xtgmf]k; 7 05/11/2026 gsfdko{dkora fmtok w-pt[6 ]u gzu pczj ;k]tcsj '-kf ;j kfh ;pdkora fmtok-q oot[q f c]t cdh w07;k,m5 dpkd w]pt 2 0 2 7 - 2 0 30 leg]a fdkozj k8a fcdj o8k05 h o16 j 3I'\= c0;'9exkla d ຂປລ. ແຫລ່ງຂ່າວຈາກແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ສະມາຄົມແພດ ຕາລາວ ແລະ ສະມາຄົມວິຖີຊີວິດ ຊົນນະບົດແບບຍືນຍົງ ຮ່ວມກັບ ໂຮງໝໍແຂວງຈໍາປາສັກ ດໍາເນີນ ກິດຈະກຳການຜ່າຕັດປິ່ນປົວແກ່ນ ຕາຂຸ້ນການກຸສົນໃນວັນທີ31ຕຸລາ ຫາ 1 ພະຈິກ 2026 ເພື່ອຮ່ວມກັນ ຟື້ນຟູສາຍຕາ, ເພີ່ມໂອກາດໃນ ການເບິ່ງເຫັນ ແລະ ຍົກລະດັບຄຸນ ນະພາບຊີວິດຂອງຜູ້ເປັນພະຍາດ ແກ່ນຕາຂຸ້ນ ຢູ່ແຂວງຈຳປາສັກ ໃຫ້ ນັບມື້ດີຂຶ້ນ. ໂດຍພິທີເປີດຕາ ຄັ້ງນີ້; ຈັດຂຶ້ນ ໃນວັນທີ 2 ພະຈິກ 2026 ຢູ່ໂຮງໝໍ ແຂວງຈຳປາສັກ ໂດຍການໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ອະລຸນ ໄຊ ສູນນະລາດ ເລຂາຄະນະບໍ ລິຫານງານພັກແຂວງ ປະທານ ສະພາປະຊາຊົນແຂວງຈໍາປາສັກ, ທ່ານ ນັນທະສານ ວັນນະວົງ ຫົວ ໜ້າພະແນກສາທາລະນະສຸກ ແຂວງ, ທ່ານ ນາງ ວຽງສະໃໝ ສູນນະລາດ ປະທານກອງທຶນສາ ມະຄີຈໍາປາສັກ ຊ່ວຍເຫລືອສັງຄົມ, ທ່ານ ດຣ. ວິທູນ ວິສອນນະວົງ ແພດຊ່ຽວຊານຕາ ອະວຸໂສປະທານ ທີ່ປຶກສາ ສະມາຄົມແພດຕາລາວ ພ້ອມດ້ວຍທີມງານຊ່ຽວຊານ, ແພດໝໍ, ພໍ່ແມ່, ພີ່ນ້ອງ, ລຸງປ້າອາວ ອາ ກໍຄືຄົນເຈັບທີ່ເຂົ້າຮ່ວມຜ່າຕັດ ປິ່ນປົວແກ່ນຕາຂຸ້ນ ເຂົ້າຮ່ວມ. ໃນພິທີ, ທ່ານ ດຣ. ຄໍາສິງ ແກ້ວ ທອງກຸ ຜູ້ອໍານວຍການໂຮງໝໍ ແຂວງຈຳປາສັກ ໄດ້ລາຍງານວ່າ: ການຈັດພິທີເປີດຕາ ຄັ້ງນີ້ ກໍເພື່ອ ສະຫລຸບຜົນສໍາເລັດຂອງການຜ່າ ຕັດແກ່ນຕາຂຸ້ນ ໃຫ້ຜູ້ທີ່ເປັນພະຍາດ ແກ່ນຕາຂຸ້ນ ຮັບຮູ້ເຂົ້າໃຈ ທັງເປັນ ການສົ່ງມອບຄວາມຫວັງ ແລະ ຄືນ ໂອກາດໃນການເບິ່ງເຫັນໃຫ້ແກ່ຄົນ ເຈັບທີ່ໄດ້ຮັບການຜ່າຕັດແກ່ນຕາ ຂຸ້ນ. ຜົນການດໍາເນີນການຜ່າຕັດ ຕາ ທີ່ເປັນພະຍາດແກ່ນຕາຂຸ້ນໃນ 2 ວັນຜ່ານມາ, ການຈັດຕັ້ງປະຕິບັດ ການຜ່າຕັດປິ່ນປົວແກ່ນຕາຂຸ້ນ ຄັ້ງນີ້ ເປັນຄັ້ງທີສອງ, ຄັ້ງທີ 1 ແມ່ນຈັດຂຶ້ນ ໃນວັນທີ 4 ເມສາ 2026 ຊຶ່ງມີຄົນເປັນແກ່ນຕາຂຸ້ນ ມາລົງທະບຽນ 83 ຄົນ ແຕ່ ມາຜ່າຕັດຕົວຈິງ 65 ຄົນ, ຍິງ 41ຄົນ(ໄດ້ດໍາເນີນການຜ່າຕັດສໍາ ເລັດໃນວັນດຽວ); ຄັ້ງທີ 2 ເບື້ອງ ຕົ້ນມີຄົນເປັນແກ່ນຕາຂຸ້ນ ມາ ລົງທະບຽນ 205 ຄົນ, ແຕ່ມາຜ່າ ຕັດຕົວຈິງ 162 ຄົນ, ຍິງ 101 ຄົນ (ໄດ້ດໍາເນີນການສໍາເລັດ ໃນເວລາ 2 ວັນ ວັນເສົາ ແລະ ອາທິດ ຜ່ານ ມານີ້). ຜົນການກວດກາຕິດຕາມ ຫລັງຜ່າຕັດ ເຫັນວ່າບໍ່ມີອາການ ສົນເກີດຂຶ້ນໃນເວລາຜ່າຕັດ ແລະ ຫລັງຜ່າຕັດ, ຈໍານວນຄົນເຈັບທີ່ເຂົ້າ ຮ່ວມຜ່າຕັດ ມີຜົນການເບິ່ງເຫັນ ທີ່ດີຂຶ້ນ. ທ່ານ ສຸບັນ ພະນັກງານບໍານານ ອະດີດຫົວໜ້າຫ້ອງການສາທາ ລະນະສຸກເມືອງໂຂງ ເປັນຜູ້ໜຶ່ງ ທີ່ເຂົ້າຮ່ວມຜ່າຕັດປິ່ນປົວແກ່ນຕາ ຂຸ້ນ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກ ດີໃຈ ແລະ ພາກພູມໃຈຫລາຍທີ່ໄດ້ ເຂົ້າມາຜ່າຕັດປິ່ນປົວແກ່ນຕາຂຸ້ນ ໃນຄັ້ງນີ້ ເພາະວ່າທີມງານວິຊາ ການ ແລະ ຊ່ຽວຊານແພດໝໍ ໄດ້ ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ປິ່ນປົວ ຄົນທີ່ເປັນແກ່ນຕາຂຸ້ນ ດ້ວຍຄວາມ ຍິ້ມແຍ້ມແຈ່ມໃສ ເຮັດໃຫ້ຜູ້ມາປິ່ນ ປົວຜ່າຕັດແກ່ນຕາຂຸ້ນມີຄວາມປະ ທັບໃຈ, ສິ່ງສໍາຄັນ ມີຄວາມດີໃຈ ຫາອັນປຽບບໍ່ໄດ້ ທີ່ສາມາດກັບມາ ເບິ່ງເຫັນຄືນໄດ້ອີກຄັ້ງ. ໂອກາດນີ້, ທ່ານ ອະລຸນໄຊ ສູນ ນະລາດ ໄດ້ມີຄໍາເຫັນວ່າ: ພະຍາດ ແກ່ນຕາຂຸ້ນ ເປັນສາເຫດຕົ້ນຕໍທີ່ z6 h xtlq [wroE4h ;, 1 5 ra o7q o 16 j c0;'lts;a ootg0f wfh Ia [g'y o-j ;pgs]n v ຂປລ. ອົງການອາຫານໂລກ (8'1) ໂດຍການປະສານສົມທົບ ກັບກະຊວງແຮງງານແລະ ສະຫວັດ ດີການສັງຄົມ ໄດ້ມອບເງິນຊ່ວຍ ເຫລືອຈຳນວນ 19,26 ຕື້ກີບ (ປະ ມານ 900.000 ໂດລາສະຫະລັດ) ໂດຍການສະໜັບສະໜູນທຶນຈາກ ສະຫະລັດອາເມລິກາ ໃຫ້ແກ່ປະຊາ ຊົນ 15.000 ຄົນ ທີ່ປະສົບໄພນ້ຳ ຖ້ວມຢູ່ແຂວງສະຫວັນນະເຂດ ໃນ ເດືອນກໍລະກົດ ຫາ ກັນຍາ 2026 ຜ່ານມາ. ພິທີມອບ-ຮັບເງິນຊ່ວຍເຫລືອ ດັ່ງກ່າວ ຈັດຂຶ້ນໃນວັນທີ 3 ພະຈິກ 2026 ຢູ່ບ້ານດົງໝາກໄຟ, ເມືອງ ໄຊບູລີ ແຂວງສະຫວັນນະເຂດ ໂດຍມີ ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ທອງໄຊ ໄຊຍະວົງຄຳດີ ຮອງປະ ທານຄະນະກໍາມະການປົກຄອງ ແຂວງ, ທັງເປັນປະທານຄະນະ ກຳມະການຕ້ານໄພພິບັດ ແຂວງ ສະຫວັນນະເຂດ, ທ່ານ ນາງ ມີ ເຊລ ເອາທÑ ລໍ (MJDIFMMF OVUMBX) ອຸປະທູດຊົ່ວຄາວ ສະຖານທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານ ມາກ-ອັນເດຣ ໂປຣສ (MBSD-AOES 1SPTU) ຜູ້ອໍານວຍ ການອົງການອາຫານໂລກ ປະຈຳ ສປປ ລາວ, ມີພໍ່ແມ່ປະຊາຊົນຜູ້ໄດ້ ຮັບທຶນຊ່ວຍເຫລືອ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ຊຶ່ງການຊ່ວຍ ເຫລືອດັ່ງກ່າວ, ກວມເອົາ 18 ບ້ານ ທີ່ໄດ້ຮັບຜົນກະທົບຮ້າຍແຮງ ໃນ 4 ເມືອງ ຄື: ເມືອງສອງຄອນ, ເມືອງ ຈຳພອນ, ເມືອງໄຊບູລີ ແລະ ເມືອງ ຊົນບູລີ ໂດຍແຕ່ລະຄົນທີ່ມີລາຍຊື່ ແມ່ນໄດ້ຮັບການຊ່ວຍເຫລືອເປັນ ເງິນຈໍານວນ 60 ໂດລາສະຫະລັດ ຫລື ປະມານ 1.350.000 ກີບ ເພື່ອນຳໄປໃຊ້ຈ່າຍໃນການຈັດຊື້ອາ ຫານ, ປິ່ນປົວພະຍາດ ແລະ ສິ່ງ ຈໍາເປັນດ້ານໂພຊະນາການພາຍໃນ ຄອບຄົວ. ທ່ານ ພົງໄຊສັກ ອິນທະລາດ ໄດ້ກ່າວວ່າ: ໃນລະຫວ່າງ ເດືອນ ກໍລະກົດ ຫາ ກັນຍາ 2026 ຜ່ານ ມາ, ປະເທດລາວ ໄດ້ປະສົບກັບ ໄພນໍ້າຖ້ວມຮ້າຍແຮງ ອັນເປັນຜົນ ມາຈາກພາຍຸເຂດຮ້ອນ ແລະ ຝົນ ຕົກໜັກ ໂດຍສົ່ງຜົນກະທົບຕໍ່ຊຸມຊົນ ຢູ່ຫລາຍພື້ນທີ່ທົ່ວປະເທດ. ສໍາລັບ ການຊ່ວຍເຫລືອຄັ້ງນີ້ ຖືເປັນການ ປະກອບສ່ວນສຳຄັນ ໃນການຊ່ວຍ ໃຫ້ຄອບຄົວຜູ້ປະສົບໄພ ເພື່ອສາມາດ ຜ່ານຜ່າຄວາມຫຍຸ້ງຍາກດ້ານການ ດຳລົງຊີວິດ, ທັງສະທ້ອນໃຫ້ເຫັນ ເຖິງການຮ່ວມມືລະຫວ່າງ ລັດຖະ ບານລາວ ແລະ ລັດຖະບານສະຫະ ລັດອາເມລິກາ ໃນວຽກງານຮັບມື ກັບໄພພິບັດ ແລະ ການໃຫ້ຄວາມ ຊ່ວຍເຫລືອດ້ານມະນຸດສະທຳ. ຜົນ ການປະເມີນຮ່ວມລະຫວ່າງຄະ ນະກຳມະການຄຸ້ມຄອງໄພພິບັດ ແຫ່ງຊາດແລະອົງການຕ່າງໆຂອງ ສະຫະປະຊາຊາດ ພົບວ່າໄພນ້ຳ ຖ້ວມໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 71.797 ຄອບ ຄົວ ຫລື 345.477 ຄົນ ໃນ 1.480 ບ້ານ, 99 ເມືອງ, 14 ແຂວງ. ໃນນັ້ນ, ມີແມ່ຍິງ 159.092 ຄົນ. ນອກນີ້; ຍັງມີ ລາຍງານຜູ້ເສຍຊີວິດຈາກໄພພິບັດ ດັ່ງກ່າວ 20 ກວ່າຄົນ, ຄວາມ ເສຍຫາຍຕໍ່ພື້ນຖານໂຄງລ່າງ, ໂຮງຮຽນ, ສະຖານພະຍາບານ, ລະບົບໄຟຟ້າ ແລະ ເຄືອຂ່າຍສື່ສານ, ພື້ນທີ່ກະສິກຳ, ເຮືອນຊານ ລວມທັງ ສັດລ້ຽງ ມີມູນຄ່າຄວາມເສຍຫາຍ ປະເມີນເປັນເງິນ 9.141 ຕື້ກວ່າກີບ ຫລື ຫລາຍກວ່າ 400 ລ້ານໂດລາ ສະຫະລັດ. ຜ່ານມາ ລັດຖະບານໄດ້ລະດົມ ກຳລັງທີມງານສຸກເສີນລົງຊ່ວຍ ເຫລືອຜູ້ປະສົບໄພ, ພ້ອມທັງແຈກ ຢາຍນ້ຳດື່ມ, ເຄື່ອງບັນເທົາທຸກ ແລະ ເຂົ້າສານຈາກຄັງສຳຮອງເຂົ້າສານ ສຸກເສີນອາຊຽນບວກສາມ ແລະ ສູນປະສານງານອາຊຽນ ເພື່ອ ການຊ່ວຍເຫລືອດ້ານມະນຸດສະທຳ (A)A CFOUSF). ແຕ່ເນື່ອງຈາກ ຄວາມເສຍຫາຍມີຂອບເຂດກວ້າງ ຂວາງ ຈຶ່ງຈຳເປັນຕ້ອງໄດ້ຮັບການ ສະໜັບສະໜູນເພີ່ມເຕີມຈາກບັນດາ ຄູ່ຮ່ວມງານສາກົນ. ທ່ານ ມາກ-ອັນເດຣ ໂປຣສ ກໍໄດ້ ກ່າວວ່າ: ອົງການອາຫານໂລກ ໃຫ້ບຸລິມະສິດແກ່ການຊ່ວຍເຫລືອ ດ້ວຍເງິນສົດ ໃນພື້ນທີ່ທີ່ຕະຫລາດ ຍັງສາມາດດຳເນີນການໄດ້ຕາມ ປົກກະຕິ ແລະ ຍັງມີສະບຽງອາຫານ ຈຳໜ່າຍຢ່າງພຽງພໍ. ການມອບ ເງິນສົດໂດຍກົງ ຊ່ວຍໃຫ້ຄອບຄົວ ຜູ້ປະສົບໄພເພື່ອສ້າງເງື່ອນໄຂໃນ ການຕັດສິນໃຈເລືອກຈັດຊື້ສິ່ງທີ່ ຈຳເປັນຮີບດ່ວນທີ່ສຸດ, ພ້ອມທັງ ຊ່ວຍກະຕຸ້ນໃຫ້ຮ້ານຄ້າທ້ອງຖິ່ນ ແລະທຸລະກິດຂະໜາດນ້ອຍສາມາດ ຟື້ນຕົວຈາກຜົນກະທົບທາງເສດຖະ ກິດທີ່ເກີດຈາກໄພນ້ຳຖ້ວມ. ສໍາລັບ ການຊ່ວຍເຫລືອຢູ່ແຂວງສະຫວັນ ນະເຂດຄັ້ງນີ້, ແມ່ນສ່ວນໜຶ່ງຂອງ ໂຄງການໄລຍະ 12 ເດືອນ ມູນຄ່າ 11 ລ້ານໂດລາສະຫະລັດ ທີ່ໄດ້ ຮັບທຶນຈາກລັດຖະບານສະຫະລັດ ອາເມລິກາ ຜ່ານໂຄງການ U.4. GMPCBM AXBSE ເພື່ອເສີມສ້າງ ຄວາມພ້ອມໃນການກຽມຮັບມືສະ ພາວະສຸກເສີນ, ລະບົບເຕືອນໄພ ລ່ວງໜ້າ ແລະ ຂີດຄວາມສາມາດ ໃນການຮັບມືກັບໄພພິບັດຢູ່ລາວ. ພາຍໃຕ້ໂຄງການຂອງອົງການ 8'1ແລະ ກະຊວງແຮງງານແລະ ສະຫວັດດີການສັງຄົມ ກຳລັງຮ່ວມ ກັນຊ່ວຍເຫລືອປະຊາຊົນຫລາຍ ກວ່າ 50.000ຄົນ ໃນ3 ແຂວງເປົ້າ ໝາຍ ຄື: ແຂວງຫລວງນໍ້າທາ ແມ່ນ ໃຫ້ການຊ່ວຍເຫລືອດ້ານສະບຽງ ອາຫານ, ສ່ວນແຂວງສະຫວັນນະ ເຂດ ແລະ ແຂວງເຊກອງ ແມ່ນໃຫ້ ການຊ່ວຍເຫລືອດ້ວຍເງິນສົດ. ທ່ານ ນາງ ມິເຊວ ເອົາລໍ ໄດ້ຢືນ ຢັນເຖິງຄວາມມຸ່ງໝັ້ນຂອງສະຫະ ລັດອາເມລິກາ ໃນການສືບຕໍ່ສະໜັບ ສະໜູນຊຸມຊົນທີ່ປະສົບໄພພິບັດ, ພ້ອມທັງເສີມສ້າງຂີດຄວາມສາ ມາດຂອງປະເທດໃນການຮັບມືກັບ ສະພາວະສຸກເສີນ ທີ່ເກີດຈາກການ ປ່ຽນແປງສະພາບດິນຟ້າອາກາດ ໃນອະນາຄົດ. 8'1 ລະບຸວ່າ ທີມ ງານຄົ້ນຄວ້າ, ປະເມີນ ແລະ ຕິດ ຕາມສະຖານະການ ຈະສືບຕໍ່ຕິດ ຕາມສະພາບຕະຫລາດ ແລະ ລາຄາ ສິນຄ້າ ເພື່ອຮັບປະກັນວ່າການຊ່ວຍ ເຫລືອຍັງມີຄວາມເໝາະສົມກັບ ສະພາບຕົວຈິງ. ນອກນີ້, ຜູ້ທີ່ໄດ້ຮັບ ການຊ່ວຍເຫລືອ ສາມາດໃຊ້ຊ່ອງ ທາງຮັບຄໍາເຫັນ ແລະ ຮ້ອງຮຽນ ເພື່ອແຈ້ງບັນຫາ ຫລື ຂໍ້ກັງວົນຕ່າງໆ ທີ່ອາດເກີດຂຶ້ນໃນລະຫວ່າງຂັ້ນຕອນ ການແຈກຢາຍເງິນຊ່ວຍເຫລືອ. ຂ່າວ: ວີລະວັນ; ພາບ: ວິນນາລີ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ແຂວງໄຊຍະ ບູລີ ເຜີຍແຜ່ເອກະສານ ວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງ ໄລຍະ 2027-2030 ໃຫ້ ພະແນກການແລະ ພະນັກງານອ້ອມ ຂ້າງແຂວງ ໃນວັນທີ 2 ພະຈິກ 2026 ໂດຍມີ ທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະ ເຮັດໃຫ້ສູນເສຍການເບິ່ງເຫັນ, ແກ່ນຕາຂຸ້ນຈະເກີດຂຶ້ນໃນຜູ້ສູງ ອາຍຸທີ່ມີອາຍຸ 50 ປີ ຂຶ້ນໄປ, ແກ່ນ ຕາຂຸ້ນຈະຂະຫຍາຍຕົວໄປຊ້າໆ ໂດຍທີ່ບໍ່ມີອາການເຈັບປວດ ແລະ ເຮັດໃຫ້ສາຍຕາມົວລົງເທື່ອລະ ນ້ອຍ, ການຜ່າຕັດເອົາແກ່ນຕາຂຸ້ນ ອອກ ແລ້ວໃສ່ແກ່ນຕາທຽມເປັນ ວິທີດຽວ ທີ່ຊ່ວຍໃຫ້ຄົນເຈັບສາ ມາດເບິ່ງເຫັນຄືນໄດ້. ຍ້ອນແນວ ນັ້ນ, ໃນນາມຕາງໜ້າຄະນະພັກອົງການປົກຄອງແຂວງ ຂໍສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນສະ ມາຄົມແພດຕາລາວ ແລະ ສະມາ ຄົມ ວິຖີຊີວິດຊົນນະບົດແບບຍືນຍົງ ແລະ ໂຮງໝໍແຂວງຈໍາປາສັກ ທີ່ໄດ້ ພ້ອມກັນດໍາເນີນກິດຈະກຳການຜ່າ ຕັດປິ່ນປົວແກ່ນຕາຂຸ້ນການກຸສົນ ໃຫ້ແກ່ຜູ້ເປັນແກ່ນຕາຂຸ້ນໃນແຂວງ ຈໍາປາສັກ ແລະ ແຂວງໃກ້ຄຽງໃນ ຄັ້ງນີ້. ພ້ອມນີ້, ຍັງໄດ້ຊີ້ນໍາໃຫ້ຄະນະ ພັກ-ຄະນະນໍາພະແນກສາທາລະ ນະສຸກແຂວງ, ໂຮງໝໍແຂວງ ເອົາ ໃຈໃສ່ນໍາພາ-ຊີ້ນຳ ໃຫ້ຊ່ຽວຊານ, ພະນັກງານ,ແພດໝໍເອົາໃຈໃສ່ການ ຮັກສາສະພາບແວດລ້ອມຂອງ ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ສຸກສາລາ ໃຫ້ມີຄວາມສະອາດ ສວຍງາມ; ເອົາໃຈໃສ່ຍົກສູງຈັນ ຍາບັນ, ຈັນຍາທໍາຂອງແພດໝໍ, ບໍ ລິການປິ່ນປົວຄົນເຈັບດ້ວຍຄວາມ ຈິງໃຈ ຮັບໃຊ້ສັງຄົມ, ມີຄວາມຍິ້ມ ແຍ້ມແຈ່ມໃສ ໃຫ້ສົມວ່າເປັນນັກ ຮົບເສື້ອຂາວ, ເປັນແພດປະຕິວັດ; ຍົກສູງເຕັກນິກດ້ານວິຊາໃນການ ປິ່ນປົວຄົນເຈັບ ໃຫ້ມີຄວາມຊໍານິ ຊໍານານ, ພັດທະນາໂຮງໝໍ ໂດຍ ວາງແຜນຜັງຢ່າງລະອຽດ, ພັດທະ ນາອຸປະກອນ, ບຸກຄະລາກອນບໍລິ ຫານດ້ານການແພດ ໃຫ້ໄດ້ມາດຕະ ຖານ ເພື່ອບໍລິການ ແລະ ຮັບໃຊ້ ສັງຄົມໃຫ້ນັບມື້ດີຂຶ້ນ. ຂ່າວ-ພາບ: ທູນທອງໃຈ ກຳມະການປົກຄອງແຂວງ ພ້ອມ ດ້ວຍພະແນກ, ຄະນະກຳມະການ ປົກຄອງເມືອງ 11 ເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ບຸດສະກອນ ອິນທະລັງສີ ໄດ້ກ່າວວ່າ: ຍາມໃດ ແຂວງໄຊຍະ ບູລີ ກໍໄດ້ຖືເອົາວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ, ວຽກງານ 