xtgmf]k; 7 13/11/2026 gsfdko{dkora fa mtok 3I'IPoxt4q ,lq ,[6 o 16 j g,n v'mj kc8' wfh Ia [v5 xtdvodkoIPo{dkolvo ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພິທີມອບ-ຮັບອຸປະ ກອນການຮຽນ-ການສອນ ແລະ ອຸປະກອນກິລາ ໃຫ້ 5 ໂຮງຮຽນ ຢູ່ເມືອງທ່າແຕງ ແຂວງເຊກອງ ເພື່ອຊ່ວຍເຫລືອນ້ອງນັກຮຽນຜູ້ ທີ່ຂາດແຄນຈັດຂຶ້ນຫວ່າງບໍ່ດົນ ມານີ້ ທີ່ໂຮງຮຽນປະຖົມສົມບູນ ບ້ານຫົວເຊໂດນ ເມືອງທ່າແຕງ ໂດຍມີ ທ່ານ ໂຍອິຈິໂລ ນາກາອິ ຜູ້ອໍານວຍການ ບໍລິສັດ ລາວສືມຸ ລະ ຈຳກັດ, ທ່ານ ສີສົມພາ ໄຊ ແກ້ວຍະວົງ ຮອງປະທານຄະນະ ກໍາມະການປົກຄອງເມືອງທ່າແຕງ, ທ່ານ ກົມມະລິນ ໜໍແກ້ວ ວ່າການ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍປະທານ ຄະນະກໍາມະການປົກຄອງຕາແສງ, ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ທ່ານໂຍອິຈິໂລນາກາອິກ່າວວ່າ: ຈຸດປະສົງຂອງການມອບເຄື່ອງ ຊ່ວຍເຫລືອໃນຄັ້ງນີ້ ໂດຍເນັ້ນໃສ່ ການສົ່ງເສີມໂອກາດດ້ານວຽກງານ ສຶກສາທິການ ແລະ ກິລາ, ພ້ອມທັງ ຊຸກຍູ້ການພັດທະນາຄຸນນະພາບ g,n v';P'r6 7k lts]v' 3 ;a ole7a o0v'-kf ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາໃຫ້ຮູ້ວ່າ:ພິທີສະເຫລີມ ສະຫລອງ ວັນສັກຢາກັນພະຍາດ ສັດແຫ່ງຊາດ 11 ພະຈິກ, ວັນຊົນ ລະປະທານແຫ່ງຊາດ 3 ພະຈິກ ແລະ ວັນເປິດການຜະລິດລະດູແລ້ງ 15 ພະຈິກ ປະຈຳສົກປີ 20252026 ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ ບ້ານພູລັນເໜືອ ເມືອງວຽງພູຄາ ແຂວງຫລວງນ້ຳທາ ໂດຍມີ ທ່ານ ສຸນີ ຄຸນປະເສີດ ຮອງປະທານຄະ ນະກຳມະການປົກຄອງເມືອງ, ທ່ານ ອຸນເຮືອນ ແພງສະຫວັດ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ມີບັນດາ ຫ້ອງການອ້ອມຂ້າງ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ. ການຈັດກິດຈະກຳໃນຄັ້ງນີ້, ກໍ ເພື່ອລະນຶກເຖິງຄວາມສຳຄັນຂອງ ຂະແໜງກະສິກຳ ແລະ ສິ່ງແວດ ລ້ອມ ພ້ອມທັງເປັນການໂຄສະນາ ເຜີຍແຜ່ຍົກສູງຄວາມຮັບຮູ້ຄວາມ ຕື່ນຕົວແລະກະຕຸ້ນໃຫ້ທຸກພາກສ່ວນ ເອົາໃຈໃສ່ຮ່ວມມືກັນໃນການພັດ ທະນາວຽກງານກະສິກຳໃຫ້ມີ ຄວາມກ້າວໜ້າ, ມີຄວາມຍືນຍົງ ແລະ ສາມາດຕອບສະໜອງຄວາມ ຕ້ອງການຂອງສັງຄົມ. ສຳລັບ 