xtgmf]k; 7 27/11/2026 gsfdko{dkora fa mtok ,v[{Ia [ 37'dkod= j lh k's= ra dpy ' c]t sh v'oE 3I'IPo-q ogzq j k g,n v';P'r6 7k ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີມອບ- ຮັບໂຄງການກໍ່ສ້າງຫໍພັກຍິງ ແລະ ຫ້ອງນໍ້າ ໂຮງຮຽນ ມປາຍ ຊົນເຜົ່າເມືອງວຽງພູຄາ ແຂວງ ຫລວງນໍ້າທາ ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ໂຮງຮຽນດັ່ງກ່າວ ຕາງໜ້າມອບ ໂດຍ ທ່ານ ສົມສອນ ລໍບຸນແອ່ງ ຫົວໜ້າບໍລິສັດ ໄຊສົມບູນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ກໍາ ເງິນ ແກ້ວບຸນທອງ ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ເມືອງວຽງພູຄາ ແລະ ກ່າວມອບຕໍ່ ໃຫ້ໂຮງຮຽນ ມປາຍ ຊົນເຜົ່າ ເປັນ ຜູ້ຄຸ້ມຄອງນໍ້າໃຊ້ ແລະ ປົກຮັກສາ ອາຄານໃຫ້ເກີດປະໂຫຍດສູງສຸດ. ໃນພິທີ, ທ່ານ ສົມສອນ ລໍບຸນ ແອ່ງ ຫົວໜ້າບໍລິສັດ ໄຊສົມບູນ ໄດ້ ກ່າວວ່າ: ຜ່ານການກວດກາຕົວຈິງ ຂອງຄະນະກໍາມະການຄຸ້ມຄອງ ໂຄງການ ເຫັນວ່າໂຄງການໄດ້ ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ແບບແຜນທີ່ກຳນົດໄວ້ທຸກ ປະການ. ໂຄງການນີ້ໄດ້ເລີ່ມກໍ່ສ້າງ ,v[{Ia [ 37'dkod= j lh k'3I'\= g,n v';a ';P' rkd0tspkp ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີ ມອບ-ຮັບ ໂຄງການກໍ່ສ້າງໂຮງໝໍເມືອງວັງ ວຽງ ພາກຂະຫຍາຍ ຈັດຂຶ້ນໃນ ວັນທີ 23 ພະຈິກ 2026 ທີ່ໂຮງໝໍ ເມືອງວັງວຽງ ແຂວງວຽງຈັນ ໂດຍ ມີ ທ່ານ ຫງວຽນ ມິງເຕີມ ເອກ ອັກຄະລັດຖະທູດ ຜູ້ມີອຳນາດເຕັມ lt,k7q ,,y f8trk[ ]k;{s;Pfok, c0;'w-lq ,[6 o c]t ot7vo[a doy ' ln [8= j Ij ;,,n lv'/j kp ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະ ລະຫວ່າງ ສະມາຄົມມິດຕະ ພາບ ລາວ-ຫວຽດນາມ ແຂວງໄຊ ສົມບູນ ສປປ ລາວ ແລະ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ແຂວງບັກນິງ ສສ ຫວຽດນາມ ຈັດ ຂຶ້ນໃນວັນທີ 24 ພະຈິກ 2026 ທີ່ ນະຄອນບັກນິງ ໂດຍມີ ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານ ສະມາຄົມມິດຕະພາບ ລາວຫວຽດນາມ ແຂວງໄຊສົມບູນ, ທ່ານ ເຈິນ ຮຸຍ ເຟືອງ ຮອງເລຂາຄະນະ ບໍລິຫານງານພັກ ນະຄອນບັກນິງ, ທ່ານ ເຈິນ ກວາງ ດ໋າວ ປະທານ ສະມາຄົມມິດຕະພາບ ຫວຽດນາມ- ລາວ ນະຄອນບັກນິງ ພ້ອມດ້ວຍຄະ ນະທັງສອງຝ່າຍເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ເຈິນ ຮຸຍ ເຟືອງ ໄດ້ສະແດງຄວາມຍິນດີທີ່ໄດ້ ຕ້ອນຮັບຄະນະຜູ້ແທນຈາກແຂວງ ໄຊສົມບູນ ທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບທາງຄະນະ ຜູ້ແທນ ນະຄອນບັກນິງ ຊຶ່ງກົງກັບ ວັນວັດທະນະທຳຫວຽດນາມ ໂດຍ ໄດ້ຍົກໃຫ້ເຫັນວ່າ ການພົບປະໃນຄັ້ງ ນີ້ ທັງສອງຝ່າຍຈະໄດ້ພ້ອມກັນທົບ ທວນຄືນບັນດາເນື້ອໃນບົດບັນທຶກ ຊ່ວຍຈໍາ ທີ່ສອງແຂວງໄດ້ລົງນາມ ໃນໄລຍະຜ່ານມາ ກໍຄືການກວດ ກາຄືນວ່າເນື້ອໃນໃດທີ່ໄດ້ຈັດຕັ້ງ ປະຕິບັດແລ້ວ ແລະ ຍັງເນື້ອໃນໃດທີ່ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ຫລື ຄົ້ນ ຄວ້າປັບປຸງຄືນ ໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ. ໃນກອງປະຊຸມ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບຢ່າງ ອົບອຸ່ນ ແລະ ເອົາໃຈໃສ່ຈາກຄະນະ ນຳຂອງນະຄອນບັກນິງພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນ ການຮ່ວມມື ລະຫວ່າງສອງແຂວງ ໃນໄລຍະຜ່ານມາ ແລະ ໄດ້ຢືນຢັນ ວ່າ ສາຍພົວພັນອັນໃກ້ຊິດ ລະຫວ່າງ ແຂວງໄຊສົມບູນ ແລະ ນະຄອນບັກ ນິງ ຈະເປັນຫລັກຖານທີ່ຊັດເຈນ ສະແດງໃຫ້ເຫັນເຖິງມິດຕະພາບອັນ ພິເສດ ແລະ ໝັ້ນຄົງລະຫວ່າງ ສອງ ປະເທດ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງໄຊສົມບູນ ແລະ ນະຄອນບັກ ນິງ. ໃນກອງປະຊຸມ ທັງສອງຝ່າຍ ໄດ້ຮັບຊົມວິດີໂອການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະຜ່ານ ມາລະຫວ່າງແຂວງໄຊສົມບູນແລະ ນະຄອນບັກນິງ ຕື່ມອີກ. ໂອກາດນີ້, ຄະນະຜູ້ແທນທັງ ສອງຝ່າຍ ໄດ້ລົງນາມໃນບົດບັນທຶກ ສືບຕໍ່ການຮ່ວມມື ໃນໄລຍະປີ 2026-2030 ຊຶ່ງຕາງໜ້າລົງນາມ ໂດຍ ທ່ານ ເລັ່ງຊົ່ງ ຕົ່ງສີ ປະທານ ແນວລາວສ້າງຊາດ, ຮອງປະທານ ສະມາຄົມມິດຕະພາບ ລາວຫວຽດນາມ ແຂວງໄຊສົມບູນ ແລະ ທ່ານ ເຈິນ ກວາງ ດ໋າວ ໂດຍຊ້ອງ ໜ້າທັງສອງຝ່າຍເປັນສັກຂີພິຍານ. ຂ່າວ: ເຢັ້ງເຊີເຊ່ຍມົວ ຈົ່ງວ່າຊົວໂກ້ c0;'va f8txn g]a j 'cdh w00= 9eda f dko7;[75 ,]q f[a om5 doE|a dgdu o ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ:ຫວ່າງບໍ່ດົນມາ ນີ້ ທ່ານ ພອນໄຊ ໄກສອນເສນາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ໃນວາລະການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາ ປະຊາຊົນແຂວງອັດຕະປື ຊຸດທີ V ກ່ຽວກັບການຄວບຄຸມນໍ້າໜັກ ລົດບັນທຸກເກີນກຳນົດ, ການເກັບ ລາຍຮັບຈາກການປັບໃໝ ພ້ອມທັງ ການຄຸ້ມຄອງຄຸນນະພາບໂຄງການ ກໍ່ສ້າງ-ສ້ອມແປງເສັ້ນທາງ ໃຫ້ ໄດ້ຕາມມາດຕະຖານເຕັກນິກ-ວິ ຊາການ ວ່າ: ປັດຈຸບັນ ພະແນກກຳ ລັງຜັນຂະຫຍາຍຄຳສັ່ງ ຂອງນາຍົກ ລັດຖະມົນຕີ ສະບັບເລກທີ 47/ ນຍ ວ່າດ້ວຍການເພີ່ມທະວີຄວາມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງ ແຂວງວຽງຈັນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຫງວຽນ ວັນນາມ ຮອງ ອຳນວຍການໃຫຍ່ ກຸ່ມບໍລິສັດ ຮ່ວມມືເສດຖະກິດ ໂກເອກໂກ ໄດ້ ລາຍງານວ່າ: ໂຄງການກໍ່ສ້າງຂະ ຫຍາຍໂຮງໝໍເມືອງວັງວຽງ ໄດ້ ເລີ່ມກໍ່ສ້າງໃນວັນທີ 2 ຕຸລາ 2025 ແລະ ສຳເລັດໃນວັນທີ 11 ຕຸລາ 2026 (ສຳເລັດກ່ອນຄາດໝາຍ 2 ເດືອນ), ມີອາຄານຫລັກ 2 ຊັ້ນ, ເນື້ອທີ່ 3.320 ຕາແມັດ ປະກອບມີ: ພະແນກກວດພະຍາດ, ພະແນກ ສຸກເສີນ, ພະແນກແມ່ ແລະ ເດັກ, ພະແນກຜ່າຕັດທີ່ມີຫ້ອງຜ່າຕັດ 2 ຫ້ອງ ແລະ ເຂດພັກເຊົາປິ່ນປົວ 43 ຕຽງ. ນອກຈາກນັ້ນ, ຍັງມີບັນດາ ກິດຈະການກໍ່ສ້າງອື່ນໆເຊັ່ນ: ເດີ່ນ, ເສັ້ນທາງ, ຮົ້ວ ແລະ ລະບົບພື້ນຖານ ໂຄງລ່າງດ້ານເຕັກນິກ ເພື່ອຮັບໃຊ້ ການເຄື່ອນໄຫວຂອງໂຮງໝໍ ຊຶ່ງ ໄດ້ຮັບການຊ່ວຍເຫລືອທຶນກໍ່ສ້າງ ຈາກ ສສ ຫວຽດນາມ ລວມມູນຄ່າ 3 ລ້ານໂດລາສະຫະລັດ ມາແຕ່ວັນທີ 10 ຕຸລາ 2026 ແລະ ໄດ້ສຳເລັດໃນວັນທີວັນ 11 ພະຈິກ 2026 ລວມໄລຍະເວລາການ ກໍ່ສ້າງ 6 ເດືອນ ເປັນອາຄານຖາ ວອນຊັ້ນດຽວ, ມີຂະໜາດກວ້າງ 6,5 ແມັດ x ຍາວ 17,5 ແມັດ, ມີ 5 ຫ້ອງ, ມີ 30 ຕຽງນອນ ສາມາດ ບັນຈຸໄດ້ 30 ຄົນ, ມີເພດານ, ພັດລົມ, ໄຟຟ້າໃນອາຄານ ແລະ ມີຫ້ອງນໍ້າ 1 ຫລັງ ຂະໜາດກວ້າງ 3 ແມັດ, ຍາວ 5,5 ແມັດ, ມີ 2 ຫ້ອງນໍ້າ ແລະ 1 ອ່າງນໍ້າ ພ້ອມດ້ວຍສຸຂະ ພັນ, ໄຟຟ້າ, ນໍ້າປະປາ ລວມມູນຄ່າ ການກໍ່ສ້າງ 2,41 ຕື້ກວ່າກີບ ໂດຍ ທຶນລັດຖະບານ. ໃນໂອກາດນີ້, ບໍລິສັດ ໄຊສົມບູນ ກໍ່ສ້າງ-ເຄຫາ ຈໍາກັດຜູ້ດຽວ ຍັງໄດ້ ມອບອຸປະກອນການຫລິ້ນກິລາ ໃຫ້ ໂຮງຮຽນ ມປາຍ ຊົນເຜົ່າຕື່ມອີກ. ຂ່າວ: ຄໍາປີງ ເຂັ້ມງວດໃນການຄຸ້ມຄອງນໍ້າໜັກ ລົດບັນທຸກ ລວມທັງກຳນົດມາດ ຕະການປັບໃໝ, ລົງວິໄນ ແລະ ລົງໂທດຜູ້ລະເມີດ ເພື່ອໃຫ້ການ ຄວບຄຸມມີຄວາມເຂັ້ມງວດຫລາຍ ຂຶ້ນ. ສ່ວນບັນຫາຄຸນນະພາບເສັ້ນ ທາງທີ່ມີສະພາບເປ່ເພກ່ອນກຳນົດ ສັນຍາ ເຊັ່ນ: ເກີດຂຸມຮັງໄກ່, ຮອຍ ຄອງລໍ້, ໜ້າທາງບວມ ແລະ ຮອຍ ແຕກແຍກນັ້ນ ມີຫລາຍສາເຫດ. ສຳລັບວຽກບູລະນະ ແລະ ສ້ອມ ແປງທາງ ຊຶ່ງນຳໃຊ້ງົບປະມານ ຈາກກອງທຶນທາງຂອງກະຊວງ ແລະ ແຂວງ ຍັງພົບຂໍ້ຈຳກັດດ້ານ ຂັ້ນຕອນການສະເໜີໂຄງການ, ການຈັດສັນງົບປະມານ ແລະ ການ ຈັດຈ້າງ. ບາງຄັ້ງຕ້ອງລໍຖ້າໃຫ້ເສັ້ນ ທາງເປ່ເພກ່ອນ ຈຶ່ງເກັບຂໍ້ມູນສະ ເໜີສ້ອມແປງ, ບາງຈຸດບໍ່ສາມາດ ດຳເນີນການໄດ້ ແລະ ການສ້ອມ ແປງຍັງບໍ່ທັນຕໍ່ຄວາມຕ້ອງການ ຍ້ອນງົບປະມານມີຈຳກັດສຳລັບ ວຽກກໍ່ສ້າງໃໝ່ ຊຶ່ງສາເຫດທີ່ເຮັດ ໃຫ້ໜ້າທາງເປ່ເພ ປະກອບມີ: ການນຳໃຊ້ກົນຈັກບໍ່ຄົບຕາມຈຳ ນວນ, ການປະສົມວັດສະດຸບໍ່ຖືກ ຕາມຂະໜາດເມັດເຮັດໃຫ້ໜ້າ ທາງບໍ່ສາມາດຮັບນໍ້າໜັກໄດ້ຕາມ ມາດຕະຖານ, ຜູ້ຮັບເໝົາບາງບໍລິສັດ ຍັງຖືເບົາຕໍ່ການປະຕິບັດວຽກ, ການ ຕິດຕາມກວດກາຂອງຄະນະວິ ຊາການຍັງມີຂໍ້ຈຳກັດ. ນອກນັ້ນ, ຍັງມີປັດໄຈຈາກໄພທຳມະຊາດ ເຊັ່ນ: ຝົນຕົກໜັກ, ນໍ້າຖ້ວມ, ດິນ ເຈື່ອນຕັນຮ່ອງທາງ ແລະ ຄອງ ລະບາຍນໍ້າ, ປະກອບກັບຈຳນວນ ລົດບັນທຸກ ແລະ ປະລິມານການຂົນ ສົ່ງສິນຄ້າທີ່ເພີ່ມຂຶ້ນທຸກປີ, ຂະນະທີ່ ການຄວບຄຸມນໍ້າໜັກລົດຍັງບໍ່ເຂັ້ມ ງວດເທົ່າທີ່ຄວນ. ສ່ວນມາດຕະ ການແກ້ໄຂ ພະແນກ ຍທຂ ໄດ້ສ້າງ ຕັ້ງກອງສ້ອມແປງ ພ້ອມສຳເລັດ ການວາງແຜນດຳເນີນງານ ແລະ ກົນໄກຄຸ້ມຄອງແລ້ວ. ປັດຈຸບັນ ພວມດຳເນີນຂັ້ນຕອນຈັດຊື້-ຈັດ ຈ້າງພາຫະນະ ແລະ ອຸປະກອນສ້ອມ ແປງທາງ ເພື່ອເພີ່ມຄວາມວ່ອງໄວ ໃນການສ້ອມແປງ ແລະ ແກ້ໄຂ ບັນຫາເສັ້ນທາງເປ່ເພໃຫ້ທັນການ. ສ່ວນຄວາມຄືບໜ້າໂຄງການ ກໍ່ສ້າງທາງເທສະບານເມືອງໄຊເສດ ຖາ ແລະ ເມືອງຊານໄຊ, ພະແນກ ຍທຂ ແຂວງ ໄດ້ອອກໜັງສືແຈ້ງ ທວງເຖິງບໍລິສັດ ລາວອິນເຕີ ຕາມ ສະບັບເລກທີ 126/ຍທຂ ແລະ ສະໂນດນຳສົ່ງເລກທີ 1088/ ຍທຂ ລົງວັນທີ 5 ພະຈິກ 2026 ກ່ຽວກັບແຜນການຈັດຕັ້ງປະຕິບັດ 2 ໂຄງການ ຄື: ໂຄງການທາງປູ ຢາງ 2 ຊັ້ນ ທາງ 4 ເລນ ແລະ ທາງ ປູອັດສະຟານ ຈຳນວນ 11 ເອກະ ສານ. ຕໍ່ມາໃນວັນທີ 16 ພະຈິກ 2026 ພະແນກໄດ້ຮັບໜັງສືຕອບ ຈາກບໍລິສັດ ສະບັບເລກທີ 043/ ລອຕກ ລົງວັນທີ 12 ພະຈິກ 2026 ໂດຍລະບຸວ່າ ໂຄງການກໍ່ສ້າງທາງ ເທສະບານເມືອງໄຊເສດຖາ ບໍລິສັດ ມີຄວາມພ້ອມເຂົ້າຮ່ວມປຶກສາ ຫາລືການປະມູນ ໂດຍຄາດວ່າ ຈະດຳເນີນໃນທ້າຍເດືອນກຸມພາ 2027. ສ່ວນໂຄງການກໍ່ສ້າງທາງ ເທສະບານເມືອງຊານໄຊ ຄາດວ່າ ຈະເລີ່ມໄດ້ໄວສຸດໃນຕົ້ນເດືອນ ທັນວາ 2026 ນີ້ ແລະ ຊ້າສຸດບໍ່ ເກີນວັນທີ 1-15 ມັງກອນ 2027. ພ້ອມນີ້, ພະແນກ ຍທຂ ໄດ້ມອບໃຫ້ ຂະແໜງການກ່ຽວຂ້ອງ ຮ່າງບົດ ລາຍງານ ເພື່ອສະເໜີຕໍ່ປະທານຄະ ນະກຳມະການປົກຄອງແຂວງ, ກົມ ຂົວທາງ ພ້ອມທັງອົງການປົກຄອງ ເມືອງໄຊເສດຖາ ແລະ ເມືອງຊານ ໄຊ ເພື່ອຮ່ວມກັນຕິດຕາມ ແລະ ເລັ່ງລັດການດຳເນີນງານໃຫ້ເປັນ ໄປຕາມແຜນການ. ຂ່າວ: ວິນັດ 7e,j ;o ,v[{Ia [v5 xtdvowvmu 0a [g7n j vo;Pd'koxq d7v'8kcl' 44 csj ' ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດ ຕັ້ງສູນກາງພັກ ໃຫ້ແກ່ຄະນະ ກຳມະການປົກຄອງຕາແສງ 44 ແຫ່ງ ລວມມູນຄ່າ 1,7 ຕື້ກວ່າກີບ ຈັດຂຶ້ນໃນວັນທີ 24 ພະຈິກ 2026 ທີ່ຫ້ອງວ່າການແຂວງຄຳມ່ວນ, ຕາງໜ້າມອບໂດຍ ທ່ານ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະ ບໍລິຫານງານພັກແຂວງ, ປະທານ ສະພາປະຊາຊົນແຂວງຄຳມ່ວນ, ມີ ທ່ານ ສົມສະອາດ ອຸ່ນສີດາ ປະທານ ຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງ ພາຍໃນແຂວງເຂົ້າຮ່ວມ. ອຸປະກອນທີ່ນຳມາມອບໃນຄັ້ງ ນີ້ ປະກອບມີ: ຄອມພິວເຕີໂນດບຸກ, ເຄື່ອງພິມເອກະສານ ແລະ ແທັບເລັດ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ CRVS ຂອງທະນາ ຄານໂລກ (World Bank) ເພື່ອ ສົ່ງເສີມປະສິດທິພາບວຽກງານ ບໍລິຫານຂັ້ນຕາແສງ. ໂອກາດນີ້, ທ່ານ ໄຊຊະນະ ໂຄດ ພູທອນ ໄດ້ກ່າວສະແດງຄວາມຂອບ ໃຈຕໍ່ຄະນະຈັດຕັ້ງສູນກາງພັກ ແລະ ຜູ້ສະໜັບສະໜູນ ພ້ອມທັງເນັ້ນໃຫ້ ຄະນະນຳ ແລະ ພະນັກງານຕາແສງ ນຳໃຊ້ອຸປະກອນໃຫ້ຖືກຕ້ອງ, ຄຸ້ມ ຄ່າ ແລະ ຮັກສາໃຫ້ດີ, ພ້ອມທັງ ຮຽນຮູ້ ແລະ ຍົກລະດັບທັກສະດ້ານ ໄອທີ ເພື່ອນຳໃຊ້ເຂົ້າໃນວຽກງານ ຕົວຈິງ. ການສະໜອງອຸປະກອນຄັ້ງນີ້, ຈະຊ່ວຍປັບປຸງການຈັດເກັບຂໍ້ມູນ, ຫລຸດຜ່ອນການໃຊ້ເອກະສານ, ເພີ່ມ ຄວາມວ່ອງໄວໃນການປະມວນຜົນ ແລະ ລາຍງານຂໍ້ມູນ, ພ້ອມທັງອຳ ນວຍຄວາມສະດວກໃນການບໍລິ ການປະຊາຊົນໃຫ້ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບຍິ່ງຂຶ້ນ. ຂ່າວ : ມະນີວັນ h
RkJQdWJsaXNoZXIy MTc3MTYxMQ==