10/11/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ¨ສສະ ັນ ໂດຍ: າÃີດາ ໂດຍ: ¨ສສະ ັນ lkory fva o8t]kp .ogs]Q kg4nj vomuj 7;o]t;a ' -kgsa fd+ cf' zt]y f8tra o [e]5 'l5 0trk[9kdc0;'s];'rt[k' ຂປລ. ການດື່ມເຄື່ອງດື່ມທີ່ມີ ທາດເຫລົ້າ ແບບບໍ່ຮູ້ແຫລ່ງທີ່ມາ ຫລື ເຫລົ້າບໍ່ຜ່ານການກວດສອບ ມາດຕະຖານອາດສົ່ງຜົນຮ້າຍແຮງ ຕໍ່ສຸຂະພາບເນື່ອງຈາກອາດມີສານ ເມຕາໂນນ ປົນເປຶ້ອນຢູ່. ສານດັ່ງ ກ່າວແມ່ນເປັນພິດ ຊຶ່ງອາດປົນ ເປື້ອນຢູ່ໃນເຫລົ້າເຖື່ອນ ຫລື ເຫລົ້າ ປອມທີ່ເຮົາບໍ່ສາມາດແຍກອອກໄດ້ ດ້ວຍການເບິ່ງ, ດົມກິ່ນ ຫລື ຊີມ. ເມື່ອສານເມຕາໂນນ ເຂົ້າສູ່ຮ່າງ ກາຍຈະທຳລາຍລະບົບປະສາດ ແລະ ລະບົບຫາຍໃຈ, ອາດເຮັດໃຫ້ ຕາບອດ ຫລື ເສຍຊີວິດໄດ້. ເມາຕາໂນນ ແມ່ນສານເຄມີຊະ ນິດໜຶ່ງທີ່ມີລັກສະນະເປັນຂອງ ແຫລວໃສ, ມີກິ່ນຄ້າຍຄືເຫລົ້າ, ແຕ່ມີພິດສູງຕ່າງຈາກເອຕາໂນນ ທີ່ໃຊ້ເປັນສ່ວນປະກອບໃນເຄື່ອງ ດຶ່ມທີ່ມີທາດເຫລົ້າ. ສຳລັບຄວາມ ອັນຕະລາຍຂອງເມຕາໂນນ ເມື່ອ ເຂົ້າສູ່ຮ່າງກາຍຈະຖືກປ່ຽນເປັນ ສານພິດທີ່ມີຜົນກະທົບຕໍ່ລະບົບ ປະສາດ ແລະ ປະສາດຕາ ລວມທັງ ອະໄວຍະວະຕ່າງໆຂອງຮ່າງກາຍ. ຜູ້ທີ່ໄດ້ຮັບສານພິດນີ້ ຈະມີອາກາດ ເຈັບຫົວ, ວິນຫົວ, ປຸ້ນທ້ອງ, ຮາກ, ຕາມົວ, ເບິ່ງເຫັນບໍ່ແຈ້ງ ແລະ ອື່ນໆ, ຂປລ. ການເບິ່ງແຍງສຸຂະພາບ ດ້ວຍສະໝຸນໄພທຳມະຊາດ ກຳລັງ ໄດ້ຮັບຄວາມນິຍົມຢ່າງແພ່ຫລາຍ ແລະ bຊາເຫັດກໍ່ແດງc ກໍແມ່ນໜຶ່ງ ໃນທາງເລືອກທີ່ຕອບໂຈດໄດ້ຢ່າງ ລົງໂຕ ດ້ວຍຄຸນສົມບັດພິເສດຂອງ ເຫັດກໍ່ແດງຈາກປ່າທຳມະຊາດ ແຂວງຫລວງພະບາງ ທີ່ຜ່ານຂະ ບວນການຜະລິດທີ່ພິຖີພິຖັນ, ຈົນໄດ້ ມາເປັນຊາສະໝຸນໄພ 3 ສູດພິເສດທີ່ ຊ່ວຍບຳລຸງຮ່າງກາຍ, ຫລຸດໄຂມັນ, ປັບຄວາມດັນເລືອດສູງ ແລະ ເໝາະ ສຳລັບທຸກເພດທຸກໄວ. ທ່ານນາ ງ ດອກຄໍາຫລ້າ ໄຊຈໍາປາ ຈາກແຂວງຫລວງພະ ບາງ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນໃນໂອ ກາດເຂົ້າຮ່ວມງານວາງສະແດງ ສິນຄ້າຜະລິດຕະພັນລາວ ທີ່ສູນການ ຄ້າລາວ-ໄອເຕັກ (ຕຶກເກົ່າ) ໄດ້ ເລົ່າເຖິງທີ່ມາ ແລະ ການພັດທະນາ ຂປລ. ຊົນເຜົ່າຫໍ້ ແມ່ນຊົນເຜົ່າ ໜຶ່ງໃນວົງຄະນາຍາດແຫ່ງຊາດ ລາວ ແລະ ຕັ້ງຖິ່ນຖານອາໄສຢູ່ ທາງພາກເໜືອຂອງປະເທດລາວ ໂດຍສະເພາະແມ່ນແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ. ຊົນເຜົ່ານີ້ມີ ພາສາປາກເວົ້າ ແລະ ມີຕົວໜັງສື ຂຽນເປັນຂອງໂຕເອງ ພ້ອມທັງມີ ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທໍາອັນເປັນເອກະລັກທີ່ໄດ້ ຮັບການສືີບທອດຈາກຫລາຍຮຸ່ນຄົນ ຈົນມາເຖິງປັດຈຸບັນ. ຕາມປະຫວັດຄວາມເປັນມາ, ຊົນເຜົ່າຫໍ້ ມີຕົ້ນກຳເນີດຈາກປະເທດ ຈີນ ແລະ ໄດ້ອົບພະຍົບເຄື່ອນຍ້າຍ ມາຕັ້ງຖິ່ນຖານຢູ່ພາກເໜືອຂອງ ລາວ ເປັນຕົ້ນແມ່ນແຂວງຜົ້ງສາລີ -u ;y f{;a fmtotme Iu f7v'xtgrou c]t ;y 4u -u ;y fmuj gxa ogvdt]a d0v'-q ogzqj ks= h ໃນທ້າຍສະຕະວັດທີ 9I9. ໂດຍ ທົ່ວໄປແລ້ວຊົນເຜົ່າຫໍ້ ມັກປຸກບ້ານ ເຮືອນຢູ່ຕາມເຂດພູສູງ ທີ່ມີຄວາມ ສູງປະມານ 1.000-1.500 ແມັດ ເໜືອລະດັບນໍ້າທະເລ. ເຮືອນມີ ລັກສະນະເປັນເຮືອນຕິດດິນ ແລະ ມີການຈັດແບ່ງຫ້ອງນອນຕາມຈໍາ ນວນສະມາຊິກໃນຄອບຄົວ. ນອກ ນີ້, ຍັງນິຍົມເອົາງ້າວ, ຫອກ, ດາບ ແລະ ເຄື່ອງມືໃນການຂ້າສັດປະດັບ ເອ້ໄວ້ເທິງປະຕູເຮືອນ. ຊົນເຜົ່າຫໍ້ ມີອາຊີບຕົ້ນຕໍແມ່ນ ເຮັດໄຮ່ປູກເຂົ້າ, ເຮັດສວນປູກພືດ ຜັກຊະນິດຕ່າງໆ ແລະ ມີປະສົບການ ໃນການເຮັດກະສິກຳແບບປະສົມ ປະສານໃຫ້ສອດຄ່ອງກັບແຕ່ລະ ລະດູການຜະລິດ. ພ້ອມກັນນັ້ນ, ຍັງ ມີການລ້ຽງງົວ ແລະ ຄວາຍ ເພື່ອ ໃຊ້ເປັນແຮງງານລາກແກ່, ສ່ວນໝູ ແລະ ສັດປີກ ກໍນິຍົມລ້ຽງໄວ້ສຳລັບ ປະກອບພິທີກຳຕ່າງໆ, ຈຳໜ່າຍ ແລະ ແລກປ່ຽນເປັນສິ່ງຂອງທີ່ ຈຳເປັນໃນຊີວິດປະຈຳວັນ ເຊັ່ນ: ເກືອ, ແປ້ງນົວ, ນ້ຳຕານ, ນໍ້າມັນ ເຊື້ອໄຟ ແລະ ອື່ນໆ. ສຳລັບການສືບທອດມໍລະດົກ, ຊົນເຜົ່າຫໍ້ ຢຶດຖືການສືບທອດຕະກຸນ ທາງພໍ່ເປັນຫລັກ, ໃນຄອບຄົວພໍ່ຈະ ເປັນຜູ້ທີ່ມີສິດອໍານາດຕັດສິນບັນຫາ ຕ່າງໆ. ຕາມຮີດຄອງດັ້ງເດີມການ ສືບທອດມູນມໍລະດົກສ່ວນໃຫຍ່ ແມ່ນລູກຊາຍ ໂດຍລູກຊາຍກົກຈະ ໄດ້ຮັບສ່ວນແບ່ງຫລາຍກວ່າລູກຄົນ ອື່ນໆ. ສ່ວນຄວາມເຊື່ອຖື ຊົນເຜົ່ານີ້ ນັບຖືຜີ ໂດຍສະເພາະແມ່ນຜີພໍ່ແມ່, ຜີ ບັນພະບູລຸດທີ່ລ່ວງລັບໄປແລ້ວກໍຈະ ມີການເຮັດຮ້ານບູຊາໄວ້ໃນເຮືອນ. ການແຕ່ງດອງຂອງຊົນເຜົ່າຫໍ້ ຈະແຕກຕ່າງກັບຊົນເຜົ່າອື່ນ, ຕາມ ຮີດຄອງດັ້ງເດີມການຕັດສິນໃຈ ເລືອກຄູ່ຄອງມັກຂຶ້ນກັບພໍ່ແມ່ເປັນ ຄົນເລືອກໃຫ້. ຫລັງຈາກແຕ່ງດອງ ແລ້ວ ລູກແມ່ຍິງຕ້ອງໄປຢູ່ເຮືອນ ຂອງພໍ່ແມ່ຜົວ ເພື່ອເບິ່ງແຍງລ້ຽງດູ ຄອບຄົວຂອງຜົວ. ນອກນີ້, ການ ເລືອກຄູ່ຄອງຍັງຄຳນຶງເຖິງຖານະ ຄອບຄົວຂອງຝ່າຍຊາຍເປັນສຳຄັນ. ສຳລັບບຸນປະເພນີທີ່ສຳຄັນຂອງ ຊົນເຜົ່າຫໍ້ ແມ່ນບຸນກິນຈຽງ ຫລື ບຸນປີໃໝ່ ຊຶ່ງເປັນບຸນທີ່ຈັດຂຶ້ນເປັນ ປະຈຳທຸກປີ, ໃນນີ້ຈະປະກອບພິທີ ກຳຕາມຄວາມເຊື່ອຖື ໂດຍການ ຂ້າໝູເພື່ອລ້ຽງຜີເຮືອນ (ຜີພໍ່ແມ່), ພ້ອມທັງມີການຈັດກິດຈະກຳເຊັ່ນ: ຈູດດອກໄມ້ໄຟ, ໝາກກະໂພກ ແລະ ບັ້ງໄຟດອກ ເພື່ອສ້າງບັນຍາກາດ ຄຶກຄື້ນມ່ວນຊື່ນ. ດ້ານສີລະປະວັດທະນະທຳແມ່ນ ມີຄວາມໂດດເດັ່ນໃນການຮ້ອງເພງ ຊຶ່ງເນື້ອໃນທຳນອງເພງຮ້ອງຈະ ພັນລະນາເຖິງຄວາມມັກຮັກຂອງຄູ່ ບ່າວສາວ, ວິຖີຊີວິດປະຈໍາວັນ, ດິນ ແດນແຫ່ງການກໍາເນີດຂອງຊົນເຜົ່າ ຕົນ, ການຕໍ່ສູ້ກັບສັດຕູ, ໄພທໍາມະ ຊາດ, ສັດຕູຜູ້ຮຸກຮານດ້ວຍຄວາມ ອົດທົນຕໍ່ສູ້ຂອງຊົນເຜົ່າຫໍ້ ກັບທໍາມະ ຊາດ ແລະ ອື່ນໆ. ນອກຈາກນີ້ຍັງມີ ເຄື່ອງດົນຕີພື້ນເມືອງຫລາຍຊະນິດ ເຊັ່ນ: ປີ່, ກະຈັບປີ່, ຂຸ່ຍ ແລະ ອື່ນໆ. ສ່ວນຜູ້ທີ່ໄດ້ຮັບສານພິດໃນປະລິ ມານຫລາຍ ຫລື ບໍ່ໄດ້ຮັບການປິ່ນ ປົວທັນເວລາອາດເຮັດໃຫ້ລະບົບ ປະສານຕາເສຍຫາຍຖາວອນ, ຕາບອດ, ໝົດສະຕິ, ຫົວໃຈລົ້ມ ເຫລວ ແລະ ເສຍຊີວິດ. ສຳລັບວິທີປ້ອງກັນ, ຄວນເລືອກ ຊື້ເຄື່ອງດື່ມຈາກຮ້ານຄ້າທີ່ເຊື່ອຖືໄດ້, ເລືອກເຄື່ອງດື່ມທີ່ມີຝາປິດແໜ້ນດີ ແລະ ຍີ່ຫໍ້ທີ່ເຊື່ອຖືໄດ້. ຄວນລະວັງ ເຫລົ້າຍີ່ຫໍ້ທີ່ມີລາຄາຖືກຜິດປົກກະຕິ ຫລື ຫລຸດລາຄາ, ເຫລົ້າທີ່ບໍ່ມີສະ ຫລາກ, ແຈກຟßີ, ເຫລົ້າຕົ້ມເອງ ທີ່ບໍ່ລະບຸທີ່ມາຢ່າງຊັດເຈນ ຫລື ເຫລົ້າເຖື່ອນ. ວິທີປ້ອງກັນອັນຕະລາຍຈາກ ເມຕາໂນນ ບໍ່ແມ່ນພຽງແຕ່ເລືອກ ຊື້ເຄື່ອງດື່ມທີ່ປອດໄພເທົ່ານັ້ນ, ແຕ່ຕ້ອງອາໄສຄວາມຮູ້, ຄວາມ ຮອບຄອບ ແລະ ການບໍ່ດື່ມເຫລົ້າ ທີ່ບໍ່ຮູ້ແຫລ່ງທີ່ມາຈະຊ່ວຍຫລຸດ ຜ່ອນຄວາມສ່ຽງ ແລະ ປົກປ້ອງ ສຸຂະພາບຂອງຕົນເອງ, ຄອບຄົວ ແລະ ສັງຄົມ. ຜະລິດຕະພັນຊາເຫັດກໍ່ແດງ ຊຶ່ງເປັນ ຜົນຜະລິດທີ່ໄດ້ຈາກປ່າທຳມະຊາດ ຂະໜາດໃຫຍ່ຢູ່ຕາມເຂດພູສູງ ແລະ ປ່າດົງດິບ ໂດຍສະເພາະແມ່ນຢູ່ເຂດ ບ້ານຫ້ວຍຂີງ ລະຫວ່າງ ແຂວງ ຫລວງພະບາງ ແລະ ແຂວງຜົ້ງສາ ລີ. ການພັດທະນາຜະລິດຕະພັນດັ່ງ ກ່າວ ໄດ້ຮັບການສະໜັບສະໜູນ ແລະ ໃຫ້ຄຳແນະນຳດ້ານວິຊາການ ລວມເຖິງທຶນຮອນຈາກໂຄງການ ພັດທະນາຕ່າງໆ ຊຶ່ງຊ່ວຍໃຫ້ປະຊາ ຊົນສາມາດຍົກລະດັບຈາກການ ເກັບເຫັດສົດຕາມທຳມະຊາດຂາຍ ມາສູ່ຂັ້ນຕອນການປຸງແຕ່ງ ແລະ ອົບແຫ້ງ ເພື່ອເພີ່ມມູນຄ່າເພີ່ມໃຫ້ ແກ່ສິນຄ້າດ້ວຍຂັ້ນຕອນການຜະ ລິດ ແລະ ຄວາມເອົາໃຈໃສ່ໃນ ຄຸນ ນະພາບເນື່ອງຈາກເຫັດອອກ ຕາມໃນຍາມທຳມະຊາດລະດູຝົນ (ໂດຍປົກກະຕິໃນໜຶ່ງປີຈະອອກ ປະມານ 2 ຫາ 3 ຄັ້ງ ຕາມສະພາບ ດິນຟ້າອາກາດ), ກຸ່ມຜູ້ຜະລິດຈຶ່ງ ຕ້ອງມີຄວາມພິຖີພິຖັນໃນການເກັບ ກຳ ແລະ ການປຸງແຕ່ງ ເພື່ອບໍ່ໃຫ້ ສິນຄ້າເນົ່າເປື່ອຍ ທາງກຸ່ມໄດ້ນຳເອົາ ເຫັດມາຜ່ານຂັ້ນຕອນການອົບດ້ວຍ ເຕົາອົບໄຟຟ້າ ແລະ ເຕົາອົບຖ່ານ ທໍາມະຊາດ ເພື່ອຮັກສາຄຸນນະພາບ, ຄວາມສະອາດ ແລະ ຄວາມສົດໃໝ່. ຜະລິດຕະພັນທີ່ຈຳໜ່າຍໃນປັດ ຈຸບັນປະກອບມີ: ຊາເຫັດກໍ່ແດງ ສົດ (ແບບອົບແຫ້ງ) ມີສັບພະຄຸນ ຊ່ວຍບຳລຸງຮ່າງກາຍ, ຫລຸດຜ່ອນ ຄວາມສ່ຽງທີ່ກໍ່ໃຫ້ເກີດພະຍາດ ມະເຮັງ, ຊ່ວຍຂະຫຍາຍຫລອດ ເລືອດ, ບຳລຸງຫົວໃຈ ແລະ ສາຍຕາ; ຊາເຫັດກໍ່ແດງປະສົມໃບມອນ ແລະ ຫຍ້າຫວານ ຊ່ວຍຫລຸດນໍ້າຕານໃນ ເລືອດ, ບຳລຸງສາຍຕາ, ຫລຸດໄຂ ມັນ, ຊ່ວຍໄລ່ສານພິດໃນຮ່າງກາຍ; ຊາເຫັດກໍ່ແດງປະສົມຂີງດຳ ຊ່ວຍ ບຳລຸງກຳລັງ, ແກ້ອາການອິດ ເມື່ອຍ, ຊ່ວຍປັບໃຫ້ລະບົບໝູນວຽນ ເລືອດດີຂຶ້ນ, ຫລຸດຄວາມດັນເລືອດ ສູງ ແລະ ບັນເທົາອາການທ້ອງຍຶ່ງ (ເໝາະສຳລັບແມ່ຍິງເປັນພິເສດ). ຊາເຫັດກໍ່ແດງ 1 ກ່ອງ ມີ 12 ຊອງ ລາຄາ 99.000 ກີບ, ຊາ ເຫັດກໍ່ແດງປະສົມໃບມອນ 1 ກ່ອງ ມີ 12 ຊອງ ລາຄາ 65.000 ກີບ, ຊາເຫັດກໍ່ແດງປະສົມຂີງດຳ1 ກ່ອງ ມີ 12 ຊອງ ລາຄາ 75. 000 ກີບ. ສໍາລັບທ່ານໃດທີ່ຕ້ອງການຊື້ ຫລື ພໍ່ຄ້າ, ແມ່ຄ້າທີ່ສົນໃຈໄປຈໍາ ໜ່າຍຕໍ່ສາມາດສັ່ງຊື້ ຫລື ສອບ ຖາມຂໍ້ມູນເພີ່ມເຕີມໄດ້ຜ່ານທາງ ເພຈ FBDFCPPL ຂອງກຸ່ມຜະລິດ ຕະພັນ ຫລື ຕິດຕໍ່ໂດຍກົງຫາຕົວ ແທນຈຳໜ່າຍໃນທ້ອງຖິ່ນ, ມີ ລາຄາຂາຍຍົກ ແລະ ຂາຍຍ່ອຍ ທາງ FBDFCPPL ຊາສະໝຸນໄພ ເຫັດກໍ່ແດງ, ເບີວອດແອັບ 020 23360006, 020 97309663.
RkJQdWJsaXNoZXIy MTc3MTYxMQ==