xtgmf]k; 7 11/11/2026 gsfdko{dkora fmtok g,n v'[k9P'9tg]u ol5 d 9a fdy f9tde 9j kp1k0h kc,j mh v' .sh oa dIPomq j ;g,n v' c0;';P'9a o ln [8= j glu ,0tspkpdkoIj ;,,n grn j vfb 'f6 foa d]q 'mb o l gdq ks]u fh kort]a ''koltvkf ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 9 ພະຈິກ 2026 ທ່ານ ສີວຽງໄຊ ອໍລະ ບູນ ຮອງປະທານຄະນະກຳມະການ ປົກຄອງ ແຂວງວຽງຈັນ ພ້ອມດ້ວຍ ຄະນະ ໄດ້ເຂົ້າຮ່ວມສຳມະນາການ ຄ້າລາວ-ເກົາຫລີ ປະຈຳປີ 2026 ທີ່ນະຄອນຫລວງວຽງຈັນ. ການສຳ ມະນາຄັ້ງນີ້, ເປັນອີກບາດກ້າວໜຶ່ງ ໃນການເປີດເວທີໃຫ້ພາກລັດ ແລະ ພາກທຸລະກິດຂອງລາວ-ສ ເກົາຫລີ ໄດ້ແລກປ່ຽນຂໍ້ມູນ, ສ້າງຄວາມເຂົ້າ ໃຈກ່ຽວກັບໂອກາດການລົງທຶນ ແລະ ວາງພື້ນຖານ ສຳລັບການ ສືບຕໍ່ປະສານງານຮ່ວມມືໃນຕໍ່ໜ້າ ແລະ ຄາດວ່າຈະເປັນຊ່ອງທາງ ສຳຄັນໃນການດຶງດູດນັກລົງທຶນ ສ ເກົາຫລີ ເຂົ້າມາສຶກສາ ແລະ ພິຈາລະນາລົງທຶນ ໃນຂະແໜງພະ ລັງງານສະອາດ ຕະຫລອດຮອດ ຂະແໜງການອື່ນໆທີ່ມີທ່າແຮງອັນ ຈະປະກອບສ່ວນເຂົ້າໃນການຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງວຽງຈັນ ໃຫ້ເຕີບໂຕ ໃນຕໍ່ໜ້າ. ສຳມະນາຄັ້ງນີ້ ມີຈຸດປະສົງ ແລກປ່ຽນຂໍ້ມູນ, ສຶກສາຄົ້ນຄວ້າ ໂອກາດດ້ານການຄ້າ ແລະ ການ ລົງທຶນໃນຂະແໜງພະລັງງານ ໂດຍສຸມໃສ່ 3 ຫົວຂໍ້ສຳຄັນ ຄື: ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ສາທາລະນະ ສຸກເມືອງບາຈຽງຈະເລີນສຸກ ຮ່ວມ ກັບຫ້ອງການສຶກສາ ແລະ ກິລາ ເມືອງ ຈັດກິດຈະກຳ ຈ່າຍຢາຂ້າ ແມ່ທ້ອງ ໃຫ້ນັກຮຽນທົ່ວເມືອງ ໃນ ທ້າຍອາທິດຜ່ານມາ ທີ່ໂຮງຮຽນ ປະຖົມສົມບູນບາຈຽງ ບ້ານໜ້ອງ ກອກ ໂດຍມີ ທ່ານ ນາງ ໄກສອນ ຄຳຜາສຸກ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ທ່ານ ດຣ. ຄຳສິງ ພົງສາວະດານ ຮອງຫົວໜ້າຫ້ອງການສາທາລະນະ ສຸກເມືອງ ຜູ້ຊີ້ນຳວຽກງານອະນາ ໄມ ແລະ ສົ່ງເສີມສຸຂະພາບ ພ້ອມ ດ້ວຍຜູ້ອຳນວຍການໂຮງຮຽນ, ພະນັກງານແພດໝໍ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ທ່ານ ນາງ ໄກສອນ ຄຳ ຜາສຸກ ໄດ້ຊີ້ໃຫ້ເຫັນເຖິງຈຸດປະສົງ ຂອງການຈັດກິດຈະກຳໃນຄັ້ງນີ້ ກໍເພື່ອສົ່ງເສີມສຸຂະພາບຂອງນ້ອງ ນັກຮຽນ, ປ້ອງກັນພະຍາດທີ່ເກີດ ຈາກແມ່ທ້ອງ ພ້ອມທັງປູກຝັງຈິດ ສຳນຶກໃຫ້ນັກຮຽນຮູ້ຈັກຮັກສາອະ ນາໄມ ແລະ ເບິ່ງແຍງສຸຂະພາບ ຂອງຕົນເອງຢ່າງຖືກວິທີ. ສຳລັບການຈ່າຍຢາໃນຄັ້ງນີ້, ແມ່ນເປົ້າໝາຍນັກຮຽນອາຍຸແຕ່ 6-14 ປີ ຊຶ່ງຢູ່ໃນເກນການສຶກສາ ລະດັບປະຖົມ ແລະ ມັດທະຍົມຕົ້ນ ໂດຍໄດ້ຈັດສັນຢາໃຫ້ແກ່ໂຮງຮຽນ ຕ່າງໆ ພາຍໃນທົ່ວເມືອງ ລວມ ທັງໝົດ 8.200 ເມັດ. ກິດຈະກຳດັ່ງ ກ່າວ, ເປັນອີກໜຶ່ງວຽກງານສໍາຄັນ ໃນການປະສານສົມທົບ ລະຫວ່າງ ຂະແໜງສາທາລະນະສຸກ ແລະ ຂະແໜງສຶກສາ ເພື່ອຮ່ວມກັນດູແລ ແລະ ສົ່ງເສີມສຸຂະພາບຂອງເດັກ ນັກຮຽນໃຫ້ແຂງແຮງສົມໄວ. ຂ່າວ-ພາບ: ຈັນທະວີສຸກ gzu pczj oy 8y de0= ,6 o0j k;lkozj kovy og8u goa f c]t dko8h ko ltda fdA o vk-tpkdemk']t[q [7v,ry ;g8u 16 j g,n v'[q ;]trk ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ຂະແໜງບໍລິຫານລັດດີ ຈິຕອນ ແລະ ຄວາມປອດໄພທາງ ໄຊເບີ, ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຄຳມ່ວນ ເຜິຍແຜ່ນິຕິກຳຄຸ້ມຄອງຂໍ້ມູນຂ່າວ ສານ ຜ່ານອິນເຕີເນັດ ແລະ ການ ຕ້ານ, ສະກັດກັ້ນອາຊະຍາກຳທາງ ລະບົບຄອມພິວເຕີ ຢູ່ເມືອງບົວລະພາ ໂດຍການເປັນປະທານຂອງ ທ່ານ ດາວໄຫລ ແກ້ວດວງດີ ຮອງຫົວ ໜ້າພະແນກ ຕສ ແຂວງຄຳມ່ວນ, ທ່ານ ວິໄລ ລິບຸດດາຄຳ ຮອງປະ ທານກຳມະການປົກຄອງເມືອງ ບົວລະພາ, ມີບັນດາຫ້ອງການຂັ້ນ ເມືອງ, ນາຍບ້ານ, ຈຸດສຸມຕາແສງ ພາຍໃນເມືອງ, ຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະ ນະກຳມະການຄຸ້ມຄອງອິນເຕີເນັດ ແຂວງຄຳມ່ວນ, ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານ ອິນເຕີເນັດ ແລະ ການຕ້ານ, ສະກັດ ກັ້ນອາຊະຍາກຳ ທາງລະບົບຄອມ ພິວເຕີຢູ່ແຂວງຄຳມ່ວນ, ຮັບຟັງ ຄຳສັ່ງແນະນຳ ວ່າດ້ວຍການຢຸດຕິ ການບໍລິການດຳເນີນທຸລະກິດ ຮ້ານ ອິນເຕີເນັດກາເຟ, ຮ້ານຂາຍເຊີເກມ ຮູບແບບການພະນັນອອນລາຍ ໃນ ທົ່ວແຂວງຄຳມ່ວນ ສະບັບເລກທີ 03/ຈຂ, ລົງວັນທີ 1 ກໍລະກົດ 2025ແລະ ໄດ້ຮັບຟັງກ່ຽວກັບການ ສ້າງຄວາມຮັບຮູ້ ດ້ານຄວາມປອດ ໄພທາງໄຊເບີ ຊຶ່ງບັນດານິຕິກຳດັ່ງ ກ່າວ ແມ່ນໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການ ຕິດຕາມກວດກາ ວຽກງານຄວາມ ປອດໄພທາງໄຊເບີ ເພື່ອເຮັດໃຫ້ ວຽກງານດັ່ງກ່າວ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປົກປ້ອງ ຄວາມໝັ້ນຄົງຂອງຊາດ, ຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ, ຮັບປະກັນ ຄວາມປອດໄພຂອງຂໍ້ມູນຂ່າວ ສານ, ລະບົບພື້ນຖານໂຄງລ່າງທີ່ ສໍາຄັນ ແລະ ລະບົບດີຈິຕອນຂອງ ລັດ, ຈັດຕັ້ງ ແລະ ບຸກຄົນ ຮັບປະກັນ ສົ່ງເສີມ ການພັດທະນາເສດຖະກິດສັງຄົມດີຈິຕອນ ຢ່າງປອດໄພ ແລະ ຍືນຍົງ, ສ້າງຄວາມເຊື່ອໝັ້ນໃນ ການນໍາໃຊ້ເຕັກໂນໂລຊີ ແລະ ອິນເຕີ ເນັດ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ການໂຄສະນາເຜີຍແຜ່, ເຊື່ອມ ຊຶມບັນດາເອກະສານຕ່າງໆໃນຄັ້ງ ນີ້, ກໍເພື່ອສ້າງຄວາມຮັບຮູ້-ຄວາມ ເຂົ້າໃຈໃຫ້ພະນັກງານແລະ ອົງການ ຈັດຕັ້ງມະຫາຊົນ ໃນການນຳໃຊ້ອິນ ເຕີເນັດໃຫ້ເກີດປະໂຫຍດ ແລະ ຄົ້ນ ຄວ້າເບິ່ງບັນດາລະບົບເຕັກນິກທີ່ ທັນສະໄໝ ເພື່ອປ້ອງກັນພື້ນຖານ ໂຄງລ່າງ ດ້ານໂທລະຄົມ ແລະ ອິນເຕີເນັດ ໃຫ້ມີຄວາມປອດໄພ ສູງ ພ້ອມທັງການຫັນເປັນດີຈິຕອນ ແລະ ຄຸ້ມຄອງອິນເຕີເນັດ ເອົາໃຈ ໃສ່ບັນຫາຄວາມປອດໄພທາງໄຊ ເບີ; ອາຊະຍາກໍາທາງອອນລາຍ, ການໂຈລະກໍາ, ການຮົ່ວໄຫລຂອງ ຂໍ້ມູນລັບ, ການນຳໃຊ້ເຕັກໂນໂລຊີ ດີຈິຕອນ ໃນທາງທີ່ບໍ່ຖືກຕ້ອງ, ບໍ່ v7 4 c0;' g-n j v,-b ,oy 8y de c]t 0A o8vo dkop5 [g]u d{dkoxtdv[mb o9q fmt[Po;y lkstdy f ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມ ເຜີຍແຜ່ນິຕິກຳ ແລະ ແນະນຳຂັ້ນ ຕອນການຈັດຕັ້ງປະຕິບັດນິຕິກຳ ທີ່ຕິດພັນກ່ຽວກັບການຍຸບເລີກ, ການປະກອບທຶນຈົດທະບຽນ ວິສາຫະກິດ ແລະ ການນຳໃຊ້ບັນ ດາມາດຕະການຕໍ່ວິສາຫະກິດ ທີ່ ລະເມີດກົດໝາຍ ແລະ ລະບຽບ ການ ໃຫ້ແກ່ເຈົ້າໜ້າທີ່ທະບຽນ ວິສາຫະກິດ ພະແນກອຸດສາຫະກຳ ແລະ ການຄ້າ 4 ແຂວງພາກເໜືອ ຄື: ແຂວງອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງຫລວງນ້ຳ ທາ ເມື່ອມໍ່ໆມານີ້ ທີ່ແຂວງອຸດົມ ໄຊ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ວົງປະດິດ ວົງສະຫວາດ ຮອງຫົວໜ້າກົມ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ອຸ່ນຄຳ ອ່ອນພະຈັນ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການ ຄ້າ ແຂວງອຸດົມໄຊ. ກອງປະຊຸມໃນຄັ້ງນີ້ ກໍເພື່ອສ້າງ ຄວາມຮັບຮູ້ ແລະ ເຂົ້າໃຈທີ່ເປັນ ເອກະພາບ ໃຫ້ແກ່ບັນດາເຈົ້າໜ້າທີ່ ທະບຽນວິສາຫະກິດ ທັງ 4 ແຂວງ ກ່ຽວກັບ ເນື້ອໃນກົດໝາຍ, ນິຕິກຳ ແລະ ຄຳແນະນຳຕ່າງໆ ພ້ອມທັງ ຈັດຕັ້ງປະຕິບັດໄປໃນທິດທາງດຽວ ກັນ, ສ້າງຄວາມເຂັ້ມແຂງ ໃນການ ປະຕິບັດວຽກງານ ທະບຽນວິສາ ຫະກິດ, ຍົກສູງຄວາມສາມາດ, ທັກ ສະໃນການແກ້ໄຂບັນຫາ ແລະ ທົບ ທວນຄືນການຈັດຕັ້ງປະຕິບັດ ວຽກງານ ໃນໄລຍະຜ່ານມາ ແນໃສ່ ຮັບປະກັນທາງດ້ານການບໍລິການ ທີ່ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ. ເນື້ອໃນທີ່ ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບ ມີ: ກົດໝາຍວ່າດ້ວຍວິສາຫະກິດ, ການຈັດຕັ້ງປະຕິບັດທີ່ຕິດພັນກັບ ການປະກອບທຶນຈົດທະບຽນວິສາ ຫະກິດ, ການນຳໃຊ້ມາດຕະການ ຕໍ່ວິສາຫະກິດ ທີ່ລະເມີດກົດໝາຍ ແລະ ລະບຽບການ, ຂັ້ນຕອນການ ຍຸບເລີກວິສາຫະກິດ, ການແຈ້ງຂຶ້ນ ທະບຽນວິສາຫະກິດ ແບບເອເລັກ ໂຕຣນິກ ("). ໃນກອງປະຊຸມ, ຍັງໄດ້ຮັບຟັງ ການລາຍງານ ສະພາບລວມ ກ່ຽວ ກັບການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານທະບຽນວິສາຫະກິດ ຂອງແຕ່ລະແຂວງ ໃນລະຍະຜ່ານ ມາໂດຍຍົກໃຫ້ເຫັນຜົນງານ, ຂໍ້ ສະດວກ, ຂໍ້ຫຍຸ້ງຍາກ ແລະ ທ່າແຮງ ຕ່າງໆ ພ້ອມທັງມີການປະກອບຄຳ ຄິດຄຳເຫັນ ແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ ດ້ວຍການວິເຄາະ, ວິໄຈບັນຫາທີ່ພົບເຫັນໃນໄລຍະຜ່ານ ມາ ແລະ ຊອກຫາວິທີທາງແກ້ໄຂ ຮ່ວມກັນ ເພື່ອຫັນວຽກງານດ່ັງກ່າວ ໄປສູ່ລະບົບທີ່ທັນສະໄໝ, ຮັບປະກັນ ທາງດ້ານປະສິດທິພາບ ແລະ ປະ ສິດທິຜົນ. ຂ່າວ-ພາບ: ຄານມະນີ ຮຽນດໍຈັນ ຍຸດທະສາດການພັດທະນາພະລັງ ງານໄຟຟ້າຂອງ ສປປ ລາວ ໄລຍະ 10 ປີ (2025-2035); ການ ຈັດຊື້-ຈັດຈ້າງອຸປະກອນໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ ແລະ ໂອກາດການລົງທຶນດ້ານ ພະລັງງານສະອາດ ຢູ່ແຂວງວຽງ ຈັນ. ການສຳມະນາດັ່ງກ່າວ ນັບ ເປັນອີກກິດຈະກຳໜຶ່ງ ທີ່ສືບຕໍ່ເສີມ ຂະຫຍາຍສາຍພົວພັນ ແລະ ການ ຮ່ວມມື ລະຫວ່າງແຂວງວຽງຈັນ ກັບອົງການ ,053" ປະຈຳ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນຮູບປະທຳຫລາຍຂຶ້ນ. ໃນໂອກາດນີ້, ທ່ານ ຄຳພຸດ ນາມວົງສັກ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ວຽງຈັນ ໄດ້ນຳສະເໜີພາບລວມ ການພັດທະນາດ້ານພະລັງງານ ຂອງແຂວງໃນປັດຈຸບັນ ພ້ອມທັງ ແນວທາງ ແລະ ທິດທາງການພັດ ທະນາໃນຕໍ່ໜ້າ ເພື່ອເປັນຂໍ້ມູນ ໃຫ້ບັນດານັກລົງທຶນ ສ ເກົາຫລີ ໄດ້ຮັບຮູ້ເຖິງທ່າແຮງ, ໂອກາດ ແລະ ທິດທາງການລົງທຶນດ້ານ ພະລັງງານຢູ່ພາຍໃນແຂວງວຽງ ຈັນ. ພ້ອມກັນນັ້ນ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳ ມະການປົກຄອງແຂວງວຽງຈັນ ຍັງໄດ້ເຊື້ອເຊີນບັນດາບໍລິສັດ ສ ເກົາຫລີ ຜ່ານອົງການ ,053" ປະຈຳ ສປປ ລາວ ໃຫ້ເຂົ້າມາ ຢ້ຽມຢາມ, ສຶກສາສຳຫລວດ ແລະ ຄົ້ນຄວ້າໂອກາດການລົງທຶນຢູ່ ແຂວງວຽງຈັນ ໃຫ້ຫລາຍຂຶ້ນ ພ້ອມ ທັງຍົກໃຫ້ເຫັນເຖິງທີ່ຕັ້ງທາງພູມ ສາດ ທີ່ມີຄວາມສຳຄັນເຊື່ອມໂຍງ ໄປສູ່ບັນດາແຂວງພາກເໜືອຂອງ ປະເທດ ແລະ ທ່າແຮງສຳຄັນ 5 ດ້ານຂອງແຂວງ ໂດຍສະເພາະ ທ່າແຮງດ້ານການພັດທະນາພະ ລັງງານສະອາດ ທີ່ມີຄວາມເຊື່ອມ ໂຍງກັບບັນດາໂຄງການພັດທະ ນາຂະໜາດໃຫຍ່ ທີ່ພວມດຳເນີນຢູ່ ພາຍໃນແຂວງ ລວມທັງທ່າອ່ຽງ ຄວາມຕ້ອງການຊົມໃຊ້ພະລັງ ງານໄຟຟ້າ ທີ່ຄາດວ່າຈະເພີ່ມຂຶ້ນ ໃນອະນາຄົດ ຊຶ່ງ ເປັນປັດໄຈ ພື້ນຖານສຳຄັນ ໃນການສ້າງ ໂອກາດດຶງດູດການລົງທຶນ, ສ້າງ ຄວາມຮ່ວມມືດ້ານເຕັກໂນໂລຊີ ແລະ ຕໍ່ຍອດການພັດທະນາພະລັງ ງານສະອາດໃນແຂວງ ໃຫ້ມີຄວາມ ຍືນຍົງໃນຕໍ່ໜ້າ. h ສ້າງສັນ, ບັນຫາຂ່າວປອມ, ບັນຫາ ຫາງສຽງຜ່ານສື່ສັງຄົມອອນລາຍ ທີ່ກະທົບຕໍ່ຄວາມສະຫງົບ ຄວາມບໍ່ ເປັນລະບຽບຮຽບຮ້ອຍຂອງສັງຄົມ, ສະຖຽນນະພາບທາງການເມືອງ ແລະ ຄວາມໝັ້ນຄົງຂອງຊາດ. ສະນັ້ນ, ຄະນະກໍາມະການຫັນເປັນ ດີຈິຕອນ ແລະ ຄຸ້ມຄອງອິນເຕີເນັດ ຈຶ່ງເປັນເຈົ້າການຄົ້ນຄວົ້າ ເພື່ອຮັບ ປະກັນຄວາມພ້ອມດ້ານຕ່າງໆ ໂດຍ ສະເພາະ ປັບປຸງຂອດປະສານງານ ລະຫວ່າງຂະແໜງການຕ່າງໆ ແຕ່ ສູນກາງຮອດທ້ອງຖິ່ນ ທີ່ກ່ຽວພັນ ກັບການຫັນເປັນດີຈິຕອນ ແລະ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານ ອິນເຕີເນັດ. ໂອກາດນີ້, ທ່ານ ດາວໄຫລ ແກ້ວດວງດີ ໄດ້ຕີລາຄາສູງຕໍ່ການ ຄົ້ນຄວ້າ, ການກໍານົດບັນດາເປົ້າ ໝາຍທີ່ມີຄວາມສໍາຄັນ ແລະ ຈໍາ ເປັນທີ່ຈະຕ້ອງໄດ້ຄຸ້ມຄອງ, ພັດທະ ນາ, ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກ ໂນໂລຊີດີຈິຕອນ ສາມາດປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບ 2 ວາລະແຫ່ງຊາດ. ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຄົ້ນ ຄວ້າ ແລະ ປັບປຸງບັນດານິຕິກຳ ໃຫ້ສອດຄ່ອງກັບສະພາບການ ໃໝ່ ແລະ ເຕັກໂນໂລຊີວິທີການ ໃໝ່ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ເພື່ອເປັນບ່ອນອີງໃຫ້ວຽກງານ ຄຸ້ມຄອງອິນເຕີເນັດ ແລະ ຄວາມ ປອດໄພທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະ ພາບການ ພ້ອມທັງເລັ່ງແກ້ໄຂບັນ ຫາປະກົດການຫຍໍ້ທໍ້ ຜ່ານທາງ ລະບົບໂທລະຄົມມະນາຄົມ ແລະ ອິນ ເຕີເນັດ ເປັນຕົ້ນ ອາຊະຍາກໍາ ແລະ ການຕົວະຍົວະຫລອກຫລວງຜ່ານ ລະບົບອິນເຕີເນັດ, ຜ່ານແກ້ງຄໍເຊັນ ເຕີ, ການຮົ່ວໄຫລຂອງເອກະສານ ຂອງພັກ-ລັດ, ການຮົ່ວໄຫລຂໍ້ມູນ ສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ ແລະ ເວັບໄຊ, ບັນຫາເກມ-ການພະນັນ, ຄາຊີໂນ ອອນລາຍແລະສະພາບບັນຫາອື່ນໆ ທີ່ຕ້ອງໄດ້ເລັ່ງກວດກາຕິດຕາມ ແລະ ແກ້ໄຂໃນຕໍ່ໜ້າ.
RkJQdWJsaXNoZXIy MTc3MTYxMQ==