7414

24/11/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -k;r5 fIj ;,ln [lkoxtgrou csj zklkfgzY ' .o[5 oot,a fltdkortmkfs];' ltcf'ly ]txtg-n j v,3p';q '7tokpkf gruj ,r6 o76 olh k'lkprq ;ra o,y f8trk[ ]k;{s;Pfok, ຂປລ. ທ່າມກາງບັນຍາກາດອັນ ຄຶກຄຶ້ນຂອງບຸນນະມັດສະການພະ ທາດຫລວງວຽງຈັນ ປະເພນີແຫ່ ຜາສາດເຜິ້ງ ເປັນອີກໜຶ່ງກິດຈະກຳ ທີ່ສ້າງສີສັນ, ຄວາມງົດງາມ ແລະ ສັດທາອັນແຮງກ້າຂອງປະຊາຊົນ ລາວທີ່ມີຕໍ່ພຸດທະສາສະໜາ. ປະເພນີ ອັນດີງາມນີ້ໄດ້ສືບທອດກັນມາແຕ່ ດົນນານຜ່ານການຮ່ວມແຮງຮ່ວມ ໃຈຂອງຄົນຫລາຍຮຸ່ນຈົນກາຍເປັນ ສ່ວນໜຶ່ງຂອງຮີດຄອງປະເພນີ ແລະ ເອກະລັກວັດທະນະທຳລາວ ທີ່ມີຄຸນຄ່າ. ເມື່ອເຖິງມື້ຂຶ້ນ 14 ຄຳ ເດືອນ 12 ລາວ ຊຶ່ງເປັນມື້ກຳນົດ -u ;y f{;a fmtotme u y a ຂປລ. ສະຖານເອກອັກຄະ ລັດຖະທູດຫວຽດນາມ ປະຈຳ ລາວ ສົມທົບກັບຄະນະກຳມະການ ແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງ ການຕ່າງປະເທດ ພ້ອມດ້ວຍບັນ ດາອົງການ ແລະ ໜ່ວຍງານທີ່ ກ່ຽວຂ້ອງຈັດງານສະແດງສິລະປະ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງວົງຄະ ນາຍາດ, ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບ ຫວຽດນາມ- ລາວ” ໃນວັນທີ 21 ພະຈິກ 2026 ຢູ່ຫໍວັດທະນະທຳແຫ່ງຊາດ ໃນ ໂອກາດສະເຫລີມສະຫລອງວັນ ຊາດ ສປປ ລາວ ຄົບຮອບ 51 ປີ (02/12/1975-02/12/2026), ສະເຫລີມສະຫລອງວັນມະຫາສາ ມັກຄີທົ່ວປວງຊົນທັງຊາດ, ວັນ ວັດທະນະທຳຫວຽດນາມ ແລະ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຄົບຮອບ 50 ປີ ໃນປີ 2027 ໂດຍມີທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີຊາວ ຫວຽດນາມອາໄສຢູ່ລາວ, ຕາງໜ້າ ຈາກກະຊວງການຕ່າງປະເທດ ພ້ອມດ້ວຍບັນດາອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຈັດກິດຈະກຳຄັ້ງນີ້, ສະ ແດງໃຫ້ເຫັນເຖິງຄວາມເອົາໃຈ ໃສ່ຂອງພັກ, ລັດ ແລະ ບັນດາ ອົງການຕາງໜ້າຫວຽດນາມ ຕໍ່ ກັບການດໍາລົງຊີວິດຂອງຊາວ ຫວຽດນາມທີ່ອາໄສຢູ່ລາວ. ພ້ອມ ກັນນັ້ນ, ຍັງເປັນການປະກອບ ສ່ວນຜັນຂະຫຍາຍແນວທາງນະ ໂຍບາຍກ່ຽວກັບວຽກງານຊາວ ຫວຽດນາມອາໄສຢູ່ຕ່າງປະເທດ. ໃນງານຄັ້ງນີ້ ມີນັກສິລະປິນມືອາຊີບ ທີ່ມາຈາກໂຮງລະຄອນຊາວໜຸ່ມ ຫວຽດນາມ ມາຮ່ວມສະແດງ ໂດຍ ໄດ້ນຳເອົາບັນດາລາຍການສະແດງ ຮ້ອງເພງ ແລະ ຟ້ອນທີ່ໂດດເດັ່ນ ມາສູ່ຜູ້ຊົມ ຊຶ່ງເປັນການຍ້ອງຍໍສັນ ລະເສີນບ້ານເກີດເມືອງນອນ, ປະ ເທດຊາດ, ຄົນຫວຽດນາມ, ມູນ ເຊື້ອວັດທະນະທຳຂອງຊາດ ແລະ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມລາວ. ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ສືບ ຕໍ່ເສີມຂະຫຍາຍບົດບາດຫລັກ ແຫລ່ງໃນວຽກງານການເຕົ້າໂຮມ, ຂົນຂວາຍ ແລະ ເຊື່ອມໂຍງວົງຄະ ນາຍາດ; ສ້າງເງື່ອນໄຂໃຫ້ພໍ່ແມ່ ພີ່ນ້ອງຊາວຫວຽດນາມຕ່າງດ້າວ ໄດ້ພົບປະ, ແລກປ່ຽນ, ແບ່ງປັນ ຄວາມຮູ້ສຶກ, ເພີ່ມທະວີຄວາມ ຜູກພັນກັບບ້ານເກີດເມືອງນອນ, ປະເທດຊາດ ແລະ ກັບບັນດາ ອົງການຕາງໜ້າຫວຽດນາມ ປະຈຳລາວ ແລະ ການນຳເອົາ ລາຍການສະແດງສິລະປະຈາກ ພາຍໃນປະເທດມາຮັບໃຊ້ວົງຄະ ນາຍາດຍັງເປັນການປະກອບສ່ວນ ຕອບສະໜອງຄວາມຕ້ອງການດ້ານ ການຊົມໃຊ້ວັດທະນະທຳ, ຮັກສາ ພາສາຫວຽດນາມ, ເອກະລັກທາງ ວັດທະນະທຳ ແລະ ບຳລຸງສ້າງນ້ຳ ໃຈທີ່ອວ່າຍໜ້າສູ່ກົກເຄົ້າເຫງົ້າກໍໃນ ວົງຄະນາຍາດຊາວຫວຽດນາມທີ່ ອາໄສຢູ່ຕ່າງປະເທດ ແຫ່ຜາສາດເຜິ້ງ ປະຊາຊົນຈາກ ຫລາຍພາກສ່ວນໄດ້ພ້ອມຈິດພ້ອມ ໃຈກັນເຕົ້າໂຮມຢູ່ວັດສີເມືອງວັດ ສັກກະລະບູຊາຄູ່ບ້ານຄູ່ເມືອງຂອງ ຊາວນະຄອນຫລວງວຽງຈັນ ເພື່ອ ດາດ້ວຍເຜິ້ງ (ຂີ້ເຜິ້ງ), ດອກໄມ້, ທູບທຽນ ແລະ ເຄື່ອງໃຊ້ສອຍ ຕ່າງໆເຊັ່ນ: ສໍດຳ, ປຶ້ມ, ບິນຂຽນ ແລະ ເຄື່ອງໃຊ້ຈຳເປັນ ລວມທັງເງິນ ທີ່ນຳມານີບຕາມຕົ້ນເຜິ້ງຢ່າງເປັນ ລະບຽບຈົບງາມເຮັດໃຫ້ຜາສາດ ແຕ່ລະຕົ້ນມີຄວາມສວຍງາມ ແລະ ໂດດເດັ່ນແຕກຕ່າງກັນໄປ. ການ ຕົບແຕ່ງຜາສາດເຜິ້ງນັ້ນບໍ່ພຽງແຕ່ ສະແດງເຖິງຄວາມງົດງາມທາງ ສິລະປະເທົ່ານັ້ນ, ແຕ່ຍັງສະແດງ ເຖິງຄວາມມີນ້ຳໃຈ, ຄວາມເອື້້ອ ເຟື້ອເພື່ອແຜ່ ແລະ ຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ. ໃນມື້ແຫ່ຜາສາດເຜິ້ງ, ປະຊາຊົນ ລາວ ໄດ້ພ້ອມຈິດພ້ອມໃຈກັນປະ ດິດຕົ້ນເຜິ້ງຂອງໃຜລາວ, ບາງ ບ້ານບາງເມືອງປະດິດສ້າງຕົ້ນ ເຜິ້ງຂະໜາດໃຫຍ່ເປັນຮູບຄື ຜາ ສາດ ໂດຍໃຊ້ຫລາຍຄົນແບກຫາມ ແລະ ເລີ່ມແຫ່ໃນຕອນບ່າຍໂດຍ ມີການເຕົ້າໂຮມກັນຢູ່ວັດສີເມືອງ ແລ້ວຈຶ່ງເລີ່ມຂະບວນແຫ່ໄປຫາ ພະທາດຫລວງ ຊຶ່ງໃນຂະບວນ ແຫ່ງກໍມີສີສັນການສະແດງສິລະປະ ວັນນະຄະດີທີ່ສວຍງານ ເຊັ່ນ: ມີ ຂະບວນທັ່ງບັ້ງ, ຂະບວນຊຸດຊົນ ເຜົ່າ, ຕໍາເຂົ້າ, ເປົ່າແຄນ, ທັງຕີ ກອງ, ຕີແຊ່ງ, ລໍາເຊີ້ງ, ມີຂະບວນ ນັກຮຽນ, ຂະບວນປະເພນີລາວ ຍິງສາວນຸ່ງຊຸດໄໝ ເກົ້າຜົມ ບ່ຽງ ແພ, ຜູ້ຊາຍນຸ່ງເສື້ອຂາວ ມັດແພກະ ຕ່ຽວ, ຂະບວນເຖົ້າແກ່ແນວໂຮມ ນຳໜ້າໂດຍຂະບວນພະສົງ ແລະ ຜູ້ນຳລາວ...ເມື່ອໄປຮອດເດີ່ນພະ ທາດຫລວງຂະບວນໄດ້ໄຫລໄປ ແບບຊ້າໆ ຕາມຄວາມກວ້າງຂອງ ເດີ່ນ ແລະ ຈະແຫ່ອ້ອມຮອບນອກ ກົມມະລຽນພະທາດຫລວງ 3 ຮອບກ່ອນຂະບວນຈະແຫ່ຜ່ານ ປະຕູເບື້ອງຕາເວັນອອກ ເພື່ອແຫ່ ອ້ອມພະທາດຫລວງຢູ່ດ້ານໃນກົມ ມະລຽນ. ຫລັງຈາກນັ້ນ, ກໍນຳເອົາ ຜາສາດເຜິ້ງ ແລະ ດອກໄມ້ທູບທຽນ ຂອງຕົນໄປບູຊາອ້ອມຮອບພະທາດ ຫລວງ ພ້ອມທັງອະຖິທານຂໍພອນ ເພື່ອຄວາມເປັນສີລິມຸງຄົນ, ຄວາມ ສຸກ, ຄວາມຈະເລີນ ແລະ ຄວາມ ສະຫງົບຮົ່ມເຢັນຕາມຄວາມເຊື່ອຖື ຂອງແຕ່ລະຄົນ. ຮ່ວມກັນແຫ່ຜາສາດເຜິ້ງໄປພະທາດ ຫລວງ. ພາບຂະບວນແຫ່ທີ່ເຕັມໄປ ດ້ວຍຜາສາດເຜິ້ງຫລາກຫລາຍຮູບ ຊົງ, ຜູ້ຄົນແຕ່ງກາຍດ້ວຍຊຸດປະເພນີ, ສຽງດົນຕີພື້ນເມືອງ ແລະ ການ ຟ້ອນລຳລ້ວນແຕ່ສ້າງບັນຍາກາດ ອັນປະທັບໃຈໃຫ້ແກ່ຜູ້ພົບເຫັນ. ສຳລັບປະເພນີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພະທາດ ຫລວງໃນປີນີ້ ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 23 ພະຈິກ 2026 ກົງ ກັບມື້ຂຶ້ນ 14 ຄ່ຳ ເດືອນ 12 ລາວ ຊຶ່ງໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ເຂົ້າອ້ອມກົມມະລຽນທາດ ຫລວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍ ມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານ ສູນກາງແນວລາວສ້າງຊາດ, ທ່ານ ສີລິລາດທົງສິນ ທອງເພັງ ຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ, ພ້ອມດ້ວຍຄະນະກຳມະ ການປົກຄອງນະຄອນຫລວງວຽງ ຈັນ, ອົງການຈັດຕັ້ງທັງພາກລັດເອກະຊົນ ແລະ ມວນຊົນບັນດາ ເຜົ່າຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ. ຜາສາດເຜິ້ງແຕ່ລະຕົ້ນແມ່ນ ຜົນງານຈາກຄວາມຄິດສ້າງສັນ, ຄວາມປານີດ ແລະ ຄວາມຕັ້ງໃຈ ຂອງຜູ້ປະດິດດ້ວຍການນຳເອົາຕົ້ນ ກ້ວຍ, ໄມ້ ແລະ ອື່ນໆ ປະດັບປະ

RkJQdWJsaXNoZXIy MTc3MTYxMQ==