5587

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 27/03/2023 xtgmf]k; ສານຊົມເຊີຍ... ທ່ານ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນ ເຖິງ ທ່ານນາງ ນາຈະລາ ບູເດັນ ໂລມດານີ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ຕຸຍນີຊີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມຊົມ ເຊີຍເຖິງ ທ່ານ ນາບິວ ແອມມ່າ ລັດ ຖະມົນຕີກະຊວງຕ່າງປະເທດ ແຫ່ງ ສາທາລະນະລັດ ຕຸຍນີຊີ ເນື່ອງໃນ ໂອກາດວັນຊາດ ແຫ່ງສາທາລະ ນະລັດ ຕຸຍນີຊີ ຄົບຮອບ 67 ປີ ເຊັ່ນ ດຽວກັນ. ປະທານປະເທດ ຢ້ຽມຢາມ... ທົບທວນ... ຄວາມຄືບໜ້າ... ປະທານ ສນຊ ... ນວ ຈັດສັນ... ດ່ານສາກົນ... ເມືອງ ຄຳເກີດ ໄດ້ລາຍງານສະພາບ ໂດຍລວມ ກ່ຽວກັບການປູກຜັກເປັນ ສິນຄ້າ, ບ້ານນາຫາດ ຂຶ້ນກັບເຂດ ໜອງອໍ້-ນາແປ, ປະຊາຊົນຢຶດຖືອາ ຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍໂດຍ ອີງໃສ່ຈຸດເດັ່ນດິນ, ນໍ້າລວມທັງສະ ພາບອາກາດເໝາະສົມຄະນະນໍາ ຂອງເມືອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງສຸມໃສ່ລົງຊຸກຍູ້- ສົ່ງເສີມ, ຊອກຫາແຫລ່ງທຶນຮອນ ເຂົ້າມາພັດທະນາ ປີ 2001-2002 ສະເໜີໂຄງການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນລົງມາຊຸກຍູ້- ສົ່ງເສີມ ແລະ ປະເມີນຄວາມເປັນໄປ ໄດ້ໃນການປູກຜັກສະອາດຕາມ ເຕັກນິກຂອງນັກວິຊາການ; ປີ 2004, ມີ 15 ຄອບຄົວ ໄລຍະນັ້ນ ການປູກຜັກສ່ວນຫລາຍແມ່ນປູກ ໃນໄລຍະລະດູແລ້ງເດືອນ 11-3 ຂອງທຸກໆປີ ເຊິ່ງເຫັນວ່າມີທ່າອ່ຽງ ລາຍຮັບດີຂຶ້ນເທື່ອລະກ້າວ, ເປັນຕົວ ແບບໃຫ້ແກ່ຄອບຄົວອື່ນໆ, ປີ2019 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄໍາເກີດ, ຈຶ່ງໄດ້ຂຽນແຜນຂໍ ງົບປະມານນຳພະແນກກະສິກຳ ແລະ ປ່າໄມ້ 104ລ້ານກວ່າກີບເພື່ອ ສ້າງເຮືອນຮົ່ມປູກໄລຍະລະດູຝົນ, ຊື້ ຜ້າຢາງເຮັດເຮືອນຮົ່ມ 10 ກໍ້, ເຄື່ອງ ຈັກພວນດິນໃຫ້ 2 ເຄື່ອງ ແລະ ມອບແນວພັນພືດຜັກປະເພດຕ່າງໆ ໃຫ້ຈໍານວນໜຶ່ງ; ປີ 2020-2021 ໄດ້ຮັບທຶນງົບປະມານຈາກໂຄງ ການແຜນງານລາວ 030, ທຶນຊ່ວຍ ເຫລືອ ຈາກລັດຖະບານແຫ່ງຣາຊະ ອານາຈັກລຸກ ຊຳບວກເຂົ້າມາຊຸກ ຍູ້-ສົ່ງເສີມເປັນເງິນ 348 ລ້ານກວ່າ ກີບ, ສ້າງຫ້ອງການກຸ່ມຊາວສວນ 1 ຫລັງ, ຊື້ເຄື່ອງຕົ້ມນໍ້າຄວັນໄມ້ 1 ເຄື່ອງ, ເຄື່ອງບົດຝູ່ນ 1 ເຄື່ອງ, ຈັດ ຝຶກອົບຮົມໃຫ້ກຸ່ມປູກຜັກຮູ້ເຕັກນິກ ການປູກ ແລະ ຂັ້ນຕອນການຜະລິດ ປູກຜັກອິນຊີ ເຊິ່ງມີເຄື່ອງບົດຝຸ່ນ 1 ເຄື່ອງ; ປີ 2020 ໄດ້ນໍາພາກຸ່ມປູກ ຜັກໄປຖອດຖອນບົດຮຽນຢູ່ແຂວງ ຊຽງຂວາງ 1 ຄັ້ງ ນະຄອນຫລວງ ວຽງຈັນ 2 ຄັ້ງ, ປີ 2020-2021 ໄດ້ຫັນປ່ຽນ ຈາກການປູກຜັກສະ ອາດ, ມາເປັນການປູກຜັກອິນຊີ,ມີ ສະມາຊິກທັງໝົດ 15 ຄອບຄົວ, ມີ ເຮືອນຮົ່ມ 21 ຫລັງ, ແຕ່ງຕັ້ງຄະນະ ບໍລິຫານກຸ່ມປູກຜັກອິນຊີ 7 ທ່ານ ແລະ ໄດ້ແບ່ງເປັນ 4 ຈຸ, ສ່ວນ 25 ຄອບຄົວແມ່ນຍັງປູກຜັກສະອາດ ໄລຍະ 5 ປີຜ່ານມາສະເລ່ຍລາຍຮັບ ທັງໝົດ 2,4 ຕື້ກວ່າກີບ. ຜົນໄດ້ຮັບ ກໍາໄລທັງໝົດ 1 ຕື້ກວ່າກີບ, ປັດ ຈຸບັນ ກຸ່ມປູກຜັກອິນຊີ ບ້ານນາຫາດ ໄດ້ຮັບໃບຢັ້ງຢືນມາດຕະຖານກະສິ ກຳອິນຊີລາວ ຈາກກົມປູກຝັງ, ກະ ຊວງກະສິກຳ ແລະ ປ່າໄມ້, ສາມາດ ປູກຜັກອີນຊີໄດ້ທັງ 2 ລະດູການ, ສາມາດຕອບສະໜອງໃຫ້ແກ່ທ່ອງ ຕະຫລາດພາຍໃນເມືອງ ແລະ ສົ່ງ ອອກຕ່າງແຂວງ. ໂອກາດນີ້,ທ່ານທອງລູນ ສີສຸລິດ ໄດ້ຍ້ອງຍໍຊົມເຊີຍຜົນງານການນໍາ ພາ-ຊີ້ນຳອຳນາດການປົກຄອງ ແຂວງບໍລິຄຳໄຊ ທຸກຂັ້ນ, ພ້ອມທັງ ໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນ ບ້ານ ຈົ່ງເພີ່ມທະວີຄວາມສາມັກຄີ ປອງດອງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຫ້າວຫັນຕໍ່ການຜະ ລິດ, ຜະລິດໃຫ້ຫລາຍກາຍເປັນສິນ ຄ້າ, ພາຄອບຄົວຫລຸດພົ້ນອອກຈາກ ຄວາມທຸກຍາກ. ພ້ອມທັງມອບ ເງິນຈຳນວນໜຶ່ງເພື່ອໝູນໃຊ້ນຳໃຊ້ ເຂົ້າການຜະລິດຕື່ມອີກ. ໂອກາດທີ່ທ່ານປະທານປະເທດ ມາເຄື່ອນໄຫວຢູ່ເມືອງຄຳເກີດ ໃນ ຄັ້ງນີ້, ທ່ານ ກອງແກ້ວ ໄຊສົງຄາມ ຕາງໜ້າໃຫ້ຄະນະບໍລິຫານງານ ພັກແຂວງ, ສະພາປະຊາຊົນແຂວງ, ພະນັກງານນັກຮົບ, ປະຊາຊົນຊົນ ບັນດາເຜົ່າຊາວແຂວງບໍລິຄຳໄຊ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍ ພອນທ່ານປະທານປະເທດ ເນື່ອງໃນ ໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 68 ປີ. ຂ່າວ-ພາບ: ສາຍສະໝອນ ສົ່ງ (ຍທຂ) ແຂວງຈໍາປາສັກ ໃນ ນາມຕ່າງໜ້າຄະນະຊີ້ນຳດ້ານເຕັກ ນິກຂັ້ນແຂວງ ຂອງໂຄງການດັ່ງ ກ່າວ ໄດ້ລາຍງານກ່ຽວກັບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດໂຄງ ການ, ທີ່ຕັ້ງຢູ່ບ້ານຄຸ້ມໃຫຍ່ (ດອນ ໄຊ) ເມືອງສຸຂຸມາ ເຊິ່ງຢູ່ກາງດອນ ແມ່ນໍ້າຂອງ ຫ່າງຈາກເທສະບານ ແຂວງຈຳປາສັກ ລົງໄປທາງທິດໃຕ້ 80 ກິໂລແມັດ ແລະ ຫ່າງຈາກ ເທສະບານເມືອງສຸຂຸມາ ໄປທາງ ທິດຕາເວັນອອກສ່ຽງໃຕ້ 17 ກິ ໂລແມັດ, ໂຄງການດັ່ງກ່າວ ແມ່ນ ໄດ້ຮັບທຶນຮ່ວງເງິນລະດົມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍແມ່ນຫ້ອງວ່າການແຂວງ ຈຳປາສັກ ເປັນເຈົ້າຂອງໂຄງການ, ພະແນກ ຍທຂ ແຂວງ ເປັນຜູ້ຕິດ ຕາມດ້ານເຕັກນິກແລະຮັບເໝົາໂດຍ ບໍລິສັດທະວີຊັບກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ໄດ້ເຊັນສັນຍາໃນວັນ ທີ 25 ຕຸລາ 2022 ໄລຍະເວລາ ການກໍ່ສ້າງ1ປີ, ລວມມູນຄ່າກໍ່ສ້າງ ທັງໝົດ 6,5 ຕື້ກວ່າກີບ ປະກອບ ດ້ວຍ 2 ໜ້າວຽກຫລັກ ຄື ການກໍ່ ສ້າງພະທາດເກດແກ້ວຈຸນລະມະນີ ສາມັກຄີສີດອນໄຊ, ກວ້າງ 30x30 ແມັດ, ສູງ 33 ແມັດ, ມີ 5 ຊັ້ນ ແລະ ອ້ອມຮອບດ້ວຍກົມມະລຽນ ຂະໜາດກວ້າງ 61x61 ແມັດ, ຮູບ ຊົງລາວ ແລະ ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່ (ດອນໄຊ) ຫາພະທາດ, ການຈັດຕັ້ງປະຕິບັດ ໂຄງການມີ 2 ໄລຍະ. ສຳລັບຄວາມ ຄືບໜ້າໂດຍລວມຂອງໂຄງການມາ ຮອດປັດຈຸບັນປະຕິບັດໄດ້ 48,7%. ໃນນັ້ນ, ສຳເລັດວຽກການກໍ່ສ້າງພະ ທາດເກດແກ້ວ, ໂຄງສ້າງຕົວຂອງ ພະທາດ, ຕໍ່ເຕີມໂຄງສ້າງຖ້ານ ແລະ ສຳເລັດການກໍ່ສ້າງທາງດິນ ແດງ ແຕ່ທ່າບັກບ້ານຕູ້ມໃຫຍ່, ດອນ ໄຊ ຫາ ພະທາດ ຍາວ 1.500 ແມັດ, ກວ້າງ 5 ແມັດ. ສ່ວນວຽກທີ່ຕ້ອງ ສືບຕໍ່ຍັງມີການກໍ່ສ້າງກໍາແພງ, ປະ ຕູໂຂງ ປະຕິບັດໄດ້ 70-80% ແລະ ເດີ່ນດ້ານໃນພະທາດ ແມ່ນໄດ້ສໍາ ເລັດການຖົມດິນປັບລະດັບເດີ່ນ ແລະ ກະກຽມເທເບຕົງ. ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດເຫັນວ່າມີຄືບໜ້າຫລາຍ ສົມຄວນ, ໂຄງການນີ້ເປັນການສົມ ທົບແຫລ່ງທຶນ ໃນການພັດທະນາ ເສດຖະກິດ ຈາກຜູ້ປະກອບການ ພາກທຸລະກິດຫລາຍພາກສ່ວນ ເພື່ອ ສ້າງປະຫວັດສາດອັນໃໝ່, ປະ ກອບສ່ວນສ້າງມໍລະດົກອັນສັກສິດ ໃຫ້ຄົນຮຸ່ນຫລັງໄດ້ສັກກາລະບູຊາ. ພ້ອມນັ້ນ, ທ່ານຍັງໄດ້ສະເໜີມອບ ໃຫ້ທ່ານພົນເອກວິໄລຫລ້າຄຳຟອງ ແລະ ທ່ານເຈົ້າແຂວງຈຳປາສັກ ເປັນຜູ້ສືບຕໍ່ຊີ້ນຳໂຄງການ ແລະ ພະແນກການກ່ຽວຂ້ອງ ຕ້ອງສືບຕໍ່ ດຳເນີນການຈັດຕັ້ງປະຕິບັດວຽກ ງານພາກສະໜາມ ໂດຍສະເພາະ 5 ວຽກໃຫຍ່ ຂອງໂຄງການດັ່ງກ່າວ ເພື່ອໃຫ້ສຳເລັດຕາມແຜນທີ່ກຳ ນົດໄວ້. ຂ່າວ: ທັດຊະນະ. ຄັ້ງນີ້, ທ່ານ ປະທານ ສນຊ ໄດ້ເຂົ້າ ຮ່ວມພົບປະຖອດຖອນບົດຮຽນ ລະຫວ່າງ ຄະນະປະຈຳພັກແຂວງ ແລະ ອະດີດຄະນະປະຈຳພັກແຂວງ ໂດຍໄດ້ຮັບຟັງລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານ ທີ່ພົ້ນເດັ່ນ ປະຈຳປີ 2022 ແລະ ທິດທາງແຜນການະຈຳປີ 2023 ເຊິ່ງ 1 ປີຜ່ານມາ ຄະນະບໍລິຫານ ງານພັກແຂວງ ໄດ້ເອົາໃຈໃສ່ຊີ້ ນຳນຳພາວຽກງານການ ເມືອງ-ແນວ ຄິດຢ່າງເປັນປົກກະຕິ; ເອົາໃຈໃສ່ ນຳພາ-ຊີ້ນຳວຽກປ້ອງກັນຊາດປ້ອງການຄວາມສະຫງົບຕິດພັນ ກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ເຮັດໃຫ້ທົ່ວແຂວງ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍ; ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ ການດຶງດູດນັກລົງທຶນຂອງພາກ ເອກະຊົນທາງພາຍໃນ ແລະ ຕ່າງ ປະເທດ, ຊຸກຍູ້ສົ່ງເສີມການຜະລິດ ກະສິກຳ ເປັນສິນຄ້າຕິດພັນກັບການ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນລາວບັນດາເຜົ່າ, ປັບປຸງວຽກ ງານການບໍລິການໃຫ້ມີຄຸນນະພາບ ດີຂຶ້ນ ແລະ ສາມາດຮອງຮັບໄດ້ ນັກທ່ອງທ່ຽວ ເຮັດໃຫ້ເສດຖະກິດ ຂອງແຂວງມີການຂະຫຍາຍຕົວ ຂຶ້ນຢ່າງຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໂອກາດນີ້, ທ່ານ ປະທານ ສນຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຕ່າງໆ ທີ່ຄະນະພັກ-ຄະນະນຳຂອງແຂວງ ຍາດມາໄດ້ໃນໄລຍະຜ່ານມາ,ພ້ອມ ທັງໄດ້ເນັ້ນໃຫ້ສືບຕໍ່ນຳພາ-ຊີ້ນຳ ວຽກງານການເມືອງ-ແນວຄິດໃຫ້ ສະມາຊິກພັກ,ພະນັກງານລັດຖະ ກອນແລະປະຊາຊົນລາວບັນດາເຜົ່າ ຢູ່ພາຍໃນແຂວງ; ເອົາໃຈໃສ່ສຶກສາ ອົບຮົມ-ເຕົ້າໂຮມຄວາມສາມັກຄີ ປອງດອງຂອງທົ່ວປວງຊົນ; ໃຫ້ ກວດກາຄືນບັນດາກິດຈຳຕ່າງໆ ຂອງແຂວງທີ່ຍັງຄົງຄ້າງ ເພື່ອສືບ ຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ ສຳເລັດ. ພ້ອມກັນນີ້, ທ່ານປະທານສູນ ກາງແນ ວລາວສ້າງຊາດ ແລະ ຄະ ນະຍັງໄດ້ເຂົ້າຮ່ວມພິທີວາງພວງມາ ລາ ຢູ່ສຸສານນັກຮົມປະຕິວັດແຂວງ ອຸດົມໄຊ, ວາງກະຕ່າດອກໄມ້ຢູ່ອະ ນຸສາວະລີ ປະທານ ໄກສອນ ພົມວິ ຫານ ແຂວງອຸດົມໄຊ ແລະ ເຂົ້າຮ່ວມ ພິທີສະເຫລີມສະຫລອງວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 68 ປີ(22 ມີນາ 1955-22 ມີນາ 2023). ນອກນີ້, ກໍໄດ້ໄປ ຢ້ຽມຢາມການພັດທະນາພື້ນຖານ ໂຄ່ງລ່າງຂອງແຂວງ ເປັນຕົ້ນຢ້ຽມ ຢາມໂຄງການສ້າງຄູກັນເຈື່ອນ, ສາງຄ່ຽນຖ່າຍສິນຄ້າຂອງສະຖານີ ລົດໄຟແຂວງ, ສູນບໍລິການເຕົ້າ ໂຮມຄ່ຽນຖ່າຍສິນຄ້າມະຫາໂຊກ, ຢ້ຽມຢາມພື້ນທີ່ໂຄງການອຳມະຕະ, ໂຮງງານຊີລີຄອນ ແລະ ໂຮງງານ ຊີມັງອຸດົມໄຊຈຽງເກີ ຈຳກັດຜູ້ດຽວ ຂອງເມືອງນາໝໍ້,ລົງຢ້ຽມຢາມການ ພັດທະນາພື້ນຖານໂຄງລ່າງ ແລະ ເຂດພັດທະນາການກະເສດ ເປັນຕົ້ນ ການປູກໝາກໄມ້ໃຫ້ໝາກ ແລະ ການປູກມັນຕົ້ນຢູ່ເມືອງແບງ, ເມືອງ ປາກແບງ ແລະ ເມືອງຮຸນ ພ້ອມທັງ ໄດ້ມອບເງິນສົດ ແລະ ເຄື່ອງຊ່ວຍ ເຫລືອປະເພດເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດຈຳນວນໜຶ່ງໃຫ້ 3 ເມືອງໃຕ້ຂອງແຂວງອຸດົມໄຊ ເພື່ອ ນຳໄປມອບຕໍ່ໃຫ້ປະຊາຊົນທີ່ຍັງມີ ຄວາມຫຍຸ້ງຍາກຢູ່ຕາມບ້ານເປົ້າ ໝາຍ. ຂ່າວ-ພາບ: ເຢ ແຕ່ມື້ນີ້ເປັນຕົ້ນໄປ ເຊິ່ງເຫດຜົນຫລັກ ຂອງການໂຈະບໍ່ໃຫ້ຂາຍເຄື່ອງໃນ ບໍລິເວນດັ່ງກ່າວ ເນື່ອງຈາກວ່າ ອີງ ຕາມມະຕິຂອງອົງການປົກຄອງ ນະຄອນຫລວງ ປະຈຳເດືອນມັງ ກອນ 2023 ຜ່ານມາ; ອີງຕາມກົດ ໝາຍວ່າດ້ວຍທາງຫລວງ ສະບັບ ເລກທີ 03/ສພຊ, ລົງວັນທີ 8 ພະຈິກ 2016; ປະຕິບັດຕາມນະໂຍບາຍ 6ສ ຂອງນະຄອນຫລວງວາງອອກ ໃນໄລຍະຜ່ານມາ ແລະ ການກະ ກຽມຄວາມພ້ອມຂອງ ສປປ ລາວ ທີ່ໄດ້ຮັບກຽດເປັນເຈົ້າພາບໃນ ການຈັດກອງປະຊຸມອາຊຽນ ປີ 2024 ທີ່ຈະມາເຖິງນີ້ ເພື່ອເຮັດແນວ ໃດໃຫ້ນະຄອນຫລວງມີຄວາມສະ ອາດງາມຕາ, ປະຕິບັດຕາມຂໍ້ຕົກ ລົງຂອງນະຄອນຫລວງວຽງຈັນ ເລກທີ 1164/ຈນວ ລົງວັນທີ 20 ທັນວາ 2017. ດ້ວຍເຫດຜົນດັ່ງ ກ່າວນັ້ນ ພວກເຮົາຈຶ່ງໄດ້ອອກແຈ້ງ ການ ເພື່ອໃຫ້ປະຊາຊົນຂົງເຂດດັ່ງ ກ່າວໃຫ້ຢຸດຕິການຄ້າຂາຍໃນບໍລິ ເວນແຄມທາງນັ້ນ ເນື່ອງຈາກວ່າ ໃນບໍລິເວນດັ່ງກ່າວເປັນເຂດຊຸນ ຊົນແອອັດ. ສະນັ້ນ, ເພື່ອປະຕິບັດຕາມມະ ຕິຄຳສັ່ງດັ່ງກ່າວ ພວກເຮົາກໍໄດ້ມີ ການປຶກສາຫາລືກັນ ພ້ອມທັງເຮັດ ບົດບັນທຶກຮ່ວມກັບຜູ້ປະກອບການ, ຜູ້ສຳປະທານ ກໍຄື ນາຍບ້ານ ແລະ ອຳນາດການປົກຄອງບ້ານ, ຫລັງ ຈາກນັ້ນ ພວກເຮົາກໍໄດ້ອອກແຈ້ງ ການສອງຄັ້ງ, ຄັ້ງທີໜຶ່ງສະບັບເລກ ທີ 0193/ພອຄ.ນວ.ຄພນ ລົງວັນ ທີ 3 ກຸມພາ 2023 ແລະ ຄັ້ງທີ ສອງສະບັບເລກທີ 0457/ພອຄ. ນວ.ຄພນລົງວັນທີ23ມີນາ2023, ເຊິ່ງເນື້ອໃນຂອງແຈ້ງການມີດັ່ງນີ້: ໃຫ້ຜູ້ປະກອບການຊາວຄ້າຂາຍທີ່ ດຳເນີນການບໍລິການ ແລະ ຂາຍໃນ ສະຖານທີ່ທາງຄົນຍ່າງ, ໃຊ້ເນື້ອທີ່ ທາງເປັນບ່ອນບໍລິການຊື້-ຂາຍ ໃຫ້ກະກຽມຢຸດເຊົາ ແລະ ຍົກຍ້າຍ ອອກໄປຂາຍໃນສະຖານທີ່ໃໝ່ທີ່ໄດ້ ຮັບອະນຸຍາດ. ສຳລັບຜູ້ປະກອບ ການ, ພໍ່ຄ້າຊາວຂາຍທີ່ດຳເນີນການ ບໍລິການ ແລະ ຂາຍຢູ່ພາຍໃນອາ ຄານ ຫລື ຫ້ອງແຖວແມ່ນໃຫ້ເອົາ ໃຈໃສ່ຈັດສັນສິນຄ້າ ແລະ ການບໍ ລິການຢູ່ພາຍໃນພື້ນທີ່ຂອງຕົນເອງ ບໍ່ໃຫ້ລາມອອກມາໃສ່ທາງຍ່າງ ແລະ ເສັ້ນທາງເດັດຂາດ ພ້ອມທັງ ຕົບແຕ່ງປະດັບປະດາຮ້ານໃຫ້ມີ ຄວາມຈົບງາມ; ຜູ້ປະກອບການ, ຊາວຄ້າຂາຍ, ຜູ້ດຳເນີນທຸລະກິດ ຫລື ກິດຈະການຢູ່ຈຸດດັ່ງກ່າວຈົ່ງ ໃຫ້ການຮ່ວມມືໃຫ້ແກ່ຄະນະກຳມະ ການໃນການລົງຈັດຕັ້ງປະຕິບັດ. ພ້ອມກັນນີ້ ການຈັດຕັ້ງທຸກພາກ ສ່ວນ, ຜູ້ປະກອບການ ແລະ ຊາວຄ້າ ຂາຍຈົ່ງໃຫ້ການຮ່ວມມືໃນການ ຈັດຕັ້ງປະຕິບັດໃນຄັ້ງນີ້ ຖ້າມີການ ລະເມີດ ກໍຈະປະຕິບັດຕາມລະບຽບ ກົດໝາຍຢ່າງເຂັ້ມງວດ. ສຳລັບໃນມື້ວານນີ້ທິມງານຂອງ ພວກເຮົາກໍໄດ້ລົງໄປໂຄສະນາເຜີຍ ແຜ່ ໂດຍໃຊ້ໂທລະໂຄງ ເພື່ອປະກາດ ໃຫ້ຊາວຄ້າຂາຍ ໄດ້ຮູ້ກ່ອນລ່ວງໜ້າ ກ່ຽວກັບເຂດພື້ນທີ່ ແລະ ເຂດຫວງ ຫ້າມບໍ່ໃຫ້ຂາຍເຄື່ອງໃນບໍລິເວນ ດັ່ງກ່າວ ເຊິ່ງໄດ້ມີຫລາຍຫາງສຽງ ອອກມາວິພາກວິຈານຕ່າງໆນາໆ ຈະໃຫ້ໄປຂາຍຢູ່ໄສຈັງໃດ ເຊິ່ງພະ ແນກອຸດສາຫະກຳແລະຄ້ານະຄອນ ຫລວງວຽງຈັນ ກໍຍັງບໍ່ທັນໄດ້ກຳ ນົດພື້ນທີ່ວ່າຈະໃຫ້ຊາວຄ້າຂາຍດັ່ງ ກ່າວໄປຂາຍຢູ່ໄສ, ມີພຽງແຕ່ໃຫ້ໄປ ຂາຍບ່ອນທີ່ລັດອະນຸຍາດໃຫ້ຂາຍ ກ່ອນ ເປັນຕົ້ນ ຢູ່ຕະຫລາດກາງຄືນ ແຄມຂອງ (ໂຊນເບື້ອງລຸ່ມຂອງ ແຄມຂອງ). ປັດຈຸບັນພວກເຮົາກຳ ລັງປະສານສົມທົບກັບເມືອງອ້ອມ ຂ້າງ ໂດຍສະເພາະເມືອງສີສັດຕະ ນາກ ແລະ ເມືອງສີໂຄດຕະບອງ ວ່າມີຈຸດໃດທີ່ມີຄວາມເໝາະສົມແກ່ ການຊື້-ຂາຍຕື່ມອີກ. ສ່ວນຢູ່ຕາມ ເສັ້ນທາງຕ່າງໆໃນນະຄອນຫລວງ ແມ່ນບໍ່ອະນຸຍາດໃຫ້ມີການຊື້-ຂາຍ ເຄື່ອງອີກ. ໂອກາດນີ້, ທ່ານນັນຕາ ສານຸວົງ ຍັງໄດ້ຮຽກຮ້ອງມາຍັງບັນດາຊາວ ຄ້າຂາຍຢູ່ເຂດດັ່ງກ່າວ ຈົ່ງພ້ອມກັນ ປະຕິບັດຕາມແຈ້ງການ, ມະຕິ ແລະ ຕາມຂໍ້ຕົກລົງດັ່ງກ່າວຢ່າງເຂັ້ມ ງວດ ເຊິ່ງພວກເຮົາຈະມີການຕິດ ຕາມກວດກາ, ເຮັດບົດບັນທຶກກັບ ບັນດາຜູ້ທີ່ດື້ດ້ານ, ຖ້າຫາກໃຜຍັງ ໄດ້ເຮັດບົດບັນທຶກເຖິງສອງ-ສາມ ຄັ້ງ ແມ່ນຈະມີການນຳໃຊ້ມາດຕະ ການຕາມລະບຽບກົດໝາຍໄປແຕ່ ລະຂັ້ນ. ພ້ອມນີ້, ກໍຮຽກຮ້ອງມາຍັງ ອຳນາດການປົກຄອງ ກໍຄືທຸກຊັ້ນ ຄົນໂຄສະນາເຜີຍແຜ່ແນວທາງນະ ໂຍບາຍຂອງພັກ-ລັດ ໃຫ້ຜູ້ປະກອບ ການຊາວຄ້າຂາຍໄດ້ຮັບຮູ້, ເຂົ້າ ໃຈ ແລະ ຮູ້ເຖິງຄວາມສຳຄັນ, ຄວາມ ສະອາດຈົບງາມຂອງບ້ານເມືອງ. ຂ່າວ-ພາບ: ມະນີທອນ ສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການສປຊປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກບັນ ດາກະຊວງ ເເລະ ອົງການທຽບເທົ່າ ກະຊວງທີ່ກ່ຽວຂ້ອງ ແລະ ບັນດາ ອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ. ກອງປະຊຸມ, ໄດ້ທົບທວນຄືນ ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດຂອບການຮ່ວມມືເພື່ອການພັດ ທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ຫລື UNSDCF 2022-2026 ໂດຍສະເພາະການ ພິຈາລະນາບົດລາຍງານຜົນການ ຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງ ກ່າວ ປະຈຳປີ 2022 ແລະ ແຜນ ວຽກບູລິມະສິດຮ່ວມ ສຳລັບປີ 2023 ພາຍໃຕ້ 4 ຄາດໝາຍຫລັກ ຄື: ຊີວິດການເປັນຢູ່ທີດີ; ຄວາມຈະ ເລີນຮຸ່ງເຮືອງທີ່ທົ່ວເຖິງ; ການປົກ ຄອງ ແລະ ການບໍລິຫານລັດດ້ວຍ ກົດໝາຍ; ສິ່ງເເວດລ້ອມ, ການປ່ຽນ ແປງດິນຟ້າອາກາດ ແລະ ການສ້າງ ຄວາມທົນທານ. ພ້ອມທັງປຶກສາຫາ ລືກ່ຽວກັບ ຂະບວນການກະກຽມ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ2026. ໃນກອງປະຊຸມ, ທ່ານ ດາວວີ ວົງໄຊ ໄດ້ຢໍ້າຄືນຄວາມສໍາຄັນຂອງ ຂອບການຮ່ວມມື ລະຫວ່າງລັດຖະ ບານເເຫ່ງ ສປປລາວ ເເລະ ອົງການ ສປຊ ໂດຍສະເພາະບົດບາດຂອງທີມ ງານອົງການ ສປຊ ໃນຖານະເປັນ ຄູ່ຮ່ວມຫລັກ ທີ່ໃຫ້ການສະໜັບສະ ໜູນຊ່ວຍເຫລືອດ້ານເຕັກນິກ ເເລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງ ປະຕິບັດເເຜນງານ ເເລະ ໂຄງການ ຮ່ວມກັບລັດຖະບານໃນຫລາຍຂະ ເເໜງການບູລິມະສິດເເນໃສ່ປະກອບ ສ່ວນເຂົ້າໃນການບັນລຸບັນດາຄາດ ໝາຍ ເເລະ ເປົ້າໝາຍຂອງເເຜນ ພັດທະນາເສດຖະກິດ-ສັງຄົມເເຫ່ງ ຊາດ ກໍຄື ຄວາມພະຍາຍາມໃນການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ຂອງ ສປປ ລາວ ເເລະ ບັນລຸເປົ້າໝາຍການພັດ ທະນາເເບບຍືນຍົງໃນອະນາຄົດ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກເຖິງ ຄວາມສໍາຄັນທີ່ແຕ່ລະຂະແໜງການ ຕ້ອງສືບຕໍ່ເພີ່ມທະວີຄວາມເປັນເຈົ້າ ການ ແລະ ຄວາມຮັບຜິດຊອບໃນ ການຄົ້ນຄວ້າປະກອບຄໍາເຫັນຕໍ່ບົດ ລາຍງານ, ນໍາສະເໜີແຜນວຽກ ເເລະ ກິດຈະກໍາໃນຂອບການຮ່ວມມື ສຳລັບປີ 2023. ຂອບວຽກການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງ ການ ສປຊ ໄດ້ຖືກຮັບຮອງເອົາໃນ ທ້າຍ ປີ 2021 ເພື່ອສະໜັບສະໜູນ ການປະຕິບັດບູລິມະສິດ ແລະ ຍຸດທະ ສາດການພັດທະນາຂອງສປປລາວ ກໍຄື ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 2021-2025, ວາ ລະ 2030 ເພື່ອການພັດທະນາແບບ ຍືນຍົງ ແລະ ເປົ້າໝາຍການພັດທະ ນາແບບຍືນຍົງ ຂອງອົງການ ສປຊ ແລະ ການກະກຽມຄວາມພ້ອມ ເພື່ອຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026. ຜົນຂອງກອງປະຊຸມໃນຄັ້ງນີ້, ຈະຖືກນໍາໄປລາຍງານຕໍໍ່ ກອງປະ ຊຸມລະດັບສູງຂອງຄະນະກໍາມະ ການຊີ້ນໍາຮ່ວມການຈັດຕັ້ງປະຕິບັດ ຂອບການຮ່ວມມື ເພື່ອການພັດທະ ນາແບບຍືນຍົງ ລະຫວ່າງ ລັດຖະ ບານແຫ່ງສປປລາວແລະອົງການ ສະຫະປະຊາຊາດ ເຊິ່ງຄາດວ່າຈະ ຈັດຂຶ້ນໃນທ້າຍເດືອນພຶດສະພາທີ່ ຈະມາເຖິງນີ້. ຂ່າວ: ກຕທ ໃນເດືອນມິຖຸນາ ແລະ ເດືອນກໍລະ ກົດ ທີ່ຜ່ານມາມີພຽງແຕ່ 30-40 ຮ້ານເທົ່ານັ້ນ, ແຕ່ມາຮອດປັດຈຸບັນ ມີເຖິງ 204 ຮ້ານ ເຮັດໃຫ້ເກີດມີບັນ ຫາຕ່າງໆ ໃນບໍລິເວນດັ່ງກ່າວໂດຍ ສະເພາະມັນໄດ້ສ້າງຄວາມເປິະ ເປື້ອນຕາມເສັ້ນທາງ, ສ້າງຄວາມ ສັບສົນ, ສ້າງຄວາມບໍ່ຈົບບໍ່ງາມ, ສ້າງຄວາມແອອັດຕາມທ້ອງຖະໜົນ ໃນບໍລິເວນດັ່ງກ່າວ ເຮັດໃຫ້ຖະໜົນ ສາມແສນໄທໃນໄລຍະຕອນແລງ ມີຄວາມແອອັດສັບສົນ. ສະນັ້ນ, ເພື່ອເຮັດແນວໃດໃຫ້ນະຄອນຫລວງ ວຽງຈັນ ສະອາດຈົບງາມ ແລະ ເພື່ອຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ລວມທັງບັນຫາອື່ນໆ ທີ່ຈະເກີດຂຶ້ນຕາມມານັ້ນພະແນກ ອຸດສາຫະກຳ ແລະ ການຄ້າ ນະ ຄອນຫລວງວຽງຈັນ ຈຶ່ງໄດ້ອອກ ແຈ້ງການ ເຖິງຊາວຄ້າຂາຍບໍ່ໃຫ້ ທຳການຊື້-ຂາຍໃນບໍລິເວນນັ້ນ ເລີ່ມ ນໍ້າພາວ ໄດ້ເອົາໃຈໃສ່ຕໍ່ວຽກງານ ສະກັດກັ້ນການລັກລອບຂົນສົ່ງສັດ ປ່າທີ່ຜິດກົດໝາຍຂ້າມຊາຍແດນ ໂດຍໄດ້ກວດລົດຂົນສົ່ງສິນຄ້າເຂົ້າອອກປະເທດທຸກຄັນ ໂດຍນຳໃຊ້ ເຄື່ອງມືທີ່ທັນສະໄໝເອັກສະເລຢູ່ ຈຸດສາງສ່ວນລົດທ່ອງທ່ຽວ ຫລື ລົດປະເພດອື່ນໆ ທີ່ເຂົ້າ-ອອກດ່ານ ບັນດາຂະແໜງການທີ່ກ່ຽວຂ້ອງ ກໍໄດ້ເຂັ້ມງວດກວດກາເປັນປົກກະ ຕິ. ໃນ 1 ປີຜ່ານມາ ດ່ານສາກົນນໍ້າ ພາວ ຍັງບໍ່ກວດພົບການລັກລອບ ຂົນສົ່ງສັດປ່າທີ່ຜິດກົດໝາຍເທື່ອ, ແຕ່ເຖິ່ງຢ່າງໃດກໍຕາມໃນໄລຍະ ຜ່ານມາ ເຈົ້າໜ້າທີ່ກໍສາມາດຢຶດສິນ ຄ້າປະເພດສັດປ່າທີ່ປະເພດຜິດກົດ ໝາຍຈຳນວນໜຶ່ງ ເຊິ່ງມີທັງສົ່ງ ອອກ ແລະ ນຳເຂົ້າ ໂດຍນຳໃຊ້ຮູບ ແບບຊຸກເຊື່ອງໄວ້ໃນລົດຂົນສົ່ງສິນ ຄ້າປະເພດອື່ນໆ ເຊິ່ງສ່ວນໃຫຍ່ ຈະເປັນສາກສັດປ່າເຊັ່ນ: ໜັງເສືອ, ໜັງໝີ ໂດຍເຈົ້າໜ້າທີ່ໄດ້ຍຶດຂອງ ກາງພ້ອມທຳລາຍສິນຄ້າດັ່ງກ່າວ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດ. ປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານໂຄສະນາເຜີຍ ແຜ່ແລະການສ້າງຈິດສຳນຶກໃຫ້ທົ່ວ ສັງຄົມ ໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນ ໄດ້ຄວາມສຳຄັນ ຂອງການອະນຸລັກ ສັດປ່າ ເພື່ອຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃນລາວທຸກຮູບແບບ ແນໃສ່ການປົກ ປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ມີຄວາມ ຫລາກຫລາຍທາງຊີວະນາໆພັນ ແລະມໍລະດົກທາງທຳມະຊາດທີ່ເປັນ ເອກະລັກສະເພາະ ເຊິ່ງບໍ່ສະເພາະ ແຕ່ເປັນການອະນຸລັກສັດປ່າໃຫ້ມີ ຄວາມຍືນຍົງເທົ່ານັ້ນ, ແຕ່ຍັງເປັນ ການຮັກສາສຸຂະພາບ ແລະ ປ້ອງ ກັນພະຍາດຈາກສັດປ່າທີ່ຈະຕິດ ແປດມາສູ່ຄົນ. ສະນັ້ນ, ວຽກງານ ດັ່ງກ່າວຈຶ່ງແມ່ນຄວາມຮັບຜິດຊອບ ແລະ ເປັນພັນທະຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ຊ່ວຍກັນອະນຸລັກຮັກ ສາໄວ້. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==