5526

28/12/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]k; lqj 'glu ,m5 ]tdy f]y g]uj ,.op5 d sa ogxa ofu 9y 8vo cdj w;|5j ,p5 d.\j Ij ;,,n da os]5 fzj vozq odtmq [ fh koglf4tdy f{la '7q , 9kd37;y f- 1 9 ຂປລ. ໃນວັນທີ 23 ທັນວາ 2022 ກະຊວງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດການ ສຳ ມະນາ ຍົກລະດັບ ແລະ ສົ່ງເສີມການ ດຳເນີນທຸລະກິດລິເລີ່ມ(ສະຕາດອັບ) ໃນຍຸກການຫັນເປັນດີຈິຕອນ ໃຫ້ແກ່ໄວ ໜຸ່ມໃນຍຸກໃໝ່ ເຊິ່ງປະກອບມີ 3 ຫົວຂໍ້ ຫລັກຄື: ການສົນທະນາກັບ ສະຕາດ ອັບແຖວໜ້າຂອງລາວ ແລະ ສາກົນ; ການສົນທະນາການເຂົ້າເຖິງແຫລ່ງ ທຶນສາລັບ 4.& ແລະ 45" 3561 ແລະ ສົນທະນາກ່ຽວກັບການຫັນເປັນ ດີຈິຕອນຂອງໂລກ ເພື່ອສົ່ງເສີມວຽກ ງານສະຕາດອັບໃຫ້ມີການຂະຫຍາຍ ຕົວ, ກ້າວໜ້າ, ທັນສະໄໝ ແລະ ຍືນຍົງ. ທ່ານ ຄຳຫລ້າ ສູນນະລັດ ຫົວໜ້າ ກົມປອດໄພໄຊເບີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ(ກຕສ) ກ່າວວ່າ: ໃນໄລຍະຜ່ານມາ ວຽກງານການສົ່ງ ເສີມສະຕາດອັບແມ່ນກໍາລັງໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍກະ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກ ອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ-ວັດທະ ນາທຳ ແລະ ທ່ອງທ່ຽວ ແລະ ປະຊາ ຊົນ ແຂວງຫົວພັນ ເຂົ້າຮ່ວມ. ໃນໄລຍະຜ່ານມາອຳນາດການປົກ ຄອງແຂວງຫົວພັນ ໄດ້ສຸມໃສ່ພັດທະ ນາເທສະບານຕົວເມືອງຊໍາເໜືອ ມີ ຄວາມສວຍສົດງົດງາມ, ເປັນຕົວເມືອງ ສີຂຽວແບບທໍາມະຊາດ ຄຽງຄູ່ກັບການ ພັດທະນາບັນດາເມືອງຕ່າງໆພາຍໃນ ແຂວງ, ໃນປີ 2008 ໄດ້ເລີ່ມປູກດອກ ຄາຍປ່າ ຫລື ເອີ້ນວ່າ: hດອກພັນພະ ນາi ປູກເປັນຕົ້ນໄມ້ປະດັບພາຍ ໃນເທ ສະບານເມືອງຊໍາເໜືອ ຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍໄດ້ ມີການປູກ ເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າ ຫາ ເທສະບານເມືອງຊໍາເໜືອ-ວຽງໄຊ ແລະ ລຽບຕາມເສັ້ນທາງສະໜາມບິນ ໜອງຄ້າງ ແລະ ບ່ອນອື່ນໆທີ່ມີເງື່ອນ ໄຂ. ມາຮອດປັດຈຸບັນທົ່ວແຂວງຫົວພັນ ຫົວພັນ... ຕໍ່ຈາກໜ້າ ຂປລ. ບໍລິສັດ ສະຕາໂທລະຄົມ ຫລື ຢູນີເທວ (6OJUFM) ວາງເປົ້າໝາຍ ໃຫຍ່ໃນການພັດທະນາໃນຕໍ່ໜ້າ ໂດຍ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາ ໂທລະຄົມມະ ນາຄົມແບບຄົບວົງຈອນ, ສະໜອງບໍລິ ການດ້ານ ເຕັກໂນໂລຊີ ດີຈິຕອນ ທີ່ທັນ ສະໄໝທີ່ສຸດໃນລາວ ແລະ ຈະສືບຕໍ່ພັດ ທະນາຫັນປ່ຽນຈາກ ບໍລິສັດ ໂທລະຄົມ ແບບດັ້ງເດີມ ກາຍເປັນບໍລິສັດທຸລະກິດ ເຕັມຮູບແບບ, ພ້ອມທັງສ້າງຕົວເອງໃຫ້ ເປັນ hຜູ້ນໍາໜ້າi ທາງດ້ານເສດຖະກິດ ແລະ ຊີວິດສັງຄົມ. ທ່ານ ບຸນມີ ມາລາວົງ ຜູ້ອຳນວຍ ການ ບໍລິສັດສະຕາໂທລະຄົມ ໄດ້ກ່າວ ໃນໂອກາດທີ່ບໍລິສັດໄດ້ເຂົ້າວາງສະ ແດງຜົນງານດ້ານເຕັກໂນໂລຊີ ແລະ ດີຈິຕອນ ໃນສັບປະດາ ດີຈິຕອນ ໃນວັນ ທີ 25 ທັນວາ 2022 ວ່າ: ການພັດທະ ນາໂທລະຄົມມະນາຄົມ ແລະ ໄອທີ ຈະ ເຂົ້າມາມີບົດບາດສຳຄັນ ໃນການຫັນ ປ່ຽນ ເພື່ອໄປສູ່ຄຸນນະພາບໃໝ່ທີ່ດີ ກວ່າ ແລະ ການສ້າງດີຈິຕອນຮູບແບບ ໃໝ່ເຊັ່ນ: ຟິນເທັກ (ທະນາຄານດີຈິ ຕອນ), ເຕັກໂນໂລຊີ ໂຊລູຊັນ, ເນື້ອຫາ ດີຈິຕອນ ເຊິ່ງຫ້ອງວາງສະແດງສິນ ຄ້າ ຂອງຢູນີເທວ ມີຫລາກຫລາຍບໍລິ ຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສ້າງວິໄສທັດພັດທະນາເສດ ຖະກິດ ດີຈິຕອນແຫ່ງຊາດ 20 ປີ (20212040), ຍຸດທະສາດພັດທະນາເສດຖະ ກິດດີຈິຕອນແຫ່ງຊາດ 10 ປີ (2021ļ 2030) ແລະ ແຜນພັດທະນາເສດຖະ ກິດ ດີຈິຕອນ 5 ປີ (2021-2025) ເຊິ່ງປະກອບດ້ວຍ 14 ແຜນວຽກ ແລະ ແຜນວຽກທີ 7 ໄດ້ລະບຸເຖິງການສົ່ງ ເສີມທຸລະກິດ4.&ແລະ45"3561 ໂດຍການນໍາໃຊ້ເຕັກໂນໂລຊີດີຈິຕອນ ແລະ ສະພາແຫ່ງຊາດໄດ້ຮັບຮອງເອົາ ແຜນດັ່ງກ່າວໃນວັນທີ16ພະຈິກ2021 ທີ່ຜ່ານມາ. ການສໍາມະນາໃນຄັ້ງນີ້ ແມ່ນແນໃສ່ສ້າງຄວາມເຂົ້າໃຈ ແລະ ໃຫ້ຜູ້ເຂົ້າຮ່ວມເຫັນໄດ້ເຖິງຄວາມສຳ ຄັນ ໃນວຽກງານການສົ່ງເສີມສະຕາດ ອັບ ເຊິ່ງເປັນໜຶ່ງໃນແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ. ການສຳມະນາຄັ້ງນີ້ ໄດ້ມີການ ແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມຄິດເຫັນຈາກຕາງໜ້າຜູ້ກໍ່ຕັ້ງ ຊຽງໝ້ຽງ ເທັກໂນເວເຕີ; ຕົວແທນຈາກ ໂກຕຣາ LPUSB; ຈາກຟູດແພນດາ; ຕົວແທນຈາກ ກອງທຶນສົມທົບ ທຸລະ ກິດ, ຈາກສະພາການຄ້າ ແລະ ອຸດສາ ຫະກຳ ແຫ່ງຊາດລາວ ແລະ ອີກຫລາຍ ພາກສ່ວນ. ຮອງປະທານສະພາ... ຕໍ່ຈາກໜ້າ ສະພາແຫ່ງຊາດ, ມີ ທ່ານ ຄຳພັນ ສິດ ທິດຳພາ ເຈົ້າແຂວງວຽງຈັນ, ມີຕ່າງ ໜ້າການນຳຂັ້ນແຂວງ, ການນຳຂອງ ເມືອງ, ຄະນະຈຸດສຸມກຸ່ມບ້ານ, ເຈົ້າກົກ ເຈົ້າເຫລົ່າ-ຊິງຊາວ, ມີພາກສ່ວນກ່ຽວ ຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ ຢ່າງຫລວງຫລາຍ ເຊິ່ງສະແດງອອກ ເຖິງວັດທະນະທຳຮີດຄອງປະເພນີ ຂອງພີ່ນ້ອງເຜົ່າມົ້ງ ທີ່ໄດ້ປະຕິບັດກັນ ມາແຕ່ດຶກດາມບັນ ຈົນຮອດປັດຈຸບັນ. ໂອກາດນີ້, ຄະນະປະທານ ທ່ານ ຈະເລີນ ເຢຍປາວເຮີ ແລະ ທ່ານ ຄໍາພັນ ສິດທິດໍາພາ ໄດ້ໃຫ້ກຽດໂອ້ລົມ ແລະ ອວຍພອນ ຕໍ່ພິທີ ໂດຍໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນງານທີ່ຄະນະກຸ່ມບ້ານ, ອົງ ການປົກຄອງແຕ່ລະບ້ານ ຕະຫລອດ ຮອດພໍ່ປະຊາຊົນຍາດມາໄດ້ໃນໄລຍະ ຜ່ານມາ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນ ການຫັນປ່ຽນ ໃນການສ້າງສາພັດທະ ນາປະເທດຊາດ ໂດຍສະເພາະແຂວງ ວຽງຈັນ ກໍຄືເມືອງໂພນໂຮງ ເປັນຕົ້ນ ກຸ່ມບ້ານພັດທະນານາເລົາ (ຫລັກ 52), ພ້ອມຍັງໄດ້ເນັ້ນໜັກໃຫ້ຄະນະພັກ ກຸ່ມ ບ້ານ ອົງການປົກຄອງແຕ່ລະບ້ານກໍຄື ເຜົ່າ ຈົ່ງສືບຕໍ່ສຸມໃສ່ການຜະລິດທາງ ດ້ານກະສິກຳ ຕາມທ່າແຮງ ໃນການ ປູກ, ການລ້ຽງໃຫ້ເປັນຂະບວນພົ້ນ ເດັ່ນ, ກ້າວເປັນອຸດສາຫະກຳປຸ່ງແຕ່ງທີ່ ທັນສະໄໝ, ສົ່ງເສີມວຽກງານບໍລິການ ວຽກງານທ່ອງທ່ຽວ ແລະ ຮັກສາໄດ້ ປະເພນີອັນດີງາມ, ຄວາມສາມັກຄີ ປອງດອງ, ເປັນເຈົ້າການ ແລະ ມີສ່ວນ ຮ່ວມໃນການຈັດຕັ້ງປະຕິບັດແຜນ ການພັດທະນາເສດຖະກິດ-ສັງຄົມ ທີ່ ເມືອງກໍຄືບັນດາບ້ານວາງອອກແນໃສ່ ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະ ຊາຊົນບັນດາເຜົ່າໃຫ້ມີຊີວິດທີ່ດີຂຶ້ນ. ໃນພິທີ, ທ່ານວັນໄຊພົມມະຈັກຫົວ ໜ້າຈຸດສຸມກຸ່ມບ້ານພັດທະນາ-ນາເລົາ ໄດ້ກ່າວວ່າ: ຜ່ານການປະຕິບັດວຽກ ງານໄລຍະຜ່ານມາສາມາດຍາດໄດ້ຜົນ ງານຫລາຍດ້ານເປັນຕົ້ນພາຍໃນ ກຸ່ມ ແມ່ນມີຄວາມສະຫງົບ, ປະຊາຊົນພາຍ ໃນກຸ່ມບ້ານໄດ້ເປັນເຈົ້າການມີສ່ວນຮ່ວມ ໃນການປະຕິບັດໜ້າວຽກເຮັດວຽກ ງານແຕ່ລະບ້ານແມ່ນມີຜົນສຳເລັດ, ແຕ່ລະບ້ານແມ່ນມີທ່າແຮງທາງດ້ານ ເສດຖະກິດ, ມີການປູກຝັງ, ລ້ຽງສັດ ແບບຟາມ ແລະ ບໍລິການຄ້າ-ຂາຍ ມີ ການຂະຫຍາຍຢ່າງຕໍ່ເນື່ອງ ຊຶ່ງໄດ້ ກາຍເປັນທ່າແຮງທີ່ສຳຄັນ ໃນຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ໄດ້ປູກດອກຄາຍປ່າທັງໝົດ 160.552 ຕົ້ນ, ຄາດຄະເນ 2023-2025 ຈະປູກ ເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງ ພາຍໃນແຂວງ. ປັດຈຸບັນຕົ້ນດອກຄາຍປ່າ ແລະ ຕົ້ນ ດອກຊາກຸລະຈໍານວນໜຶ່ງໄດ້ອອກດອກ ເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມ ຢາມແລະ ທ່ຽວຊົມເຮັດໃຫ້ກະແສຈາກ ການທ່ອງທ່ຽວຕ່າງແດນມາເປັນການ ທ່ອງທ່ຽວພາຍໃນຫລາຍຂຶ້ນ ໂດຍສະ ເພາະແມ່ນການທ່ອງທ່ຽວ hລາວທ່ຽວ ລາວi ນັກທ່ອງທ່ຽວສ່ວນຫລາຍ ແມ່ນສົນໃຈການທ່ຽວຊົມທໍາມະຊາດ, ສໍາຜັດອາກາດບໍລິສຸດ ເຊິ່ງເປັນທ່າ ແຮງດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມ ຢາມ ແລະ ທ່ຽວຊົມແຂວງຫົວພັນ ນັບ ມື້ເພີ່ມຂຶ້ນ, ເຮັດໃຫ້ແຂວງກໍຄືປະຊາຊົນ ແຂວງຫົວພັນ ມີລາຍຮັບເພີ່ມຂຶ້ນຈາກ ການຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ, ການບໍລິການເຮືອນພັກ-ຮ້ານອາຫານ ໂດຍເຫັນໄດ້ທ່າແຮງ ແລະ ຄວາມສໍາ ຄັນດັ່ງກ່າວ, ອົງການປົກຄອງແຂວງ ຫົວພັນ ຈຶ່ງໄດ້ເຫັນດີ ແລະ ຕົກລົງຮັບ ຮອງເອົາດອກຄາຍປ່າ ເປັນດອກໄມ້ເອ ກະລັກຂອງ ແຂວງຫົວພັນ ຜ່ານການ ເຫັນດີເປັນເອກະພາບຂອງສະພາປະ ຊາຊົນແຂວງ ຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວງແຂວງຫົວພັນສະບັບເລກ ທີ796/ຈຂ.ຫພ, ລົງວັນທີ 10 ມິຖຸນາ 2022 ເພື່ອເປັນການໂຄສະນາເຜີຍແຜ່ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ຮັບຮູ້. ໃນໂອກາດດຽວກັນ,ກໍໄດ້ເປີດນິທັດ ສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະະ ປະຈໍາປີ 2022 ໂດຍ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປູກຕົ້ນຄາຍປ່າ ຢູ່ສວນສາທາລະນະຫົວພັນ-ກວາງ ນິງ, ທ່ຽວຊົມຕະຫລາດນັດ, ຊົມຄວາມ ສວຍສົດງົດງາມຂອງດອກຄາຍປ່າ ລຽບຕາມສາຍທາງເລກ 6 ແຕ່ຊຳເໜືອ ຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນ ດອກຊາກຸລະ ຢູ່ສວນສາທາລະນະ ມິດ ຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ ສຽງ ຈຳນວນໜຶ່ງຢູ່ເທສະບານເມືອງວຽງ ໄຊ ຕື່ມອີກ. ຂ່າວ-ພາບ: ໄອແກ້ວ ຢູນິເທວ... ຕໍ່ຈາກໜ້າ ການເປັນຕົ້ນ ການນໍາສະເໜີ ບໍລິການ ເຕັກໂນໂລຊີ, ກະເປົາເງິນເອເລັກໂຕຣ ນິກ (V-NPOFZ) ແລະ ເປີດໃຫ້ທົດ ລອງດາວໂລດ ລາວແອັບ ທີ່ເປັນສູນ ລວມຄວາມບັນເທີງທີ່ຈະລວມທຸກເນື້ອ ຫາເຂົ້າໃນລາວແອັບ ເຊັ່ນ: ການສຶກສາ ຮຽນອອນລາຍ, ຄວາມບັນເທິງ, ເບິ່ງ ໜັງ, ເບິ່ງໂທລະພາບ, ການຊໍາລະ ຕ່າງໆ,ການສືສານການໂທ, ສົ່ງຂໍ້ຄວາມ ແລະ ອື່ນໆ; ມີຈຸດຂາຍສິນຄ້າ ຂອງ ຢູນີເທວ ເຊັ່ນ: ຊິມ, ບັດ, ໂທລະສັບແລະ IOUFSOFU .FTI 8JGJ. ພ້ອມນີ້, ຍັງ ໃຫ້ທົດລອງນໍາໃຊ້ສັນຍານ 5( ທີ່ໃຊ້ ກັບອຸປະກອນ ເພື່ອເບິ່ງກ່ຽວກັບສະປີດ ການດາວໂລດ-ອັບໂລດ ທີ່ເຫັນໄດ້ເຖິງ ຄຸນສົມບັດພິເສດຂອງ 5( ທີ່ທົ່ວໂລກ ກໍາລັງນໍາໃຊ້ ແລະ ຄາດວ່າຈະ ເປີດ ໃຫ້ບໍລິການ ນໍາໃຊ້ສັນຍານ 5( ຕົ້ນປີ 2023 ນີ້. ໂອກາດນີ້, ຢູນີເທວ ຍັງໄດ້ສົ່ງຜົນ ງານເຂົ້າຮ່ວມແຂ່ງຂັນ ລາວໄອຊີທີ ແລະ ນະວັດຕະກໍາ 2022 ຈໍານວນ 3 ຜະລິດຕະພັນ. ໃນນັ້ນ, ລາວແອັບ ທີ່ກໍາ ລັງພັດທະນາເປັນ hລາວຊຸບເປີແອັບi ເຊິ່ງມີການພັດທະນາແອັບ ໃຫ້ມີຄວາມ ຫລາກຫລາຍ, ສະດວກສະບາຍ ແລະ ຈະກາຍເປັນສູນລວມຂໍ້ມູນທີ່ໃຫຍ່ທີ່ ສຸດ ກ່ຽວກັບການສຶກສາ, ຄວາມບັນ ເທີງ, ການຄ້າຕ່າງໆ ໄດ້ຮັບລາງວັນຊະ ນະເລີດ. ສ່ວນ ລະບົບຄຸ້ມຄອງບໍລິຫານ ແກ່ໂຮງຮຽນທີ່ທັນສະໄໝ (MBPFEVDBUJPO) ແລະ ກະເປົາເງິນເອເລັກ ໂຕຣນິກ (V-NPOFZ) ໄດ້ຮັບລາງ ວັນຊົມເຊີຍ. ຂ່າວ-ພາບ: ສຸກທະວີ ຂປລ. ເມື່ອບໍ່ດົນມານີ້ ທີ່ແຂວາງ ຄໍາມ່ວນ, ພະແນກກະສິກໍາ ແລະ ປ່າ ໄມ້ ແຂວງຄໍາມ່ວນ ຕາງໜ້າໃຫ້ແກ່ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງ ການມະນຸດສະທໍາ ເ ພື່ອຄົນສູ່ຄົນ ()11) ໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈ ເພື່ອຮ່ວມມືກັນ ໃນການຫລຸດ ຜ່ອນຜົນກະທົບ ທາງດ້ານ ເສດຖະກິດສັງຄົມ ຈາກການແຜ່ລະບາດຂອງພະ ຍາດໂຄວິດ-19ພາຍໃຕ້ໂຄງການທີ່ໄດ້ ຮັບການສະໜັບສະໜູນທຶນ ຈາກທະນາ ຄານພັດທະນາອາຊີ ("%#). ຕາງ ໜ້າລົງນາມໂດຍທ່ານ ໄພສີ ດາລາສີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ແລະ ທ່ານ ນາງ (JUUF )FDUPS ຫົວໜ້າສໍານັກ ງານອົງການ )11 ປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນ ສັກຂີພິຍານ. ການແພ່ລະບາດຂອງພະຍາ ດໂຄ ວິດ-19 ໄດ້ເຮັດໃຫ້ ບໍລິສັດ, ຫ້າງຮ້ານ ແລະ ໂຮງຈັກໂຮງງານຈໍານວນຫລາຍ ຢູ່ໃນປະເທດເພື່ອນບ້ານ ໄດ້ຢຸດເຊົາ ກິດຈະການຂອງຕົນ ຊົ່ວຄາວ ໃນໄລ ຍະກາງປີ 2020 ອັນສົ່ງຜົນເຮັດໃຫ້ ແຮງ ງານຄົນລາວຈໍານວນຫລາຍກວ່າ 200.000 ຄົນ ຈໍາເປັນຕ້ອງໄດ້ກັບຄືນ ມາບ້ານເກີດເມືອງນອນຂອງຕົນ. ເຖິງ ວ່າແຮງງານເຫລົ່ານັ້ນໄດ້ກັບຄືນເມື່ອ ເຮັດວຽກ ຢູ່ໃນບັນດາປະເທດເພື່ອນ ບ້ານໃກ້ຄຽງແລ້ວກໍຕາມ ແຕ່ກໍຍັງມີ ແຮງງານເຄື່ອນຍ້າຍຈໍານວນໜຶ່ງ ຫລົງ ເຫລືອຢູ່ ໃນສປປ ລາວ ທີ່ບໍ່ມີວຽກເຮັດ ງານທໍາ ແລະ ຄວາມສາມາດໃນການ ຊ່ວຍເຫລືອຄອບຄົວຂອງຕົນ. ໂຄງ ການຫລຸດຜ່ອນຜົນກະທົບ ຈາກການ ແພ່ລະບາດຂອງພະຍາດໂຄວິດ-19 ໂດຍຊຸມຊົນເປັນເຈົ້າການ ໄດ້ຮັບທຶນ ຊ່ວຍເຫລືອລ້າຈາກ "%# ໂດຍຈະໃຫ້ ການຊ່ວຍເຫລືອແຮງງານເຄື່ອນຍ້າຍ ໂດຍສະເພາະແມ່ນແມ່ຍິງ ແລະ ຄົນວ່າງ ງານ ດ້ວຍການເພີ່ມທະວີຂີດຄວາມ ສາມາດຂອງເຂົາເຈົ້າ ໃນການຜະລິດ ກະສິກໍາ ແລະ ການລ້ຽງສັດ ເພື່ອ ຮັບປະກັນການຄໍ້າປະກັນສະບຽງອາ ຫານ, ໂພຊະນາການ ແລະ ການສ້າງ ລາຍໄດ້ທີ່ຍືນຍົງ. ໂຄງການດັ່ງກ່າວ ຍັງສະໜັບສະ ໜູນຄວາມພະຍາຍາມຂອງລັດຖະບານ ໃນການສະກັດກັ້ນພະຍາດໂຄວິດ-19 ດ້ວຍການຍົກສູງຄວາມຮູ້ ແລະ ຂີດ ຄວາມສາມາດຂອງແຮງງານເຄື່ອນ ຍ້າຍກ່ຽວກັບວິທີປ້ອງກັນຕົວເອງຈາກ ການຕິດເຊື້ອ ແລະ ການແພ່ລະບາດ ຂອງພະຍາດ ພ້ອມທັງສະໜອງໂອ ກາດໃນການສ້າງລາຍໄດ້ ດ້ວຍການ ວາງແຜນພັດທະນາໃນຂັ້ນພື້ນຖານຊຸມ ຊົນ ແລະ ແຜນການລົງເຜີຍແຜ່ໃຫ້ ຄວາມຮູ້ ລວມທັງການສ້າງຕັ້ງຈຸດ ລ້າງມືຢູ່ໃນຊຸມຊົນ ແລະ ຈັດສະຖານ ທີ່ຜະລິດ ໃຫ້ເປັນບ່ອນທີ່ມີວຽກເຮັດງາ ນທໍາຢູ່ໃນຊຸມຊົນ, ຈັດຝຶກອົບຮົມ ແລະ ສະໜອງອຸປະກອນໃນການຜະລິດຜ້າ ອັດປາກ-ດັງ ແລະ ສະບູ ໂດຍນໍາໃຊ້ ວັດຖຸປອດສານຜິດທີ່ມີຢູ່ໃນທ້ອງຖິ່ນ. ສຳລັບ ຜູ້ທີ່ຈະໄດ້ຮັບຜົນປະໂຫຍດ ທັງໝົດຈາກໂຄງການນີ້ແມ່ນມີປະມານ 1.375 ຄົນ, ໃນນັ້ນລວມທັງແຮງງານ ເຄື່ອນຍ້າຍ ຈໍານວນ 172 ຄົນ ທີ່ວ່າງ ງານ ຢູ່ໃນຫ້າບ້ານເປົ້າໝາຍ ໃນເມືອງ ຄູນຄໍາ ແລະ ເມືອງທ່າແຂກ, ແຂວງຄໍາ ມ່ວນ. ງົບປະມານໂຄງການ ທັງໝົດ ແມ່ນ 430.000 ໂດລາສະຫະລັດ ເຊິ່ງ ອົງການ )11 ເປັນຜູ້ນໍາພາໃນການ ຈັດຕັ້ງປະຕິບັດ ຮ່ວມກັບສອງສະມາ ຄົມທີ່ເປັນເພື່ອນຮ່ວມງານ ເຊັ່ນ: ສະມາ ຄົມເພື່ອສຸຂະພາບ ແລະ ການມີສ່ວນ ຮ່ວມ ແລະ ສະມາຄົມສົ່ງເສີມຄວາມ ກ້າວໜ້າຂອງແຮງງານ ນອກລະບົບ ໂດຍການຮ່ວມມືກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ. ທຶນຊ່ວຍ ເຫລືອທາງດ້ານວິຊາການຂອງ"%# ພາຍໃຕ້ໂຄງການດັ່ງກ່າວແມ່ນໄດ້ມາ ຈາກກອງທຶນປະເທດຍີ່ປຸ່ນ ເພື່ອຄວາມ ຈະເລີນຮຸ່ງເຮືອງ ແລະ ພ້ອມຮັບການ ປ່ຽນແປງໃນອາຊີ-ປາຊີຟິກແລະ ກອງ ທຶນຫລຸດຜ່ອນຄວາມ ທຸກຍາກ ແຫ່ງ ສປ ຈີນ ແລະ ການຮ່ວມມືໃນພາກພື້ນ. ຂໍ້ມູນ: "%# ປະຈຳ ສປປ ລາວ

RkJQdWJsaXNoZXIy MTc3MTYxMQ==