3 ວັນສຳຄັນນີ້ ແມ່ນໄດ້ຈັດກິດຈະກຳ ທີ່ມີຄວາມໝາຍຄື: ສັກຢາປ້ອງກັນ ພະຍາດສັດແຫ່ງຊາດ ເພື່ອກະຕຸ້ນ ໃຫ້ທຸກພາກສ່ວນ ໂດຍສະເພາະ rtoa d'kos]a dcs]j ' c]t ;y -kdko c0;'w-lq ,[6 o leg]a fdkopq d]tfa [rklks;Pfok, w]ptlA o ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ພະແນກ ສຶກສາທິການ ແລະ ກິລາ ແຂວງ ໄຊສົມບູນ ຮ່ວມກັບ ນະຄອນບັກ ນິ່ງ ສສ ຫວຽດນາມ ໄດ້ຈັດຝຶກ ອົບຮົມວິຊາພາສາຫວຽດນາມ ຂັ້ນ ພື້ນຖານ ໃຫ້ແກ່ພະນັກງານຫລັກ ແຫລ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ ພາຍຫລັງທີ່ໄດ້ ດຳເນີນການຮຽນ-ການສອນ ໃນໄລຍະ 3 ເດືອນ ແລະ ໄດ້ສຳ ເລັດລົງຢ່າງຈົບງາມ ໃນວັນທີ 11 ພະຈິກ 2026 ນີ້ ໂດຍມີ ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ທ່ານ ພຸດລຳໄພ ທຽມພຣະສອນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍນັກສຳມະນາກອນຈາກ ພະແນກການ, ກົມກອງອ້ອມຂ້າງ ແຂວງ ເຂົ້າຮ່ວມ. ທ່ານ ລີປາວ ໄຊຍະຊ່າງ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ກ່າວວ່າ: ຕະຫລອດໄລຍະຂອງການຮຽນການສອນ ບັນດາຄູອາຈານ ແລະ ນັກຮຽນ ໄດ້ພ້ອມກັນສຸມສະຕິປັນຍາ ຂອງຕົນເຂົ້າໃນການຮຽນ-ການ ສອນ ດ້ວຍຄວາມຮັບຜິດຊອບສູງ, ມີຄວາມຫ້າວຫັນ ຕັ້ງໃຈຄົ້ນຄວ້າ ຮໍ່າຮຽນ ແລະ ປະຕິບັດຕາມໂມງ ເວລາໄດ້ດີ ເຮັດໃຫ້ຊຸດຝຶກອົບຮົມ ໃນຄັ້ງນີ້ສຳເລັດຕາມຄາດໝາຍທີ່ ວາງໄວ້. ໃນໂອກາດດຽວກັນ, ທ່ານ ອາຈານ ນາງ ຈຸຖິຫຽບ ຄູອາສາສະ ໝັກຈາກນະຄອນບັກນິ່ງສສຫວຽດ ນາມ ໃຫ້ຮູ້ວ່າ: ການຈັດຝຶກອົບຮົມ ຄັ້ງນີ້ ກໍເພື່ອຈັດຕັ້ງປະຕິບັດສົນທິ ສັນຍາການຮ່ວມມື ລະຫວ່າງ ນະ ຄອນບັກນິ່ງ ແລະ ແຂວງໄຊສົມບູນ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ຊາດລາວ-ຫວຽດນາມ ກໍຄືນະຄອນ ບັກນິ່ງ ກັບ ແຂວງໄຊສົມບູນ ໃຫ້ນັບ ມື້ແໜ້ນແຟ້ນ ຈະເລີນງອກງາມ ໝັ້ນ ຄົງຂະໜົງແກ່ນຊົ່ວກາລະນານ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ການຝຶກອົບຮົມໃນຄັ້ງນີ້, ມີນັກ ສຳມະນາກອນ 28 ຄົນ ຍິງ 7 ຄົນ ໄດ້ຮຽນຮູ້ກ່ຽວກັບການຟັງ, ການ ເວົ້າ-ການອ່ານ ແລະ ການຂຽນ ໃນໂອກາດນີ້, ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ຍ້ອງຍໍຊົມເຊີຍ ຕໍ່ອາຈານສອນ ແລະ ນັກຮຽນທີ່ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການ ຮຽນ-ການສອນ ໃນບັ້ນຝຶກອົບຮົມ ຄັ້ງນີ້ ຈົນສຳເລັດໄດ້ຕາມຄາດໝາຍ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມ ໝາຍ ຄວາມສຳຄັນຂອງການຮຽນ ວິຊາພາສາຫວຽດນາມ ເນື່ອງຈາກ ວ່າ ແຂວງໄຊສົມບູນ ໄດ້ມີຮ່ວມ ມືກັບ ສສ ຫວຽດນາມ ຈຶ່ງມີຄວາມ ຈຳເປັນທີ່ພະນັກງານຈະຕ້ອງໄດ້ ຮຽນຮູ້ພາສາຫວຽດນາມ ເພື່ອສື່ ສານກັນໃຫ້ເຂົ້າໃຈ, ພ້ອມນີ້ຍັງ ສະແດງໃຫ້ເຫັນເຖິງສາຍພົວພັນ ແລະ ມູນເຊື້ອຄວາມສາມັກຄີໄມ ຕີຈິດມິດຕະພາບອັນອົບອຸ່ນ ແລະ ແບບພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ມິດຕະພາບທີ່ຍິ່ງ ໃຫ່ຍ ແລະ ມີການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງຕະ ຫລອດໄປ ພ້ອມທັງໄດ້ຮຽກຮ້ອງໃຫ້ ບັນດານັກຮຽນ ຈົ່ງນຳເອົາຄວາມຮູ້ ທີ່ໄດ້ຈາກການຮຽນ-ການສອນ ນີ້ ໄປໝູນໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ເກີດຜົນປະໂຫຍດສູງສຸດ. ຂ່າວ-ພາບ: ແກ່ນຈັນ ທຳມະນີ ພະນັກງານວິຊາການສັດຕະວະ ແພດ ແລະ ຜູ້ລ້ຽງສັດ ເອົາໃຈໃສ່ ໃນການສັກຢາປ້ອງກັນພະຍາດສັດ, ຕິດຕາມກວດສຸຂະພາບຂອງສັດ, ປ້ອງກັນການແພ່ລະບາດຂອງ ພະຍາດສັດ ແລະ ສ້າງຄວາມປອດ ໄພດ້ານອາຫານ ເພື່ອປົກປັກຮັກສາ ຝູງສັດຫລຸດຜ່ອນຄວາມເສຍຫາຍ ທາງເສດຖະກິດ ແລະ ຍົກສູງ ລາຍ ຮັບໃຫ້ແກ່ຄອບຄົວທີ່ລ້ຽງສັດ ເນື່ອງ ຈາກການລ້ຽງສັດສ່ວນຫລາຍແມ່ນ ລ້ຽງແບບປະປ່ອຍຕາມທຳມະຊາດ ຂາດການເອົາໃຈໃສ່ທາງດ້ານອາ ຫານທີ່ດີ ແລະ ເບິ່ງແຍງສຸຂະພາບ ເຮັດໃຫ້ສັດລ້ຽງຂອງປະຊາຊົນ ຕາຍເປັນຈຳນວນຫລາຍໃນແຕ່ລະ ປີ. ສະນັ້ນ, ພັກ ແລະ ລັດຖະບານ ມີຄວາມເປັນຫ່ວງເປັນໃຍຕໍ່ການ ດຳລົງຊີວິດຂອງປະຊາຊົນບັນດາ ເຜົ່າຊອກຫາທຸກວິທີທາງ ເພື່ອ ຊ່ວຍເຫລືອໃຫ້ເຂົາເຈົ້າມີຊີວິດ ການເປັນຢູ່ທີ່ດີຂຶ້ນ ແລະ ຫລຸດພົ້ນ ອອກຈາກຄວາມທຸກຍາກ. ການ ລ້ຽງສັດກໍແມ່ນວຽກໜຶ່ງທີ່ຊ່ວຍ ສ້າງເສດຖະກິດສັງຄົມ ຊຶ່ງພັກລັດກໍໃຫ້ຄວາມສຳຄັນ ແລະ ຊຸກຍູ້ ສົ່ງເສີມດັ່ງຄຳຂວັນທີ່ວ່າ: ໃຫ້ຖືເອົາ ການສັກຢາກັນພະຍາດເປັນຕົ້ນຕໍ ແລະ ຖືເອົາວຽກງານປິ່ນປົວເປັນ ສຳຄັນ. ສຳລັບການຈັດກິດຈະກຳສັກ ຢາໃນຄັ້ງນີ້, ຢາ ແລະ ອຸປະກອນ ສັດຕະວະແພດແມ່ນໄດ້ຮັບການ ຊ່ວຍເຫລືອຈາກກອງທຶນໄພພິບັດ ນ້ຳຖ້ວມຂອງລັດຖະບານ, ກົມລ້ຽງ ສັດ ແລະ ການປະມົງ ແລະ ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຫລວງນ້ຳທາ ເປັນມູນຄ່າ 9.550.000 ກີບ. ສ່ວນວຽກງານຊົນລະປະທານ ກໍເປັນປັດໄຈສຳຄັນໃນການພັດ ທະນາການຜະລິດກະສິກຳ, ການ ປູກຝັງ ແລະ ການລ້ຽງສັດ ຈຳເປັນ ຕ້ອງເອົາໃຈໃສ່ໃນການກໍ່ສ້າງ, ສ້ອມແປງ, ບຳລຸງຮັກສາ ແລະ ຄຸ້ມ ຄອງຊົນລະປະທານໃຫ້ນຳໃຊ້ໄດ້ ຢ່າງມີປະສິດທິຜົນ, ປະຢັດນ້ຳ ແລະ ມີຄວາມຍືນຍົງ. ໃນ 1 ປີຜ່ານມາ, ເມືອງວຽງພູຄາ ສາມາດຍາດແຍ່ງ ເອົາທຶນຈາກພາກສ່ວນຕ່າງໆ ເຂົ້າ ໃນວຽກງານກໍ່ສ້າງ ແລະ ສ້ອມແປງ ລະບົບຊົນລະປະທານໄດ້ 4 ແຫ່ງໃນ 4 ບ້ານ ໂດຍໃຊ້ງົບປະມານທັງໝົດ 2,6 ຕື້ກວ່າກີບ. ສຳລັບຂະບວນການຜະລິດໃນ ລະດູແລ້ງ ເພື່ອສົ່ງເສີມໃຫ້ປະຊາຊົນ ຫັນມາປູກພືດລະດູແລ້ງໃຫ້ຫລາຍ ຂຶ້ນ ໂດຍສະເພາະການປູກເຂົ້ານາ ແຊງ, ພືດຜັກ,ພືດສິນຄ້າ ແລະ ພືດທີ່ ມີທ່າແຮງຕາມສະພາບຂອງແຕ່ລະ ທ້ອງຖິ່ນ ພ້ອມທັງຊຸກຍູ້ການນໍາໃຊ້ ແນວພັນທີ່ດີ, ເຕັກນິກການຜະລິດ ທີ່ເໝາະສົມ, ການວາງແຜນນໍາໃຊ້ ແລະ ການເຊື່ອມໂຍງຕະຫລາດ ເພື່ອ ເພີ່ມຜົນຜະລິດ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນເປັນກ້າວໆ. ຂ່າວ-ພາບ: ພອນມະນີ ຊີວິດຂອງເດັກນ້ອຍໃນເຂດຫ່າງໄກ ສອກຫລີກ. ສໍາລັບອຸປະກອນທີ່ນໍາ ມາມອບຄັ້ງນີ້ ລວມມີ: ປຶ້ມຂຽນ, ຊຸດເສື້ອກິລາ, ເຈ້ຍ A4, ຕູ້ໃສ່ປຶ້ມ, ເຄື່ອງຫລິ້ນ MP3, ສາດຢາງ, ບານເຕະ, ບານສົ່ງ ແລະ ອຸປະກອນ ອື່ນໆ ໃຫ້ໂຮງຮຽນປະຖົມສົມບູນ ບ້ານຫົວເຊໂດນ, ບ້ານກາເຟ, ບ້ານ ໜອງນົກ, ບ້ານດອນຊາ ແລະ ໂຮງ ຮຽນປະຖົມສົມບູນບ້ານໜອງກັນ ລວມມູນຄ່າ 15 ລ້ານກວ່າກີບ ເພື່ອ ຊ່ວຍເຫລືອນ້ອງນັກຮຽນຜູ້ທີ່ດ້ອຍ ໂອກາດ ແລະ ຄອບຄົວທຸກຍາກ 196 ນ້ອງ ໃຫ້ມີເງື່ອນໄຂໃນການ ສຶກສາທີ່ດີຂຶ້ນ. ໂອກາດດັ່ງກ່າວ, ທ່ານ ສີສົມ ພາ ໄຊແກ້ວຍະວົງ ໄດ້ກ່າວສະແດງ ຄວາມຂອບໃຈມາຍັງບໍລິສັດ ສືມຸ ລະ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງ ນີ້, ພ້ອມທັງມອບໃບກຽດຕິຄຸນໃຫ້ ແກ່ບໍລິສັດດັ່ງກ່າວ ເພື່ອເປັນການ ຍ້ອງຍໍສັນເສີນ ຕື່ມອີກ. ຂ່າວ-ພາບ: ພອນ ບຸນອຸທິດ g,n v'sh ;p-kp gxu f0t[;odkola d1kda ortpkfla f ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເ ປີດຂະບວນການສັກຢາກັນ ພະຍາດສັດແຫ່ງຊາດ ຢູ່ຟາມ ລ້ຽງສັດ ຂອງບໍລິສັດທົ່ງຂຽນ ຢູ່ບ້ານນໍ້ຕີນ ຕາແສງນໍ້າຍຸງ ເມືອງ ຫ້ວຍຊາຍ ໂດຍມີ ທ່ານ ບຸນຄົງ ວົງ ຄໍາຈັນ ປະທານຄະນະກໍາມະການ ປົກຄອງເມືອງຫ້ວຍຊາຍ, ທ່ານ ແກ່ນຈັນ ທໍາມະແສງ ຫົວໜ້າພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ, ມີບັນດາການນໍາຂອງ ແຂວງ, ເມືອງ, ຕາແສງ ແລະ ບ້ານ ເຂົ້າຮ່ວມ. ໃນພິທີ, ທ່ານ ບຸນຄົງ ວົງຄໍາຈັນ ໄດ້ໃຫ້ຮູ້ວ່າ: ການຈັດຂະບວນການ ສັກຢາກັນພະຍາດສັດແຫ່ງຊາດ ກໍ ເພື່ອເປັນການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມການແພ່ລະບາດ ຂອງພະຍາດສັດ ຢູ່ທົ່ວປະເທດ, ເປັນການປ້ອງກັນພະຍາດຕິດຕໍ່ສັດ ຕາມລະດູການ, ເພີ່ມທະວີການສັກ ຢາກັນພະຍາດໃຫ້ສັດລ້ຽງ(ງົວ, ຄວາຍ, ໝູ, ແບ້, ສັດປີກ, ໝາ ແລະ ແມວ) ເພື່ອຫລຸດຜ່ອນການສູນ ເສຍທາງດ້ານເສດຖະກິດຂອງກະ ສິກອນ, ທັງນີ້ກໍເພື່ອເປັນການປູກ ຈິດສຳນຶກ ແລະ ຄວາມປອດໄພ ຂອງອາຫານສັດ, ຮັບປະກັນໃຫ້ ຜະລິດຕະພັນຈາກສັດ (ເນື້ອ, ນົມ, ໄຂ່) ໃຫ້ມີຄວາມປອດໄພຕໍ່ການບໍລິ ໂພກ ແລະ ສະກັດກັ້ນພະຍາດຕິດຕໍ່ ຈາກສັດສູ່ຄົນ. ໃນໄລຍະຜ່ານມາ, ການລ້ຽງ ສັດຂອງປະຊາຊົນ ແມ່ນລ້ຽງແບບ ປະປ່ອຍຕາມທຳມະຊາດ ກະແຈກ ກະຈາຍ ເຮັດໃຫ້ມີຄວາມສ່ຽງໃນ ການຕິດເຊື້ອພະຍາດ ແລະ ລົ້ມ ຕາຍໄດ້ງ່າຍ. ດັ່ງນັ້ນ, ເພື່ອເປັນ ການຫລຸດຜ່ອນຄວາມສ່ຽງໃນ ການຕິດເຊື້ອພະຍາດ ແລະ ລົ້ມ ຕາຍນັ້ນ ພັກ-ລັດ ຈຶ່ງໄດ້ສົ່ງເສີມ ໃຫ້ປະຊາຊົນລ້ຽງສັດ ແບບເປັນ ກຸ່ມ, ເປັນຟາມ ທີ່ມີການກວດກາ ຕິດຕາມພະຍາດ ແລະ ສັກຢາ ຕາມ ຫລັກການວິທະຍາສາດ, ຕ້ອງເອົາ ການພັດທະນາການລ້ຽງສັດໄປ ຄຽງຄູ່ກັບສັດຕະວະແພດ, ຖືເອົາ ການກັນພະຍາດເປັນຕົ້ນຕໍ, ເອົາ ການຄວບຄຸມ ແລະ ກຳຈັດພະຍາດ ເປັນສໍາຄັນ ແລະ ໄດ້ກຳນົດເອົາ ວັນທີ 11 ພະຈິກ ຂອງທຸກໆປີ ເປັນ ວັນສັກຢາກັນພະຍາດສັດແຫ່ງຊາດ. ໃນກິດຈະກຳຄັ້ງນີ້, ເຈົ້າໜ້າທີ່ ທຸກພາກສ່ວນຮ່ວມກັບອຳນາດການ ປົກຄອງບ້ານ ໄດ້ລົງສັກຢາກັນພະ ຍາດໃຫ້ສັດລ້ຽງຂອງປະຊາຊົນ ເຊັ່ນ: ຢາກັນພະຍາດອັກເສບຜິວ ໜັງ, ພະຍາດເຕົ້າໂຮມເລືອດ ແລະ ພະຍາດປາກເປື່ອຍລົງເລັບ. ຂ່າວ-ພາບ: ບຸນຈັນ ບຸນປັນຍາ
RkJQdWJsaXNoZXIy MTc3MTYxMQ==