5561

-6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko [5 oot,a fltdkortmkfs];'xu oU wfh 9a f0B o1j k'7b d7N o 24/11/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກສະບັບກ່ອນ *** *** ອ່ານຕໍ່ສະບັບໜ້າ *** ພວກເຮົາຕ້ອງລົງເລິກການປະ ຕິຮູບໃຫ້ການບໍລິຫານກະທັດຮັດ, ການກະຈາຍສິດອຳນາດໃຫ້ຂັ້ນ ລຸ່ມ, ເອົາການກະຈາຍສິດອຳນາດ ໃຫ້ຂັ້ນລຸ່ມກັບການຄຸ້ມຄອງບໍລິຫານ ປະສົມປະສານກັນແລະປັບປຸງການ ບໍລິການໃຫ້ດີຂຶ້ນ. ພວກເຮົາຕ້ອງ ສ້າງຕະຫລາດໃຫຍ່ທີ່ເປັນເອກະ ພາບກັນໃນທົ່ວປະເທດ, ລົງເລິກ ການປະຕິຮູບປັດໄຈການຜະລິດ ຕາມຫລັກການຕະຫລາດ, ສ້າງລະ ບົບຕະຫລາດທີ່ມີມາດຕະຖານສູງ. ຕ້ອງບູລະນະລະບອບເສດຖະ ກິດຕະຫລາດພື້ນຖານໃນດ້ານຕ່າງໆ ເຊັ່ນ: ການປົກປ້ອງສິດຊັບສິນ, ການ ອະນຸຍາດເຂົ້າຕະຫລາດ, ການແຂ່ງ ຂັນຢ່າງຍຸຕິທຳ, ຄວາມໜ້າເຊື່ອຖື ໃນສັງຄົມ ແລະອື່ນໆ ໃຫ້ຄົບຖ້ວນ ສົມບູນ, ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດໃຫ້ດີຂຶ້ນ. ພວກ ເຮົາຕ້ອງປັບປຸງລະບົບຄຸ້ມຄອງເສດ ຖະກິດມະຫາພາກໃຫ້ສົມບູນຂຶ້ນ, ເສີມຂະຫຍາຍບົດບາດຂອງແຜນ ການພັດທະນາແຫ່ງຊາດໃນການ ເປັນທິດຊີ້ນຳທາງຍຸດທະສາດ, ເພີ່ມທະວີການປະສານສົມທົບຢ່າງ ກົມກຽວກັນລະຫວ່າງ ນະໂຍບາຍ ການເງິນ ແລະ ນະໂຍບາຍເງິນຕາ, ສຸມໃສ່ການເປີດກວ້າງຄວາມຕ້ອງ ການພາຍໃນ, ເພີ່ມທະວີບົດບາດ ພື້ນຖານຂອງການບໍລິໂພກທີ່ມີຕໍ່ ການພັດທະນາຂອງເສດຖະກິດ ແລະ ເພີ່ມທະວີບົດບາດຂໍກຸນແຈ ຂອງການລົງທຶນທີ່ມີຕໍ່ການປັບປຸງ ອົງປະກອບຂອງການສະໜອງ. ຕ້ອງປັບປຸງລະບຽບການງົບປະ ມານຍຸກປັດຈຸບັນໃຫ້ສົມບູນຂຶ້ນ, ປັບປຸງອົງປະກອບລະບຽບການ ສ່ວຍສາອາກອນໃຫ້ດີຂຶ້ນ, ບູລະນະ ລະບຽບການປ່ຽນໂອນການຈ່າຍ ດ້ານການເງິນໃຫ້ດີຂຶ້ນ. ລົງເລິກ ການປະຕິຮູບໂຄງປະກອບດ້ານ ການເງິນ, ສ້າງລະບຽບການທະ ນາຄານກາງຍຸກປັດຈຸບັນ, ເພີ່ມທະ ວີ ແລະ ປັບປຸງການຕິດຕາມຄຸ້ມ ຄອງການທະນາຄານຍຸກປັດຈຸບັນ, ເພີ່ມທະວີລະບົບຄ້ຳປະກັນຄວາມ ໝັ້ນຄົງດ້ານການທະນາຄານ, ຈັດ ການເຄື່ອນໄຫວດ້ານການທະນາ ຄານທຸກປະເພດເຂົ້າໃນການຕິດ ຕາມຄຸ້ມຄອງຕາມກົດໝາຍ, ຮັກສາ ເສັ້ນແດງທີ່ບໍ່ໃຫ້ເກີດຄວາມສ່ຽງ ຢ່າງເປັນລະບົບ. ຕ້ອງບູລະນະບົດ ບາດຂອງຕະຫລາດທຶນໃຫ້ສົມບູນ ຂຶ້ນ, ຍົກອັດຕາສ່ວນແຫ່ງການລະ ດົມທຶນໂດຍກົງໃຫ້ສູງຂຶ້ນ. ຕ້ອງ ເພີ່ມທະວີການຕ້ານການຜູກຂາດ ແລະການຕ້ານການແຂ່ງຂັນທີ່ບໍ່ຍຸ ຕິທຳ, ແກ້ໄຂບັນຫາການປົກປ້ອງ ທ້ອງຖິ່ນ ແລະ ການຜູກຂາດດ້ານ ການບໍລິຫານ, ປັບປຸງ ແລະ ນຳພາ ການພັດທະນາຂອງທຶນຮອນມີ ຄວາມເປັນລະບຽບແບບແຜນ ແລະ ປອດໃສຕາມກົດໝາຍ. (ສອງ) ສ້າງລະບົບອຸດສາຫະ ກຳທັນສະໄໝ. ພວກເຮົາຕ້ອງຍຶດ ໝັ້ນຖືການອອກແຮງຊຸກຍູ້ເສດຖະ ກິດຮູບປະທຳໄວ້ຢູ່ໃນຖານະສຳຄັນ ແຫ່ງການພັດທະນາເສດຖະກິດ, ຊຸກຍູ້ການຫັນເປັນອຸດສາຫະກຳ ແບບໃໝ່, ເລັ່ງລັດສ້າງສາປະເທດ ເຂັ້ມແຂງດ້ານການຜະລິດ, ປະເທດ ເຂັ້ມແຂງດ້ານຄຸນນະພາບ, ປະເທດ ເຂັ້ມແຂງດ້ານການບິນອະວະກາດ, ປະເທດເຂັ້ມແຂງດ້ານຄົມມະນາ ຄົມ, ປະເທດເຂັ້ມແຂງດ້ານເຄືອຂ່າຍ ອິນເຕີເນັດ ແລະ ປະເທດຈີນ ດີຈິ ຕອນ. ຕ້ອງປະຕິບັດໂຄງການສ້າງ ພື້ນຖານອຸດສາຫະກຳຄືນໃໝ່ ແລະ ໂຄງການແກ້ໄຂຂອດຫຍຸ້ງຍາກ ກ່ຽວກັບເຕັກນິກ ແລະ ອຸປະກອນ ທີ່ສຳຄັນ, ສະໜັບສະໜູນການພັດ ທະນາຂອງວິສາຫະກິດໃນຂົງເຂດ ວິຊາສະເພາະ, ຂົງເຂດເຕັກນິກຍອດ ຢ້ຽມ, ຂົງເຂດພິເສດ ແລະ ຂົງເຂດ ໃໝ່, ຊຸກຍູ້ການພັດທະນາອຸດສາຫະ ກຳການຜະລິດໃຫ້ມີລະດັບສູງ, ຫັນ ເປັນອັດສະລິຍະ ແລະ ເປັນແບບ ສີຂຽວ. ພວກເຮົາຕ້ອງປັບປຸງຖານະ ນຳໜ້າຂອງອຸດສາຫະກຳທີ່ມີທ່າ ແຮງ, ເລັ່ງດັດແກ້ຈຸດອ່ອນຂອງຂົງ ເຂດທີ່ກ່ຽວພັນກັບການພັດທະນາ ດ້ານຄວາມໝັ້ນຄົງ, ຍົກສູງຄວາມ ສາມາດໃນການສະໜອງ ແລະ ຮັບ ປະກັນຊັບພະຍາກອນທີ່ມີລັກສະນະ ຍຸດທະສາດ. ຕ້ອງຊຸກຍູ້ການພັດທະ ນາເປັນກຸ່ມແບບເຊື່ອມໂຍງຂອງອຸດ ສາຫະກຳທີ່ຈະເລີນໃໝ່ທີ່ມີລັກສະ ນະຍຸດທະສາດ, ສ້າງກຳລັງຂັບ ເຄື່ອນການເຕີບໂຕອັນໃໝ່ໃນຂົງ ເຂດຕ່າງໆ ເຊັ່ນ: ເຕັກໂນໂລຊີຂໍ້ມູນ ຂ່າວສານລຸ້ນໃໝ່, ປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ພະລັງງານ ໃໝ່, ວັດຖຸໃໝ່, ອຸປະກອນລະດັບສູງ, ການປົກປັກຮັກສາສິ່ງແວດລ້ອມ ແບບສີຂຽວ ແລະ ອື່ນໆ. ຕ້ອງສ້າງ ລະບົບໃໝ່ຂອງຂະແໜງການບໍລິ ການທີ່ມີຄຸນນະພາບ ແລະ ມີປະສິດ ທິພາບສູງ, ຊຸກຍູ້ໃຫ້ຂະແໜງການ ບໍລິການຍຸກປັດຈຸບັນເຊື່ອມໂຍງເຂົ້າ ກັບອຸດສາຫະກຳການຜະລິດທີ່ກ້າວ ໜ້າ ແລະ ກະສິກຳຍຸກປັດຈຸບັນຢ່າງ ເລິກເຊິ່ງ. ຕ້ອງເລັ່ງລັດພັດທະນາ ອິນເຕີເນັດທີ່ເຊື່ອມຕໍ່ວັດຖຸສິ່ງຂອງ ຕ່າງໆ, ສ້າງລະບົບຈໍລະຈອນທີ່ມີປະ ສິດ ທິພາບສູງ ແລະສະດວກ, ຫລຸດ ຕົ້ນທຶນຂອງການຈໍລະຈອນສິນຄ້າ ໃຫ້ຕ່ຳລົງ. ຕ້ອງເລັ່ງພັດທະນາເສດ ຖະກິດດີຈີຕອນ, ຊຸກຍູ້ໃຫ້ເສດຖະ ກິດດີຈິຕອນ ແລະ ເສດຖະກິດຮູບ ປະທຳເຊື່ອມໂຍງເຂົ້າກັນຢ່າງເລິກ ເຊິ່ງ, ສ້າງເປັນກຸ່ມອຸດສາຫະກຳດີ ຈິຕອນທີ່ມີຄວາມສາມາດແຂ່ງຂັນ ໃນສາກົນ. ຕ້ອງປັບປຸງການຈັດ ວາງ,ອົງປະກອບ,ບົດບາດແລະລະ ບົບຂອງພື້ນຖານໂຄງລ່າງໃຫ້ດີຂຶ້ນ, ສ້າງລະບົບພື້ນຖານໂຄງລ່າງທີ່ ທັນສະໄໝ. (ສາມ)ຊຸກຍູ້ການພັດທະນາຊົນ ນະບົດໃຫ້ຈະເລີນຢ່າງຮອບດ້ານ. ການສ້າງສາປະເທດສັງຄົມນິຍົມ ທັນສະໄໝຢ່າງຮອບດ້ານ, ໜ້າທີ່ ລຳບາກທີ່ສຸດ ແລະ ໜັກໜ່ວງທີ່ສຸດ ຍັງແມ່ນຢູ່ໃນຊົນນະບົດ. ພວກເຮົາ ຕ້ອງຍຶດໝັ້ນໃຫ້ບຸລິມະສິດໃນການ ພັດທະນາກະສິກຳ ແລະ ຊົນນະບົດ, ຍຶດໝັ້ນໃຫ້ຕົວເມືອງ ແລະ ຊົນ ນະບົດພັດທະນາແບບເຊື່ອມໂຍງ ກັນ, ເຮັດໃຫ້ປັດໄຈຕົວເມືອງ ແລະ ຊົນນະບົດສາມາດເຄື່ອນໄຫວຢ່າງ ສະດວກ. *ບຸນນະມັດສະການພະທາດ ຫລວງ ແລະ ງານຕະຫລາດນັດປະ ຈຳປີ 2022 ໄດ້ຈັດຂຶ້ນຢ່າງຄຶກ ຄື້ນເປັນເວລາ 5 ວັນແຕ່ວັນທີ 4-8 ພະຈິກ 2022 ໂດຍມີກິດຈະກຳ ວາງສະແດງສິນຄ້າ ແລະ ເລີ່ມຕົ້ນ ການຄົບງັນ, ມີສູດປະລິຕະມຸງຄຸນ, ມີພິທີແຫ່ຜາສາດເຜີ້ງ, ມີພິທີຕັກ ບາດຖວາຍສັງຄະທານແດ່ພະສົງ ມາຈາກທົ່ວປະເທດ ແລະ ຕ່າງປະ ເທດ, ໃນວັນດຽວກັນກໍ່ມີການແຂ່ງ ຂັນກິລາພື້ນບ້ານ (ຕີຄີ), ຕອນ ຄ່ຳກໍ່ມີພິທີວຽນທຽນ ແລະ ຈູດ ບັ້ງໄຟສັກກາລະບູຊາອົງພະທາດ ຫລວງ ແລະ ຄົບງັນຕາມຮີດຄອງ ປະເພນີທີ່ເຄີຍປະຕິບັດກັນມາ. ພະ ທາດຫລວງວຽງຈັນ ເປັນປູສະນີ ຍະສະຖານບູຮານອັນເກົ່າແກ່ ແລະ ເປັນມໍລະດົກວັດທະນະທໍາຂອງ ຊາດ ຊຶ່ງເປັນພະທາດທີ່ສວຍງາມ ແລະ ເປັນສັນຍະລັກທີ່ສໍາຄັນຂອງ ຄົນລາວ ແຕ່ອະດີດເຖິງປັດຈຸບັນ. ສຳລັບງານວາງສະແດງສິນຄ້າ ແມ່ນເປີດໃຫ້ມວນຊົນເຂົ້າທ່ຽວຊົມ ໃນງານມີສິນຄ້າໂອດັອບ, ສິນຄ້າ ຄອບຄົວຕົວແບບ, ສິນຄ້າອຸດສາ ຫະກຳ, ກະສິກຳ ແລະ ບໍລິການ ຊຶ່ງນຳມາຈາກທຸກສາລະທິດທົ່ວປະ ເທດ ແລະ ຕ່າງປະເທດເຂົ້າຮ່ວມ. ນອກນັ້ນ ຍັງມີປະເພດອາຫານ ເຄື່ອງດື່ມ, ເຂົ້າຫລາມປີ້ງໄກ່ຢູ່ຂອບ ເຂດຮອບນອກ. ໃນງານບຸນຍັງມີ ການສະແດງສິລະປະ-ວັນນະຄະ ດີຢູ່ເວທີກາງຊຶ່ງປະກອບມີບົດ ຟ້ອນ, ຂັບລຳ ຈາກກອງສິລະປະ ກອນສູນກາງ, ກອງສິລະປະກອນ ກອງທັບ, ໜ່ວຍສິລະປະກອນຈາກ 9 ເມືອງ ພາຍໃນນະຄອນຫລວງ ວຽງຈັນ, ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ມາເຂົ້າ ຮ່ວມສະແດງໃນແຕ່ລະວັນ.ການ ຄົບງັນ ແລະ ທ່ຽວຊົມງານວາງ ສະແດງສິນຄ້າປີນີ້ ນະຄອນຫລວງ ວຽງຈັນ ເອົາໃຈໃສ່ທີ່ສຸດໃນເລື່ອງ ການຮັກສາຄວາມສະຫງົບ, ຄວາມ ປອດໄພ, ຮີດຄອງປະເພນີອັນ ດີ ງາມຂອງຊາດ, ການຮັກສາຄວາມ ສະອາດ, ອະນາໄມ, ການ ປ້ອງກັນ ພະຍາດ, ລະບາຍການຈະລາຈອນ ແອອັດ, ມີບໍລິການລົດເມ ໂດຍ ສານບໍ່ເສຍຄ່າເຂົ້າສູ່ງານ ແລະ ອອກໄປຈາກງານ. ຄະນະພັກຮາກຖານ... ພັກ, ສະມາຊິກພັກທີ່ຂຶ້ນກັບຄະນະ ພັກຮາກຖານກົມສ່ວຍສາອາກອນເຂົ້າ ຮ່ວມ. ໃນກອງປະຊຸມສະຫາຍ ບຸນປະເສີດ ສີກຸນລະບຸດ ກຳມະການພັກກະຊວງ, ເລຂາຄະນະພັກຮາກຖານກົມສ່ວຍ ສາອາກອນໄດ້ສະຫລຸບຕີລາຄາລວມ ເຫັນວ່າ: ຄະນະພັກຮາກຖານ, ໄດ້ ເອົາໃຈໃສ່ຊີ້ນຳ-ນໍາ ພາບັນດາໜ່ວຍພັກ ອ້ອມຂ້າງຄະນະພັກຮາກຖານຢ່າງໃກ້ ຊິດຕິດແທດ; ເພີ່ມທະວີເອົາໃຈໃສ່ສຶກ ສາອົບຮົມດ້ານການເມືອງ-ແນວຄິດໃຫ້ ພະນັກງານ-ສະມາຊິກພັກ, ກວດກາ, ຕິດຕາມ, ປະເມີນຜົນການຈັດຕັ້ງປະ ຕິບັດວຽກງານປະຈໍາປີຂອງພະນັກ ງານ-ສະມາຊິກພັກ ທັງໝົດ 125 ສະ ຫາຍ, ຍິງ 44 ສະຫາຍ; ຊຸກຍູ້ການ ປະຕິບັດໜ້າທີ່ການເມືອງໂດຍເລັ່ງ ໃສ່ວຽກງານເກັບລາຍຮັບເປັນຕົ້ນຕໍ; ເອົາໃຈໃສ່ໃນວຽກງານກົງຈັກການຈັດ ຕັ້ງ ໂດຍສະເພາະການກະກຽມປັບປຸງ ພາລະບົດບາດຂອງຂະແໜງສ່ວຍ ສາອາກອນຄືນໃໝ່ ເພື່ອໃຫ້ສອດຄ່ອງ ແທດເໝາະກັບວຽກງານຕົວຈິງ; ພາຍ ຫລັງມີການຖອດຖອນບົດຮຽນຈາກ ການຈັດຕັ້ງປະຕິບັດໃນປີຜ່ານມາ, ສະ ມາຊິກພັກ-ພະນັກງານມີແນວຄິດຫລັກ ໝັ້ນ, ອຸ່ນອຽງ, ທຸ່ນທ່ຽງພ້ອມກັນປະ ຕິບັດຕາມແນວທາງຂອງພັກ-ລັດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງສະແດງ ອອກໃຫ້ເຫັນດ້ານດີຜົນສໍາເລັດ; ຄະ ນະພັກຮາກຖານກົມສ່ວຍສາອາກອນ ໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມຄະນະບໍລິຫານ ງານພັກເປີດກ້ວາງຄັ້ງ ທີ 1 ຫາ 6, ສະໄໝທີ III ຂອງອົງຄະນະພັກກະຊວງ ການເງິນຢ່າງຕັ້ງໜ້າ; ເອົາໃຈໃສ່ໃນ ການຜັນຂະຫຍາຍມະຕິຄຳສັ່ງຕ່າງໆ ທີ່ທາງຂັ້ນເທິງວາງອອກແຕ່ລະໄລຍະ ໃຫ້ເຂົ້າສູ່ລວງເລິກ ແລະ ຜັນຂະຫຍາຍ ເຂົ້າໃນວຽກງານວິຊາສະເພາະຕົວຈິງ ໂດຍສະເພາະການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ຄໍາສັ່ງເລກທີ 18/ນຍ ວ່າດ້ວຍການສະກັດກັ້ນແລະ ຕ້ານການ ຮົ່ວໄຫລຂອງລາຍຮັບງົບປະມານ. ຜ່ານການຈັດຕັ້ງປະຕິບັດບັນດາ ມະຕິຄຳສັ່ງໃນ 11 ເດືອນ ປີ 2022 ຄະ ນະພັກຮາກຖານກົມສ່ວຍສາອາກອນ, ສາມາດຍາດມາໄດ້ຜົນສຳເລັດໃນການ ຈັດຕັ້ງປະຕິບັດເກັບລາຍຮັບໄດ້ທັງ ໝົດຮອດວັນທີ 14 ພະຈິກ 2022 ສາ ມາດເກັບໄດ້ 17.602 ຕື້ກວ່າກີບ, ເທົ່າ ກັບ 88,8% ຂອງແຜນການດັດແກ້ ໃນນີ້, ສ່ວຍສາອາກອນປະຕິບັດໄດ້ 11.727ຕື້ກວ່າກີບ, ເທົ່າກັບ81,31%, ລາຍຮັບຊັບສິນປະຕິບັດ ໄດ້ 4.233 ຕື້ກີບ, ເທົ່າກັບ 108,9%,ລາຍຮັບ ຈາກກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ ປະຕິບັດໄດ້ 1,640 ຕື້ກີບເທົ່າກັບ 108,5% ຂອງ ແຜນດັດແກ້. ພ້ອມກັນນັ້ນ, ກົມສ່ວຍ ສາອາກອນ ໄດ້ແຕ່ງຕັ້ງຄະນະຮັບຜິດ ຊອບຊຸກຍູ້ລາຍຮັບທ້າຍປີ ໂດຍແບ່ງ ຄວາມຮັບຜິດຊອບໃຫ້ຄະນະກົມໃນ ການຕິດຕາມ, ກວດກາ ແລະ ຊຸກຍູ້ການ ເກັບລາຍຮັບຈາກຫົວໜ່ວຍທຸລະກິດ ຂະໜາດໃຫຍ່ ແລະ ຄາດວ່າໝົດປີຈະ ສາມາດປະຕິບັດລາຍຮັບທັງໝົດເທົ່າ ກັບ 113,6% ໃນນີ້, ສ່ວຍສາອາກອນ ລາຍຮັບໝົດປະຕິບັດ ໄດ້ 104,6%, ລາຍຮັບຊັບສິນປະຕິບັດໄດ້ 140,0% ແລະ ລາຍຮັບ ຈາກ ປລປ ໝົດປີປະ ຕິບັດໄດ້ 