່ລະວັນເປັນຈໍານວນ ຫລາຍ ແລະ ເກີດມີປະກົດການຈະ ລາຈອນເເອອັດຢູ່ຕາມທ້ອງຖະໜົນ ໃນຕົວເມືອງໃຫຍ່ທີ່ມີພົນລະເມືອງ ໜາແໜ້ນ ຊຶ່ງຜູ້ຂັບຂີ່ລົດຈັດເຫລົ່ານີ້, ສ່ວນຫລາຍບໍ່ໃສ່ໝວດກັນກະທົບ, ບໍ່ມີໃບອະນຸຍາດຂັບຂີ່, ບໍ່ຮູ້ກົດລະ ບຽບຈະລາຈອນ ແລະ ບໍ່ຮູ້ການໃຊ້ ລົດໃຊ້ຖະໜົນທີ່ຖືກຕ້ອງອັນເປັນ ສາຍເຫພາໃຫ້ເກີດອຸບັດເຫດໄດ້ ງ່າຍ. ສໍາລັບ, ນັກຂັບຂີ່ບາງຄົນທີ່ ຍັງຖືເບົາບໍ່ໃສ່ໝວກກັນກະທົບ ຮັບເໝົາກໍ່ສ້າງ), ບໍລິສັດທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມ ລົງກວດກາໃນຄັ້ງນີ້. ທ່ານ ນາງ ແພງພອນ ຂັນທະ ຍົງທອງ ປະທານບໍລິສັດ ແພງພອນ ກໍ່ສ້າງ ແລະ ຂົວທາງ ຈໍາກັດຜູ້ດຽວ ລາຍງານໃຫ້ຮູ້ວ່າ:ບໍລິສັດແພງພອນ ກໍ່ສ້າງ ແລະ ຂົວທາງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໂຄງການກໍ່ ສ້າງຂົວ (ເບເລ) ຂົວຂ້າມນໍ້າມ່າ, ມີຄວາມຍາວທັງໝົດ 134,8 ແມັດ ໂດຍມີມູນຄ່າເບື້ອງຕົ້ນໃນການກໍ່ ສ້າງ 33 ຕື້ກວ່າກີບ (ສາມສິບສາມ ຕື້ໜຶ່ງລ້ານ ແປດແສນແປດສິບຫ້າ ພັນຫ້າຮ້ອຍສາມສິບສີ່ກີບ),ແຕ່ມູນ ຄ່າກໍ່ສ້າງຕົວຈິງແມ່ນ36ຕື້ກວ່າກີບ (ສາມສິບຫົກຕື້ ໜຶ່ງຮ້ອຍຊາວເອັດ ລ້ານແປດແສນແປດສິບຫ້າພັນ ຫ້າຮ້ອຍສາມສິບສີ່ກີບ) ເກີນມູນ ຄ່າສັນຍາ 3.120.00.000 ກີບ (ສາມຕື້ໜຶ່ງຮ້ອຍຊາວລ້ານກີບ), ຊຶ່ງມູນຄ່າທີ່ເກີນນັ້ນ ແມ່ນບໍລິສັດ ແພງພອນ ກໍ່ສ້າງ ແລະ ຂົວທາງ ຈໍາກັດຜູ້ດຽວ ປະກອບສ່ວນຊ່ວຍ ພາກລັດ ແລະ ປະຊາຊົນ. ຜ່ານການລົງກວດກາຂອງຄະ ນະກໍາມະການ ຈຶ່ງໄດ້ເຫັນດີເປັນ ເອກະພາບ ຈັດພິທີມອບ-ຮັບ ຂົວ ຂ້າມນໍ້າມ່າ ໃຫ້ຄະນະຮັບຜິດຊອບ ນໍາໃຊ້ແລະ ປົກປັກຮັກສາຕໍ່ໄປ,ໂດຍ ການມອບລະຫວ່າງ ທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານ ບໍລິສັດ ແພງພອນ ກໍ່ສ້າງ ແລະ ຂົວທາງ ຈໍາກັດຜູ້ດຽວ ແລະ ຮັບ ໂດຍຄະນະຮັບຜິດຊອບໂຄງການ. ໂດຍຊ່ອງໜ້າບັນດາພາກສ່ວນທີ່ ກ່ຽວຂ້ອງທີ່ເຂົ້າຮ່ວມ. ດັ່ງທີ່ຮູ້ນໍາກັນການກໍ່ສ້າງຂົວ ຂ້າມນໍ້າມ່າ ຢູ່ບ້ານຊຽງຄູນ ເມືອງ ແອດ ແຂວງຫົວພັນນີ້ ບໍ່ພຽງເອື້ອ ອໍານວຍຄວາມສະດວກສະບາຍ ໃຫ້ພໍ່ແມ່ປະຊາຊົນ, ນັກຮຽນນັກສຶກ ສາໃນເຂດທ້ອງຖິ່ນໄດ້ສາມາດຂ້າມ ໄປມາໄດ້ທັງ 2 ລະດູຄື: ແລ້ງ ແລະ ຝົນເພື່ອຄວາມປອດໄພເທົ່ານັ້ນ ຫາກຍັງເປັນການຍົກລະດົກຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ແກ້ໄຂຄວາມທຸກຍາກຂອງ ເຂົາເຈົ້າໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກອີກດ້ວຍ່ຜ່ານການ ລໍາລຽງຂົນສົ່ງສິນຄ້າໄປຂາຍໃນ ຕະຫລາດ ແລະ ສົ່ງອອກຫວຽດ ນາມ. ນອກຈາກນັ້ນຍັງເປັນການປະ ກອບສ່ວນສໍາຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ, ການ ຄ້າ, ການລົງທຶນ, ການທ່ອງທ່ຽວ ຂອງແຂວງ ອີກດ້ວຍ. ເມືອງແອດເປັນເມືອງໜຶ່ງໃນ ຈໍານວນຫລາຍເມືອງຂອງແຂວງ ຫົວພັນ ຕັ້ງຢູ່ຫ່າງຈາກຊາຍແດນ ລາວ-ຫວຽດນາມ ພຽງ 13-14 ກິໂລແມັດ ເຊິ່ງປະຊາຊົນສ່ວນໃຫຍ່ ມັກຈະສົ່ງອອກສິນຄ້າປະເພດຕ່າງໆ ຕາມລະດູການເຊັ່ນ: ໜໍ່ໄມ້, ມັນຕົ້ນ ແລະ ອື່ນໆ. ເວລາເກີດອຸບັດເຫດສ່ວນໃຫຍ່ເເມ່ນ ເຮັດ ໃຫ້ຫົວຖືກກະທົບນໍາມາຊຶ່ງ ອາການບາດເຈັບທີ່ຮຸນເເຮງກ້າວ ໄປເຖິງການເສຍຊີວິດ ຈາກອາ ການເລືອດຄ້າງໃນສະໝອງ ຍ້ອນ ສາເຫດຫົວໄດ້ຮັບການກະທົບພື້ນ. ອີງຕາມສະຖິຕິການເກີດອຸບັດ ເຫດ ຕາມທ້ອງສະໜົນສະເພາະໃນ ໄລຍະສະເຫລີມສະຫລອງສົ່ງທ້າຍ ປີເກົ່າ 2022 ເເລະ ສະເຫລີມສະ ຫລອງປີໃໝ່ສາກົນ 2023 ຂອງ ກົມຕໍາຫລວດຈະລາຈອນລະຫວ່າງ ວັນທີ 29 ທັນວາ 2022 ຫາ ວັນທີ 2 ມັງກອນ 2023 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນ 190 ກໍລະນີ, ພາຫະນະເປ່ເພ 323 ຄັນ, ຄົນໄດ້ ຮັບບາດເຈັບ 311 ຄົນ. ໃນນີ້, ເສຍ ຊີວີດ 26 ຄົນ ຊຶ່ງສ່ວນໃຫຍ່ເເມ່ນ ຜູ້ຂັບຂີ່ຍານພາຫະນະປະເພດລົດ ຈັກ, ສາເຫດແມ່ນລະເມີດກົດລະ ບຽບຈະລາຈອນ ເປັນຕົ້ນ ດື່ມສິ່ງ ມືນເມົາເເລ້ວຂັບຂີ່, ໃຊ້ຄວາມໄວ ເກີນກໍານົດ, ເເຊງບໍ່ຮັບປະກັນ,ບໍ່ຮັກ ສາໄລຍະຫ່າງ ແລະ ສິ່ງສໍາຄັນເເມ່ນ ບໍ່ໃສ່ໝວກກັນທະທົບ ຊຶ່ງເປັນພຶດຕິ ກໍາທີ່ນັກຂັບຂີ່ລື້ງເຄີຍມັກງ່າຍ, ເລີ່ນ ເລີ້ຂາດສະຕິເຮັດໃຫ້ເວລາເກີດອຸ ບັດເຫດ ເເລ້ວຫົວໄດ້ຮັບການກະ ທົບນໍາມາຊຶ່ງຄວາມເສຍຫາຍ ຫລາຍສົມຄວນໃນຊີວິດ ເເລະ ຊັບ ສິນຂອງຕົນເອງ ແລະ ສ່ວນລວມ. ຕໍ່ກັບບັນຫານີ້, ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ກົມຂົນສົ່ງກະຊວງໂຍ ທາທິການ ແລະ ຂົນສົ່ງ, ກົມຕຳ ຫລວດຈະລາຈອນກະຊວງປ້ອງກັນ ຄວາມສະຫງົບ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງໃນສັງ ຄົມ ໄດ້ສ້າງເງື່ອນໄຂຕ່າງໆຂຶ້ນມາ ໂດຍນໍາໃຊ້ງົບປະມານເປັນຈໍານວນ ຫລາຍສົມຄວນ ເພື່ອຈັດຕັ້ງປະຕິ ບັດວຽກງານຕ່າງໆ ເເນໃສ່ເພື່ອສະ ກັດກັ້ນ ແລະ ຫລຸດຜ່ອນຈໍານວນ ພາຫະນະທີ່ເເອອັດ ເເລະ ຫລຸດຜ່ອນ ການເກີດອຸບັດເຫດຕາມທ້ອງຖະ ໜົນໃນຫລາຍຮູບເເບບ ເປັນຕົ້ນ ດ້ວຍການລົງໂຄສະນາເຜີຍເເຜ່ຂໍ້ ມູນຂ່າວສານ, ການເເຈກຢາຍເເຜ່ນ ພັບກ່ຽວກັບຜົນຮ້າຍ, ໄພອັນຕະ ລາຍຂອງການເກີດອຸບັດເຫດທາງ ຖະໜົນ ລວມເຖິງວີທີຫລຸດຜ່ອນ ອຸບັດເຫດຕາມທ້ອງຖະໜົນຢູ່ຕາມ ສໍານັກງານອົງການຂອງລັດ, ເອກະຊົນ, ຕາມຖະໜົນທາງ, ໂຮງ ຈັກໂຮງງານ ເເລະ ໂຮງຮຽນເເຫ່ງ ຕ່າງໆໃນຂອບເຂດທົ່ວປະເທດ. ນອກຈາກນີ້, ຍັງເອົາໃຈໃສ່ເນັ້ນໜັກ ໃຫ້ນັກຂັບຂີ່ລົດຈັກ ໂດຍສະເພາະຜູ້ ທີ່ເປັນນັກຮຽນນັກສຶກສາ ໃຫ້ເອົາໃຈ ໃສ່ໃນການປະຕິບັດກົດລະບຽບ ຈະລາຈອນໃຫ້ຫລາຍຂຶ້ນດ້ວຍການ ສຶກສາອົບຮົມການເມືອງແນວຄິດ, ການສ້າງກິດຈະກໍາ ເພື່ອປູກຈິດສໍາ ນຶກໃນການຂັບຂີ່ ເປັນຕົ້ນ ກ່ອນ ອອກຈາກເຮືອນຕ້ອງກວດກາສະ ພາບເຕັກນິກລົດໃຫ້ລະອຽດ, ຕ້ອງ ມີເອກະສານຄົບ, ສິ່ງສໍາຄັນໄດ້ ປຸກລະດົມໃຫ້ນັກຂັບຂີ່ເຫັນໄດ້ເຖິງ ຄວາມໝາຍຄວາມສໍາຄັນຂອງການ ໃສ່ໝວກກັນກະທົບ, ສ້າງພຶດຕິກໍາ ປະຕິບັດໃຫ້ເປັນນິໄສ ເນື່ອງຈາກວ່າ ໃນປັດຈຸບັນ, ນັກຂັບຂີ່ສ່ວນຫລວງ ຫລາຍຍັງຖືເບົາບໍ່ໃສ່ໝວກກັນກະ ທົບເວລາຂັບຂີ່ລົດຈັກ ເພື່ອປ້ອງກັນ ການສູນເສຍທັງຊີວິດ ເເລະ ຊັບສີນ ຈາກການເກີດອຸບັດເຫດເເລ້ວຫົວ ຖືກກະທົບ.

RkJQdWJsaXNoZXIy MTc3MTYxMQ==