7406

xtgmf]k; 7 12/11/2026 gsfdko{dkora fa mtok 9 gfn vozj ko,k glf4tdy f g,n v'xkdmk 0tspkp8q ; 1,85% dq ,d;fdk 7vlr -5 dp6 h ;Pd'ko;y -kltgrkt 16 j 7tot37ltokvq [Iq , g,n v'w-pt[6 ]u ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ພ້ອມດ້ວຍຄະນະ ລົງຕິດຕາມ, ເກັບກຳ ແລະ ຊຸກຍູ້ ວຽກງານວິຊາສະເພາະ ຢູ່ຄະນະ ໂຄສະນາອົບຮົມເມືອງໄຊຍະບູລີ ເມື່ອມໍ່ໆມານີ້ ໂດຍການຕ້ອນຮັບ ຂອງ ທ່ານ ຈັນເພັງ ແສນຄຳ ຮອງ ເລຂາພັກເມືອງໄຊຍະບູລີ, ທ່ານ ໄຊຊານົນ ທີແກ້ວ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານພາຍໃນຄະນະໂຄສະນາ ອົບຮົມເມືອງເຂົ້າຮ່ວມ. ທ່ານ ນາງ ສຸກສະຫວັນ ປີ່ນ ຄຳ ຫົວໜ້າຄະນະໂຄສະນາອົບຮົມ ເມືອງໄຊຍະບູລີ ໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະ ໂດຍສະເພາະ ວຽກງານກວດກາພັກ-ລັດ ພາຍໃນ ຄະນະໂຄສະນາອົບຮົມເມືອງໃນ ໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ ແລະ ທິດທາງແຜນການໃນ ຕໍ່ໜ້າ ຫ້ອງການຄະນະໂຄສະນາ ອົບຮົມເມືອງປະກອບມີ3ໜ່ວຍງານ ຄື: ໜ່ວຍງານບໍລິຫານ, ໜ່ວຍງານ ອົບຮົມ ແລະ ໜ່ວຍງານໂຄສະນາ ສື່ມວນຊົນ ປະກອບມີພະນັກງານ- ລັດຖະກອນ 7 ທ່ານ, ຍິງ 5 ທ່ານ, ຕະຫລອດໄລຍະຜ່ານມາ ໄດ້ເປັນ ໃຈກາງໃຫ້ຄະນະພັກ, ອົງການປົກ ຄອງເມືອງ ໃນການຫັນເອົາບັນດາ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນຳພາສຶກສາ ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນ ຜ່ານມາ ເສດຖະກິດເມືອງປາກ ທາ ແຂວງບໍ່ແກ້ວ ຂະຫຍາຍຕົວ ຢູ່ໃນລະດັບ 1,85% ລວມຍອດ ຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 232,8 ຕື້ກີບ, ລາຍຮັບ ສະເລ່ຍຕໍ່ຫົວຄົນໄດ້ 9.883.708 ກີບຕໍ່ຄົນ. ພ້ອມກັນນັ້ນ, ດ້ານ ວັດທະນະທໍາ-ສັງຄົມ ໄດ້ຮັບ ການເອົາໃຈໃສ່ພັດທະນາດີຂຶ້ນ ສະແດງອອກສາມາດປະກາດ ຮັບຮອງບ້ານຕົວແບບດ້ານຕ່າງໆ ໄດ້ເພີ່ມຂຶ້ນຕາມລຳດັບເຊັ່ນ: ທົ່ວ ເມືອງ ມີບ້ານພັດທະນາ ກວມເອົາ 44,12% ຂອງບ້ານທັງໝົດ, ມີຄອບຄົວພັດທະນາ ກວມເອົາ 49,74% ຂອງຄອບຄົວທັງໝົດ; ມີບ້ານພົ້ນທຸກ 22 ບ້ານ ກວມ 64,71%, ມີຄອບຄົວພົ້ນທຸກ ກວມ 77,91%; ສ້າງບ້ານໃຫຍ່ຈຸດສຸມ ໃຫ້ກາຍເປັນຕົວເມືອງໃນຊົນນະບົດ ໄດ້ 1 ຈຸດສຸມ ແລະ ບ້ານຕົວແບບ ດ້ານອື່ນໆ ຊຶ່ງມັນສ່ອງແສງໃຫ້ເຫັນ ຜົນງານພົ້ນເດັ່ນ ທີ່ຍາດມາໄດ້ ໃນ ຕະຫລອດໄລຍະຜ່ານມາ ພາຍໃຕ້ ການນໍາພາ-ຊີ້ນໍາຂອງຄະນະກໍາມະ ການປົກຄອງເມືອງ ກໍຄືຄະນະ ກໍາມະການປົກຄອງແຕ່ລະຂັ້ນ ທີ່ ໄດ້ປະກອບສ່ວນຢ່າງເປັນເຈົ້າການ ນໍາກັນ. ຂໍ້ມູນດັ່ງກ່າວໄດ້ຖືກລາຍງານ ໃນກອງປະຊຸມ ສະຫລຸບການຈັດຕັ້ງ ປະຕິບັດວຽກງານ ປະຈໍາ 9 ເດືອນ ແລະ ທິດທາງແຜນການປະຈໍາ 3 ເດືອນທ້າຍປີ 2026 ເມື່ອ ມໍ່ໆມານີ້ ວ່າ: ຕະຫລອດໄລຍະ 9 ເດືອນຜ່ານມາ ເຖິງແມ່ນວ່າສະ ພາບການຂອງໂລກມີການຜັນແປ ຢ່າງສັບສົນ ຄາດເດົາໄດ້ຍາກ, ບວກ ກັບພາຍໃນປະເທດ ກໍຄືພາຍໃນ ເມືອງປະສົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ບັນຫາລາຄານ້ຳມັນແພງ, ເງິນກີບ ອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນສູງ ຊຶ່ງເຮັດໃຫ້ມີຜົນກະທົບທາງກົງ ແລະ ທາງອ້ອມຕໍ່ກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ- ສັງຄົມຂອງເມືອງ ແຕ່ດ້ວຍຄວາມ ເປັນເຈົ້າການ ແລະ ຄວາມຮັບຜິດ ຊອບຂອງອົງການປົກຄອງທຸກຂັ້ນ, ບັນດາຂະແໜງການແລະຕະຫລອດ ຮອດປະຊາຊົນບັນດາເຜົ່າ ພາຍໃຕ້ ການນໍາພາ-ຊີ້ນໍາ ຂອງອົງຄະນະ ກໍາມະການປົກຄອງເມືອງ ແລະ ການສະໜັບສະໜູນຊ່ວຍເຫລືອ ຈາກທຸກພາກສ່ວນຂອງສັງຄົມ, ການປະກອບສ່ວນຢ່າງຕັ້ງໜ້າຂອງ ພາກທຸລະກິດ, ຜູ້ປະກອບການ, ພະນັກງານ-ລັດຖະກອນ, ທະຫານ- ຕໍາຫລວດ ແລະ ປະຊາຊົນບັນດາ ເຜົ່າໃນທົ່ວເມືອງ ຈຶ່ງເຮັດໃຫ້ບັນດາ ຄາດໝາຍສູ້ຊົນ ແລະ ວຽກງານ ຕ່າງໆບັນລຸຜົນສໍາເລັດຕາມຄາດ ໝາຍ ແລະ ວັນສໍາຄັນອື່ນໆ ຂອງ ອົງການຈັດຕັ້ງພັກ-ລັດ ຢ່າງເປັນ ຂະບວນຟົດຟື້ນໃນທົ່ວເມືອງ, ຕິດພັນ ກັບການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ແລະ ຍູ້ແຮງ ເພີ່ມທະວີວຽກງານກໍ່ສ້າງຮາກຖານ ການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ; ຊຸກຍູ້ສົ່ງເສີມການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ຢ່າງ ເປັນຂະບວນກວ້າງຂວາງ ທັງ ເປັນການປະກອບສ່ວນເຮັດໃຫ້ ເສດຖະກິດ-ສັງຄົມຂອງເມືອງ ສືບ ຕໍ່ຂະຫຍາຍຕົວຕາມທິດທີ່ຍືນຍົງ. ໃນກອງປະຊຸມ, ຍັງໄດ້ມີການ ປຶກສາຫາລື ແລະ ປະກອບຄຳເຫັນ ຢ່າງກົງໄປກົງມາ ເພື່ອຊອກຫາ ແນວທາງແກ້ໄຂບັນຫາທີ່ຍັງຄົງ ຄ້າງ ໂດຍເນັ້ນໜັກໃຫ້ຄະນະພັກ ທຸກຂັ້ນເພີ່ມທະວີຄວາມຮັບຜິດຊອບ ສູງ ໂດຍການຫັນເອົາແຜນງານຈຸດ ສຸມທີ່ແທດເໝາະກັບຕົວຈິງ ໂດຍ ສະເພາະ ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການແກ້ ໄຂຄວາມທຸກຍາກ,ວຽກງານວັດທະ ນະທຳ-ສັງຄົມ ແລະ ການປັບປຸງ ກົນໄກບໍລິຫານລັດໃຫ້ມີຄວາມເຂັ້ມ ແຂງ ເພື່ອເປັນພື້ນຖານອັນໜັກ ແໜ້ນ ໃຫ້ແກ່ການພັດທະນາເມືອງ ປາກທາ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ວັນນະເດດ ,v[{Ia [vk7koIPos]a '.\j 0v'3I'IPo ,l okrb '{3romvo grn j vlq j 'glu ,dkolb dlk ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອາຄານຮຽນຫລັງໃໝ່ ໂຮງຮຽນ ມັດທະຍົມສຶກສາສົມບູນ ນາພຶງ- ໂພນທອນ ເມືອງເຟືອງ ແຂວງວຽງ ຈັນ ພາຍຫລັງທີ່ໄດ້ມີການກໍ່ສ້າງ ສຳເລັດ ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍມີ ທ່ານ ບຸນແພງ ແສງ ເພັດມະນີວົງ ຮອງເລຂາພັກເມືອງ ເຟືອງ, ມີຜູ້ຕາງໜ້າຈາກພະແນກ ການສຶກສາທິການແລະກິລາແຂວງ ວຽງຈັນ, ຄະນະອຳນວຍການ ໂຮງຮຽນ, ຄູ-ອາຈານ, ນ້ອງນັກ ຮຽນ ແລະ ປະຊາຊົນພາຍໃນບ້ານ ດັ່ງກ່າວເຂົ້າຮ່ວມ. ພິທີດັ່ງກ່າວ ໄດ້ດຳເນີນຂຶ້ນຢ່າງ ສົມກຽດ ໂດຍຄູ-ອາຈານ ແລະ ນ້ອງນັກຮຽນ ໄດ້ຈັດພິທີຕ້ອນຮັບ ຄະນະທີມງານ ແສງແມງຫິ່ງຫ້ອຍ ຈາກປະເທດສິງກະໂປ ຈຳນວນ 25 ທ່ານ ເຊິ່ງເປັນຝ່າຍ ໃຫ້ທຶນໃນ ການປຸກສ້າງອາຄານຮຽນ ດ້ວຍ ຄວາມອົບອຸ່ນ ດ້ວຍໄມຕີຈິດ ແລະ ມິດຕະພາບອັນດີ. zQ 'lk]u gzu pczj fe]a f;j kfh ;pfj kog0Q k{vvd lxx ]k; ຂປລ. ແຫລ່ງຂ່າວຈາກແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ແຂວງຜົ້ງສາລີ ເຜີຍແຜ່ດຳລັດ ວ່າດ້ວຍດ່ານເຂົ້າ- ອອກ ສປປ ລາວ ສະບັບເລກທີ 643/ລບ ລົງວັນທີ 25 ພະຈິກ 2024 ໃຫ້ພະນັກງານຫລັກແຫລ່ງ ພາຍໃນແຂວງຜົ້ງສາລີ ໃນວັນທີ 11 ພະຈິກ 2026 ໂດຍການເປັນປະ ທານຂອງ ທ່ານ ທະນູຄຳ ປິດຈະວົງ ຫົວໜ້າຄະນະຈັດຕັ້ງແຂວງຜົ້ງສາ ລີ, ທ່ານ ສຸລິວັນ ອ່ອນຕາວົງ ຫົວ ໜ້າກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ, ມີບັນດາ ພະແນກການ, ກົມກອງ, ອົງການ ອ້ອມຂ້າງແຂວງເຂົ້າຮ່ວມ. ດຳລັດວ່າດ້ວຍດ່ານເຂົ້າ-ອອກ ສປປ ລາວ ປະກອບມີ 10 ພາກ, ມີ 83 ມາດຕາ ທີ່ກຳນົດຫລັກການ, ລະບຽບການ, ມາດຕະການໃນ ການຄຸ້ມຄອງ ແລະ ຕິດຕາມກວດ ກາດ່ານເຂົ້າ-ອອກ ສປປ ລາວ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະ ສິດທິພາບ ແລະ ມີປະສິດທິຜົນ, ອຳນວຍຄວາມສະດວກໃນການ ບໍລິການແລກປ່ຽນສິນຄ້າ, ການ ເຂົ້າອອກຂອງຄົນ, ຍານພາຫະນະ ຂົນສົ່ງ ແລະ ສິນຄ້າ, ເຄື່ອງຂອງ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ໂປ່ງ ໃສ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ສົນທະນາແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດດຳລັດໃນ ໄລຍະຜ່ານມາ ສົມທຽບກັບສະພາບ ຂອງທ້ອງຖິ່ນ ແລະ ການຈັດຕັ້ງ ປະຕິບັດຕົວຈິງໃນແຕ່ລະດ່ານ. ການເຜີຍແຜ່ດຳລັດດັ່ງກ່າວ ກໍ ເພື່ອໃຫ້ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍດ່ານເຂົ້າ-ອອກ ສປປ ລາວ ສະບັບນີ້ ປະກົດຜົນເປັນຮູບປະທຳ, ມີຄວາມເປັນເອກະພາບສູງຢູ່ບັນດາ ດ່ານຕ່າງໆ ພາຍໃນແຂວງ ຕິດພັນ ກັບການຍົກລະດັບກົນໄກການບໍລິ ຫານ, ຄຸ້ມຄອງ, ຕິດຕາມ ແລະ ກວດ ກາໃຫ້ມີຄວາມເປັນເອກະພາບ, ທັນສະໄໝ, ໂປ່ງໃສ ແລະ ມີປະສິດ ທິພາບສູງຂຶ້ນ. ຂ່າວ:ສົມຄິດ ອົບຮົມໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດແລະ ປະຊາຊົນ ບັນດາເຜົ່າຢ່າງເປັນລະບົບຕໍ່ເນື່ອງ, ຜ່ານການຈັດຕັ້ງປະຕິບັດໄດ້ເຮັດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຍົກສູງສະຕິເປັນ ເຈົ້າຕົນເອງ ເປັນເຈົ້າປະເທດຊາດ, ມີຄຸນທາດການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທຳປະຕິວັດ, ຍົກສູງ ສະຕິລະວັງຕົວ ເພື່ອຕອບຕ້ານທຸກ ກົນອຸບາຍຫັນປ່ຽນໂດຍສັນຕິຂອງ ກຸ່ມຄົນບໍ່ດີ ຕີຖອຍ ທັດສະນະແນວ ຄິດທີ່ຜິດເຂວ ຕ້ານແນວຄິດຫລາຍ ພັກ, ຫລາຍພວກ, ກຸ່ມກ້ອນ ໃນການ ຈັດຕັ້ງຂອງພັກ ເປັນເຈົ້າການປະຕິ ບັດແນວທາງນະໂຍບາຍຂອງພັກ- ລະບຽບກົດໝາຍຂອງລັດແລະ ເຮັດ ໜ້າທີ່ການເມືອງມີຜົນສໍາເລັດ ເຮັດ ໃຫ້ເມືອງໄຊຍະບູລີ ມີສະຖຽນລະ ພາບທາງດ້ານການເມືອງຢ່າງໜັກ ແໜ້ນ ແລະ ມີຄວາມສະຫງົບໂດຍ ພື້ນຖານ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ຍັງໄດ້ມີການແລກປ່ຽນຄຳຄິດຄຳ ເຫັນ, ຖອດຖອນບົດຮຽນຮ່ວມກັນ ໃນການແກ້ໄຂບັນຫາຕົວຈິງ ເພື່ອ ເຮັດໃຫ້ວຽກງານກວດກາ ຂອງ ຄະນະໂຄສະນາອົບຮົມເມືອງໄຊຍະ ບູລີ ໄດ້ຮັບການພັດທະນາ ແລະ ມີ ແບບແຜນວິທີເຮັດວຽກທີ່ມີປະສິດທິ ຜົນສູງຂຶ້ນກວ່າເກົ່າ. ໂອກາດດຽວກັນ, ທ່ານ ສະ ຫວ່າງ ດາລາແສນ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ທີ່ຄະນະໂຄສະນາອົບຮົມເມືອງໄຊ ຍະບູລີ ຍາດມາໄດ້ ພ້ອມທັງເນັ້ນໃຫ້ ຄະນະນຳ ແລະ ພະນັກງານທີ່ເຮັດ ວຽກງານກວດກາ ຈົ່ງເພີ່ມທະວີ ຄວາມຮັບຜິດຊອບ ເອົາໃຈໃສ່ສືບ ຕໍ່ສຶກສາອົບຮົມການເມືອງ-ນຳພາ ແນວຄິດ, ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງການກວດກາ ພັກ-ລັດ ໃຫ້ເລິກເຊິ່ງ, ເພີ່ມທະວີ ການຕິດຕາມ-ກວດກາ ການຈັດ ຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ແນວທາງ ນະໂຍບາຍຕ່າງໆ ຢ່າງເປັນລະບົບ ເພື່ອແນໃສ່ເຮັດໃຫ້ກົງຈັກການຈັດ ຕັ້ງ ແລະ ພະນັກງານ-ສະມາຊິກພັກ ມີຄວາມປອດໃສ ເຂັ້ມແຂງ, ມີລະ ບຽບວິໄນເຂັ້ມງວດ ແລະ ສາມາດ ຕອບສະໜອງໄດ້ກັບຄວາມຮຽກ ຮ້ອງຕ້ອງການ ຂອງໜ້າທີ່ການ ເມືອງໃນໄລຍະໃໝ່. ຂ່າວ-ພາບ: ສົມພົງ ສີສະຫວັດ ທ່ານ ອາຈານ ທອງ ອິນພານິດ ຜູ້ອຳນວຍການໂຮງຮຽນ ມັດທະຍົມ ສົມບູນ ນາພຶ-ໂພນທອນ ໄດ້ລາຍ ງານວ່າ: ໂຮງຮຽນແຫ່ງນີ້ ຕັ້ງຢູ່ ບ້ານນາພືງ ຕາແສງບ້ານດອນ ເມືອງເຟືອງ, ມີ 12 ໝູ່ບ້ານຢູ່ໃນ ເຂດບໍລິການ ປັດຈຸບັນມີອາຄານ ຮຽນ 5 ຫລັງ, ມີ 16 ຫ້ອງຮຽນ, ມີ 3 ຫ້ອງການ, 1 ຫ້ອງອ່ານ, 1 ຫ້ອງທົດລອງ, ມີຄູອາຈານ 34 ຄົນ, ຍິງ 13 ຄົນ, ມີນັກຮຽນ 560 ຄົນ, ຍິງ 279 ຄົນ. ອາຄານທີ່ໄດ້ຮັບ ການຊ່ວຍເຫລືອຄັ້ງນີ້ ມີຂະໜາດ ກວ້າງ 9 ແມັດ, ຍາວ 56 ແມັດ, ປະກອບມີ 7 ຫ້ອງຄື: 5 ຫ້ອງຮຽນ, 1 ຫ້ອງການ ແລະ 1 ຫ້ອງນໍ້າ, ມີ ໂຕະ, ຕັ່ງ, ກະດານ ລວມມູນຄ່າ 85.610 ໂດລາສະຫະລັດ ໂດຍໄດ້ ຮັບການສະໜັບສະໜູນຈາກ ຄະນະ ທີມງານ ແສງແມງຫິ່ງຫ້ອຍ ຈາກ ປະເທດສິງກະໂປ. ການຊ່ວຍເຫລືອ ຄັ້ງນີ້ ຈະຊ່ວຍສ້າງເງື່ອນໄຂອັນດີ ໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ ໃນການຈັດການຮຽນ-ການສອນ ໃຫ້ມີຄຸນນະພາບດີຂຶ້ນ. ໃນໂອກາດນີ້, ທ່ານ ອາຈານ ທອງ ອິນພານິດ ໄດ້ຂຶ້ນກ່າວຮັບ ພ້ອມທັງ ສະແດງຄວາມຂອບໃຈຕໍ່ຜູ້ ໃຫ້ທຶນ, ຜູ້ມີຈິດໃຈເສຍສະລະ ແລະ ທຸກພາກສ່ວນທີ່ໄດ້ຮ່ວມແຮງຮ່ວມ ໃຈໃນການກໍ່ສ້າງອາຄານຮຽນ ແຫ່ງນີ້ ໃຫ້ສຳເລັດລຸລ່ວງໄປດ້ວຍ ດີ. ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຊົມ ການສະແດງສິລະປະຂອງນ້ອງ ນັກຮຽນ ແລະ ນ້ອງນ້ອຍເຍົາວະຊົນ ຊຶ່ງສະແດງເຖິງເອກະລັກຂອງຊາດ ລາວ, ພ້ອມນີ້, ຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມຍັງໄດ້ຮ່ວມກັນປູກ ຕົ້ນໄມ້ຢູ່ຕໍ່ໜ້າອາຄານຫລັງໃໝ່ ເພື່ອ ຮັດແໜ້ນຄວາມສາມັກຄີຮັກແພງ ແລະ ເປັນຮົ່ມເງົາໃຫ້ນ້ອງນັກຮຽນ ໃນອະນາຄົດ. ການມອບ-ຮັບອາ ຄານຮຽນໃນຄັ້ງນີ້ ຖືເປັນອີກກ້າວ ໜຶ່ງທີ່ສຳຄັນໃນການພັດທະນາການ ສຶກສາ ແລະ ສ້າງອະນາຄົດທີ່ດີໃຫ້ ແກ່ລູກຫລານຮຸ່ນຕໍ່ໄປ.

RkJQdWJsaXNoZXIy MTc3MTYxMQ==