113,6%. ສຳລັບທິດທາງແຜນການເຄື່ອນ ໄຫວຕໍ່ໜ້າ ແລະ ວຽກງານຂໍ້ຄົງຄ້າງ ທີ່ຈະພ້ອມກັນແກ້ໄຂເປັນຕົ້ນການຈັດ ຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງ ຂັ້ນເທິງ, ວຽກງານກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກ ງານຂະຫຍາຍພັກ, ວຽກງານຕິດພັນ ກັບງົບປະມານບໍລິຫານຂອງບັນດາ ເມືອງ, ການເລືອກເຟັ້ນ, ຈັດວາງສັບ ຊ້ອນພະນັກງານການກໍ່ສ້າງ-ບໍາລຸງ ພະນັກງານ, ວຽກງານປັບປຸງກົງຈັກ ການຈັດຕັ້ງ, ວຽກແກ້ໄຂຜົນ ການກວດ ສອບ ແລະ ວຽກຫັນເປັນທັນສະໄໝໃຫ້ ສຳເລັດຕາມລະດັບຄາດໝາຍ. ໃນໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະ ພັກຮາກຖານກົມສ່ວຍສາອາກອນ ເອົາໃຈໃສ່ປຸກລະດົມສຶກສາອົບຮົມການ ເມືອງ-ແນວຄິດໃຫ້ແກ່ສະມາຊິກພັກພະນັກງານໃຫ້ມີຄວາມອຸ່ນອ່ຽງທຸ່ນ ທ່ຽງ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານ; ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍເອກະສານຂອງພັກ ແລະວາ ລະແຫ່ງຊາດ, ຄໍາສັ່ງເລກທີ 18/ນຍ ທີ່ຕິດພັນກັບການຊີ້ນໍາ-ນໍາພາຂອງຄະ ນະພັກ; ການຈັດຕັ້ງປະຕິບັດການເຄື່ອນ ໄຫວຂອງຄະນະພັກຮາກຖານ; ພ້ອມ ກັນປະຕິບັດຕາມແຜນການດໍາເນີນ ງານຂອງພັກ, ຊີ້ນໍາຂົງເຂດວຽກລັດ ໃຫ້ສາມາດເຄື່ອນໄຫວໄປຢ່າງມີປະສິດ ທິຜົນ, ຮັບປະກັນຜົນໄດ້ຮັບຢ່າງເຂັ້ມ ງວດ, ພ້ອມກັນຜ່ານມາອຸປະສັກແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ; ສືບຕໍ່ປັບປຸງພາລະ ບົບບາດກົງຈັກການຈັດຕັ້ງຂອງກົມ ສ່ວຍສາອາກອນຄືນໃໝ່, ປັບປຸງຂັ້ນ ຂອດ, ສິ່ງກີດຂວາງໃນການ ຈັດຕັ້ງປະ ຕິບັດວຽກງານວິຊາສະເພາະ ແລະ ລະບຽບການຕ່າງໆໃຫ້ໂລ່ງລ່ຽນພາຍ ໃນພັກ, ປັບປຸງກົງຈັກເຮັດວຽກຂອງ ສ່ວຍສາອາກອນຕາມສາຍຕັ້ງ, ການ ກຳນົດໜ້າວຽກແຕ່ສູນກາງ-ຮອດ ທ້ອງຖິ່ນ ໃຫ້ຮັດແຄບເຂົ້າແຕ່ມີປະສິດ ທິພາບປະສິດທິຜົນ ແລະ ເຂັ້ມງວດ ໃນການນໍາໃຊ້ກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍໃຫ້ມີປະສິດພາບປະສິດທິ ຜົນສູງ. ຂ່າວ-ພາບ: ກະຊວງການເງິນ

RkJQdWJsaXNoZXIy MTc3MTYxMQ==