12/11/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ໂຄງການໄຟຟ້າ,,,້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສື່ມວນຊົນ...ື່ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ sk]n 7;k,rh v, za o0tspkp0v[dkoIj ;,,n ra fmtokc];mk'glf4tdy f ]k;{9u o 9exkla d lts]v';a o-q o]txtmkocsj '-kf c]t ;a ola d1kxh v'da ortpkfla fcsj '-kf ສົ່ງອອກພະລັງງານສະອາດໄດ້ສູງສຸດ 3 ຕື້ກິໂລວັດໂມງຕໍ່ປີ. ຈຸດເດັ່ນຂອງ ໂຄງການແມ່ນການສ້າງລະບົບຊື້- ຂາຍໄຟຟ້າສອງທິດທາງ ໂດຍໃນລະດູ ຝົນ ສາມາດສົ່ງອອກໄຟຟ້າສ່ວນເກີນ ເພື່ອສ້າງລາຍຮັບເງິນຕາ. ຂະນະທີ່ ໃນລະດູແລ້ງ ກໍສາມາດນຳເຂົ້າໄຟຟ້າ ຈາກ ສປ ຈີນ ມາຊ່ວຍເສີມຄວາມ ຕ້ອງການພາຍໃນ ເພື່ອຮັບປະກັນ ການສະໜອງໄຟຟ້າໃຫ້ແກ່ປະຊາຊົນ, ໂຮງງານ, ໂຮງໝໍ ແລະ ໂຮງຮຽນ. ທ່ານ ສຸລິວັນ ທຳມະວົງ ຍັງໄດ້ຍົກ ໃຫ້ເຫັນຕົວເລກການສົ່ງອອກ ແລະ ລາຍຮັບຕົວຈິງ ຊຶ່ງປະກອບມີ ປະລິ ມານໄຟຟ້າຈາກເຂື່ອນນ້ຳອູ 5, 6 ແລະ 7 ປະມານ 600 ລ້ານ kWh ຖືກສົ່ງ ໂດຍກົງໄປເຂດອ່າວໃຫຍ່ຂອງຈີນ ລວມມີ ກວາງຕຸ້ງ, ຮົງກົງ ແລະ ມາ ເກົ້າ; ພະລັງງານແສງຕາເວັນ ຄາດວ່າ ຈະສົ່ງອອກ ຂ້າມແດນ ໄດ້ເຖິງ 1,1 ຕື້ kWh ຕໍ່ປີ. ນອກນັ້ນ, ຍັງມີໂຄງການ ໂຊລາຟາມເທິງພູ ອີກ 1.000 MW ທີ່ກຳລັງກະກຽມພັດທະນາ. ດ້ານການພັດທະນາຊັບພະຍາ ກອນມະນຸດ EDL-T ໄດ້ຮ່ວມກັບ EDL ດຳເນີນໂຄງການຝຶກອົບຮົມ ຊ່າງຝີມືດ້ານສາຍສົ່ງ ແລະ ແປງໄຟ ຟ້າ ລາວ-ຈີນ ຜ່ານມາແລ້ວ 7 ຊຸດ, ມີ ຜູ້ຜ່ານການຝຶກອົບຮົມ 84 ຄົນ. ນອກ ນັ້ນ, ຍັງມີການຈັດຝຶກອົບຮົມດ້ານ ການບໍລິຫານ, ການບຳລຸງຮັກສາ ແລະ ເຕັກໂນໂລຊີໂດຣນ ຫລາຍກວ່າ 80 ຄັ້ງ, ມີຜູ້ເຂົ້າຮ່ວມຫລາຍກວ່າ 2.000 ເທື່ອຄົນ, ພ້ອມນີ້ຍັງໄດ້ນຳໃຊ້ ຮູບແບບຝຶກອົບຮົມວິສະວະກອນໜຸ່ມ ແບບ 2+2+2 ຊຶ່ງປະກອບມີການຮຽນ ພາສາຈີນ 2 ເດືອນ, ຮຽນທິດສະດີ ແລະ ປະຕິບັດ 2 ເດືອນ ແລະ ລົງໜ້າ ວຽກຕົວຈິງອີກ 2 ເດືອນ ສາມາດພັດ ທະນາພະນັກງານຫລັກແຫລ່ງດ້ານ ເຕັກນິກທ້ອງຖິ່ນໄດ້ 171 ຄົນ. ຂະນະ ທີ່ໃນໄລຍະປີ 2010-2026 