7414

xtgmf]k; 7 24/11/2026 gsfdko{dkora fa mtok lkoxt-k-q oc0;'g-dv' cdh w07tfu wfh 100 d;j kg]n j v' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນປີ 2026 ມີ ຄະດີເຂົ້າມາສານປະຊາຊົນແຂວງ ເຊກອງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ, ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນ ການແກ້ໄຂຢູ່ 24 ເລື່ອງ. ທ່ານ ນາງ ສີວິໄລ ຜາວິໄລ ປະ ທານສານປະຊາຊົນແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຄະດີເຂົ້າ ມາສານປະຊາຊົນແຂວງເຊກອງ ມີ 84 ເລື່ອງ (ຄະດີຂັ້ນຕົ້ນ 75 ເລື່ອງ ແລະ ຄະດີຂັ້ນອຸທອນ 9 ເລື່ອງ) ໃນນັ້ນ, ຄ້າງມາແຕ່ປີ 2025 ຈໍາ ນວນ 23 ເລື່ອງ ແລະ ເຂົ້າໃໝ່ 61 ເລື່ອງ, ໄດ້ແກ້ໄຂແລ້ວ 69 ເລື່ອງ ເທົ່າກັບ 83,51%, ຍັງພວມດໍາ ເນີນ 15 ເລື່ອງ, ໃນທັງໝົດນັ້ນມີ ຄະດີອາຍາ 59 ເລື່ອງ, ແກ້ໄຂໄດ້ 54 ເລື່ອງ ເທົ່າກັບ 91,52%; ຄະດີແພ່ງ 3 ເລື່ອງ, ແກ້ໄຂໄດ້ 2 ເລື່ອງ ເທົ່າກັບ 66,66%; ຄະດີ ການຄ້າ 6 ເລື່ອງ, ແກ້ໄຂແລ້ວ 3 ເລື່ອງ ເທົ່າກັບ 50%; ຄະດີ ຄອບຄົວ 2 ເລື່ອງ, ແກ້ໄຂແລ້ວ 1 ເລື່ອງ ເທົ່າກັບ 50%; ຄະດີເດັກ 5 ເລື່ອງ, ແກ້ໄຂແລ້ວ 100%; ຄະດີ ເຂົ້າມາສານປະຊາຊົນເຂດ I ມີ 28 ເລື່ອງ, ມີຄະດີຄ້າງມາແຕ່ ປີ 2025 ຈໍານວນ 5 ເລື່ອງ ແລະ ເຂົ້າໃໝ່ 23 ເລື່ອງ, ແກ້ໄຂແລ້ວ 26 ເລື່ອງ ເທົ່າກັບ 92,85%, ຍັງ ພວມດໍາເນີນ 2 ເລື່ອງ ໃນນັ້ນ, ມີ ຄະດີອາຍາ 4 ເລື່ອງ, ແກ້ໄຂແລ້ວ 100%; ຄະດີແພ່ງ 23 ເລື່ອງ, ແກ້ໄຂໄດ້ 21 ເລື່ອງ ເທົ່າກັບ 91,30%; ຄະດີຄອບຄົວ 1 ເລື່ອງ, ແກ້ໄຂແລ້ວ 100%. ໃນຂະນະທີ່, ຄະດີເຂົ້າມາສານປະຊາຊົນເຂດ II ມີ 14 ເລື່ອງ, ມີຄະດີຄ້າງມາແຕ່ ປີ 2025 ຈໍານວນ 2 ເລື່ອງ ແລະ ເຂົ້າໃໝ່ 12 ເລື່ອງ, ແກ້ໄຂແລ້ວ 7 ເລື່ອງ ເທົ່າກັບ 50%, ຍັງພວມດໍາ ເນີນ 7 ເລື່ອງ ໃນນັ້ນ, ມີຄະດີແພ່ງ 11 ເລື່ອງ, ແກ້ໄຂໄດ້ 4 ເລື່ອງ ເທົ່າກັບ 36,36%, ຄະດີຄອບຄົວ 3 ເລື່ອງ, ແກ້ໄຂແລ້ວ 3 ເລື່ອງ ເທົ່າກັບ 100%, ຄະດີອາຍາ ແລະ ຄະດີແຮງງານ 0 ເລື່ອງ. ທ່ານນາງ ສີວິໄລ ຜາວິໄລ ໃຫ້ ຮູ້ຕື່ມວ່າ: ສໍາລັບທິດທາງແຜນການ 1 ປີຕໍ່ໜ້າ, ຄະນະພັກ-ຄະນະນໍາ ສານປະຊາຊົນແຂວງເຊກອງ ຈະ ສືບຕໍ່ຄົ້ນຄວ້າພິຈາລະນາຕັດສິນ, ພິພາກສາຄະດີຂັ້ນຕົ້ນ, ຂັ້ນອຸທອນ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ເປັນ ທໍາ ໃຫ້ບັນລຸຕາມຄາດໝາຍ ຄື: ຄະດີອາຍາ ໃຫ້ບັນລຸ 90% ຂຶ້ນໄປ, ຄະດີແພ່ງ ແລະ ຄະດີການຄ້າ ໃຫ້ ບັນລຸ 75% ຂຶ້ນໄປ, ຄະດີຄອບຄົວ, ແຮງງານ ແລະ ເດັກ ໃຫ້ບັນລຸໄດ້ 85%ຂຶ້ນໄປ, ອັດຕາຂໍອຸທອນ ບໍ່ໃຫ້ ເກີນ 15%. ຂ່າວ: ພຸດທະສອນ -k;r5 fmtlkltoy dt-q o4;kpzh kdt4y olk,a d7u lv'xtgmf ]k;{wm ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ບຸນຖວາຍ ຜ້າກະຖິນສາມັກຄີສອງປະເທດ ລາວ-ໄທ ສອງປະເທດ ໜຶ່ງຄວາມດີ ຈັດຂຶ້ນໃນວັນທີ 21 ພະຈິກ 2026 ທີ່ວັດຫາດສ້ຽວ ເມືອງຈອມເພັດ ແຂວງຫລວງພະບາງ ຊຶ່ງມີຂະບວນ ແຫ່ໂດຍນຳໃຊ້ເຮືອບໍລິການ-ການ ທ່ອງທ່ຽວຈາກນະຄອນຫລວງພະ ບາງ 15 ລຳ ປຽບດັ່ງອົງພະຍາ ນາກ 15 ຕະກູນ ທີ່ປົກປັກຮັກສາ ຫລວງພະບາງ ໄປຫາວັດຫາດ ສ້ຽວ ໂດຍມີ ທ່ານ ບຸນເລື່ອມ ມະນີ ວົງ ເລຂາຄະນະບໍລິຫານງານພັກ ແຂວງຫລວງພະບາງ ພ້ອມດ້ວຍ ພະສົງ-ສາມະເນນ, ມວນຊົນທັງລາວ ແລະ ໄທ ເຂົ້າຮ່ວມຢ່າງຄຶກຄື້ນ. ພ້ອມນີ້, ຍັງມີຂະບວນແຫ່ຜ້າກະ ຖິນສາມັກຄີ ອ້ອມພັດທະສິມມາ ແລະ ເຂົ້າສູ່ສະຖານທີ່ຈັດພິທີທາງ ສາສະໜາ, ຈາກນັ້ນ ໄດ້ມີການໄຫວ້ ພະ-ຮັບສິນ, ຟັງທໍາມະເທດສະໜາ ສະຫລອງ 1 ກັນ, ຖວາຍຜ້າກະຖິນ ແລະ ເຄື່ອງໄທຍະທານ, ຄາລະວະ ຮັບພອນ-ຍາດນໍ້າ ອຸດທິດສ່ວນບຸນ ກຸສົນ ຕາມປະເພນີ ຊຶ່ງງົບປະມານ ທີ່ໄດ້ຮັບຈາກການເຮັດບຸນຄັ້ງນີ້, ຈະໄດ້ນຳໃຊ້ເຂົ້າໃນການພັດທະນາ ວັດວາ-ສາສະໜາ ຂອງຄະນະສົງ ໃຫ້ມີຄວາມຈະເລີນຮຸ່ງເຮືອງສືບ glf4tdy fc0;'v5 fq ,w- ln [8= j 0tspkp8q ;fu 0B o ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນປີ 2026 ເຖິງ ແມ່ນວ່າຈະຜະເຊີນກັບຄວາມຫຍຸ້ງ ຍາກຫລາຍດ້ານ ເປັນຕົ້ນ ລາຄາ ນໍ້າມັນເຊື້ອໄຟແພງ, ລາຄາສິນຄ້າ ຖີບຕົວສູງຂຶ້ນ ແລະ ໄພພິບັດທຳມະ ຊາດ, ແຕ່ເສດຖະກິດຂອງແຂວງ ອຸດົມໄຊ ຍັງສືບຕໍ່ຂະຫຍາຍຕົວໃນ ທ່ວງທ່າທີ່ດີຂຶ້ນ. ຄາດຄະເນໝົດປີ 2026 ລວມຍອດຜະລິດຕະພັນ ພາຍໃນ (GDP) ຈະຂະຫຍາຍຕົວ ຢູ່ໃນລະດັບ 5,38%, ມູນຄ່າບັນລຸ 13.284,90 ຕື້ກີບ, ສະເລ່ຍຕໍ່ຫົວ ຄົນໄດ້ 1.615 ໂດລາສະຫະລັດ. ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ໄດ້ລາຍງານໃນ ກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງ ສະໄໝວິສາມັນ ຄັ້ງທີ 1 ສະໄໝທີ X ໃນທ້າຍອາທິດຜ່ານ ມາວ່າ: ສຳລັບດ້ານງົບປະມານ ແຫ່ງລັດ, ມາຮອດວັນທີ 31 ຕຸລາ 2026 ສາມາດຈັດເກັບລາຍຮັບ ໄດ້ແລ້ວ 779,66 ຕື້ກີບ ເທົ່າກັບ 101,38% ຂອງແຜນການ ແລະ ຄາດຄະເນໝົດປີ ຈະປະຕິບັດໄດ້ 918,71 ຕື້ກີບ ເທົ່າກັບ 119,46% ຂອງແຜນການ, ເພີ່ມຂຶ້ນ 41% ທຽບໃສ່ປີຜ່ານມາ. ຂະນະທີ່ມູນຄ່າ ການຄ້າກັບຕ່າງປະເທດ ຄາດຄະເນ ໝົດປີຈະບັນລຸ 5.462,73 ຕື້ກີບ (146,2% ຂອງແຜນການ) ແລະ ຂະແໜງທ່ອງທ່ຽວຄາດວ່າຈະດຶງ ດູດນັກທ່ອງທ່ຽວໄດ້ 344.594 ເທື່ອຄົນ, ສ້າງລາຍຮັບໄດ້ 36,9 ລ້ານໂດລາສະຫະລັດ (205% ຂອງແຜນການ). ຄຽງຄູ່ກັນນັ້ນ, ຄະນະກຳມະ ການປົກຄອງແຂວງ ຍັງໄດ້ສຸມໃສ່ ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆຢ່າງ ຈິງຈັງ ເປັນຕົ້ນ ການຮັບມື ແລະ ແກ້ ໄຂສຸກເສີນຜົນກະທົບ ຈາກໄພນໍ້າ ຖ້ວມ ແລະ ດິນເຈື່ອນໃນເດືອນ ສິງຫາ 2026 ທີ່ກະທົບໜັກ 5 ເມືອງ (ເມືອງໄຊ, ນາໝໍ້, ຫລາ, ແບງ ແລະ ງາ) ຊຶ່ງສ້າງຄວາມ ເສຍຫາຍລວມ 293,63 ຕື້ກີບ ໂດຍໄດ້ຊ່ວຍເຫລືອບັນເທົາທຸກ ເບື້ອງຕົ້ນແລ້ວ 5,27 ຕື້ກີບ ແລະ ແກ້ໄຂພື້ນຖານໂຄງລ່າງສຸກເສີນ ກັບສູ່ປົກກະຕິເປັນສ່ວນຫລາຍ; ການຊຸກຍູ້ສ້າງສາງນໍ້າມັນເຊື້ອໄຟ ບັນຈຸ 7 ແສນລິດສຳເລັດ ເຮັດໃຫ້ມີ ນໍ້າມັນສຳຮອງສະເລ່ຍ 3 ແສນລິດ ສາມາດຕອບສະໜອງໄດ້ປົກກະຕິ; ການປັບປຸງກົງຈັກການຈັດຕັ້ງ ໂດຍ ສຳເລັດການຍຸບໂຮມພະແນກການ- ຫ້ອງການ ແລະ ສ້າງຕັ້ງ 28 ຕາ ແສງ; ລວມທັງວຽກງານປ້ອງກັນ ຄວາມສະຫງົບ ທີ່ສາມາດແກ້ໄຂ ຄະດີຢາເສບຕິດໄດ້ 193 ລາຍ, ມ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ ໄດ້ 6 ຄັ້ງ ແລະ ອາຍັດພາຫະນະ- ກົນຈັກ ພ້ອມກັກຕົວຜູ້ລັກລອບຂຸດ ຄົ້ນແຮ່ຄຳຢູ່ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ ມາດຳເນີນ ຄະດີຕາມລະບຽບການ. ທ່ານ ວົງສະຫວັນ ໄຊຍະວົງ ໃຫ້ ຮູ້ຕື່ມວ່າ: ສຳລັບທິດທາງແຜນການ ປະຈຳປີ 2027, ແຂວງອຸດົມໄຊ ຈະ ສືບຕໍ່ຮັກສາສະຖຽນລະພາບທາງ ດ້ານການເມືອງ ແລະ ຍູ້ແຮງການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງ ໂດຍຕັ້ງຄາດໝາຍສູ້ຊົນໃຫ້ GDP ຂະຫຍາຍຕົວ 5,6% ຂຶ້ນໄປ (ມູນຄ່າ 13.510,63 ຕື້ກີບ, ສະ ເລ່ຍຕໍ່ຫົວຄົນໄດ້ 1.638 ໂດລາ ສະຫະລັດ), ຄຸ້ມຄອງອັດຕາເງິນ ເຟີ້ບໍ່ໃຫ້ເກີນ 10%, ລະດົມການ ລົງທຶນທົ່ວສັງຄົມໃຫ້ໄດ້ 3.000 ຕື້ ກີບ ແລະ ດຶງດູດນັກທ່ອງທ່ຽວໃຫ້ ໄດ້ 300.000 ເທື່ອຄົນ. ພ້ອມກັນ ນີ້, ຈະສຸມໃສ່ແກ້ໄຂຄວາມທຸກຍາກ ໂດຍສ້າງຄອບຄົວພົ້ນທຸກໃຫ້ໄດ້ 1.106 ຄອບຄົວ, ບ້ານພົ້ນທຸກ 23 ບ້ານ, ສ້າງບ້ານຂວາງຄຳ ເມືອງ ນາໝໍ້ ເປັນຕົວເມືອງນ້ອຍ ແລະ ສືບ ຕໍ່ສະເໜີລັດຖະບານ ຂໍງົບປະມານ ຟື້ນຟູພື້ນຖານໂຄງລ່າງ ແລະ ພື້ນທີ່ ການຜະລິດທີ່ຖືກຜົນກະທົບຈາກ ໄພພິບັດ. dtly dvog,n v']t7vogra ' l5 ,.lj x6 drn f]tf6 c]h ' ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ປັດຈຸບັນ ກະສິ ກອນ ເມືອງລະຄອນເພັງ ແຂວງສາ ລະວັນ ພວມຂຸ້ນຂ້ຽວສຸມໃສ່ເກັບ ມ້ຽນເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11.835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າ ໂຕນ, ສະເລ່ຍສະມັດຕະພາບ 3,7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງ ແຜນການປູກເຂົ້ານາປີ 15.460 ເຮັກຕາ, ສາມາດປັກດຳໄດ້ຕົວ ຈິງ 15.212 ເຮັກຕາ ເທົ່າກັບ 98,4% ຂອງແຜນການ ໃນນັ້ນ, ນາດຳປະຕິບັດໄດ້ 8.712 ເຮັກຕາ ເທົ່າກັບ 93,07%, ນາຢອດ 3.000 ເຮັກຕາ ເທົ່າກັບ 103,4% (ລື່ນແຜນ 3,4%) ແລະ ນາຫວ່ານ 3.500 ເຮັກຕາ, ລື່ນແຜນການ 9,3%. ນອກຈາກນີ້, ການເກັບ ກູ້ພືດລະດູຝົນຂອງເມືອງ ສຳເລັດ 315 ເຮັກຕາ ເທົ່າກັບ 100% ໄດ້ ຜົນຜະລິດ 2.715 ໂຕນ. ທ່ານ ຄຳກອນ ວິໄລສັກ ຫົວໜ້າ ຫ້ອງການກະສິກຳ ແລະ ສິ່ງແວດ ລ້ອມເມືອງລະຄອນເພັງໃຫ້ສຳພາດ ໃນວັນທີ 20 ພະຈິກ 2026 ນີ້ວ່າ: ພາຍຫລັງທີ່ກະສິກອນ ສຳເລັດການ ເກັບມ້ຽນເຂົ້ານາປີ, ຍັງໄດ້ເອົາໃຈ ໃສ່ສົ່ງເສີມການປູກພືດລະດູແລ້ງ ຕໍ່ໄປ. ບຸນຖວາຍຜ້າກະຖິນສາມັກຄີ ສອງປະເທດ ລາວ-ໄທ ຄັ້ງນີ້ ນອກ ຈາກເປັນການສືບສານປະເພນີ ຕາມ ຮີດຄອງຂອງຊາວພຸດທະສາສະ ນິກະຊົນ ໂດຍສະເພາະປະຊາຊົນ ບັນດາເຜົ່າຫລວງພະບາງ ທີ່ສືບ ທອດກັນມາແຕ່ດົນນານ, ແມ່ນຖື ເປັນເປັນການສະແດງໃຫ້ເຫັນເຖິງ ນໍ້າໃຈແຫ່ງສັດທາ, ຄວາມເສຍ ສະລະ, ຄວາມສາມັກຄີຮ່ວມກັນ ສ້າງຄວາມດີ ທັງສະແດງໃຫ້ເຫັນ ເຖິງສາຍສຳພັນອັນແໜ້ນແຟ້ນ ລະຫວ່າງ ປະຊາຊົນລາວ ແລະ ໄທ ທີ່ມີວັດທະນະທຳ, ຂະນົບທຳນຽມ ແລະ ຄວາມສັດທາໃນພຸດທະສາສະ ໜາທີ່ໃກ້ຄຽງກັນຕື່ມອີກ. ພາຍຫລັງ ສຳເລັດການຈັດພິທີທອດ-ຖວາຍ ຜ້າກະຖິນ ໄດ້ມີການຕິດຄຳປີວ ອົງພະເຈົ້າໃຫຍ່ມຸງຄຸນແປດທິດ ພະ ພຸດທະເຈົ້າອັນສັກສິດ ທີ່ຜູ້ມີຈິດໃຈ ສັດທາ ໄດ້ຮ່ວມແຮງຮ່ວມໃຈກັນທຳ ບຸນຕາມກຳລັງສັດທາ ເພື່ອໃຫ້ການ ກໍ່ສ້າງອົງພະເຈົ້າໃຫຍ່ມຸງຄຸນແປດ ທິດ ໄດ້ສຳເລັດຕາມແຜນການທີ່ ວາງໄວ້. ຂ່າວ-ພາບ: ອາພຸດເດດ ບຸບຜາ ເພື່ອໃຫ້ການນຳໃຊ້ເນື້ອທີ່ດິນ ແລະ ແຫລ່ງນ້ຳເກີດປະໂຫຍດສູງສຸດ ໂດຍຕາມແຜນການຂອງຂະແໜງ ການ ຈະສຸມໃສ່ 75 ບ້ານ ໃນເນື້ອ ທີ່ລວມ 591 ເຮັກຕາ, ຄາດຄະເນ ຜົນຜະລິດ 3.428 ໂຕນ ສະເລ່ຍ 5,8 ໂຕນຕໍ່ເຮັກຕາ ພ້ອມທັງສືບ ຕໍ່ຊຸກຍູ້ປະຊາຊົນໃຫ້ຜະລິດຢ່າງ ຕໍ່ເນື່ອງ, ນຳໃຊ້ທີ່ດິນ ແລະ ແຫລ່ງ ນ້ຳຢ່າງເໝາະສົມ ເພື່ອຍົກສູງຜົນ ຜະລິດ, ສ້າງລາຍຮັບ ແລະ ປະກອບ ສ່ວນຮັບປະກັນຄວາມໝັ້ນຄົງ ດ້ານ ສະບຽງອາຫານ ຂອງປະຊາຊົນໃນ ທ້ອງຖິ່ນ. ການຜະລິດກະສິກຳ ຖືເປັນຂະ ແໜງການພື້ນຖານທີ່ສຳຄັນຕໍ່ການ ສ້າງລາຍຮັບ, ຍົກລະດັບຊີວິດການ ເປັນຢູ່ ແລະ ຮັບປະກັນຄວາມໝັ້ນ ຄົງດ້ານສະບຽງອາຫານ ໃຫ້ແກ່ ປະຊາຊົນ. ສຳລັບເມືອງລະຄອນ ເພັງ ຊຶ່ງເປັນເມືອງເຂດທົ່ງພຽງ ທີ່ມີສະພາບພູມສັນຖານເໝາະສົມຕໍ່ ການປູກຝັງ ແລະ ລ້ຽງສັດ, ປະຊາ ຊົນສ່ວນໃຫຍ່ ໄດ້ຢຶດຖືອາຊີບກະສິ ກຳເປັນຫລັກ ເພື່ອສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ກ້າວໄປສູ່ການ ພັດທະນາເສດຖະກິດຄອບຄົວ ຕາມ ແນວທາງນະໂຍບາຍຂອງພັກ ໃນ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ. ຂ່າວ-ພາບ: ສ.ພະຈັນ

RkJQdWJsaXNoZXIy MTc3MTYxMQ==