12/11/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ຢ່າາົ່ຕົ່ງ່ງ sq ;|j ;pm5 ]tdy f c]t cI''ko]k; 8h v'xa [38co;.f grnj vlk,kfc0j '0a oda [lkdq o -u ;y f{;a fmtotme u y a rtmkfs];';P'9a o la opt]a dcsj 'lt4kxa f8tptde]k; ຂປລ. ຕະຫລອດໄລຍະຫລາຍປີ ມານີ້ ໂດຍສະເພາະທ້າຍປີ 2015 ທີ່ ສປປ ລາວ ເຮົາເຂົ້າເປັນສະມາຊິກ ປະຊາຄົມເສດຖະກິດອາຊຽນ (AEC) ການເປີດເສລີທາງດ້ານ ຂປລ. ພະທາດຫລວງ ປູສະ ນີຍະສະຖານບູຮານອັນສັກສິດ ທີ່ມີຄວາມສຳຄັນທາງປະຫວັດ ສາດ, ສາສະໜາ ແລະ ສິລະປະ ສະຖາປັດຕະຍະກຳຂອງຊາດລາວ. ພະທາດຫລວງຕັ້ງຢູ່ເຂດໃຈກາງ ນະຄອນຫລວງວຽງຈັນ ມີຮູບ ຊົງອັນສະຫງ່າງາມເປັ່ງປະກາຍ ເປັນສັນຍະລັກອັນໂດດເດັ່ນຂອງ ປະເທດຊາດ ແລະ ເປັນສູນລວມ ຈິດໃຈຄວາມເຫລື້ອມໃສສັດທາ ຂອງຄົນລາວຊາວພຸດ. ທຸກໆປີໃນ ມື້ຂຶ້ນ 15 ຄໍ່າເດືອນ 12 ລາວ ຈະ ມີການຈັດບຸນນະມັດສະການພະ ທາດຫລວງ ຊຶ່ງເປັນປະເພນີທີ່ສືບ ທອດກັນມາແຕ່ບູຮານ. ບຸນດັ່ງກ່າວ ບໍ່ພຽງແຕ່ໃຫ້ພຸດທະສາສະນິກະຊົນ ໄດ້ມາຮ່ວມທຳບຸນນະມັດສະການ ການຄ້າ, ການບໍລິການ, ການ ລົງທຶນ ພ້ອມທັງການເຄື່ອນຍ້າຍ ແຮງງານ ໄດ້ປ່ຽນແປງຜືນແຜ່ນດິນ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ ທະເລກາຍເປັນສູນກາງເຊື່ອມໂຍງ ຂອງພາກພື້ນ. ແນວໃດກໍດີ, ປະຕູ ທີ່ເປີດກວ້າງອອກສູ່ຕະຫລາດ ມັນ ແມ່ນໂອກາດອັນດີ ຫລື ແມ່ນສິ່ງ ທ້າທາຍສໍາລັບພາກທຸລະກິດ ແລະ ແຮງງານລາວ ນີ້ແມ່ນຄຳຖາມໃຫ້ ພວກເຮົາຕ້ອງຄົ້ນຄິດ ແລະ ຊອກ ວິທີການຮັບມື. ເມື່ອຕະຫລາດກາຍເປັນໜຶ່ງ ດຽວ, ຄວາມສາມາດໃນການແຂ່ງ ຂັນຄືຕົວຕັດສິນ. ໜຶ່ງໃນນີ້, ກໍແມ່ນ ດ້ານທຸລະກິດ SMEs ລາວ ໂດຍ ວິສາຫະກິດສ່ວນໃຫຍ່ພາຍໃນປະ ເທດຍັງມີຂະໜາດນ້ອຍ, ຂາດທຶນ ຮອນ, ເຕັກໂນໂລຊີການຜະລິດຍັງບໍ່ ທັນສູງ ແລະ ມີຕົ້ນທຶນການບໍລິຫານ ຈັດການໂລຈິສຕິກທີ່ສູງ. ເມື່ອສິນຄ້າ ລາຄາຖືກ ແລະ ມີມາດຕະຖານສູງ ຈາກປະເທດເພື່ອນບ້ານເຂົ້າມາ, ທຸລະກິດຂະໜາດນ້ອຍຈຶ່ງຖືກເອົາ ປຽບຢ່າງໜັກໜ່ວງ. ຂະນະທີ່ການ ເຄື່ອນຍ້າຍແຮງງານສີມືດີ ພວມ ຫລັ່ງໄຫລໄປຫາປະເທດທີ່ມີຄ່າຈ້າງ ສູງກວ່າ. ແຮງງານລາວສ່ວນໃຫຍ່ ຍັງສີມືຂາດດ້ານເຕັກໂນໂລຊີ, ທັກ ສະວິຊາຊີບສະເພາະດ້ານ ແລະ ພາສາຕ່າງປະເທດ ຈຶ່ງເຮັດໃຫ້ ເສຍປຽບແຮງງານຕ່າງຊາດທີ່ເຂົ້າ ມາຍາດແຍ່ງງານໃນເຮືອນຂອງ ເຮົາເອງ. ແນວໃດກໍດີ, ສຳລັບທາງອອກ ແລະ ທິດທາງການປັບໂຕ ດ້ວຍ ການປ່ຽນແຮງກົດດັນໃຫ້ເປັນໂອ ກາດນັ້ນ, ທັງພາກທຸລະກິດ ແລະ ແຮງງານລາວຕ້ອງຟື້ນຟູ ແລະ ປັບ ໂຕຢ່າງເລັ່ງດ່ວນ. ໃນນັ້ນ, ສຳລັບ ພາກທຸລະກິດ (SMEs) ຕ້ອງ ເນັ້ນຄຸນນະພາບ ແລະ ເອກະລັກ ທັງເຊົາແຂ່ງຂັນດ້ານລາຄາຢ່າງ ດຽວ, ແຕ່ໃຫ້ຫັນມາແຂ່ງຂັນດ້ານ ຄຸນນະພາບ ແລະ ເອກະລັກ. ສຸມ ໃສ່ສິນຄ້າທີ່ລາວມີທ່າແຮງເຊັ່ນ: ກະສິກຳອິນຊີ, ຜະລິດຕະພັນກາ ເຟທີ່ເປັນຜະລິດຕະພັນຍອດນິຍົມ, ຜະລິດຕະພັນຫັດຖະກຳ ແລະ ຜ້າ ໄໝ, ພ້ອມທັງຍົກລະດັບມາດຕະ ຖານ ISO; ສ້າງແບຣນ ແລະ ນຳໃຊ້ດີຈິຕອນ (Branding & Digital Transformation) ນຳ ໃຊ້ E-commerce, Social Media ແລະ ເຕັກໂນໂລຊີດີຈິຕອນ ເພື່ອຂະຫຍາຍຊ່ອງທາງການຂາຍ ໄປສູ່ຕະຫລາດອາຊຽນ ຮ່ວມມືກັນ ເປັນພັນທະມິດສ້າງເຄືອຂ່າຍຮ່ວມມື ລະຫວ່າງທຸລະກິດພາຍໃນ ແລະ ຕ່າງປະເທດ ເພື່ອແລກປ່ຽນເຕັກໂນ ໂລຊີ, ທຶນຮອນ ແລະ ຂະຫຍາຍຊ່ອງ ທາງການຕະຫລາດ. ສຳລັບແຮງງານ ແລະ ຄົນຮຸ່ນ ໃໝ່ ຕ້ອງເລັ່ງຍົກລະດັບສີມືແຮງ ງານໃຫ້ສອດຄ່ອງກັບຄວາມຕ້ອງ ການຂອງຕະຫລາດຍຸກໃໝ່ ໂດຍ ສະເພາະດ້ານ IT, ການວິເຄາະຂໍ້ ມູນ ແລະ ທັກສະດ້ານວິສະວະກຳ ເຕັກນິກ. ເອົາໃຈໃສ່ຍົກລະດັບພາ ສາຕ່າງປະເທດ ແລະ ຮຽນຮູ້ການ ປັບໂຕເຂົ້າກັບວັດທະນະທຳການ ເຮັດວຽກແບບສາກົນ. ນອກຈາກທີ່ ກ່າວມານັ້ນແລ້ວ, ການປັບໂຕຂອງ ແຮງງານ ແລະ ທຸລະກິດຈະປະສົບ ຜົນສຳເລັດໄດ້ຕ້ອງອາໄສການຊຸກຍູ້ ສົ່ງເສີມທີ່ເຂັ້ມແຂງຈາກພາກລັດ ເພື່ອການປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດທັງຫລຸດຜ່ອນ ຂັ້ນຕອນທາງດ້ານເອກະສານ, ການ ຄຸ້ມຄອງຊັບສິນທາງປັນຍາ ແລະ ການສ້າງພື້ນຖານໂຄງລ່າງໂລ ຈິສຕິກໃຫ້ມີຕົ້ນທຶນຕໍາ. AEC ມີຕະຫລາດຜູ້ບໍລິໂພກ ປະມານ 660 ລ້ານຄົນ ບໍ່ແມ່ນ ຝັນຮ້າຍ ແລະ ບໍ່ແມ່ນໂຊກຊາຕາ ກຳນົດ, ແຕ່ແມ່ນເວທີທົດສອບ ຄວາມສາມາດ. ຖ້າພວກເຮົາຮ່ວມ ໃຈກັນສ້າງຄວາມເຂັ້ມແຂງຈາກ ພາຍນອກ ແລະ ພາຍໃນ ນຳໃຊ້ ສິນຄ້າຜະລິດຢູ່ລາວ (Made in Laos) ແລະ ພັດທະນາຕົນເອງ ຢ່າງບໍ່ຢຸດຢັ້ງ ຄົນລາວ ແລະ ທຸລະ ກິດລາວ ຈະສາມາດຢືນຢ່າງທະນົງ ອົງອາດ ແລະ ເຕີບໂຕຢ່າງຍືນຍົງ ໃນເວທີອາຊຽນ. ແລະ ສະສົມບຸນກຸສົນເທົ່ານັ້ນ, ແຕ່ ຍັງເປັນສະຖານທີ່ສຳຄັນໃນການ ສະແດງອອກເຖິງມູນເຊື້ອປະເພນີ, ວັດທະນະທຳ ແລະ ນ້ຳໃຈສາມັກ ຄີຂອງປວງຊົນລາວ ລວມທັງການ ດຶງດູດຈິດໃຈປະຊາຊົນ ແລະ ນັກ ທ່ອງທ່ຽວຈາກຈາກທຸກສາລະທິດ ໃຫ້ມາສຳຜັດບັນຍາກາດອັນຄຶກຄື້ນ ແລະ ມີຄວາມໝາຍນີ້. ຕາມການບອກເລົ່າຂອງພະອາ ຈານຢູ່ວັດທາດຫລວງເໜືອ ໃຫ້ຮູ້ ວ່າ: ກ່ອນຈະສ້າງພະທາດຫລວງນີ້ ຂຶ້ນມາ ແມ່ນໄດ້ມີພະອໍລະຫັນ 5 ອົງ ມາຈາກປະເທດອິນເດຍ ໂດຍນໍາ ເອົາພະສາລີຣິກະທາດຂອງພະພຸດ ທະເຈົ້າມາພ້ອມ ເພື່ອປະດິດສະຖານ ໄວ້ຢູ່ເມືອງຈັນທະບູລີ ເຊິ່ງແຕ່ກ່ອນ ມີແຕ່ບ້ານຮ່ອງແກໃນປັດຈຸບັນ. ກ່ອນຈະສ້າງທາດເຈົ້າຈັນທະບູລີ ປະສິດທິສັກ ຫລື ບູລີຈັນ ເຈົ້າເມືອງ ວຽງຈັນ ພ້ອມດ້ວຍພະອໍລະຫັນທັງ 5 ອົງ ໄດ້ພ້ອມກັນອະທິຖານວ່າ: ຖ້າຢາກໃຫ້ເອົາພະສາລີຣີກະທາດ ປະດິດສະຖານໄວ້ທີ່ເມືອງນີ້ ຂໍໃຫ້ ພື້ນທີ່ດິນບໍລິເວນແຫ່ງນີ້ແຍກອອກ ຈາກກັນ, ພໍແຕ່ອະທິຖານສິ້ນສຸດລົງ ພື້ນທີ່ດິນກໍໄດ້ຍະອອກຈາກກັນທີ່ມີ ຄວາມເລິກເຖິງ 5 ວາ ແລະ ກວ້າງ 5 ວາ. ຈາກນັ້ນ ພະອໍລະຫັນທັງ 5 ກໍໄດ້ເອົາແຜ່ນເງິນລົງໄປປູເຕັມ ພື້ນ, ສ່ວນເຈົ້າບູລີຈັນ ເຈົ້າເມືອງ ວຽງຈັນໄດ້ເອົາແຜ່ນຄໍາວາງໃສ່ ເຕັມພື້ນ, ນາງ ອິນທະ ສະຫວ່າງວົງ ເມຍເຈົ້າເມືອງວຽງຈັນ ໄດ້ເອົາຮູບ ປັ້ນໂຕສິງຕັ້ງຢອງໄວ້ເທິງແຜ່ນຄໍາ, ເຈົ້າເມືອງວຽງຈັນ ຈຶ່ງເອົາອູບແກ້ວ ຢອງເທິງໂຕສິງຄຳ ແລະ ເອົາແຜ່ນ ຄໍາມາວາງເທິງແກ້ວ ແລ້ວເອົາ ດອກໄມ້ທູບທຽນມາບູຊາໄວ້ແລ້ວ ເອົາຄໍາມາອັດຢອງເທິງອູບແກ້ວ ໄວ້ອີກ, ຈາກນັ້ນ ເສນາອາມາດ ຈຶ່ງ ເອົາແຜ່ນເງິນມາວາງປົກໄວ້ແລ້ວ ເອົາຫີນໝາກຄອມມາຖົມ ຈຶ່ງເລີ່ມ ສ້າງທາດເຈດີກວມເອົາໄວ້ ແລະ ສ້າງຂຶ້ນທໍາອິດເມື່ອປີ ພສ 236, ມີລວງກວ້າງ 10 ແມັດ ແລະ ສູງ 9 ແມັດເອີ້ນວ່າ: ອຸມົງພະທາດ ຫລວງ. ຕໍ່ມາ, ພະຍາມະຫາໂສກ ໄດ້ນໍາເອົາພະສາລີຣິກະທາດຂອງ ພະພຸດທະເຈົ້າມາປະດິດສະຖານ ໄວ້ຕື່ມອີກ ພ້ອມທັງກໍ່ສ້າງພະເຈດີ ຕື່ມເປັນຄັ້ງທີສອງ. ມາຮອດສະໄໝ ເຈົ້າໄຊຍະເຊດຖາທິຣາດ ໄດ້ສະ ເດັດມາຈາກເມືອງຊຽງດົງ-ຊຽງ ທອງ (ຫລວງພະບາງ) ໄດ້ມາສ້າງ ພະຣາຊະວັງຫໍພະແກ້ວ, ຈາກນັ້ນ ໄດ້ສ້າງພະເຈດີໃໝ່ທີ່ໃຫຍ່ກວ່າ ເກົ່າກວມເອົາພະເຈດີເກົ່າເອີ້ນວ່າ: ມະຫາເຈດີໃຫຍ່ອົງປະເສີດເໝືອນ ພະເກດແກ້ວ ຈຸລະມະນີໃນເມືອງ ມະນຸດ. ຫລັງຈາກສ້າງສໍາເລັດ ແລ້ວເພິ່ນກໍໄດ້ພາກັນສະເຫລີມສະ ຫລອງກັນ 7 ມື້ເຈັດຄືນໃນວັນເພັງ ເດືອນ 12. ນັບແຕ່ນັ້ນມາປະເພນີ ບຸນນະມັດສະການພະທາດຫລວງ ວຽງຈັນ ຈຶ່ງໄດ້ສືບທອດກັນມາຈົນ ເຖິງປັດຈຸບັນ. ບຸນນະມັດສະການພະທາດ ຫລວງວຽງຈັນ ຈຶ່ງບໍ່ພຽງແຕ່ເປັນ ບຸນທາງສາສະໜາທີ່ສຳຄັນເທົ່າ ນັ້ນ, ແຕ່ຍັງເປັນການອຸທິດສ່ວນບຸນ ກຸນສົນໃຫ້ບັນພະບູລຸດ, ພະສົງສາ ມະເນນ ແລະ ຜູ້ມີຄຸນງາມຄວາມດີ ທີ່ໄດ້ຮ່ວມກັນທະນຸບຳລຸງ ແລະ ສ້າງປູສະນີຍະສະຖານແຫ່ງນີ້ມາ ແຕ່ລະຍຸກສະໄໝ. ພະທາດຫລວງ ຈຶ່ງເປັນມິ່ງຂວັນອັນລ້ຳຄ່າຂອງ ປວງຊົນລາວທັງຊາດ, ເປັນສັນ ຍະລັກແຫ່ງຄວາມສັດທາ, ຄວາມ ສາມັກຄີ ແລະ ມູນເຊື້ອວັດທະນະທຳ ອັນດີງາມທີ່ຄົນລາວທຸກຮຸ່ນທຸກໄວ ຄວນຮ່ວມກັນອະນຸລັກ ແລະ ສືບ ທອດມູນເຊື້ອນີ້ໃຫ້ຢູ່ຄູ່ຊາດລາວຕະ ຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==