gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 11/11/2026 xtgmf]k; ສະຫລອງວັນສ້າງຕັ້ງ... ລາວ-ຈີນ ຫາລືແຜນການ... ເປີດກອງປະຊຸມສະໄໝສາມັນ... ຫາລືປ້ອງກັນຄວາມປອດໄພ... ຫສພ ດຳເນີນກອງປະຊຸມ... ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງສະໂມສອນເພື່ອນ ສະຫາຍຮ່ວມໂຮງຮຽນພັກຊັ້ນສູງ ໂມດສະກູ ຄົບຮອບ 1 ປີ ຈັດຂຶ້ນໃນ ວັນທີ 7 ພະຈິກ 2026 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍມີ ຄະນະບໍລິຫານ, ຄະນະທີ່ປຶກສາ ແລະ ສະມາຊິກສະໂມສອນ ພ້ອມ ດ້ວຍແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ບົວສອນ ບຸບຜາວັນ ປະທານສະໂມສອນ ເພື່ອນສະຫາຍ ຮ່ວມໂຮງຮຽນພັກຊັ້ນສູງ ໂມດສະກູ ໄດ້ມີຄໍາເຫັນໃນພິທີວ່າ: ໃນໄລຍະ 1 ປີຜ່ານມາ ເປັນບາດກ້າວທຳອິດ ບົນ ເສັ້ນທາງຍາວໄກ, ສະໂມສອນຍັງ ມີຄວາມຮຽກຮ້ອງຕ້ອງການ ແລະ ສິ່ງທ້າທາຍຫລາຍຢ່າງທີ່ພວກເຮົາ ຕ້ອງໄດ້ຮ່ວມກັນຜ່ານຜ່າແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນເລື້ອຍໆ ໂດຍໄດ້ທົບທວນຄືນຄວາມຊົງຈຳ ອັນດີງາມໃນໄລຍະສຶກສາຮ່ຳຮຽນ ຢູ່ໂຮງຮຽນພັກຊັ້ນສູງ ໂມດສະກູ ຊຶ່ງ ຖືວ່າບໍ່ພຽງແຕ່ເປັນສະຖາບັນການ ສຶກສາຊັ້ນນຳຂອງພັກກອມມູນິດ ແຫ່ງສະຫະພາບໂຊວຽດເທົ່ານັ້ນ, ແຕ່ຍັງເປັນ “ສູນເຕົ້າໂຮມແຫ່ງ ປັນຍາ ແລະ ອຸດົມການປະຕິວັດ” ທີ່ ໄດ້ຫລໍ່ຫລອມໃຫ້ພວກຕົນກາຍເປັນ ພະນັກງານສືບທອດທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳ ປະຕິວັດ ແລະ ມີຄວາມຈົງຮັກພັກດີ ຢ່າງສຸດຊຶ້ງຕໍ່ພັກ ແລະ ປະເທດຊາດ. ສະໂມສອນດັ່ງກ່າວ ມີບົດບາດ ເຕົ້າລວມເອົາເພື່ອນສະຫາຍຮ່ວມ ສະຖາບັນແຕ່ລະຮຸ່ນແຕ່ລະໄລຍະ ໃຫ້ເຂົ້າມາເປັນສະມາຊິກສະໂມ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກຫ້ອງວ່າການສູນກາງ ພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນ ທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທີ່ ເຂັ້ມແຂງຂອງຄະນະພັກ, ຍູ້ແຮງ ການປ່ຽນແປງໃໝ່ໃນການເປັນ ເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ” ພາຍໃຕ້ການ ເປັນປະທານຂອງສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ, ໃຫ້ກຽດ ເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ສະຫາຍ ວິໄລ ຫລ້າຄຳຟອງ ກຳມະການ ກົມການເມືອງສູນກາງພັກ, ຜູ້ ປະຈຳການຄະນະເລຂາທິການ ສູນກາງພັກ, ມີບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ແລະ ພະນັກງານອາວຸໂສ-ບຳນານ, ຜູ້ແທນສົມບູນ ເຂົ້າຮ່ວມ 172 ສະຫາຍ, ຍິງ 67 ສະຫາຍ ທີ່ເປັນ ຕົວແທນໃຫ້ສະມາຊິກພັກ ທັງໝົດ 302 ສະຫາຍ. ກອງປະຊຸມໃຫຍ່ຄັ້ງນີ້, ເປັນ ເຫດການສຳຄັນທາງການເມືອງ ຂອງອົງຄະນະພັກຫ້ອງວ່າການ ສູນກາງພັກ ທີ່ຈະໄດ້ຕີລາຄາຜົນ ງານ, ຂໍ້ຄົງຄ້າງ ແລະ ບົດຮຽນ ຈາກການນຳພາ-ຊີ້ນຳໃນໄລຍະ 5 ປີຜ່ານມາ; ກຳນົດທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມ ໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີຄວາມ ສອດຄ່ອງກັບໜ້າທີ່ການເມືອງຂອງ ຫ້ອງວ່າການສູນກາງພັກ ໃນການ ເປັນເສນາທິການຊ່ວຍສູນກາງພັກ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ຫາລືກ່ຽວກັບແຜນການຮ່ວມມືຍຸດ ທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງ ຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທັງສອງຝ່າຍໄດ້ ຕີລາຄາສູງເຖິງສາຍພົວພັນການ ຮ່ວມອັນດີງາມລະຫວ່າງສອງ ປະເທດ ລາວ-ຈີນ ທີ່ມີມາແຕ່ດົນ ນານ, ພ້ອມທັງປຶກສາຫາລືແຜນ ການຮ່ວມມືຫລາຍດ້ານເປັນຕົ້ນການ ຮ່ວມມືທາງດ້ານການສ້າງຫລັກສູດ ພາສາຈີນ ເຂົ້າໃນຊັ້ນມັດທະຍົມ ຂອງ ສປປ ລາວ; ການຮ່ວມມືດ້ານ ຊັບພະຍາກອນມະນຸດ ລາວ-ຈີນ ລະດັບຊາດເພາະເປັນວຽກງານ ທີ່ຕິດພັນໂດຍກົງກັບຄວາມໝັ້ນ ຄົງ, ຄວາມສະຫງົບ, ຄວາມປອດ ໄພຂອງປະເທດຊາດ, ປັດຈຸບັນ ບັນດາໄພຂົ່ມຂູ່ທາງດ້ານຄວາມ ປອດໄພການບິນມີຫລາຍຮູບແບບ ແລະ ມີຄວາມທ້າທາຍສູງຂຶ້ນ ເລື້ອຍໆ; ເຫດການຮ້າຍແຮງທີ່ໄດ້ ສ້າງຄວາມເສຍຫາຍ ແລະ ຢ້ານກົວ ໃນໄລຍະຜ່ານມາ ແມ່ນການນໍາ ພັກ-ລັດ, ແນວລາວສ້າງຊາດ ເຂົ້າຮ່ວມ. ທ່ານອາດສະພັງທອງສີພັນດອນ ໄດ້ໃຫ້ຮູ້ວ່າ: ການດໍາເນີນກອງ ປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີ ຄວາມໝາຍສຳຄັນເພາະຈະໄດ້ພິ ຈາລະນາ ແລະ ຕົກລົງບັນຫາສໍາ ຄັນພື້ນຖານຂອງນະຄອນຫລວງ ວຽງຈັນ ເປັນຕົ້ນພິຈາລະນາ, ຮັບ ຮອງເອົາບົດລາຍງານຂອງຄະ ນະກຳມະການປົກຄອງນະຄອນ ຫລວງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຂອງນະຄອນຫລວງວຽງຈັນ; ຮັບຟັງລາຍງານການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໂດຍສະເພາະແມ່ນການ ສ້າງແຜນປະຕິບັດງານ ແລະ ໂຄງ ການຢູ່ນະຄອນຫລວງວຽງຈັນ; ພິ ຈາລະນາ, ຮັບຮອງເອົາໂຄງການ ສຳຫລວດອອກແບບວາງແຜນຜັງ ເທສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງ ປາກງື່ມ; ຮັບຟັງການລາຍງານ ຊີ້ແຈງບັນຫາສໍາຄັນຕ່າງໆຂອງ ນະຄອນຫລວງວຽງຈັນ ຈໍານວນ 3 ບັນຫາ ຄື: ຊີ້ແຈງກ່ຽວກັບການ ຈັດຕັ້ງປະຕິບັດແຜນຍຸດທະສາດ ການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອໃນນະຄອນຫລວງ ວຽງຈັນ; ຊີ້ແຈງກ່ຽວກັບການ ຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ ຊຶ່ງຝ່າຍຈີນຈະຝຶກອົບຮົມບຸກຄະລາ ກອນຜູ້ຈັດການ ແລະ ວິຊາຊີບພາກ ວິຊາການ 3.000 ຄົນໃຫ້ແກ່ລາວ ຮອດປີ 2028, ບັນລຸເປົ້າໝາຍ ໃຫ້ນັກຮຽນລາວ 10.000 ຄົນ ເຂົ້າຮຽນຢູ່ຈີນທຸກໆປີ, ຂະຫຍາຍ ການຮ່ວມມືແລກປ່ຽນລະຫວ່າງ ສອງຝ່າຍໃນຂະແໜງການສຶກສາ ຊັ້ນສູງ, ການສຶກສາວິຊາຊີບ, ການ ສຶກສາພາສາ, ການສຶກສາດ້ານດີ ຈິຕອນ, ປັນຍາປະດິດ ແລະ ຂະ ແໜງອື່ນໆໃຫ້ສຳເລັດ; ຝ່າຍຈີນ ຈະສືບຕໍ່ສະໜອງທຶນການສຶກສາ ໃຫ້ນັກຮຽນລາວທີ່ດີເດັ່ນ ເພື່ອເຂົ້າ ຮຽນຢູ່ຈີນ, ຝຶກຝົນບຸກຄະລາກອນ ທີ່ມີຄຸນນະພາບສູງໃນຂະແໜງ ການຮ່ວມມືສຳຄັນຂອງສອງຝ່າຍ; ສອງຝ່າຍຮ່ວມມືຍົກລະດັບຄວາມ ສາມາດໃນການນຳໃຊ້ເຕັກໂນໂລ ຊີດີຈິຕອນຂອງພະນັກງານລັດຖະ ກອນ ແລະ ປະຊາຊົນທົ່ວໄປຂອງ ລາວ, ຫລຸດຜ່ອນຄວາມແຕກຕ່າງ ດ້ານດີຈິຕອນ, ສ້າງເງື່ອນໄຂທີ່ດີ ໃຫ້ລາວກ້າວໄປສູ່ສັງຄົມດີຈິຕອນ. ຝ່າຍຈີນຍິນດີຕາມຄວາມຕ້ອງການ ຂອງຝ່າຍລາວ, ສືບຕໍ່ສະໜັບສະໜູນ ລາວຍົກລະດັບການສຶກສາດ້ວຍ ວິທີການປະສົມປະສານລະຫວ່າງ ການຊ່ວຍເຫລືອດ້ານວັດຖຸ ແລະ ຊອບແວ, ສະໜັບສະໜູນລາວສ້າງ ປຶ້ມແບບຮຽນຊັ້ນປະຖົມ ແລະ ມັດ ທະຍົມ. ທ່ານ ນາງ ເຫວີຍສືເຈີນ ໄດ້ ລາຍງານເຖິງຄວາມຄືບໜ້າການ ສ້າງໂຄງຮ່າງຫລັກສູດພາສາຈີນ ສໍາລັບຊັ້ນມັດທະຍົມ, ການຈັດຕັ້ງ ປະຕິບັດໂຄງການສ້າງໂຮງຮຽນ 67 ສະໃໝໄໝ່ຢູ່ ສປປ ລາວ, ການ ຜັນຂະຫຍາຍຖະແຫລງການຮ່ວມ ກັນປີ 2026 ໃນມາດຕາທີ 24, ມະຫາວິທະຍາໄລຊົນເຜົ່າກວາງ ຊີ ຍິນດີທີ່ຈະຮ່ວມມືກັບຝ່າຍລາວ ໂດຍສະເພາະມະຫາວິທະຍາໄລ ແຫ່ງຊາດກໍຄືກະຊວງສຶກສາທິການ ແລະ ກິລາ ໃນການຜັນຂະຫຍາຍ ໂຄງການດັ່ງກ່າວ ໂດຍສະເພາະ ການສົ່ງບຸກຄະລາກອນນັກຮຽນ ນັກສຶກສາໄປຮໍ່າຮຽນ ຫລື ຍົກລະ ດັບ, ຝຶກອົບຮົມຢູ່ ສປ ຈີນ ໃນ ໂຄງການຈາກ 3.000 ຄົນ ຮອດ ປີ 2028 ໃຫ້ເປັນ 10.000 ຄົນທີ່ ລະບຸໃນມະຕິທີ 24, ວຽກງານການ ປັບປຸງຫ້ອງຄົ້ນຄວ້າ-ທົດລອງຢູ່ ມຊ ເພື່ອຍົກລະດັບໃຫ້ສາມາດຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງການສຶກສາທີ່ຕ້ອງ ໄປຄຽງຄູ່ກັບການຄົ້ນຄວ້າ ແລະ ທົດລອງ. ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ໄດ້ຕີລາຄາສູງຕໍ່ການຮ່ວມ ມືອັນແໜ້ນແຟ້ນລະຫວ່າງສອງ ຊາດ ລາວ-ຈີນ ໂດຍສະເພາະການ ຮ່ວມມືລະຫວ່າງມະຫາວິທະຍາໄລ ແຫ່ງຊາດລາວ ແລະ ມະຫາວິທະ ຍາໄລຊົນເຜົ່າກວາງຊີ ທີ່ໄດ້ຮ່ວມມື ກັນຢ່າງສະໜິດແໜ້ນ. ພ້ອມນີ້, ທ່ານ ຍັງປຶກສາຫາລືກ່ຽວກັບວິທີການຜັນ ຂະຫຍາຍມະຕິທີ 24 ໃຫ້ເປັນຮູບປະ ທໍາ ແລະ ມີປະສິດທິພາບ, ເນື່ອງ ຈາກຈຳນວນທຶນການສຶກສາມີ ຈຳນວນຫລາຍເຖິງ 10.000 ທຶນ. ສະນັ້ນ, ຂໍໃຫ້ທັງສອງມະຫາວິທະ ຍາໄລຊ່ວຍເປັນໜຶ່ງໃນໜ່ວຍງານ ໃນການຈັດຕັ້ງປະຕິບັດມະຕິດັ່ງ ກ່າວ ໃຫ້ເກີດຜົນເປັນຈິງ. ປັດຈຸບັນ, ຄວາມຕ້ອງການຮຽນພາສາຈີນຢູ່ ສປປ ລາວ ມີຈຳນວນເພີ່ມຂຶ້ນຢ່າງ ຫລວງຫລາຍ, ສະເໜີໃຫ້ຝ່າຍຈີນ ພິຈາລະນາຊ່ວຍເຫລືອດ້ານການ ພັດທະນາຄູສອນພາສາຈີນ, ການ ປັບປຸງຫລັກສູດການຮຽນ-ການ ສອນ ເພື່ອຮັບໃຊ້ໃຫ້ແກ່ການຈັດຕັ້ງ ປະຕິບັດບັນດາໂຄງການຮ່ວມມື ຕ່າງໆ ແລະ ຜັນຂະຫຍາຍຖະແຫລງ ການຮ່ວມ ແລະ ກົນໄກຕິດຕາມ ເພື່ອຜັນຂະຫຍາຍມະຕິທີ 24 ຂອງ ຖະແຫລງການຮ່ວມກັນທີ່ປະມຸກ ລັດ/ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ໃຫ້ປະກົດຜົນເປັນຮູບປະ ທຳຢ່າງແທ້ຈິງ. ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພິ່ມທະວີຊີ້ນໍາ ຂອງພັກ ຕໍ່ວຽກງານແຮ່ທາດ, ການ ຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ ຂົງເຂດຊັບພະຍາກອນທໍາມະຊາດ; ລາຍງານກ່ຽວກັບສະພາບການ ສຶກສາຕິດພັນກັບບັນຫາການປະ ລະການຮຽນຂອງນັກຮຽນໃນຊັ້ນ ປະຖົມ, ຊັ້ນມັດທະຍົມ ແລະ ບັນຫາ ການຂາດຄູສອນ ໂດຍສະເພາະຢູ່ ເຂດຊານເມືອງຄື: ເມືອງສັງທອງ ແລະ ເມືອງປາກງື່ມ. ພ້ອມນີ້, ຍັງ ຈະໄດ້ພິຈາລະນາ, ຮັບຮອງເອົາ ການສ້າງນິຕິກຳຂອງນະຄອນ ຫລວງວຽງຈັນ ຈໍານວນ 3 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າ ຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມີນຽມ, ອາ ພັດເມັ້ນ, ເຮືອນໃຫ້ເຊົ່າ, ເຮືອນ ຫ້ອງແຖວ ແລະ ຜູ້ມາພັກເຊົາຢູ່ ນະຄອນຫລວງວຽງຈັນ; ຮ່າງຂໍ້ ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດ ລົດໃນຕົວເມືອງນະຄອນຫລວງ ວຽງຈັນ; ຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຊ່ວຍເຫລືອສຸກເສີນ; ພິຈາ ລະນາ, ຮັບຮອງເອົາການສະເໜີ ປັບປຸງນິຕິກໍາ ຈໍານວນ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການປະເມີນລາຄາ ທີ່ດິນທົ່ວນະຄອນຫລວງວຽງຈັນ (ສະບັບປັບປຸງ) ແລະ ຂໍ້ຕົກລົງວ່າ ດ້ວຍການຈັດສັນຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນະຄອນຫລວງວຽງຈັນ (ສະບັບປັບປຸງ); ພິຈາລະນາ, ຮັບ ຮອງເອົາບົດລາຍງານການເຄື່ອນ ໄຫວວຽກງານປະຈຳປີ2026ແລະ ທິດທາງແຜນການປີ 2027 ຂອງ ສະພາປະຊາຊົນນະຄອນຫລວງ ວຽງຈັນ, ອົງການກວດສອບປະຈຳ ພາກກາງ 1, ອົງການກວດກາລັດ ນະຄອນຫລວງວຽງຈັນ, ອົງການ ໄອຍະການປະຊາຊົນ (ພາກກາງ ແລະນະຄອນຫລວງວຽງຈັນ)ແລະ ສານປະຊາຊົນ (ພາກກາງ ແລະ ນະຄອນຫລວງວຽງຈັນ). ກອງປະຊຸມຍັງຈະໄດ້ຮັບຟັງ ການລາຍງານການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານປະຈໍາປີ 2026 ແລະ ທິດທາງແຜນການປະຈໍາ ປີ 2027 ຂອງກອງປະຕິບັດຄຳ ຕັດສິນຂອງສານປະຈໍານະຄອນ ຫລວງວຽງຈັນ; ຮັບຟັງການປະ ກອບຄຳເຫັນຂອງອົງການແນວ ລາວສ້າງຊາດ ກ່ຽວກັບການປະຕິ ບັດໜ້າທີ່ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V. ນອກນັ້ນ, ກອງປະຊຸມຍັງຈະໄດ້ ຮັບຟັງການຊີ້ແຈງຂອງຄະນະກໍາ ມະການປົກຄອງນະຄອນຫລວງ ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງ ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກ ເອົາເຮືອບິນ ເພື່ອເປັນອາວຸດທໍາ ລາຍໂຈມຕີພົນລະເຮືອນ ຊຶ່ງໄດ້ ສ້າງຄວາມສູນເສຍທັງຊີວິດ ແລະ ຊັບສິນຢ່າງຮ້າຍແຮງ ແລະ ໜັກ ໜ່ວງ. ດ້ວຍເຫດນັ້ນ, ໄດ້ເຮັດໃຫ້ ນັກເດີນທາງເກີດຄວາມຢ້ານກົວ ແລະ ບໍ່ໝັ້ນໃຈໃນການເດີນທາງ ດ້ວຍເຮືອບິນ. ຕໍ່ກັບບັນຫາດັ່ງກ່າວ, ທຸກປະ ເທດໃນໂລກ ທີ່ເປັນສະມາຊິກຂອງ ອົງການ ການບິນພົນລະເຮືອສາກົນ ລວມທັງ ສປປ ລາວ ແມ່ນໄດ້ມີການ ປັບປຸງ, ຍົກລະດັບ ແລະ ວາງມາດ ຕະການ, ລະບົບປ້ອງກັນຄວາມ ປອດໄພການບິນພົນລະເຮືອນໃຫ້ມີ ມາດຕະຖານຄວາມປອດໄພ ແລະ ປ້ອງກັນຄວາມປອດໄພ ໂດຍອີງ ຕາມມາດຕະຖານສາກົນ, ທຸກປະ ເທດໄດ້ມີການຮ່ວມມື ແລະ ແລກ ປ່ຽນຂໍ້ມູນຂ່າວສານ ເພື່ອເພີ່ມທະ ວີການສະກັດກັ້ນ ແລະ ຕອບໂຕ້ຕໍ່ຜູ້ ກໍ່ການຮ້າຍທີ່ຍາມໃດກໍມີເປົ້າໝາຍ ມ້າງເພທຳລາຍ ແລະ ສ້າງຄວາມ ເສຍຫາຍຕໍ່ການບິນພົນລະເຮືອນ. ສອນ, ມີການຈັດກິດຈະກໍາພົບປະ ແລກປ່ຽນ ແລະ ໄປຢ້ຽມຢາມສະ ຖານທີ່ຕ່າງໆ, ການຈັດຕັ້ງສະເຫລີມ ສະຫລອງວັນສຳຄັນຂອງພັກ ແລະ ຂອງຊາດ, ຍົກປະສິດທິພາບໃນ ການນໍາພາຄະນະບໍລິຫານ, ເຊີດຊູ ຄວາມສາມັກຄີ ແລະ ການເຄື່ອນ ໄຫວຢ່າງເປັນເຈົ້າການຂອງສະ ມາຊິກ, ຍົກລະດັບການພົວພັນ ກັບຄູ່ຮ່ວມມືສະມາຄົມມິດຕະພາບ ລາວ-ຣັດເຊຍ, ຣັດເຊຍ-ລາວ, ພ້ອມທັງມີການແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງບັນດາ ສະຫາຍອະດີດການນຳກັບພະນັກ ງານຮຸ່ນສືບທອດ. ເພື່ອເຮັດໃຫ້ສະໂມສອນເພື່ອນ ສະຫາຍຮ່ວມໂຮງຮຽນພັກຊັ້ນສູງ ໂມດສະກູ ກາຍເປັນອົງກອນທີ່ມີ ຄວາມເຂັ້ມແຂງສາມັກຄີ ແລະ ຍືນ ຍົງ, ຄະນະບໍລິຫານສະໂມສອນ ໄດ້ກຳນົດທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າສະໂມສອນ ຈະສືບຕໍ່ຄົ້ນຫາ ແລະ ເຊື້ອເຊີນເອົາ ບັນດາເພື່ອນສະມາຊິກ ເພື່ອເຂົ້າມາ ມີສ່ວນຮ່ວມໃນຄອບຄົວຂອງພວກ ເຮົາ, ຈະພະຍາຍາມຂະຫຍາຍ ຮູບແບບການເຄື່ອນໄຫວໃຫ້ມີ ຄວາມຫລາກຫລາຍ ແລະ ເປັນ ຮູບປະທຳເປັນຕົ້ນການຈັດຕັ້ງກອງ ປະຊຸມ ເພື່ອແລກປ່ຽນທາງດ້ານ ທິດສະດີ ແລະ ພຶດຕິກໍາໃນການນຳ ພາບໍລິຫານ ແລະ ການຄຸ້ມຄອງເສດ ຖະກິດສັງຄົມ. ພ້ອມກັນນັ້ນ, ກໍຈະ ສ້າງໃຫ້ມີກິດຈະກຳເພື່ອສັງຄົມ ເຊັ່ນ: ການຊ່ວຍເຫລືອດ້ານການສຶກສາ ໃຫ້ເດັກນ້ອຍໃນເຂດຫ່າງໄກສອກ ຫລີກ, ສ້າງຄວາມເຂັ້ມແຂງໃຫ້ແກ່ ກອງທຶນ, ຊ່ວຍເຫລືອເບິ່ງແຍງສະ ມາຊິກທີ່ເຈັບເປັນ ຫລື ເສຍຊີວິດ, ການດຳລົງຊີວິດ, ການຊ່ວຍເຫລືອ ເຊິ່ງກັນແລະກັນ, ແລກປ່ຽນບົດຮຽນ ແລະ ປະສົບການ, ໃຫ້ຄຳແນະນຳ ແລະ ສະໜັບສະໜູນສະມາຄົມເພື່ອ ການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ແລະ ວຽກງານອື່ນໆ. ສະໂມສອນເພື່ອນສະຫາຍຮ່ວມ ໂຮງຮຽນພັກຊັ້ນສູງ ໂມດສະກູ ແມ່ນການຈັດຕັ້ງທາງສັງຄົມ, ສ້າງ ຕັ້ງຂຶ້ນເພື່ອເຕົ້າໂຮມບັນດາສະຫາຍ ຮ່ວມສະຖາບັນ ແລະ ເພື່ອສະແດງ ຄວາມຮູ້ບຸນຄຸນຕໍ່ມູນເຊື້ອ ແລະ ມິດຕະພາບອັນຍາວນານ, ຄວາມ ສາມັກຄີ ແລະ ການພົວພັນຮ່ວມມື ອັນເປັນປະຫວັດສາດລະຫວ່າງ ສປປ ລາວ ກັບ ສະຫະພາບໂຊ ວຽດໃນເມື່ອກ່ອນ, ພ້ອມທັງສືບຕໍ່ ປະກອບສ່ວນເສີມຂະຫຍາຍການ ພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ (ຊຶ່ງເປັນ ລັດສືບທອດໃນປັດຈຸບັນ) ໃຫ້ຂະ ຫຍາຍຕົວຍິ່ງໆຂຶ້ນ. ສະພາປະຊາຊົນນະຄອນຫລວງ ວຽງຈັນ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==