xtgmf]k; 7 10/11/2026 gsfdko{dkora fmtok ;m c0;'va f8txn 9a fdy f9tdelq j 'glu , dkovj ko 16 j 3I'IPoxt4q ,lq ,[6 ofvo.zj gxu f37'dkolq j 'glu ,l5 0trk[ c]t xh v'da ortpkf[= j 8y f8= j -egIN v le]a [z6 h vkp5 l6 ' c]t 7q og9a [ .oot7voxkdgຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ (ວວສຈ) ຮ່ວມກັບອົງການກອງ ທຶນມູນນິທິ ເພື່ອການຮັກສາສຸຂະ ພາບ ລະຫວ່າງປະເທດ ສ ເກົາຫລີ ປະຈຳ ລາວ ເປີດໂຄງການພັດທະ ນາຮູບແບບການສົ່ງເສີມສຸຂະພາບ ແລະປ້ອງກັນພະຍາດບໍ່ຕິດຕໍ່ຊຳເຮື້ອ (/CDs) ສໍາລັບຜູ້ອາຍຸສູງ ແລະ ໂຄງການພັດທະນາສັກກາຍະພາບ ໃຫ້ຜູ້ດູແລຄົນເຈັບທີ່ຕ້ອງການເພິ່ງ ພາສູງ ແລະ ຄົນເຈັບ ໄລຍະສຸດທ້າຍ ໃນ 10 ບ້ານ ຂອງເທສະບານ ນະ ຄອນປາກເຊ ແຂວງຈຳປາສັກ ເມື່ອ ມໍ່ໆມານີ້ ໂດຍການເປັນປະທານ ຮ່ວມຂອງ ທ່ານ ບຸນທະວີ ສີຫາວົງ ຮອງປະທານຄະນະກຳມະການ ປົກຄອງ ນະຄອນປາກເຊ, ທ່ານ ດຣ. ບຸນຄໍ້າ ເພັດທານີ ຜູ້ອໍານວຍ ການ ວວສຈ, ທ່ານ 1arL 8onseoL ຫົວໜ້າຜູ້ຕາງໜ້າ ອົງການ ກອງທຶນມູນນິທິ ເພື່ອການຮັກສາ ສຸຂະພາບ ລະຫວ່າງປະເທດ ສ ເກົາຫລີ ປະຈຳ ລາວ ພ້ອມດ້ວຍ ນາຍບ້ານຈາກ 10 ບ້ານເປົ້າໝາຍ, ຄະນະຮັບຜິດຊອບໂຄງການ, ຄູ ອາຈານ, ນັກສຶກສາ ວວສຈ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ເນື່ອງຈາກການເພີ່ມຂຶ້ນຂອງ ປະຊາກອນຜູ້ອາຍຸສູງໃນ 10 ບ້ານ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ້າຍອາທິດຜ່ານ ມາ ກອງວັດທະນະທຳ, ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດຕະປື ເຄື່ອນໄຫວ ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນບ້ານດອນ ໃຜ່ ເມືອງສະໜາມໄຊ ໂດຍມີ ທ່ານ ອÐ ອງຄຳ ຄູນສະໄໝ ຮອງຫົວໜ້າພະ ແນກວັດທະນະທຳ ແລະ ການທ່ອງ ທ່ຽວແຂວງ, ມີຄະນະທີມງານຈັດ ກິດຈະກຳຈາກກອງວັດທະນະທຳ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າ ຮ່ວມ. ທ່ານອÐ ອງຄຳຄູນສະໄໝໄດ້ກ່າວ ວ່າ: ການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການລົງເຄື່ອນໄຫວວຽກ ງານວິຊາສະເພາະຢູ່ຮາກຖານ, ພ້ອມທັງຊຸກຍູ້ ແລະ ສົ່ງເສີມໃຫ້ ເດັກນ້ອຍນັກຮຽນມີໂອກາດເຂົ້າ ຮ່ວມກິດຈະກຳ, ໄດ້ຮຽນຮູ້ແລະ ຝຶກ ຝົນທັກສະຕ່າງໆທີ່ເໝາະສົມຕາມ ໄວອາຍຸ ໂດຍສະເພາະການປູກຝັງ ນິດໄສຮັກການອ່ານ, ຮັກການຮຽນ ຮູ້ ແລະ ການຄົ້ນຄວ້າຫາຄວາມ dy f9tde c]j o0h k,0v' ot7vortoq ,{ 7e,j ;o 2 02 6 g8a ,wxfh ;p[a opkdkf7b d7N o ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງນະຄອນ ພະນົມ ປະເທດໄທ ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມຄຳມ່ວນ 2026 ພາຍໃຕ້ແນວຄິດ ໜຶ່ງສາຍນໍ້າ ສອງແຜ່ນດິນ ເພື່ອ ສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ເພີ່ມທະວີ ສາຍສຳພັນອັນດີລະຫວ່າງປະຊາ ຊົນສອງຝັ່ງແມ່ນ້ຳຂອງ ໃນວັນທີ 8 ພະຈິກ 2026 ໂດຍມີ ທ່ານ ວາທີພັນຕີ ອະດິສັກ ນ້ອຍສຸວັນ ຜູ້ ວ່າລາຊະການແຂວງນະຄອນພະ ນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການ ປົກຄອງແຂວງຄຳມ່ວນ ພ້ອມດ້ວຍ ບັນດາການນໍາຈາກພາກລັດ, ພາກ ເອກະຊົນ ແລະ ນັກແລ່ນທັງສອງ ແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ. ກິດຈະກຳຄັ້ງນີ້, ຈັດຂຶ້ນພາຍໃຕ້ ແນວຄິດ “ໜຶ່ງສາຍນ້ຳ ສອງແຜ່ນ ດິນ” ໂດຍນຳໃຊ້ກິລາເປັນສື່ກາງ ເຊື່ອມໂຍງມິດຕະພາບ ແລະ ຄວາມ ສຳພັນລະຫວ່າງແຂວງນະຄອນພະ ນົມ ປະເທດໄທ ກັບ ແຂວງຄຳມ່ວນ ສປປ ລາວ ພ້ອມທັງເຜີຍແຜ່ສະເໜ່ ການທ່ອງທ່ຽວລຽບຕາມສາຍແມ່ ນ້ຳຂອງ ຜ່ານປະສົບການການ ແລ່ນເທິງເສັ້ນທາງທີ່ເຊື່ອມຕໍ່ກັບ ຂົວມິດຕະພາບໄທ-ລາວ ແຫ່ງທີ 3 ນະຄອນພະນົມ-ຄຳມ່ວນ ຊຶ່ງເປັນ ຈຸດເດັ່ນສຳຄັນຂອງງານ ທັງເປີດ ໂອກາດໃຫ້ນັກແລ່ນໄດ້ສຳຜັດກັບ ຮູ້ດ້ວຍຕົນເອງ ອັນເປັນພື້ນຖານ ສຳຄັນໃນການພັດທະນາຄວາມຮູ້ ແລະ ສະຕິປັນຍາຂອງເດັກນ້ອຍ. ສຳລັບກິດຈະກຳພາຍໃນງານ ປະກອບມີ: ກິດຈະກຳສະແດງສິລະ ປະ-ວັດທະມະນະທຳ, ກິດຈະກຳເລົ່າ ນິທານ, ກິດຈະກຳຖາມ-ຕອບ, ສົ່ງ ເສີມການອ່ານໃຫ້ເດັກ, ແຕ້ມຮູບ ລະບາຍສີ ແລະ ຫລິ້ນເກມ ພ້ອມ ນີ້ຄະນະທີມງານຈັດກິດຈະກຳຍັງ ໄດ້ນຳພາດຳເນີນແຕ່ລະກິດຈະກຳ ໃຫ້ຫລານນ້ອຍນັກຮຽນຢ່າງເບີກ ບານມ່ວນຊື່ນ ພ້ອມທັງມອບອຸປະ ກອນການຮຽນ ແລະ ເຄື່ອງຫລິ້ນ, ຂອງຂວັນລາງວັນຈຳນວນໜຶ່ງໃຫ້ ແກ່ໂຮງຮຽນ ແລະ ຫລານນ້ອຍ ນັກຮຽນ ເພື່ອເປັນການຊຸກຍູ້ສົ່ງເສີມ ທາງດ້ານການສຶກສາໃນການເຄື່ອນ ໄຫວກິດຈະກຳອື່ນໆ. ກິດຈະກຳດັ່ງກ່າວ ເປັນອີກ ການເຄື່ອນໄຫວໜຶ່ງທີ່ມີຄວາມໝາຍ ໃນການສົ່ງເສີມວຽກງານວັດທະ ນະທຳການອ່ານຢູ່ໃນໂຮງຮຽນ, ປູກຝັງໃຫ້ເດັກນ້ອຍມີນິດໄສຮັກ ການອ່ານຕັ້ງແຕ່ໄວຮຽນແລະ ຮ່ວມ ກັນສ້າງສັງຄົມແຫ່ງການຮຽນຮູ້ໃຫ້ ເກີດຂຶ້ນຢ່າງກວ້າງຂວາງ. ຂ່າວ: ໄພບູນ ເທສະບານ ນະຄອນປາກເຊ ກໍາ ລັງເປັນສິ່ງທ້າທາຍອັນໃຫຍ່ຫລວງ ຕໍ່ວຽກງານສາທາລະນະສຸກ. ໃນ ປີ 2024, ຈໍານວນຜູ້ອາຍຸສູງມີ ຫລາຍກວ່າ 10 ຂອງປະຊາກອນ ທັງໝົດແມ່ນມີອາຍຸ 60 ປີຂຶ້ນໄປ ແລະ ຄາດວ່າອັດຕາສ່ວນຂອງກຸ່ມ ຄົນນີ້ ຈະສືບຕໍ່ເພີ່ມຂຶ້ນອີກໃນຊຸມປີ ຕໍ່ໜ້າ ຊຶ່ງພາລະການດູແລຄົນເຈັບ ຢູ່ເຮືອນຈະເປັນຍາດພີ່ນ້ອງ ແລະ ອາສາສະໝັກບ້ານ (ອສບ). ຜ່ານ ການສໍາຫລວດເບື້ອງຕົ້ນພົບວ່າ ຜູ້ເບິ່ງແຍງສ່ວນຫລາຍຍັງຂາດ ຄວາມຮູ້, ທັກສະ, ເຕັກນິກສະເພາະ ທາງດ້ານການແພດເບື້ອງຕົ້ນ, ການ ເຮັດກາຍະພາບບຳບັດເບື້ອງຕົ້ນ, ພາວະອິດເມື່ອຍທາງດ້ານຮ່າງກາຍ ທາງຈິດໃຈ ແລະ ເສດຖະກິດ. ຈາກ ເຫດຜົນທີ່ກ່າວມານີ້ ໂຄງການພັດ ທະນາສັກກາຍະພາບໃຫ້ຜູ້ດູແລຄົນ ເຈັບທີ່ ຕ້ອງການເພິ່ງພາສູງ ແລະ ດູແລຄົນເຈັບແບບປະຄັບປະຄອງ ໃນ 10 ບ້ານ ເທສະບານ ນະຄອນ ປາກເຊ ຈຶ່ງຖືກຈັດຕັ້ງຂຶ້ນ ເພື່ອຍົກ ລະດັບ, ເພີ່ມຄວາມຮູ້, ທັກສະ ແລະ ຄວາມໝັ້ນໃຈໃຫ້ຜູ້ຕ້ອງການເພິ່ງ ພາ ໃນການດູແລຄົນເຈັບຢ່າງຖືກ ຕ້ອງຕາມຫລັກການແພດ; ຫລຸດ ຜ່ອນອັດຕາການເກີດພາວະແຊກ ຊ້ອນ, ຫລຸດຜ່ອນຄວາມເຈັບປວດ ແລະ ສົ່ງເສີມໃຫ້ຄົນເຈັບໄລຍະ ສຸດທ້າຍ ໄດ້ຮັບການດູແລຢ່າງມີ ຄຸນຄ່າຄວາມເປັນມະນຸດ, ສ້າງ ຄວາມເຂັ້ມແຂງໃຫ້ຊຸມຊົນ, ເຊື່ອມ ໂຍງເຄືອຂ່າຍລະຫວ່າງຄະນະຄູ- ອາຈານ, ນັກສຶກສາ-ອົງການປົກ ຄອງບ້ານ, ອສບ ແລະ ໂຮງໝໍ ໃຫ້ ເກີດລະບົບການດູແລຜູ້ສູງອາຍຸ ຕິດພັນກັບການຮຽນ-ການສອນ ວິຊາການພະຍາບານຜູ້ອາຍຸສູງ ແລະ ຄົນເຈັບຊໍາເຮື້ອທີ່ເຂັ້ມແຂງ, ຍືນຍົງ ແລະ ປະຕິບັດວຽກງານ 1 ວິທະຍາໄລ 1 ຊຸມຊົນຢ່າງແທ້ຈິງ. ໃນພິທີ ຍັງໄດ້ຈັດກິດຈະກໍາກວດ ຄັດກອງສຸຂະພາບ ແລະ ສໍາພາດ ຂໍ້ມູນຄະນະນໍາຜູ້ອາຍຸສູງ ຈໍານວນ 40 ທ່ານ ໃນ 10 ບ້ານເທສະບານ ນະຄອນປາກເຊ ຕື່ມອີກ. ຂ່າວ-ພາບ: ທູນທອງໃຈ g-u omj P;[5 o-j ;'gIn vxtgrou c0;';P'9a o xt9exu 2 02 6 mu j [h kogdy o ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີເປີດງານ ບຸນ ແລະ ແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ ຂອງແຂວງວຽງຈັນ ປະຈໍາປີ 2026 ຈະໄດ້ຈັດຂຶ້ນໃນ ວັນທີ 15 ພະຈິກ 2026 ທີ່ທ່ານໍ້າ ງື່ມ ຄຸ້ມນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ເພື່ອ ຮັບປະກັນໃຫ້ບຸນດັ່ງກ່າວທີ່ຈັດຂຶ້ນ ໃນປີນີ້ ເຕັມໄປດ້ວຍບັນຍາກາດອັນ ເບີກບານມ່ວນຊື່ນ, ເປັນທີ່ຮັບຮູ້ຂອງ ທົ່ວສັງຄົມ, ມີຄວາມເປັນລະບຽບ ຮຽບຮ້ອຍ, ມີຮູບການ ແລະ ເນື້ອ ໃນຈົບງາມ, ສືບສານຕໍານານຕາມ ຮອຍບັນພະບູລຸດ ປູ່ຍ່າຕາຍາຍ ຫລາຍເຊັ່ນຄົນຜ່ານມາ, ຮັກສາໄວ້ ວັດທະນະທໍາຮີດຄອງປະເພນີອັນດີ ງາມຂອງຊາດ, ຂອງຊາວແຂວງ ວຽງຈັນ ແລະ ຂອງຊາວລ້ອງງື່ມ, ທັງເປັນການໂຄສະນາການ, ສົ່ງ ເສີມການທ່ອງທ່ຽວຂອງແຂວງ ວຽງຈັນ. ປັດຈຸບັນ, ຄະນະກໍາມະການ ຈັດງານໄດ້ມີການຫ້າງຫາກະກຽມ ແຕ່ຫົວທີ ຊຶ່ງພາຍຫລັງມີທິດຊີ້ນໍາ ຈາກການນໍາແຂວງວຽງຈັນ, ໄດ້ ມອບໝາຍໃຫ້ອົງການປົກຄອງ ເມືອງທຸລະຄົມ ຮັບກຽດເປັນເຈົ້າ ພາບການຈັດງານ ໄດ້ຈັດກອງ ປະຊຸມປຶກສາຫາລືຫ້າງຫາກະກຽມ ຄວາມພ້ອມຮອບດ້ານໃຫ້ແກ່ງານ ດັ່ງກ່າວ ໂດຍໄດ້ອອກຂໍ້ຕົກລົງ ແຕ່ງ ຕັ້ງຄະນະກໍາມະການຮັບຜິດຊອບ ຈັດງານ ປະກອບມີ 10 ອະນຸກໍາມະ ການ; ໄດ້ປະຊຸມຄະນະກໍາມະການ ຈັດງານ ໂດຍເຊີນເອົາພາກສ່ວນ ກ່ຽວຂ້ອງ, ປະທານຄະນະກໍາມະ ການປົກຄອງຕາແສງ 4 ຕາແສງ, ປະທານບ້ານລຽບຕາມສາຍນໍ້າງື່ມ ທີ່ມີເຮືອປະເພນີ, ຄະນະນໍານັກກິລາ ສີພາຍເຮືອຊ່ວງ ປະຊຸມປຶກສາຫາ ລື, ຄົ້ນຄວ້າ ແລະ ສ້າງຄວາມເອກະ ພາບວິທີຈັດຕັ້ງປະຕິບັດຢູ່ຂັ້ນເມືອງ ຈໍານວນ 3 ຄັ້ງ, ຢູ່ຂັ້ນແຂວງ ຈໍາ ນວນ 2 ຄັ້ງ, ອອກແຈ້ງການເຖິງ ຄະນະເຮືອຊ່ວງແຕ່ລະບ້ານ ແລະ ເມືອງອ້ອມຂ້າງ ເພື່ອລົງທະບຽນ ເຂົ້າຮ່ວມການແຂ່ງຂັນ. ພ້ອມດຽວກັນ, ຄະນະນຳຂອງ ເມືອງທຸລະຄົມ ຊຶ່ງນຳໂດຍ ທ່ານ ຄໍາເລ້ ໄຊຍະວົງສີ ເລຂາພັກເມືອງ ລົງເຄື່ອນໄຫວປຸກລະດົມໃຫ້ບ້ານ ທີ່ມີເຮືອຊ່ວງ ເພື່ອລຸລ່ວງໃຫ້ພໍ່ແມ່ ປະຊາຊົນພາຍໃນບ້ານຂອງຕົນຮັບ ຊາບທົ່ວເຖິງ ແລະ ມີສ່ວນຮ່ວມ ຕໍ່ງານຄັ້ງນີ້. ພ້ອມທັງປຸກລະ ດົົມບ້ານທີ່ມີເຮືອຊ່ວງ, ກວດກາສະ ພາບເຕັກນິກເຮືອ, ບູລະນະສ້ອມ ແປງ, ປະດັບປະດາເອ້ຢ້ອງເຮືອໃຫ້ ມີຄວາມສວຍງາມ, ປຸກລະດົມຊາວ ໜຸ່ມບ້ານປະກອບເຂົ້າເປັນນັກກິລາ ເຮືອຊ່ວງຂອງບ້ານ, ມີການຝຶກ ຊ້ອມທັກສະທ່ວງທ່າລີລາໃຫ້ມີ ຄວາມຄ່ອງແຄ້ວ, ຊໍານິຊໍານານ ກະກຽມຄວາມພ້ອມເຂົ້າສູ່ການ ແຂ່ງຂັນ, ພ້ອມທັງຊີ້ນໍາໃຫ້ບັນດາ ອະນຸກໍາມະການຮັບຜິດຊອບວຽກ ງານແຕ່ລະດ້ານປະຊຸມ, ແບ່ງວຽກ, ແບ່ງໜ້າທີ່ຮັບຜິດຊອບຢ່າງລະ ອຽດ. ນອກນີ້, ອົງການປົກຄອງ ແຂວງ ຍັງໄດ້ອອກຂໍ້ຕົກລົງເພື່ອ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລ ຂາຊ່ວຍວຽກ ເພື່ອຕິດຕາມຊຸກຍູ້ ຄະນະຮັບຜິດຊອບຈັດງານຂັ້ນ ເມືອງອີກດ້ວຍ. ການຈັດບຸນຈະມີໄລຍະຄົບ ງັນ 10 ວັນ ຄື: ໃນລະຫວ່າງ ວັນທີ 6 ຫາວັນທີ 15 ພະຈິກ 2026, ສໍາລັບວັນທີ 14 ພະຈິກ 2026 ແມ່ນການແຂ່ງຂັນເຮືອ ກິລາ ປະເພດ 12 ສີພາຍ; ວັນທີ 15 ພະຈິກ 2026 ມື້ີເປີດງານ ບຸນຢ່າງເປັນທາງການຄືການ ແຂ່ງຂັນຊ່ວງເຮືອປະເພນີ ປະ ເພດ 55 ສີພາຍ; ກິດຈະກໍາພາຍໃນ ງານປະກອບມີຕະຫລາດນັດວາງ ສະແດງຂາຍສິນຄ້າປະເພດອຸປະ ໂພກ ແລະ ບໍລິໂພກ, ສິນຄ້າໂອດັອບ ຂອງບັນດາເມືອງພາຍໃນແຂວງ ວຽງຈັນ, ຫ້ອງວາງສະແດງສິນຄ້າ ຂອງບັນດາທະນາຄານ, ລັດວິສາຫະ ກິດ ແລະ ອື່ນໆ, ພິເສດມີວົງດົນຕີ ດາວເໜືອ ຊຶ່ງເປັນວົງດົນຕີທີ່ມີ ຊື່ສຽງໂດ່ງດັງ ພ້ອມດ້ວຍສິລະປິນທີ່ ມີຊື່ສຽງ ຈະມາສ້າງບັນຍາກາດໃຫ້ ແກ່ງານ, ມາຮອດປັດຈຸບັນມີເຮືອ ປະເພນີ 55 ສີພາຍ ມາລົງທະບຽນ ແລ້ວທັງໝົດ 18 ລໍາ, ໃນນັ້ນເປັນ ເຮືອຊ່ວງຈາກເມືອງທຸລະຄົມ 14 ລໍາ, ເຮືອຈາກເມືອງວຽງຄໍາ 1 ລໍາ ແລະເຮືອຈາກນະຄອນຫລວງ3ລໍາ. ສໍາລັບປະເພດລາງເຮືອຊ່ວງມີ 4 ລາງວັນ ຄື: ລາງຊະນະເລີດໄດ້ ຮັບເງິນສົດ 80 ລ້ານກີບ ພ້ອມຂັນ 1 ໜ່ວຍ; ລາງວັນຮອງຊະນະເລີດ ເງິນສົດ 60 ລ້ານກີບ ພ້ອມຂັນ 1 ໜ່ວຍ; ສ່ວນລາງວັນທີ 3 ເງິນສົດ 50 ລ້ານກີບ ພ້ອມຂັນ 1 ໜ່ວຍ; ລາງວັນທີ 4 ເງິນສົດ 30 ລ້ານກີບ ພ້ອມຂັນ 1 ໜ່ວຍ, ລາງວັນລາກແກ່ ເຮືອບ້ານໃກ້ລໍາລະ 4 ລ້ານກີບ ແລະ ເຮືອທີ່ບໍ່ໄດ້ເຂົ້າຮອບ 4 ລໍາສຸດທ້າຍ ໄດ້ຮັບເງິນລາງວັນຊົມເຊີຍ 10 ລ້ານກີບ. ເພື່ອເຮັດໃຫ້ປາງບຸນຄັ້ງນີ້ມີ ບັນຍາກາດເບີກບານມ່ວນຊື່ນ ເຕັມ ໄປດ້ວຍຫລາຍສີສັນ ຈຶ່ງຂໍເຊີນຊວນ ບັນດານັກທຸລະກິດ, ຜູ້ປະກອບການ, ປະຊາຊົນ, ມວນຊົນ ຢູ່ພາຍໃນ ແຂວງວຽງຈັນ, ພາຍໃນເມືອງທຸລະ ຄົມ, ນັກທ່ອງທ່ຽວ, ທຸກຊັ້ນຄົນຢູ່ໃນ ຂອບເຂດທົ່ວປະເທດ, ຕ່າງປະເທດ ມາຮ່ວມງານຄັ້ງນີ້ໃຫ້ເປັນຂະບວນ ຟົດຟື້ນ. ພວກເຮົາຊາວແຂວງວຽງ ຈັນ, ກໍຄືຊາວເມືອງທຸລະຄົມ, ຄະນະ ຮັບຜິດຊອບຈັດງານ ພ້ອມແລ້ວທີ່ ຈະເຮັດໜ້າທີ່ເປັນເຈົ້າພາບທີ່ດີ ເພື່ອ ຕ້ອນຮັບບັນດາທ່ານທີ່ມາຮ່ວມບຸນ ຊ່ວງເຮືອປະເພນີປະຈໍາປີ 2026 ຂອງແຂວງວຽງຈັນ ຢູ່ເມືອງທຸລະ ຄົມດ້ວຍຄວາມຈິງໃຈ ແລະ ອົບອຸ່ນ. ບັນຍາກາດ ແລະ ທິວທັດອັນເປັນ ເອກະລັກຂອງສອງປະເທດ. ສຳລັບການແຂ່ງຂັນແບ່ງອອກ ເປັນ 3 ປະເພດ ຄື: ຮາຟມາຣາທອນ ໄລຍະທາງ 21,1 ກິໂລແມັດ, ມິນິ ມາຣາທອນ 10 ກິໂລແມັດ ແລະ ຟັນ ຣັນ 5 ກິໂລແມັດ ໂດຍມີຈຸດປ່ອຍຕົວ ແລະ ເສັ້ນໄຊຢູ່ບໍລິເວນເດີ່ນຈອດລົດ ບັນທຸກ ດ່ານຊາຍແດນໄທ-ລາວ ແຂວງນະຄອນພະນົມ. ນອກຈາກຈະເປັນກິດຈະກຳ ກິລາທີ່ສ້າງປະສົບການໃໝ່ໃຫ້ແກ່ ນັກກິລາແລ່ນແລ້ວ ຍັງເປັນກົນ ໄກສຳຄັນໃນການກະຕຸ້ນເສດຖະ ກິດ ແລະ ການທ່ອງທ່ຽວຂອງ ແຂວງນະຄອນພະນົມ ໂດຍຊ່ວຍ ສ້າງໂອກາດໃຫ້ຜູ້ປະກອບການ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ ແລະ ຮ້ານຄ້າໃນຊຸມຊົນ ໄດ້ຮັບປະໂຫຍດຈາກການເດີນທາງ ຂອງນັກແລ່ນ ແລະ ນັກທ່ອງທ່ຽວ ພ້ອມທັງເປັນການສ້າງລາຍຮັບ ແລະ ກະຈາຍເງິນສູ່ເສດຖະກິດຮາກ ຖານນຳອີກ. ຂ່າວ : ມະນີວັນ
RkJQdWJsaXNoZXIy MTc3MTYxMQ==