7406

ot3p[kpdv'mb o-j ;pgs]n vdkoxy j oxq ;z6 h 4n dg7ktIh kp9kd]tg[u f[+ ma oc8dmu j 8q d7h k'16 j lxx ]k; 12/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໃນປີ 2024 ຊື່ຂອງກອງທຶນໄດ້ ຖືກປ່ຽນເປັນກອງທຶນຊ່ວຍເຫລືອ ການປິ່ນປົວຂອງ ສ ອາເມລິກາ ສໍາລັບຜູ້ຖືກເຄາະຮ້າຍຈາກລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (USMF). ໝາຍເຖິງການສືບຕໍ່ ກອງທຶນທີ່ເຄີຍຮູ້ຈັກກັນໃນຊື່ກອງ ທຶນຊ່ວຍເຫລືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍຈາກລະເບີດ ບໍ່ທັນແຕກທີ່ຕົກຄ້າງ (WVMF). ແນວໃດກໍດີການສະໜອງຄ່າປິ່ນປົວ ໃຫ້ຜູ້ລອດຊີວິດຈາກອຸບັດເຫດ ລະເບີດບໍ່ທັນແຕກ ແລະ ສະໜອງ ເງິນອຸດໜູນໃຫ້ຄອບຄົວຜູ້ຖືກເຄາະ ຮ້າຍທີ່ເສຍຊີວິດຈາກອຸບັດເຫດ ລະເບີດບໍ່ທັນແຕກ. ໃນນັ້ນ, ຜູ້ຖືກ ເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ມີສິດໄດ້ຮັບການຊ່ວຍເຫລືອ; ປະຊາຊົນລາວທຸກຄົນທີ່ໄດ້ຮັບບາດ ເຈັບ ຫລື ເສຍຊີວິດຈາກອຸບັດເຫດ ລະເບີດບໍ່ທັນແຕກ. ຂະນະທີ່ຂໍ້ຍົກ ເວັ້ນທີ່ບໍ່ຢູ່ໃນການຄຸ້ມຄອງຂອງ ກອງທຶນນີ້, ກໍໄດ້ກຳນົດຢ່າງຈະ ແຈ້ງຄື: ບຸກຄົນທີ່ໃຊ້ລະເບີດ ເພື່ອກໍ່ ອາດສະຍາກຳທໍາຮ້າຍຕົນເອງ ຫລື ຜູ້ອື່ນ; ບຸກຄົນທີ່ມີອາຍຸ 18 ປີຂຶ້ນ ໄປທີ່ມ້າງລະເບີດບໍ່ທັນແຕກ ເພື່ອ ເອົາດິນລະເບີດ ແລະ ເສດເຫລັກ ໄປຂາຍ, ໂດຍອີງໃສ່ຄໍາສັ່ງນາຍົກ ລັກຖະມົນຕີ ວ່າດ້ວຍການເພີ່ມ ທະວີວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ສະບັບເລກທີ 39/ນຍ, ນະຄອນຫລວງວຽງຈັນ, ລົງວັນທີ 28 ກັນຍາ 2016. ສຳລັບການ ຄຸ້ມຄອງແມ່ນສະໜອງຄ່າເດີນທາງ (ພາຫະນະທົ່ວໄປ) ເພື່ອນໍາສົ່ງຄົນ ເຈັບຈາກສະຖານທີ່ເກີດເຫດໄປ ສະຖານພະຍາບານທີ່ໃກ້ສຸດເຊັ່ນ: ສຸກສາລາ, ໂຮງໝໍຊຸມຊົນ, ໂຮງໝໍ ແຂວງ ຫລື ໂຮງໝໍສູນກາງ ໂດຍ ຈ່າຍຕາມຄວາມເປັນຈິງ, ແຕ່ສະເໜີ ໃຫ້ຄະນະກຳມະການຄຸ້ມຄອງ ເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຂັ້ນແຂວງ (ຄຄກລຂ) ແລະ ຂັ້ນເມືອງ (ຄຄກລມ) ກວດ ກາ ແລະ ຢັ້ງຢືນຕາມຄວາມເໝາະ ສົມ, ສໍາລັບຄ່າເດີນທາງກັບພາຍ ຫລັງປິ່ນປົວດີແລ້ວແມ່ນຈ່າຍຕາມ ມູນຄ່າຕົວຈິງຂອງລົດໂດຍສານ, ສໍາລັບຄ່າເດີນທາງ ໂດຍລົດພະຍາ ບານແມ່ນຈ່າຍຕາມໃບບິນຄ່ານໍາ ສົ່ງຄົນເຈັບຂອງໂຮງໝໍ. ຄ່າປິ່ນປົວ ສຸກເສີນ ແລະ ໄລຍະຍາວເຊັ່ນ: ຄ່າ ຜ່າຕັດ, ຄ່າປິ່ນປົວ ແລະ ອື່ນໆທີ່ ກ່ຽວຂ້ອງກັບອຸບັດເຫດລະເບີດບໍ່ ທັນແຕກ; ຄ່າຫ້ອງນອນຢູ່ໂຮງໝໍ ແມ່ນຈ່າຍໃນລາຄາຫ້ອງທໍາມະດາ ສ່ວນຄ່າໃຊ້ຈ່າຍເກີນຫ້ອງທຳມະດາ ແມ່ນຄວາມຮັບຜິດຊອບຂອງຜູ້ຖືກ ເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ຄອບຄົວ, ສໍາລັບຫ້ອງມໍລະ ສຸມ/ຫ້ອງຟື້ນຟູຊີບແມ່ນຈ່າຍຕາມ ຄວາມເປັນຈິງທີ່ໂຮງໝໍກໍານົດໄວ້; ຄ່າເຄື່ອງຊ່ວຍຕ່າງໆເຊັ່ນ: ແວ່ນຕາ, ແຂ້ວທຽມ, ເຄື່ອງຊ່ວຍຟັງ, ອົງຄະ ທຽມ ແລະ ເຄື່ອງຄໍ້າຊຸຕ່າງໆທີ່ ບໍ່ມີໜ່ວຍງານອື່ນຊ່ວຍເຫລືອ; ເງິນອັດຕາກິນໃນເວລາປິ່ນປົວຢູ່ ໂຮງໝໍ ແມ່ນຈະສະໜອງໃຫ້ແກ່ຜູ້ ເຄາະຮ້າຍທີ່ລອດຊີວິດສະມາຊິກ ຄອບຄົວທີ່ມາເຝົ້າ 2 ຄົນ, ແຕ່ໃນ ເວລາມາກວດຄືນອັດຕາກິນແມ່ນ ຈະສະໜອງໃຫ້ແກ່ຜູ້ເຄາະຮ້າຍທີ່ ລອດຊີວິດ ແລະ ສະມາຊິກຄອບ ຄົວທີ່ມາເຝົ້າ 1 ຄົນ ຈໍານວນ 250.000 ກີບ/ຄົນ/ວັນ; ກໍລະນີ ໂຮງໝໍຢັ້ງຢືນວ່າຄົນເຈັບ (ຜູ້ຖືກ ເຄາະຮ້າຍຈາກລະເບີດບໍ່ທັນແຕກ) ຈໍາເປັນຕ້ອງໄດ້ນໍາສົ່ງໄປປິ່ນປົວ ຢູ່ປະເທດໃກ້ຄຽງເປັນຕົ້ນແມ່ນ ປະເທດຫວຽດນາມ, ປະເທດໄທ cI''ko 30 7q o 16 j g,n v'lt|k,wwfh Ia [dkora fmtoklu ,n cI''ko ຂປລ. ເພື່ອເປັນການເພີ່ມທັກສະ ສີມືໃຫ້ແຮງງານມີຄຸນນະພາບທາງ ສູນພັດທະນາສີມືແຮງງານແຂວງ ອັດຕະປື ໄດ້ຈັດຊຸດຝຶກອົບຮົມຍົກ ລະດັບສີມືແຮງງານສາຂາປຸງແຕ່ງ ອາຫານຫົວຂໍ້ການເຮັດເຂົ້າໜົມ ຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ ແກ່ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ, ໂດຍມີເປົ້າ ໝາຍຍົກລະດັບຄວາມຮູ້ ແລະ ທັກ ສະວິຊາຊີບ ເພື່ອນຳໄປປະກອບ ອາຊີບ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ຄອບຄົວ. ພິທີ ດັ່ງກ່າວຈັດຂຶ້ນທີ່ຫ້ອງການແຮງ ງານ ແລະ ສະຫວັດດີການສັງຄົມ ເມືອງສະໜາມໄຊ, ໂດຍມີທ່ານ ສຸກສະເໝີແສນກັນຍາ ຮອງຫົວໜ້າ ພະແນກແຮງງານ ແລະ ສະຫວັດ ດີການສັງຄົມແຂວງ, ມີທ່ານນາງ ສຸກອຳພອນ ໂພສະລາດ ຫົວໜ້າ ສູນພັດທະນາສີມືແຮງງານແຂວງ, ຄູຝຶກ, ວິຊາການ ແລະ ນັກສຳມະ ນາກອນເຂົ້າຮ່ວມ. ທ່ານ ສຸດໃຈ ໄຊມົນຕີ ຫົວໜ້າຂະ ແໜງວິຊາການສູນພັດທະນາສີມື ແຮງງານ ໄດ້ຍົກໃຫ້ເຫັນວ່າ: ຜ່ານ ການຮຽນທັງພາກທິດສະດີ ແລະ ພາກປະຕິບັດ ພ້ອມການປະເມີນ ຜົນຫລັງການຝຶກ ພົບວ່ານັກສຳມະ ນາກອນທັງ 30 ຄົນ ສາມາດຮັບຮູ້ ແລະ ເຂົ້າໃຈເນື້ອໃນບົດຮຽນໄດ້ 95%, ຖືວ່າການຝຶກອົບຮົມບັນລຸ ຕາມຈຸດປະສົງທີ່ວາງໄວ້. ຜູ້ຜ່ານ ການຝຶກມີຄວາມຮູ້ພື້ນຖານ ແລະ ທັກສະໃນການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍສາມາດນຳ ໄປໝູນໃຊ້ໃນຊີວິດປະຈຳວັນ ແລະ ຕໍ່ຍອດເປັນອາຊີບເສີມ ຫລື ສ້າງ ກິດຈະການຂະໜາດນ້ອຍພາຍໃນ ຄອບຄົວ. ການຝຶກອົບຮົມຍົກລະດັບສີມື ແຮງງານ ເປັນວຽກງານສຳຄັນ ໃນການພັດທະນາຄົນ ແລະ ສ້າງ ແຮງງານໃຫ້ມີຄວາມຮູ້ມີທັກສະ ວິຊາຊີບສາມາດປະກອບອາຊີບ ແລະ ສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວ. ພ້ອມນີ້ ຍັງໄດ້ຊຸກຍູ້ໃຫ້ຜູ້ ຜ່ານການຝຶກນຳເອົາຄວາມຮູ້ ແລະ ປະສົບການໄປຝຶກຝົນພັດທະນາ ສີມືໃຫ້ຊຳນານຂຶ້ນ, ເລີ່ມຈາກການ ຜະລິດເພື່ອບໍລິໂພກພາຍໃນຄອບຄົວ ໄປສູ່ການຜະລິດເພື່ອຈຳໜ່າຍ ແລະ ສ້າງອາຊີບເສີມ. ນອກຈາກນັ້ນ, ຍັງໄດ້ແນະນຳໃຫ້ຜູ້ຜ່ານການຝຶກ ເອົາໃຈໃສ່ຮັກສາຄຸນນະພາບຜະລິດ ຕະພັນ, ຄວາມສະອາດ ແລະ ສຸ ຂະອະນາໄມໃນການປຸງແຕ່ງອາ ຫານ, ພ້ອມທັງຮູ້ຈັກຄິດໄລ່ຕົ້ນທຶນ ແລະ ກຳນົດລາຄາຈຳໜ່າຍໃຫ້ ເໝາະສົມ ເພື່ອພັດທະນາອາຊີບໃຫ້ ມີປະສິດທິຜົນ. ພາຍຫລັງສຳເລັດການຝຶກອົບ ຮົມທາງສູນພັດທະນາສີມືແຮງງານ ແຂວງອັດຕະປື ໄດ້ຈັດພິທີມອບໃບ ຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທັງ 30 ຄົນ ທີ່ສຳເລັດຫລັກສູດຕາມ ກຳນົດໂດຍມີທ່ານນາງສຸກອຳພອນ ໂພສະລາດ ເປັນຜູ້ກ່າວມອບໃບຢັ້ງ ຢືນ ເພື່ອຮັບຮອງຄວາມຮູ້ ແລະ ທັກ ສະວິຊາຊີບທີ່ໄດ້ຮັບ. ການຝຶກອົບຮົມຄັ້ງນີ້, ເປັນອີກ ກ້າວໜຶ່ງໃນການສົ່ງເສີມສີມືແຮງ ງານຢູ່ທ້ອງຖິ່ນໃຫ້ມີທັກສະວິຊາຊີບ ສາມາດເພິ່ງພາຕົນເອງ, ສ້າງວຽກ ເຮັດງານທຳ ແລະ ເພີ່ມລາຍຮັບອັນ ເປັນການປະກອບສ່ວນພັດທະນາ ເສດຖະກິດຄົວເຮືອນໃຫ້ເຕີບໂຕ ຢ່າງຍືນຍົງ. ໂດຍ: ມະນີວອນ ແລະ ປະເທດກຳປູເຈຍ, ຫ້ອງການ ຄຊກລ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI ຈະປຶກສາ ຫາລືກັນ ເພື່ອສະເໜີຂໍອະນຸມັດ ຈາກຜູ້ໃຫ້ທຶນສໍາລັບຊ່ວຍເຫລືອຄ່າ ເດີນທາງ, ເອກະສານທີ່ກ່ຽວຂ້ອງ ແລະ ຄ່າປິ່ນປົວ ຊຶ່ງຈະໄດ້ຮັບການ ພິຈາລະນາເປັນແຕ່ລະກໍລະນີ. ອັດ ຕາກິນສໍາລັບຄົນເຈັບເອງ ແລະ ຄອບຄົວທີ່ມາເຝົ້າ 1 ຄົນ ແມ່ນຈະ ເບີກຈ່າຍຕາມລະບຽບການຂອງ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI. ຖ້າກໍລະນີຈໍາເປັນແມ່ນໃຫ້ມີ ຕາງໜ້າສະຖາບັນຄົ້ນຄວ້າ ແລະ ຝຶກ ອົບຮົມ JSI ຕິດຕາມໄປນໍາ 1 ຄົນ. ກໍລະນີຜູ້ລອດຊີວິດກັບມາກວດ ຄືນ ຊຶ່ງຜູ້ກ່ຽວຈໍາເປັນຕ້ອງໄດ້ລໍຖ້າ ກວດໃນມື້ຕໍ່ໄປຕາມທ່ານໝໍນັດ, ກອງທຶນຊ່ວຍເຫລືອການປິ່ນປົວ ຂອງ ສ ອາເມລິກາ ສໍາລັບຜູ້ຖືກ ເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແມ່ນຈະ ຈ່າຍໃຫ້ຄ່າພັກເຊົາ 350.000 ກີບ ຕໍ່ຄືນ. ຜູ້ກ່ຽວຕ້ອງໄດ້ປະສານກັບ ຫ້ອງການ ຄຊກລ ຫລື ສະຖາບັນ ຄົ້ນຄວ້າ ແລະ ຝຶກອົບຮົມ JSI ກ່ອນ 1 ອາທິດ ຊຶ່ງມີອັດຕາກິນຕາມທີ່ໄດ້ ກຳນົດໄວ້; ກໍລະນີຜູ້ຖືກເຄາະຮ້າຍ ເສຍຊີວິດຈາກອຸປະຕິເຫດ ລບຕ ໃນ ສະຖານທີ່ເກີດເຫດ ຫລື ໃນເວລານໍາ ສົ່ງຄົນເຈັບໄປໂຮງໝໍ ຫລື ໃນເວລາ ປິ່ນປົວຢູ່ໂຮງໝໍຄອບຄົວຜູ້ເສຍຊີວິດ ຈະໄດ້ຮັບເງິນປະກອບສ່ວນໃນການ ຈັດງານສົບຈໍານວນ 20.000.000 ກີບຕໍ່ຄົນ; ກໍລະນີຜູ້ຖືກເຄາະຮ້າຍທີ່ ໄດ້ຮັບບາດເຈັບສາຫັດພາຍຫລັງ ກັບເມືອບ້ານຫລັງຈາກການປິ່ນປົວ ດີແລ້ວຈະມີເງິນຊ່ວຍເຫລືອ ເພື່ອ ປະກອບສ່ວນໃນການຈັດພິທີທາງ ສາສະໜາ (ບາສີສູ່ຂວັນ) ເປັນ ຈຳນວນ 3.000.000 ກີບ. ເງື່ອນ ໄຂທີ່ໄດ້ຮັບເງິນຊ່ວຍເຫລືອປະກອບ ສ່ວນສໍາລັບການຈັດພິທີທາງສາ ສະໜາ: ໄດ້ຮັບບາດເຈັບທີ່ເຮັດໃຫ້ ຮ່າງກາຍມີຄວາມບົກພ່ອງແບບ ຖາວອນ, ສູນເສຍອະໄວຍະວະໃດ ໜຶ່ງໃນຮ່າງກາຍ ຫລື ໄດ້ຮັບບາດ ເຈັບທີ່ເຮັດໃຫ້ໃບໜ້າເສຍໂສມ; ແມ່ ມານທີ່ມີການສູນເສຍລູກນ້ອຍໃນ ທ້ອງຈາກອຸບັດເຫດລະເບີດບໍ່ທັນ ແຕກ; ໄດ້ນອນປິ່ນປົວໃນໂຮງໝໍ ເປັນເວລາ 3 ວັນຂຶ້ນໄປ; ໄດ້ຮັບການ ຜ່າຕັດນ້ອຍ ຫລື ໃຫຍ່. ກໍລະນີມີຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກທີ່ບໍ່ໄດ້ລະບຸຢູ່ ໃນເງື່ອນໄຂຂອງນະໂຍບາຍດັ່ງ ກ່າວ ແມ່ນຫ້ອງການ ຄຊກລ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI ຈະເປັນຜູ້ພິຈາລະນາເປັນແຕ່ ລະກໍລະນີໄປ; ສຸກສາລາ; ໂຮງໝໍ ຊຸມຊົນ; ໂຮງໝໍແຂວງ; ໂຮງໝໍ ສູນກາງ; ຄຣິນິກເອກະຊົນ. ສຳລັບ ເອກະສານປະກອບໃນການຂໍການ ຊ່ວຍເຫລືອດ້ານການເງິນ ເພື່ອການ ປິ່ນປົວສໍາລັບຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກຈະຕ້ອງປະກອບ ເອກະສານ ແລະ ປະຕິບັດຕາມ ຂໍ້ກຳນົດ. ໃນນັ້ນ, ສໍາລັບກໍລະນີ ອຸບັດເຫດຈາກລະເບີດບໍ່ທັນແຕກທີ່ ເກີດໃໝ່ ປະກອບມີເອກະສານຄື: ໜັງສືຢັ້ງຢືນ ຫລື ບົດລາຍງານ ການເກີດອຸບັດເຫດລະເບີດບໍ່ທັນ ແຕກຈາກຂັ້ນບ້ານ ພ້ອມສໍາເນົາ ສໍາມະໂນຄົວ; ໜັງສືລາຍງານຈາກ ຫ້ອງວ່າການປົກຄອງເມືອງຫາ ພະແນກການຕ່າງປະເທດແຂວງ; ແບບຟອມບົດລາຍງານການເກີດ ອຸບັດເຫດຈາກລະເບີດບໍ່ທັນແຕກ (ເອກະສານຊ້ອນທ້າຍ 1); ແບບ ຟອມລາຍງານຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ; ແບບຟອມ ສະເໜີຂໍການຊ່ວຍເຫລືອ; ໃບບົ່ງ ມະຕິຈາກໂຮງໝໍ; ໃບບິນຄ່າລົດ ຂົນສົ່ງ (ຖ້າມີການຈ່າຍເງິນຄ່າລົດ ນໍາສົ່ງໂຮງໝໍ); ໃບຢັ້ງຢືນອອກ ໂຮງໝໍ (ກໍລະນີໄດ້ນອນໂຮງໝໍ); ໃບບິນຮັບເງິນຕົ້ນສະບັບຈາກໂຮງໝໍ (ໃບບິນຢາ); ໜັງສືລາຍງານຈາກ ພະແນກການຕ່າງປະ ເທດແຂວງຫາ ຫ້ອງການ ຄຊກລ. ສໍາລັບກໍລະນີການປິ່ນປົວຄືນ ສໍາລັບຜູ້ຖືກເຄາະຮ້າຍຈາກລະເບີດ ບໍ່ທັນແຕກປະກອບມີເອກະສານຄື: ໃບບົ່ງມະຕິຈາກໂຮງໝໍ; ໃບບິນຮັບ ເງິນຕົ້ນສະບັບຈາກໂຮງໝໍ (ໃບ ບິນຢາ); ໃບອອກໂຮງໝໍ (ສໍາລັບ ກໍລະນີໄດ້ນອນໂຮງໝໍ); ໃບບິນຄ່າ ລົດຂົນສົ່ງ (ຖ້າມີການຈ່າຍເງິນຄ່າ ລົດໄປໂຮງໝໍ); ແບບຟອມສະເໜີ ຂໍການຊ່ວຍເຫລືອ. ການໂອນເງິນ ເພື່ອທົດແທນຄືນ ກໍລະນີຄ່າປິ່ນປົວ ສໍາລັບຜູ້ຖືກເຄາະຮ້າຍທີ່ທາງໂຮງໝໍ ໃຫ້ຕິດໜີ້ແມ່ນຈະໂອນໂດຍກົງໃຫ້ ກັບໂຮງໝໍ ໂດຍອີງໃສ່ມູນຄ່າໃຊ້ ຈ່າຍຕົວຈິງທີ່ໂຮງໝໍສະຫລຸບສົ່ງໃຫ້ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI; ກໍລະນີ ຜູ້ຖືກເຄາະຮ້າຍຈ່າຍ ດ້ວຍຕົນເອງແມ່ນສະຖາບັນຄົ້ນ ຄວ້າ ແລະ ຝຶກອົບຮົມ JSI ຈະໂອນ ໂດຍກົງໃຫ້ແກ່ຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ພາຍຫລັງທີ່ ໄດ້ຮັບເອກະສານໃບບິນຄ່າໃຊ້ ຈ່າຍຄົບຖ້ວນທຸກຢ່າງທີ່ເປັນສະ ບັບແທ້ ໂດຍຜ່ານບັນຊີທະນາຄານ ຫລື ບັດປະຈໍາຕົວ/ປຶ້ມສຳມະໂນ ຄົວ, ກໍລະນີຜູ້ຖືກເຄາະຮ້າຍບໍ່ມີ ເອກະສານທີ່ກ່າວຂ້າງເທິງແມ່ນ ຈະໂອນຜ່ານຄະນະກຳມະການຄຸ້ມ ຄອງ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຂັ້ນແຂວງ (ຄຄກລຂ) ຫລື ຂັ້ນ ເ ມືອງ (ຄຄກລມ) ແຕ່ຕ້ອງໄດ້ມີເອກະ ສານມອບໝາຍຄວາມຮັບຜິດຊອບ ຈາກການຈັດຕັ້ງເປັນລາຍລັກ ອັກສອນ.

RkJQdWJsaXNoZXIy MTc3MTYxMQ==