7405

xtgmf]k; 6 11/11/2026 glf4tdy f{la '7q , xt-k-q og0ffvogff{fvo7vo gxa og9Q kdkoxq dxa dIa dlk37']j k'dkomj v'mj P; grn j v7;k,pn opq ' glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ:ມາລີດາ ຂປລ. ສໍາລັບຜູ້ຍິງຫລາຍຄົນ, ບ້ານບໍ່ແມ່ນສະຖານທີ່ປອດໄພ ສະເໜີໄປ. ຄວາມຮຸນແຮງອາດຖືກ ປິດບັງໄວ້ໃນຄວາມອົດທົນຂອງ ແມ່ຍິງ ເພາະຄວາມຄາດຫວັງທາງ ສັງຄົມ, ຄວາມຢ້ານການຖືກຕຳນິ, ການເພິ່ງພາທາງດ້ານການເງິນ ຫລື ຄວາມຮູ້ສຶກວ່າບໍ່ມີບ່ອນໄປ. ຢູ່ ເບື້ອງຫລັງຂອງປະຕູທີ່ປິດ, ການ ລ່ວງລະເມີດ ສາມາດທໍາລາຍກຽດ ສັກສິດ, ເຮັດໃຫ້ຄອບຄົວແຕກແຍກ, ແລະ ຈໍາກັດອະນາຄົດ. ສໍາລັບ ນາງ ບຸນໄດ ທໍາມະວົງສາ, ການເຮັດໃຫ້ ຜູ້ຍິງ ແລະ ເດັກຍິງກ້າເວົ້າອອກມາ ແລະ ການຮັບປະກັນຄວາມປອດ ໄພໃຫ້ຜູ້ຍິງ ແລະ ເດັກຍິງຈາກ ຄວາມຮຸນ ເປັນພາລະກິດທີ່ນາງ ເຮັດມາເກືອບ 20 ປີແລ້ວ, ນາງໄດ້ ເກີດ ແລະ ເຕີບຢູ່ແຂວງອັດຕະປື, ປັດຈຸບັນນາງເຮັດວຽກເປັນຜູ້ອໍາ ນວຍການສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກ (P$8$) ຊຶ່ງນາງຍັງ ເຮັດວຽກໃຫ້ການຊ່ວຍເຫລືອຜູ້ລອດ ຊີວິດໂດຍກົງ ແລະ ເປັນຜູ້ຄຸ້ມຄອງ ທຸກກໍລະນີ. ໃນປີ 2017, ນາງ ບຸນໄດ ໄດ້ ເຂົ້າຮ່ວມເຮັດວຽກກັບສະຫະພັນ rk]tdy fdkoxq dxh v'gfa dpy ' c]t z6 h py ' .oc0;'va f8txn ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມ ກັບອົງການປົກຄອງທ້ອງຖິ່ນ ໄດ້ ຊຸກຍູ້ສົ່ງເສີມປະຊາຊົນເຂດດອນ ເດດ-ດອນຄອນ ໃຫ້ເພີ່ມທະວີຄວາມ ຮ່ວມມື ແລະ ມີສ່ວນຮ່ວມເປັນ ເຈົ້າການໃນການຄຸ້ມຄອງ, ປົກ ປັກຮັກສາພື້ນຖານໂຄງລ່າງການ ທ່ອງທ່ຽວ ໃຫ້ສາມາດນຳໃຊ້ໄດ້ ຢ່າງມີປະສິດທິຜົນ ແລະ ຍືນຍົງ ພາຍໃຕ້ໂຄງການພັດທະນາພື້ນຖານ ໂຄງລ່າງ ເພື່ອສົ່ງເສີມການທ່ອງ ທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ II ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ("D#)ໂດຍເນັ້ນໃສ່ການສ້າງ ຄວາມເປັນເຈົ້າການໃຫ້ຊຸມຊົນ ທ້ອງຖິ່ນໃນການຄຸ້ມຄອງ ແລະ ບຳລຸງຮັກສາພື້ນຖານໂຄງລ່າງ ຮ່ວມກັນ. ທ່ານ ນາງ ພອນມະລີ ອິນທະ ພົມ ຫົວໜ້າກົມ ພັດນະນາການ ກອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ໃຫ້ຮູ້ ວ່າ: ເຖິງວ່າໂຄງການພັດທະນາ ພື້ນຖານໂຄງລ່າງ ເພື່ອສົ່ງເສີມການ ທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າ ຂອງ ໄລຍະ II ຈະສໍາເລັດແລ້ວ, ແຕ່ທາງກະຊວງ ວທ ບໍ່ໄດ້ຖ້າໃຫ້ ການກໍ່ສ້າງສໍາເລັດກ່ອນຈຶ່ງປຶກສາ ຫາລື ເລື່ອງການຄຸ້ມຄອງ, ແຕ່ໄດ້ ຮ່ວມກັບອົງການປົກຄອງທ້ອງຖິ່ນ, ພາກທຸລະກິດຂະໜາດນ້ອຍ-ກາງ (4.&T) ແລະ ປະຊາຊົນປຶກສາ ຫາລືກັນມາແຕ່ປີ 2022 ເພື່ອແບ່ງ ຄວາມຮັບຜິດຊອບໃນການປົກປັກ ຮັກສາ ເປັນຕົ້ນແມ່ນ ເສັ້ນທາງ ຫລື ທ່າເຮືອ ຢູ່ເຂດບ້ານໃດແມ່ນມອບໃຫ້ ບ້ານນັ້ນເປັນເຈົ້າການຄຸ້ມຄອງ. ສາເຫດທີ່ລັດຖະບານ ແລະ ກະຊວງ ວທ ສຸມໃສ່ເຂດດັ່ງກ່າວ ເພາະວ່າ: ເຂດດອນເດດ-ດອນຄອນ ຫລື ມະ ຫານະທີສີພັນດອນ ເປັນໜຶ່ງໃນ ຈຸດໝາຍປາຍທາງ ທີ່ສໍາຄັນ ແລະ ເປັນຈຸດຂາຍຜະລິດຕະພັນການ ທ່ອງທ່ຽວ ທີ່ເຊື່ອມໂຍງກັບປະເທດ ໃກ້ຄຽງ ເປັນຕົ້ນແມ່ນ ປະເທດໄທ ແລະ ກຳປູເຈຍ. ສະນັ້ນ, ການພັດ ທະນາ ແລະ ຮັກສາພື້ນຖານໂຄງ ລ່າງ ໃຫ້ມີຄຸນນະພາບຈຶ່ງເປັນປັດ ໄຈສຳຄັນໃນການອຳນວຍຄວາມ ສະດວກແກ່ນັກທ່ອງທ່ຽວ. ທ່ານ ຫົວໜ້າກົມ ໃຫ້ຮູ້ຕື່ມວ່າ: ເຖິງແມ່ນວ່າໂຄງການດັ່ງກ່າວຈະ ມີກຳນົດສິ້ນສຸດໃນປີ 2026 ນີ້, ແຕ່ ກະຊວງ ວທ ເຫັນວ່າ ຍັງມີຄວາມ ຈໍາເປັນຕ້ອງໄດ້ສືບຕໍ່ສະໜັບສະໜູນ ທ້ອງຖິ່ນ ໂດຍສະເພາະການບຳລຸງ ຮັກສາພື້ນຖານໂຄງລ່າງ. ດັ່ງນັ້ນ, ຈຶ່ງໄດ້ສະເໜີຕໍ່ກະຊວງການເງິນ ແລະ ທະນາຄານພັດທະນາອາຊີ ("D#) ຂໍເລື່ອນໄລຍະເວລາ ຈັດຕັ້ງປະຕິບັດໂຄງການໄປຮອດ ເດືອນມິຖຸນາ ປີ 2027 ເພື່ອສືບຕໍ່ ສະໜັບສະໜູນການບໍາລຸງຮັກສາ ພ້ອມທັງຈັດຝຶກອົບຮົມຍົກລະດັບ ຄວາມສາມາດໃຫ້ແກ່ເພື່ອປະຊາຊົນ ແລະ ຜູ້ປະກອບການ ເຮັດໃຫ້ຄຸນ ນະພາບການບໍລິການດີຂຶ້ນ ສາມາດ ເຊື່ອມໂຍງການທ່ອງທ່ຽວຂອງ ສປປ ລາວ ເຂົ້າກັບພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ ແລະ ຍືນຍົງ. ແມ່ຍິງແຂວງ ຊຶ່ງເຮັດໃຫ້ນາງມີ ສ່ວນຮ່ວມຫລາຍຂຶ້ນໃນວຽກງານ ປົກປ້ອງແມ່ຍິງ ແລະ ເດັກຍິງ, ລວມ ທັງການຊ່ວຍເຫລືອຜູ້ລອດຊີວິດ ໃຫ້ ເຂົ້າເຖິງການຊ່ວຍເຫລືອທີ່ຈຳເປັນ. ບາດກ້າວທີ່ສຳຄັນໄດ້ເກີດຂຶ້ນໃນປີ 2023, ເມື່ອສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກ 6/'P" ແລະ ການຊ່ວຍເຫລືອ ທາງດ້ານທຶນຮອນຈາກລັດຖະບານ ຍີ່ປຸ່ນ, ໄດ້ເປີດສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກ ຂຶ້ນ ທີ່ແຂວງອັດຕະປື. ສູນດັ່ງກ່າວເປັນ ທີ່ພັກປອດໄພຊົ່ວຄາວ, ການໃຫ້ຄຳ ປຶກສາ, ການຊ່ວຍເຫລືອເບື້ອງຕົ້ນ, ຄຳປຶກສາທາງດ້ານກົດໝາຍ ແລະ ການສະໜັບສະໜູນດ້ານອາຊີບ, ລວມທັງການສົ່ງຕໍ່ໄປຍັງການ ບໍລິການດ້ານສາທາລະນະສຸກ, ເຂົ້າສູ່ຂະບວນການຍຸຕິທຳ ແລະ ການບໍລິການດ້ານອື່ນໆສຳລັບ ທີ່ ຜູ້ລອດຊີວິດຈາກຄວາມຮຸນແຮງ. ສຳລັບ ນາງ ບຸນໄດ, ການມີທີ່ພັກທີ່ ປອດໄພ ນັ້ນເປັນພຽງສ່ວນໜຶ່ງຂອງ ການແກ້ໄຂບັນຫາເທົ່ານັ້ນ. ນາງ ຍັງມີຄວາມກັງວົນ ກ່ຽວກັບຄວາມ ສ່ຽງທີ່ຈະເຊື່ອມໂຍງກັບການແຕ່ງ ງານຂ້າມຊາຍແດນ ຫລື ຂ້າມຊາດ, ໂດຍສະເພາະໃນສະພາບມີຄວາມ ຫຍຸ້ງຍາກທາງເສດຖະກິດ ເຮັດ ໃຫ້ຄຳສັນຍາເລື່ອງການແຕ່ງງານ ແລະ ຄວາມໝັ້ນຄົງທາງການເງິນ ກາຍເປັນສິ່ງທີ່ດຶງດູດໃຈສຳລັບ ຄອບຄົວ ຫລື ແມ່ຍິງ. ໃນບາງ ສະຖານະການ, ແມ່ຍິງ ແລະ ເດັກ ຍິງອາດຈະຕົກລົງແຕ່ງງານໂດຍ ມີຂໍ້ມູນຈຳກັດ ກ່ຽວກັບບຸກຄົນ ທີ່ຈະແຕ່ງງານນຳ ຫລື ບໍ່ຮູ້ເຖິງ ຄວາມສ່ຽງທີ່ອາດຈະເກີດຂຶ້ນ ເຊັ່ນ: ການຂູດຮີດ, ການຕົກເປັນເຫຍື່ອ ຂອງການຄ້າມະນຸດ ຫລື ການຖືກ ທຳຮ້າຍຮ່າງກາຍ ແລະ ຈິດໃຈ. ສຳລັບ ທ່ານນາງ ບຸນໄດ ການ ຮັບມືກັບຄວາມຮຸນແຮງ ບໍ່ຄວນ ເລີ່ມຕົ້ນພຽງແຕ່ຫລັງຈາກທີ່ເກີດ ຄວາມເສຍຫາຍຂຶ້ນແລ້ວເທົ່ານັ້ນ. ວຽກງານປ້ອງກັນຄວນເລີ່ມຕົ້ນ ໃຫ້ໄວຂຶ້ນກວ່ານັ້ນ ຄື: ເລີ່ມຈາກ ພາຍໃນຄອບຄົວ, ໂຮງຮຽນ ແລະ ຊຸມຊົນ. ສະນັ້ນ, ແມ່ຍິງ ແລະ ເດັກຍິງຈຳເປັນຕ້ອງສາມາດເຂົ້າ ເຖິງຂໍ້ມູນກ່ຽວກັບສິດທິຂອງຕົນ ແລະ ການບໍລິການຕ່າງໆທີ່ມີຢູ່; ໃນຂະນະດຽວກັນ, ຄົນໜຸ່ມສາວ ກໍຈຳເປັນຕ້ອງມີຄວາມຮູ້ ແລະ ຄວາມໝັ້ນໃຈ ໃນການຈຳແນກ ສະຖານະການທີ່ອາດເຮັດໃຫ້ພວກ ເຂົາຕົກຢູ່ໃນຄວາມສ່ຽງ, ພ້ອມທັງ ຮູ້ຈັກຊອກຫາຄວາມຊ່ວຍເຫລືອ ເມື່ອມີຄວາມຈຳເປັນ.

RkJQdWJsaXNoZXIy MTc3MTYxMQ==