7400

xtgmf]k; 7 04/11/2026 gsfdko{dkora fa mtok gzu pczj ;k]tcsj '-kf ;j kfh ;pdkora fmtok-q oot[q f c]t cdh w07;k,m5 dpkd 16 j c0;'9exkla d ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ກົມພັດທະນາ ຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຳປາສັກ ຈັດກອງປະຊຸຸມຊຸກຍູ້,​ ແນະນຳ ດ້ານວິຊາການ​ເພື່ອຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 2 ພະຈິກ 2026 ທີ່ແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາ ນິລາວົງ ຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຳປາສັກ, ທ່ານ ນາງ ແວວມະນີ ເທບພະວົງ​ ຮອງຫົວໜ້າກົມພັດທະ ນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ,​ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍພະ ນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານຄຳນີລາວົງກ່າວວ່າ:ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແກ່ປະຊາຊົນ ມີຄວາມສຳຄັນປະກອບສ່ວນໃນ ການແກ້ໄຂແຫລ່ງລາຍຮັບ ແລະ ອາຊີບທີ່ໝັ້ນຄົງ, ແກ້ໄຂພື້ນຖານ ໂຄງລ່າງ, ລະບົບເສັ້ນທາງ, ລະບົບ ໄຟຟ້າ, ນໍ້າປະປາ, ຊົນລະປະທານ ແລະ ສິ່ງອໍານວຍຄວາມສະດວກ ຕ່າງໆ ແກ່ປະຊາຊົນ,​ ສ້າງຄວາມ ເຂັ້ມແຂງໃຫ້ຕາແສງ, ຂົນຂວາຍ ຍາດແຍ່ງແຫລ່ງທຶນຕ່າງໆ ເຂົ້າໃນ ການພັດທະນາຊົນນະບົດ, ປັບປຸງ ບັນດານິຕິກຳທີ່ກ່ຽວຂ້ອງ ແລະ ຫັນບຸລິມະສິດໂຄງການທີ່ກ່ຽວຂ້ອງ ເຂົ້າເຖິງບ້ານທີ່ທຸກຍາກ ເພື່ອເຮັດ ໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະສົບ ຜົນສໍາເລັດຕາມຄາດໝາຍທີ່ວາງ ໄວ້.​ ຢາກບັນລຸຄາດໝາຍຄືແນວນີ້ ຈຳເປັນຕ້ອງໄດ້ຮັບການຊີ້ນຳຊຸກຍູ້ ດ້ານວິຊາການຢ່າງໃກ້ຊິດ ແລະ ແທດເຖິງຕົວຈິງ ຈຶ່ງຈະເຮັດໃຫ້ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ​ບັນລຸໄດ້ຜົນສຳເລັດ ຕາມລະດັບຄາດໝາຍ. ກອງປະຊຸມຄັ້ງນີ້, ໄດ້ເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ,​ ເຜີຍແຜ່ຄໍາແນະ ນໍາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນປະຕິບັດງານແຫ່ງຊາດ, ແຜນ ປະຕິບັດງານຂັ້ນແຂວງ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 2027-2030; ແນະນຳການຂຶ້ນ ແຜນຈັດຕັ້ງປະຕິບັດບັນດາໂຄງ ການ ໃຫ້ຖືກຕ້ອງສອດຄ່ອງ,​ ຮັບ ປະກັນປະສິດທິພາບ,​ ປະສິດທິຜົນ ສູງໃນການຈັດຕັ້ງປະຕິບັດ.​ ກອງ​ ປະຊຸມ​ຄັ້ງນີ້ ຈະດຳເນີນໄປຮອດ ວັນທີ 6 ພະຈິກ 2026.​ ຂ່າວ-ພາບ: ເກດສະໜາ s];'oEmk xtg,u ozq odkogIa fok1vf 0v'7v[7q ;8q ;c[[ 16 j [h kox5 j ' c0;'w-lq ,[6 o{g-y o]k ln [8= j glu ,0tspkplkprq ;ra oIj ;,,n ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ຄະນະຜູ້ແທນ ແຂວງໄຊສົມບູນ ແລະ ແຂວງ ເຊິນລາ ສສ ຫວຽດນາມ ໄດ້ຮ່ວມ ລົງນາມໃນສັນຍາຮ່ວມມື ໄລຍະ 2026-2029 ໃນວັນທີ 2 ພະຈິກ 2026 ທີ່ແຂວງເຊິນລາ ຕາງໜ້າ ລົງນາມໂດຍ ສະຫາຍ ພອຍຄຳ ຮຸ່ງ ບຸນຍວງ ເລຂາພັກແຂວງ, ປະທານ ສະພາປະຊາຊົນ ແຂວງໄຊສົມບູນ ແລະ ສະຫາຍ ຮວ່າງ ວັນ ຫງຽມ ເລຂາພັກແຂວງເຊິນລາ ພ້ອມດ້ວຍ ຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ. ແຂວງໄຊສົມບູນ ແລະ ແຂວງ ເຊິນລາ ໄດ້ມີການເຊັນລົງນາມ ໃນບົດບັນທຶກການຮ່ວມມື ໃນຄັ້ງ ວັນທີ 20 ສິງຫາ 2022 ທີ່ແຂວງ ໄຊສົມບູນ ສປປ ລາວ ໂດຍເນື້ອໃນ ບົດບັນທຶກການຮ່ວມມື ໄດ້ກໍານົດ 5 ຂົງເຂດວຽກງານຄື: ຂົງເຂດ ການເມືອງ, ຂົງເຂດປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຂົງເຂດ ເສດຖະກິດ, ຂົງເຂດວັດທະນະ ທໍາ-ສັງຄົມ ແລະ ຂົງເຂດສາທາລະ ນະສຸກ. ຕະຫລອດໄລຍະທີ່ຜ່ານ ມາ, ການພົວພັນຮ່ວມມືຂອງສອງ ແຂວງໄຊສົມບູນ-ເຊິນລາ ມີການ ເຕີບໃຫຍ່ຕາມແນວທາງ ຂອງ ສອງພັກ-ສອງລັດຖະບານ ລາວຫວຽດນາມ ໄດ້ກໍານົດໄວ້ ສະແດງ ອອກທຸກຂົງເຂດວຽກງານ ທີ່ມີ ການພົວພັນຮ່ວມມື ແມ່ນໄດ້ຮັບ ການຊຸກຍູ້, ສົ່ງເສີມ ແລະ ສຳເລັດ ຕາມແຜນທີ່ວາງໄວ້ ໃນນັ້ນ, ອັນພົ້ນ ເດັ່ນແມ່ນຂົງເຂດການເມືອງ, ຂົງເຂດກະສິກຳ ແລະ ສິ່ງແວດ ລ້ອມ, ຂົງເຂດການສຶກສາ ແລະ ກິລາ. ພ້ອມດຽວກັນນັ້ນ, ຄະນະ ຜູ້ແທນທັງສອງຝ່າຍກໍໄດ້ຮັບຊົມ ວິດີໂອ ລາຍງານສະພາບການພັດ ທະນາເສດຖະກິດ-ສັງຄົມ ແລະ gzu pczj oy 8y dedko9e|j kp;a f45 ,u 7j k 8y fra o;Pd8h kodko2vdg'y o c]t lt|v'mb o .sh cdj dkod= j dkoIh kp rtoa d'koz6 h xtdv[dko 16 j 7e,j ;o ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ເຜີຍແຜ່ນິຕິກໍາກ່ຽວກັບການຈໍາ ໜ່າຍວັດຖຸມີຄ່າ ແລະ ລົງກວດກາ ກັບທີ່ບັນດາຮ້ານຈໍາໜ່າຍວັດຖຸ ມີຄ່າ ຕິດພັນວຽກງານຕ້ານການ ຟອກເງິນ ແລະ ສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ ແລະ ການແຜ່ ຜາຍອາວຸດທໍາລາຍລ້າງຜານ ໃຫ້ ພະນັກງານ ແລະ ຜູ້ປະກອບການ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 2 ພະຈິກ 2026 ທີ່ພະແນກອຸດ ສາຫະກໍາ ແລະ ການຄ້າແຂວງຄໍາ ມ່ວນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງ ຫົວໜ້າກົມການຄ້າພາຍໃນ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ສິນບັນດິດ ອຸດທິວົງ ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄຳມ່ວນ, ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກ ງານຕ້ານການຟອກເງິນ, ພ້ອມ ດ້ວຍຜູ້ຕາງໜ້າຈາກຫ້ອງການອຸດ ສາຫະກຳ ແລະ ການຄ້າ 10 ຕົວ ເມືອງ, ພະນັກງານ-ລັດຖະກອນທີ່ ກ່ຽວຂ້ອງແລະຜູ້ປະກອບການຮ້ານ ຈໍາໜ່າຍວັດຖຸມີຄ່າ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກຳທີ່ ກ່ຽວຂ້ອງກັບການຄຸ້ມຄອງການ ຈຳໜ່າຍວັດຖຸມີຄ່າ, ລວມທັງກົດ ໝາຍ ວ່າດ້ວຍການຕ້ານການຟອກ ເງິນ ແລະ ສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍ (ສະບັບປັບປຸງ) ສະ ບັບເລກທີ 64/ສພຊ, ລົງວັນທີ 1 ກໍລະກົດ 2024 ໃຫ້ພະນັກງານ- ລັດຖະກອນ, ຂະແໜງການທີ່ກ່ຽວ ຂ້ອງ ແລະ ຜູ້ປະກອບການມີຄວາມ ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອ ກະພາບ; ເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດໃນການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງ, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ, ຮັບ ປະກັນຄວາມໂປ່ງໃສ ແລະ ຍຸຕິທຳ ໃນສັງຄົມ; ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພັນທະ ແລະ ຄວາມຮັບຜິດຊອບຂອງຜູ້ປະກອບ ການຈຳໜ່າຍວັດຖຸມີຄ່າ ໃນການ ປະຕິບັດກົດໝາຍ ແລະ ລະບຽບ ການທີ່ກ່ຽວຂ້ອງ; ເພື່ອເປັນເວທີ ແລກປ່ຽນຄຳຄິດຄຳເຫັນ, ຖອດ ຖອນບົດຮຽນ ແລະ ຊອກຫາວິທີ ແກ້ໄຂບັນຫາຂໍ້ຄົງຄ້າງ ລະຫວ່າງ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງຫລວງນໍ້າທາ ນຳໂດຍທ່ານສິງໄຊພອນສະຫວາດ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍທີມ ງານວິຊາການ ໄດ້ລົງພື້ນທີ່ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການເຮັດນາ ຢອດ ຂອງຄອບຄົວຕົວແບບ ທ່ານ ແສງອາລຸນ ພິດອາລຸນ ຢູ່ບ້ານປຸ່ງ ເມືອງ ແລະ ແຂວງຫລວງນໍ້າທາ. ການເຮັດນາຢອດຂອງຄອບຄົວ ທ່ານ ແສງອາລຸນ ພິດອາລຸນ ແມ່ນ ໄດ້ເລີ່ມຢອດໃນວັນທີ 18 ມິຖຸນາ 2026 ໃນເນື້ອທີ່ປະມານ 1 ເຮັກຕາ ກວ່າ ໂດຍນຳໃຊ້ແນວພັນເຂົ້າ ຫລວງນໍ້າທາ 2. ຜ່ານການລົງ ຕິດຕາມ ແລະ ປະເມີນຜົນຕົວຈິງ ເຫັນວ່າ: ຕົ້ນເຂົ້າ ມີການຈະເລີນ ເຕີບໂຕງາມດີ ແລະ ຄາດວ່າຈະສາ ມາດເກັບກ່ຽວໄດ້ໃນທ້າຍເດືອນ ຕຸລານີ້. ທ່ານ ແສງອາລຸນ ພິດອາລຸນ ໄດ້ກ່າວວ່າ: ການເຮັດນາຢອດໃນ ປີນີ້ ຖືເປັນການທົດລອງເຮັດຕົວ ຈິງ ແລະ ເປັນຄັ້ງທຳອິດຂອງຄອບ ຄົວ ຊຶ່ງຜ່ານມາແມ່ນຍັງບໍ່ເຄີຍເຮັດ ມາກ່ອນ. ຜົນຮັບທີ່ໄດ້ແມ່ນເປັນ ໜ້າເພິ່ງພໍໃຈຫລາຍ ເພາະມັນຊ່ວຍ ປະຢັດເງິນ, ປະຢັດຕົ້ນທຶນ ແລະ ປະ ຢັດແຮງງານໄດ້ຢ່າງຫລວງຫລາຍ. ສຳລັບຜົນຜະລິດໃນເນື້ອທີ່ 1 ເຮັກ ຕານີ້ ຄາດວ່າຈະໄດ້ເຂົ້າປະມານ 6 ຫາ 7 ໂຕນ. ພ້ອມນີ້, ທ່ານຍັງໄດ້ ເຊີນຊວນໃຫ້ກະສິກອນຜູ້ອື່ນໆ ຫັນ ປະຢັດແຮງງານ ແລະ ເພື່ອໃຫ້ຜົນ ຜະລິດເຂົ້າໄດ້ຫລາຍ ພ້ອມທັງມີ ຄຸນນະພາບສູງ. ໃນສະພາບການ ປັດຈຸບັນທີ່ເສດຖະກິດພວມມີຄວາມ ຫຍຸ້ງຍາກນັ້ນ, ການຫັນປ່ຽນຈາກ ການເຮັດນາປັກດຳແບບດັ້ງເດີມ ມາເປັນການເຮັດນາຢອດແມ່ນທາງ ອອກໜຶ່ງທີ່ສຳຄັນ ໃນການຊ່ວຍ ຫລຸດຜ່ອນຕົ້ນທຶນການຜະລິດ. ໃນຕໍ່ໜ້າ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈະໄດ້ສົມທົບ ກັບຄອບຄົວຕົວແບບ ຂອງ ທ່ານ ແສງອາລຸນ ເພື່ອເປັນການປຸກລະດົມ ແລະ ເຊີນຊວນພໍ່ແມ່ປະຊາຊົນ, ກະ ສິກອນພາຍໃນເມືອງຫລວງນໍ້າ ທາ ໃຫ້ຫັນມາເຮັດນາຢອດກັນໃຫ້ ຫລາຍຂຶ້ນ ເພື່ອຮັບປະກັນໃຫ້ການ ຜະລິດກະສິກຳໃຊ້ຕົ້ນທຶນໜ້ອຍ ແຕ່ ໄດ້ຮັບຜົນຜະລິດສູງ. ມາທົດລອງເຮັດນາຢອດ ເພື່ອໃຫ້ ໄດ້ຮັບຜົນດີຄືກັບຄອບຄົວຂອງຕົນ. ໂອກາດນີ້, ທ່ານ ສິງໄຊ ພອນ ສະຫວາດ ໄດ້ກ່າວວ່າ: ຈຸດປະສົງ ຫລັກຂອງການລົງຊຸກຍູ້ການ ເຮັດນາຢອດໃນຄັ້ງນີ້ ກໍເພື່ອເປັນ ການປະຢັດຕົ້ນທຶນ, ປະຢັດເວລາ, ພາກລັດຜູ້ຄຸ້ມຄອງ ແລະ ຜູ້ປະກອບ ການໃນແຂວງຄຳມ່ວນ. ພ້ອມນີ້ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງ ການເຜີຍແຜ່ຄູ່ມືແນະນໍາ ການລາຍ ງານທຸລະກໍາເງິນສົດທີ່ມີມູນຄ່າສູງ ແລະ ທຸລະກໍາທີ່ສົງໃສວ່າເປັນການ ຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ສໍາລັບຜູ້ ດໍາເນີນທຸລະກິດຈໍາໜ່າຍວັດຖຸມີຄ່າ ສະບັບເລກທີ 1210/ກຄພນ, ລົງ ວັນທີ 4 ພະຈິກ 2024; ດໍາລັດວ່າ ດ້ວຍການປັບໃໝ ແລະ ມາດຕະ ການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຕ້ານ ການຟອກເງິນ ແລະ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການ ແຜ່ຜາຍອາວຸດທໍາລາຍລ້າງຜານ ສະບັບເລກທີ 555/ລບ, ລົງວັນທີ 4 ກັນຍາ 2025; ເຜີຍແຜ່ຜົນການ ປະເມີນຄວາມສ່ຽງແຫ່ງຊາດຄັ້ງ ທີ 2 ຂອງຂະແໜງຊື້-ຂາຍວັດຖຸ ມີຄ່າ; ຄູ່ມືແນະນໍາ ກ່ຽວກັບການ ກວດສອບຜູ້ໄດ້ຮັບຜົນປະໂຫຍດ ທີ່ແທ້ຈິງ ກ່ອນ ແລະ ຫລັງການ ອອກອະນຸຍາດດໍາເນີນທຸລະກິດ ຈໍາໜ່າຍວັດຖຸມີຄ່າ ສະບັບເລກທີ 0863/ກຄພນ, ລົງວັນທີ 13 ກັນຍາ 2022; ຄໍາແນະນໍາການປະເມີນ ແລະ ບໍລິຫານຄວາມສ່ຽງ ສໍາລັບ ຜູ້ຄຸ້ມຄອງຫົວໜ່ວຍທຸລະກິດຈໍາ ໜ່າຍວັດຖຸມີຄ່າສະບັບເລກທີ0118/ ກຄພນ, ລົງວັນທີ 22 ມັງກອນ 2026; ຄູ່ມືການກວດກາກັບທີ່ທຸລະ ກິດຈໍາໜ່າຍວັດຖຸມີຄ່າ ກ່ຽວກັບ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 0613/ກຄພນ, ລົງ ວັນທີ 13 ມິຖຸນາ 2022. ຕີລາຄາຜົນການຮ່ວມມື ລະຫວ່າງ ສອງແຂວງ ໃນໄລຍະຜ່ານມາ ຕື່ມ ອີກ. ການເຊັນບົດບັນທຶກການຮ່ວມ ມືໃນຄັ້ງນີ້ ກໍເພື່ອສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ຄວາມເຊື່ອໝັ້ນ, ຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ, ແລກປ່ຽນຂໍ້ມູນຂ່າວ ສານ, ດ້ານວຽກງານພັກ, ຂົງເຂດ ການເມືອງ, ຂົງເຂດປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຂົງເຂດ ເສດຖະກິດ, ຂົງເຂດວັດທະນະ ທໍາ-ສັງຄົມ, ຂົງເຂດສາທາລະນະ ສຸກ ແລະ ການປະສານສົມທົບໃນ ການບຳລຸງ, ຝຶກອົບຮົມພະນັກງານ ໃນບັນດາເນື້ອໃນທີ່ສອດຄ່ອງກັບ ພາລະບົດບາດ, ໜ້າທີ່ ເພື່ອປະກອບ ສ່ວນຈັດຕັ້ງປະຕິບັດບັນດາເນື້ອໃນ ການຮ່ວມມື ລະຫວ່າງ ແຂວງເຊິນ ລາ ແລະ ແຂວງໄຊສົມບູນ ໄລຍະ ປີ 2026-2029 ໃຫ້ມີປະສິດທິຜົນ ກວ່າເກົ່າ. ຂ່າວ: ເຢັ້ງເຊີເຊ່ຍມົວ ຈົ່ງວ່າຊົວໂກ້

RkJQdWJsaXNoZXIy MTc3MTYxMQ==