lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 28/12/2022 xtgmf]k; ສະຫລຸບວຽກ... ການເງິນ... ພະນັກງານຂອງບັນດາກະຊວງ-ອົງ ການ, ແຂວງ-ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ກອງປະຊຸມ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄຈສພ ໄດ້ຍົກໃຫ້ເຫັນວ່າໃນປີ 2022 ຜ່ານມາ, ຄະນະພັກແຕ່ລະຂັ້ນໄດ້ເປັນ ເຈົ້າການຈັດຕັ້ງເຜີຍແຜ່, ຄົ້ນຄວ້າ, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ, ກົດລະ ບຽບພັກ ສະໄໝທີ XI, ມະຕິກອງປະ ຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI, ມະຕິ ວ່າດ້ວຍການເພີ່ມທະວີການນຳ ພາຂອງພັກ ເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງແລະເລິກເຊິ່ງວຽກງານ ພະນັກງານ, ຄຳສັ່ງວ່າ ດ້ວຍການປັບ ປຸງກົງຈັກການຈັດຕັ້ງຂອງບັນດາກະ ຊວງ-ອົງການແລະທ້ອງຖິ່ນ ແລະ ມະຕິ ກອງປະຊຸມໃຫຍ່ ຂັ້ນຂອງຕົນ; ຄະນະ ພັກ, ຄະນະຈັດຕັ້ງແຕ່ລະຂັ້ນໄດ້ເອົາ ໃຈໃສ່ປັບປຸງການຈັດຕັ້ງພັກ ໂດຍຕິດ ພັນກັບການປັບປຸງກົງຈັກລັດໃຫ້ມີ ຄວາມສອດຄ່ອງ, ເຄື່ອນໄຫວມີປະສິດ ທິພາບ ແລະ ປະສິດທິຜົນ; ສຸມໃສ່ການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງ ຂອງກົມ ການເມືອງສູນກາງພັກ ເລກທີ01ແລະ ຄຳແນະນຳ ຂອງຄະນະຈັດຕັ້ງສູນ ກາງພັກ ເລກທີ 291 ວ່າດ້ວຍການ ເພີ່ມທະວີການກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ; ໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບ, ນຳພາປັບປຸງກໍ່ສ້າງ ການຈັດຕັ້ງຮາກຖານພັກ, ຊຸກຍູ້ບັນດາ ໜ່ວຍພັກສ້າງແຜນ, ປະເມີນຜົນ, ສະ ຫລຸບຖອດຖອນບົດຮຽນ, ສະເພາະປີ 2021 ໄດ້ຮັບຮອງເປັນໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນມີ 15.326 ໜ່ວຍ ກວມ 70.61% ຂອງໜ່ວຍພັກ ທັງໝົດ 21.703, ໜ່ວຍພັກແຂງມີ 3.510 ໜ່ວຍ ກວມ 17%, ໜ່ວຍພັກ ກາງມີ 668 ໜ່ວຍ ກວມ 3%; ໜ່ວຍ ພັກອ່ອນ13ໜ່ວຍກວມ0.05%ແລະ ບໍ່ໄດ້ຈັດປະເພດ 2.186 ໜ່ວຍ ກວມ 10% (ປີ 2022 ກຳລັງດໍາເນີນການ ຕີລາຄາປະເມີນຜົນ). ພ້ອມນີ້, ຄະນະພັກແຕ່ລະຂັ້ນໄດ້ຍຶດ ໝັ້ນ ແລະ ປະຕິບັດຫລັກການລວມສູນ ປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ປະຕິບັດລະບອບຫົວໜ້າດຽວ, ມີການ ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສ້າງ ແຜນດຳເນີນງານ, ເຮັດວຽກມີແຜນ ງານ, ໂຄງການ ແລະ ແຜນການຈັດຕັ້ງ ປະຕິບັດແຕ່ລະໄລຍະ, ປະຕິບັດລະບອບ ປະຊຸມຄະນະປະຈໍາ, ຄະນະບໍລິຫານ ງານປົກກະຕິຕາມກົດລະບຽບພັກ; ທຸກ ວຽກງານທີ່ສໍາຄັນ ແມ່ນໄດ້ມີການຄົ້ນ ຄວ້າປຶກສາຫາລືຕົກລົງເປັນໝູ່ຄະນະ, ອັນໃດທີ່ຕົກລົງເປັນມະຕິແລ້ວ ພ້ອມ ກັນສູ້ຊົນຈັດຕັ້ງປະຕິບັດ; ມີການຊຸກຍູ້, ຕິດຕາມ, ກວດກາຄວາມຮັບຜິດຊອ ບ ຂອງຄະນະພັກ, ສະມາຊິກພັກ, ມີການ ສະຫລຸບຖອດຖອນບົດຮຽນແຕ່ລະໄລ ຍະ, ປະຕິບັດລະບອບສ່ອງແສງລາຍ ງານເປັນປົກກະຕິ. ເວົ້າລວມແລ້ວຄະ ນະພັກແຕ່ລະຂັ້ນຍັງສືບຕໍ່ຍຶດໝັ້ນລະ ບອບແບບແຜນນຳພາແລະວິທີເຮັດວຽກ ຕາມລະບຽບຫລັກການຂອງພັກ; ພ້ອມ ທັງໄດ້ເອົາໃຈໃສ່ຄົ້ນຄວ້າກຳແໜ້ນ ແລະ ຜັນຂະຫຍາຍມະຕິຂອງຄະນະ ບໍລິ ຫານງານສູນກາງພັກ ເລກທີ 04 ວ່າ ດ້ວຍ ເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ; ຄະນະຈັດຕັ້ງສູນກາງພັກ ໄດ້ຄົ້ນຄວ້າ ສະເໜີກົມການເມືອງສູນກາງພັກ ອອກ ມະຕິ ສະບັບເລກທີ 21 ວ່າດ້ວຍການ ຕີລາຄາພະນັກງານແລະອອກແຈ້ງການ ເລກທີ 322/ຄຈສພ ກ່ຽວກັບການປະ ຕິບັດແຜນກໍານົດພະນັກງານນໍາພາຄຸ້ມຄອງ, ເລກທີ 309/ຄຈສພ ກ່ຽວ ກັບການຄາດຄະເນເປົ້າໝາຍ ພະນັກ ງານທີ່ຈະອອກພັກການ-ຮັບອຸດໜູນ ບໍານານ, ໄດ້ສຳເລັດການປັບປຸງປຶ້ມຊີ ວະປະຫວັດພະນັກງານນໍາພາ-ຄຸ້ມ ຄອງ, ໄດ້ປັບປຸງໂປຣແກຣມຄຸ້ມຄອງຂໍ້ ມູນພະນັກງານຂັ້ນສູນກາງຄຸ້ມຄອງ ຢ່າງເປັນລະບົບ, ສະດວກວ່ອງໄວແລະ ຊັດເຈນ; ຄະນະພັກແຕ່ລະຂັ້ນໄດ້ເອົາ ໃຈໃສ່ຊີ້ນໍາການສ້າງແຜນ ກຳນົດພະ ນັກງານນຳພາ-ຄຸ້ມຄອງທີ່ຂຶ້ນກັບສິດ ຄຸ້ມຄອງຂອງຕົນ ແລະ ຂັ້ນສູນກາງຄຸ້ມ ຄອງຕາມລະບຽບ-ຫລັກການທີ່ນິຕິ ກຳໄດ້ກຳນົດໄວ້ ແລະ ໄດ້ເອົາໃຈໃສ່ ປັບປຸງກົງຈັກການຈັດຕັ້ງຕາມຄຳສັ່ງ 190 ຂອງຄະນະເລຂາທິການສູນກາງ ພັກ ແລະ ຄຳແນະນໍາ 01 ຂອງນາຍົກ ລັດຖະມົນຕີ ຕາມທິດກະທັດຮັດ, ສົມ ເຫດສົມຜົນ, ເຄື່ອນໄຫວມີປະສິດທິ ພາບ, ປະຕິບັດຕາມທິດ 3 ສ້າງ; ໄດ້ ດໍາເນີນການປັບປຸງກົງຈັກ ແລະ ພາລະ ບົດບາດອົງການເສນາທິການຂອງ ພັກ, ແນວລາວສ້າງຊາດ ແລະ ອົງ ການຈັດຕັ້ງມະຫາຊົນ ສໍາເລັດ 6 ພາກ ສ່ວນ. ນອກຈາກນີ້, ຍັງໄດ້ປັບປຸງກົງ ຈັກການຈັດຕັ້ງ ແລະ ການເຄື່ອນໄຫວ ຄະນະຈັດຕັ້ງແຂວງ-ນະຄອນຫລວງ, ຂັ້ນເມືອງ-ນະຄອນ ຕື່ມອີກ. ສຳລັບທິດທາງໜ້າທີ່ປີ 2023 ຄະ ນະພັກແຕ່ລະຂັ້ນ ສືບຕໍ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີXI, ກົດລະບຽບຂອງ ພັກ ໃຫ້ເຂົ້າສູ່ລວງເລິກ ແລະ ມີຜົນສໍາ ເລັດກວ່າເກົ່າ; ສຸມໃສ່ການດໍາເນີນ ຊີວິດການເມືອງປັບປຸງປົວແປງພັກຕິດ ພັນການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານງານ ພັກແຕ່ລະຂັ້ນ ແລະ ກອງປະຊຸມຮາກ ຖານພັກ; ສືບຕໍ່ປັບປຸງ-ກໍ່ສ້າງພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ ເພື່ອຍົກສູງ ບົດບາດຄວາມສາມາດນຳພາຂອງຄະ ນະພັກ,ໜ່ວຍພັກແລະຄວາມເປັນແບບ ຢ່າງນຳໜ້າຂອງຖັນແຖວສະມາຊິກ ພັກ; ຈັດຕັ້ງປະຕິບັດວຽກງານພະນັກ ງານໃຫ້ມີຄຸນນະພາບໃໝ່, ໃຫ້ຖືກຕ້ອງ ສອດຄ່ອງກັບລະບຽບການທີ່ກຳນົດ ໄວ້; ຈໍາກັດ, ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆພາຍໃນການຈັດຕັ້ງ, ຄະນະພັກ ແລະ ຖັນແຖວສະມາຊິກພັກ-ພະນັກ ງານຢ່າງທັນການ ແລະ ເດັດຂາດ-ເຂັ້ມ ງວດ; ປັບປຸງກົງຈັກການຈັດຕັ້ງຄະນະ ຂອງພັກ, ອົງການຈັດຕັ້ງມະຫາຊົນແຕ່ ລະຂັ້ນໃຫ້ມີຄວາມເຂັ້ມແຂງແລະ ເຄື່ອນ ໄຫວມີປະສິດທິຜົນສູງ. ຂ່າວ: ຄຈສພ ສັງຄົມນິຍົມ ຕິດພັນກັບວຽກຄວາມສະ ເໝີພາບຂອງກົດໝາຍ ເຊິ່ງໄລຍະຜ່ານ ມາວຽກຕຸລາການ ເປັນວຽກທີ່ສັງຄົມ ຈັບຕາເບິ່ງຄວາມສຳຄັນເປັນພິເສດ ເພາະມັນຕິດພັນກັບຜົນປະໂຫຍດ ໂດຍກົງຂອງພວກເຂົາ ແຕ່ການໃຫ້ ຄວາມຍຸຕິທຳ ພັດຍັງປະຕິບັດບໍ່ໄດ້ດີ ເທົ່າທີ່ຄວນໃນໄລຍະຜ່ານມາ ບາງຄັ້ງ ຍັງເຫັນວ່າຍັງມີຄວາມຊັກຊ້າ ຢາກໃຫ້ ພາກສ່ວນກ່ຽວຂ້ອງເບິ່ງຄືນ ເພື່ອບໍ່ໃຫ້ ເກີດຊ່ອງວ່າງສວຍໃຊ້ກົດໝາຍ. ສະ ນັ້ນ, ສະເໜີໃຫ້ມີຄວາມເຂັ້ມງວດໃນ ການຈັດຕັ້ງປະຕິບັດກົດໝາຍການປະ ຕິບັດໜ້າທີ່ຂອງພະນັກງານໃນຂົງເຂດ ຕຸລາການຕ້ອງມີຄວາມເຂັ້ມງວດຂຶ້ນ ຕື່ມ; ຍົກສູງຄຸນສົມບັດສິນທຳປະຕິວັດ ຕ້ອງອີງໃສ່ຜົນປະໂຫຍດລວມຂອງ ປະຊາຊົນບັນດາເຜົ່າ ໃນຕໍ່ໜ້າ ແລະ ຍາວນານ ສະເໜີໃຫ້ກຳນົດໂຄງສ້າງ ຂອງຄຳຕັດສິນຂອງສານ ໃຫ້ມີຄວາມ ຮັດກຸມ, ຮັບປະກັນການປະຕິບັດກົດ ໝາຍ ຫລາຍສະບັບຄຽງຄູ່ກັນໄປແນ ໃສ່ອັດຊ່ອງວ່າງຂອງການສ່ວຍໃຊ້ ຄຳຕັດສິນຂອງສານ ໄປໃນທາງສະ ແຫວງຫາຜົນປະໂຍດຂອງບຸກຄົນໃດ ໜຶ່ງອັນເຮັດໃຫ້ສັງ ຄົມບໍ່ມີຄວາມຍຸຕິ ທຳ ແລະ ບໍ່ສະຫງົບ. ທ່ານ ພັອ ບູນຊູ ສຸລິນັນທອງ ສສຊ ເຂດເລືອກຕັ້ງ 17 ແຂວງອັດຕະປື ໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍ ງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໂດຍສະເພາະ ກ່ຽວກັບການເບິ່ງແຍງ ນັກໂທດຕ້ອງຫາຢູ່ຄ້າຍຄຸມຂັງໃນເວລາ ທີ່ນັກໂທດເຈັບເປັນ ເຈົ້າໜ້າທີ່ ແມ່ນສາ ມາດຊ່ວຍເບິ່ງແຍງຮັກສາໄດ້ສຳໃດ ສຳໜຶ່ງເທົ່ານັ້ນ ແຕ່ຫາກມີອາການຮຸນ ແຮງ ແລະ ຕ້ອງນຳສົ່ງໄປຮັກສາຢູ່ ໂຮງໝໍນັ້ນ ແມ່ນບໍ່ມີງົບປະມານໃນ ການຮັກສາເທື່ອ. ສະນັ້ນ, ເຮັດໃຫ້ນັກ ໂທດຕ້ອງຫາຈຳນວນໜຶ່ງເສຍຊີວິດ ຢູ່ຄ້າຍຄຸມຄັງ, ບາງກໍລະນີເສຍຊີວິດ ຢູ່ ໂຮງໝໍ. ສະເໝີໃຫ້ພາກສ່ວນກ່ຽວຂ້ອງ ຂໍງົບປະມານຈຳນວນໜຶ່ງ ເພື່ອນຳໃຊ້ ເຂົ້າໃນການເບິ່ງແຍງຊີວິດ ແລະ ສຸຂະ ພາບຂອງນັກໂທດຕ້ອງຫາ ຫລື ຜູ້ຕ້ອງ ຫາ; ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຫລື ເຈົ້າໜ້າທີ່ຄຸມຂັງຄວນເອົາໃຈໃສ່ ຕື່ມ ໃນກໍລະນີ້ ທີ່ນຳເອົານັກໂທດຕ້ອງ ຫາ ໄປອອກແຮງງານນອກສະຖາທີ່ ຫລື ແບບສ່ວນຕົວ ຕ້ອງເພີ່ມທະວີເຂັ້ມ ງວດກວ່າເກົ່າ ເນື່ອງຈາກວ່າຍັງພົບ ເຫັນເກີດບັນຫາມີນັກໂທດໂຕນໜີ ຈາກຄ້າຍຄຸມຂັງ. ສ່ວນການດຳເນີນ ຄະດີຢາເສບຕິດສ່ວນຫລາຍແມ່ນຈັບ ໄດ້ແຕ່ຂອງກາງ ແຕ່ເປົ້າໝາຍທີ່ຈະ ຈັບນັ້ນຍັງຈັບບໍ່ໄດ້ ເຮັດໃຫ້ສັງຄົມ ວິ ພາກວິຈານ ເກີດມີຄວາມສົງໄສວ່າເຈົ້າ ໜ້າທີ່ ມີສ່ວນຮ່ວມສະໜັບສະໜູນ ຫລື ຕັດປ່ອຍ. ນອກຈາກນີ້, ຍັງສະເໜີກ່ຽວ ກັບການອະໄພຍະໂທດ ສຳລັບຜູ້ທີ່ມີ ຄະດີກ່ຽວຂ້ອງກັບຢາເສບຕິດ ບໍ່ໃຫ້ມີ ການຄົ້ນຄວ້າອະໄພຍະໂທດຕື່ມ ຫລື ອອກຈາກຄ້າຍຄຸມຂັງກ່ອນກຳນົດ ເນື່ອງຈາກວ່າ ຜູ້ຕ້ອງຫາຈາກຄະດີດັ່ງ ກ່າວສ່ວນຫລາຍແລ້ວ ເມື່ອປ່ອຍໄປ ແລ້ວອາດຈະກັບມາເຮັດແບບເກົ່າ. ຂ່າວ: ກິດຕາ ຂອງປີຜ່ານມາເພີ່ມຂຶ້ນ15%, ລາຍຮັບ ຊັບສິນສາມາດເກັບລາຍຮັບໄດ້4.955 ຕື້ກີບ ເທົ່າກັບ 127,5% ຂອງແຜນ ການປີ, ລາຍຮັບຂະແໜງປະຕິຮູບລັດ ວິສາຫະກິດເກັບໄດ້ 1.774 ຕື້ກີບເທົ່າ ກັບ 117,4%, ຄາດຄະເນໝົດປີສາ ມາດເກັບລາຍຮັບໄດ້ 21.675,4 ຕື້ກີບ ເທົ່າກັບ 109,4% ຂອງແຜນການປີ. ຂໍ້ມູນດັ່ງກ່າວໄດ້ຮັບກາລາຍງານ ຈາກ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ໃນກອງ ປະຊຸມສະຫລຸບຕີລາຄາຄືນການຈັດຕັ້ງ ປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2022 ແລະ ທິດທາງແຜນ ການປະຈໍາປີ 2023 ທີ່ຈັດຂຶ້ນໃນວັນທີ 22-23 ທັນວາ 2022 ຜ່ານມາ. ໂດຍ ມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະ ມົນຕີກະຊວງການເງິນ, ມີຄະນະກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະ ເສີດໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາໃນການ ຈັດຕັ້ງປະຕິບັດວຽກງານຂະແໜງສ່ວຍ ສາອາກອນ, ຊຶ່ງທ່ານໄດ້ເນັ້ນໃຫ້ຄຸ້ມ ຄອງຖານອາກອນໃຫ້ເລິກເຊິ່ງ, ເນັ້ນ ຫົວໜ່ວຍເຂົ້າໃນລະບົບຄຸ້ມຄອງທີ່ທັນ ສະໄໝ, ປັບປຸງກົງຈັກການຈັດຕັ້ງແຕ່ ລະຂັ້ນ, ແກ້ໄຂປາກົດການຫຍໍ້ທໍ້ຂອງ ພະນັກງານຂະແໜງສ່ວຍສາອາກອນ ໂດຍສະເພາະຂັ້ນເມືອງ ໃຫ້ມີການຕິດ ຕາມກວດກາການປະຕິບັດໜ້າທີ່ຂອງ ພະນັກງານ, ກວດກາຄືນສັນຍາມອບ ເໝົາຂອງວິສາຫະກິດ, ຮັບປະກັນການ ເຊື່ອມຕໍ່ຂະແໜງການທີ່ກ່ຽວຂ້ອງ, ສຸມ ໃສ່ຂະຫຍາຍຖານອາກອນມູນຄ່າເພີ່ມ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ. ຂ່າວ-ພາບ: ກະຊວງການເງິນ ກິລາ ນະຄອນຫລວງວຽງຈັນ ຊຶ່ງພິທີ ຕ້ອນຮັບ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ ຫ້ອງວ່າການປົກຄອງນະຄອນຫລວງ ວຽງຈັນ ໂດຍມີທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງ ນະຄອນຫລວງວຽງ ຈັນ ພ້ອມຄະນະ, ບັນດາການນຳຂັ້ນ ເມືອງ, ມວນຊົນ, ຊາວໜຸ່ມ-ເຍົາວະຊົນ ໃຫ້ການຕ້ອນຮັບ. ໃນພິທີ, ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບການເຂົ້າຮ່ວມ ການແຂ່ງຂັນຂອງຄະນະນຳ ແລະ ນັກ ກິລານະຄອນຫລວງວຽງຈັນ ໃນມະ ຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ວ່າ: ຕະຫລອດໄລຍະ ການເຂົ້າຮ່ວມແຂ່ງຂັນ ຄະນະນຳນັກກິລາ ໄດ້ເອົາໃຈໃສ່ເປັນເຈົ້າການ ໃນໄລຍະການຝຶກຊ້ອມ ແລະ ຮ່ວມແຂ່ງ ຂັນກິລາແຕ່ລະປະເພດຢ່າງຕັ້ງໜ້າສາ ມາດຍາດໄດ້58ຫລຽນຄຳ,51ຫລຽນ ເງິນ ແລະ 97 ຫລຽນທອງ ລວມທັງ ໝົດ 206 ຫລຽນ ເປັນອັນດັບທີ 2 ຮອງຈາກເຈົ້າພາບ ແຂວງ ຊຽງຂວາງ ທີ່ສາມາດຍາດໄດ້ 62 ຫລຽນຄຳ, 60 ຫລຽນເງິນ ແລະ 95 ຫລຽນທອງ ລວມທັງໝົດ 217 ຫລຽນ. ໂອກາດນີ້, ທ່ານຮອງເຈົ້າຄອງ ນະຄອນຫລວງວຽງຈັນ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຄະນະ ນຳ-ນັກກິລານະຄອນຫລວງວຽງຈັນ ຍາດມາໄດ້ ໂດຍຄະນະນຳ ກໍຄື ຄະນະ ຮັບຜິດຊອບແຕ່ລະສະຫະພັນກິລາ, ຄູຝຶກ ແລະ ນັກກິລາ ທີ່ໄດ້ອຸທິດສະຕິ ປັນຍາ ເຫື່ອແຮງນັບແຕ່ການຝຶກຊ້ອມ ແລະ ການກຽມພ້ອມດ້ານຕ່າງໆ ໃນ ການເຂົ້າຮ່ວມແຂ່ງຂັນກິລາດັ່ງກ່າວ ເຮັດໃຫ້ນະຄອນຫລວງວຽງຈັນ ໄດ້ຮັບ ຜົນສຳເລັດ ເຖິງວ່າເຮົາຈະບໍ່ໄດ້ເປັນ ເຈົ້າຫລຽນຄຳ ແຕ່ກໍເປັນຜົນງານທີ່ ໜ້າເພິ່ງພໍໃຈ ຊຶ່ງເປັນເລື່ອງປົກກະຕິໃນ ເກມການແຂ່ງຂັນກິລາ ເທົ່ານີ້ກໍຖືວ່າ ເປັນຜົນງານອັນຍິ່ງໃຫຍ່ແລ້ວ. ໃນໂອກາດທີ່ ນະຄອນຫລວງວຽງ ຈັນ ໄດ້ຮັບກຽດເປັນເຈົ້າພາບມະຫະກຳ ກິລາແຫ່ງຊາດຄັ້ງທີ12ໃນປີ2025ນັ້ນ ພວກເຮົາຕ້ອງໄດ້ຕັ້ງເປົ້າໝາຍເປັນ ເຈົ້າຫລຽນຄຳ. ດັ່ງນັ້ນ, ແຕ່ລະສະຫະ ພັນກິລາຕ້ອງໄດ້ເອົາໃຈໃສ່ໃນການ ວາງແຜນຝຶກຊ້ອມແຕ່ຫົວທີ. ສະນັ້ນ, ຂໍຮຽກຮ້ອງມາຍັງນັກກິລາ ເອົາໃຈໃສ່ ປະກອບສ່ວນເຂົ້າຮ່ວມເປັນຄະນະນັກ ກິລານະຄອນຫລວງວຽງຈັນສືບຕໍ່ເອົາ ໃຈໃສ່ຝຶກຊ້ອມນັບແຕ່ນີ້ເປັນຕົ້ນໄປ ເພື່ອ ເຮັດໃຫ້ຄວາມຫວັງເປັນເຈົ້າຫລຽນ ຄຳ ໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້. ຂ່າວ-ພາບ: ສົງການ ທຸງເຈົ້າພາບ... ກ່າວ, ກະຊວງ ຍທຂ ໄດ້ເອົາໃຈໃສ່ປັບ ປຸງ ແລະ ສ້າງນິຕິກຳໃຫ້ສອດຄ່ອງ ໃຫ້ທັນກັບສະພາບການໃນປັດຈຸບັນ, ເພີ່ມທະວີມາດຕະການກ່ຽວກັບການ ບັງຄັບໃຊ້ກົດໝາຍໃຫ້ເຄັ່ງຄັດຂຶ້ນ. ພ້ອມດຽວກັນນັ້ນ, ກໍໄດ້ມອບໝາຍໃຫ້ ບັນດາກົມກອງຜັນຂະຫຍາຍບັນດາ ມາດຕາຂອງກົດໝາຍ ສ້າງເປັນນິຕິ ກຳລຸ່ມກົດໝາຍ ເພື່ອເປັນເຄື່ອງມືຮັບ ໃຊ້ວຽກງານໃນການຄຸ້ມຄອງວຽກ ງານຂະແໜງການ, ປັດຈຸບັນກຳລັງ ຮ່າງລະບຽບຄຸ້ມຄອງອາຄານ ເຊິ່ງຈະ ເປັນນິຕິກຳ ແລະ ລະບຽບການມາດຕະ ຖານເຕັກນິກ ແລະ ມາດຕະຖານໃນ ການກຳນົດກິດຈະການກໍ່ສ້າງ ແລະ ການຄຸ້ມຄອງນຳໃຊ້ອາຄານ. ນອກ ຈາກນີ້, ກະຊວງ ຍທຂ ຈະມີມາດຕະ ການທີ່ເດັດຂາດຕໍ່ພະນັກງານລັດ ໂດຍສະເພາະແມ່ນ ວິຊາການຄຸ້ມຄອງ ຕິດຕາມໂຄງການ ທີ່ເຮັດຜິດລະບຽບ, ເພື່ອເປັນການຄຸ້ມຄອງຕິດຕາມກວດ ກາສະຖາປານິກ ແລະ ວິສາວະກອນ ໂຍທາລາວ,ເຊິ່ງກະຊວງ ຍທຂ ໄດ້ ສ້າງຕັ້ງສະພາ ແລະ ສະມາຄົມສະຖາ ປານິກ ແລະ ວິສາວະກອນກໍ່ສ້າງລາວ ຕາມຂໍ້ຕົກລົງຂອງລັດຖະມົນຕີ ສະບັບ ເລກທີ 16746/ຍທຂ ລົງວັນທີ 16 ກໍລະກົດ2019ແລະໄດ້ຕົກລົງວ່າດ້ວຍ ການຄຸ້ມຄອງວິຊາຊີບ ຂອງສະຖາປາ ນິກ ແລະ ວິສາວະກອນໂຍທາລາວ ສະບັບເລກທີ 10420/ຍທຂ ລົງວັນທີ 10 ພຶດສະພາ 2022, ສະມາຄົມສະ ຖາປານິກ ແລະ ວິສາວະກອນໂຍທາ ລາວຈະເປັນໜຶ່ງໃນກຳລັງແຮງທີ່ຊ່ວຍ ຊຸກຍູ້ສົ່ງເສີມ ແລະ ຕິດຕາມການປະ ກອບອາຊີບຂອງສະຖາປານິກ ແລະ ວິ ສາວະກອນໂຍທາລາວ ໃນແຕ່ລະໄລ ຍະ ໂດຍສະພາສະຖາປານິກ ແລະ ວິສາ ວະກອນໂຍທາລາວຈະເປັນຜູ້ອອກໃບ ຢັ້ງຢືນ ຄຸນວຸທິໃຫ້ແກ່ສະຖາປານິກ ແລະ ວິສາວະກອນ ໃນການປະກອບວິຊາຊີບ ໃຫ້ສົມຄູ່ກັບຄວບຄູ່ຄວາມຮູ້ຄວາມສາ ມາດ, ປະສົບການ ແລະ ແທດເໝາະ ກັບໜ້າທີ່ວຽກທີ່ຈະຈັດຕັ້ງປະຕິບັດ, ຍົກສູງບົດບາດຈັນຍາບັນຈັນຍາທຳ ແລະ ຄວາມຮັບຜິດຊອບຕາມພາລະໜ້າ ທີ່ຂອງຕົນຕໍ່ກົດໝາຍຢ່າງເຂັ້ມງວດ. ພ້ອມນີ້, ກະຊວງ ຍທຂ ກຳລັງຄົ້ນ ຄວ້າສ້າງລະບົບຖານຂໍ້ມູນຂອງບັນດາ ວິສາວະກິດທີ່ຂຶ້ນທະບຽນດຳເນີນທຸລະ ກິດຂອງຂະແໜງ ຍທຂ ເພື່ອຄຸ້ມຄອງ ຕິດຕາມແລະກວດກາການເຄື່ອນໄຫວ ວຽກງານ ທີ່ຕິດພັນກັບຂະແໜງ ຍທຂ ເພື່ອເປັນບ່ອນອີງ ໃນການອະນຸມັດຕໍ່ ທະບຽນໃນການດຳເນີນທຸລະກິດ ໃນ ອະນາຄົດຖ້າວິສາຫະກິດໃດຫາກບໍ່ຂຶ້ນ ທະບຽນດຳເນີນທຸລະກິດນຳພວກເຮົາ ຈະບໍ່ສາມາດເຂົ້າຮ່ວມປະມູນໂຄງ ການກໍ່ສ້າງຂອງຂະແໜງການໄດ້. ນອກຈາກນີ້, ກະຊວງ ຍທຂ ໄດ້ມີການ ປັບປຸງ 2 ກົດໝາຍ ຄື: ກົດໝາຍວ່າ ດ້ວຍການກໍ່ສ້າງ ແລະ ກົດໝາຍວ່າ ດ້ວຍນ້ຳປະປາ ແລະ ກຳລັງຮ່າງກົດ ໝາຍວ່າດ້ວຍທີ່ພັກອາໄສ ແລະ ກົດ ໝາຍວ່າສະຖາປັດຕະຍະກຳ. ຂ່າວ: ມະນີທອນ; ພາບ: ເກດສະໜາ ແລະ ມາດຕະການແກ້ໄຂຢ່າງເຂັ້ມ ງວດ ແລະ ເດັດຂາດຄືແນວໃດ. ການເຄື່ອນໄຫວການດຳເນີນທຸລະ ກິດຂອງ ບໍລິສັດສຳຫລວດອອກແບບ, ບໍລິສັດຮັບເໝົາກໍ່ສ້າງ ແລະ ບໍລິສັດ ທີ່ ປຶກສາ ເຫັນວ່າຍັງບໍ່ສອດຄ່ອງກັບກົດ ໝາຍວ່າດ້ວຍການກໍ່ສ້າງສະບັບເລກທີ 05/ສປຊ ລົງວັນທີ 26 ພະຈິກ 2009 ໂດຍສະເພາະມາດຕາ 39, 40 ແລະ 41; ປັດຈຸບັນ ພວກເຮົາມີກົດໝາຍ, ມີ ລະບຽບການ, ມາດຕະການເຕັກນິກ ແລະ ມີກົນໄກໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດໂຄງການເກືອບ ຄົບຖ້ວນແລ້ວ ແຕ່ລະພາກສ່ວນກໍໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຕາມໜ້າທີ່ ແລະ ພາລະບົດບາດຂອງ ຕົນຢ່າງເຄັ່ງຄັດຮັບປະກັນໄດ້ໂຄງ ການກໍ່ສ້າງມີຄຸນນະພາບ, ແຕ່ໄລຍະ ຜ່ານມາ ການຈັດຕັ້ງປະຕິບັດຂອງແຕ່ ລະພາກ ສ່ວນບໍ່ໄດ້ເອົາໃຈໃສ່ຕາມ ພາລະບົດບາດຂອງຕົນ ເຮັດໃຫ້ເກີດມີ ຊ່ອງວ່າງ, ການບັງຄັບໃຊ້ນິຕິກຳຕ່າງໆ ຍັງບໍ່ທັນເຂັ້ມງວດ, ຄວາມເປັນເຈົ້າ ແລະ ຄວາມຮັບຜິດຊອບຍັງຕໍ່າ. ສຳລັບທິດທາງແກ້ໄຂບັນຫາດັ່ງ ໂຂງພູມຄຳ, ຄະນະປະຈຳພັກ, ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍ ບັນດາສະຫາຍຄະນະປະຈຳພັກ, ຄະນະ ພັກຫສນຍ ຕະຫລອດຮອດເລຂາ- ຮອງ ເລຂາຄະນະພັກຮາກຖານ ແລະ ຄະນະ ໜ່ວຍພັກຮາກຖານ, ປະທານ-ຮອງ ປະທານ, ເລຂາ-ຮອງເລຂາ ອົງການ ຈັດຕັ້ງມະຫາຊົນ, ຫົວໜ້າກົມ-ຮອງຫົວ ໜ້າກົມພາຍໃນ ຫສນຍ ເຂົ້າຮ່ວມ. ກອງປະຊຸມໃນມື້ນີ້ ເພື່ອທາບທາມ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ, ທັງຄາດຄະເນ ເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າ ໃນຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ ຮັບປະກັນລັກສະນະສືບທອດປ່ຽນ ແທນຢ່າງຕໍ່ເນື່ອງ ໃນສະເພາະໜ້າ ແລະ ຍາວນານ, ທັງເປັນການກະກຽມບຸກຄະ ລາກອນ ເພື່ອຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການທາງດ້ານຈໍາ ນວນ, ຄຸນນະພາບ, ສາມາດເລືອກໄດ້ ບຸກຄົນ ທີ່ມີຄຸນທາດການເມືອງໜັກ ແໜ້ນ ໄດ້ຮັບຄວາມເຊື່ອໝັ້ນຈາກສະມາ ຊິກພັກ-ພະນັກງານແລະອົງການຈັດຕັ້ງ ມະຫາຊົນ; ເລືອກໄດ້ບຸກຄົນທີ່ໄດ້ມາດ ຖານຄົບຖ້ວນ ແລະ ສາມາດແບກຫາບ ພາລະໜ້າທີ່ໃນຕໍ່ໜ້າ ເຊິ່ງພະນັກງານ ແມ່ນບຸກຄົນທີ່ສໍາຄັນ ແລະ ເປັນຜູ້ທີ່ຕັດ ສິນຜົນໄດ້-ຜົນເສຍຂອງການຈັດຕັ້ງ ແລະ ຂະບວນການພັດທະນາປະເທດ. ໃນໂອກາດກ່າວ, ສະຫາຍ ປະທານ ກອງປະຊຸມ ໄດ້ມີຄຳເຫັນບາງຕອນວ່າ: ຍ້ອນເຫັນໄດ້ຄວາມໝາຍສໍາຄັນຂອງ ວຽກງານພັກ-ພະນັກງານໂດຍຖືວ່າພະ ນັກງານຍາມໃດກໍເປັນຜູ້ຕິດພັນກັບຂະ ບວນວຽກງານຕົວຈິງ. ສະນັ້ນ, ການ ທາບທາມສ້າງແຜນກໍານົດພະນັກງານ ແມ່ນການຊອກຫາເປົ້າໝາຍພະນັກ ງານທີ່ມີມາດຖານ, ມີເງື່ອນໄຂຄົບຖ້ວນ ກວ່າໝູ່ຢູ່ໃນ ຫສນຍ ເຊິ່ງຈະເປັນພື້ນ ຖານໃຫ້ແກ່ການບໍາລຸງສ້າງ ເພື່ອຈັດ ວາງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງ ຂອງ ຫສນຍ ໃນຊຸມປີຕໍ່ໜ້າ. ພ້ອມນັ້ນ, ໄດ້ຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກ ສູງຄວາມຮັບຜິດຊອບທາງການເມືອງ ເຂົ້າໃນການຄົ້ນຄວ້າ, ເລືອກເຟັ້ນ, ໄຕ່ ຕອງຄວາມໝາຍສໍາຄັນ ແລະ ເນື້ອໃນ ມາດຖານພະນັກງານ ເພື່ອມາເຍືອງໃສ່ ພະນັກງານ-ສະມາຊິກພັກຕົວຈິງ, ໃຫ້ ສາມາດຊອກເຫັນໄດ້ຜູ້ທີ່ດີ, ມີຄວາມ ຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາ ປະຕິວັດ, ຮູ້ນໍາພາ ແລະ ຮູ້ຈັດຕັ້ງຜັນຂະ ຫຍາຍມະຕິຂອງຂັ້ນເທິງ ເພື່ອເປັນໃຈ ກາງເຕົ້າ ໂຮມຄວາມສາມັກຄີນໍາພາ ພາຍໃນ ໃຫ້ນັບມື້ນັບພັດທະນາ, ສືບຕໍ່ ເສີມຂະຫຍາຍມູນເຊື້ອ ແລະ ຜົນງານ ທີ່ດີ ໃຫ້ຂະຫຍາຍຕົວກ້າວຂຶ້ນສູ່ຄຸນນະ ພາບອັນໃໝ່. ກອງປະຊຸມໄດ້ຮັບຟັງການສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກງານ ການສ້າງແຜນກຳນົດພະນັກງານນຳ ພາຄຸ້ມຄອງຂອງຫສນຍໃນໄລຍະຜ່ານ ມາ, ພ້ອມນີ້ ຈະໄດ້ເຊື່ອມຊຶມກໍາແໜ້ນ ເນື້ອໃນຈິດໃຈທີ່ສໍາຄັນ ມະຕິຂອງກົມ ການເມືອງສູນກາງພັກ, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວ ກັບການສ້າງແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ ແລະ ມາດຖານຂອງ ພະນັກງານນໍາພາ-ຄຸ້ມຄອງ; ຈາກນັ້ນ ກໍໄດ້ນໍາພາໃຊ້ສິດ ເພື່ອລົງຄະແນນ ສຽງໃສ່ບັດທາບທາມຮອບ 1. ສສຊ... ຍທຂ... ຄະນະພັກ, ລັດຖະມົນຕີຫົວໜ້າ ຫສນຍ; ມີບັນດາສະຫາຍກຳມະການສູນກາງ ພັກ ທີ່ປະຈຳຢູ່ ສນຍ, ສະຫາຍ ທອງຈັນ ຫສນຍ...
RkJQdWJsaXNoZXIy MTc3MTYxMQ==