5526

0j k; c]t gsfdko xtgmf]k; 3 grju ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k;K 28/12/2022 xu zj ko,kde,kmy dko8j k'xtgmf ,u s]kpzq o'korQ ogfa j o xt-k-q og,n v'fkd9b ' ,u ]kpIa [ s]kpIh vp]h ko 9kddkox6 d3l, g-dv' deoq f 4 95 fl5 , ra fmtok c]t cdh w07;k,m5 dpkd ໂດຍ: ມາລິດາ ທ່ານ ສັນຍາ ປຣະເສີດ ຄະນະ ປະຈໍາສະພາແຫ່ງຊາດ,ປະທານກໍາ ມາທິການການຕ່າງປະເທດໄດ້ຍົກ ໃຫ້ເຫັນວ່າ: ໃນໄລຍະຜ່ານມາວຽກ ງານກໍາມາທິການການຕ່າງປະເທດ ພວກເຮົາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິ ບັດຕາມພາລະບົດບາດ ແລະ ໜ້າທີ່ ຂອງຕົນໃນການເປັນເສນາທິການ ໃຫ້ແກ່ສະພາແຫ່ງຊາດ ໃນວຽກ ງານການຕ່າງປະເທດໃນກອບສອງ ຝ່າຍ ແລະ ຫລາຍຝ່າຍຢ່າງເປັນເຈົ້າ ການ ແລະ ມີຈຸດສຸມກໍາມາທິການ ການຕ່າງປະເທດ ກໍ່ໄດ້ເອົາໃຈໃສ່ ເຮັດວຽກງານປະສານສົມທົບກັບ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາອົງການລັດຖະສະພາ ພາກພື້ນ ແລະ ສາກົນ ໃນການຈັດ ກອງປະຊ ຸມພົບປະແບບທາງໄກ ເພື່ອປຶກສາຫາລືກັນ ຊຶ່ງກໍ່ໄດ້ຮັບຜົນ ສໍາເລັດຕາມລະດັບຄາດໝາຍທີ່ ວາງໄວ້ ໂດຍໄດ້ສຸມໃສ່ໂຄສະນາ ແນວທາງ, ນະໂຍບາຍການຕ່າງປະ ເທດ ແລະ ນິຕິກຳກ່ຽວຂ້ອງຕ່າງໆ ຂອງ ສປປ ລາວ, ເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາ ແຫ່ງຊາດລາວ ກັບບັນດາລັດຖະ ສະພາ ກໍ່ຄືບັນດາປະເທດຕ່າງໆໃນ ພາກພື້ນ ແລະ ສາກົນດ້ວຍຜົນສໍາ ເລັດອັນຈົບງາມໃນຫລາຍດ້ານ ເຊັ່ນ ການຮ່ວມມືສອງຝ່າຍໄດ້ເປັນເຈົ້າ ການໃນການຄົ້ນຄວ້າ, ລາຍງານ ແລະ ປະສານງານກັບບັນດາທູດຕາ ນຸທູດ, ອົງການຈັດຕັ້ງສາກົນແລະ ແຂກຕ່າງປະເທດເຂົ້າຢ້ຽມຂໍ່ານັບ ການນໍາ, ອຳລາ, ພົບປະເຮັດວຽກ ຂອງຄະນະນໍາສະພາແຫ່ງຊາດ ລາວຄຽງຄູ່ກັນນັ້ນ, ຍັງໄດ້ເປັນເຈົ້າ ການກະກຽມໃຫ້ແກ່ການພົບປະ ທາງໄກກັບບັນດາລັດຖະສະພາປະ ເທດເພື່ອນມິດຕ່າງໆ, ເປັນເຈົ້າການ ໃນການຄົ້ນຄວ້າສົ່ງສານຊົມເຊີຍ, ສານອວຍພອນ,ສານຂອບໃຈ, ສານ ເສົ້າສະຫລົດໃຈ,ຈົດໝາຍຂໍສະໜັບ ສະໜູນຂອງບັນດາລັດຖະສະພາ ຕ່າງປະເທດ ພ້ອມທັງຕອບຈົດໝາຍ ທາງການແລະ ກະກຽມບັນດາສານ ຂອງຄະນະນຳສະພາແຫ່ງຊາດ ເຖິງ ບັນດາລັດຖະສະພາເພື່ອນມິດຕ່າງໆ ເນື່ອງໃນໂອກາດຮັບຕຳແໜ່ງໃໝ່, ວັນສຳຄັນຂອງຊາດ ແລະ ອື່ນໆ ຈຳນວນຫລາຍກວ່າ 50 ສະບັບ. ການຮ່ວມມືຫລາຍຝ່າຍໄດ້ເປັນ ເຈົ້າການໃນການກະກຽມໃຫ້ຄະນະ ຜູ້ແທນຂັ້ນຕ່າງໆ ຂອງສະພາແຫ່ງ ຊາດລາວ ເຂົ້າຮ່ວມກອງປະຊຸມ ຕ່າງໆ,ເປັນເຈົ້າການຊີ້ນໍາການຄົ້ນ ຄວ້າໜັງສືສະເໜີຂອງການຈັດຕັ້ງ ສາກົນແລະສະຖານທູດຕ່າງປະເທດ ປະຈໍາ ຢູ່ສປປລາວ ໃນການເຂົ້າພົບ ປະການນໍາ ແລະ ພາກສ່ວນກ່ຽວ ຂ້ອງຂອງສະພາແຫ່ງຊາດ; ຊີ້ນໍາ ການຄົ້ນຄວ້າປະກອບຄໍາເຫັນ, ເສຍ ເງິນພັນທະ ແລະ ສະໜອງຂໍ້ມູນໃຫ້ ແກ່ອົງການລັດຖະສະພາຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຊີ້ນໍາ ການຄົ້ນຄວ້າບັນດານິຕິກຳທີ່ກ່ຽວ ຂ້ອງກັບວຽກງານການຕ່າງປະ ເທດຂອງສະພາແຫ່ງຊາດຫລາຍ ກວ່າ 30 ສະບັບ, ປະສານສົມທົບ ກະຊວງການຕ່າງປະເທດໃນການ ຮ່າງກົດໝາຍວ່າດ້ວຍໜັງສືຜ່ານ ແດນ ທີ່ຈະນຳເຂົ້າຜ່ານກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX, ສ້າງບັນດາ ນິຕິກໍາລຸ່ມກົດໝາຍເພື່ອຄຸ້ມຄອງ ວຽກງານການຕ່າງປະເທດໃຫ້ເຂົ້າ ສູ່ລະບົບເອົາໃຈໃສ່ຮ່ວມກັບກະຊວງ ການຕ່າງປະເທດ ໃນການສ້າງຮ່າງ ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ພົວພັນ ເຖິງວຽກງານການຕ່າງປະເທດ, ກອງປະຊຸມຄັ້ງນີ້ ກໍ່ໄດ້ສະເໜີຮ່າງ ກົດຈໍານວນ 1 ສະບັບຄື: ກົດໝາຍ ວ່າດ້ວຍໜັງສືຜ່ານແດນ. ພ້ອມດຽວກັນນີ້ຄະນະນຳຂັ້ນ ສູງຂອງສະພາແຫ່ງຊາດລາວໄດ້ ເຄື່ອນໄຫວຢ້ຽມຢາມຕ່າງປະເທດ ຂັ້ນປະທານສະພາແຫ່ງຊາດ 03 ຄະ ນະ ຢູ່ ສສ ຫວຽດນາມ, ລາຊະອາ ນາຈັກໄທ ແລະ ລາຊະອານາຈັກ ກຳປູເຈຍ, ເປັນເຈົ້າການໃນການ ຕ້ອນຮັບການນໍາຂັ້ນສູງຂອງຕ່າງ ປະເທດມາຢ້ຽມຢາມລາວ ຂັ້ນປະ ທານສະພາແຫ່ງຊາດ 02 ຄະນະ (ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ປະທານສະ ພາແຫ່ງຊາດ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ເຄື່ອນໄຫວຕິດຕາມກວດ ກາການຈັດຕັ້ງປະຕິບັດກົດໝາຍໃນ ຂົງເຂດວຽກງານການຕ່າງປະເທດ ເປັນຕົ້ນແມ່ນການຕິດຕາມກວດກາ ກ່ຽວກັບບັນຫາຊາຍແດນແຫ່ງຊາດ ແລະ ສະພາບການດູດຫີນຊາຍຢູ່ ຕາມບໍລິເວນແມ່ນໍ້າຂອງ ແລະ ບັນ ຫາການຄຸ້ມຄອງຫລັກໝາຍຊາຍ ແດນ, ດ່ານຊາຍແດນ ແລະ ໂຄງ ການ /(0 ໃນຂອບເຂດທົ່ວປະ ເທດ, ການຈັດຕັ້ງປະຕິບັດມາດຕະ ການປ້ອງກັນການແພ່ລະບາດຂອງ ພະຍາດໂຄວິດ-19 ໂດຍສະເພາະ ແມ່ນການຄຸ້ມຄອງຄົນເຂົ້າ-ອອກ ເມືອງ ແລະ ການເຄື່ອນຍ້າຍແຮງ ງານຢູ່ຕາມບໍລິເວນຊາຍແດນດ່ານ ສາກົນ ແລະ ດ່ານທ້ອງຖິ່ນໃນຂອບ ເຂດທົ່ວປະເທດຈຳນວນ 4 ຄັ້ງຢູ່ ບັນດາແຂວງຄື: ນະຄອນຫລວງ ວຽງຈັນ, ແຂວງຫລວງນ້ຳທາ, ໄຊ ຍະບູລີ ແລະ ບໍ່ແກ້ວ; ແຂວງຈໍາປາ ສັກ, ເຊກອງ ແລະ ອັດຕະປື, ແຂວງ ບໍລິຄຳໄຊແລະ ໄຊສົມບູນ, ເຂົ້າຮ່ວມ ຄະນະຕິດຕາມກວດກາຂອງຄະນະ ປະຈຳສະພາແຫ່ງຊາດ ຈຳນວນ 3 ຄັ້ງ ຢູ່ ແຂວງຫລວງພະບາງ,ຫົວ ພັນ; ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ນອກຈາກນັ້ນ, ບັນດາສະມາຊິກ ສະພາແຫ່ງຊາດປະຈໍາຢູ່ເຂດເລືອກ ຕັ້ງທີ່ສັງກັດຢູ່ກໍາມາທິການການ ຕ່າງປະເທດ ຍັງໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສໍາເລັດຂອງ ກອງປະຊຸມສະໄໝສາມັນເທື່ອ 3 ຂອງສະພາແຫ່ງຊາດ ແລະ ສະພາ ປະຊາຊົນແຂວງ, ໃນການລົງເຄື່ອນ ໄຫວພົບປະຜູ້ມີສິດເລືອກຕັ້ງຄໍາເຫັນ ທີ່ປະຊາຊົນສະເໜີຫລາຍກໍ່ ແມ່ນຖະ ໜົນຫົນທາງ, ຊົນລະປະທານ, ໄຟ ຟ້າ ແລະ ອື່ນໆ. ທ່ານສີສຸພັນມະຫາວົງຫົວໜ້າ ຫ້ອງວ່າການແຂວງເຊກອງໃຫ້ຮູ້ ວ່າ: ໃນປີ 2016-2022 ນີ້ແຂວງ ເຊກອງໄດ້ສຸມທຶນຮອນເຂົ້າໃສ່ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກທົ່ວແຂວງໂດຍການ ກໍ່ສ້າງ ແລະ ຜັນຂະຫຍາຍພື້ນຖານ ໂຄງລ່າງໄປສູ່ເຂດຊົນນະບົດຫ່າງ ໄກສອກຫລີກໃຫ້ທົ່ວເຖິງ ແລະ ມີຄຸນນະພາບ ດ້ວຍການສົ່ງເສີມກໍາ ລັງແຮງທຸກພາກສ່ວນເສດຖະກິດ ເຂົ້າຮ່ວມ ແລະ ເຮັດຢ່າງມີຈຸດສຸມ ເພື່ອປັບປຸງແລະກໍ່ສ້າງພື້ນຖານໂຄງ ລ່າງ ພື້ນຖານສາທາລະນະ, ຈັດສັນ, ເຕົ້າໂຮມບ້ານນ້ອຍເຂ້ົາເປັນບ້ານ ໃຫຍ່, ຈັດສັນພູມລໍາເນົາຄົງທີ່ ແລະ ບ່ອນທໍາມາຫາກິນທີ່ໝັ້ນທ່ຽງຍືນ ຍົງໃຫ້ປະຊາຊົນແລະສ້າງ ເງື່ອນໄຂ ແລະ ສົ່ງເສີມການຜະລິດເປັນສິນ ຄ້າສ້າງລາຍໄດ້ໃຫ້ແກ່ຄອບຄົວປັບ ປຸງຍົກລະດັບຊີວິດການເປັນຢູ່ໃຫ້ດີ ຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ໂດຍປະຕິບັດຕາມທິດນໍາທີ່ວ່າ hເຮັດຢ່າງຮອບດ້ານ ແລະ ມີຈຸດ ສຸມi ຄະນະພັກອົງການປົກຄອງ ແຂວງ ໄດ້ເປັນໃຈກາງສົມທົບກັບ ພະແນກການ, ກົມກອງ, ຂະແໜງ ການ, ເມືອງກຳນົດບ້ານ ແລະ ຈຸດ ສຸມພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກ ຊຶ່ງບັນດາຈຸດ ສຸມ ປະກອບມີ 4 ປະເພດຈຸດສຸມຄື: 1. ຈຸດສຸມບູລິມະສິດຂອງທ້ອງຖິ່ນ ມີຈໍນວນ 3 ຈຸດສຸມ ຊຶ່ງລວມມີ 3 ເມືອງຄື: ເມືອງລະມາມ,ກະລຶມແລະ ເມືອງດາກຈຶງ, ການແກ້ໄຂຄວາມ ທຸກຍາກໃນບໍລິເວນດັ່ງກ່າວແມ່ນ ໄດ້ດຳເນີນໄປຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍສຸມໃສ່ ບ້ານທີ່ເປັນໃຈກາງທາງດ້ານເສດ ຖະກິດ-ສັງຄົມ ເປັນຕົ້ນແມ່ນການ ກໍ່ສ້າງພື້ນຖານໂຄງລ່າງຊົນນະບົດ ເຊັ່ນ: ຖະໜົນຫົນທາງ, ໄຟຟ້າ, ສ້າງ ໂຮງຮຽນ, ສຸກສາລາ, ສະໜອງນໍ້າ ສະອາດ, ຫ້ອງການ ແລະ ສະໂມ ສອນກຸ່ມບ້ານ ເພື່ອສ້າງເງື່ອນໄຂອຳ ນວຍຄວາມສະດວກໃນການດຳລົງ ຊີວິດໃຫ້ແກ່ປະຊາຊົນ, ຊຸກຍູ້, ສົ່ງ ເສີມການຜະລິດເປັນສິນຄ້າ ເພື່ອ ສ້າງລາຍຮັບຂອງຄອບຄົວ, ປັບປຸງ ລະບົບການເມືອງຂັ້ນບ້ານ ແລະ ກຸ່ມບ້ານໃຫ້ມີຄວາມເຂັ້ມແຂງ, 2. ຈຸດສຸມຈັດສັນພູມລໍາເນົາ ແລະ ບ່ອນ ທໍາມາຫາກິນຖາວອນ ຂອງທ້ອງ ຖິ່ນ ມີ 9 ຈຸດສຸມ ລວມມີ 2 ເມືອງຄື: ເມືອງກະລຶມ ແລະດາກຈຶງ, ທີ່ກໍາ ນົດເປັນເປົ້າໝາຍ ເພື່ອປະຕິບັດຕາມ ທິດໂຮມບ້ານນ້ອຍເຂົ້າເປັນບ້ານ ໃຫຍ່, ສ້າງບ້ານໃຫຍ່ໃຫ້ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດຕິດພັນ ກັບການແກ້ໄຂບັນກາການຍົກຍ້າຍ ແບບຊະຊາຍຂອງພົນລະເມືອງ; 3. ຈຸດສຸມບູລິມະສິດສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ລວມມີ 4 ຈຸດສຸມ ມີ 4 ເມືອງ ຊຶ່ງ ນອນໃນເຂດທີ່ໝັ້ນພື້ນຖານການປະ ຕິວັດ, ເຂດເມືອງ-ບ້ານວິລະຊົນ, ເຂດຫ່າງໄກສອກຫລີກທຸລະກັນ ດານທີ່ມີເງື່ອນໄຂສ້າງເປັນໃຈກາງ ທາງດ້ານເສດຖະກິດ-ສັງຄົມ, ການ ແກ້ໄຂຄວາມທຸກຍາກບໍລິເວນດັ່ງ ກ່າວ ແມ່ນໄດ້ດໍາເນີນໄປຢ່າງຮອບ ດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍໄດ້ສຸມໃສ່ການກໍ່ສ້າງພື້ນຖານ ໂຄງລ່າງຕິດພັນກັບການຈັດສັນພູມ ລໍາເນົາບ່ອນທໍາມາຫາກິນຖາວອນ ແລະ ສ້າງອາຊີບທີ່ໝັ້ນຄົງ, ສົ່ງເສີມ ການຜະລິດເປັນສິນຄ້າ ສ້າງລາຍ ຮັບຂອງຄອບຄົວ ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນດີຂຶ້ນກວ່າ ເກົ່າ; 4. ຈຸດສຸມພັດທະນາຊົນນະບົດ ໃໝ່ ມີ 1 ຈຸດສຸມ ໂດຍຈະໄດ້ກໍານົດ ເປັນຈຸດສຸມຕົວແບບຂອງການພັດ ທະນາ ຊຶ່ງຈະໄດ້ຮ່ວມກັນຈັດຕັ້ງປະ ຕິບັດລະຫວ່າງສູນກາງ, ແຂວງ ແລະ ເມືອງ, ປັດຈຸບັນ ພວມດໍາເນີນ ການຈັດຕັ້ງຜະຕິບັດການສ້າງແຜນ ພັດທະນາໃນ 5 ປີ ຕໍ່ໜ້າ. ທ່ານ ສີສຸພັນ ມະຫາວົງ ໃຫ້ຮູ້ ຕື່ມວ່າ: ເລີ່ມແຕ່ຈັດຕັ້ງປະຕິບັດ ຕາມການເກັບຂໍ້ມູນຕົວຕັ້ງດຳລັດ 348/ລບ ທົ່ວແຂວງມີ 197 ບ້ານ, 4 ເມືອງມີ ຈຳນວນ 24.713 ຄອບຄົວທຽບໃສ່ປີ 2015 ເພີ່ມ ຂຶ້ນ 4.590 ຄອບຄົວ, ຄອບຄົວທຸກ ຍາກ 11,889 ຄອບຄົວເທົ່າກັບ 49,76%, ບ້ານທຸກຍາກ 166 ບ້ານ ເທົ່າກັບ 84,26%, ຄອບຄົວພັດ ທະນາ ມີ 7.746 ຄອບຄົວກວມ 32,42%, ບ້ານພັດທະນາຍັງບໍ່ທັນ ບັນລຸ, ບ້ານໃຫຍ່ກາຍເປັນຕົວເມືອງ ໃນຊົນນະບົດ ແລະ ເມືອງເຂັ້ມແຂງ ຮອບດ້ານຍັງບໍ່ທັນບັນລຸ. ສໍາລັບ ການຈັດຕັ້ງປະຕິບັດການປະເມີນ ໄລຍະຕົ້ນຕາມດໍາລັດ 348 /ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ປັດຈຸບັນສໍາ ເລັດ 1 ເມືອງ, ຍັງສືບຕໍ່ດໍາເນີນຢູ່ 3 ເມືອງ. ຖ້າເວົ້າເລື່ອງໂສມຢູ່ປະເທດ ລາວເຮົາ ກໍແມ່ນເມືອງດາກຈຶງ ແຂວງເຊກອງ ເມືອງດຽວເທົ່ານັ້ນ ທີ່ມີໂສມທຳມະຊາດຫລາຍກວ່າໝູ່ ກໍ່ວ່າໄດ້. ດ້ວຍທ່າແຮງຫລາຍດ້ານ ຕ່າງໆຂອງເມືອງດັ່ງກ່າວ ແລະ ຕະຫລາດມີຄວາມຕ້ອງການໂສມ ເປັນວົງກວ້າງການນຳເມືອງເມືອງ ດາກຈຶງຈຶ່ງໄດ້ສົ່ງເສີມປະຊາຊົນປູກ ໂສມຂາຍເປັນສິນຄ້າພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ຊຶ່ງຜ່ານ ມາການປູກຂາຍໄດ້ສ້າງລາຍຮັບ ໃຫ້ແກ່ປະຊາຊົນເມືອງນີ້ບໍ່ໜ້ອຍ. ອັນພົ້ນເດັ່ນແມ່ນບ້ານດາກປຣາສາ ມາດສົ່ງອອກໂສມ ສ້າງລາຍຮັບ ຫລາຍກວ່າ 8 ຕື້ດົງ ແລະ 200 ລ້ານກີບ. ທ່ານ ໄລສວນ ມິດສຸວັນ ເຈົ້າ ເມືອງດາກຈຶງ ໃຫ້ຮູ້ວ່າ: ປັດຈຸບັນ ໂສມທຳມະຊາດ ແລະ ເຫັດຣໍາທໍາ ມະຊາດຢູ່ເມືອງຕົນໄດ້ກາຍເປັນວັດ ຖຸດິບ ແລະ ທ່າແຮງບົ່ມຊ້ອນທາງ ທຳມະຊາດ ຊຶ່ງພືດດັ່ງກ່າວມີເອກະ ລັກສະເພາະ ແລະ ບໍ່ຄືເຂດອື່ນ. ດ້ວຍຄຸນປະໂຫຍດຂອງໂສມ ແລະ ຄວາມຕ້ອງການຂອງຕະຫລາດນັ້ນ ມາດຽວປະຊາຊົນໄດ້ຫັນມາປູກ ເປັນສິນຄ້າ. ສຳລັບການປູກແມ່ນ ປູກແບບທຳມະຊາດ, ປູກຕາມປ່າ ຕາມດົງຕຶບໜາ ມັນຈຶ່ງງອກງາມດີ, ບໍ່ໄດ້ໃສ່ປຸÐ ຍເຄມີ. ໄລຍະຜ່ານຍັງບໍ່ມີ ຕະຫລາດເກັບຊື້ທີ່ຖາວອນ, ມີພຽງ ແຕ່ຈໍາໝ່າຍເປັນຂອງຝາກຂອງ ຕ້ອນ ແລະ ເປັນການແປຮູບເປັນສິນ ຄ້າຂະໜາດນ້ອຍແບບຄອບຄົວ. ແຕ່ເຖິງຢ່າງໃດກໍດີການສົ່ງເສີມ ປູກໂສມທຳມະຊາດຢູ່ບາງກຸ່ມບ້ານ ໄດ້ກາຍເປັນສິນຄ້າທີ່ສ້າງລາຍຮັບ ໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນ ກຸ່ມບ້ານດາກປຣາໄດ້ມີການຊື້-ຂາຍ ແລກປ່ຽນສິນຄ້າໂສມທຳມະຊາດ ລະຫວ່າງບ້ານຕິດຈອດຊາຍແດນ ຂອງເມືອງກັບເມືອງດັກໄລ ແຂວງ ກອນຕູມ ສສ ຫວຽດນາມ ຊຶ່ງໄລຍະ ຜ່ານມາສາມາດສ້າງລາຍຮັບໃຫ້ ປະຊາຊົນກຸ່ມບ້ານດາກປຣາເປັນ ເງິນຫລາຍກວ່າ 8 ຕື້ດົງ ແລະ 200 ລ້ານກີບ ສະເພາະເຂດກຸ່ມບ້ານດາກ ປຣາ. ຂະນະທີ່ຍັງມີຫລາຍບ້ານທີ່ມີ ທ່າແຮງປູກໂສມທຳມະຊາດ, ຣໍາ ທຳມະຊາດ ແລະ ກາເຟອີກ ຈຳ ນວນຫລວງຫລາຍ. ທ່ານເຈົ້າເມືອງດາກຈຶງ ຍັງໃຫ້ ຮູ້ຕື່ມວ່າ: ຜ່ານການສໍາຫລວດ, ວິ ໄຈໃນຫລາຍດ້ານເຫັນວ່າຜະລິດຕະ ພັນໂສມ, ເຫັດຣຳລ້ວນແລ້ວແຕ່ແມ່ນ ທ່າແຮງພື້ນຖານອັນໃໝ່ຂອງເມືອງ ຄະນະພັກຈຶ່ງໄດ້ຊຸກຍູ້, ຊີ້ນໍາໃຫ້ຂະ ແໜງການທີ່ກ່ຽວຂ້ອງຄົ້ນຄວ້າ ອອກໃບອະນຸຍາດສ້າງຕັ້ງເປັນໂຮງ ງານຜະລິດ-ປຸງແຕ່ງເຫລົ້າບອງ ໂສມ ເພື່ອແປຮູບໂສມທຳມະຊາດ ແລະ ຣໍາທຳມະຊາດ ໃຫ້ຖືກຕ້ອງ ຕາມກົດໝາຍ. ຂະນະທີ່ມາຮອດປັດ ຈຸບັນນີ້ ສາມາດສ້າງມູນຄ່າເພີ່ມ ແລະບໍລິການຈຳໜ່າຍຜະລິດຕະພັນ ທັງໃນ ແລະ ຕ່າງປະເທດໄດ້ຫລາຍ ກວ່າ100ລ້ານກີບຕໍ່ປີເປັນຕົ້ນແມ່ນ ການແປຮູບຈາກກາເຟໝາກຂາວ ໃນ 1 ໂຕນສາມາດແປຮູບ ແລະ ໂດຍ:ພຸດທະສອນ ສ້າງມູນຄ່າເພີ່ມໄດ້ 160 ລ້ານກີບ/ ໂຕນ/ ປີ (ຫົວຫນ່ວຍກາ ເຟສະຕາ ດາກຈຶງ). ປັດຈຸບັນອົງການປົກເມືອງ ດາກຈຶງ ໄດ້ເອົາໃຈໃສ່ຕິດພັນກັບ ການໃຫ້ການຊ່ວຍເຫລືອ, ອຳນວຍ ຄວາມສະດວກຕໍ່ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດດ້ວຍ ຫລາຍຮູບການ. ໃນນັ້ນ, ໄດ້ປະກາດ ຮັບຮອງເອົາຜະລິດຕະພັນຂອງ ຫົວ ໜ່ວຍທ່ານສັນຕິເປັນສິນຄ້າໂອດັອບ ຂອງເມືອງຢ່າງເປັນທາງການຄື: ຜະລິດຕະພັນກາເຟດາກຈຶງ(ກາ ເຟຂົ້ວບົດ, ກາເຟຂົ້ວເມັດ). ນອກ ຈາກນີ້, ຍັງມີສິນຄ້າກະ ສິກຳທີ່ເປັນ ທ່າແຮງ ເພື່ອແປຮູບເປັນສິນຄ້າ ໂອດັອບ (0%01) ຂອງເມືອງໃນ ຕໍ່ໜ້າຂອງຫົວໜ່ວຍ ລາວໄຕ້ ເຮີໂບ (-"05"I )&3#"--) ໂດຍມີ ຜະລິຕະພັນຊາໂສມ, ຊາຣໍາ, ເຫລົ້າ ບອງໂສມ, ເຫລົ້າບອງຣຳ, ກາເຟ ໂສມ, ກາເຟຣໍາ ແລະ ຜະລິດຕະ ພັນອື່ນໆ. ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ ກ່າວ.

RkJQdWJsaXNoZXIy MTc3MTYxMQ==