05/11/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d [5 odt4y oxtgrou le7a o 0v'7q o]k;-k;r5 f ;k'ltcf'dkory ,c[[fA 'gfu , c]t ;a fmtotmexB ,0v'g9U 9P' ຂປລ. ໃນໄລຍະ ເດືອນຕຸລາ ຫາ ເດືອນພະຈິກ ພາຍຫລັງຈາກບຸນ ອອກພັນສາ ຕາມວາອາຮາມຕ່າງ ທົ່ວປະເທດ ຈະມີບັນຍາກາດຄຶກ ຄື້ນດ້ວຍການເຮັດບຸນປະເພນີທາງ ພຸດທະສາສະໜາ ນັ້ນ ກໍຄື bບຸນ ກະຖິນc ຊຶ່ງເປັນບຸນສຳຄັນທີ່ພຸດ ທະສາສະນິກຊົນລາວ ສືບທອດ ປະຕິບັດກັນມາແຕ່ບູຮານ ເພື່ອເປັນ ການທະນຸບຳລຸງພຸດທະສາສະໜາ ໂດຍສະເພາະການຖວາຍຜ້າຈີວອນ ແລະ ເຄື່ອງອຸປະໂພກບໍລິໂພກທີ່ ຈຳເປັນແກ່ພະສົງ. ບຸນກະຖິນແມ່ນບຸນປະເພນີ ທີ່ ກຳນົດໃຫ້ຈັດຂຶ້ນພາຍຫລັງອອກ ພັນສາ ໂດຍເລີ່ມແຕ່ມື້ແຮມ 1 ຄ່ຳ ເດືອນ 12 ລາວ ກົງກັບເດືອນພະຈິກ ໂດຍມີກຳນົດເວລາ 1 ເດືອນ. ການເຮັດບຸນສາມາດເຮັດໄດ້ທັງ ສ່ວນບຸກຄົນ ແລະ ສ່ວນລວມ ຊຶ່ງ ການເຮັດແບບສ່ວນລວມເພິ່ນເອີ້ນ ວ່າ:bມະຫາກະຖິນc. ສ່ວນບຸກຄົນ ເອີ້ນວ່າ: bຈຸນລະກະຖິນc. ເຖິງ ຈະມີຮູບແບບການຈັດທີ່ແຕກຕ່າງ ກັນແຕ່ມີຈຸດປະສົງດຽວກັນຄື ການ ຖວາຍຜ້າກະຖິນແກ່ພະສົງ. ການ ເຮັດບຸນກະຖິນນີ້, ເພິ່ນຈະປັກໝາຍ ວັດໄວ້ ເພື່ອຈະໄດ້ໄປທອດຕາມນັດ ໝາຍ.ທັງນີ້ໃນການທອດກະຖິນນັ້ນ ຖ້າທອດສອງກອງຢູ່ວັດດຽວບໍ່ໄດ້ ເດັດຂາດເພາະເປັນການເຮັດຜິດ ວິໄນສົງ, ແຕ່ຖ້າລວມເຂົ້າກັນເປັນ ກອງດຽວຖືວ່າໄດ້. ສຳລັບມູນເຫດຂອງບຸນກະຖິນ ນັ້ນຕາມພຸດທະປະຫວັດໄດ້ເລົ່າ ວ່າ: ໃນສະໄໝພຸດທະການມີພະສົງ -u ;y f{;a fmtotme ຂປລ. ການຫັນມາປະກອບອາ ຊີບກະສິກຳ ໂດຍນຳໃຊ້ທ່າແຮງ ທີ່ຄອບຄົວມີ, ຈັດສັນພື້ນທີ່ຜະລິດ ຢ່າງເໝາະສົມ ແລະ ວາງແຜນການ ຜະລິດໃຫ້ສອດຄ່ອງກັບຕະຫລາດ ເປັນໜຶ່ງໃນແນວທາງສ້າງລາຍຮັບ ແລະ ຄວາມໝັ້ນຄົງໃຫ້ແກ່ຄອບ ຄົວ. ເໝືອນດັ່ງ ນາງ ມົນລະດີ ກົມມະເມືອງ ອາຍຸ 31 ປີ ຢູ່ບ້ານ ຝັ່ງແດງ ເມືອງໄຊເສດຖາ ແຂວງ ອັດຕະປື, ຜູ້ທີ່ມຸ່ງໝັ້ນພັດທະນາ ກະສິກຳປະສົມປະສານ ຈົນສາມາດ ໂດຍ: ¨ສສË ວÅ ນ ¦Å ດີ ເມືອງ bປາວາc ປະມານ 30 ອົງ ມີຄວາມປະສົງຈະເດີນທາງໄປເຂົ້າ ເຝົ້າພະພຸດທະເຈົ້າຢູ່ວັດເສດຕະພົນ ມະຫາວິຫານ, ແຕ່ເມື່ອຮອດເວລາ ເຂົ້າພັນສາ ຈຶ່ງໄດ້ເຂົ້າຈຳພັນສາ ຢູ່ເມືອງສາເກດ ແລະ ພໍເມື່ອອອກ ພັນສາແລ້ວ ກໍຮີບຟ້າວເດີນທາງ ທັງຕາກແດດຕາກຝົນອັນເຮັດໃຫ້ ຜ້າຈີວອນປຽກຊຸ່ມ ແລະ ເປິະເປື້ອນ ດ້ວຍຕົມ. ພໍເມືອຮອດສຳນັກຂອງ ພະສາດສະດາ, ພະພຸດທະອົງຈຶ່ງຊົງ ອະນຸຍາດໃຫ້ຮັບຜ້າກະຖິນລຸນຫລັງ 11 ເດືອນ ຄື ແຕ່ເດືອນ 11 ແຮມ 1 ຄໍ່າຈົນເຖິງເດືອນ 12 ເພັງ (15 ຄ່ຳ) ແລະ ຈາກເຫດທັງຫລາຍ ທັງປວງນີ້ ຈຶ່ງເກີດມີປະເພນີເຮັດ ບຸນກະຖິນ. ສໍາລັບພິທີການເຮັດບຸນກະຖິນ ເຈົ້າພາບ ຫລື ເຈົ້າມູນສັດທາ ພ້ອມ ດ້ວຍເຖົ້າແກ່ອາວຸໂສຈະພ້ອມພຽງ ຮຽງໜ້າກັນໄປວັດທີ່ກ່ຽວຂ້ອງ ເພື່ອແຈ້ງ ຫລື ລາຍງານຈຸດປະສົງ ວ່າ: ຈະມາທອດກະຖິນຢູ່ວັດ. ຈາກ ນັ້ນ, ພະສົງ ແລະ ແນວໂຮມບ້ານ ຈະເອີ້ນລູກບ້ານຫລານເມືອງມາ ປະຊຸມ ເພື່ອແຈ້ງໃຫ້ທຸກຄົນຮັບຮູ້ ແລະ ກຽມຕ້ອນຮັບທັງກຽມຈັດ ບຸນ.ຈາກນັ້ນ, ເຈົ້າມູນສັດທາຈະ ຫ້າງຫາຜ້າອົງກະຖິນ ພ້ອມເຄື່ອງ ກອງບຸນອັນປະກອບມີຜ້າໄຕຈີວອນ (ຜ້າຄຸມ, ຜ້າສະບົງ ແລະ ຜ້າສັງ ຄາ), ສຳລັບເຄື່ອງບໍລິວານຕ່າງ ກໍປະກອບມີ ເສື່ອ, ສາດອາດສະ ນະ, ບາດ, ມີດພ້າ, ຄັນຮົ່ມ, ເກີບ, ພາເຂົ້າ, ຖ້ວຍ, ບ່ວງ, ຊ້ອມ, ຈອກ, ຕຸກນ້ຳ, ເຂັມ, ດ້າຍຫຍິບຜ້າ, ຕິບ ເຂົ້າ, ມຸ້ງ, ໄມ້ຄ້ອນເທົ້າ ແລະ ອື່ນ. ເມື່ອຮອດມື້ແລ້ວ, ກໍແຫ່ກະຖິນໄປ ໂດຍມີການເສບດົນຕີມະໂຫລີແຫ່ ແຫນແພນກັ້ງໄປຢ່າງມ່ວນຊື່ນ ແລະ ພໍໄປຮອດວັດກ່ຽວຂ້ອງແລ້ວກໍໄດ້ ຮັບການຕ້ອນຮັບຈາກພະສົງ ແລະ ຊາວບ້ານໂດຍການເຮັດພິທີທາງ ສາສະໜາເຊັ່ນ: ໄຫວ້ພະຮັບສິນ ຖວາຍກອງກະຖິນ, ຟັງເທດ ແລະ ອື່ນ, ສ່ວນຕອນຄໍ່າກໍຄົບງັນຕາມ ປະເພນີ ແລະ ລ້ຽງຮັບຮອງແຂກ. ພໍ ຮອດຕອນເຊົ້າຂອງມື້ຕໍ່ມາກໍມີການ ໃສ່ບາດຖວາຍທານແດ່ພະສົງທີ່ ຢູ່ວັດ ແລະ ມາຈາກວັດຕ່າງ. ທັງ ນີ້ທັງນັ້ນ, ພະສົງທີ່ໄດ້ຈຳພັນສາຄົບ 3 ເດືອນເຕັມເພິ່ນຈຶ່ງໄດ້ຮັບອະນິສົງ 5 ຢ່າງຈົນໄດ້ຮັບຮອດເດືອນ 12 ເພັງ (15 ຄໍ່າ) ແລະ ພະສົງວັດໃດ ທີ່ໄດ້ຮັບຜ້າກະຖິນເພິ່ນກໍໄດ້ຮັບອະນິ ສົງ 5 ຢ່າງເຊັ່ນດຽວກັນ. ສ່ວນອະນິ ສົງນັ້ນ, ໄດ້ຮັບໄປຈົນຮອດເດືອນ 4 ເພັງ ( 15 ຄໍ່າ ) ຈຶ່ງໝົດກຳນົດ ຊຶ່ງ ຄຳວ່າ bອະນິສົງກໍແມ່ນກະຖິນc ນັ້ນເອງ. ຂປລ. ງານວາງສະແດງການ ພິມແບບດັ້ງເດີມ ແລະ ວັດທະນະທຳ ປຶ້ມຂອງເຈີ້ຈຽງ ພາຍໃຕ້ຫົວຂໍ້ bເຈ້ຍ-ນໍ້າມຶກມົນສະເໜ່ເຈີ້ຈຽງc ຈັດຂຶ້ນໃນທ້າຍເດືອນຜ່ານມາທີ່ ສູນວັດທະນະທຳຈີນ ປະຈຳລາວ, ພາຍໃນງານໄດ້ນຳເອົາຮູບພາບ ແລະ ວິວັດທະນາການຂອງເຕັກນິກ ການພິມປຶ້ມ ແລະ ຄຳພີຂອງເຈີ້ ຈຽງໃນແຕ່ລະຍຸກສະໄໝມາວາງ ສະແດງ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງ ໄດ້ທົດລອງເຕັກນິກການພິມ ແລະ ການເຂົ້າເຫລັ້ມປຶ້ມແບບດັ້ງເດີມ ຂອງຈີນ ເປັນຕົ້ນການພິມດ້ວຍແມ່ ພິມໄມ້ແກະສະຫລັກ, ການລອກ ລາຍຈາລຶກຫີນລົງເທິງເຈ້ຍ ແລະ ການເຂົ້າເຫລັ້ມປຶ້ມແບບຫຍິບດ້ວຍ ດ້າຍ ຊຶ່ງກິດຈະກຳເນັ້ນທັງຄວາມ ມ່ວນຊື່ນ ແລະ ການມີສ່ວນຮ່ວມ ເພື່ອໃຫ້ປະຊາຊົນທ້ອງຖິ່ນເຂົ້າໃຈ ວັດທະນະທຳຈີນແບບດັ້ງເດີມຢ່າງ ເລິກເຊິ່ງຍິ່ງຂຶ້ນ. ໂອກາດນີ້, ທ່ານ ສຳລານ ຫລວງອາໄພ ຜູ້ອຳນວຍການຫໍ ສະໝຸດແຫ່ງຊາດ ໄດ້ກ່າວວ່າ: ການວາງສະແດງເຈ້ຍ-ນໍ້າມຶກ ມົນສະເໜ່ເຈີ້ຈຽງ ວັດທະນະທໍາ ການພິມແບບດັ້ງເດີມ ແລະ ປຶ້ມຄັ້ງ ນີ້, ມີຄວາມສໍາຄັນຫລາຍຕໍ່ການ ເຜີຍແຜ່ວັດທະນະທຳຂອງຈີນສູ່ ປະເທດລາວ ແລະ ໃຫ້ໂລກໄດ້ຮັບຮູ້ ແຂວງເຈີ້ຈຽງ ຊຶ່ງເປັນສະຖານທີ່ ແຫ່ງໜຶ່ງໃນການແກະສະຫລັກ ພິມປຶ້ມຂອງຈີນບູຮານ ແລະ ເປັນ ດິນແດນທີ່ອຸດົມສົມບູນທີ່ສືບທອດ ຄັງເອກະສານບູຮານມາແຕ່ດົນ ນານໂດຍປະກອບມີຫລາຍຢ່າງທີ ມີຄວາມພິຖີພິຖັນ ແລະ ປານີດດ້ານ ສີມືຂອງມະນຸດໃນສະໄໝບູ ຮານ ເຊັ່ນ: ການປະດິດສ້າງເຕັກນິກການ ພິມແກະສະຫລັກໄມ້, ເຕັກນິກການ ພິມແບບຮຽງຕົວອັກສອນ ແລະ ການພັດທະນາຂະແໜງການພິມປຶ້ມ ແບບແກະສະຫລັກໄມ້ທີ່ກຳ ເນີດຂຶ້ນ ໃນສະໄໝລາດຊະວົງຊົ້ງ ແລະ ລາດ ສະວົງຢວນ, ລາດຊະວົງໝິງ ແລະ ລາດຊະວົງຊິງ ຊຶ່ງແຕ່ລະສະໄໝ ຂອງລາດຊະວົງມີການປະດິດ ແລະ ວິວັດທະນາການໃໝ່ໃຫ້ສົມບູນ ຂຶ້ນ. ດັ່ງນັ້ນອັກສອນທີ່ໄດ້ຂຽນ ຫລື ຈາລຶກໃສ່ວັດຖຸຕ່າງທີ່ເປັນ ຫລັກຖານອັນສຳຄັນຫລາຍສາມາດ ບັນທຶກເຫດການປະຫວັດ ສາດ, ວັນນະຄະດີພື້ນເມືອງຂອງທ້ອງຖິ່ນ ຕ່າງໄວ້ຢ່າງຍືນຍົງ ແລະ ໜ້າ ເຊື່ອຖື. ການຈັດກິດຈະກຳໃນຄັ້ງນີ້, ຈະເປັນການປະກອບສ່ວນສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອເລິກເຊິ່ງຕື່ມອີກໂດຍສະເພາະ ໃນຂົງເຂດວຽກງານຫໍສະໝຸດໃຫ້ ມີຄວາມແໜ້ນແຟ້ນຂຶ້ນ, ພ້ອມກັນ ກ້າວເດີນໄປດ້ວຍກັນ ໂດຍຖືເອົາ ການວາງສະແດງຄັ້ງນີ້ຊຶ່ງກິ່ນຫອມ ນໍ້າມຶກແຄມຝັ່ງແມ່ນໍ້າສຽນຖາງ ຈ່ຽງ ກັບກິ່ນອາຍທຳມະແຫ່ງໃບ ລານແຄມຝັ່ງແມ່ນໍ້າຂອງໄດ້ມາ ປະສົມປະສານເຂົ້າກັນ ແລະ ຮຽນ ຮູ້ເຊິ່ງກັນ ແລະ ກັນ ຢູ່ນະທີ່ແຫ່ງ ນີ້ ເພື່ອເຮັດໃຫ້ການແລກປ່ຽນ ເອກະສານ, ການຢ້ຽມຢາມຂອງບຸກ ຄະລາກອນ, ການປົກປັກຮັກສາປຶ້ມ ບູຮານ ແລະ ການສົ່ງເສີມການອ່ານ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນ ໄປເລື້ອຍ. ໂອກາດນີ້, ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອໍານວຍການຫໍສະໝຸດ ແຂວງເຈີ້ຈຽງ ໄດ້ກ່າວວ່າ: ປີນີ້ ແມ່ນປີຄົບຮອບ 65 ປີ ແຫ່ງການ ສ້າງສາຍພົວພັນທາງການທູດ ລາວ-ຈີນ, ທັງເປັນ bປີມິດຕະພາບ ລາວ-ຈີນc. ພວກເຮົາໄດ້ນຳເອົາ ກິ່ນຫອມນ້ຳມຶກຂອງແຂວງເຈີ້ຈຽງ ມາຍັງນະຄອນຫລວງວຽງຈັນ, ເອົາເລື່ອງລາວກ່ຽວກັບປຶ້ມຂອງ ພາກໃຕ້ຈີນ ມາເລົ່າສູ່ເພື່ອນມິດ ແຄມຝັ່ງແມ່ນ້ຳຂອງສິ່ງນີ້ບໍ່ພຽງ ແຕ່ແມ່ນການສົນທະນາແລກປ່ຽນ ທາງອາລິຍະທຳເທົ່ານັ້ນ, ແຕ່ຍັງ ເປັນຂອງຂວັນທາງວັດທະນະທຳ ອັນລ້ຳຄ່າທີ່ຂ້າມສາຍພູສາຍນ້ຳ ມາສູ່ກັນອີກດ້ວຍ. ແຂວງເຈີ້ຈຽງ ແມ່ນສະຖານທີ່ ສຳຄັນແຫ່ງການແກະສະຫລັກພິມ ປຶ້ມຂອງຈີນບູຮານ ແລະ ເປັນດິນ ແດນອັນອຸດົມສົມບູນໃນການສືບ ທອດຄັງເອກະສານບູຮານແຫ່ງ ອາລິຍະທຳຈີນ. ງານວາງສະແດງ ຄັ້ງນີ້, ຈະດຳເນີນໄປຕາມການ ປ່ຽນແປງໃໝ່ຂອງເຕັກນິກການ ພິມແບບດັ້ງເດີມຂອງຈີນ ໂດຍ ຖືເອົາປະຫວັດສາດການພັດທະນາ ວັດທະນະທຳປຶ້ມຂອງແຂວງເຈີ້ ຈຽງເປັນຫລັກ ຊຶ່ງໄດ້ຈັດແບ່ງອອກ ເປັນ 4 ພາກ ໄດ້ແກ່ການປະດິດສ້າງ ເຕັກນິກການພິມແບບແກະສະຫລັກ ໄມ້ ແລະ ເຕັກນິກການພິມແບບ ຮຽງຕົວອັກສອນ ການພັດທະນາ ຂອງຂະແໜງການພິມປຶ້ມແບບ ແກະສະຫລັກໄມ້ ແຂວງເຈີ້ຈຽງໃນ ສະໄໝລາຊະວົງຊົ້ງ ແລະ ລາຊະວົງ ຢວນ ການປ່ຽນແປງໃໝ່ຂອງເຕັກ ນິກການພິມນັບແຕ່ສະໄໝລາຊະວົງ ໝິງເປັນຕົ້ນມາເຊັ່ນ: ພາບພິມແກະ ສະຫລັກໄມ້, ການພິມຫລາຍສີ, ການພິມແບບຄັດລອກ ແລະ ອື່ນ. ໂດຍ: ກິດຕາ -k;|5j ,8q ;c[[zt]y fdtly de xtlq ,xtlko lh k']kpIa [d;j k 1 0 0 ]h kodu [8xu + ສ້າງລາຍຮັບໃຫ້ຄອບຄົວຫລາຍ ກວ່າ 100 ລ້ານກີບຕໍ່ປີ. ນາງ ມົນລະດີ ກົມມະເມືອງ ໃຫ້ສຳພາດວ່າ: ພາຍຫລັງຮຽນຈົບ ສາຍວິຊາສະເພາະດ້ານກົດໝາຍ, ຕົນເອງໄດ້ຕັດສິນໃຈກັບຄືນສູ່ບ້ານ ເກີດເມືອງນອນ ເພື່ອສືບທອດອາ ຊີບກະສິກຳຂອງພໍ່ແມ່ ແລະ ສ້າງ ອະນາຄົດໃຫ້ຕົນເອງ. ນັບແຕ່ປີ 2020 ເປັນຕົ້ນມາ, ໄດ້ນຳເອົາທີ່ ດິນຂອງຄອບຄົວມາຈັດສັນ ແລະ ແບ່ງພື້ນທີ່ຜະລິດຢ່າງເໝາະສົມ ໂດຍອາໄສແຮງງານຈາກຄົນໃນ ຄອບຄົວ ແລະ ທຶນຮອນຂອງຕົນ ເອງເປັນຫລັກ. ໂດຍມີກິດຈະກຳ ຫລັກ 3 ດ້ານ ຄື: ການປູກເຂົ້າ, ການປູກຜັກ ແລະ ການລ້ຽງສັດ ຊຶ່ງເປັນການສ້າງລາຍຮັບຈາກ ຫລາຍແຫລ່ງ ແລະ ຊ່ວຍກະຈາຍ ຄວາມສ່ຽງໃນການຜະລິດ. ສຳລັບ ການເຮັດນາແມ່ນອາຊີບພື້ນຖານ ທີ່ໄດ້ສືບທອດຈາກຄອບຄົວ ແລະ ນຳມາປັບປຸງໃຫ້ມີປະສິດທິພາບ ຫລາຍຂຶ້ນ ໂດຍເນັ້ນການເລືອກ ແນວພັນເຂົ້າທີ່ມີຄຸນນະພາບ, ການ ບຳລຸງດິນ ແລະ ນຳໃຊ້ເຕັກນິກ ການຜະລິດທີ່ເໝາະສົມ. ນອກຈາກ ການເຮັດນາປີແລ້ວ, ຍັງເຮັດນາ ແຊງຕາມສະພາບຄວາມເໝາະສົມ ຂອງພື້ນທີ່, ສາມາດສ້າງລາຍຮັບ ສະເລ່ຍປະມານ 50-60 ລ້ານກີບ ຕໍ່ປີ. ສ່ວນການປູກຜັກແມ່ນໄດ້ນຳ ໃຊ້ພື້ນທີ່ວ່າງອ້ອມເຮືອນ ແລະ ແຄມ ນາ ປູກຜັກສວນຄົວໝູນວຽນຕາມ ລະດູການ ເຊັ່ນ: ປູກຜັກກາດ, ຫອມ, ໝາກເຜັດ, ໝາກຖົ່ວ ແລະ ຜັກພື້ນ ບ້ານຊະນິດຕ່າງ. ຜົນຜະລິດທີ່ ໄດ້ນອກຈາກບໍລິໂພກໃນຄອບຄົວ ແລ້ວ, ຍັງນຳໄປຈຳໜ່າຍໃຫ້ແມ່ຄ້າ ແລະ ຕະຫລາດໃນຊຸມຊົນ, ສາມາດ ສ້າງລາຍຮັບໝູນວຽນປະມານ 3040 ລ້ານກີບຕໍ່ປີ. ນອກຈາກການປູກ ພືດແລ້ວ, ຍັງລ້ຽງຄວາຍ, ໝູ, ແບ້, ໄກ່ ແລະ ປາ ໂດຍເນັ້ນການຈັດການ ລ້ຽງໃຫ້ເໝາະສົມ, ນຳໃຊ້ອາຫານ ສັດທີ່ຫາໄດ້ຕາມທຳມະຊາດ ຄວບ ຄູ່ກັບການເບິ່ງແຍງສຸຂະພາບສັດ. ການລ້ຽງສັດບໍ່ພຽງແຕ່ຊ່ວຍໃຫ້ ຄອບຄົວມີອາຫານບໍລິໂພກເທົ່ານັ້ນ, ແຕ່ຍັງສາມາດນຳຜົນຜະລິດອອກ ຈຳໜ່າຍສ້າງລາຍຮັບເສີມປະມານ 20-30 ລ້ານກີບຕໍ່ປີ. ນາງ ມົນລະດີ ກ່າວຕື່ມວ່າ: ເຖິງ ວ່າໃນໄລຍະທຳອິດຈະປະສົບກັບ ຄວາມຫຍຸ້ງຍາກຫລາຍດ້ານທັງ ການຂາດປະສົບການ, ບັນຫາສັດຕູ ພືດ, ພະຍາດສັດ ແລະ ສະພາບດິນ ຟ້າອາກາດທີ່ບໍ່ເອື້ອອຳນວຍເຮັດ ໃຫ້ຜົນຜະລິດບາງລະດູການບໍ່ເປັນ ໄປຕາມເປົ້າໝາຍກໍຕາມ, ແຕ່ບໍ່ໄດ້ ຍອມແພ້ຕໍ່ອຸປະສັກ. ຕົນເອງໄດ້ນຳ ບົດຮຽນຈາກຄວາມຜິດພາດມາ ປັບປຸງວິທີການຜະລິດ, ສຶກສາຮຽນ ຮູ້ເຕັກນິກໃໝ່ ແລະ ປັບຕົວໃຫ້ ເໝາະສົມກັບສະພາບຕົວຈິງຈົນຜົນ ຜະລິດຄ່ອຍດີຂຶ້ນ. ພ້ອມນີ້, ການ ຊຸກຍູ້ສົ່ງເສີມຈາກພາກລັດ ທາງ ດ້ານວິຊາການ ແລະ ການສະໜອງ ແນວພັນເຂົ້າທີ່ມີຄຸນນະພາບກໍເປັນ ປັດໄຈສຳຄັນທີ່ຊ່ວຍປັບປຸງການ ຜະລິດຂອງຄອບຄົວໃຫ້ມີທິດທາງ ທີ່ດີຂຶ້ນ. ຈາກການປະກອບອາຊີບ ກະສິກຳປະສົມປະສານທັງ 3 ດ້ານ ຄອບຄົວສ້າງລາຍຮັບລວມໄດ້ ຫລາຍກວ່າ 100 ລ້ານກີບຕໍ່ປີ. ແນວໃດກໍຕາມ, ສຳລັບຊາວ ໜຸ່ມທີ່ກຳລັງຊອກຫາແນວທາງ ສ້າງອາຊີບ, ການເຮັດກະສິກຳ ປະສົມປະສານເປັນອີກໜຶ່ງທາງ ເລືອກທີ່ໜ້າສົນໃຈ. ສິ່ງສຳຄັນ ແມ່ນຄວນເລີ່ມຕົ້ນຈາກທ່າແຮງທີ່ ຕົນເອງມີ, ຮຽນຮູ້ວິຊາການຢ່າງ ຕໍ່ເນື່ອງ, ວາງແຜນການຜະລິດ ແລະ ປັບຕົວໃຫ້ທັນກັບຄວາມ ຕ້ອງການຂອງຕະຫລາດ. ຫາກ ມີຄວາມມຸ່ງໝັ້ນ ແລະ ຮູ້ຈັກນຳ ບົດຮຽນມາປັບປຸງຕົນເອງ, ກໍສາ ມາດຄ່ອຍສ້າງອາຊີບທີ່ໝັ້ນຄົງ ພ້ອມທັງປະກອບສ່ວນພັດທະນາ ເສດຖະກິດຂອງຄອບຄົວ ແລະ ຊຸມຊົນໄດ້.
RkJQdWJsaXNoZXIy MTc3MTYxMQ==