ກໍໄດ້ ມອບທຶນການສຶກສາໃຫ້ນັກສຶກສາ ລາວໄປສຶກສາຕໍ່ຢູ່ປະເທດຈີນ 81 ຄົນ. ໃນນັ້ນ, ຈົບການສຶກສາແລ້ວ 53 ຄົນ. ສ່ວນດ້ານການປົກປັກຮັກສາສິ່ງ ແວດລ້ອມ ໂຄງການໄດ້ໃຫ້ຄວາມສຳ ຄັນຕໍ່ການຫລຸດຜ່ອນຜົນກະທົບຕໍ່ ປ່າໄມ້ ແລະ ຊຸມຊົນ ໂດຍການປັບແລວ ສາຍສົ່ງ ແລະ ນຳໃຊ້ເຕັກນິກຍົກເສົາ ສູງ ເພື່ອຫລຸດການຕັດໄມ້, ສາມາດ ຮັກສາ ເນື້ອທີ່ປ່າໄມ້ໄດ້ 170,4 ເຮັກຕາ ແລະ ຫລຸດຄວາມກວ້າງ ຂອງແລວຕັດໄມ້ຈາກ 70 ແມັດ ເຫລືອປະມານ 22 ແມັດ ພ້ອມທັງ ດຳເນີນການກວດກູ້ລູກລະເບີດບໍ່ ທັນແຕກ (UXO) ຕາມແນວສາຍ ສົ່ງ ເພື່ອຮັບປະກັນຄວາມປອດໄພໃນ ການກໍ່ສ້າງ ແລະ ຊຸມຊົນທ້ອງຖິ່ນ. ພ້ອມກັນນັ້ນ, ໂຄງການຍັງໄດ້ສ້າງ ວຽກເຮັດງານທຳ ໃຫ້ແກ່ແຮງງານ ທ້ອງຖິ່ນ, ປັບປຸງໂຮງຮຽນ, ສ້າງຫ້ອງ ອ່ານ ແລະ ມອບທຶນການສຶກສາໃຫ້ ນັກຮຽນ-ນັກສຶກສາລາວ ຊຶ່ງສະທ້ອນ ໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງ ຄົມຂອງໂຄງການ. ສຳລັບ ທິດທາງໃນຕໍ່ໜ້າ EDL-T ຈະສືບຕໍ່ຮ່ວມມືກັບພາກສ່ວນທີ່ກ່ຽວ ຂ້ອງ ເພື່ອພັດທະນາຕາໜ່າງໄຟຟ້າ ຫລັກໃຫ້ເຊື່ອມຈອດທົ່ວປະເທດ, ສົ່ງເສີມການປະສານພະລັງງານນ້ຳ ຕົກ, ແສງຕາເວັນ ແລະ ລົມ, ພັດທະນາ ລະບົບການຄ້າໄຟຟ້າກັບປະເທດໃນ ພາກພື້ນ ແລະ ສ້າງບຸກຄະລາກອນວິ ສະວະກອນລາວໃຫ້ມີຄວາມຊຳນານ ສູງຂຶ້ນ. ທ່ານ ສຸລິວັນ ທຳມະວົງ ຍັງໄດ້ ຢືນຢັນວ່າ: ໂຄງການໄຟຟ້າ 500 kV ລາວ-ຈີນ ບໍ່ແມ່ນພຽງແຕ່ໂຄງການ ສາຍສົ່ງໄຟຟ້າຂ້າມແດນ ແຕ່ເປັນພື້ນ ຖານສຳຄັນໃນການສ້າງຄວາມໝັ້ນ ຄົງດ້ານພະລັງງານ, ສ້າງມູນຄ່າທາງ ເສດຖະກິດ, ຍົກລະດັບທັກສະຂອງຄົນ ລາວ ແລະ ສົ່ງເສີມການຮ່ວມມື ລາວຈີນ ໃຫ້ເຕີບໂຕຢ່າງຍືນຍົງ. ໂຄງການ ນີ້, ເປັນຫລາຍກວ່າສາຍສົ່ງໄຟຟ້າ ແຕ່ ເປັນຂົວເຊື່ອມຕໍ່ພະລັງງານ, ເຕັກໂນ ໂລຊີ, ຄວາມຮູ້ ແລະ ໂອກາດການພັດ ທະນາລະຫວ່າງ ລາວ-ຈີນ ເພື່ອກ້າວ ໄປສູ່ອະນາຄົດພະລັງງານທີ່ໝັ້ນຄົງ ແລະ ຍືນຍົງ. ຂ່າວ-ພາບ: ທະນູທອງ ນີ້ວ່າ: ໂຄງການເຊື່ອມຈອດຕາໜ່າງ ໄຟຟ້າ 500 kV ລາວ-ຈີນ ເປັນຂໍ້ຕໍ່ ກະດູກສັນຫລັງທຳອິດ ທີ່ປູພື້ນຖານໃຫ້ ສປປ ລາວ ກ້າວສູ່ການເປັນ ສູນກາງ ພະລັງງານສະອາດຂອງພາກພື້ນ ແລະ ເປັນການຫັນປ່ຽນ ແຫລ່ງພະລັງງານ ສະອາດ ສີຂຽວ ໃຫ້ກາຍເປັນທຶນຮອນ ເພື່ອສ້າງພະລັງຂັບເຄື່ອນໃໝ່ ໃຫ້ແກ່ ເສດຖະກິດແຫ່ງຊາດ ໄປພ້ອມກັບການ ເຕີບໂຕແບບຍືນຍົງຂອງພາກພື້ນ. ໃນໄລຍະຜ່ານມາ ສປປ ລາວ ມີ ທ່າແຮງຜະລິດໄຟຟ້າຈາກພະລັງງານ ນ້ຳຕົກຢ່າງມະຫາສານ ແຕ່ຍັງຜະເຊີນ ຂໍ້ຈຳກັດດ້ານລະບົບສາຍສົ່ງໄຟຟ້າ ເຮັດໃຫ້ບາງໄລຍະມີໄຟຟ້າເຫລືອໃຊ້ ໃນລະດູຝົນ (ໃນລະດູຝົນສາມາດ ຜະລິດໄຟຟ້າໄດ້ເກີນຄວາມຕ້ອງການ ແຕ່ຕ້ອງປ່ອຍຖິ້ມຫລາຍເຖິງ 800 ລ້ານກິໂລວັດໂມງ ເນື່ອງຈາກບໍ່ມີຊ່ອງ ທາງສົ່ງອອກ, ແຕ່ກັບຂາດແຄນໃນ ລະດູແລ້ງ. ການມີລະບົບສາຍສົ່ງ 500 kV ຈຶ່ງເປັນກົນໄກສຳຄັນໃນ ການແກ້ໄຂບັນຫາດັ່ງກ່າວ ຊຶ່ງນັບແຕ່ ວັນທີ 20 ເມສາ 2026 ເປັນຕົ້ນມາ ໂຄງການດັ່ງກ່າວ ສາມາດຍົກລະດັບ ຂີດຄວາມສາມາດການສົ່ງໄຟຟ້າຈາກ 50 MW ເປັນ 1.500 MW ຫລື ເພີ່ມຂຶ້ນ 30 ເທົ່າ ແລະ ເປີດໂອກາດ ແກ່ສື່ມວນຊົນທົ່ວປະເທດ ຈາກສູນ ກາງ ແລະ 17 ແຂວງ ເພື່ອເພີ່ມປະສິດ ທິພາບ ໃນການໂຄສະນາປຸກລະດົມ ຂະບວນການຢອດວັກຊິນກັນພະຍາດ ໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ ນະຄອນຫລວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາອົບຮົມ ສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ, ມີກົມກ່ຽວຂ້ອງກະຊວງ ສາທາລະນະສຸກ ແລະ ສື່ມວນຊົນທົ່ວ ປະເທດເຂົ້າຮ່ວມ. ທ່ານ ສົມສະຫວາດ ພົງສາ ໄດ້ ກ່າວວ່າ: ພະຍາດໂປລີໂອ ແມ່ນພະ ຍາດອັນຕະລາຍ ທີ່ສົ່ງຜົນກະທົບຮ້າຍ ແຮງຕໍ່ເດັກນ້ອຍ ແລະ ເປັນສາເຫດ ຂອງຄວາມພິການຢ່າງຖາວອນແກ່ ເດັກ. ສະນັ້ນ, ການສ້າງພູມຄຸ້ມກັນ ດ້ວຍການຮັບວັກຊິນຕາມກຳນົດ ແມ່ນ ມາດຕະການທີ່ສໍາຄັນທີ່ສຸດໃນການ ປົກປ້ອງສຸຂະພາບຂອງເດັກ ແລະ ຮັກສາຜົນສໍາເລັດດ້ານການປ້ອງກັນ ພະຍາດໂປລິໂອຂອງປະເທດເຮົາ. ກະ ຊວງສາທາລະນະສຸກ ພ້ອມດ້ວຍຄູ່ ຮ່ວມພັດທະນາໄດ້ມີຄວາມພະຍາຍາມ ຢ່າງຕໍ່ເນື່ອງ ໃນການຈັດຕັ້ງປະຕິບັດ ບັ້ນການຢອດວັກຊິນໂປລີໂອ ເພື່ອປົກ ປ້ອງເດັກນ້ອຍລາວທຸກຄົນບໍ່ໃຫ້ເປັນ ພະຍາດນີ້. ໃນຂະບວນການຢອດວັກ ຊິນຮອບ ທີ 3 ນີ້, ນອກຈາກການກະ ກຽມດ້ານການແພດ ແລະ ການບໍລິ ການແລ້ວ, ການໂຄສະນາທີ່ຖືກຕ້ອງ, ຊັດເຈນ, ທັນເວລາ ແລະ ເຂົ້າເຖິງ ປະຊາຊົນ ແມ່ນປັດໄຈສໍາຄັນ ທີ່ຈະ ຊ່ວຍໃຫ້ພໍ່ແມ່ ແລະ ຜູ້ປົກຄອງເຂົ້າໃຈ ເຖິງຄວາມຈໍາເປັນ ຂອງການຮັບວັກ ຊິນ ແລະ ນໍາພາລູກຫລານໄປຮັບວັກ ຊິນຕາມການແນະນໍາ ຂອງພະນັກ ງານສາທາລະນະສຸກ. ສະນັ້ນ, ສື່ມວນ ຊົນ ຈຶ່ງມີບົດບາດສໍາຄັນແຖວໜ້າໃນ ການເປັນກະບອກສຽງທີ່ໜ້າເຊື່ອຖື ເພື່ອເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ, ຕອບໂຕ້ ຂ່າວປອມ ຫລື ຂ່າວລືທີ່ຜິດພາດ ແລະ ສ້າງຄວາມເຂົ້າໃຈອັນເລິກເຊິ່ງ ໃຫ້ແກ່ ພໍ່ແມ່ປະຊາຊົນ ເພື່ອກະຕຸກຊຸກຍູ້ ໃຫ້ ພວກກ່ຽວນໍາພາລູກຫລານມາຮັບວັກ ຊິນໃຫ້ຄົບຖ້ວນ. ສື່ມວນຊົນບໍ່ພຽງແຕ່ ມີໜ້າທີ່ລາຍງານຂ່າວສານເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ສໍາຄັນລະຫວ່າງ ພາກ ລັດ, ຂະແໜງສາທາລະນະສຸກ ແລະ ປະຊາຊົນ ໃນການສ້າງຄວາມຮັບຮູ້, ແກ້ໄຂຄວາມເຂົ້າໃຈຜິດ ແລະ ສ້າງ ຄວາມເຊື່ອໝັ້ນຕໍ່ການບໍລິການວັກຊິນ ໂດຍສະເພາະສື່ມວນຊົນທ້ອງຖິ່ນມີ ຄວາມສໍາຄັນຢ່າງຍິ່ງ ເພາະມີຄວາມ ໃກ້ຊິດກັບປະຊາຊົນ, ເຂົ້າໃຈພາສາ, ວັດທະນະທຳ ແລະ ສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ. ການນໍາໃຊ້ວິທະ ຍຸ, ໂທລະພາບ, ສື່ອອນລາຍ ແລະ ລະບົບກະຈາຍສຽງຂັ້ນບ້ານໃຫ້ສອດ ຄ່ອງກັບສະພາບຕົວຈິງ ຈະຊ່ວຍໃຫ້ ຂໍ້ມູນຂ່າວສານເຂົ້າເຖິງຄອບຄົວ ແລະ ຊຸມຊົນຢ່າງກວ້າງຂວາງຍິ່ງຂຶ້ນ. ນອກຈາກວຽກງານໂປລີໂອແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະ ເໜີ ເອກະສານແຜນງານການຮ່ວມມື ລະດັບປະເທດ (CPD) 20272031 ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ UNICEF ຊຶ່ງ ເປັນຍຸດທະສາດໃນການສົ່ງເສີມສິດທິ, ສຸຂະພາບ, ໂພຊະນາການ, ການສຶກ ສາ ແລະ ການປົກປ້ອງເດັກ, ພ້ອມທັງ ໄດ້ຮຽນຮູ້ກ່ຽວກັບຈັນຍາບັນ ໃນການ ລາຍງານຂ່າວທີ່ກ່ຽວຂ້ອງກັບເດັກ ນ້ອຍ ເພື່ອໃຫ້ມີຄວາມຖືກຕ້ອງ ແລະ ຄໍານຶງເຖິງຜົນປະໂຫຍດສູງສຸດຂອງ ເດັກນ້ອຍ. ຂ່າວ: ຢ່າຕົ່ງ ຂປລ. ຫ້ອງການຄະນະກໍາມະການ ຮ່ວມມື ລາວ-ຈີນ ຈັດກອງປະຊຸມປຶກ ສາຫາລື ເພື່ອເປັນການກະກຽມເນື້ອໃນ ບົດລາຍງານ ໃຫ້ແກ່ຄະນະຊີ້ນໍາລວມ ໃນການຜັນຂະຫຍາຍຜັນຂະຫຍາຍ ຂອບການຮ່ວມມືພັດທະນາແລວທາງ ເສດຖະກິດ ລາວ-ຈີນ 2019-2030 ໃນວັນທີ 10 ພະຈິກ 2026 ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຮ່ວມ ມືລາວ-ຈີນ, ທັງເປັນຫົວໜ້າກອງ ເລຂາ, ພ້ອມດ້ວຍຄະນະກອງເລຂາ ຕາງໜ້າຈາກບັນດາກະຊວງ, ອົງການ ທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຕົ້ນຕໍແມ່ນສຸມ ໃສ່ຮ່ວມກັນຕີລາຄາຄືນຜົນສໍາເລັດ ຂອງຂອບການຮ່ວມມືດັ່ງກ່າວ ໂດຍແນ ໃສ່ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ ຈາກການຈັດຕັ້ງປະຕິບັດຕົວຈິງ ໃນ ໄລຍະ 5 ປີຜ່ານມາ (2019-2025). ພ້ອມກັນນັ້ນ, ກໍໄດ້ລົງເລິກປຶກສາຫາລື ຕໍ່ກັບທິດທາງ ແລະ ແຜນວຽກຈຸດສຸມ ໃນຕໍ່ໜ້າ ເພື່ອຮ່ວມກັນກໍານົດຄາດ ໝາຍສູ້ຊົນແລະ ຕົວຊີ້ວັດ(KPI) ໃຫ້ມີ ຄວາມເປັນໄປໄດ້ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງ, ເພື່ອກະກຽມ ຄວາມພ້ອມຮອບດ້ານ ໃຫ້ແກ່ກອງປະ ຊຸມພາຍໃນຄະນະຊີ້ນໍາລວມ ໃນການ ການຜັນຂະຫຍາຍຂອບການຮ່ວມມື ດັ່ງກ່າວ. ທ່ານ ນາງ ແສງເດືອນ ໄຊຍະສອນ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງ ຂອບການຮ່ວມມືພັດທະນາແລວທາງ ເສດຖະກິດ ລາວ-ຈີນ ຊຶ່ງເປັນໜຶ່ງໃນ ຂົງເຂດການຮ່ວມມືຍຸດທະສາດທີ່ສໍາ ຄັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ທີ່ໄດ້ລົງນາມຮ່ວມກັນໃນປີ 2019 ເພື່ອເຊື່ອມໂຍງຍຸດທະສາດ “ການຫັນ ປະເທດທີ່ບໍ່ມີຊາຍແດນຕິດຈອດກັບ ທະເລ ມາເປັນປະເທດເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ” ຂອງ ສປປ ລາວ ເຂົ້າກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຂອງ ສປ ຈີນ. ຜ່ານການຈັດຕັ້ງ ປະຕິບັດຕົວຈິງ ໃນໄລຍະຕົ້ນ (20192025) ແມ່ນເຫັນໄດ້ວ່າ ມີຜົນສໍາເລັດ ຫລາຍດ້ານ, ແຕ່ເພື່ອຮັບປະກັນໃຫ້ ການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຕໍ່ ໜ້າ ມີຜົນສໍາເລັດທີ່ເປັນຮູບປະທໍາ ຕາມ ຄາດໝາຍທີ່ວາງໄວ້ຢ່າງມີປະສິດທິ ຜົນສູງ, ພວກເຮົາຄວນຮ່ວມກັນຄົ້ນ ຄວ້າ ຕັ້ງຄາດໝາຍສູ້ຊົນ ກໍຄື ຕົວຊີ້ວັດ ໃນແຕ່ລະຂົງເຂດຂະແໜງການຢ່າງຈະ ແຈ້ງ ແລະ ເປັນວິທະຍາສາດ ເພື່ອເປັນ ບ່ອນອີງໃນການຊຸກຍູ້ດໍາເນີນການຕົວ ຈິງ, ພ້ອມທັງສາມາດຕິດຕາມປະເມີນ ຜົນໄດ້ຢ່າງເປັນລະບົບ. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບ ຟັງການນຳສະເໜີຮ່າງບົດລາຍງານ ຈາກຜູ້ຕາງໜ້າສະຖາບັນວິທະຍາສາດ ເສດຖະກິດແລະສັງຄົມແຫ່ງຊາດແລະ ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຈາກບັນດາຄະນະກອງເລຂາ ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ຢ່າງກົງໄປ ກົງມາ ແລະ ມີລັກສະນະສ້າງສັນ ຊຶ່ງ ການປຶກສາຫາລືໃນຄັ້ງນີ້ ຈະເປັນພື້ນ ຖານອັນສໍາຄັນໃນການສັງຮວມ, ປັບ ປຸງເນື້ອໃນບົດລາຍງານ ແລະ ຕົວຊີ້ວັດ ຕ່າງໆ ໃຫ້ມີຄວາມຮັດກຸມ ແລະ ສອດ ຄ່ອງກັບສະພາບຕົວຈິງ ເພື່ອລາຍງານ ຂັ້ນເທິງ ຂໍອະນຸມັດຈັດກອງປະຊຸມພາຍ ໃນຄະນະຊີ້ນໍາລວມ ແລະ ກ້າວໄປ ສູ່ການປຶກສາຫາລືຮ່ວມກັບຝ່າຍຈີນ ໃນຕໍ່ໜ້າ. ຂປລ. ແຫລ່ງຂ່າວຈາກແຂວງຈຳ ປາສັກ ໃຫ້ຮູ້ວ່າ: ແຂວງຈຳປາສັກ ຈັດ ພິທີສະເຫລີມສະຫລອງວັນຊົນລະປະ ທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງ ຊາດ(11ພະຈິກ)ປະຈຳປີ2026 ໃນ ວັນທີ 10 ພະຈິກ 2026 ທີ່ໂຄງການ ຊົນລະປະທານຝາຍນ້ຳລົ້ນໜອງກັນ ບ້ານຫລັກ 40 ເມືອງປະທຸມພອນ ແຂວງຈຳປາສັກ, ໂດຍມີທ່ານພິມພອນ ພັນດານຸວົງ ຮອງປະທານຄະນະກຳ ມະການປົກຄອງແຂວງຈໍາປາສັກ, ທ່ານ ຄໍາ ນີລະວົງ ຫົວໜ້າພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ເດດນະຄອນ ຄອນສະຫວັນ ຮອງປະ ທານຄະນະກຳມະການປົກຄອງເມືອງ ປະທຸມພອນ ພ້ອມດ້ວຍພະແນກການ ຂອງແຂວງ, ເມືອງ, ນະຄອນປາກເຊ, ພະນັກງານວິຊາການ, ຫົວໜ່ວຍທຸລະ ກິດ, ນາຍບ້ານແລະ ປະຊາຊົນເຂົ້າຮ່ວມ. ທ່ານ ພິມພອນ ພັນດານຸວົງ ໄດ້ຍົກ ໃຫ້ເຫັນວ່າ: ວຽກງານຊົນລະປະທານ ແລະ ການປ້ອງກັນສຸຂະພາບສັດ ແມ່ນ ສອງວຽກງານສຳຄັນທີ່ມີຄວາມກ່ຽວ ພັນໂດຍກົງກັບການພັດທະນາການຜະ ລິດກະສິກຳ, ການຮັບປະກັນສະບຽງ ອາຫານແລະການຍົກສູງລາຍຮັບຂອງ ປະຊາຊົນ. ສອດຄ່ອງກັບວິໄສທັດ ຮອດປີ 2030 