7417

27/11/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເຂົ້າຈານນ້ຳົ້້ ,q oltg|j ]tf6 |k;muj r6 sq ;3]h ofy ocfj omtg]\vd pa ']= 7vpmj kowxleza f g]n vfm5 d4q ' 7n 7;k,s;a '0v'7q og9a [ ຂປລ. ການບໍລິຈາກເລືອດ ແມ່ນ ການໃຫ້ທີ່ມີຄຸນຄ່າ ແລະ ຄວາມ ໝາຍຢ່າງຍິ່ງເພາະເລືອດທີ່ໄດ້ ຈາກການບໍລິຈາກສາມາດນຳ ໄປຊ່ວຍຊີວິດຄົນເຈັບທີີ່ມີຄວາມ ຈຳເປັນໃນການປິ່ນປົວ, ພ້ອມທັງ ສະແດງເຖິງນ້ຳໃຈ, ຄວາມເອື້ອ ເຟື້ອເພື່ອແຜ່ ແລະ ຄວາມສາມັກຄີ ຂອງຄົນໃນສັງຄົມ. ໃນຂະນະທີ່ ຄວາມຕ້ອງການເລືອດມີທ່າອ່ຽງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການລະດົມ ທຸກພາກສ່ວນໃຫ້ຮ່ວມບໍລິຈາກ ເລືອດຈຶ່ງເປັນວຽກສຳຄັນໃນການ ສ້າງຄັງເລືອດສຳຮອງໃຫ້ພຽງພໍ ແລະ ພ້ອມສຳລັບຊ່ວຍເຫລືອຄົນ ເຈັບໃນຍາມຈຳເປັນ. ທ່ານ ຄຳຈັນ ຈັນມະນີວົງ ຮອງ ຫົວໜ້າສະຖາບັນເລືອດແຫ່ງຊາດ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມ ກິດຈະກຳບໍລິຈາກເລືອດພາຍໃຕ້ ຫົວຂໍ້ “ໃຫ້ເລືອດໃຫ້ຊີວິດ-ມາຮ່ວມ ເປັນຜູ້ໃຫ້ກັບບໍລິສັດເບຍລາວ” ທີ່ ສຳນັກງານໃຫຍ່ບໍລິສັດເບຍລາວ ຈຳກັດ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ຂປລ. ເມື່ອລົມໜາວພັດຜ່ານ ເຂົ້າມາປົກຄຸມດິນແດນພາກເໜືອ ຂອງລາວ ໃນຊ່ວງທ້າຍປີຫາຕົ້ນ ປີ, ພູຫົວໂລ້ນ ທີ່ແຂວງໄຊສົມບູນ ກໍກາຍເປັນໜຶ່ງໃນຈຸດໝາຍປາຍ ທາງໃນຝັນຂອງນັກທ່ອງທ່ຽວຜູ້ ທີ່ຫລົງໄຫລມັກຊົມທິວທັດທຳມະ ຊາດ. ດ້ວຍຄວາມໂດດເດັ່ນຂອງ ພູຜາທີ່ສູງຊັນ ແລະ ປົກຄຸມດ້ວຍທົ່ງ ຫຍ້າສີຂຽວອັນກວ້າງໃຫຍ່ໄພສານ ປາສະຈາກຕົ້ນໄມ້ໃຫຍ່ບັງສາຍຕາ, ສະຖານທີ່ແຫ່ງນີ້ ຈຶ່ງມອບທັດສະ ນີຍະພາບແບບ 360 ອົງສາ ທີ່ງົດ ງາມຈັບໃຈ. ໃນຍາມເຊົ້າມືດ ຂະນະທີ່ອຸນ ຫະພູມຫລຸດຕ່ຳລົງຈົນຮູ້ສຶກເຖິງ ຄວາມໜາວເຢັນສຸດຂົ້ວຫົວໃຈ, ບັນຍາກາດເທິງຈອມພູຫົວໂລ້ນ ເຕັມໄປດ້ວຍຄວາມຄຶກຄື້ນຂອງ ນັກເດີນທາງທີ່ພາກັນຕື່ນແຕ່ເຊົ້າ ເພື່ອລໍຖ້າຊົມວິນາທີສຳຄັນຂອງ ວັນນັ້ນ. ທ່າມກາງຄວາມມືດສະ ຫລົວ, ທະເລໝອກສີຂາວນວນ ຂະໜາດໃຫຍ່ໄດ້ປະກົດຂຶ້ນຢ່າງ ໜາແໜ້ນ, ໄຫລລ່ອງໄປຕາມຮ່ອມ ພູ ແລະ ໂອບກອດໜ່ວຍພູນ້ອຍໃຫຍ່ ທີ່ສະຫລັບຊັບຊ້ອນກັນ ຈົນເບິ່ງຄື ກັບເກາະດອນກາງມະຫາສະໝຸດ ສີຂາວ. ເມື່ອແສງຕາເວັນຍາມເຊົ້າ ເລີ່ມໂຜ່ພົ້ນຂອບຟ້າ, ແສງສີທອງ ອ່ອນໆໄດ້ສາດສ່ອງກະທົບໃສ່ຜືນ ໝອກ ແລະ ທົ່ງຫຍ້າທີ່ຊຸ່ມດ້ວຍນ້ຳ ໝອກ, ປ່ຽນບັນຍາກາດອັນໜາວ ເຢັນໃຫ້ກາຍເປັນຄວາມອົບອຸ່ນ ຢ່າງບໍ່ໜ້າເຊື່ອ. ສາຍລົມໜາວທີ່ ພັດໂຊຍໆມາເປັນໄລຍະພັດພາເອົາ ກິ່ນອາຍຂອງດິນ, ໃບຫຍ້າ ແລະ ຄວາມບໍລິສຸດຂອງທຳມະຊາດມາສູ່ ປອດ, ເຮັດໃຫ້ຜູ້ມາທ່ອງທ່ຽວພູຫົວ ໂລ້ນຮູ້ສຶກຜ່ອນຄາຍ ແລະ ຫລຸດພົ້ນ ຈາກຄວາມວຸ້ນວາຍໃນຕົວເມືອງ. ນອກຈາກການຊົມທະເລໝອກ, ຄວາມງົດງາມທາງທຳມະຊາດ ແລະ ຖ່າຍຮູບເກັບພາບຄວາມປະ ທັບໃຈແລ້ວ, ກິດຈະກຳຍອດນິຍົມ ໃນລະດູໜາວນີ້, ແມ່ນການຕັ້ງແຄ້ມ ພັກແຮມຄ້າງຄືນ. ໃນຍາມຄ່ຳຄືນທີ່ ທ້ອງຟ້າປອດໂປ່ງ, ນັກທ່ອງທ່ຽວ ຈະໄດ້ນັ່ງອ້ອມກອງໄຟອຸ່ນໆ, ດື່ມ ເຄື່ອງດື່ມຮ້ອນໆ, ແລກປ່ຽນບົດ ຮຽນ, ປະສົບການໃນຊີວິດເຊິ່ງກັນ ແລະ ກັນ ໄປພ້ອມໆກັບການຊົມ ດວງດາວນັບລ້ານດວງທີ່ສ່ອງແສງ ລະຍິບລະຍັບເຕັມທ້ອງຟ້າ ໂດຍບໍ່ມີ ແສງໄຟຈາກຕົວເມືອງມາລົບກວນ. ການທ່ອງທ່ຽວລະດູໜາວທີ່ພູ ຫົວໂລ້ນ ແຂວງໄຊສົມບູນ ບໍ່ພຽງ ແຕ່ເປັນການເດີນທາງໄປສຳຜັດ ກັບອາກາດໜາວ ແລະ ທິວທັດ ທີ່ສວຍງາມເທົ່ານັ້ນ, ແຕ່ຍັງເປັນ ການເຕີມພະລັງຊີວິດ ແລະ ສ້າງ ຄວາມຊົງຈຳອັນລ້ຳຄ່າທ່າມກາງ ອ້ອມກອດຂອງທຳມະຊາດອັນ ບໍລິສຸດຂອງເມືອງລາວ. ນອກຈາກ ພູຫົວໂລ້ນແລ້ວ ແຂວງໄຊສົມບູນ ຍັງມີແຫລ່ງທ່ອງທ່ຽວທາງດ້ານ ປະຫວັດສາດ ນັ້ນ ກໍຄື: “ຖ້ຳເຈົ້າ ອານຸວົງ” ຕັ້ງສະຫງ່າໃກ້ໆຈາກ ເທສະບານເມືອງ ເປັນດັ່ງອັນຍະ ມະນີລ້ຳຄ່າທີ່ປະສົມປະສານຄວາມ ງົດງາມທາງທຳມະຊາດ ເຂົ້າກັບ ຄຸນຄ່າທາງປະຫວັດສາດຂອງຊາດ ລາວ. ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ເປັນຈຸດໝາຍປາຍທາງສຳລັບຜູ້ທີ່ ມັກການທ່ອງທ່ຽວແບບອະນຸລັກ ເທົ່ານັ້ນ, ແຕ່ຍັງເປັນແຫລ່ງຮຽນ ຮູ້ປະຫວັດສາດໃນອະດີດທີ່ໜ້າຄົ້ນ ຫາ ຊຶ່ງເມື່ອກ້າວເຂົ້າສູ່ບໍລິເວນໜ້າ ຖ້ຳ, ນັກທ່ອງທ່ຽວຈະໄດ້ສຳຜັດ ກັບບັນຍາກາດທີ່ຮົ່ມເຢັນ ແລະ ງຽບສະຫງົບ ໂດຍມີສາຍນ້ຳໃສສະ ອາດໄຫລລອດຜ່ານໜ້າຖ້ຳຢ່າງບໍ່ ຂາດສາຍທ່າມກາງຮົ່ມໄມ້ໃຫຍ່ທີ່ ປົກຄຸມໜາແໜ້ນ. ສຽງນ້ຳໄຫລກະ ທົບໂງ່ນຫີນປະສານກັບສຽງລົມ ພັດຜ່ານໃບໄມ້ຊ່ວຍສ້າງຄວາມ ຜ່ອນຄາຍ, ດຶງດູດໃຫ້ຜູ້ມາຢ້ຽມ ຢາມ ແລະ ຢາກກ້າວເຂົ້າໄປສຳຜັດ ຄວາມລຶກລັບພາຍໃນຖ້ຳທັນທີ. ເມື່ອຍ່າງເຂົ້າໄປດ້ານໃນ, ຄວາມ ກວ້າງຂວາງຂອງໂຖງຖ້ຳຂະໜາດ ໃຫຍ່ຈະປາກົດສູ່ສາຍຕາ ພ້ອມ ດ້ວຍຄວາມມະຫັດສະຈັນຂອງຫີນ ງອກ ແລະ ຫີນຍ້ອຍທີ່ກໍ່ຕົວຂຶ້ນຕາມ ທຳມະຊາດມາເປັນເວລາຫລາຍພັນ ປີ. ແສງໄຟທີ່ຖືກຈັດວາງໄວ້ຕາມ ຈຸດຕ່າງໆສາດສ່ອງກະທົບໃສ່ຝາ ຖໍ້າ ແລະ ລວດລາຍອັນວິຈິດພິດ ສະດານ, ເກີດເປັນປະກາຍລະຍິບ ລະຍັບ ແລະ ຮູບຊົງທີ່ແປກຕາຊວນ ໃຫ້ຈິນຕະນາການ ແລະ ຖ່າຍຮູບ ເກັບໄວ້ເປັນທີ່ລະລຶກ. ນອກຈາກ ຄວາມງາມທີ່ທຳມະຊາດສ້າງໄວ້ ແລ້ວ, ຖ້ຳແຫ່ງນີ້ ຍັງມີຄວາມໝາຍ ສຳຄັນທາງປະຫວັດສາດ ຊຶ່ງຕາມ ການບອກເລົ່າສືບຕໍ່ກັນມາສະຖານ ທີ່ແຫ່ງນີ້ ເຄີຍເປັນບ່ອນພັກເຊົາ ແລະ ລີ້ໄພຂອງເຈົ້າອານຸວົງ ວິລະ ກະສັດຜູ້ຍິ່ງໃຫຍ່ຂອງຊາດລາວ ໃນສະໄໝກອບກູ້ເອກະລາດຈາກ ສັກດີນາຕ່າງດ້າວ. ການໄດ້ມາ ຢືນຢູ່ໃນສະຖານທີ່ແຫ່ງນີ້ ຈຶ່ງບໍ່ ພຽງແຕ່ໄດ້ຊົມທິວທັດທີ່ສວຍງາມ, ແຕ່ຍັງເຮັດໃຫ້ຮູ້ສຶກເຖິງຄວາມ ພາກພູມໃຈ ແລະ ຄວາມເຄົາລົບ ນັບຖືຕໍ່ບັນພະບຸລຸດລາວອີກດ້ວຍ. ຄວາມຕ້ອງການເລືອດໃນແຕ່ລະ ມື້ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ; ໂດຍ ສະເລ່ຍຕ້ອງການເລືອດປະມານ 250-300 ຖົງຕໍ່ມື້, ແຕ່ປະລິມານ ເລືອດທີ່ເກັບກໍາໄດ້ຈາກການບໍລິ ຈາກເລືອດຕົວຈິງມີພຽງແຕ່ປະ ມານ 40-50 ຖົງຕໍ່ມື້ເທົ່ານັ້ນ ຊຶ່ງ ຍັງບໍ່ພຽງພໍກັບຄວາມຕ້ອງການ. ສະພາບການຂາດແຄນເລືອດດັ່ງ ກ່າວ ເຮັດໃຫ້ການປິ່ນປົວຄົນເຈັບ ບາງກໍລະນີຕ້ອງອາໄສຄອບຄົວ ແລະ ຍາດພີ່ນ້ອງເຂົ້າມາບໍລິຈາກ ເລືອດເພີ່ມເຕີມ. ສະນັ້ນ, ການສົ່ງ ເສີມ ແລະ ລະດົມປະຊາຊົນໃຫ້ ບໍລິການເລືອດເປັນປະຈຳ ຈຶ່ງມີ ຄວາມຈຳເປັນຢ່າງຍິ່ງ ເພື່ອສ້າງ ແຫລ່ງເລືອດສຳຮອງໃຫ້ມີຄວາມ ພ້ອມຕອບສະໜອງໃຫ້ທຸກສະຖາ ນະການ. ໃນປີ 2026, ສະຖາບັນເລືອດ ແຫ່ງຊາດ ໄດ້ວາງເປົ້າໝາຍເກັບກຳ ເລືອດໃຫ້ໄດ້ທັງໝົດ 85.000 ຖົງ ໃນຂອບເຂດທົ່ວປະເທດ, ແຕ່ໃນ ປັດຈຸບັນສາມາດເກັບກຳໄດ້ຫລາຍ ກວ່າ 60.000 ຖົງ ຊຶ່ງຍັງບໍ່ທັນບັນ ລຸເປົ້າໝາຍທີ່ວາງໄວ້. ດັ່ງນັ້ນ, ໃນນາມຕາງໜ້າໃຫ້ແກ່ສະຖາບັນ ເລືອດແຫ່ງຊາດ, ຂ້າພະເຈົ້າຂໍ ເຊີນຊວນພໍ່ແມ່ປະຊາຊົນ, ພະນັກ ງານ, ລັດຖະກອນ, ທະຫານ, ຕຳ ຫລວດ ແລະ ທຸກພາກສ່ວນໃນ ສັງຄົມໃຫ້ຮ່ວມໃຈກັນປະກອບສ່ວນ ບໍລິຈາກເລືອດ ເພື່ອຊ່ວຍຊີວິດຄົນ ເຈັບ ແລະ ສ້າງຄັງເລືອດສຳຮອງ ໃຫ້ພຽງພໍ. ສຳລັບເງື່ອນໄຂໃນ ການບໍລິຈາກເລືອດແມ່ນຜູ້ມີອາຍຸ ຕັ້ງແຕ່ 17 ປີຂຶ້ນໄປ, ມີນ້ຳໜັກ 45 ກິໂລກຣາມຂຶ້ນໄປ ແລະ ມີສຸຂະພາບ ຮ່າງກາຍ ແລະ ຈິດໃຈທີ່ແຂງແຮງ ດີສາມາດໄປບໍລິຈາກເລືອດໄດ້ທີ່ສູນ ຮັບບໍລິຈາກເລືອດໃກ້ບ້ານທ່ານ ຫລື ສະຖາບັນເລືອດແຫ່ງຊາດ. ເລືອດແມ່ນສິ່ງຈຳເປັນຕໍ່ການ ດຳລົງຊີວິດ ແລະ ມີບົດບາດສຳຄັນ ອັນຍິ່ງຕໍ່ຮ່າງກາຍມະນຸດ; ການຂາດ ເລືອດອາດເປັນອັນຕະລາຍເຖິງ ຊີວິດໄດ້. ຄົນເຈັບທີ່ມີຄວາມຈຳເປັນ ຕ້ອງໄດ້ຮັບເລືອດນັ້ນມີສາເຫດ ມາຈາກຫລາຍປັດໄຈ. ສາເຫດ ຫລັກອັນໜຶ່ງແມ່ນພະຍາດທາລາ ຊີເມຍ (Thalassemia) ຊຶ່ງ ທາງການແພດເອີ້ນວ່າ: ພະຍາດ ຄວາມຜິດປົກກະຕິຂອງເລືອດເປັນ ໜຶ່ງໃນພະຍາດທີ່ອາດຈະຕ້ອງໄດ້ ຮັບເລືອດຢ່າງຕໍ່ເນື່ອງ. ນອກຈາກ ນີ້, ຄົນເປັນພະຍາດມະເຮັງບາງປະ ເພດ ກໍຈຳເປັນຕ້ອງໄດ້ຮັບເລືອດ ເປັນໄລຍະ, ບາງກໍລະນີອາດຕ້ອງ ໄດ້ຮັບເລືອດທຸກໆສອງອາທິດ ຫລື ເຖິງສີ່ຄັ້ງຕໍ່ເດືອນ. ນອກຈາກນີ້, ແມ່ ຍິງທີ່ປະສົບກັບພາວະແຊກຊ້ອນໃນ ລະຫວ່າງການເກີດລູກ ເຊັ່ນ: ການ ເສຍເລືອດຢ່າງຮຸນແຮງຈົນເປັນ ອັນຕະລາຍເຖິງຊີວິດ ກໍຈຳເປັນຕ້ອງ ໄດ້ຮັບການໃຫ້ເລືອດເຊັ່ນກັນ. ນອກ ນີ້, ຍັງມີຄົນເຈັບຈາກອຸບັດເຫດ, ການ ຜ່າຕັດ ແລະ ພະຍາດອື່ນໆ ທີ່ຕ້ອງ ອາໄສເລືອດໃນການປິ່ນປົວ. ດັ່ງນັ້ນ, ການບໍລິຈາກເລືອດຈຶ່ງບໍ່ແມ່ນພຽງ ການໃຫ້ຄວາມຊ່ວຍເຫລືອແກ່ຄົນ ເຈັບຜູ້ໜຶ່ງເທົ່ານັ້ນ, ແຕ່ຍັງເປັນການ ມອບໂອກາດໃນການມີຊີວິດຕໍ່ ແລະ ສະ ແດງເຖິງຄວາມສາມັກຄີ, ນ້ຳໃຈ ເອື້ອເຟື້ອເພື່ອແຜ່ຂອງຄົນໃນສັງຄົມ ອີກດ້ວຍ. ເລືອດພຽງໜຶ່ງຖົງຈາກ ຜູ້ບໍລິຈາກອາດກາຍເປັນຄວາມ ຫວັງ ແລະ ໂອກາດໃນການມີຊີວິດ ຕໍ່ຂອງຄົນເຈັບທີ່ກຳລັງລໍຖ້າຄວາມ ຊ່ວຍເຫລືອ. ໂດຍ: ແສງສະຫວັນ

RkJQdWJsaXNoZXIy MTc3MTYxMQ==