3 ສ້າງ ເປັນບຸລິ ມະສິດສໍາຄັນ ເພື່ອຊຸກຍູ້ການຈັດຕັ້ງ ປະຕິບັດວຽກງານ ໃຫ້ມີຜົນສໍາເລັດ ໂດຍສະເພາະສຸມໃສ່ວຽກຈຸດສຸມບູ ລິມະສິດຂອງແຂວງ ທີ່ໄດ້ກຳນົດ ໄວ້ ໃນແຜນພັດທະນາເສດຖະກິດ- ສັງຄົມ ຂອງແຂວງ ໄລຍະ 5 ປີ (2026-2030) ກໍຄື ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ ໄລຍະ 2027-2030. ແຂວງໄຊຍະບູລີ ປະກອບມີ 11 ເມືອງ, ມີ 430 ບ້ານ, ມີ 82.943 ຄອບຄົວ, ທ້າຍປີ 2025 ແຂວງ ໄຊຍະບູລີ ມີຄອບຄົວ ພົ້ນທຸກ 61.360 ຄອບຄົວ, ມີບ້ານ ພົ້ນທຸກ 325 ບ້ານ, ມີເມືອງພົ້ນທຸກ 8 ເມືອງ. ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕ້ອງຮັບ ປະກັນການຂຸດຄົ້ນນໍາໃຊ້ ກຳລັງ ແຮງສັງລວມ ສອດຄ່ອງຕາມ ນະໂຍບາຍສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ, ຕ້ອງຮັບປະ ກັນຄວາມສົມດູນລະຫວ່າງການ ພັດທະນາເສດຖະກິດກັບການພັດ ທະນາສັງຄົມ ແລະ ການປົກປັກ ຮັກສາສິ່ງແວດລ້ອມ ຕາມທິດ ສີຂຽວ ແລະ ຍືນຍົງ, ຮັບປະກັນສະ ຖຽນລະພາບດ້ານການເມືອງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ຍັງຮັບຟັງການເຜີຍແຜ່ ວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໄລຍະ 2027-2030, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະ ນະຮັບຜິດຊອບຂັ້ນແຂວງ ໃນການ ຈັດຕັ້ງປະຕິບັດ ແຜນດຳເນີນງານ ຕາມແຜນປະຕິບັດງານ ແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030 ຂອງແຂວງ ໄຊຍະບູ ລີ, ຄໍາແນະນໍາ ການຈັດຕັ້ງປະຕິບັດ ແຜນປະຕິບັດງານແຫ່ງຊາດ ວ່າ ດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ2027- 2030, ຄູ່ມືແນະນໍາ ການສ້າງແຜນ ການ, ໂຄງການກິດຈະກຳຕາມແຜນ ປະຕິບັດງານແຫ່ງຊາດວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030. ຂ່າວ-ພາບ: ຂັນແກ້ວ
RkJQdWJsaXNoZXIy MTc3MTYxMQ==