lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/11/2022 xtgmf]k; ຊຽງຂວາງ ຢືນຢັນ... ເຄື່ອນຍ້າຍອັດຖິ... ສານສະແດງ... ປະທານສະພາ... ເລຂາທິການໃຫຍ່... ລາວ-ຫວຽດນາມ... ສຳມະນາ... ໃຫຍ່ ໄດ້ສະແດງຄວາມຕ້ອນຮັບ ຢ່າງອົບອຸ່ນແລະຕີລາສູງຕໍ່ການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກຫ້ອງ ວ່າການສູນກາງພັກກອມມູນິດ ຫວຽດນາມ, ອັນໄດ້ປະກອບສ່ວນ ເຮັດໃຫ້ການສະເຫລີມສະຫລອງປີ ສາມັກຄີມິດຕະພາບລາວ- ຫວຽດ ນາມ ປະຈຳປີ 2022 ມີບັນຍາກາດ ຟົດຟື້ນ ແລະ ເຕັ້ມໄປດ້ວຍເນື້ອໃນທີ່ ໜັກແໜ້ນ, ທັງເປັນການສືບຕໍ່ເສີມ ຂະຫຍາຍ ເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນເປັນມູນເຊື້ອທີ່ ຍິ່ງໃຫຍ່,ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມື ລະຫວ່າງສອງ ຫ້ອງວ່າການສູນກາງພັກ ໃຫ້ນັບ ມື້ນັບແໜ້ນແຟ້ນ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ ໃນໂອກາດດຽວກັນ,ສະຫາຍເລ ມິງຮຶງ ໄດ້ນໍາເອົາຄວາມຢ້ຽມຢາມ ຖາມຂ່າວ, ຄວາມເຄົາລົບ, ຄວາມ ຮັກແພງຕໍ່ສາຍພົວພັນມິດຕະພາບ ອັນຫຍິ່ງໃຫຍ່, ຄວາມສາມັກຄີພິ ເສດແລະການຮ່ວມມືຮອບດ້ານລະ ຫ່ວາງຫວຽດນາມແລະລາວຂອງ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິ ການໃຫຍ່ ພັກກອມມູນິດຫວຽດ ນາມ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງສັງຄົມນິ ຍົມ ຫວຽດນາມ ມາຍັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ພ້ອມນີ້, ກໍໄດ້ລາຍງານຜົນສຳເລັດ ການນຳພົບປະປຶກສາຫາລືແລະຕົກ ລົງລະຫວ່າງ ສອງຫ້ອງວ່າການ ສູນກາງພັກ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໃນການປະບັດໜ້າທີ່ເປັນເສນາທິ ການໃຫ້ແກ່ກົມການເມືອງ ແລະ ສະຫາຍເລຂາທິການໃຫຍ່ ເປັນ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຂອງພັກ ກໍຄື ການປະຕິ ບັດມະຕິຄຳສັ່ງຂອງກົມການເມືອງ ສູນກາງພັກ ໃຫ້ບັນລຸເປົ້າໝາຍທີ່ ວາງໄວ້ຢ່າງມີປະສິດທິຜົນ. ພ້ອມນີ້, ສອງຫ້ອງວ່າການຍັງ ໄດ້ຈັດມີການເຄື່ອນໄຫວກິດຈະກໍາ ທີ່ສໍາຄັນຕ່າງໆ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ເພື່ອຫວນຄືນປະ ຫວັດສາດ, ມູນເຊື້ອສາຍພົວພັນພິ ເສດ ຫວຽດນາມ-ລາວ ເພື່ອປະ ກອບສ່ວນເຂົ້າໃນການສະເຫລີມ ສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງ ສາຍພົວພັນການທູດ ຫວຽດນາມລາວ ຄົບຮອບ 60 ປີ ແລະ ວັນເຊັນ ສົນທິສັນຍາມິດຕະພາບ ແລະ ການ ຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ. ໃນຕອນທ້າຍ, ສະຫາຍທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນການພົບປະປຶກສາຫາລື ແລກປ່ຽນບົດຮຽນ ລະຫວ່າງສອງ ຫ້ອງວ່າການສູນກາງພັກ ລາວຫວຽດນາມ ພ້ອມທັງໃຫ້ທິດຊີ້ນຳ ໃຫ້ສອງຫ້ອງວ່າການສູນກາງພັກ ຈົ່ງພ້ອມກັນສຶບຕໍ່ຍົກສູງຄວາມຮັບ ຜິດຊອບໃນການຄົ້ນຄວ້າບັນຫາ ຍຸດທະສາດ ກໍຄື ການເປັນເສນາທິ ການໃຫ້ແກ່ກົມການເມືອງ ແລະ ເລ ຂາທິການສູນກາງພັກ ໃຫ້ນັບມື້ນັບ ເຂັ້ມແຂງ ແລະ ມີປະສິດທິພາບປະ ສິດທິຜົນຍິ່ງຂຶ້ນ. ພາບ: ຂັນໄຊ ຮ່ວມກັບ ທ່ານ ຕັນ ສວນ ຈິນ ເຊິ່ງ ເປັນໂອກາດດີທີ່ໄດ້ປຶກສາຫາລືແລະ ແລກປ່ຽນຄໍາຄິດຄໍາເຫັນ ນໍາກັນ ກ່ຽວກັບການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ສິງກະໂປ ກໍຄື ລະຫວ່າງ ສອງອົງການນິຕິບັດຍັດຂອງສອງ ປະເທດໃຫ້ເກີດດອກອອກຜົນຍິ່ງໆ ຂຶ້ນ ແລະ ຕີລາຄາສູງຕໍ່ການພົວພັນ ຮ່ວມມື ລະຫວ່າງ ສອງປະເທດ, ສປປ ລາວ ແລະ ສ ສິງກະໂປ ມີສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີນຳກັນຕະຫລອດມາ ໄດ້ຮັບ ການພັດທະນາ ແລະ ຂະຫຍາຍ ຕົວເປັນກ້າວໆ, ເຫັນໄດ້ຈາກສອງ ປະເທດໄດ້ມີການແລກປ່ຽນການ ຢ້ຽມຢາມເປັນປົກກະຕິ ລະຫວ່າງ ການນຳຂັ້ນສູງໃນລະດັບຕ່າງໆເພື່ອ ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດ ເປັນຕົ້ນທາງ ດ້ານການເມືອງ, ເສດຖະກິດ, ການ ສຶກສາແລະອື່ນໆ ເຊິ່ງໄດ້ນຳເອົາຜົນ ປະໂຫຍດມາໃຫ້ປະຊາຊົນສອງ ຊາດ, ພ້ອມນີ້, ທ່ານຍັງແຈ້ງໃຫ້ຮູ້ ກ່ຽວກັບກົງຈັກສະພາບການເຄື່ອນ ໄຫວຂອງສະພາແຫ່ງຊາດລາວ ຊຸດທີ IX, ການຮ່ວມມືຂອງສອງ ອົງການນິຕິບັນຍັດໂດຍຫຍໍ້ ແລະ ເພື່ອເປັນການສືບຕໍ່ສາຍພົວພັນລະ ຫວ່າງສອງສະພາ, ທ່ານປະທານ ສະພາແຫ່ງຊາດລາວ ຍັງໄດ້ສະເໜີ ຕໍ່ທ່ານ ຕັນ ສວນ ຈິນ ໃຫ້ມີການ ແລກປ່ຽນຄະນະຜູ້ແທນໃນລະດັບ ຕ່າງໆນຳກັນ ເປັນຕົ້ນ ຄະນະປະ ທານສະພາແຫ່ງຊາດ, ຄະນະປະ ທານກຳມາທິການ, ຄະນະມິດຕະ ພາບ ລາວ-ສິງກະໂປ ແລະ ຄະນະ ອື່ນໆ ຢ່າງເປັນປົກກະຕິ; ສະເໜີໃຫ້ ການຮ່ວມມືທາງວິຊາການໂດຍຮູບ ການຈັດສຳມະນາ, ຝຶກອົບຮົມ, ທັດ ສະນະສຶກສາ ແລະ ແລກປ່ຽນບົດ ຮຽນທີ່ດີຮ່ວມກັນ ເພື່ອຍົກສູງຂີດ ຄວາມສາມາດ ແກ່ພະນັກງານພາຍ ໃນສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ ຂອງ ສປປ ລາວ; ສະເໜີໃຫ້ສອງອົງການນິຕິບັນຍັດ ຊຸກຍູ້ໃຫ້ສອງລັດຖະບານລາວສິງກະໂປ ເອົາໃຈໃສ່ໃນການຈັດຕັ້ງ ປະຕິບັດບັນດາສັນຍາ, ສົນທິສັນ ຍາ ແລະ ນິຕິກຳອື່ນໆ ທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະ ທໍາ ເພື່ອນຳເອົາຜົນປະໂຫຍດມາສູ່ ປະຊາຊົນຂອງສອງປະເທດພວກ ເຮົາ ແລະ ສືບຕໍ່ຮ່ວມມື ແລະ ສະໜັບ ສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດ ຖະສະພາພາກພື້ນ ແລະ ສາກົນ ເພື່ອ ປະກອບສ່ວນໃນພາລະກິດປົກປັກ ຮັກສາສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອ ການພັດທະນາແບບຍືນຍົງໃນພາກ ພື້ນ ແລະ ສາກົນ, ເຊິ່ງໃນປີ 2024 ສະພາແຫ່ງຊາດລາວ ຈະເປັນເຈົ້າ ພາບຈັດກອງປະຊຸມໃຫຍ່ໄອປາ ຄັ້ງທີ 45, ຫວັງຢ່າງຍິ່ງຈະໄດ້ຮັບ ການຮ່ວມມື ແລະ ສະໜັບສະໜູນ ຈາກລັດຖະສະພາສິງກະໂປ ແລະ ເຊື້ອເຊີນ ທ່ານ ຕັນ ສວນ ຈິນ ຫົວໜ້າຄະນະຜູ້ແທນລັດຖະສະພາ ສິງກະໂປ ພ້ອມດ້ວຍຄະນະມາຢ້ຽມ ຢາມສປປລາວຢ່າງເປັນທາງການ ຕາມວັນເວລາທີ່ທ່ານມີຄວາມສະ ດວກ. ໂອກາດດຽວກັນ, ທ່ານ ຕວນ ສັນ ຈິນ ກໍໄດ້ກ່າວສະແດງຄວາມ ຂອບໃຈ ແລະ ເຫັນດີຕໍ່ຂໍ້ສະເໜີຈາກ ຝ່າຍລາວ ແລະ ເຫັນດີທີ່ສຸດຈະຕອບ ສະໜອງໃຫ້ນັ້ນ ແມ່ນການຊອກທຶນ ໃຫ້ພະນັກງານວິຊາການໄປຮຽນ ພາສາອັງກິດ ໃນການກະກຽມຮັບ ໃຊ້ກອງປະຊຸມ AIPA ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2024 ນີ້ແລະ ໄດ້ເຊື້ອເຊີນໃຫ້ຄະນະຜູ້ແທນ ລາວສືບຕໍ່ຢ້ຽມຢາມ ສ ສິງກະໂປ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີ ຮ່ວມມືກັນໃຫ້ດີຍິ່ງຂຶ້ນກວ່າເກົ່າ. ຂ່າວ-ພາບ: ສະພາແຫ່ງຊາດ ຂປລ. ລັດຖະບານຍີ່ປຸ່ນ ອະນຸ ມັດທຶນກໍ່ສ້າງໂຮງຮຽນມັດທະຍົມ ຕອນຕົ້ນ ນາທົ່ມ ເມືອງອາດສະພອນ ແຂວງສະຫວັນນະເຂດ ມູນຄ່າ 61.623 ໂດລາສະຫະລັດ ເຊິ່ງພິທີ ເຊັນສັນຍາໃຫ້ທຶນດັ່ງກ່າວຈັດຂຶ້ນ ໃນວັນທີ 23 ພະຈິກ 2022 ຕ່າງ ໜ້າເຊັນສັນຍາໂດຍ ທ່ານ ສີສົມບັດ ເກດເກສອນ ຮອງຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ ອາດສະພອນ ແຂວງສະຫວັນ ແລະ ທ່ານ ໂຄບະຍະຊິ ເຄັນອິຈິ ເອກະ ອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ. ໂອກາດນີ້, ທ່ານ ສີສົມບັດ ເກດເກສອນ ໄດ້ສະແດງຄວາມຂອບ ໃຈມາຍັງສະຖານທູດຍີ່ປຸ່ນ ປະຈຳ ລາວ ທີ່ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອກໍ່ ສ້າງໂຮງຮຽນມັດທະຍົມຕອນຕົ້ນ ນາທົ່ມ ເມືອງອາດສະພອນ ເຊິ່ງການ ຊ່ວຍເຫລືອໃນຄັ້ງນີ້, ເປັນການປະ ກອບສ່ວນສຳຄັນ ເຂົ້າໃນການພັດ ທະນາການສຶກສາພາຍໃນເມືອງ, ໃນໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍ ເຫລືອປຸກສ້າງໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນ ແລະ ໂຮງຮຽນມັດທະຍົມຕອນປາຍ ໃນ ແຂວງສະຫວັນນະເຂດ ເຊິ່ງສິ່ງດັ່ງ ກ່າວ ໄດ້ຊ່ວຍສະໜອງພື້ນຖານໂຄງ ລ່າງ ໃຫ້ແກ່ເປົ້າໝາຍການສຶກສາ ທີ່ເປັນລູກຫລານປະຊາຊົນຜູ້ດ້ອຍ ໂອກາດໄດ້ເຂົ້າໂຮງຮຽນຫລາຍຂຶ້ນ. ທ່ານ ສີສົມບັດ ເກດເກສອນ ຍັງກ່າວຕື່ມວ່າ: ພາຍຫລັງການກໍ່ ສ້າງ, ຄະນະພັດທະນາການສຶກສາ ຂັ້ນບ້ານ, ຄະນະອຳນວຍການໂຮງ ຮຽນ, ຄູ-ອາຈານ ຈະປຸກລະດົມນັກ ຮຽນມາເຂົ້າຮຽນໃຫ້ຫລາຍຂຶ້ນ, ປົກປັກຮັກສາ, ບູລະນະ ແລະ ນໍາ ໃຊ້ອາຄານຮຽນດັ່ງກ່າວໃຫ້ຄຸ້ມຄ່າ ແລະ ມີປະສິດທິຜົນ. ພ້ອມນີ້, ທ່ານ ໂຄບະຍະຊິ ເຄັນອິຈິ ໄດ້ກ່າວວ່າ: ປັດຈຸບັນ, ໂຮງ ຮຽນມັດທະຍົມຕອນຕົ້ນນາທົ່ມ ມີ ອາຄານຮຽນ2 ຫລັງ,ໃນນັ້ນ1ຫລັງ ແມ່ນພໍ່ແມ່ປະຊາຊົນໄດ້ຮ່ວມກັນ ສ້າງຂຶ້ນ ແຕ່ເປັນອາຄານທີ່ປ່ອງ ຢ້ຽມບໍ່ມີປະຕູອັດ ເຮັດໃຫ້ຖືກແດດ ສ່ອງ ໂດຍກົງ ແລະ ສ້າງຂຶ້ນດ້ວຍ ໄມ້ອັດ, ສັງກະສີທີ່ເກົ່າມີຫລັງຄາຮົ່ວ ເຮັດໃຫ້ຖືກກະທົບເວລາມີຟ້າລົມ ຝົນຕົກຫລືຂີ້ຝຸ່ນພັດເຂົ້າມາ. ດັ່ງນັ້ນ, ສະພາບແວດລ້ອມການສຶກສາຂອງ ນ້ອງນັກຮຽນ ແມ່ນມີຄວາມຫຍຸ້ງ ຍາກລຳບາກຫລາຍ, ພ້ອມນີ້, ບັນ ຫາຫ້ອງຮຽນບໍ່ພຽງພໍ ຍັງສົ່ງຜົນ ໃຫ້ບໍ່ສາມາດຮັບເອົານັກຮຽນທີ່ມີ ຄວາມຕັ້ງໃຈເຂົ້າມາຮຽນໄດ້ທັງ ໝົດ, ຫ້ອງນໍ້າກໍບໍ່ພຽງພໍ ຕໍ່ຈໍານວນ ນັກຮຽນອາດຈະເຮັດໃຫ້ເກີດມີບັນ ຫາດ້ານສຸຂະອານະໄມຂອງເດັກ ນ້ອຍໄດ້, ການຊ່ວຍເຫລືອຄັ້ງນີ້,ຈະ ຊ່ວຍໃຫ້ສະພາບແວດລ້ອມການ ສິດສອນ-ຮ່ຳຮຽນຂອງນັກຮຽນ ແລະ ຄູອາຈານ ໄດ້ຮັບການແກ້ໄຂ, ທັງເປັນການຮັກສາ ແລະ ຍົກລະດັບ ສະພາບສຸຂະອະນາໄມ ຂອງໂຮງ ຮຽນອີກເຊັ່ນກັນ. ປະເທດຍີ່ປຸ່ນ ໄດ້ເຫັນເຖິງຄວາມ ສໍາຄັນຕໍ່ການຊ່ວຍເຫລືອດ້ານການ ສຶກສາໃຫ້ແກ່ປະເທດລາວ ແລະ ທຸກປະເທດທົ່ວໂລກ ເນື່ອງຈາກວ່າ ການສຶກສາມີຄວາມໝາຍສໍາຄັນ ໃນການຊຸກຍູ້ຜັນຂະຫຍາຍຄວາມ ສາມາດຂອງເດັກນ້ອຍ ແລະ ເພື່ອ ຮັບປະກັນຄວາມປອດໄພໃນຊີວິດ ຂອງມະນຸດທຸກຄົນ, ທັງເປັນຂະ ແໜງການທີ່ມີຄວາມໝາຍຍິ່ງໃຫຍ່ ຕໍ່ເດັກນ້ອຍ ທີ່ຈະກາຍເປັນອະນາຄົດ ຂອງຊາດ. ຂ່າວ-ພາບ: ກິດຕາ ການແລກປ່ຽນບົດຮຽນກ່ຽວກັບ ການ ບໍລິການປະກັນສັງຄົມຜ່ານລະ ບົບອອນລາຍ (online); ການ ແລກປ່ຽນບົດຮຽນກ່ຽວກັບວິທີ ການ, ຮູບການຂົນຂວາຍເອົາຜູ້ປະ ກັນຕົນແບບສະໝັກໃຈໃຫ້ເຂົ້າສູ່ລະ ບົບປະກັນສັງຄົມ;ການແລກປ່ຽນ ບົດຮຽນກ່ຽວກັບການບໍລິການທີ່ ທັນສະໄໝ ໂດຍຜ່ານແອັບພຣີເຄ ຊັນເທິງມືຖື; ການແລກປ່ຽນບົດ ຮຽນຂອງຄະນະສະພາບໍລິຫານ ອົງການປະກັນສັງຄົມແຫ່ງຊາດ ລາວ; ຈັດກອງປະຊຸມທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດກິດຈະ ກໍາ ໄລຍະ 2022-2025. ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ໃນໄລຍະຜ່ານມາ, ການ ຮ່ວມມືສອງຊາດ ລະຫວ່າງ ລາວ ແລະ ຫວຽດນາມແມ່ນດຳເນີນໄປ ຢ່າງໃກ້ຊິດ, ສະໜິດສະໜົມ ໂດຍ ສະເພາະໃນຂົງເຂດວຽກງານປະ ກັນສັງຄົມ ແມ່ນໄດ້ມີການປະສານ ສົມທົບເຊິ່ງກັນ ແລະ ກັນຢ່າງເປັນ ປົກກະຕິ, ເຖິງວ່າໄລຍະຜ່ານມາ ພວກເຮົາຈະພົບກັບບັນຫາຄວາມ ຫຍຸ້ງຍາກ ໂດຍສະເພາະການລະ ບາດຂອງພະຍາດໂຄວິດ-19, ແຕ່ ທັງສອງຝ່າຍໄດ້ເອົາໃຈໃສ່ປະຕິ ບັດວຽກງານຮ່ວມກັນດ້ວຍຄວາມ ຮັບຜິດຊອບສູງ ໂດຍໄດ້ພ້ອມກັນ ເຄື່ອນໄຫວກິດຈະກຳແລກປ່ຽນໄປ ຢ້ຽມຢາມ, ປຶກສາຫາລືວຽກງານ ຕົວຈິງ ເພື່ອແລກປ່ຽນບົດຮຽນຮ່ວມ ກັນຕາມແຜນປະຕິບັດງານໃນບົດ ບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມ ຮ່ວມກັນແລ້ວນັ້ນ. ແຕ່ເຖິງຢ່າງ ໃດກໍຕາມຄຽງຄູ່ກັບດ້ານສໍາເລັດທີ່ ສອງຝ່າຍຍາດມາໄດ້ກໍປາສະຈາກ ບໍ່ໄດ້ ບາງຂໍ້ຄົງຄ້າງທີ່ສອງຝ່າຍ ຈະໄດ້ຮ່ວມກັນສຶບຕໍ່ຈັດຕັ້ງປະຕິ ບັດ, ກະຊວງ ຮສສ ເຊື່ອໝັ້ນວ່າ ການສືບຕໍ່ຄົ້ນຄວ້າບັນດາແຜນການ ຮ່ວມມືກັນໃນຊຸມປີຕໍ່ໜ້າຈະເປັນ ເງື່ອນໄຂສຳຄັນ ເພື່ອໃຫ້ທັງສອງ ຝ່າຍໄດ້ພ້ອມກັນສ້າງໂອກາດໃນ ການຊຸກຍູ້, ສົ່ງເສີມ, ຊ່ວຍເຫລືອ ຊຶ່ງກັນແລະ ກັນ ເຮັດໃຫ້ການພົວພັນ ຮ່ວມມືແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມກັນປັບປຸງວຽກງານປະກັນ ສັງຄົມໃຫ້ມີການພັດທະນາຄຽງຄູ່ ກັນໄປ, ລວມທັງ ພິທີລົງນາມບົດບັນ ທຶກຄວາມເຂົ້າໃຈລະຫວ່າງກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມລາວ ແລະ ປະກັນສັງຄົມຫວຽດ ນາມ ໃນຄັ້ງນີ້ດ້ວຍ. ຂ່າວ-: ຂ່າວສານ ຮສສ ທ່ານຍັງຝັງເລິກຢູ່ໃນດວງໃຈຂອງ ປະຊາຊົນລາວບັນດາເຜົ່າສະເໝີ, ວິຖີຊີວິດ, ຄວາມຕັ້ງໃຈເດັດດ່ຽວ, ຄວາມເສຍສະລະທີ່ຍິ່ງໃຫຍ່ຂອງ ທ່ານຈະເປັນບົດຮຽນທີ່ດີໃຫ້ແກ່ ຄົນຮຸ່ນຫລັງ ໄດ້ເອົາເປັນແບບຢ່າງ ໃນການດຳເນີນວຽກງານສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ຈາກຜົນ ງານ ແລະ ຄຸນງາມຄວາມດີຂອງ ທ່ານທີ່ໄດ້ປະກອບສ່ວນເຂົ້າໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕະຫລອດໄລ ຍະຜ່ານມາ. ສະນັ້ນ, ກົມການເມືອງ ສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ຫ້ອງວ່າການສູນກາງ ພັກ, ສະພາແຫ່ງຊາດ ແລະ ລັດຖະ ບານ ຈຶ່ງຕົກລົງນຳເອົາອັດຖິຂອງ ທ່ານມາສະຖິດໄວ້ຢູ່ສຸສານນັກຮົບ ປະຕິວັດຫລັກ 24 ຢ່າງສົມກຽດ. ທ່ານ ສີທົນ ກົມມະດຳ ເກີດເມື່ອ ວັນທີ 13 ສິງຫາ 1910 ທີ່ບ້ານທົ່ງ ຫວາຍ, ຕາແສງທົ່ງຫວາຍເມືອງ ປາກຊ່ອງ ແຂວງຈຳປາສັກ ເປັນບຸດ ຂອງເຈົ້າພະຍາຂອມ ກົມມະດໍາ (ອົງກົມມະດໍາ) ແລະ ນາງ ແພງສີ ກົມມະດໍາ ເຊິ່ງເປັນຄອບຄົວເຈົ້າກົກ ເຈົ້າເຫລົ່າ ໃນຊົນເຜົ່າລະເວນ(ຢຣຸ) ທີ່ມີຄວາມຮັກຊາດ. ເນື່ອງຈາກ ພໍ່ຂອງທ່ານ ເປັນເຈົ້າກົກເຈົ້າເຫລົ່າ ຂອງຊົນເຜົ່າລະເວນ ທີ່ມີນໍ້າໃຈຮັກ ຊາດອັນສູງສົ່ງ, ສະນັ້ນ, ຕອນຍັງ ນ້ອຍ ເມື່ອອາຍຸ 7 ປີ ທ່ານໄດ້ຮຽນ ໜັງສືຂອມ ເປັນພາສາລາວເທິງ ເຊິ່ງ ແມ່ນພໍ່ຂອງທ່ານເປັນຜູ້ຄົ້ນຄິດປະ ດິດສ້າງຂຶ້ນມາດ້ວຍຕົນເອງ. ເມື່ອ ອາຍຸໄດ້ 13 ປີ ທ່ານກໍໄດ້ເປັນສະ ໝຽນຂອງພໍ່ ແລະ ໄດ້ຝຶກແອບວິຊາ ປ້ອງກັນຕົວ, ທ່ານໄດ້ຮັບການສຶກ ສາອົບຮົມຈາກພໍ່ແມ່ໃຫ້ມີນ້ຳໃຈຮັກ ເຊື້ອແພງຊາດ, ຮັກຄວາມເປັນ ທຳ, ມີຈິດໃຈເດັດດ່ຽວອົງອາດກ້າ ຫານ, ເມື່ອອາຍຸ18ປີທ່ານກໍໄດ້ເປັນ ທະຫານຄຽງບ່າຄຽງໄຫລ່ກັບພໍ່. ຂ່າວ-ພາບ: ກົງໃຈ ແສງອໍາພັນ ເຈົ້າເມືອງໆແປກ ແຂວງຊຽງ ຂວາງ, ທັງເປັນຫົວໜ້າ ອະນຸກຳມະ ການສະຖານທີ່ພັກ ແລະ ອາຫານ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນ ນີ້ວ່າ: ເພື່ອຮອງຮັບ ແລະ ອຳນວຍ ຄວາມສະດວກໃຫ້ແກ່ແຂກ ແລະ ຄະນະນັກກິລາ ຂອງບັນດາແຂວງ ໃນຂອບເຂດທົ່ວປະເທດ, ແຂວງ ຊຽງຂວາງ ໄດ້ກະກຽມສະຖານທີ່ ພັກ ໃຫ້ຄະນະນັກກິລາ ທັງໝົດ 17 ແຫ່ງ, 19 ໂຮງຮຽນ, ສາມາດຮອງ ຮັບນັກກິລາໄດ້ 5.200 ກວ່າຄົນ, ປັດຈຸບັນກໍາລັງກວດກາ, ປັບປຸງ ແລະ ສ້ອມແປງດ້ານຕ່າງໆເຊັ່ນ: ໄຟ ຟ້າ, ນໍ້າປະປາ, ຫ້ອງນໍ້າ, ຫ້ອງ ອາບ ນໍ້າແລະອື່ນໆ. ພ້ອມນັ້ນ, ຍັງມີເຄື່ອງ ບ່ອນນອນ ແລະ ອຸປະກອນຮັບໃຊ້ ຄະນະນັກກິລາ ຢ່າງພຽງພໍ ແລະ ສາມາດໃຊ້ໄດ້. ທ່ານ ກົງທະນູ ອຸ່ນສະຫວັນ ໄດ້ ເນັ້ນຕື່ມວ່າ: ຜ່ານມາ, ພາກສ່ວນທີ່ ກ່ຽວຂ້ອງໄດ້ຈັດກອງປະຊຸມຮ່ວມ ກັບຜູ້ປະກອບການຮ້ານອາຫານ, ໂຮງແຮມ ແລະ ເຮືອນພັກ ເພື່ອເອ ກະພາບກັນທາງດ້ານລາຄາ ເພື່ອບໍ່ ໃຫ້ມີຜູ້ສວຍໂອກາດ ຂຶ້ນລາຄາ ແລະ ອື່ນໆ. ຂ່າວ-ພາບ: ທະນູທອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ ສໍາລັບປະເທດ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດ ນາມ(CLMV) ຈັດຂຶ້ນໃນລະ ຫວ່າງວັນທີ 23-25 ພະຈິກ 2022 ທີ່ນະຄອນຫລວງພະບາງ ເຊິ່ງເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ທາງວັດທະນະທໍາ ແລະ ມໍລະດົກ ຂອງນັກທ່ອງທ່ຽວຈາກທົ່ວໂລກ, ທັງເປັນສະຖານທີ່ທີ່ມີທ່າແຮງດ້ານ ການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມຢູ່ ສປປ ລາວ ແລະ ເປັນ ທີ່ນິຍົມຂອງນັກທ່ອງທ່ຽວຈາກ ພາຍໃນ ແລະ ຈາກທົ່ວໂລກ ໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະ ມົນຕີ ກະຊວງ ຖວທ, ມີຜູ້ຕາງໜ້າ ຈາກສູນອາຊຽນ-ຍີ່ປຸ່ນ, ຜູ້ຕາງໜ້າ ຈາກອົງການພັດທະນາພື້ນທີ່ພິເສດ ຈາກປະເທດໄທ (DASTA), ມີຜູ້ແທນຈາກພາກລັດ ແລະ ພາກ ທຸລະກິດທີ່ຮັບຜິດຊອບວຽກງານ ການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມ ຈາກບັນດາປະເທດ CLMV ເຂົ້າຮ່ວມ. ການຈັດສໍາມະນາໃນຄັ້ງນີ້ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາ ການທ່ອງທ່ຽວ ຜູ້ທີ່ຮັບຜິດຊອບ ວຽກງານການທ່ອງທ່ຽວແບບປະ ຊົນມີສ່ວນຮ່ວມ ຈາກພາກລັດ, ຜູ້ ປະກອບການທຸລະກິດທ່ອງທ່ຽວ ຈາກບັນດາປະເທດ CLMV, ບັນ ດາຜູ້ຊ່ຽວຊານທີ່ມາຈາກປະເທດ ຍີ່ປຸ່ນ, ປະເທດໄທ ແລະ ຊ່ຽວຊານ ດ້ານການທ່ອງທ່ຽວໃນພາກພື້ນ ຈາກທະນາຄານພັດທະນາອາຊີ (ADB) ປະຈໍາຢູ່ ສປປ ລາວ ມາ ແລກປ່ຽນບົດຮຽນທາງພາກທິດ ສະດີ, ຕົວແບບທີ່ພົ້ນເດັ່ນໃນພາກພື້ນ ແລະ ການລົງພາກປະຕິບັດຕົວຈິ່ງຢູ່ ແຕ່ລະປະເທດ ເພື່ອໃຫ້ມີຄວາມເຂົ້າ ໃຈຢ່າງເລິກເຊິ່ງ ຕໍ່ກັບການພັດທະ ນາການທ່ອງທ່ຽວຮູບແບບດັ່ງ ກ່າວ. ພ້ອມດຽວກັນນັ້ນ, ແຕ່ລະປະ ເທດ ຍັງຈະໄດ້ນໍາສະເໜີຜະລິດຕະ ພັນການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມ ທີ່ເປັນຕົວແບບຂອງປະ ເທດຕົນ ເພື່ອແລກປ່ຽນ ແລະ ຖອດ ຖອນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ການທ່ອງທ່ຽວໃນຮູບແບບ ດັ່ງກ່າວ ໄດ້ຮັບການພັດທະນາທີ່ດີ ຂຶ້ນເທື່ອລະກ້າວ. ການສໍາມະນາຄັ້ງນີ້, ຈະດໍາເນີນ ໄປ ເປັນເວລາ 3ວັນ,ໃນນີ້ແບ່ງອອກ ເປັນການຝຶກພາກທິດສະດີ 2 ວັນ ແລະ ການຝຶກຢູ່ພາກສະໜາມ 1 ວັນ ເຊິ່ງຈະໄດ້ລົງຢ້ຽມຢາມຖອດ ຖອນ ບົດຮຽນຢູ່ ຕາດກວາງຊີ ແລະ ສະຖານທີ່ທ່ອງທ່ຽບແບບປະຊາ ຊົນມີສ່ວນຮ່ວມ (CBT) ທີ່ໂດດ ເດັ່ນຂອງແຂວງຫລວງພະບາງ ໂດຍຈະໄດ້ຮັບຟັງການປະກອບຄໍາ ຄິດເຫັນຕໍ່ການຈັດຕັ້ງປະຕິບັດ ແລະ ບໍລິການ ຂອງແຕ່ລະສະຖານທີ່ ຈາກບັນດາຜູ້ເຂົ້າຮ່ວມ ແລະ ຊ່ຽວ ຊານ ເພື່ອເປັນທິດທາງໃຫ້ແກ່ຜູ້ປະ ກອບການແລະພາກລັດໃຫ້ມີຄວາມ ເຂົ້າໃຈເປັນໃນທິດທາງດຽວກັນ. ການຈັດສຳມະນາຄັ້ງນີ້, ໄດ້ຮັບ ການສະໜັບສະໜູນຈາກໂຄງການ ພັດທະນາໂຄງລ່າງພື້ນຖານເພື່ອ ສົ່ງເສີມການທ່ອງທ່ຽວໃນອະນຸ ພາກພື້ນແມ່ນໍ້າຂອງໄລຍະ 2 ]a f4t[kopuj x5j o vto5 ,a fmb od+ lh k'3I'IPo ,a fmtpq ,8vo8Q ookmqj , g,n v'vkfltrvo (Second Greater Mekong Subregion Tourism Infrastructure for Inclusive Growth Project) ແລະ ສູນອາຊຽນ-ຍີ່ປຸ່ນ. ໃນນາມລັດຖະບານ ແລະ ປະຊາ ຊົນ ແຫ່ງ ສາທາລະນະລັດປະຊາທິ ປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມເຫັນໃຈ ແລະ ເສົ້າສະຫລົດໃຈ ຢ່າງຍິ່ງມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ໂດຍ ສະເພາະຕໍ່ຜູ້ເຄາະຮ້າຍ ແລະ ຄອບ ຄົວທີ່ໄດ້ຮັບຜົນກະທົບ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ ການນຳພາ ແລະ ຄວາມເອົາໃຈໃສ່ ຢ່າງໃກ້ຊິດຂອງທ່ານ, ລັດຖະບານ ໄດ້ກ່າວໃນພິທີວ່າ: ຕາງໜ້າໃຫ້ ການນຳພັກ-ລັດ ກໍຄື ສະພາແຫ່ງ ຊາດ, ພະນັກງານ-ລັດຖະກອນ, ກຳ ລັງປະກອບອາວຸດ ແລະ ປວງຊົນ ລາວທັງຊາດ ຂໍຈົດຈຳຄຸນງາມ ຄວາມດີ ແລະ ຜົນງານຂອງທ່ານ ສີທົນ ກົມມະດໍາ ໄວ້ຢ່າງບໍ່ມີວັນ ຫລົງລືມ, ຄຸນງາມຄວາມດີຂອງ ແລະ ປະຊາຊົນ ອິນໂດເນເຊຍ ຈະ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ທີ່ເກີດຂຶ້ນ ຈາກໄພພິບັດຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ. ພວກຂ້າພະເຈົ້າ ຂໍຢູ່ຄຽງຂ້າງ ສາ ທາລະນະລັດ ອິນໂດເນເຊຍ ແລະ ປະຊາຊົນອິນໂດເນເຊຍ ໃນເວລາ ແຫ່ງຄວາມຫຍຸ້ງຍາກນີ້. ໃນວັນດຽວກັນ, ທ່ານ ສະເຫລີມ ໄຊ ກົມມະສິດ ຮອງນາຍົກລັດ ຖະ ມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານ ສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ນາງ ເຣັດໂນ ມາຊູດີ ລັດຖະ ມົນຕີຕ່າງປະເທດແຫ່ງສາທາລະນະ ລັດ ອິນໂດເນເຊຍ ຕໍ່ກັບ ເຫດການ ແຜນດິນໄຫວ ແລະ ດິນເຈື່ອນທີ່ ເມືອງຈາວາຕາເວັນຕົກຂອງອິນໂດ ເນເຊຍ ໃນວັນທີ 21 ພະຈິກ 2022 ເຊັ່ນດຽວກັນ.
RkJQdWJsaXNoZXIy MTc3MTYxMQ==