7405

xtgmf]k; # 0j k; c]t gsfdko 11/11/2026 gruj,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 ocsj ' lxx ]k;K dkolh k'glf4tdy fgvdt]kf gxa og9Q k8q ogv' c,j orN o4kova o|a dc|h o grnj vlh k'-kf.sh I5j 'gIn v' pq dl6 '75 ootrk[;Pd'ko dkog,n v'{co;7y f .ow]pt.\j ຂປລ. ໃນການດຳເນີນພາລະ ກິດປ່ຽນແປງໃໝ່, ພັກເຮົາຍາມ ໃດກໍເຫັນໄດ້ຄວາມສຳຄັນ ຂອງ ວຽກງານການ ເມືອງ-ແນວຄິດ ແລະ ໃນທຸກໆມະຕິ ຂອງກອງປະ ຊຸມໃຫຍ່ຂອງພັກ ລ້ວນແຕ່ໄດ້ກຳ ນົດທິດທາງອັນສຳຄັນ ແລະ ຊີ້ນຳ ຢ່າງໃກ້ຊິດຕໍ່ການເຄື່ອນໄຫວໃນ ຂົງເຂດດ້ານການເມືອງ-ແນວຄິດ. ຍ້ອນວ່າວຽກງານການເມືອງແນວ ຄິດ ແມ່ນວຽກກົກໃນການກໍ່ສ້າງ ປັບປຸງພັກ, ເປັນປັດໄຈສຳຄັນທີ່ ຮັບປະກັນສະຖຽນລະພາບທາງ ດ້ານການເມືອງ, ຮັບປະກັນຄວາມ ໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ, ທັງເປັນການສ້າງກຳລັງແຮງແຫ່ງ ຄວາມເປັນເອກະພາບດ້ານການ ເມືອງ ແລະ ກຳລັງແຮງໃນການ ຈັດຕັ້ງປະຕິບັດໜ້າທີ່ຕົວຈິງຂອງ ພັກ. ວຽກງານການເມືອງ-ແນວ ຄິດ ແມ່ນວຽກຕົ້ນຕໍ, ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍ ກົງຂອງຄະນະພັກ. ຄະນະພັກ ແຕ່ລະຂັ້ນ ແລະ ຜູ້ນຳແຕ່ລະບ່ອນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບໃນການກຳນົດ ທິດ ແລະ ໜ້າທີ່ຈຸດສຸມ, ຕອບສະ ໜອງການແກ້ບັນຫາທີ່ຕັ້ງຂຶ້ນ ໃນແຕ່ລະໄລຍະ. ພ້ອມທັງເປັນ ເຈົ້າການນຳພາ-ຊີ້ນຳ ກ່ຽວກັບ ການກໍ່ສ້າງ, ບຳລຸງ, ການບັນຈຸ, ສັບຊ້ອນຖັນແຖວພະນັກງານທີ່ເຮັດ ວຽກງານການເມືອງ-ແນວຄິດ ໃຫ້ ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການ ສ້າງ, ປັບປຸງພັກ ແລະ ຍົກສູງຄຸນ ນະພາບການນຳພາຂອງພັກ. ການດຳເນີນວຽກງານການ ເມືອງ-ແນວຄິດ ຕ້ອງຢູ່ໃນທ່າບຸກ, ນຳໃຊ້ຫລາຍຮູບການ, ຫລາຍ ກຳລັງ ແລະ ມີເນື້ອໃນທີ່ຖືກຕ້ອງ ຂປລ. ໃນທ່າມກາງສະພາບ ເສດຖະກິດໂລກທີ່ມີຄວາມຜັນ ຜວນ ແລະ ເຕັມໄປດ້ວຍຄວາມ ສ່ຽງ, ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໄດ້ກາຍເປັນ ທິດທາງຍຸດທະສາດທີ່ສຳຄັນ ຂອງ ປະເທດເຮົາ ເພື່ອຮັບປະກັນສະຖຽນ ລະພາບທາງດ້ານເສດຖະກິດ- ສັງຄົມ ແລະ ນຳພາປະເທດຊາດ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ຢ່າງແທ້ຈິງ. ຢາກສ້າງເສດຖະກິດ ເອກະ ລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂ ເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກການ ເປັນເຈົ້າການ ພັດທະນາຊັບພະຍາ ກອນມະນຸດແລ້ວ ຍັງຕ້ອງມີການ ພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດ ຕະພັນທີ່ຫລາກຫລາຍ, ພັດທະນາ ລະບົບການເງິນ-ເງິນຕາໃຫ້ເຂັ້ມ ແຂງ ແລະ ເປັນເຈົ້າການເຊື່ອມ ໂຍງເຂົ້າກັບສາກົນ. ສຸມໃສ່ສ້າງ ພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກບໍລິໂພກພຽງພໍເພື່ອຕອບສະໜອງພື້ນ ໂດຍ: ພິດສະໄໝ ]a f4tdvo76 .\j gruj ,7;k,g0Q k.9 fh ko]t[P[;y wo c]t 9a opk[a o ສອດຄ່ອງກັບແຕ່ລະເປົ້າໝາຍ; ຕ້ອງຖືການກຳແໜ້ນສະພາບແນວ ຄິດ, ກຳແໜ້ນຫາງສຽງ ແລະ ສາມາດຄາດຄະເນທ່າອ່ຽງແນວ ຄິດທີ່ຈະເກີດຂຶ້ນ ຜ່ານການຄົ້ນ ຄວ້າ, ວິເຄາະວິໄຈຢ່າງເລິກເຊິ່ງ ເພື່ອຮັບປະກັນຄວາມເປັນເຈົ້າການ ເຄື່ອນໄຫວໃນທຸກສະຖານະການ ແລະ ຮັບປະກັນ 4 ລັກສະນະ ພື້ນຖານ ຄື: ລັກສະນະນຳພາ, ລັກສະນະຕໍ່ສູ້, ລັກສະນະວິທະ ຍາສາດ-ຕົວຈິງ, ລັກສະນະມະຫາ ຊົນ ຄຽງຄູ່ກັບການຄົ້ນຄວ້າທິດ ສະດີ ແລະ ສະຫລຸບພຶດຕິກຳ, ເພີ່ມ ທະວີການຄົ້ນຄວ້າ, ກຳແໜ້ນ ເປັນລະບົບ ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເພື່ອ ຮັບປະກັນເປັນພື້ນຖານອັນໜັກ ແໜ້ນດ້ານແນວຄິດ ແລະ ວິທີ ວິທະຍາຂອງພັກ ໃນການນຳພາ ພາລະກິດປະຕິວັດໃນໄລຍະໃໝ່. ຮຽນຮູ້ບົດຮຽນຂອງພັກອ້າຍນ້ອງ ໃນການກຳນົດ ແລະ ຜັນຂະຫຍາຍ ແນວທາງກໍ່ສ້າງສັງຄົມນິຍົມ, ທັງ ເປັນເຈົ້າການຄົ້ນຄວ້າ-ສັງລວມ ພຶດຕິກຳການນຳພາຂອງພັກ ເພື່ອ ກຳແໜ້ນບັນຫາການເມືອງ, ເສດ ຖະກິດ, ວັດທະນະທຳ-ສັງຄົມ ທີ່ພັກຕ້ອງສຸມໃສ່ແກ້ໄຂໃນແຕ່ລະໄລ ຍະ, ເປັນບ່ອນອີງອັນໜັກແໜ້ນ ເພື່ອບູລະນະແນວທາງ, ແຜນນະ ໂຍບາຍ ແລະ ປັບປຸງຍົກລະດັບ ຄຸນນະພາບຂອງການຈັດຕັ້ງ ແລະ ການເຄື່ອນໄຫວນຳພາຂອງພັກ ໃຫ້ສູງຂຶ້ນ. ພ້ອມກັນນັ້ນ ແມ່ນສຸມໃສ່ສ້າງ ການຫັນປ່ຽນໃຫ້ແຂງແຮງ ແລະ ເລິກເຊິ່ງ ໃນການເຜີຍແຜ່-ເຊື່ອມ ຊຶມບັນດາມະຕິຂອງພັກ ໂດຍ ເອົາເປົ້າໝາຍການສ້າງຄວາມ ເຂົ້າໃຈຖືກຕ້ອງ ເອກະພາບ ກ່ຽວ ກັບເນື້ອໃນພື້ນຖານແຕ່ລະດ້ານ ຂອງແຜນນະໂຍບາຍ ຕິດພັນກັບ ການສ້າງຄວາມເຂົ້າໃຈ ແລະ ຄວາມຮັບຜິດຊອບຕົວຈິງ ໃນການ ປະຕິບັດຢູ່ແຕ່ລະຂັ້ນ ກໍຄືພະນັກ ງານ-ສະມາຊິກພັກແຕ່ລະຄົນ, ເຮັດ ໃຫ້ການສ້າງຄວາມຮັບຮູ້ເຂົ້າໃຈ, ຕື່ນຕົວຮັບຜິດຊອບ ແລະ ການຈັດ ຕັ້ງນຳພາປະຕິບັດຕົວຈິງບໍ່ຕັດແຍກ ອອກຈາກກັນ ແລະ ກາຍເປັນຂະ ບວນການຢ່າງຕໍ່ເນື່ອງ ແລະ ແຂງ ແຮງ. ໂດຍ: ຢ່າຕົ່ງ ແມ່ນເພີ່ມຂີດຄວາມສາມາດໃນ ການຜະລິດສິນຄ້າ ເພື່ອທົດແທນ ການນຳເຂົ້າ ແລະ ສົ່ງເສີມການ ສົ່ງອອກສິນຄ້າ ທີ່ມີມູນຄ່າເພີ່ມ; ຍົກ ລະດັບສີມືແຮງງານ ແລະ ຄວາມຮູ້ ຄວາມສາມາດ ເພື່ອຕອບສະໜອງ ການພັດທະນາໃນຍຸກທັນສະໄໝ; ຮັກສາສະຖຽນລະພາບອັດຕາ ແລກປ່ຽນ ແລະ ສົ່ງເສີມການນຳ ໃຊ້ເງິນກີບຢ່າງແຜ່ຫລາຍ ແລະ ພັດທະນາລະບົບຄົມມະນາຄົມ, ພະລັງງານ ແລະ ເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃຫ້ ແກ່ການຄ້າ-ການບໍລິການ. ການ ສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ບໍ່ແມ່ນພຽງແຕ່ໜ້າທີ່ ຂອງລັດຖະບານ, ແຕ່ແມ່ນພັນທະ ຂອງທຸກພາກສ່ວນໃນສັງຄົມ. ການ ຫັນມາຮ່ວມໃຈກັນຊົມໃຊ້ ແລະ ພັດທະນາສິນຄ້າຜະລິດຢູ່ລາວ ກໍແມ່ນກໍາລັງແຮງຂັບເຄື່ອນອັນ ມະຫາສານ ທີ່ຈະຊ່ວຍໃຫ້ເສດຖະ ກິດ ຂອງຊາດເຮົາເຕີບໂຕຢ່າງໜັກ ແໜ້ນ ແລະ ຍືນຍົງ ໂດຍພ້ອມກັນ ປະຕິບັດຄໍາຂວັນທີ່ວ່າ: “ລາວເຮັດ ລາວໃຊ້ ລາວຮ່ວມໃຈ ເສດຖະກິດ ລາວ ໝັ້ນຄົງຍືນຍົງ”. ຖານການດໍາລົງຊີວິດ ຂອງສັງຄົມ ລາວ ໂດຍບໍ່ເພິ່ງພາການນໍາເຂົ້າ ຈາກພາຍນອກດ້ານດຽວ ກ້າວສູ່ ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ ໃນລະບົບ ການຜະລິດ ຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ ການສົ່ງອອກສິນຄ້າ, ປຸງແຕ່ງ ຊັບພະຍາກອນ ທີ່ເປັນທ່າແຮງ ຂອງປະເທດ ໂດຍນໍາໃຊ້ເຕັກນິກເຕັກໂນໂລຊີທີ່ທັນສະໄໝ. ປັບປຸງ ລະບົບການເງິນ-ເງິນຕາໃຫ້ເຂັ້ມ ແຂງແຮງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບເສດ ຖະກິດຂອງປະເທດ. ການເປັນເຈົ້າ ຕົນເອງທາງດ້ານເສດຖະກິດ ບໍ່ ໄດ້ໝາຍເຖິງການອັດປະຕູຂັງໂຕ ເອງ, ແຕ່ແມ່ນການນຳໃຊ້ທ່າແຮງ ພາຍໃນປະເທດ ທັງຊັບພະຍາກອນ ທຳມະຊາດ, ພູມປັນຍາ ແລະ ຊັບພະ ຍາກອນມະນຸດ ໃຫ້ເກີດຜົນປະໂຫຍດ ສູງສຸດ ໂດຍຫລຸດຜ່ອນການເພິ່ງພາ ອາໄສຈາກພາຍນອກໃນດ້ານທີ່ບໍ່ ຈຳເປັນ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ພວກເຮົາຕ້ອງໄດ້ເອົາໃຈໃສ່ສຸມໃສ່ ບາງດ້ານທີ່ສຳຄັນ ໂດຍສະເພາະ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນພິທີ ປະຖົມນິເທດລັດຖະກອນຄູໃໝ່ ປະຈຳສົກຮຽນ 2025-2026 ທີ່ ຈັດຂຶ້ນເມື່ອບໍ່ດົນນີ້, ທ່ານ ຕຸດາ ວັນ ໜໍ່ເມືອງເສດ ຄະນະປະຈຳພັກ ກະຊວງ, ຫົວໜ້າກົມຈັດຕັ້ງ ກະ ຊວງສຶກສາທິການ ແລະ ກິລາ ໄດ້ ເນັ້ນໜັກໃຫ້ຄູທຸກຄົນມີຄວາມ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກົດໝາຍ, ລະບຽບການ, ນະໂຍບາຍ ແລະ ຂໍ້ກຳນົດຕ່າງໆຂອງລັດຖະກອນ, ຮັບຮູ້ບົດບາດ ແລະ ໜ້າທີ່ຂອງ ຕົນເອງ ພ້ອມທັງຕັ້ງໃຈປະຕິບັດ ວຽກງານສິດສອນ ຢ່າງມີຄວາມ ຮັບຜິດຊອບສູງ ພ້ອມທັງຮຽກຮ້ອງ ໃຫ້ລັດຖະກອນຄູໃໝ່ທຸກຄົນ ຈົ່ງ ຍຶດໝັ້ນໃນອຸດົມການ, ຮັກສາລະ ບຽບວິໄນ, ມີຄຸນສົມບັດ, ສິນທຳ ປະຕິວັດ ແລະ ຈັນຍາບັນວິຊາຊີບ ຄູ, ມີຄວາມຮັກແພງເອົາໃຈໃສ່ຕໍ່ ລູກສິດ ແລະ ຫ້າວຫັນຊອກຮູ້ຮ່ຳ ຮຽນ ເພື່ອພັດທະນາຄວາມຮູ້ຄວາມ ສາມາດ ແລະ ທັກສະວິຊາຊີບຂອງ ຕົນຢູ່ສະເໝີ ແນໃສ່ເຮັດໃຫ້ການ ປະຕິບັດໜ້າທີ່ການສິດສອນມີຄນຸ ນະພາບ. ປັດຈຸບັນ, ທົ່ວແຂວງສະຫວັນ ນະເຂດ ມີໂຮງຮຽນ 1.778 ແຫ່ງ ໃນນີ້, ໂຮງຮຽນລ້ຽງເດັກອະນຸບານ 495 ແຫ່ງ, ໂຮງຮຽນ ປະຖົມສຶກສາ 1.093 ແຫ່ງ ແລະ ໂຮງຮຽນມັດທະຍົມສຶກສາ 129 ແຫ່ງ, ມີຫ້ອງຮຽນ 6.620 ຫ້ອງ ແລະ ມີນັກຮຽນ 174.000 ກວ່າ ຄົນ, ຍິງ 8.765 ຄົນ. ສ່ວນບຸກ ຄະລາກອນຄູ ແລະ ພະນັກງານລັດຖະກອນທົ່ວແຂວງມີ 9.008 ຄົນ, ຍິງ 5.700 ກວ່າຄົນ ໃນນັ້ນ, ຄູທີ່ເປັນລັດຖະກອນມີ 6.794 ຄົນ, ຍິງ 4.300 ກວ່າຄົນ, ຄູປ້ອງກັນ ຊາດ 500 ກວ່າຄົນ, ຍິງ 368 ຄົນ, ຄູສັນຍາຈ້າງ 368 ຄົນ, ຍິງ 278 ຄົນ ແລະ ຄູພາກເອກະຊົນ 600 ກວ່າຄົນ, ຍິງ 543 ຄົນ. ໃນ ສົກຮຽນ 2025-2026, ແຂວງ ສະຫວັນນະເຂດ ໄດ້ຮັບອະນຸມັດ ລັດຖະກອນຄູໃໝ່ 255 ຄົນ.

RkJQdWJsaXNoZXIy MTc3MTYxMQ==