ຂອງຂະແໜງກະສິກຳ ທີ່ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ຜະລິດສິນຄ້າກະສິ ກຳທີ່ມີທ່າແຮງ, ພັດທະນາກະສິກຳສະ ອາດ,ປອດໄພແລະຍືນຍົງບົນພື້ນຖານ ການຫັນເປັນອຸດສາຫະກຳແລະທັນສະ ໄໝ. ພ້ອມນີ້ ຍັງໄດ້ຊີ້ນຳໃຫ້ຂະແໜງ ການກ່ຽວຂ້ອງ ແລະ ອຳນາດການ ປົກຄອງທ້ອງຖິ່ນ ເອົາໃຈໃສ່ກວດກາ, ສ້ອມແປງແລະບຳລຸງຮັກສາໂຄງການ ຊົນລະປະທານໃຫ້ສາມາດສະໜອງ ນ້ຳໄດ້ຢ່າງພຽງພໍ ແລະ ທັນກັບລະດູ ການຜະລິດລະດູແລ້ງ. ສ່ວນວຽກງານ ສຸຂະພາບສັດ ຕ້ອງເພີ່ມທະວີການ ສັກຢາປ້ອງກັນພະຍາດສັດ, ຕິດຕາມ ຄວບຄຸມການລະບາດຂອງພະຍາດ, ສົ່ງເສີມການປູກຫຍ້າ ແລະ ພືດອາ ຫານສັດ ເພື່ອຫລຸດຜ່ອນການຂາດ ແຄນອາຫານສັດໃນລະດູແລ້ງ. ທ່ານ ຄຳ ນີລະວົງ ໄດ້ຍົກໃຫ້ເຫັນ ເຖິງຄວາມໝາຍ ແລະ ຄວາມສຳຄັນ ຂອງສອງວັນສຳຄັນດັ່ງກ່າວ ພ້ອມທັງ ລາຍງານສະພາບວຽກງານຊົນລະປະ ທານ ແລະ ການປ້ອງກັນພະຍາດສັດ ຂອງແຂວງ ເປັນຕົ້ນ ໃນໄລຍະລະດູ ຝົນທີ່ຜ່ານມາ ແຂວງຈຳປາສັກ ໄດ້ຮັບ ຜົນກະທົບຈາກພະຍຸ ແລະ ໄພນ້ຳຖ້ວມ ເຮັດໃຫ້ 225 ບ້ານ, 7.565 ຄອບຄົວ ໄດ້ຮັບຜົນກະທົບ. ເນື້ອທີ່ນາປີຖືກນ້ຳ ຖ້ວມ7.358,6 ເຮັກຕາແລະ ເສຍຫາຍ 4.555,2 ເຮັກຕາ; ພືດຜັກຖືກນ້ຳ ຖ້ວມ 225,2 ເຮັກຕາ ແລະ ເສຍຫາຍ 81,1 ເຮັກຕາ. ນອກນັ້ນ, ຍັງມີໜອງ ປາຖືກກະທົບ 186 ໜອງ, ກະຊັງປາ 74 ກະຊັງ ແລະ ໂຄງການຊົນລະປະ ທານຖືກນ້ຳຖ້ວມ42ໂຄງການ, ໃນນັ້ນ ມີ 23 ໂຄງການເປ່ເພ ແລະ ເສຍຫາຍ. ສຳລັບແຜນການຜະລິດລະດູແລ້ງ ສົກປີ 2026-2027 ແຂວງຈຳປາສັກ ໄດ້ວາງຄາດໝາຍສະໜອງນ້ຳໃຫ້ ເນື້ອທີ່ການຜະລິດທົ່ວແຂວງໃຫ້ໄດ້ 21.295,60 ເຮັກຕາ, ໃນນັ້ນ ເນື້ອທີ່ ປູກເຂົ້າ 7.774,70 ເຮັກຕາ ແລະ ປູກ ພືດ 13.550,90 ເຮັກຕາ ໂດຍອາໄສ ໂຄງການຊົນລະປະທານທີ່ມີຢູ່ 112 ໂຄງການ. ສ່ວນເມືອງປະທຸມພອນ ມີໂຄງການຊົນລະປະທານທີ່ສາມາດ ນຳໃຊ້ໄດ້ 14 ໂຄງການ ສາມາດ ສະໜອງນ້ຳໃຫ້ເນື້ອທີ່ການຜະລິດ 2.030,40 ເຮັກຕາ, ໃນນັ້ນ ປູກ ເຂົ້າ 502,90 ເຮັກຕາ ແລະ ປູກພືດ 1.527,50 ເຮັກຕາ. ສຳລັບໂຄງການ ຊົນລະປະທານຝາຍນ້ຳລົ້ນໜອງກັນ ສາມາດສະໜອງນ້ຳໃຫ້ເນື້ອທີ່ຜະລິດ 143 ເຮັກຕາ, ໃນນັ້ນ ປູກເຂົ້າ 140 ເຮັກຕາ ແລະ ປູກພືດ 3 ເຮັກຕາ. ວຽກ ງານປ້ອງກັນພະຍາດສັດ, ທົ່ວແຂວງ ມີສັດລ້ຽງຈຳນວນຫລາຍ ປະກອບມີ: ຄວາຍ 147.807 ໂຕ, ງົວ 184.369 ໂຕ, ໝູ 361.664 ໂຕ, ແບ້ 41.701 ໂຕ ແລະ ສັດປີກ 9.574.180 ໂຕ. ໃນລະດູຝົນຜ່ານມາ ການລ້ຽງສັດ ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດສັດຫລາຍຊະນິດ ເຊັ່ນ: ພະຍາດເຕົ້າໂຮມເລືອດງົວ-ຄວາຍ, ພະຍາດປາກເປື່ອຍລົງເລັບ ແລະ ພະ ຍາດສັດປີກ ໃນ 5 ເມືອງ ຄື: ເມືອງຈຳ ປາສັກ,ປາກຊ່ອງ,ສຸຂຸມາ,ປະທຸມພອນ ແລະ ເມືອງໂຂງ. ດັ່ງນັ້ນ, ແຂວງຈຳ ປາສັກ ຈຶ່ງໄດ້ວາງຄາດໝາຍສັກຢາ ປ້ອງກັນພະຍາດສັດໃຫ້ບັນລຸ 75% ສຳລັບເຂດຕົວເມືອງ ແລະ 60%. ສຳ ລັບເຂດຊານເມືອງ ແລະ ຊົນນະບົດ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຝູງສັດ, ຈຳ ກັດການລະບາດຂອງພະຍາດ ແລະ ກ້າວໄປສູ່ການສ້າງເຂດປອດພະຍາດ ສັດໃນອະນາຄົດ. ທ່ານ ຄຳ ນີລະວົງ ຍັງເນັ້ນໃຫ້ປະ ຊາຊົນ ແລະ ກຸ່ມຜູ້ນຳໃຊ້ນ້ຳຮ່ວມກັນ ອະນາໄມ, ຂຸດລອກຄອງເໝືອງ, ກວດ ກາລະບົບສົ່ງນ້ຳ, ກະກຽມເຄື່ອງຈັກ ສູບນ້ຳ ແລະ ສ້ອມແປງຈຸດທີ່ເປ່ເພ ເພື່ອໃຫ້ພ້ອມຮັບໃຊ້ການຜະລິດລະດູ ແລ້ງ. ພ້ອມທັງຮຽກຮ້ອງໃຫ້ກະສິ ກອນນຳສັດລ້ຽງມາສັກຢາຕາມກຳ ນົດເວລາ ແລະ ຈັດຫາອາຫານສຳ ຮອງໃຫ້ສັດໃນໄລຍະລະດູແລ້ງ. ໃນພິທີ, ຄະນະນຳແຂວງ ແລະ ຜູ້ ເຂົ້າຮ່ວມ ໄດ້ຮ່ວມກັນເປີດຂະບວນ ການສັກຢາປ້ອງກັນພະຍາດສັດ, ຂະ ບວນການອະນາໄມຄອງຊົນລະປະ ທານ ແລະ ເປີດນ້ຳຈາກໂຄງການຝາຍ ນ້ຳລົ້ນໜອງກັນ ເພື່ອເປັນການເປີດຂະ ບວນການກະກຽມຄວາມພ້ອມຮັບໃຊ້ ການຜະລິດລະດູແລ້ງ ສົກປີ 20262027 ຄວບຄູ່ກັບການຍົກສູງສຸຂະ ພາບສັດລ້ຽງໃຫ້ມີຄວາມແຂງແຮງ ທັງນີ້ກໍເພື່ອເປັນການປຸກລະດົມທຸກ ພາກສ່ວນໃຫ້ຮ່ວມແຮງຮ່ວມໃຈປົກ ປັກຮັກສາແລະນຳໃຊ້ລະບົບຊົນລະປະ ທານຢ່າງມີປະສິດທິຜົນ, ພ້ອມທັງເອົາ ໃຈໃສ່ປ້ອງກັນພະຍາດສັດຢ່າງທັນ ການ ເພື່ອສ້າງພື້ນຖານທີ່ໝັ້ນຄົງໃຫ້ ແກ່ການຜະລິດກະສິກຳ, ຄວາມໝັ້ນ ຄົງດ້ານສະບຽງອາຫານ ແລະ ການ ພັດທະນາເສດຖະກິດຂອງປະຊາຊົນ ໃຫ້ຍືນຍົງ. ຂ່າວ-ພາບ: ຈັນທະວີສັກ
RkJQdWJsaXNoZXIy MTc3MTYxMQ==