5561

xtgmf]k; 3 24/11/2022 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ລັດດາວັນ 47 xu csj '7;k,rkdr6 ,.90v'7q o]k; ;Pd'kodkog,n v'{co;7y f lvfsh vpm5 d;Pd'ko ໂດຍ: ຄ້ອງໃໝ່ ຮິບໂຮມໂດຍ: ພະກາ xdl s];'oEmk g0A ,';f xt8y [a f;k]tcsj '-kf cdh w01kgl[8y f * ວັນຊາດທີ 2 ທັນວາ ແມ່ນວັນ ແຫ່ງຄວາມພາກພູມໃຈຂອງຄົນ ລາວ ແມ່ນໝາກຜົນແຫ່ງໄຊຊະນະ 47 ປີຜ່ານມາ. ປະຊາຊົນລາວ ໄດ້ ເສີມຂະຫຍາຍນໍ້າໃຈຮັກຊາດ ຮັກ ຄວາມເປັນເອກະລາດ ບໍ່ຍອມຈຳນົນ ຕໍ່ສັດຕູ, ການສະເຫລີມສະຫລອງ ວັນຊາດທີ 2 ທັນວາຂອງທຸກໆປີ ຖືເປັນວັນບຸນໃຫຍ່ຂອງປວງຊົນ ລາວທຸກຖ້ວນໜ້າ ທີ່ໄດ້ຈົດຈໍາລະ ນຶກເຖິງບຸນຄຸນອັນລໍ້າຄ່າຂອງບັນ ດາຜູ້ນໍາຮຸ່ນກໍ່ຕັ້ງ ແລະ ຮຸ່ນຕໍ່ໆມາ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ, ເຫື່ອ ແຮງດ້ວຍຄວາມເສຍສະລະ ເພື່ອ ປະເທດຊາດ ເພື່ອການປະຕິວັດ ຈຶ່ງ ໄດ້ນໍາເອົາວັນນີ້ມາໃຫ້ປະເທດຊາດ ມາໃຫ້ປະຊາຊົນ, ປະຊາຊົນລາວ ທຸກຖ້ວນໜ້າ ຈຶ່ງຢູ່ດີມີສຸກຢູ່ໃນຜືນ ແຜ່ນດິນແຫ່ງນີ້. ທ່ານ ຂຸນສຸວັນ ສຸທໍາມະວົງ ຫົວໜ້າກົມຈັດຕັ້ງພະ ນັກງານສານປະຊາຊົນສູງສຸດ ໄດ້ ສະແດງຄວາມຮູ້ສຶກຕໍ່ກັບວັນຊາດ * ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫລວງນໍ້າທາ ສຸມໃສ່ຈັດ ຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໂດຍຫັນ ເອົາຮູບການສ້າງບົດບັນທຶກກັບແຕ່ລະ ຄອບຄົວເພື່ອເກັບກໍາຂໍ້ມູນຂອງບັນ ດາເປົ້າໝາຍຢາເສບຕິດຢ່າງລະອຽດ. ໃນນັ້ນ, ຜ່ານການປະຕິບັດຕົວຈິງສາ ມາດຂຶ້ນບັນຊີເປົ້າໝາຍທີ່ມີການພົວ ພັນກັບຢາເສບຕິດນັບທັງຜູ້ຄ້າຂາຍ ລາຍໃຫຍ່-ຍ່ອຍ ແລະ ເສບໄດ້ 8.000 ກວ່າຄົນ. ດັ່ງທີ່,ທ່ານພົຈວອິນສົມທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ເພື່ອຈັດຕັ້ງຜັນ ຂະຫຍາຍວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນແຂວງຫລວງນໍ້າທາ ໃຫ້ເປັນ ຂະບວນການຟົດຟື້ນ, ຕອບຕ້ານທຸກປະ ກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ແລະ ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດ ບັນລຸຕາມເປົ້າໝາຍທີ່ວາງໄວ. ດ້ວຍ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການ ເມືອງຢ່າງຕັ້ງໜ້າ, ເຈົ້າໜ້າທີ່ຕໍາ ຫລວດທຸກພາກສ່ວນຂອງແຂວງ ໃນພາສາລາວພວກເຮົາບາງຄໍາບໍ່ທັນ ເປັນເອກະພາບເທົ່າທີ່ຄວນ. ຄໍາ: ອະນຸລັກແລະ ອະນຸຮັກກໍ່ແມ່ນ ສອງຮູບຄໍາທີ່ຍັງມີການໃຊ້ຄຽງຄູ່ກັນ ຜ່ານຜູ້ໃຊ້ທີ່ອີງໃສ່ຈຸດຢືນດ້ານຫລັກ ພາສາຕາມຍຸກສະໄໝ. ເຖິງຢ່າງໃດ ໃນດ້ານຄວາມໝາຍແລ້ວ ສອງຄໍານີ້ ໃຊ້ແບບໃດ ກໍ່ແມ່ນໃນຄວາມໝາຍ ດຽວກັນ. ການຍົກກໍລະນີນີ້ຂຶ້ນ ບໍ່ມີຈຸດ ປະສົງໃດ ນອກຈາກຄວາມຍາກເຫັນ ເອກະພາບໃດໜຶ່ງທີ່ເປັນຫລັກ ເພື່ອສັງ ຄົມນັ້ນເອງ. ຄໍາທີ່ຍົກຂຶ້ນ: ອະນຸລັກ ແລະ ອະນຸ ຮັກນີ້, ຕາມການສັງລວມການຊົມໃຊ້ ໃນຕົວຈິງຂອງພາກສ່ວນທີ່ກ່ຽວ ຂ້ອງ ເຫັນວ່າສັງຄົມໃຊ້ຄໍາ: ອະນຸລັກ ຫລາຍ ກວ່າ (ອີງຕາມເອກະສານ ແລະ ຄຳ ເຫັນໃນບັ້ນສໍາມະນາວິຊາການການ ໃຊ້ພາສາລາວ ໃນສື່ມວນຊົນເມື່ອບໍ່ ດົນນີ້). ເຖິງຢ່າງໃດກໍ່ດີ ໃນສອງຮູບ ຂຽນນີ້ ມັນກໍ່ມີຄວາມໝາຍດຽວກັນ, ແຕ່ການບັນຈຸໄວ້ໃນວັດຈະນານຸກົມ ນັ້ນ ແມ່ນຮູບ: ອະນຸຮັກ, ວິຊາການສະ ເພາະ ກໍ່ຄືອົງການກ່ຽວຂ້ອງອາດຈະ ມີການຄົ້ນຄວ້າຄືນວ່າ ຈະຮັກສາໄວ້ ສອງຮູບຂຽນ ຫລື ແນວໃດ ກໍ່ຍັງເປັນ ເລື່ອງອະນາຄົດທາງດ້ານວິຊາການທີ່ ພວມຊອກຫາຈຸດຮ່ວມທີ່ເຫັນວ່າເໝາະ ສົມ, ສົມເຫດສົມຜົນໃນດ້ານຫລັກ ການ (ພາສາສາດ) ແລະ ຄວາມຊິນ ເຄີຍຄົນໃນສັງຄົມ... ດັ່ງນັ້ນ, ຈຶ່ງນໍາມາສຶກສາຮ່ວມກັນ ຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ພວກເຮົາຄວນຮັບຮູ້ ແລະ ເຂົ້າໃຈ, ທັງເອົາໃຈໃສ່ປະກອບສ່ວນຢ່າງ ຕັ້ງໜ້າວຽກງານການເມືອງ-ແນວ ຄິດ ໃຫ້ສອດຫ້ອຍທຸດການເຄື່ອນ ໄຫວຢູ່ບັນດາອົງການພັກ-ລັດ, ທົ່ວ ປວງຊົນເຮົາ ດ້ວຍການ: - ຍົກສູງຄວາມຮັັບຮູ້-ເຂົ້າໃຈ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ກ່ຽວ ກັບຈຸດປະສົງລະດັບຄາດໝາຍ, ຄວາມສໍາຄັນກ່ຽວກັບການຍົກສູງ ຄຸນນະພາບວຽກງານການເມືອງແນວຄິດ ໃນໄລຍະໃໝ່ຂອງພັກ. ຄະ ນະພັກ ແຕ່ລະຂັ້ນມີຄວາມຮັບຜິດ ຊອບໂດຍກົງໃນການຈັດຕັ້ງຄົ້ນ ຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ຜັນ ຂະຫຍາຍມະຕິດັ່ງກ່າວ, ໂດຍສະ ເພາະແມ່ນສະຫາຍເລຂາຄະນະ ພັກ, ປະຕິບັດຢ່າງເຂັ້ມງວດ, ຖືກ ຕ້ອງຕາມເນື້ອໃນຈິດໃຈ ແລະ ບັນ ດາທິດທາງວຽກງານຈຸດສຸມທີ່ວາງ ອອກໃນມະຕິດັ່ງກ່າວ. - ຕ້ອງຮັບຮູ້, ກ້າເບິ່ງຄວາມຈິງ ແລະ ຕັດສິນໃຈແກ້ໄຂບັນດາ ຈຸດ ອ່ອນ, ຂໍ້ຄົງຄ້າງໃນວຽກງານພັກພະນັກງານ ແລະ ການກໍ່ສ້າງຖັນ ແຖວພະນັກງານ, ສະມາຊິກພັກ... ແນໃສ່ຮັບປະກັນເຮັດໃຫ້ພະນັກ ງານງານມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບ, ມີຄວາມສາ ມາດ ແລະ ມີທັດສະນະຖືກຕ້ອງ, ມີ ຄວາມເປັນແບບຢ່າງນໍາໜ້າອັນ ແທ້ຈິງ. - ຫລີກເວັ້ນແນວຄິດທີ່ວ່າບັນ ດາຈຸດອ່ອນຂໍ້ຄົງຄ້າງ ແລະ ປາກົດ ການຫຍໍ້ທໍ້ນັ້ນໆແມ່ນເກີດຢູ່ຂົງ ເຂດອື່ນ, ກັບຄົນອື່ນ ບໍ່ແມ່ນຢູ່ ພາຍ ໃນເຮົາ ແລະ ກະໂຕເຮົາ. ການຕີລາ ຄາປະເມີນປະເພດພະນັກງານ-ສະ ມາຊິກພັກ ເຮັດແບບງ່າຍໆ, ແບບ ຮູບການ, ສະຫລຸບຕີລາຄາໝົດທຸກ ຄົນເປັນປະເພດດີເດັ່ນ, ປະເພດ ແຂງ, ເປັນໜ່ວນພັກປອດໃສເຂັ້ມ ແຂງໜັກແໜ້ນໝົດ, ແຕ່ເບິ່ງໜ້າທີ່ ຕົວຈິງ ພັດບໍ່ມີຜົນສໍາເລັດ ແລະ ບໍ່ມີ ການຫັນປ່ຽນໃໝ່ເທົ່າທີ່ຄວນ. - ຕ້ອງກໍາແໜ້ນບັນດາທິດທາງ ວຽກງານຈຸດສຸມ ແລະ ມາດຕະ ການຈັດຕັ້ງປະຕິບັດຕົວຈິງ, ເດັດ ດ່ຽວປະຕິບັດໃຫ້ປະກົດຜົນເປັນ ຈິງ ມະຕິຂອງພັກກ່ຽວກັບການຍົກ ສູງຄຸນນະພາບວຽກງານການ ເມືອງ-ແນວຄິດ ໃນໄລຍະໃໝ່. ເຖິງ ວ່າຫຍຸ້ງຍາກສັບສົນປານໃດກໍ່ຕ້ອງ ຈັດຕັ້ງປະຕິບັດໃຫ້ໄດ້ ໂດຍຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຄະນະພັກແຕ່ລະຂັ້ນ. ບັນຫາສໍາຄັນ ໜຶ່ງແມ່ນການຍົກລະດັບຄວາມຮູ້ ທາງດ້ານທິດສະດີການເມືອງ ໃຫ້ ພະນັກງານ-ສະມາຊິກພັກ, ການ ຝຶກຝົນຫລໍ່ຫລອມຕົນເອງ, ການຮັກ ສາຄຸນສົມບັດສິນທໍາປະຕິວັດ, ແບບ ແຜນການດໍາລົງຊີວິດ ທີ່ແອດໃສ ຂາວສະອາດ, ການເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດ ໝາຍຂອງລັດ ຢ່າງເຂັ້ມງວດ, ມີລະ ບຽບວິໄນຕໍ່ການຈັດຕັ້ງ, ມີກົນໄກ ຕິດຕາມ ກວດກາ ການປະຕິບັດໜ້າ ທີ່ວຽກງານຂອງພະນັກງານ-ສະ ມາຊິກພັກ ຢ່າງເຂັ້ມງວດ. ເພື່ອເຮັດໃຫ້ມະຕິຂອງພັກ ວ່າ ດ້ວຍການຍົກສູງຄຸນນະພາບວຽກ ງານການເມືອງ-ແນວຄິດ ໃນໄລຍະ ໃໝ່, ຄະນະພັກທຸກຂັ້ນ, ພະນັກງານ ສະມາຊິກພັກ ເປັນເຈົ້າການ ແລະ ແບບຢ່າງນໍາໜ້າໃນການເສີມຂະ ຫຍາຍຄວາມເປັນເຈົ້າການ, ດ້ວຍ ຫົວຄິດປະດິດສ້າງ ແລະ ກໍາລັງສັງ ລວມ ປະຕິບັດຢ່າງເຂັ້ມແຂງທຸກ ຂົງເຂດວຽກງານ, ສົມທົບແໜ້ນ ກັບການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ມະຕິວ່າດ້ວຍການເພີ່ມທະວີ ການນໍາພາຂອງພັກ ຕໍ່ວຽກງານ ວັດທະນະທໍາ ໃນໄລຍະໃໝ່, ຕິດພັນ ກັບການຊຸກຍູ້ວຽກງານຄົ້ນຄວ້າ, ສຶກສາຮໍ່າຮຽນຄຸນສົມບັດສິນທໍາ ປະຕິວັດ, ແບບແຜນດໍາລົງຊີວິດ ແລະ ການເຄື່ອນໄຫວຂອງປະທານ ໄກສອນພົມວິຫານໃຫ້ເປັນປົກກະຕິ ປະຈໍາວັນ ຂອງພະນັກງານ-ສະມາ ຊິກພັກແຕ່ລະສະຫາຍ. ທີ2ທັນວາຄົບຮອບ47ປີວ່າ:ການ ສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໃນວັນ ທີ 2/12/1975 ເປັນຂີດໝາຍທາງ ປະຫວັດສາດຂອງຊາດລາວເຮົາ; ເປັນໄລຍະທີ່ປະຊາຊົນລາວ ບັນດາ ເຜົ່າ ເປັນເຈົ້າປະເທດຊາດ, ເປັນເຈົ້າ ຊະຕາກໍາຂອງຕົນຢ່າງແທ້ຈິງ ແລະ ກ້າວຂຶ້ນສູ່ເສັ້ນທາງອັນສະຫວ່າງ ສະໄຫວ ຂອງລັດທິສັງຄົມນິຍົມ. ຕະຫລອດໄລຍະ 47 ປີ ຂ້າພະເຈົ້າ ສັງເກດເຫັນວ່າ: ໂດຍພາຍໃຕ້ການ ນໍາພາອັນຖືກຕ້ອງຂອງພັກ ແລະ ດ້ວຍການເສີມຂະຫຍາຍກໍາລັງ ແຮງສັງລວມຂອງຊາດ, ຂອງຍຸກ ສະໄໝໄດ້ສ້າງຄວາມເຊື່ອໝັ້ນໃຫ້ ແກ່ປະຊາຊົນບັນດາເຜົ່າແລະ ເພື່ອນ ມິດສາກົນ, ທັງສ້າງພື້ນຖານອັນ ໜັກແໜ້ນໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນສະຖຽນລະພາບທາງ ການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ວັດທະນະທໍາ-ສັງຄົມ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງ ໜ້າ, ຖະໜົນຫົນທາງໄດ້ຮັບການ ກໍ່ສ້າງແຕ່ເໝືອຮອດໃຕ້, ເຮັດໃຫ້ຊີ ວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງດີຂຶ້ນເປັນລໍາ ດັບ ແລະ ຜົນງານອື່ນໆອີກຢ່າງ ຫລວງຫລາຍ. ຫົວໜ້າກົມຈັດຕັ້ງພະນັກງານ ສານປະຊາຊົນສູງສຸດ ກ່າວວ່າ: ໃນ ນາມເປັນພະນັກງານຜູ້ໜຶ່ງ ພ້ອມ ແລ້ວທີ່ຈະປະກອບສ່ວນໃນການ ສ້າງສາພັດທະນາປະເທດຊາດ, ຮັບໃຊ້ປະຊາຊົນໂດຍສະເພາະໃນ ຂົງເຂດຕຸລາການ ໃຫ້ລ້ອນໜ້າທີ່ ຕາມການມອບໝາຍຂອງການຈັດ ຕັ້ງພ້ອມທັງປົກປ້ອງຜົນປະໂຫຍດ ອັນຊອບທໍາຂອງປະຊາຊົນ ເພື່ອ ເຮັດມີຄວາມຍຸຕິທໍາໃນສັງຄົມ. ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ. ຂ່າວ, ພາບ: ຂັນໄຊ * ບົດກ່ອນໄດ້ຍົກໃຫ້ເຫັນແລ້ວ ວ່າວຽກງານການເມືອງ-ແນວຄິດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນຂອງ ວຽກງານກໍ່ສ້າງພັກ. ເມື່ອເປັນຄື ແນວນັ້ນ, ພວກເຮົາຍິ່ງຕ້ອງເຂົ້າໃຈ ຢ່າງເລິກເຊິ່ງເຖິງຖອງ ແລະ ສາ ມາດຜັນຂະຫຍາຍໃຫ້ຖືກທິດ... ດ້ວຍການສືບຕໍ່ເພີ່ມທະວີວຽກງານ ການເມືອງ-ແນວຄິດ ປະກອບສ່ວນ ໃນຄວາມເປັນເອກະພາບດ້ານແນວ ຄິດ ແລະ ການກະທໍາ, ຄວາມເຊື່ອ ໝັ້ນ ແລະ ນໍ້າໃຈຟົດຟື້ນປະຕິວັດ ຂອງພະນັກງານ-ສະມາຊິກພັກ, ກໍາລັງປະກອບອາວຸດ, ປະຊາຊົນບັນ ດາເຜົ່າ ໃຫ້ເປັນກໍາລັງແຮງສັງລວມ ໃນການປົກປັກຮັກສາແລະສ້າງສາ ພັດທະນາປະເທດຊາດຕາມທິດ ກ້າວສູ່ຈຸດໝາຍສັງຄົມນິຍົມ... ບົດນີ້ສືບຕໍ່ຍົກໃຫ້ເຫັນວ່າຕະ ຫລອດໄລຍະຜ່ານມາ, ພັກ-ລັດ ເຮົາ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານ ການເມືອງ-ແນວຄິດ, ນໍາພາເຮັດ ວຽກງານການເມືອງ-ແນວຄິດ ດ້ວຍຫລາຍເນື້ອໃນ-ຮູບການສອດ ຄ່ອງກັບແຕ່ລະໄລຍະ, ແຕ່ລະເປົ້າ ໝາຍ, ໄດ້ມີການຈັດຕັ້ງຮໍ່າຮຽນບັນ ດາຫລັກມູນທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວ ທາງຂອງພັກ, ນະໂຍບາຍ-ກົດ ໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ ໃຫ້ແກ່ພະນັກງານ, ສະ ມາຊິກພັກ ແລະ ປະຊາຊົນ ບັນດາ ເຜົ່າໃຫ້ມີສະຕິຊາດ, ສະຕິຕື່ນຕົວ ເປັນເຈົ້າຕົນເອງ, ເຊື່ອໝັ້ນຕໍ່ອຸດົມ ການຂອງຂອງພັກ. ປະຕິບັດຕາມທິດນໍາທີ່ວ່າ “ເພີ່ມ ທະວີການເຄື່ອນໄຫວການເມືອງ ແລະ ນໍາພາແນວຄິດຢູ່ພາຍໃນການ ຈັດຕັ້ງທຸກຂັ້ນ, ຕິດພັນກັບການດໍາ ເນີນການປັບປຸງພາຍໃນຢ່າງຕໍ່ ເນື່ອງ ໂດຍຖືເອົາການຕໍ່ສູ້ຕ້ານແນວ ຄິດຄອງເດີມ, ທັດສະນະການເມືອງ ທີ່ຜິດເຂວ, ແບບແຜນນໍາພາທີ່ບໍ່ຖືກ ຕ້ອງກໍ່ຄືຄ່ານິຍົມທີ່ບໍ່ເໝາະສົມ...”, 7eG vto5 ]a dF vto5 Ia d * ຜ່ານມາ, ພຶດຕິກໍາຕົວຈິງ ໄດ້ໃຫ້ ພວກເຮົາເຫັນວ່າ ການຊົມໃຊ້ບາງ ຄໍາສັບໃນພາສາລາວ ຍັງມີຂໍ້ຖົກຖຽງ ລະຫວ່າງການຖືເອົາຄວາມຊິນເຄີຍ ຂອງຜູ້ໃຊ້ເອງ ຫລື ອີງໃສ່ລະບົບການ ຮຽນໃນໄລຍະປະຫວັດສາດໃດໜຶ່ງ ທີ່ອາດຈະແຕກຕ່າງກັນ ກັບຫລັກການ ປາກເວົ້າ ແລະ ຂີດຂຽນ(ໄວຍາກອນ) ທີ່ພວມໃຊ້ໃນປັດຈຸບັນ, ອັນໄດ້ກາຍ ເປັນບັນຫາໜຶ່ງ ເຮັດໃຫ້ມີການໃຊ້ (ຮູບຂຽນ ຫລື ການສະກົດຄຳສັບ) ຫລວງນໍ້າທາ ໄດ້ເອົາໃຈໃສ່ໃນການ ເຄື່ອນໄຫວເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກໍາຕ່າງໆທີ່ສະແດງໃຫ້ເຫັນ ເຖິງຜົນຮ້າຍຂອງຢາເສບຕິດດ້ວຍ ຫລາຍຮູບການ ເປັນຕົ້ນແມ່ນການລົງ ໂຄສະນາຢູ່ບັນດາຊຸມຊົນ, ໂຮງຮຽນ, ໂຄສະນາຜ່ານສື່ສັງຄົມອອນລາຍ ແລະ ຕິດປ້າຍໂຄສະນາປຸກລະດົມຕ່າງໆ. ພ້ອມນີ້, ຍັງໄດ້ຫັນເອົາຮູບການສ້າງ ບົດບັນທຶກກັບແຕ່ລະຄອບຄົວ, ບຸກຄົນ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫລວດ ບໍ່ໃຫ້ຫຍຸ້ງກ່ຽວ, ພົວ ພັນກັບຢາເສບຕິດຢ່າງເດັດຂາດ ພ້ອມ ສຸມໃສ່ເກັບກຳຂຶ້ນບັນຊີເປົ້າໝາຍທີ່ ມີການພົວພັນກັບຢາເສບຕິດ ນັບທັງ ຜູ້ຄ້າຂາຍລາຍໃຫຍ່, ລາຍຍ່ອຍ ແລະ ຜູ້ເສບໃນທົ່ວແຂວງໄດ້ທັງໝົດ 8.000 ກ່ວາຄົນ. ໃນນັ້ນ, ຈໍານວນຜູ້ເສບກວມ ເອົາ 6.000 ກ່ວາຄົນສະເລ່ຍກວມເອົາ 4,21% ຂອງຈຳນວນ ພົນລະເມືອງ ໃນທົ່ວແຂວງ. ຢ່າງໃດກໍຕາມ, ສະເພາະຜົນງານ ພົ້ນເດັ່ນທີ່ກອງບັນຊາການປກສແຂວງ ຫລວງນໍ້າທາ ສາມາດປະຕິບັດໄດ້ນັບ ແຕ່ມີວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຢາເສບຕິດ ຄື: ໄດ້ສ້າງບົດບັນ ທຶກກັບບັນດາຄອບຄົວສຳເລັດແລ້ວ 35.089 ຄອບຄົວ ກວມ 86,50%, ສ້າງບົດບັນທຶກນຳບຸກຄົນທີ່ພົວພັນ ກັບຢາເສບຕິດໄດ້ 7.000 ກວ່າຄົນ ກວມ93,31%, ກວດນຳປັດສະວະໃຫ້ ພະນັກງານ-ລັດຖະກອນ, ທະຫານຕຳຫລວດສຳເລັດ 34 ພາກສ່ວນ ມີ ຜູ້ເຂົ້າຮ່ວມທັງໝົດ 1.563 ຄົນ; ລົງ ກວດນ້ຳປັດສະວະຂອງນັກຮຽນ ທີ່ ເປັນເປົ້າໝາຍສຳເລັດ 13 ໂຮງຮຽນ ຈໍານວນ 324 ຄົນ, ໄດ້ບຳບັດຜູ້ຕິດຢາ ເສບຕິດດ້ວຍຫລາຍຮູບການ ເຖິງແມ່ນ ວ່າແຂວງຫລວງນໍ້າທາຈະບໍ່ມີສູນບໍາ ບັດແບບຖາວອນ ແຕ່ພວກເຮົາກໍໄດ້ ໃຊ້ຮູບການລະດົມບັນດາຜູ້ປະກອນ ການ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ມີອາຄານສະຖານທີ່ ຫວ່າງ ເພື່ອຂໍມານຳໃຊ້ເປັນຈຸດບໍາບັດ ແບບຊົ່ວຄາວພ້ອມທັງໄດ້ລະດົມປະຊາ ຊົນຜູ້ທີ່ຕິດຢາເສບຕິດ ຈິງໃຈເຂົ້າບໍາບັດ ຕາມຈຸດທີ່ພວກເຮົາໄດ້ກໍນົດ, ມີບາງ ຄົນມີພະຍາດແຊກຊ້ອນ ບໍ່ສາມາດເຂົ້າ ບໍາບັດຮ່ວມກັບບຸກຄົນອື່ນ ໄດ້ແມ່ນ ພວກເຮົາໄດ້ໃຊ້ຮູບການໃຫ້ບໍາບັດຢູ່ ເຮືອນ ແລະ ໄດ້ແຕ່ງຕັ້ງຄະນະບ້ານຕິດ ຕາມ; ຜ່ານການຈັດຕັ້ງປະຕິບັດສາ ມາດບຳບັດໄດ້ທັງໝົດ 646 ຄົນ. ນອກນັ້ນ, ໃນໄລຍະຈັດຕັ້ງປະຕິ ບັດວາລະແຫ່ງຊາດນັບແຕ່ເດືອນກັນ ຍາ 2021 ເຖິງປັດຈຸບັນ ເຈົ້າໜ້າທີ່ຕໍາ ຫລວດ ປກສ ແຂວງ ຍັງສາມາດມ້າງ ຄະດີຢາເສບຕິດໄດ້ທັງໝົດ 159 ເລື່ອງ ກັກຜູ້ຖືກຫາ 215 ຄົນ ຍິງ 21 ຄົນ, ຄົນຕ່າງປະເທດ 2 ຄົນ ແລະ ຢຶດ ຂອງກາງປະເພດຢ່າບ້າ 149.975 ເມັດ, ຝິ່ນ 43,7 ກິໂລກລາມ, ເຮໂລອິນ 700 ກລາມ, ໄອສ 1,38 ກລາມ ແລະ ຍັງມີອຸປະກອນ, ພາຫະນະຮັບໃຊ້ອີກ ຈຳນວນໜຶ່ງ ພ້ອມນີ້, ຍັງໄດ້ສົມທົບກັບ ພາກສ່ວນກ່ຽວຂອງລົງທຳລາຍພື້ນທີ່ ປູກຝິ່ນ 100 ກວ່າເຮັກຕາ.

RkJQdWJsaXNoZXIy MTc3MTYxMQ==