0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກໜ້າ 1 *** 23/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປັບປຸງການແບ່ງເຂດດ້ານຊັບພະ ຍາກອນການສຶກສາໃຫ້ດີຂຶ້ນ, ສ້າງກົນ ໄກສະໜອງການບໍລິການດ້ານການ ສຶກສາສາທາລະນະຂັ້ນພື້ນຖານທີ່ແທດ ເໝາະກັບການປ່ຽນແປງຂອງປະຊາ ກອນ. ປັບປຸງກົນໄກຊຸກຍູ້ການສຶກສາ ພາກບັງຄັບຢ່າງມີຄຸນນະພາບດີ ແລະ ດຸນດ່ຽງໃຫ້ສົມບູນ, ທົດລອງເປີດກວ້າງ ຂອບເຂດການສຶກສາແບບບໍ່ເສຍຄ່າ ເທື່ອລະກ້າວ. ປັບປຸງກົນໄກຮັບປະກັນ ການສຶກສາກ່ອນໄວຮຽນ, ການສຶກສາ ພິເສດ ແລະ ການສຶກສາສະເພາະດ້ານ ໃຫ້ຄົບຖ້ວນ. ຊຸກຍູ້ການສຶກສາໃຫ້ຫັນ ເປັນແບບດີຈີຕອນ, ເພີ່ມຄວາມສາມາດ ການສ້າງສັງຄົມແຫ່ງການຮຽນຮູ້ແລະ ເພີ່ມທະວີການຮັບປະກັນການສຶກສາ ຕະຫລອດຊີວິດ. 14. ລົງເລິກປະຕິຮູບໂຄງປະກອບ ດ້ານວິທະຍາສາດເຕັກໂນໂລຊີ. ຍຶດ ໝັ້ນຫັນໜ້າໄປສູ່ແຖວ ໜ້າດ້ານວິທະຍາ ສາດເຕັກໂນໂລຊີຂອງໂລກ ຫັນໜ້າໄປ ສູ່ສະໜາມຮົບຕົ້ນຕໍດ້ານເສດຖະກິດ ຫັນ ໜ້າໄປສູ່ຄວາມຕ້ອງການທີ່ສຳຄັນ ຂອງປະເທດຊາດ ຫັນໜ້າໄປສູ່ຊີວິດ ແລະ ສຸຂະພາບຂອງປະຊາຊົນ, ປັບປຸງ ກົນໄກຈັດຕັ້ງການປະດິດສ້າງວິທະຍາ ສາດເຕັກໂນໂລຊີທີ່ສໍາຄັນໃຫ້ດີຂຶ້ນ, ເພີ່ມທະວີ ການແກ້ໄຂຂອດຫຍຸ້ງຍາກ ດ້ານເຕັກນິກທີ່ເປັນຂໍກຸນແຈສໍາຄັນ ຢ່າງເປັນເອກະພາບກັນ, ຊຸກຍູ້ກໍາລັງ ແຮງ ການຈັດສັນປັດໄຈ ແລະ ຖັນແຖວ ຜູ້ມີຄວາມຮູ້ຄວາມສາມາດດ້ານການ ປະດິດສ້າງວິທະຍາສາດເຕັກໂນໂລຊີ ໃຫ້ກາຍເປັນລະບົບກາຍເປັນໂຄງປະ ກອບ ແລະ ກາຍເປັນແບບປະສານສົມ ທົບກັນ. ເພີ່ມທະວີການສ້າງກໍາລັງວິ ທະຍາສາດເຕັກໂນໂລຊີຍຸດທະສາດ ຂອງຊາດ, ປັບປຸງລະບົບຫ້ອງທົດລອງ ແຫ່ງຊາດໃຫ້ສົມບູນ, ປັບປຸງບົດບາດ ແລະ ການຈັດວາງສະຖາບັນຄົ້ນຄວ້າ ວິທະຍາສາດ ມະຫາວິທະຍາໄລແບບ ຄົ້ນຄວ້າທີ່ມີລະດັບສູງ ແລະ ວິສາຫະ ກິດແຖວໜ້າດ້ານວິທະຍາສາດເຕັກໂນ ໂລຊີຂອງຊາດໃຫ້ດີຂຶ້ນ, ຊຸກຍູ້ການປະ ສານສົມທົບກັນດ້ານການປະດິດສ້າງວິ ທະຍາສາດເຕັກໂນໂລຊີ ລະຫວ່າງ ສູນກາງກັບທ້ອງຖິ່ນ, ວາງແຜນການ ສ້າງເວທີປະດິດສ້າງວິທະຍາສາດ ເຕັກໂນໂລຊີ ປະເພດຕ່າງໆຢ່າງເປັນເອ ກະພາບກັນ, ສົ່ງເສີມ ແລະ ພັດທະນາ ອົງການຄົ້ນຄວ້າ ແລະ ພັດທະນາແບບ ໃໝ່ໃຫ້ເປັນລະບຽບແບບແຜນ, ເສີມຂະ ຫຍາຍບົດບາດນໍາພາທີ່ເປັນຕະຫລາດ ຂະໜາດໃຫຍ່ ພິເສດຂອງປະເທດເຮົາ, ເພີ່ມທະວີການຈັດສັນຊັບພະຍາກອນ ແລະ ການຈັດຕັ້ງກໍາລັງການປະດິດ ສ້າງຢ່າງເປັນເອກະພາບກັນ, ຊຸກຍູ້ການ ປະດິດສ້າງວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງດ້ານອຸດສາຫະ ກໍາ ໃຫ້ໄດ້ຮັບການພັດທະນາແບບເຊື່ອມ ໂຍງເຂົ້າກັນ. ສ້າງລະບົບຕິດຕາມແຈ້ງ ເຕືອນໄພ ແລະ ຮັບມືກັບຄວາມສ່ຽງ ດ້ານຄວາມປອດໄພຂອງວິທະຍາສາດ ເຕັກໂນໂລຊີ, ເພີ່ມທະວີການຮັບປະກັນ ດ້ວຍຕົນເອງໃຫ້ແກ່ເງື່ອນໄຂພື້ນຖານ ດ້ານວິທະຍາສາດເຕັກໂນໂລຊີ. ປັບປຸງ ລະບຽບການຄຸ້ມຄອງອົງການຈັດຕັ້ງ ທາງສັງຄົມດ້ານວິທະຍາສາດເຕັກ ໂນໂລຊີໃຫ້ຄົບຖ້ວນ. ເປີດກວ້າງການ ແລກປ່ຽນ ແລະ ຮ່ວມມືດ້ານວິທະຍາ ສາດເຕັກໂນໂລຊີກັບສາກົນ, ສົ່ງເສີມ ໃຫ້ສ້າງຕັ້ງອົງການຈັດຕັ້ງວິທະຍາ ສາດເຕັກໂນໂລຊີສາກົນຢູ່ຈີນ, ປັບປຸງ ກົນໄກຄຸ້ມຄອງການແລກປ່ຽນ ແລະ ຮ່ວມມືດ້ານວິຊາການກັບພາຍນອກ ຂອງ ມະຫາວິທະຍາໄລ ສະຖາບັນຄົ້ນ ຄວ້າວິທະຍາສາດ ແລະ ອົງການຈັດຕັ້ງ ວິທະຍາສາດເຕັກໂນໂລຊີໃຫ້ດີຂຶ້ນ. ປັບປຸງການຄຸ້ມຄອງການວາງແຜນ ວິທະຍາສາດເຕັກໂນໂລຊີ, ສ້າງຄວາມ ເຂັ້ມແຂງໃຫ້ກັບ ການວາງແຜນທີ່ມີລັກ ສະນະເບິ່ງກວ້າງມອງໄກ ແລະ ມີລັກ ສະນະນໍາພາໃຫ້ແກ່ຂົງເຂດຄົ້ນຄວ້າວິ ທະຍາສາດພື້ນຖານຂົງເຂດນໍາໜ້າ ປະສົມ ແລະ ຂົງເຂດທີ່ເປັນຈຸດສຸມ. ເພີ່ມ ທະວີການຄົ້ນຄວ້າວິທະຍາສາດພື້ນ ຖານຢ່າງມີການຈັດຕັ້ງ, ຍົກລະດັບອັດ ຕາສ່ວນການໃຊ້ຈ່າຍດ້ານວິທະຍາສາດ ເຕັກໂນໂລຊີ ເຂົ້າໃນການຄົ້ນຄວ້າວິທະ ຍາສາດພື້ນຖານໃຫ້ສູງຂຶ້ນ, ປັບປຸງກົນ ໄກລົງທຶນເຂົ້າໃສ່ການຄົ້ນຄວ້າວິທະ ຍາສາດພື້ນຖານທີ່ມີການເຊື່ອມໂຍງ ເຂົ້າກັນລະຫວ່າງການສະໜັບສະໜູນ ທີ່ມີລັກສະນະແຂ່ງຂັນ ແລະ ການສະ ໜັບສະໜູນຢ່າງໝັ້ນທ່ຽງໃຫ້ສົມບູນ ຂຶ້ນ, ສົ່ງເສີມໃຫ້ທ້ອງຖິ່ນ ວິສາຫະກິດ ອົງການຈັດຕັ້ງສັງຄົມ ແລະ ສ່ວນບຸກ ຄົນທີ່ມີເງື່ອນໄຂສະໜັບສະໜູນການ ຄົ້ນຄວ້າວິທະຍາສາດພື້ນຖານ, ສະໜັບ ສະໜູນການຄົ້ນຄວ້າວິທະຍາສາດພື້ນ ຖານໃຫ້ເລືອກຫົວຂໍ້ຄົ້ນຄວ້າທີ່ມີຫລາຍ ຮູບແບບ, ສົ່ງເສີມໃຫ້ດໍາເນີນການຄົ້ນ ຄວ້າວິທະຍາສາດພື້ນຖານທີ່ມີຄວາມ ສ່ຽງສູງ ແລະ ມີມູນຄ່າສູງ. ລົງເລິກ ປະຕິຮູບລະບົບປະເມີນຜົນລະດັບວິທະ ຍາສາດເຕັກໂນໂລຊີ, ເພີ່ມທະວີການ ຄຸ້ມຄອງຈະລິຍະທໍາ ດ້ານວິທະຍາສາດ ເຕັກໂນໂລຊີ, ແກ້ໄຂການກະທໍາທີ່ຜິດຕໍ່ ຫລັກວິຊາການຢ່າງເຂັ້ມງວດ. *** ອ່ານຕໍ່ສະບັບໜ້າ *** ກະຊວງປ້ອງກັນປະເທດ... *** ຕໍ່ຈາກໜ້າ 1 *** ຜູ້ປະກອບການ... ກັບສິນຄ້າຈາກປະເທດອື່ນໄດ້ ເຮັດໃຫ້ ສິນຄ້າກະສິກຳຂອງ ສປປ ລາວ ບໍ່ພົ້ນ ເດັ່ນເທົ່າທີ່ຄວນ. ແຕ່ມາປັດຈຸບັນນີ້, ລັດຖະບານ ສປປ ລາວ ແລະ ລັດຖະ ບານ ສປ ຈີນ ໄດ້ລົງທຶນ ໃສ່ການສ້າງ ໂຄງລ່າງພື້ນຖານທີ່ ສຳຄັນນັ້ນຄືເສັ້ນ ທາງລົດໄຟ ລາວ-ຈີນ ເຮັດໃຫ້ສິນຄ້າ ຂອງສປປ ລາວ ມີທາງເຊື່ອມຈອດກັບ ຕະຫລາດໃຫຍ່ດັ່ງ ສປ ຈີນ, ນອກນີ້ ລັດ ຖະບານ ກໍໄດ້ເອົາໃຈໃສ່ປັບປຸງບັນດາ ນິຕິກຳ, ລະບຽບການທີ່ກ່ຽວຂ້ອງທີ່ມີ ລັກສະນະຊຸກຍູ້-ສົ່ງເສີມແກ່ພາກການ ຜະລິດ, ການປຸງແຕ່ງ ແລະ ການສົ່ງ ອອກສິນຄ້າກະສິກຳຢ່າງແຂງແຮງ. ມາຮອດປັດຈຸບັນ, ລັດຖະບານ ສປປ ລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ສຳເລັດການເຈລະຈາການຊື້- ຂາຍສິນຄ້າກະສິກຳກັບ ສປ ຈີນ ໄດ້ ຫລາຍກວ່າ 33 ລາຍການແລ້ວ, ນັ້ນ ແມ່ນບາດກ້າວການເຕີບໃຫຍ່ຂອງ ວຽກງານການຜະລິດກະສິກຳ ເປັນສິນ ຄ້າຂອງ ສປປ ລາວ. ສຳລັບ ໝາກຖົ່ວ ລຽນລາວ ຄວາມຈິງແລ້ວລາວ ມີ ໝາກຖົ່ວລຽນ ມາດົນນານແລ້ວແຕ່ ການຜະລິດເປັນສິນຄ້າສົ່ງອອກຍັງບໍ່ ທັນພົ້ນເດັ່ນຍ້ອນບາງຂໍ້ຫຍຸ້ງຍາກດັ່ງ ກ່າວໃນໄລຍະຜ່ານມາ ແຕ່ປັດຈຸບັນຂະ ບວນການຜະລິດໝາກຖົ່ວລຽນ ເພື່ອ ເປັນສິນຄ້າກຳລັງມີທ່າກ້າວທີ່ແຂງ ແຮງ ແລະ ມີຄວາມເປັນມືອາຊີບ. ທ່ານ ເອລາວັນ ລາດປາກດີ ຕົວ ແທນ ຜູ້ປະກອບການສວນຖົ່ວລຽນ ລາວ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ໃນກຸ່ມທີ່ ເກັບຮັກສາ, ການປຸງແຕ່ງ-ການຫຸ້ມຫໍ່ ແລະ ການຂົນສົ່ງ ແຕ່ລະຂະບວນການ ຕ້ອງມີມາດຕະຖານ, ຜູ້ປະກອບການ ສວນຖົ່ວລຽນລາວ ເຖິງຈະຍັງໃໝ່ ເມື່ອທຽບກັບຫລາຍປະເທດ ແຕ່ເຮົາ ເລີ່ມໃໝ່ເຮົາກໍຄວນເລີ່ມຕົ້ນດ້ວຍສິ່ງ ທີ່ດີເລີຍ; ທ່ານຍັງແນະນຳຕື່ມວ່າ ຜູ້ ປະກອບການສວນຖົ່ວລຽນລາວ ຄວນ ເຕົ້າໂຮມກັນເປັນສະມາຄົມ ໃນການ ເຮັດວຽກຮ່ວມກັນ ເພື່ອສ້າງມາດຕະ ຖານດັ່ງກ່າວ. ນອກນີ້, ຍັງຕ້ອງໄດ້ປະ ສານກັບພາກລັດ ສະເໜີໃຫ້ລັດຖະບານ ໄດ້ພິຈາລະນາສະເໜີສິນຄ້າໝາກຖົ່ວ ລຽນ ເຂົ້າຢູ່ໃນລາຍການທີ່ຈະເຈລະ ຈາກັບລັດຖະບານຈີນ. ພ້ອມກັນນັ້ນ, ກໍຕ້ອງໄດ້ດຳເນີນການກະກຽມປະ ສານງານເພື່ອຂໍອະນຸຍາດຈາກກົມ ໃຫຍ່ພາສີ ສປ ຈີນ ເຊິ່ງວຽກງານດັ່ງ ກ່າວລ້ວນແຕ່ໃຊ້ເວລາພໍສົມຄວນ. ດັ່ງ ນັ້ນ, ຜູ້ປະກອບການສວນຖົ່ວລຽນ ຈຳ ເປັນຕ້ອງເຮັດວຽກລວມໝູ່. ທ່ານ ບົວຈັນ ສີຫາວົງ ຮອງປະ ທານສະມາຄົມທຸລະກິດກະສິກຳລາວ, ທັງເປັນຜູ້ອຳນວຍການລັດວິສາຫະ ກິດບໍລິການກະສິກຳ ໄດ້ກ່າວວ່າ: ສະ ພາບປັດຈຸບັນ, ແມ່ນມີຄວາມເໝາະ ສົມ ແລະ ເອື້ອອຳນວຍທີ່ສຸດ ທີ່ລັດຖະ ບານ ໄດ້ແກ້ບັນຫາຂໍ້ຫຍຸ້ງຍາກໄດ້ ຫລາຍແລ້ວ ເປັນຕົ້ນ ເສັ້ນທາງຄົມມະ ນາຄົມຂົນສົ່ງ, ບັນດາລະບຽບ ແລະ ນິຕິກຳທີ່ກ່ຽວຂ້ອງ, ທັງນະໂຍບາຍ ຂອງລັດຖະບານ ທີ່ມີການສົ່ງເສີມ ການຜະລິດກະສິກຳເປັນສິນຄ້າຢ່າງ ແຂງແຮງ. ດັ່ງນັ້ນ, ເຫັນໄດ້ວ່າທຸກ ຢ່າງມີຄວາມພ້ອມຫລາຍແລ້ວ ຍັງ ແຕ່ການຮ່ວມມືລະຫວ່າງສອງ ຝ່າຍ ລາວ-ຈີນ ຮ່ວມມືກັນເຮັດວຽກຮ່ວມ ກັນເພື່ອກະກຽມ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ການ ສົ່ງສິນຄ້າກະສິກຳ ໂດຍສະເພາະ ແມ່ນໝາກຖົ່ວລຽນລາວ ໃຫ້ສາມາດ ເຂົ້າໄປຂາຍຢູ່ ສປ ຈີນ ໄດ້ນັບມື້ນັບ ຫລາຍຂຶ້ນ, ເຮັດໃຫ້ການຮ່ວມມືລະ ຫວ່າງລາວ ແລະ ຈີນ ມີຄວາມຍືນຍົງ ຕະຫລອດໄປ. ເປັນເອກະລາດແຫ່ງຊາດ ແລະ ອິດສະ ຫລະພາບຂອງປະຊາຊົນລາວບັນດາ ເຜົ່າ ໄດ້ຢູ່ເຢັນເປັນສຸກ, ສ້າງສາພັດທະ ນາເສດຖະກິດ-ສັງຄົມຂອງຊາດ ໃຫ້ ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ເຊິ່ງລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ທັງ ເປັນກົດໝາຍພື້ນຖານຂອງລະບອບປະ ຊາທິປະໄຕ ປະຊາຊົນລາວ ເພື່ອສຶກ ສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສຸງນ້ຳໃຈຮັກຊາດ, ຮັກລະບອບ ໃໝ່, ເພີ່ມທະວີຄວາມສາມັກຄີປອງ ດອງ ທົ່ວປວງຊົນລາວທັງຊາດ, ເຊີດຊູ ບົດບາດເປັນເຈົ້າການໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້, ການປະກາດໃຊ້ລັດຖະທຳມະນູນ ເປັນ ເຫດການທາງການເມືອງທີ່ສຳຄັນ ຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງ ການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມ ຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງ ລັດແຫ່ງກົດໝາຍເທື່ອລະກ້າວ, ສ່ອງ ແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງຂອງ ພັກ, ທັງເປັນການຢັ້ງຢືນຕໍ່ຊາວໂລກ ກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ ຕາມແນວທາງການປ່ຽນແປງ ໃໝ່ ແນໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງ ຄົມມີຄວາມສາມັກຄີປອງດອງ, ມີປະ ຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ການຈັດປາຖະກະຖາຄັ້ງນີ້, ກໍເພື່ອ ເປັນການສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບ ໂດຍສະ ເພາະພະນັກງານສະມາຊິກພັກ, ນາຍ ທະຫານຜູ້ສືບທອດໄດ້ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈເລິກເຊິ່ງກ່ຽວກັບມູນເຊື້ອ 2 ວັນປະຫວັດສາດສຳຄັນດັ່ງກ່າວ ເພື່ອ ພ້ອມກັັນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງກໍ່ສ້າງກົມກອງ ກໍຄືກອງທັບປະຊາຊົນລາວ ໃຫ້ມີແບບ ແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ປູນາ ຢູ່ໃນສະມາຄົມມີ 170 ສວນ, ມີເນື້ອ ທີ່ທັງໝົດ 20.000 ເຮັກຕາ. ໃນນີ້, ມີຈຳນວນໜຶ່ງທີ່ເລີ່ມເກັບກ່ຽວແລ້ວ 10.000 ກວ່າຕົ້ນ, ມີຜົນຜະລິດປະ ມານ 900 ໂຕນ, ເປົ້າໝາຍໃນປີ 2029 ຄາດວ່າຈະເກັບກ່ຽວປະມານ 270.000 ຕົ້ນ, ຄາດວ່າຈະເກັບກ່ຽວ ໄດ້ 24.300 ໂຕນ, ຄາດຄະເນມູນຄ່າ 155,5 ລ້ານກວ່າ ໂດລາສະຫະລັດ. ພ້ອມນີ້, ໃນກຸ່ມຜູ້ປະກອບການຊາວ ສວນຖົ່ວລຽນລາວ ຍັງມີຜູ້ຊ່ຽວຊານ ກ່ຽວກັບການປູກ ແລະ ເບິ່ງແຍງສວນ ຖົ່ວລຽນ ແບບມືອາຊີບ. ທ່ານ ດວງດາວອນ ສຸລະຍະວົງສາ ຫລື ອາຈານເນ້ ຖົ່ວລຽນລາວ ແມ່ນນັກ ວິຊາການທີ່ມີປະສົບການສູງ ເຮັດວຽກ ຕົວຈິງ ໃນການຜະລິດໝາກຖົ່ວລຽນ ເປັນສິນຄ້າສົ່ງອອກ ເຊິ່ງໄດ້ເຮັດວຽກ ຕົວຈິງຢູ່ປະເທດໄທເກືອບ 20 ປີ. ນອກ ນີ້, ຍັງມີທີມງານວິຊາການທ່ານອື່ນໆ ອີກທີ່ມີປະສົບການສູງ, ພາຍຫລັງໄດ້ ກັບຄືນປະເທດ ມາເຮັດສວນໝາກຖົ່ວ ລຽນ ຢູ່ປະເທດລາວ ຈາກປະສົບການ ອັນຍາວນານອາຈານເນ້ ແລະ ປະຕິບັດ ຕົວຈິງຢູ່ລາວ ເຫັນວ່າໄດ້ຜົນດີຈຶ່ງມີ ຄວາມໝັ້ນໃຈວ່າສິນຄ້າໝາກຖົ່ວລຽນ ລາວ ຈະເປັນສິນຄ້າປາຍແຫລມທີ່ສຳ ຄັນ ໃນການສົ່ງອອກໄປຂາຍຢູ່ຕ່າງປະ ເທດ ເພື່ອນຳເອົາເງິນຕາເຂົ້າປະເທດ ໄດ້ເປັນຢ່າງດີ. ທ່ານ ເຖົາ ຈ້ຽນ ນັກລົງທຶນຈາກ ສປ ຈີນ ທີ່ມາລົງທຶນເຮັດສວນໝາກ ຖົ່ວລຽນຢູ່ ສປປ ລາວ ໄດ້ກ່າວວ່າ: ຕົນເອງໄດ້ເອົາແນວພັນ ຈາກປະເທດ ມາເລເຊຍ ມາຕໍ່ກັບຕົ້ນໝາກຖົ່ວລຽນ ພື້ນເມືອງຂອງລາວ ເຊິ່ງຕົ້ນໝາກ ຖົ່ວລຽນ ໃນສວນປັດຈຸບັນເລີ່ມເປັນ ໝາກແລ້ວ ເຫັນວ່າຄຸນນະພາບດີ ຫລາຍ. ທ່ານຍັງໄດ້ເວົ້າອີກວ່າ: ດິນ ຂອງລາວເປັນທີ່ດິນທີ່ມີຄວາມອຸດົມ ສົມບູນ ມີຄວາມເໝາະສົມໃນການປູກ ໝາກຖົ່ວລຽນເປັນສິນຄ້າ. ພ້ອມນີ້, ທ່ານ ຫວານຈີ່ນ ນັກທຸລະ ກິດຜູ້ນຳເຂົ້າສິນຄ້າກະສິກຳ ໂດຍສະ ເພາະໝາກຖົ່ວລຽນ ໄດ້ໃຫ້ຮູ້ວ່າ: ຕາມ ຕົວເລກສະຖິຕິ ຂອງກົມໃຫຍ່ພາສີ ຂອງ ສປ ຈີນ ໃຫ້ຮູ້ວ່າ ໃນປີ 2022 ປະເທດຈີນ ນຳເຂົ້າໝາກຖົ່ວລຽນ 800.000 ໂຕນ, ປີ 2023 ນຳເຂົ້າ ຈຳນວນ 1,3 ລ້ານໂຕນ. ສຳລັບ 6 ເດືອນຕົ້ນປິ 2024 ນຳເຂົ້າປະມານ 1,4 ລ້ານໂຕນ, ຄາດວ່າໝົດປີ 2024 ຈະມີສູງເຖິງ 2,3 ລ້ານໂຕນ, ຈາກຕົວ ເລກສະຖິຕິດັ່ງກ່າວ ເຫັນໄດ້ວ່າຄົນຈີນ ມີຄວາມນິຍົມບໍລິໂພກໝາກຖົ່ວລຽນ ສູງຂຶ້ນຢ່າງຕໍ່ເນື່ອງ. ສຳລັບປະເທດຈີນ ເຂດທີ່ສາມາດປູກໝາກຖົ່ວລຽນໄດ້ ແມ່ນຢູ່ເຂດເກາະໄຫໜານ, ປັດຈຸບັນ ກໍມີການປູກຫລາຍສົມຄວນ, ແຕ່ທຽບ ກັບຄວາມຕ້ອງການຂອງຕະຫລາດ ແລ້ວແມ່ນຍັງບໍ່ພຽງພໍ ເຊິ່ງການນຳ ເຂົ້າສ່ວນຫລາຍແມ່ນນຳເຂົ້າຈາກປະ ເທດໄທ, ມາເລເຊຍ, ຫວຽດນາມ. ພ້ອມນີ້, ທ່ານຍັງໄດ້ມີຄຳເຫັນແລະ ຄຳ ແນະນຳວ່າ ໝາກຖົ່ວລຽນລາວ ກໍມີ ໂອກາດສູງທີ່ຈະເຂົ້າໄປຂາຍຢູ່ປະເທດ ຈີນ ແຕ່ຜູ້ປະກອບການລາວ ຍັງຕ້ອງ ໄດ້ເຮັດວຽກອີກຫລາຍຢ່າງເພື່ອໃຫ້ສິ ນຄ້າ (ໝາກຖົ່ວລຽນລາວ) ໄດ້ມາດ ຕະຖານຕາມເງື່ອນໄຂຂອງລະບຽບ ກົດໝາຍຂອງປະເທດຈີນ, ຜູ້ປະກອບ ການສວນຖົ່ວລຽນລາວ ຕ້ອງເອົາ ໃຈໃສ່ສ້າງມາດຕະຖານຕັ້ງແຕ່ການ ປູກ, ການບົວລະບັດດູແລ, ການປ້ອງ ກັນສັດຕູພືດ, ການເກັບກ່ຽວ, ການ ຂປລ. ໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມ ຊຶມມະຕິກົມການເມືອງສູນກາງພັກ ຄັ້ງທີ 08 ສະໄໝທີ XI ແລະ ມະຕິ ວ່າ ດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃນວັນ ທີ 22 ສິງຫາ 2024 ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜືອ ເລຂາຄະນະພັກ ຫົວໜ້າການເມືອງ ໂຮງຮຽນທິດສະດີ ການເມືອງກອງທັບ, ມີຄະນະພັກ-ຄະ ນະບັນຊາ, ຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ ແລະ ພະນັກງານນັກຮົບ ເຂົ້າຮ່ວມ. ການເຊື່ອມຊຶມເອກະສານຄັ້ງນີ້, ກໍເພື່ອເຮັດໃຫ້ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນ ຕະຫລອດຮອດພະນັກ ງານ, ສະມາຊິກພັກ, ນາຍ ແລະ ຄົນ ທະຫານ ມີຄວາມຮັບຮູ້ເຂົ້າໃຈເຊື່ອມ ຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງກ່ຽວ ກັບການສ້າງເສດຖະກິດເອກະລາດ ເປັນເຈົ້າກັນເອງ ໃນໄລຍະໃໝ່ ແລະ ຄວາມເປັນ ເຈົ້າໃນການປະຕິບັດ ພັນ ທະ, ໜ້າທີ່ຂອງແຕ່ລະພາກສ່ວນກົມ ກອງ ໃນທົ່ວກອງກັບ, ເພື່ອເປັນການ ສ້າງບາດກ້າວບຸກທະລຸໃນການພັດ ທະນາ, ຮັບປະກັນໃຫ້ແກ່ການເຕີບໂຕ ທາງດ້ານເສດຖະກິດດ້ວຍຈັງຫວະ ທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງຮັບປະກັນ ໃຫ້ແກ່ການພັດຄະນາແບບຍືນຍົງ ຕາມຄິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເຊິ່ງ ຈະເປັນເງື່ອນໄຂພື້ນຖານຮັບປະກັນ 3I'IPomy fltfu dkog,n v'dv'ma [ g-nj v,-b ,gvdtlkole7a o0v'ra d ການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ກໍຄື ການພັດຕະ ນາເສດຖະກິດຕະຫລາດຕາມທິດສັງ ຄົມ ນິຍົມຢູ່ປະເທດເຮົາ ໃຫ້ນັບມື້ເປັນ ຮູບປະທໍາຍິ່ງຂຶ້ນ, ບົນພື້ນຖານຄວາມ ຮັບຮູ້-ເຂົ້າໃຈດັ່ງກ່າວນັ້ນຍົກສູງ ສະ ຕິຊາດ, ຄວາມຮັບຜິດຊອບຂອງຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ໃນການ ຈັດຕັ້ງປະຕິບັດຂອງວາລະແຫ່ງຊາດ ແລະ ການແກ້ໄຂບັນຫາຫຍຸ້ງຍາກທາ ງດ້ານເສດຖະກິດ-ການເງິນ ແລະ ແກ້ ໄຂຊີວິດການເປັນຢູ່ພາຍໃນກົມກອງ ໄດ້ດີຂຶ້ນ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງຂອງທົ່ວກົມກອງ, ກອງ ທັບຂຸດຄົ້ນທ່າແຮງບົ່ມຊ້ອນຂົງເຂດ ທີ່ຕັ້ງກັບ, ຂອບເຂດຮັບຜິດຊອບສ້າງ ເສດຖະກິດ ການຜະລິດແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານ, ນັກຮົບ ໄດ້ດີຍິ່ງຂຶ້ນ. ຂ່າວ: ຄຳອ້າຍ+ຄຳໄຕ
RkJQdWJsaXNoZXIy MTc3MTYxMQ==