13/11/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມະນີວອນີ ;y wlma f c]t my fmk'dkodh k;l6j la '7q ,oy pq ,.ow]pt.\j l;ol5 dvkrvo 95 fra dzj vomj k,dk'me,t-kf dP,gxu f8Q oxu 2027 oU ໂດຍ: ສຈ ຟາງເວີນ ຄະນະລັດທິ ມາກ-ເລນິນ ມະຫາວິທະຍາໄລຊູໂຈ ຂປລ. ການພັດທະນາປະເທດ ຕາມທິດສັງຄົມນິຍົມໃນໄລຍະໃໝ່ ໄດ້ກຳນົດສອງເສົາຄໍ້າຫລັກເພື່ອ ສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນລາວ ດັ່ງນີ້: 1. ການສ້າງເສດຖະກິດອິດສະ ລະ ແລະ ເຂັ້ມແຂງ. ເສດຖະກິດທີ່ ເຂັ້ມແຂງບໍ່ໄດ້ໝາຍເຖິງການໂດດ ດ່ຽວ, ແຕ່ແມ່ນການສ້າງຄວາມສາ ມາດພາຍໃນໃຫ້ຢືນດ້ວຍຕົນເອງ ໄດ້ຢ່າງໝັ້ນຄົງ ໂດຍຜ່ານທິດທາງ ຍຸດທະສາດດັ່ງນີ້: ພັດທະນາຖານ ການຜະລິດ: ປ່ຽນແປງໂຄງສ້າງ ຈາກການສົ່ງອອກວັດຖຸດິບໄປສູ່ ການສົ່ງອອກສິນຄ້າທີ່ມີມູນຄ່າເພີ່ມ, ເນັ້ນການປຸງແຕ່ງກະສິກຳ ແລະ ນຳ ໃຊ້ເຕັກໂນໂລຊີທັນສະໄໝ ເພື່ອສ້າງ ຕ່ອງໂສ້ມູນຄ່າພາຍໃນປະເທດ; ຫລຸດຜ່ອນການເພິ່ງພາການນຳ ເຂົ້າ: ສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ແລະ ຍົກລະ ດັບຄວາມສາມາດໃຫ້ຜູ້ປະກອບ ການ SMEs ເພື່ອແຂ່ງຂັນກັບສິນ ຄ້າຕ່າງປະເທດໄດ້; ເສີມສ້າງການ ເງິນ ແລະ ງົບປະມານ: ປັບປຸງລະ ບົບຈັດເກັບລາຍຮັບໃຫ້ໂປ່ງໃສ ແລະ ຍຸຕິທຳ, ຄຸ້ມຄອງການໃຊ້ຈ່າຍງົບ ປະມານຢ່າງມີປະສິດທິຜົນ, ຫລຸດ ຜ່ອນໜີ້ສິນສາທາລະນະ ແລະ ຮັກ ສາສະຫງວນເງິນຕາໃຫ້ໝັ້ນຄົງ; ພັດທະນາໂຄງລ່າງເຊື່ອມໂຍງ: ເລັ່ງ ພັດທະນາລະບົບຂົນສົ່ງ, ພະລັງ ງານ ແລະ ໂຄງລ່າງດີຈິຕອນໃຫ້ ກວມເອົາທົ່ວປະເທດ ເພື່ອດຶງດູດ ຊັບພະຍາກອນ ແລະ ພະລັງແຮງ ງານໃນທ້ອງຖິ່ນມາປະກອບສ່ວນ ສ້າງສາພັດທະນາປະເທດຊາດ. 2. ການພັດທະນາສັງຄົມໃຫ້ມີ ຄວາມເປັນທຳ. ຈຸດໝາຍປາຍທາງ ອັນສູງສົ່ງຂອງສັງຄົມນິຍົມ ຄືການ ສ້າງສັງຄົມທີ່ຍຸຕິທຳ ໂດຍເນັ້ນໃສ່ ການກະຈາຍໂອກາດໃຫ້ທຸກຄົນ ຢ່າງເທົ່າທຽມກັນ ເພື່ອສ້າງພື້ນຖານ ທີ່ໝັ້ນຄົງໃຫ້ແກ່ປະເທດຊາດ. ການ ບັນລຸເປົ້າໝາຍດັ່ງກ່າວ ຕ້ອງເລີ່ມ ຈາກການລົງທຶນຢ່າງຈິງຈັງໃນ ການພັດທະນາການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະ ການປະກັນສຸຂະພາບ ໃຫ້ເຂົ້າເຖິງ ເຂດຫ່າງໄກສອກຫລີກ. ຄຽງຄູ່ກັນ ນັ້ນ, ຕ້ອງມີການຫລຸດຜ່ອນຄວາມ ແຕກໂຕນກັນ ໂດຍໃຊ້ນະໂຍບາຍ ອາກອນທີ່ເໝາະສົມເພື່ອແຈກຢາຍ ຊັບພະຍາກອນຄືນສູ່ສັງຄົມ, ພ້ອມ ທັງສົ່ງເສີມການຈ້າງງານ ແລະ ພັດ ທະນາສີມືອາຊີບໃຫ້ແກ່ແຮງງານ ນອກລະບົບ ເພື່ອໃຫ້ພວກເຂົາມີຊີ ວິດການເປັນຢູ່ທີ່ດີຂຶ້ນ. ນອກຈາກຄວາມກ້າວໜ້າທາງ ເສດຖະກິດແລ້ວ, ຄວາມຍຸຕິທຳ ທາງກົດໝາຍກໍເປັນປັດໄຈທີ່ຂາດ ບໍ່ໄດ້ ໂດຍການສ້າງລະບົບຍຸຕິທຳ ທີ່ສັກສິດ, ໂປ່ງໃສ ແລະ ເຂົ້າເຖິງ ໄດ້ງ່າຍ, ລວມທັງການປາບປາມ ການສໍ້ລາດບັງຫລວງຢ່າງເດັດ ຂາດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ ຂປລ. ທ່າມກາງຄວາມສວຍສົດ ງົດງາມຂອງປ່າໄມ້ ແລະ ສາຍນ້ຳ ໃສເຢັນທີ່ໄຫລຕະຫລອດປີສວນສຸກ ອາພອນແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍ ສະໝອງ ເມືອງສະໜາມໄຊ ແຂວງ ອັດຕະປື ກຳລັງເປັນອີກໜຶ່ງຈຸດ ໝາຍປາຍທາງບ່ອນພັກຜ່ອນທາງ ທຳມະຊາດທີ່ໜ້າສົນໃຈ ໂດຍພວມ ກະກຽມປັບປຸງ ແລະ ພັດທະນາ ສະຖານທີ່ ເພື່ອເປີດໃຫ້ບໍລິການແກ່ ປະຊາຊົນ ແລະ ນັກທ່ອງທ່ຽວໃນ ຕົ້ນປີ 2027 ທີ່ຈະມາເຖິງນີ້. ທ່ານນາງ ແສງອຳພອນ ພິຈິດ ເຈົ້າຂອງສວນ ໃຫ້ຮູ້ວ່າ: ແຂວງອັດ ຕະປືມີທ່າແຮງດ້ານການທ່ອງທ່ຽວ ທາງທຳມະຊາດ ດ້ວຍຄວາມອຸດົມ ສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ ຊຶ່ງໃນໄລຍະປີ 2016-2018 ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ເຄີຍເປັນ ສວນໝາກໄມ້ຂອງຄອບຄົວ, ຕໍ່ມາ ຮອດກາງປີ 2018 ສວນໝາກໄມ້ ໄດ້ປະສົບກັບໄພນໍ້າຖ້ວມ. ມາຮອດ ປີ 2026 ເຫັນວ່າພື້ນທີ່ດັ່ງກ່າວມີ ທິວທັດທຳມະຊາດສວຍງາມ, ມີ ສາຍນ້ຳໄຫລຜ່ານຕະຫລອດປີ, ນ້ຳ ໃສເຢັນ ແລະ ອາກາດສົດຊື່ນ ຈຶ່ງ ເກີດແນວຄິດພັດທະນາໃຫ້ກາຍເປັນ ແຫລ່ງພັກຜ່ອນທ່ອງທ່ຽວທາງທຳ ມະຊາດແຫ່ງໃໝ່ ເພື່ອຮັບໃຊ້ສັງຄົມ ແລະ ເພີ່ມທາງເລືອກດ້ານການພັກ ຜ່ອນໃຫ້ແກ່ປະຊາຊົນ. ຈຸດເດັ່ນຂອງສວນແຫ່ງນີ້ ແມ່ນ ການໄດ້ສຳຜັດກັບບັນຍາກາດງຽບ ສະຫງົບ, ມີສາຍນ້ຳໃສເຢັນໄຫລ ຜ່ານ ແລະ ອາກາດບໍລິສຸດ ເໝາະ ສຳລັບຜູ້ຕ້ອງການໜີຈາກຄວາມ ວຸ້ນວານໃນຊີວິດປະຈຳວັນ, ເມ່ືອຍ ຫລ້າຈາກການເຮັດວຽກງານ ຢາກ ມາພັກຜ່ອນໃກ້ຊິດກັບທຳມະຊາດ. ສຳລັບການບໍລິການພາຍໃນສວນ ຈະມີອາຫານຕາມສັ່ງ, ເຄື່ອງດື່ມ ຫລາຍຊະນິດ, ບໍລິເວນນັ່ງພັກຜ່ອນ ໃກ້ສາຍນ້ຳ ແລະ ເຄື່ອງຫລິ້ນສຳລັບ ເດັກນ້ອຍ. ສະຖານທີ່ດັ່ງກ່າວ, ຈຶ່ງເໝາະສຳລັບການມາພັກຜ່ອນ ເປັນຄອບຄົວ, ກຸ່ມໝູ່ເພື່ອນ ແລະ ການຈັດກິດຈະກຳສັງສັນກາງແຈ້ງ ທ່າມກາງບັນຍາກາດທຳມະຊາດທີ່ ສວຍງາມ. ທ່ານນາງ ແສງອຳພອນ ພິຈິດ ຍັງໄດ້ເຊີນຊວນປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນແຂວງ ແລະ ຕ່າງແຂວງໃຫ້ມາສຳຜັດກັບ ຄວາມງົດງາມຂອງທຳມະຊາດ, ສາຍນ້ຳໃສເຢັນ ແລະ ອາກາດ ສົດຊື່ນ ພ້ອມທັງພັກຜ່ອນຈາກ ວຽກງານປະຈຳວັນໃນບັນຍາກາດ ທີ່ເປັນກັນເອງ ແລະ ເປັນການ ໃກ້ຊິດກັບທຳມະຊາດ. ສວນສຸກ ອາພອນ ແຄມປິ້ງ ມີກຳນົດເປີດ ໃຫ້ບໍລິການໃນຕົ້ນປີ 2027 ໂດຍ ຄາດວ່າຈະເປັນອີກໜຶ່ງຈຸດໝາຍ ທ່ອງທ່ຽວທາງທຳມະຊາດແຫ່ງ ໃໝ່ຂອງເມືອງສະໜາມໄຊ ທີ່ ຊ່ວຍເພີ່ມທາງເລືອກການພັກຜ່ອນ ແລະ ປະກອບສ່ວນສົ່ງເສີມການ ທ່ອງທ່ຽວພາຍໃນແຂວງອັດຕະປື ໃຫ້ຄຶກຄື້ນຫລາຍຂຶ້ນ. ສຳລັບທ່ານ ໃດສົນໃຈສວນສຸກອາພອນ ແຄມ ປິ້ງ ຫ້ວຍສະໝອງ ແມ່ນຫ່າງຈາກ ເທສະບານແຂວງອັດຕະປື ປະມານ 60 ກວ່າກິໂລແມັດ ແລະ ສາມາດ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 2989 7829. ແກ່ສັງຄົມ. ພ້ອມດຽວກັນນັ້ນ, ຍັງ ຕ້ອງໃຫ້ການປົກປ້ອງ ແລະ ສ້າງ ຄວາມສະເໝີພາບ ໂດຍການຊ່ວຍ ເຫລືອພິເສດແກ່ກຸ່ມຜູ້ດ້ອຍໂອກາດ ເຊັ່ນ: ຜູ້ສູງອາຍຸ, ຄົນພິການ, ແລະ ຊົນເຜົ່າຕ່າງໆ ພ້ອມທັງສົ່ງເສີມ ຄວາມສະເໝີພາບທາງເພດໃນທຸກ ຂະແໜງການ. ການສ້າງເສດຖະກິດອິດສະລະ ແລະ ສັງຄົມທີ່ຍຸຕິທຳ ຄື “ເສັ້ນທາງ ທີ່ແນ່ນອນ” ທີ່ຈະນຳພາ ສປປ ລາວ ໄປສູ່ຄວາມຈະເລີນຮຸ່ງເຮືອງ. ເມື່ອ ເສດຖະກິດມີຄວາມເຂັ້ມແຂງ ແລະ ປະຊາຊົນທຸກຄົນມີໂອກາດພັດທະ ນາຕົນເອງຢ່າງເທົ່າທຽມ ໂດຍບໍ່ຖືກ ປະຖິ້ມໄວ້ຂ້າງຫລັງ, ປະເທດຊາດ ຈະມີຄວາມໝັ້ນຄົງ, ສາມັກຄີ ແລະ ມີຄວາມຜາສຸກຢ່າງຍືນຍົງຕະ ຫລອດໄປ. ການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາຖື ເປັນໝາກຜົນຂອງຄວາມມານະ ພະຍາຍາມໃນການປະຕິບັດ “ແນວ ທາງປ່ຽນແປງໃໝ່” ຕະຫລອດ ຫລາຍທົດສະວັດທີ່ຜ່ານມາ. ການ ປ່ຽນແປງຍຸດທະສາດຈາກປະເທດ ປິດລ້ອມ ມາເປັນປະເທດເຊື່ອມ ໂຍງ-ເຊື່ອມຈອດ ໂດຍມີທາງລົດ ໄຟ ລາວ-ຈີນ ເປັນກົນໄກຂັບເຄື່ອນ ໄດ້ສ້າງທ່າແຮງໃໝ່ໃນການພັດ ທະນາເສດຖະກິດ. ເຖິງຢ່າງໃດກໍ ຕາມ, ການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະ ນາບໍ່ແມ່ນຈຸດໝາຍປາຍທາງສຸດ ທ້າຍ, ແຕ່ເປັນບາດກ້າວຫັນປ່ຽນ ຍຸດທະສາດ ເພື່ອສ້າງເງື່ອນໄຂໄປ ສູ່ການພັດທະນາໃນລະດັບທີ່ສູງຂຶ້ນ ເພື່ອກ້າວໄປສູ່ການເປັນປະເທດທີ່ມີ ລາຍຮັບປານກາງລະດັບສູງ ແລະ ສ້າງສັງຄົມນິຍົມທີ່ຍືນຍົງ. ເພື່ອຮັບປະກັນການພັດທະນາ ຫລັງຈາກການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາໃຫ້ມີຄວາມໜັກແໜ້ນ ແລະ ຍືນ ຍົງ, ຂໍສະເໜີມາດຕະການດັ່ງນີ້: 1. ການຄຸ້ມຄອງເສດຖະກິດ ມະຫາພາກ: ເພີ່ມທະວີວິໄນການ ເງິນ, ຄວບຄຸມອັດຕາເງິນເຟີ້ ແລະ ບໍລິຫານໜີ້ສາທາລະນະໃຫ້ຢູ່ໃນ ລະດັບທີ່ປອດໄພ. ຫັນການຈັດເກັບ ພາສີ-ອາກອນ ເປັນລະບົບດີຈິຕອນ ຢ່າງຄົບວົງຈອນ ເພື່ອເພີ່ມຄວາມ ໂປ່ງໃສ ແລະ ຫລຸດຜ່ອນການຮົ່ວ ໄຫລຂອງລາຍຮັບ. 2. ການຫັນປ່ຽນໂຄງສ້າງການ ຜະລິດ: ສົ່ງເສີມອຸດສາຫະກຳປຸງ ແຕ່ງທີ່ມີມູນຄ່າເພີ່ມສູງແທນການ ສົ່ງອອກວັດຖຸດິບ. ຍົກລະດັບກະສິ ກຳໃຫ້ໄດ້ມາດຕະຖານສາກົນ ໂດຍ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອ ຕອບສະໜອງຕະຫລາດສົ່ງອອກ . 3. ການພັດທະນາຊັບພະຍາ ກອນມະນຸດ: ປະຕິຮູບຫລັກສູດການ ສຶກສາ ແລະ ອາຊີວະສຶກສາໃຫ້ ສອດຄ່ອງກັບຄວາມຕ້ອງການຂອງ ຕະຫລາດແຮງງານໃນຍຸກອຸດສາ ຫະກຳ ແລະ ດີຈິຕອນ. ສ້າງກົນໄກ ການຖ່າຍທອດຄວາມຮູ້ ແລະ ເຕັກ ໂນໂລຊີຈາກການຮ່ວມມືກັບຕ່າງ ປະເທດ ມາສູ່ແຮງງານລາວຢ່າງ ເປັນຮູບປະທຳ. 4. ການສົ່ງເສີມການລົງທຶນ: ປັບປຸງບັນຍາກາດການລົງທຶນໃຫ້ ມີຄວາມສະດວກ, ໂປ່ງໃສ ແລະ ຫລຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກ ເພື່ອ ດຶງດູດການລົງທຶນໂດຍກົງຈາກ ຕ່າງປະເທດ ທີ່ມີຄຸນນະພາບ,ໃຫ້ບຸ ລິມະສິດແກ່ການຮ່ວມມືພາກລັດເອກະຊົນ ເພື່ອຫລຸດຜ່ອນພາລະງົບ ປະມານຂອງລັດ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==