lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/08/2024 xtgmf]k; ປະທານປະເທດ... ຂປລ. ໃນວັນທີ 22 ສິງຫາ 2024, ທ່ານ ທອງຜ່ານ ສະຫວັນເພັດ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານກອງ ປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກ ສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸ ໂສ ຂອງກອງປະຊຸມສຸດຍອດອາຊີຕາ ເວັນອອກ ທີ່ຫລວງພະບາງ ສປປ ລາວ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາ ຊຽນບວກສາມ ແລະ ກອງປະຊຸມເຈົ້າ ໜ້າທີ່ອາວຸໂສຂອງກອງປະຊຸມສຸດ ຍອດອາຊີຕາເວັນອອກໃນຄັ້ງນີ້, ໄດ້ ທົບທວນການຈັດຕັ້ງຜັນ ຂະຫຍາຍຜົນ ຂອງກອງປະຊຸມລັດຖະມົນຕີ ຕ່າງປະ ເທດອາຊຽນບວກສາມ ຄັ້ງທີ 25 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນ ອອກ ຄັ້ງທີ 14 ທີ່ໄດ້ຈັດຂຶ້ນໃນວັນທີ ເຖິງປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ. ພາຍໃຕ້ການນຳພາ ຂອງພັກປະຕິວັດດັ່ງກ່າວ, ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ຈຶ່ງໄດ້ເຂົ້າສູ່ໄລ ຍະໃໝ່ດ້ວຍຄຸນນະພາບໃໝ່. ພັກ ໄດ້ນຳພາປະຊາຊົນລາວລຸກຂຶ້ນຢຶດອຳນາດ ການປົກຄອງໃນທົ່ວປະເທດ ໃນວັນທີ 23 ສິງຫາ 1945. ຂະບວນການຢຶດອຳ ນາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກຳມະກອນໂຮງງານກັບຟ້າ ຈໍານວນ 500 ຄົນ. ງານໂຮມຊຸມນຸມໄດ້ມີຄົນເຂົ້າຮ່ວມໝື່ນກວ່າຄົນ. ຢູ່ສະຫວັນນະເຂດ ປະຊາຊົນໄດ້ໂຄ່ນລົ້ມອຳນາດການປົກຄອງເກົ່າ ແລະ ສ້າງຕັ້ງອຳນາດການ ປົກຄອງປະຕິວັດຂຶ້ນແທນ ໃນວັນທີ 30 ສິງຫາ ແລະ ຢູ່ທ່າແຂກ ວັນທີ 1 ກັນຍາ. ໃນໄລຍະບໍ່ເຖິງ 1 ເດືອນ ປະຊາຊົນລາວ ທີ່ໄດ້ຮັບການຮ່ວມມືປະສານງານອັນຕັ້ງ ໜ້າຂອງຊາວຫວຽດນາມຕ່າງດ້າວ ໄດ້ລຸກຮືຂຶ້ນໂຄ່ນລົ້ມອຳນາດການປົກຄອງ ເກົ່າ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດຂອງຕົນຂຶ້ນຢູ່ຫລາຍທ້ອງຖິ່ນ. ພ້ອມກັນນັ້ນ, ໄດ້ຈັດຕັ້ງບັນດາກອງກຳລັງປະກອບອາວຸດປ້ອງກັນຕົວ ຢູ່ໃນຕົວ ເມືອງໃຫຍ່ຕ່າງໆ ເຊັ່ນ: ເມືອງວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຽງຂວາງ, ຊຳເໜືອ ແລະ ຫລວງພະບາງ. ຈາກນັ້ນມາ ລັດຖະບານລາວອິດສະຫລະ ໄດ້ຮັບ ການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດຄວາມເປັນເອກະລາດຂອງຊາດ ຕໍ່ໜ້າມວນຊົນ ໃນວັນທີ 12 ຕຸລາ 1945. ແຕ່ພາຍຫລັງພວກລ່າເມືອງຂຶ້ນແບບເກົ່າຖືກປະລາໄຊແລ້ວ ຈັກກະພັດລ່າ ເມືອງຂຶ້ນແບບໃໝ່ ກໍໄດ້ກະໂດດເຂົ້າມາແທນ ດຳເນີນການແຊກແຊງ ແລະ ຮຸກ ຮານປະເທດລາວ ດ້ວຍກົນອຸບາຍຫວັງເຮັດໃຫ້ປະເທດເຮົາກາຍ-ເປັນຫົວເມືອງ ຂຶ້ນແບບໃໝ່ ແລະ ເປັນຖານທັບຂອງພວກເຂົາ. ຕໍ່ກັບສະພາບການ ແລະ ຄວາມ ຮຽກຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ ວັນທີ 22/3/1955 ພັກ ປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ. ພັກ ໄດ້ນຳພາປະຊາຊົນ ລາວ ບັນດາເຜົ່າ ດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບໃໝ່ ຊຶ່ງເປັນໄລຍະການ ຕໍ່ສູ້ທີ່ດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລຳບາກກວ່າໝູ່ຂອງການປະຕິວັດ ໃນປະເທດເຮົາ, ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນ ປະຫວັດສາດຂອງຊາດລາວເຮົາ. ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງ ທິດທາງ ແລະ ໜ້າທີ່ລວມ ໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການ ປະຕິວັດ ໂດຍນຳໃຊ້ 3 ບາດຄ້ອນຍຸດທະສາດ. ປະຕິບັດຕາມທິດທາງໜ້າທີ່ດັ່ງກ່າວ, ພັກໄດ້ນຳພາປະຊາຊົນກະກຽມກຳລັງທຸກດ້ານເຊັ່ນ: ກຳລັງການເມືອງແລະ ກຳລັງປະກອບອາວຸດ, ປຸກລຸກນ້ຳໃຈຮັກຊາດ ແລະ ຄຽດແຄ້ນສັດຕູ, ປຸກລຸກນໍ້າ ໃຈຕໍ່ສູ້ຂອງປະຊາຊົນຢູ່ໃນເຂດກວດກາຂອງຝ່າຍວຽງຈັນ. ກະກຽມແຜນການ ທຸກດ້ານ ເພື່ອຢຶດອຳນາດຢູ່ຕາມຕົວເມືອງໃນຂອບເຂດທົ່ວປະເທດ. ພາຍໃຕ້ການ ນຳພາຂອງພັກ, ມະຫາຊົນຊັ້ນຄົນຕ່າງໆ ຢູ່ໃນເຂດປົກຄອງສັດຕູ ແລະ ໃນເຂດ ເປັນກາງ ໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫລາຍ. ຂະບວນ ການຕໍ່ສູ້ຂອງມະຫາຊົນ ໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ, ດຶງດູດເຕົ້າໂຮມ ເອົາກຳລັງໄດ້ຢ່າງຫລວງຫລາຍໃນບັນດາຂ້າລາຊະການ, ຊາວຄ້າ-ຂາຍ, ພະ ສົງ - ສາມະເນນ, ນາຍ ແລະ ພົນທະຫານ, ຕຳຫລວດ ໄດ້ເຂົ້າຮ່ວມການຕໍ່ສູ້. ວັນທີ 23/8/1975 ຊາວນະຄອນຫລວງວຽງຈັນ ສອງໝື່ນກວ່າຄົນ ໄດ້ໂຮມ ຊຸມນຸມ ເພື່ອຕ້ອນຮັບການປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດ ນະ ຄອນຫລວງວຽງຈັນ, ລະບົບອຳນາດການປົກຄອງປະຕິວັດທັງໝົດແຕ່ຂັ້ນແຂວງ, ນະຄອນຫລວງ ລົງຮອດຂັ້ນຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນໃນທົ່ວເຂດປົກ ຄອງຂອງສັດຕູ. ວັນທີ2ທັນວາ1975ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ຈັດ ຂຶ້ນຢູ່ນະຄອນຫລວງວຽງຈັນ ຊຶ່ງກອງປະຊຸມໄດ້ເປັນເອກະສັນກັນຜ່ານມະຕິ ອັນ ເປັນປະຫວັດການ, ຕົກລົງລຶບລ້າງລະບອບລາຊາທິປະໄຕທີ່ຫລ້າສະໄໝ ແລະ ສະຖາປະນາ ລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ນີ້ສະ ແດງໃຫ້ເຫັນເຖິງຄວາມເກັ່ງກ້າສາມາດຂອງພັກເຮົາ ໃນການນໍາພາ-ຊີ້ນໍາ ຕໍ່ສູ້ ຢ່າງພິລາອາດຫານ ຈົນກ້າວໄປສູ່ການຢຶດອຳນາດຂັ້ນສຸດທ້າຍ ຂອງການປະຕິ ວັດລາວ. ວັນຢຶດອຳນາດ 23/8/1975 ແມ່ນມີຄວາມໝາຍສຳຄັນຫລາຍ ຊຶ່ງມັນ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ປປ ລາວ ແມ່ນຜົນທີ່ເກີດຈາກຄວາມ ກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດ ການປົກຄອງ ໃນປະເທດແບບ “ບົວບໍ່ຊໍ້ານໍ້າບໍ່ຂຸ່ນ”. ພ້ອມນີ້, ຍັງແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາທີ່ສະຫລາດສ່ອງໃສຂອງ ພັກ, ແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ກັນ ຂອງທົ່ວປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການພັດທະນາປະເທດ ຊາດ ໃນຍຸກດີຈີຕອນ ຍິ່ງຕ້ອງເພີ່ມທະວີການສຶກສາອົບຮົມປະຊາຊົນລາວບັນ ດາເຜົ່າ ເປັນຕົ້ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອ 23 ສິງຫາ ມະຫາໄຊ ດ້ວຍຮູບການຕ່າງໆໃຫ້ກວ້າງຂວາງເລິກເຊິ່ງ, ປຸກລະດົມການ ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງລັດ ໃຫ້ປະກົດຜົນເປັນຈິງ. ຕັ້ງໜ້າປັບປຸງຮັດແໜ້ນຄວາມສາ ມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ, ຍົກສູງສະຕິລະວັງຕົວຕໍ່ ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດ ກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ. ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ມີຄວາມສັກສິດ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງແລະສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດ ຫລຸດພົ້ນອອກຈາກຄວາມທຸກຍາກ. ພ້ອມກັນເສີມຂະຫຍາຍມູນເຊື້ອ... ທີ່ມີມາດຕະຖານນັບມື້ນັບສູງຂຶ້ນ ເພື່ອ ຕອບສະໜອງຄວາມຮຽກຮ້ອງຕ້ອງ ການທີ່ນັບມື້ນັບສູງຂອງສະພາບການ ຂອງປະເທດເຮົາ, ທັງກຽມພ້ອມຮັບມື ກັບສິ່ງທ້າທາຍທີ່ອາດຈະເກີດຂຶ້ນ, ຂະ ແໜງການສາທາລະນະສຸກ, ແພດ, ໝໍ, ພະຍາບານຕ້ອງເປັນຜູ້ສະດຸ້ງໄວ, ຮຽນຮູ້ສິ່ງໃໝ່ໆຢູ່ທຸກເວລາ, ຕິດຕາມ ສະພາບການ ແລະ ນຳທັນສະຖານະ ການດ້ານການປ້ອງກັນພະຍາດ ແລະ ປິ່ນປົວພະຍາດໃຫ້ທັນການ. ພ້ອມນີ້, ໃຫ້ສືບຕໍ່ປະຕິບັດນະໂຍ ບາຍສາທາລະນະສຸກທົ່ວປວງຊົນ, ຖື ເອົາວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖື ເອົາວຽກງານປິ່ນປົວ ແລະ ສະໜອງ ການບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນ; ໂຄສະນາສຸຂະສຶກສາ, ສະ ໜອງຂໍ້ມູນຂ່າວສານ ແລະ ສ້າງຄວາມ ເຂົ້າໃຈ, ຄວາມຕື່ນຕົວ ໃນການຮັກສາ ສຸຂະພາບຂອງປະຊາຊົນ ໃຫ້ນັບມື້ນັບ ກວ້າງຂວາງ, ໃຫ້ເປັນວຽກງານປະ ຈຳ, ຊ່ວຍໃຫ້ພົນລະເມືອງ ຮູ້ຂໍ້ມູນໃໝ່ໆ ຢ່າງເປັນປົກກະຕິ ໂດຍຜ່ານພາຫະນະ ສື່ມວນຊົນ ໃຫ້ຫລາຍຂຶ້ນ; ປັບປຸງກອງ ທຶນປະກັນສຸຂະພາບ ໃຫ້ເຂັ້ມແຂງ, ມີ ປະສິດທິພາບ, ຮັບປະກັນໃຫ້ປະຊາຊົນ ເຂົ້າເຖິງການບໍລິການທີ່ນັບມື້ນັບທົ່ວ ເຖິງໄປພ້ອມກັບການສືບຕໍ່ປັບປຸງຕາ ໜ່າງສາທາລະນະສຸກ ອອກສູ່ທ້ອງ ຖິ່ນ, ຊົນນະບົດ, ເຂດພູດອຍ, ເຂດຫ່າງ ໄກສອກຫລີກ ໃຫ້ກວ້າງອອກແລະທົ່ວ ເຖິງ; ຍົກສູງຄຸນນະພາບ ຂອງການບໍລິ ການສຸຂະພາບຢູ່ໂຮງໝໍຂັ້ນຕ່າງໆ, ຫັນ ໂຮງໝໍສູນກາງ ແລະ ໂຮງໝໍແຂວງ ຈໍານວນໜຶ່ງ ໄປສູ່ຄວາມທັນສະໄໝ ເທື່ອລະກ້າວ, ທັງທາງດ້ານພື້ນຖານ ໂຄງລ່າງ, ອຸປະກອນການແພດ ແລະ ປະກອບບຸກຄະລາກອນທີ່ເກັ່ງ, ຊໍານິ ຊໍານານ, ມີມາດຕະຖານນັບມື້ນັບສູງ ຂຶ້ນ; ລະບົບການບໍລິຫານຈັດການຂອງ ໂຮງໝໍ ຕ້ອງຫັນໄປນໍາໃຊ້ລະບົບໄອທີ ໃຫ້ໄດ້, ສ້າງໃຫ້ໂຮງໝໍ ສາມາດກຸ້ມ ຕົນເອງເທື່ອລະກ້າວທາງດ້ານງົບປະ ມານ; ຊຸກຍູ້ສົ່ງເສີມການສົມທົບການ ປີ່ນປົວຢາຫລວງ ແລະ ຢາພື້ນເມືອງ (ການແພດສະໄໝໃໝ່ ແລະ ການແພດ ພື້ນເມືອງ); ເອົາໃຈໃສ່ພັດທະນາໂຮງ ງານຜະລິດຢາຂອງລັດ ແລະ ເອກະຊົນ ທີ່ມີແລ້ວພາຍໃນປະເທດ ໃຫ້ພຽງພໍກັບ ການນໍາໃຊ້ຄຽງຄູ່ກັບການຮັກສາມາດ ຕະຖານທີ່ມີຢູ່ ແລະ ປັບປຸງຄຸນນະພາບ ໃຫ້ຫຍັບເຂົ້າມາດຕະຖານພາກພື້ນ ແລະ ສາກົນເທື່ອລະກ້າວ; ປັບປຸງອົງ ການອາຫານ ແລະ ຢາ (ອຢ) ໃຫ້ປະຕິ ບັດໜ້າທີ່ໃຫ້ມີປະສິດທິຜົນສູງຂຶ້ນ ເພື່ອ ຊ່ວຍໃຫ້ພົນລະເມືອງລາວຫລັກຈາກ ອາຫານເປັນພິດ, ຢາບໍ່ໄດ້ມາດຕະຖານ, ຄຸນນະພາບ ທີ່ເປັນອັນຕະລາຍຕໍ່ສຸຂະ ພາບຂອງພົນລະເມືອງ; ເອົາໃຈໃສ່ຕິດ ຕາມ, ກວດກາ, ຄຸ້ມຄອງ, ຈັດສັນບັນດາ ໂຮງໝໍ ແລະ ຄລີນິກ ເອກະຊົນ ໃຫ້ເປັນ ລະບົບ, ທັງເສີມຂະຫຍາຍບົດບາດ ຄວາມເປັນເຈົ້າການຂອງໂຮງໝໍເອກະ ຊົນ ໃນການສະໜອງບໍລິການກວດສຸ ຂະພາບ ແລະ ປິ່ນປົວພະຍາດ ໃຫ້ມີຄຸນ ນະພາບແລະລາຄາສົມເຫດສົມຜົນ ເພື່ອ ໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ມີ ທາງເລືອກຫລາຍຂຶ້ນ; ແຕ່ເວລາດຽວ ກັນ ກໍຕ້ອງຄຸ້ມຄອງດ້ານຈັນຍາບັນຈັນຍາທຳ ບໍ່ໃຫ້ກາຍເປັນການກົດຂີ່ຂູດ ຮີດ ໃນການບໍລິການປີ່ນປົວຄົນເຈັບ; ສືບຕໍ່ເປັນເຈົ້າການຮ່ວມມື ກັບຄູ່ຮ່ວມ ພັດທະນາ, ອົງການຈັດຕັ້ງສາກົນ, ປະ ເທດເພື່ອນມິດ ເພື່ອພັດທະນາວຽກງານ ສາທາລະນະສຸກ ໃຫ້ເຂັ້ມແຂງ. ໃນຕອນທ້າຍ, ທ່ານປະທານປະ ເທດ ຍັງກ່າວຄວາມເຊື່ອວ່າ: ແພດໝໍ ແມ່ນເປັນຜູ້ປ້ອງກັນມະນຸດ ບໍ່ໃຫ້ເຈັບ ບໍ່ໃຫ້ໄຂ້, ຖ້າກໍລະນີມີຄົນເຈັບໄຂ້ໄດ້ ປ່ວຍ, ແພດໝໍ ເປັນຜູ້ກອບກູ້ເອົາຊີວິດ ໄວ້ ນີ້ຄືຄວາມພິເສດຂອງຄວາມເລີດ ລໍ້າຂອງຜູ້ມີບຸນຄຸນຕໍ່ມວນມະນຸດ, ຢ່າ ລືມວ່າຜູ້ທີ່ເຮັດບໍ່ໃຫ້ຄົນເຈັບເປັນ ຫລື ກູ້ເອົາຊີວິດຄົນໄດ້ໜຶ່ງຄົນ ຖືວ່າເຮົາ ໄດ້ ສ້າງບຸນກຸສົນ ໄດ້ມາໃສ່ຕົວຂອງແພດ ໄດ້ໜຶ່ງກອງບຸນໃຫຍ່ ແລະ ກອບກູ້ໄດ້ ຫລາຍຄົນເທົ່າໃດ ບຸນກຸສົນ ຈະໄດ້ມາ ໃສ່ຕົນຫລາຍເທົ່ານັ້ນ, ເວັ້ນເສຍແຕ່ຜູ້ ທີ່ເສຍດ້ວຍສາເຫດສຸດວິໄສ, ຂໍຢ່າທໍ້ ຖອຍຕໍ່ການກະທຳດີ, ມີມະນຸດສະທຳ ແລະ ມີຈັນຍາບັນປະຈຳໃຈຂອງຄວາມ ເປັນແພດໝໍ-ຜູ້ກອບກູ້ເອົາຊີວິດຂອງ ມະນຸດຕໍ່ໄປ. ໃນໂອກາດນີ້, ທ່ານ ດຣ ບຸນແຝງ ພູມມະໄລສີດ ລັດຖະມົນຕີກະຊວງ ສາທາລະນະສຸກ ກໍໄດ້ລາຍງານ ໂດຍ ຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານສາທາລະນະສຸກ ຜ່ານມາ ໂດຍ ສະເພາະການສຸມໃສ່ໃນການຜັນຂະ ຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຊິ່ງ ຂະ ແໜງສາທາລະນະສຸກ ພວກເຮົາກໍາ ລັງສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະ ນາສາທາລະນະສຸກ ປະຈໍາປີ 2024 ທີ່ເປັນການຜັນຂະຫຍາຍ ມະຕິກອງປະ ຊຸມໃຫຍ່ຂອງອົງຄະນະພັກ ກະຊວງ ສາທາລະນະສຸກ ສະໄໝທີ IX ກໍຄື ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີIX(2021-2025)ແລະຍຸດທະ ສາດປະຕິຮູບສາທາລະນະສຸກ ໄລຍະ III ທີ່ໄດ້ຜັນຂະຫຍາຍມະຕິກອງປະ ຊຸມໃຫ່ຍຂອງພັກ ມາເປັນແຜນງານ, ໂຄງການລະອຽດ ໃນຂະແໜງສາທາ ລະນະສຸກ ໂດຍເລັ່ງໃສ່ການປັບປຸງຄຸນ ນະພາບການ ບໍລິການສາທາລະນະສຸກ ແລະ ການບັນລຸຄາດໝາຍ ຕົວຊີ້ບອກ ຕ່າງໆ ຂອງບັນດາ 7 ແຜນງານ ລວມ ທັງ 11 ຕົວຊີ້ບອກທີ່ສະພາແຫ່ງຊາດ ໄດ້ຮັບຮອງ. ຄຽງຄູ່ກັນນີ້, ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ສະໄໝທີ IX ຂອງອົງຄະນະພັກ ກະຊວງສາທາລະນະສຸກ ໄດ້ສຳເລັດ ກອງປະຊຸມໃຫຍ່ 34 ຮາກຖານພັກ ແລະ 2 ຄະນະພັກຮາກຖານ ຂອງຈໍາ ນວນ ທັງໝົດ 91 ຮາກຖານພັກ ແລະ 6 ຄະນະພັກຮາກຖານ, ຊຶ່ງຄາດຄະເນ ຈະສໍາ ເລັດທຸກໜ່ວຍພັກ ແລະ ຄະນະ ພັກ ຮາກຖານ ໃນທ້າຍປີ 2024 ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງ ຄະນະພັກກະຊວງ ຈະສາມາດຈັດຂຶ້ນ ພາຍໃນຕົ້ນປີ 2025 ຕາມແຜນ. ຂ່າວ: ສົມຫວັງ ; ພາບ: ອ່າຍຄໍາ ເປີດກອງປະຊຸມ... ການດູແລເບິ່ງແຍງ ເຂົ້າໃນຍຸດທະສາດ ລະດັບຊາດ ແລະ ພາກພື້ນ. ໂອກາດດັ່ງກ່າວ, ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ ໄດ້ມີຄໍາເຫັນວ່າ: ລັດຖະບານແຫ່ງ ສປປລາວໄດ້ເອົາໃຈໃສ່ຕໍ່ການສົ່ງເສີມ ຄວາມສະເໝີພາບ ຍິງ-ຊາຍ, ການພັດ ທະນາ ແລະ ປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ. ໃນນັ້ນ, ໄດ້ໃຫ້ຄວາມສຳ ຄັນຕໍ່ວຽກງານຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງແລະເດັກ,ມີນິຕິກຳ,ແຜນ ດຳເນີນງານແຫ່ງຊາດກ່ຽວກັບການ ປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ຄວາມຮຸນແຮງ ຕໍ່ເດັກ (2021-2025) ແລະ ໄດ້ສ້າງມາດ ຕະຖານການດໍາເນີນງານ ສໍາລັບການ ບໍລິການດ້ານສຸຂະພາບ, ການບໍລິການ ດ້ານສັງຄົມ, ການບໍລິການດ້ານຂະ ບວນການຍຸຕິທໍາ ແລະ ການປະສານ ງານ-ສົ່ງຕໍ່ ເພື່ອເປັນບ່ອນອີງສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຮັດໜ້າທີ່ປົກປ້ອງ, ຊ່ວຍເຫລືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຢູ່ ສປປ ລາວ. ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຍັງ ກ່າວອີກວ່າ: ສປປ ລາວ ມີຄວາມພາກ ພູມໃຈ ທີ່ໄດ້ແລກປ່ຽນບົດຮຽນໃນ ການພັດທະນາ ແລະ ການຈັດຕັ້ງປະຕິ ບັດ “ມາດຕະຖານການດໍາເນີນງານSOPs” ເພື່ອໃຫ້ການປົກປ້ອງຊ່ວຍ ເຫລືອ ແກ່ຜູ້ຖືກເຄາະຮ້າຍຈາກການ ໃຊ້ຄວາມຮຸນແຮງທາງເພດ ແລະ ບັນ ຫາອື່ນໆ. ພ້ອມທັງຈະໄດ້ເປີດໂຕ “ຂໍ້ ແນະນຳຂອງອາຊຽນ ກ່ຽວກັບການ ພັດທະນາມາດຕະຖານການດຳເນີນ ງານແຫ່ງຊາດ(SOPs)ສຳລັບການ ປະສານງານ ເພື່ອຕອບໂຕ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມທັງ ກຸ່ມຜູ້ດ້ອຍໂອກາດ ຢ່າງເປັນທາງການ ໃນກອງປະຊຸມໃນຄັ້ງນີ້. ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຫວັງວ່າ ການ ຮ່ວມປຶກສາຫາລືກັນໃນຄັ້ງນີ້, ຈະເຕັມ ໄປດ້ວຍເນື້ອໃນອັນອຸດົມສົມບູນ, ສ້າງ ສັນ ແລະ ມີແຜນບູລິມະສິດຍາວນານ ໃນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບ ເສດຖະກິດ, ການດູແລເບິ່ງແຍງ ທີ່ບໍ່ ໄດ້ຮັບຄ່າຈ້າງ ແລະ ວຽກງານພາຍໃນ ຄົວເຮືອນ, ປະກອບສ່ວນເຂົ້າໃນການ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເຂັ້ມແຂງໃຫ້ແມ່ຍິງ, ພ້ອມ ທັງການພັດທະນາມາດຕະຖານການ ດຳເນີນງານແຫ່ງຊາດ (SOPs) ສຳ ລັບການປະສານງານ ເພື່ອຕອບໂຕ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມທັງກຸ່ມດ້ອຍໂອກາດຂອງປະເທດ ຕົນ ເພື່ອກ້າວໄປສູ່ປະຊາ ຄົມອາຊຽນ ທີ່ເຂັ້ມແຂງ. ຂ່າວ: ທະນູທອງ; ພາບ: ເກດສະໜາ 27 ກໍລະກົດ 2024 ທີ່ ນະຄອນຫລວງ ວຽງຈັນ, ພ້ອມທັງໄດ້ປຶກສາຫາລື ເພື່ອ ກະກຽມດ້ານຕ່າງໆ ໃຫ້ແກ່ກອງປະ ຊຸມສຸດ ຍອດອາຊຽນບວກສາມ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊີຕາ ເວັນອອກ ຄັ້ງທີ 19 ທີ່ຈະຈັດຂຶ້ນໃນ ເດືອນຕຸລາ 2024 ທີ່ ນະຄອນຫລວງ ວຽງຈັນ, ສປປ ລາວ ເຊິ່ງຈະມີບັນດາ ຜູ້ນໍາອາຊຽນ ແລະ ຄູ່ເຈລະຈາອາຊຽນ ເຂົ້າຮ່ວມ. ສ້າງຄວາມເຂັ້ມແຂງ... ມົນຕີກະຊວງການຕ່າງປະເທດ ແລະ ຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມເວທີ ປຶກສາຫາລື ແມ່ຍິງໂລກ (World Women’s Forum) ທີ່ນະຄອນ ຫລວງອູລານບາຕໍ ປະເທດມົງໂກລີ ຊຶ່ງມີ ທ່ານ ຄູເຣສສຸກຄ໌ ໂອຄະນາ ປະທາ ນາທິບໍດີ ແຫ່ງ ມົງໂກລີ, ພ້ອມ ດ້ວຍຮອງເລຂາທິການໃຫຍ່ ສປຊ, ມີບັນດາການນໍາເພດຍິງ ຈາກປະເທດ ຕ່າງໆ ແລະ ຕາງໜ້າຈາກອົງການຈັດ ຕັ້ງສາກົນ ເຂົ້າຮ່ວມ. ກອງປະຊຸມເວທີປຶກສາຫາລືແມ່ ຍິງໂລກ ດໍາເນີນພາຍໃຕ້ຫົວຂໍ້: “ກ້າວ ໄປສູ່ອານາຄົດສີຂຽວ” ໂດຍມີຈຸດປະ ສົງ ເພື່ອເປັນເວທີໃຫ້ບັນດາການນໍາ ເພດຍິງຂອງບັນດາປະເທດ ແລະ ອົງ ການຈັດຕັ້ງສາກົນ ໄດ້ມີໂອກາດປຶກສາ ຫາລື ແລກປ່ຽນວາມຄິດຄວາມເຫັນ ກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ, ຄວາມສະເໝີພາບລະ ຫວ່າງ ຍິງ-ຊາຍ ກໍຄື ບົດບາດຂອງແມ່ ຍິງໃນທຸກຂົງເຂດວຽກງານ, ການ ປ່ຽນແປງດິນຟ້າອາກາດ ແລະ ການ ປະຕິບັດ ເປົ້າໝາຍການພັດທະນາແບບ ຍືນຍົງ (SDG). ທ່ານ ປານີ ຢາທໍ່ຕູ້ ໄດ້ມີຄໍາເຫັນຕໍ່ ກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມ ສໍາຄັນຂອງການສຶກສາ ໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ການສຶກສາ ແມ່ນນະໂຍບາຍ, ພາຫະນະທີ່ສໍາຄັນ ແລະ ມີປະສິດທິຜົນ ໃນວຽກງານສຶກສາຂອງປະຊາຊາດ ໃນໂລກ ເພື່ອປົດປ່ອຍແມ່ຍິງອອກຈາກ ຄວາມຫລ້າຫລັງ ແລະ ທຸກຍາກ, ສ້າງ ຄວາມສະເໜີພາບຍິງ-ຊາຍ, ຮັບປະກັນ ຄວາມກ້າວໜ້າ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແກ່ແມ່ຍິງໃນທຸກດ້ານ. ສໍາລັບ ລັດຖະບານ ສປປ ລາວ ໄດ້ມີຄວາມ ໝາຍໝັ້ນໃນການຈັດຕັ້ງປະຕິບັດວາ ລະ ແລະ ແຜນດຳເນີນງານຂອງສາກົນ ລວມທັງເປົ້າໝາຍການພັດທະນາແບບ ຍືນຍົງ, ແຜນດຳເນີນງານສຳລັບປະ ເທດດ້ອຍພັດທະນາ ແລະ ປະເທດທີ່ບໍ່ ມີຊາຍແດນຕິດທະເລ ໂດຍໄດ້ມີການ ເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂະ ແໜງການໃນແຕ່ລະໄລຍະ ເພື່ອແນ ໃສ່ພັດທະນາປະເທດຕາມທິດສີຂຽວ ແລະ ຍືນຍົງ ແລະ ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ກາຍເປັນປະ ເທດເຊື່ອມໂຍງເຊື່ອມຈອດໃນພາກ ພື້ນ. ລວມທັງການສົ່ງເສີມ ແລະ ປົກ ປ້ອງສິດທິ ແລະ ຜົນປະໂຫຍດຂອງແມ່ ຍິງ ແລະ ເດັກນ້ອຍ ເປັນຕົ້ນແມ່ນການ ຈັດຕັ້ງປະຕິບັດແຜນຍຸດທະສາດພັດ ທະນາແມ່ຍິງ ຮອດປີ 2030 ແລະ ແຜນປະຕິບັດງານແຫ່ງຊາດ ເພື່ອ ຄວາມສະເໝີພາບຍິງ-ຊາຍ ໃນໄລຍະ 5 ປີ (2021-2025) ແລະ ອື່ນໆ. ປັດຈຸບັນ ແມ່ຍິງລາວ ໄດ້ມີຖານະບົດ ບາດທາງດ້ານການເມືອງ ແລະ ເສດ ຖະກິດ-ສັງຄົມຫລາຍຂຶ້ນ. ອັດຕາສ່ວນ ຂອງແມ່ຍິງ ໃນຕຳແໜ່ງບໍລິຫານ ທັງ ພາກລັດ ແລະ ເອກະຊົນ ນັບມື້ນັບເພີ່ມ ຂື້ນໃນທຸກລະດັບທຸກຂັ້ນ, ສະມາຊິກ ສະພາແຫ່ງຊາດ ທີ່ເປັນເພດຍິງ ກວມ ເອົາ 28,4% ຂອງ ຈໍານວນສະມາຊິກ ທັງໝົດ ແລະ ອື່ນໆ. ສຳລັບການພັດທະນາການສຶກສາ, ສປປ ລາວ ພວມຈັດຕັ້ງຜັນຂະຫຍາຍ ບັນດານິຕິກໍາ, ຍຸດທະສາດ ແລະ ນະໂຍ ບາຍຕ່າງໆກ່ຽວກັບວຽກງານການ ສຶກສາ ເພື່ອແນໃສ່ການພັດທະນາຄຸນ ນະພາບການສຶກສາໃຫ້ທົ່ວເຖິງ ແລະ ເທົ່າທຽມ ເຊິ່ງສາມາດບັນລຸດັດສະນີ ຊັບສິນມະນຸດ ລື່ນຄາດໝາຍຕາມທີ່ ອົງການສະຫະປະຊາຊາດວາງອອກ ເປັນຕົ້ນ ອັດຕາການເຂົ້າຮຽນຂອງແມ່ ຍິງ ແລະ ເດັກຍິງໃນໄວຮຽນ ທຸກຊັ້ນ ຮອງປະທານປະເທດ... ຂປລ. ວັນທີ 22 ສິງຫາ 2024 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະ ທຸກສາຍບັນລຸໄດ້ຕາມຄາດໝາຍດ້ານ ຄວາມສະເໝີພາບລະ ຫວ່າງຍິງ-ຊາຍ, ໄວໜຸ່ມໄດ້ຮັບການຝຶກອົບຮົມດ້ານວິ ຊາຊີບເພີ່ມຂຶ້ນແລະ ສິ່ງອໍານວຍຄວາມ ສະດວກດ້ານການສຶກສາໄດ້ຮັບການ ປັບປຸງ ແລະ ຍົກລະດັບ. ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ສະ ແດງຄວາມເຊື່ອໝັ້ນຕໍ່ຜົນຂອງກອງ ປະຊຸມເວທີປຶກສາຫາລືແມ່ຍິງໂລກ ໃນຄັ້ງນີ້ ຈະປະກອບສ່ວນສໍາຄັນເຂົ້າ ໃນການຊຸກຍູ້ການຮ່ວມມືລະດັບພາກ ພື້ນ ແລະ ສາກົນ ກ່ຽວກັບບົດບາດ ແມ່ ຍິງ ໃນຂອບການຮ່ວມມືຕ່າງໆ ເຊິ່ງໃນ ປີ 2024 ນີ້, ສປປ ລາວ ເປັນປະທານ ໝູນວຽນອາຊຽນ ພາຍໃຕ້ຫົວຂໍ້ “ເພີ່ມ ທະວີການເຊື່ອມໂຍງ ແລະ ຄວາມເຂັ້ມ ແຂງອາຊຽນ” ຈະໄດ້ຈັດກອງປະຊຸມ ສຸດຍອດການນຳແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້ “ການສົ່ງເສີມວຽກ ງານເສດຖະກິດ, ການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວໄປ ສູ່ປະຊາຄົມອາຊຽນ ທີ່ຍືນຍົງຫລັງປີ 2025” ແລະ ກອງປະຊຸມສຸດຍອດ ອາຊຽນ ໃນເດືອນຕຸລານີ້ ທີ່ນະຄອນ ຫລວງວຽງຈັນ. ກອງປະຊຸມ ເວທີປຶກສາຫາລືແມ່ ຍິງໂລກ ຈະດໍາເນີນເປັນເວລາ 2 ວັນ ແຕ່ວັນທີ 22-23 ສິງຫາ 2024 ໂດຍ ມີ 5 ຫົວຂໍ້ຄື: ສະພາບແວດລ້ອມ ແລະ ການນໍາພາຂອງແມ່ຍິງ ແລະ ການມີ ສ່ວນຮ່ວມໃນການຕ້ານການປ່ຽນແປງ ດິນຟ້າອາກາດ; ຜົນກະທົບຂອງການ ປ່ຽນແປງດິນຟ້າອາກາດຕໍ່ແມ່ຍິງ ໃນ ເຂດຊົນນະບົດຢູ່ເຂດຊົນນະບົດ; ບົດ ບາດຂອງແມ່ຍິງໃນການຄໍ້າປະກັນ ສະບຽງອາຫານອີງຕາມ FAO; ສິ່ງ ທ້າທາຍ ແລະ ໂອກາດທີ່ແມ່ຍິງຜະເຊີນ ໃນຂະແໜງກິລາ, ສິລະປະ ແລະວັດທະ ນະທຳ ແລະ ຄວາມສໍາຄັນຂອງການ ສຶກສາໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ ແມ່ຍິງ ແລະ ເດັກຍິງ ແລະ ຜົນ ກະທົບຂອງມັນ. ຂ່າວ-ພາບ: ພອນໄຊ ຈັດຕັ້ງປະຕິບັດວຽກງານການທູດເສດ ຖະກິດ, ທັງເປັນການສືບຕໍ່ຮັດແໜ້ນ ການຮ່ວມມືສອງຝ່າຍ ກໍຄື ການສືບຕໍ່ ຈັດຕັ້ງປະຕິບັດຕາມບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍ ກົນໄກການປຶກສາ ຫາລືວຽກງານການທູດເສດຖະກິດ ລະ ຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງ ປະເທດ ແຫ່ງ ສສ ຫວຽດນາມ. ທັງສອງຝ່າຍ ໄດ້ສຸມໃສ່ການແລກ ປ່ຽນປະສົບການໃນການຈັດຕັ້ງວຽກ ງານການທູດເສດຖະກິດ ເປັນຕົ້ນ ຄວາມເຂົ້າໃຈເປັນເອກະພາບໃນການ ສ້າງຕັ້ງແຜນຈັດຕັ້ງປະຕິບັດການຂັບ ເຄື່ອນວຽກງານການທູດເສດຖະກິດ, ບົດບາດຂອງຄະນະກໍາມະການຊີ້ນໍາ ວຽກງານການທູດເສດຖະກິດ, ຄະນະ ກໍາມະການຄະນະປະຈໍາຊີ້ນໍາວຽກງານ ການທູດເສດຖະກິດ, ພາກສ່ວນບັນດາ ກົມຕ່າງໆຂອງກະຊວງການຕ່າງປະ ເທດ ແລະ ສໍານັກງານຜູ້ຕາງໜ້າປະຈໍາ ຢູ່ຕ່າງປະເທດ, ໜ້າທີ່ ແລະ ໂຄງຮ່າງ ການຈັດຕັ້ງຂອງສໍານັກງານຜູ້ຕາງ ໜ້າປະຈໍາຢູ່ຕ່າງປະເທດ; ບົດບາດ ຂອງວຽກງານການທູດເສດຖະກິດໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ, ດັດຊະນີການປະເມີນຜົນການຈັດຕັ້ງ ປະຕິບັດ ວຽກງານການທູດເສດຖະກິດ ປະຈໍາໄຕມາດ ແລະ ປະຈໍາປີ, ສ້າງຕັ້ງ ເຄືອຄ່າຍການປຶກສາຫາລືກັບພາກທຸ ລະກິດ ແລະ ອື່ນໆ. ໃນໂອກາດດຽວກັນຄະນະຜູ້ແທນ ສສ ຫວຽດນາມ, ນໍາໂດຍທ່ານ ນາງ ດ່ວນ ເຟືອງ ລານ ຫົວໜ້າກົມສັງລວມ ເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຍັັງໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ. ນອກຈາກ ນັ້ນ, ຍັງມີແຜນຈະໄປພົບປະ ແລະ ເຮັດ ວຽກຮ່ວມກັບມະຫາວິທະຍາໄລແຫ່ງ ຊາດ, ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ແລະ ໄປທັດສະນະ ຢ້ຽມຢາມ ເຂດດ່ານສາກົນສິນຄ້າ ທ່າ ບົກ-ທ່ານາແລ້ງ, ພ້ອມທັງຢ້ຽມຊົມ ສະຖານທີ່ທ່ອງທ່ຽວຕ່າງໆ ທີ່ນະຄອນ ຫລວງວຽງຈັນ. ພາບ: ຂັນໄຊ ລາວ-ຫວຽດນາມ...
RkJQdWJsaXNoZXIy MTc3MTYxMQ==