xtgmf]k; 3 23/08/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ົີ ໂດຍ: ໄໝຄຳຍ້ອອິມສິນ້ນ dkolh k'7;k,glpskp zj kolnj la '7q , vvo]kp ,u 3mf8k,dq f\kp ໂດຍ: ຢ່າາົ່ຕົ່ງ່ງ glu ,0tspkp,6 og-N v 23 ly 'sk gsfdkole7a omk'xts;a flkf p5 fmtlkfra fmtokdko7Q o7;h kdtly de{xj kw,h c]t ra fmtok-q oot[q f8k,my flu 0P;pn opq ' *ເຫດການປະຫວັດສາດທີ່ເກີດ ຂຶ້ນໃນວັນທີ 23 ສິງຫາ ປີ 1975 ໄດ້ກາຍເປັນເຫດທີ່ສຳຄັນເຫດການ ໜຶ່ງ ເປັນວັນທີ່ປວງຊົນລາວທັງ ຊາດ ໄດ້ພ້ອມກັນລຸກຮືຂຶ້ນ ເພື່ອລົບ ລ້າງກົງຈັກກອງບັນຊາການ ຂອງ ລະບອບເກົ່າທີ່ເປັນເຄື່ອງມືຮັບໃຊ້ ໃຫ້ແກ່ຈັກກະພັດ. ໃນເຫດການດັ່ງ ກ່າວນັ້ນ ໂດຍສະເພາະເຫດການທີ່ ເກີດຂຶ້ນຢູ່ນະຄອນຫລວງວຽງຈັນ ຊຶ່ງເປັນທີ່ຕັ້ງຂອງສູນກາງກົງຈັກ ບັນຊາການຂອງລະບອບເກົ່າ ທີ່ ລັດທິຈັກກະພັດໄດ້ສ້າງຕັ້ງຂຶ້ນ, ເວ ລານັ້ນປວງຊົນລາວທົ່ວນະຄອນ ຫລວງວຽງຈັນ ກໍຄືປວງຊົນທັງ ຊາດໄດ້ຕົກຢູ່ໃນສະພາບອັດຕະຄັດ, ຖືກກົດຂີ່ຂູດຮີດ, ບໍ່ມີສິດເສລີພາບ ແລະຖືກຄອບງຳໃນທຸກດ້ານ. ການລຸກຮືຂຶ້ນຢຶດອຳນາດໃນ ວັນດັ່ງກ່າວ ຈຶ່ງເປັນຫົນທາງດຽວ ໃນການຍູ້ແຮງໃຫ້ແກ່ຂະບວນການ ຕໍ່ສູ້ປົດປ່ອຍຊາດ, ປະກາເອກະລາດ ໃນທົ່ວປະເທດ. ດ້ວຍເຫດນັ້ນ, ເຫດ ການດັ່ງກ່າວໄດ້ມີຄວາມສຳຄັນ ຊຶ່ງສ່ອງແສງໃຫ້ເຫັນບາງບັນຫາ ດັ່ງນີ້: ອັນທີໜຶ່ງ, ການລຸກຮື້ຂຶ້ນຂອງ ປະຊາຊົນລາວບັນດາເຜົ່າ ເພື່ອຢຶດ ອຳນາດການປົກຄອງທົ່ວປະເທດ ໃນປີ 1975 ໄດ້ເປັນການປະກອບ ສ່ວນເຮັດໃຫ້ພາລະກິດແຫ່ງການ ປະຕິວັດຊາດ-ປະຊາທິປະໄຕໄດ້ ສຳເລັດຜົນ ແລະ ສາມາດປົດປ່ອຍ ປະເທດຊາດເປັນເອກະລາດໄດ້ຢ່າງ ສົມບູນ. ອັນທີສອງ, ການລຸກຮື້ຂຶ້ນຢຶດ ອຳນາດການປົກຄອງທົ່ວປະເທດ ໃນປີ 1975 ໄດ້ເຮັດໃຫ້ການປະຕິ ວັດລາວກ້າວເຂົ້າສູ່ໄລຍະໃໝ່ ໄລຍະ ແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍ ລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສັງ *ເມື່ອບໍ່ດົນມານີ້,ກະຊວງກະສິ ກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມ ວາງແຜນ 5 ປີ2026-2030 ສ້າງ ແຜນຍຸດທະສາດພັດທະນາການຄົ້ນ ຄວ້າກະສິກໍາ-ປ່າໄມ້ແລະພັດທະນາ ຊົນນະບົດຕາມທິດສີຂຽວ ແລະ ຍືນ ຍົງທີ່ໂຮງແຮມ ອໍາມະຣິ ເມືອງວັງ ວຽງແຂວງວຽງຈັນໂດຍການເປັນ ປະທານຮ່ວມຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ດຣ ມາກ ດູບົວສ (Dr. Mark Dubois)ຜູ້ຕາງໜ້າສະຖາບັນ ຄຸ້ມຄອງນໍ້າສາກົນປະຈໍາສປປລາວ ແລະ ພາກພື້ນອາຊີຕາເວັນອອກ *ໃນປັດຈຸບັນການນຳໃຊ້ໂທລະ ສັບມືຖື ບໍ່ແມ່ນພຽງແຕ່ຊ່ອງທາງ ດຽວໃນການໂທ ຫລື ສົ່ງຂໍ້ຄວາມ ຜ່ານເຄືອຂ່າຍໂທລະສັບເທົ່ານັ້ນ, ແຕ່ເຮົາຍັງສາມາດໂທ ແລະ ສົ່ງຂໍ້ ຄວາມຜ່ານເຄືອຂ່າຍສື່ສັງຄົມອອນ ລາຍ ຫລື ທີ່ເອີ້ນວ່າ Social Net- work ຊຶ່ງການນໍາໃຊ້ສື່ສັງຄົມອອນ ລາຍໃນການໂທ ແລະ ສົ່ງຂໍ້ຄວາມ ນີ້ ມີຄວມສະດວກສະບາຍ, ວ່ອງໄວ ແລະ ທີ່ສໍາຄັນແມ່ນມີລາຄາຖືກ. ການນໍາໃຊ້ສື່ສັງຄົມອອນລາຍ ນັບ ມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງ ມີທ່າທີເພີ່ມຂຶ້ນເລື້ອຍໆ ໂດຍສັງເກດ ຈາກສະຖິຕິການນຳໃຊ້ສື່ສັງຄົມ ອອນລາຍໃນແຕ່ລະປີ ເພາະສື່ສັງຄົມ ອອນລາຍມີຂໍ້ດີຢ່າງຫລວງຫລາຍ ໂດຍສະເພາະເປັນຊ່ອງທາງຊ່ວຍ ໃນການຕິດຕໍ່ສື່ສານ ແລະ ສ້າງ ຄວາມສໍາພັນລະຫວ່າງບຸກຄົນ, ກຸ່ມ ຄົນ ເພຶ່ອເຜີຍແຜ່ຂໍ້ມູນຂ່າວສານແລະ ສາລະຄວາມຮູ້, ການໂຄສະນາ ແລະ ປະຊາສໍາພັນທີ່ເປັນປະໂຫຍດຕໍ່ອົງ ການ, ທຸລະກິດ ແລະ ການຄ້າ ແລະ ສາມາດນຳໃຊ້ເປັນຊ່ອງທາງໃນ ການຊ່ວຍເຫລືອສັງຄົມ ແລະ ອື່ນໆ. ສື່ສັງຄົມອອນລາຍ ເປັນສັງຄົມ ທີ່ກວ້າງ ຖ້າຜູ້ໃຊ້ຂາດວິຈາລະນາ ຍານໃນການຊົມໃຊ້ ອາດເຮັດໃຫ້ ຖືກບຸກຄົນ ຫລື ກຸ່ມຄົນທີ່ບໍ່ຫວັງດີ ນຳໃຊ້ເປັນເຄື່ອງມື ເພຶ່ອຫລອກລວງ ເຮັດໃຫ້ເກີດຄວາມເສຍຫາຍ, ນອກ ຈາກນັ້ນຍັງມີບາງກຸ່ມຄົນໃຊ້ເພື່ອ ປຸກລະດົມຊວນເຊື່ອ, ສ້າງຄວາມ ຂັດແຍ່ງ ລະຫວ່າງບຸກຄົນ ຫລື ກຸ່ມ ຄົນ ທີ່ກະທົບເຖິງສິນທຳ, ວັດທະ ນະທຳ, ແນວທາງການເມືອງ, ເສດ ຖະກິດ-ສັງຄົມ ແລະ ສິດທິສ່ວນ ບຸກຄົນ, ສາມາດນຳໃຊ້ເປັນເຄື່ອງມື ໃນການກໍ່ອາຊະຍາກໍາ ໄດ້ຫລາຍ ຮູບແບບ ແລະ ຍັງສາມາດນຳໄປ ສູ່ການເສບຕິດສື່ສັງຄົມອອນລາຍ ໂດຍ ເຮັດໃຫ້ ເສຍເວລາ, ສຸຂະພາບ, ວຽກງານ, ແລະ ການຮຽນ. ສື່ສັງ ຄົມອອນລາຍໃນປັດຈຸບັນເປັນສິ່ງ ທີ່ທ້າທາຍຕໍ່ກັບການຄຸ້ມຄອງຂອງ ຂະແໜງການທີ່ກ່ຽວຂ້ອງ. ຕໍ່ກັບ ການກະທຳຜິດຜ່ານສື່ສັງຄົມອອນ ລາຍ ຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດ ຄົມນິຍົມເທື່ອລະກ້າວ ໃນບາດລ້ຽວ ໃໝ່ ຂອງການປະຕິວັດລາວ. ອັນທີສາມ, ການລຸກຮື້ຂຶ້ນຢຶດ ອຳນາດການປົກຄອງທົ່ວປະເທດ ໃນປີ 1975 ໄດ້ເປັນໜຶ່ງໃນ 3 ບາດ ຄ້ອນຍຸດທະສາດ ຊຶ່ງໄດ້ປາກົດຜົນ ເປັນຈິງ ແລະ ສາມາດຍາດໄດ້ໄຊ ຊະນະອັນສະຫງ່າລາສີ ໂດຍພາຍໃຕ້ ການນຳພາຂອງພັກປະຊາຊົນປະຕິ ວັດລາວ. ເພື່ອເຮັດໃຫ້ຖັນແຖວຊາວໜຸ່ມ- ໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະ ນັກງານ-ລັດຖະກອນ, ສະມາຊິກ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກຳໄດ້ ແລະ ສືບຕໍ່ເສີມຂະຫຍາຍມູນ ເຊື້ອ 23 ສິງຫາ ກໍຄືມູນເຊື້ອອັນດີ ງາມ ຂອງປວງຊົນລາວບັນດາເຜົ່າ ໃຫ້ເປັນຂະບວນກວ້າງຂວາງໃນ ສັງຄົມ, ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນໄລຍະໃໝ່ ຄວນເອົາໃຈໃສ່ບາງບັນຫາດັ່ງນີ້: ທຸກຂົງເຂດວຽກງານເວົ້າລວມ, ເວົ້າ ສະເພາະຢູ່ຕາມສະຖາບັນການສຶກ ສາ, ໂຮງຮຽນຕ່າງໆໃນທົ່ວປະເທດ ຕ້ອງໄດ້ເອົາໃຈໃສ່ຕໍ່ການປັບປຸງກົນ ໄກການໂຄສະນາເຜີຍແຜ່ດ້ວຍຮູບ ການຕ່າງໆຢ່າງປະດິດສ້າງ ເປັນຕົ້ນ ຖືເອົາການສິດສອນວິຊາປະຫວັດ ສາດເພື່ອຊີ້ແຈງ, ອະທິບາຍເຖິງ ສະພາບເຫດການຕ່າງໆທາງປະ ຫວັດສາດ.ການຈັດຕັ້ງຫລືຂະແໜງ ການຕ່າງໆທີ່ກ່ຽວຂ້ອງຄວນມີການ ໂຄສະນາປຸກລະດົມຊາວໜຸ່ມ-ໄວ ໜຸ່ມ, ພະນັກງານ-ລັດຖະກອນ, ຖັນ ແຖວສະມາຊິກພັກທີ່ຢູ່ໃນການຄຸ້ມ ຄອງຂອງຕົນໃຫ້ມີຄວາມສົນໃຈໃນ ການສຶກສາເຫດການທາງປະຫວັດ ສາດນັບມື້ນັບຫລາຍຂຶ້ນ, ທັງມີ ສາລະປະໂຫຍດ ຕິດພັນກັບການ ຕອບຄຳຖາມວິທະຍາສາດ ເພື່ອຊີງ ລາງວັນ ຫລື ສ້າງແຜນການເຄື່ອນ ໄຫວກິດຈະກຳສົ່ງເສີມການອ່ານ, ສົ່ງເສີມການຂຽນ-ການຄົ້ນຄວ້າ ດ້ວຍການຈັດສຳມະນາ, ຂຽນບົດ ວິທະຍາສາດ ເພື່ອເປັນສິ່ງກະຕຸກ ຊຸກຍູ້ຕໍ່ການຮຽນຮູ້ຢ່າງກວ້າງ ຂວາງ. ສະຖາບັນຄອບຄົວຄວນ ເອົາໃຈໃສ່ຕໍ່ການສຶກສາອົບຮົມ, ການຊັກຈູງໃຫ້ແກ່ລູກຫລານເຂົ້າ ໃນການຮຽນຮູ້ມູນເຊື້ອ, ຮຽນຮູ້ເຫດ ການປະຫວັດສາດ ຂອງຊາດລາວ ແລະ ສ້າງເງື່ອນໄຂເຂົາເຈົ້າໄດ້ມີທັດ ສະນະຮັກ-ມັກໃນວິຊາປະຫວັດ ສາດ ເພື່ອກຳໄດ້ເຫດການຕ່າງໆ ທາງປະຫວັດສາດ. ເອົາໃຈໃສ່ຕໍ່ ການປູກຝັງແນວຄິດມັກອ່ານ, ມັກ ຄົ້ນຄວ້າ, ສະແຫວງຫາຄວາມຮູ້, ມັກສະຫລຸບສັງລວມບັນຫາທີ່ໄດ້ ຜ່ານການອ່ານ, ຜ່ານການຮຽນຮູ້ໃຫ້ ແກ່ຖັນແຖວຊາວໜຸ່ມ-ໄວໜຸ່ມ, ນັກ ຮຽນ, ນັກສຶກສາ, ພະນັກງານ-ລັດ ຖະກອນ, ສະມາຊິກພັກ ແລະ ປະຊາ ຊົນລາວບັນດາເຜົ່າ ພ້ອມນັ້ນກໍສ້າງ ເງື່ອນໄຂໃຫ້ເຂົາເຈົ້າໄດ້ມີໂອກາດ ໄດ້ລົງເບິ່ງຕົວຈິງສະພາບຮ່ອງຮອຍ ທາງປະຫວັດສາດ ເພື່ອໃຫ້ເຂົາເຈົ້າ ສາມາດກຳໄດ້ທາງດ້ານຂໍ້ມູນ ແລະ ຮ່ອງຮອຍທີ່ເກີດຂຶ້ນໃນປະຫວັດ ສາດ. ຖືເອົາການເຜີຍແຜ່ຜ່ານສື່ ໂທລະພາບ ໂດຍສະເພາະລາຍການ ເຫດການປະຫວັດສາດໃຫ້ນັບມື້ນັບ ຫລາຍຂຶ້ນ, ທັງກຳນົດ ແລະ ຈັດ ສັນເວລາລາຍການດັ່ງກ່າວໃຫ້ ເໝາະສົມ ເພື່ອດຶງດູດຖັນແຖວ ຊາວໜຸ່ມ-ໄວໜຸ່ມ, ນັກຮຽນ, ນັກ ສຶກສາ, ພະນັກງານ-ລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນລາວ ບັນດາເຜົ່າໄດ້ຫັນມາສົນໃຈໃນການ ສຶກສາ, ຮຽນຮູ້ກ່ຽວກັບປະຫວັດ ສາດລາວ. ກັ້ນອາຊາຍະກໍາທາງລະບົບຄອມ ພິວເຕີ ສະບັບເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2016 ທາງ ຜູ້ຂຽນໄດ້ຍົກບາງມາດຕາມາໃຫ້ ທ່ານຜູ້ອ່ານໄດ້ຮັບຮູ້ ລວມທັງມາດ ຕາທີ່ກ່ຽວຂ້ອງ ເພຶ່ອເປັນການປ້ອງ ກັນ ການກະທຳຜິດ ຫລື ແນວທາງ ແກ້ໄຂເມື່ອເຮົາເປັນຜູ້ເສຍຫາຍ ຊຶ່ງ ມີບາງມາດຕາດັ່ງນີ້:ມາດຕາ 11 ການຕັດຕໍ່ເນື້ອໃນ, ຮູບ, ພາບ ເຄື່ອນ ໄຫວ,ສຽງແລະວີດີໂອໂດຍບໍ່ໄດ້ຮັບ ອະນຸຍາດແມ່ນການສ້າງຂຶ້ນໃໝ່, ການເພີ່ມເຕີມ ຫລື ການດັດແປງ ຈາກຕົ້ນສະບັບ ດ້ວຍວິທີການທາງ ເອເລັກໂຕຣນິກ ຫລື ວີທີການອື່ນ ເພຶ່ອເຜີຍແຜ່ ຜ່ານລະບົບຄອມພິວ ເຕີ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ ບຸກຄົນ, ນິຕິບຸກຄົນແລະການຈັດຕັ້ງ ທີ່ກ່ຽວຂ້ອງ.ມາດຕາ 13 ການສ້າງ ຄວາມເສຍຫາຍຜ່ານສື່ສັງຄົມອອນ ລາຍ ຊຶ່ງປະກອບມີ: ການນຳເອົາ ຂໍ້ມູນຄອມພິວເຕີ ທີ່ມີລັກສະນະ ໃສ່ຮ້າຍປ້າຍສີ, ໝິ່ນປະໝາດ, ໃຊ້ ຄຳສັບບໍ່ສຸພາບເຂົ້າສູ່ລະບົບຄອມ ພິວເຕິ; ການນຳເອົາຂໍ້ມູນທີ່ມີລັກ ສະນະໃຊ້ຄວາມຮຸນແຮງ,ຂໍ້ມູນເທັດ, ຂໍ້ມູນຫລອກລວງ, ຂໍ້ມູນທີ່ບໍ່ເປັນ ຄວາມຈິງເຂົ້າສູ່ລະບົບຄອມພິວເຕີ; ການນຳເອົາຂໍ້ມູນຄອມພິວເຕີ ທີ່ເປັນ ການທຳລາຍຄວາມໝັ້ນຄົງຂອງ ຊາດ, ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ, ວັດ ທະນະທຳ ແລະ ຮິດຄອງປະເພນີອັນ ດີງາມຂອງຊາດ;ການນຳເອົາຂໍ້ມູນ ຄອມພິວເຕີ ທີ່ມີລັກສະນະຊວນເຊື່ອ, ຍຸຍົງ ແລະ ສົ່ງເສີມ ປະຊາຊົນຕໍ່ຕ້ານ ລັດຖະບານ ຫລື ແບ່ງແຍກຄວາມ ສາມັກຄີ; ການໂຄສະນາຄ້າຂາຍຢາ ເສບຕິດ, ອາວຸດເສິກ, ອາວຸດເຄມີ, ຄ້າມະນຸດ, ຄ້າປະເວນີ, ຄ້າໂສເພນີ ແລະ ສິ່ງຜິດກົດໝາຍ;ການເຜີຍແຜ່ ຫລື ສົ່ງຕໍ່ຂໍ້ມູນຄອມພິວເຕີ ຕາມທີ່ ໄດ້ກຳນົດໄວ້ໃນມາດຕາ 11 ແລະ 14 ຂອງກົດໝາຍສະບັບນີ້ ລວມ ທັງ ຂໍ້ 1, 2, 3, 4 ແລະ ຂໍ້ 5 ຂອງ ມາດຕານີ້.ມາດຕາ 14 ການເຜີຍແຜ່ ສິ່ງລາມົກຜ່ານລະບົບຄອມພິວເຕີ ຊຶ່ງສິ່ງລາມົກ ແມ່ນ ຂໍ້ມູນທີ່ມີເນື້ອໃນ ສະແດງອອກຢ່າງຈະແຈ້ງ ເປັນຕົ້ນ ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີທີໂອ ກ່ຽວກັບອະໄວຍະວະເພດ ແລະ ພຶດຕິກຳທາງເພດຂອງຄົນ. ການເຜີຍແຜ່ສິ່ງລາມົກຜ່ານລະບົບ ຄອມພິວເຕີ ແມ່ນການຊື້ຂາຍ, ການ ແຈກຢາຍ, ການສົ່ງຕໍ່, ການແນະ ນຳ ແລະ ການເຜີຍແຜ່ຂໍ້ມູນຕາມ ທີ່ໄດ້ກຳນົດໄວ້ ໃນວັກທີ 1 ເທິງນີ້. ການກະທຳຜິດດັ່ງກ່າວຈະຖືກ ລົງໂທດຕາມກົດໝາຍຕາມມາດຕະ ການທາງອາຍາ ໂດຍໄດ້ລະບຸຢ່າງ ຊັດເຈນເຊັ່ນ: ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ ຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະ ຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ;ການສ້າງ ຄວາມເສຍຫາຍຜ່ານສື່ສັງຄົມອອນ ລາຍ ຈະຖືກລົງໂທດຕັດອິດສະລະ ພາບແຕ່ ສາມເດືອນ ຫາ ສາມປີ ແລະ ປັບໃໝ ແຕ່ 4.000.000 ກີບ ຫາ 20.000.000 ກີບ; ການເຜີຍ ແຜ່ສ່ິງລາມົກຜ່ານລະບົບຄອມພິວ ເຕີ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ໜຶ່ງປີ ຫາ ຫ້າປີ ແລະ ຈະ ຖືກປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ; ການກະ ທຳຜິດອາດສາມາດເກີດຂຶ້ນໄດ້ຕະ ຫລອດເວລາ ເພຶ່ອຫລີກລ່ຽງການ ກະທຳຜິດໃນການນຳໃຊ້ອິນເຕີເນັດ ຫລື ສື່ສັງຄົມອອນລາຍໄປໃນທາງທີ່ ຜິດ ເຊັ່ນວ່າ: ການນຳໃຊ້ຄຳສັບທີ່ບໍ່ ສຸພາບເຂົ້າໃນລະບົບຄອມພິວເຕີ, ການວິຈານຜູ້ອື່ນ-ໃສ່ຮ້າຍປ້າຍສີໃນ ທາງເຊື່ອມເສຍ ຈົນເກີດຄວາມ ເສຍຫາຍ, ການເຜີຍແຜ່ສິ່ງລາມົກ ຜ່ານລະບົບຄອມພິວເຕີ ຫລື ການ ໂຄສະນາຄ້າຂາຍ ສິ່ງທີ່ຜິດກົດໝາຍ ຜ່ານສື່ສັງຄົມອອນລາຍ. ດັ່ງນັ້ນເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ສື່ສັງຄົມອອນລາຍຢ່າງ ຖືກຕ້ອງ ແລະ ສ້າງສັນ ເພຶ່ອບໍ່ໃຫ້ ເປັນໂທດແກ່ຕົນເອງ ເພາະຖ້າມີ ການກະທຳຜິດ ແລະ ເກີດເປັນຄະດີ ອາດສ້າງຄວາມເສຍຫາຍທາງດ້ານ ຊັບສິນ ຫລື ເຖິງຂັ້ນເສຍອິດສະລະ ພາບໄດ້ ແລະ ເຮົາທຸກຄົນຕ້ອງເປັນ ເຈົ້າການຊ່ວຍ ສຶກສາອົບຮົມ, ແນະ ນໍາຄອບຄົວ ແລະ ໝູ່ເພື່ອນ ໃຫ້ພິ ຈາລະນາການນໍາໃຊ້ ສື່ສັງຄົມອອນ ລາຍ ຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ ຖ້ວນກ່ອນໃຊ້ສື່ສັງຄົມອອນລາຍ. ສື່ສັງຄົມອອນລາຍ ແມ່ນເປັນສິ່ງທີ່ ໃກ້ຕົວ. ສະນັ້ນ, ທ່ານຄວນສຶກສາ ເພີ່ມເຕີມກ່ຽວກັບກົດໝາຍດັ່ງກ່າວ ເພື່ອປ້ອງກັນຕົນເອງ ແລະ ຫລີກ ລ່ຽງບໍ່ໃຫ້ກະທຳຜິດ. ສຽງໃຕ້, ຜູ້ເຂົ້າຮ່ວມມີຫົວໜ້າ, ຄະນະສູນພະແນກ ພ້ອມດ້ວຍນັກ ຄົ້ນຄວ້າ ແລະ ວິຊາການ,ຕາງໜ້າ ຈາກກົມແຜນການ ແລະ ການຮ່ວມ ມື ກປ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະ ຍາໄລແຫ່ງຊາດເຂົ້າຮ່ວມ. ຂະແໜງກະສິກຳແມ່ນຂະແໜງ ສໍາຄັນໃນການຄ້ຳປະກັນສະບຽງ ອາຫານ ແລະ ໂພຊະນາການທັງ ເປັນແຫລ່ງຈ້າງງານທີ່ສຳຄັນ ແລະ ຊຸກຍູ້ການດຳລົງຊີວິດຂອງທ້ອງຖິ່ນ ເຊິ່ງມັນນຳໃຊ້ນໍ້າຫລາຍກວ່າ 75% ຂອງການນຳໃຊ້ນ້ຳທັງໝົດໃນທົ່ວ ປະເທດ. ໃນສະພາບການທີ່ມີຄວາມ ສ່ຽງທາງດ້ານການປ່ຽນແປງຂອງ ດິນຟ້າອາກາດ ແລະ ລະບົບກະສິກຳ ທີ່ຕ້ອງການໃຫ້ມີຄວາມຍືນຍົງ ແລະ ທົນທານ, ການຮັບປະກັນການເຂົ້າ ເຖິງນໍ້າ, ການມີນ້ຳພຽງພໍແລະການ ນໍາໃຊ້ນໍ້າຢ່າງມີປະສິດທິຜົນແມ່ນ ປະເດັນສໍາຄັນໃນການວາງແຜນ ວຽກງານການຄົ້ນຄວ້າກະສະກໍາປ່າໄມ້ ແລະ ພັດທະນາຊົນນະບົດ. ກອງປະຊຸມດັ່ງກ່າວມີຄວາມສໍາ ຄັນຕໍ່ສະຖາບັນເພື່ອວາງແຜນການ 5 ປີ2026-2030 ໃນການສ້າງ 6 ແຜນງານຂອງສະຖາບັນເພື່ອການ ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດຕາມ ພາລະບົດບາດ, ປະກອບສ່ວນເຂົ້າ ໃນການພັດທະນາຂະແໜງກະສິກໍາ ແລະ ເສດຖະກິດແຫ່ງຊາດ. ກອງ ປະຊຸມໄດ້ລະດົມແນວຄວາມຄິດສຸມ ຈິດສຸມໃຈແລກປ່ຽນຄວາມຮູ້ ດ້ານ ວິທະຍາສາດກະສິກໍາກ່ຽວກັບວຽກ ງານແຜນການຂອງກະຊວງກະສິ ກຳ ແລະ ປ່າໄມ້ໃຫ້ສອດຄ່ອງກັບ ແນວທາງຂອງລັດຖະບານ. ກອງປະຊຸມ ໄດ້ບັນລຸຕາມເປົ້າ ໝາຍ ແລະ ຈຸດປະສົງ, ເອກະພາບ ສູງທາງດ້ານເນື້ອໃນຂອງ 6 ແຜນ ງານຂອງສະຖາບັນ ແລະ ຂະບວນ ການພັດທະນາຕົວຊີ້ວັດ ສໍາລັບ ແຜນການຂອງຕົນທີ່ຈະສາມາດ ເປັນບ່ອນອີງໃນການຈັດຕັ້ງປະຕິ ບັດ, ຊຸກຍູ້-ຕິດຕາມ ແລະ ປະເມີນ ຜົນຢ່າງມີລະບົບ ໃນການພັດທະນາ ຂະແໜງກະສິກໍາ ແລະ ປ່າໄມ້ ໃຫ້ ມີຄວາມເຂັ້ມແຂງຕາມທິດສີຂຽວ ແລະ ຍືນຍົງ ຜ່ານວຽກງານການ ຄົ້ນຄວ້າທາງວິທະຍາສາດ.
RkJQdWJsaXNoZXIy MTc3MTYxMQ==