7400

04/11/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີດ gvfu [u -j ;pra fmtokrN o4ko37']j k' .og0flu ra ofvo grnj vdkomj v'mj P;pn opq ' leg]a fdko8y f8A '7kogs]a d0q ;7q opj k'0h k,mk']q fw2 ]k;{9u o 16j lt4kou g,n v'w- ຂປລ. ທະນາຄານພັດທະນາ ອາຊີ (ADB) ໄດ້ສະໜັບສະໜູນ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະ ດວກດ້ານການທ່ອງທ່ຽວ 3 ຈຸດ ສຳຄັນໃນເຂດສີພັນດອນ ເມືອງ ໂຂງ ແຂວງຈຳປາສັກ ປະກອບ ມີບ້ານນາກະສັງ, ດອນເດດ ແລະ ດອນຄອນ ເພື່ອຍົກລະດັບການ ເດີນທາງ, ອຳນວຍຄວາມສະດວກ ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ ພ້ອມທັງສົ່ງເສີມການພັດທະນາ ການທ່ອງທ່ຽວຢ່າງຍືນຍົງ. ໃນລະຫວ່າງວັນທີ29-31 ຕຸລາ 2026, ຄະນະຜູ້ແທນທະນາຄານ ພັດທະນາອາຊີ ນຳໂດຍທ່ານນາງ Shanny Campbel l ຫົວໜ້າ ຫ້ອງການ ADB ປະຈຳ ສປປ ລາວ ໄດ້ຕິດຕາມ ແລະ ຢ້ຽມຢາມ ໂຄງການພັດທະນາພື້ນຖານໂຄງ ລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ໃນອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 (The Second Greater Mekong Subregion Tourism Infrastructure for Inclusive Growth Project) ຢູ່ບ້ານນາ ກະສັງ, ດອນເດດ ແລະ ບ້ານດອນ ຄອນ ເມືອງໂຂງ ແຂວງຈຳປາ ສັກ ໂດຍມີທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາ ການທ່ອງທ່ຽວ ກະຊວງວັດທະນະ ທຳ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານນາງ ພອນມະລີ ອິນທະພົມ ໄດ້ໃຫ້ສຳພາດວ່າ: ໂຄງການພັດທະ ນາພື້ນຖານໂຄງລ່າງເພື່ອສົ່ງເສີມ ການທ່ອງທ່ຽວໃນອະນຸພາກພື້ນ ແມ່ນໍ້າຂອງໄລຍະ 2 ແມ່ນໂຄງການ ຊ່ວຍເຫລືອຈາກທະນາຄານພັດ ທະນາອາຊີ (ADB) ມີມູນຄ່າ ລວມທັງໝົດ 48,8 ລ້ານໂດລາ ສະຫະລັດ. ໃນນີ້, ທຶນຊ່ວຍເຫລືອ ຈາກທະນາຄານພັດທະນາອາຊີ ຈໍານວນ 47 ລ້ານໂດລາສະຫະລັດ ແລະ ທຶນສົມທົບຈາກລັດຖະບານ ແຫ່ງ ສປປ ລາວ ຈໍານວນ 1,8 ລ້ານໂດລາສະຫະລັດ, ໂດຍຈັດຕັ້ງ ປະຕິບັດຢູ່ 3 ແຂວງເປົ້າໝາຍ ຄື: ແຂວງຫລວງພະບາງ, ວຽງຈັນ ແລະ ແຂວງຈໍາປາສັກ. ສ່ວນວຽກ ງານພື້ນຖານໂຄງລ່າງແມ່ນຈັດຕັ້ງ ປະຕິບັດ 2 ແຂວງ ຄື: ແຂວງ ວຽງຈັນ ແລະ ແຂວງຈໍາປາສັກ ຊຶ່ງ ໄລຍະຈັດຕັ້ງປະຕິບັດແຕ່ປີ 2019 ຫາ 2026. ສຳລັບຢູ່ແຂວງຈໍາປາສັກ ໄດ້ ສຸມໃສ່ໂຄງການປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວຢູ່ບ້ານນາກະ ສັງ, ດອນເດດ-ດອນຄອນ ເມືອງ ໂຂງ ລວມມູນຄ່າການກໍ່ສ້າງທັງ ໝົດ 3,96 ລ້ານໂດລາສະຫະລັດ ຊຶ່ງໄດ້ສໍາ ເ ລັດການກໍ່ສ້າງໃນ ວັນທີ 30 ມິຖຸນາ 2023 ຜ່ານ ມາ ແລະ ມີປະຊາຊົນໃນເຂດດັ່ງ ກ່າວຫລາຍກວ່າ 1.600 ຄົນ ໄດ້ ຮັບຜົນປະໂຫຍດໂດຍກົງ. ຢູ່ບ້ານ ນາກະສັງ ໄດ້ສໍາເລັດການກໍ່ສ້າງ ເສັ້ນທາງປູເບຕົງເສີມເຫລັກຍາວ 2,9 ກິໂລແມັດ (ກວ້າງ 6 ແມັດ) ພ້ອມຮ່ອງລະບາຍນໍ້າ, ທາງຊອຍ 60 ແມັດ ແລະ ທໍ່ລະບາຍນໍ້າລົງ ແມ່ນໍ້າຂອງ 40 ແມັດ; ປັບປຸງ ທ່າເຮືອໂດຍສານ, ທາງຍ່າງແຄມ ຂອງຍາວ 123 ແມັດ, ເທເບຕົງ ກັນເຈື່ອນ 98 ແມັດ, ຕິດຕັ້ງຮາວ ກັນຕົກ, ປ່ຽນຂົວເກົ່າເປັນຂົວເບ ຕົງ 1 ແຫ່ງ, ພ້ອມປັບປຸງຫ້ອງຂາຍ ປີ້ ແລະ ລານຈອດລົດ. ສ່ວນບ້ານ ດອນເດດ ໄດ້ກໍ່ສ້າງເສັ້ນທາງເບ ຕົງເສີມເຫລັກ 3 ເສັ້ນ (IRL–01, IRL–02, IRL–03) ລວມຄວາມ ຍາວ 5,91 ກິໂລແມັດ; ປັບປຸງລານ ຈອດລົດ 2 ແຫ່ງ ແລະ ສ້າງຈຸດຊົມ ທິວທັດ. ຂະນະທີ່ບ້ານດອນຄອນ ສໍາເລັດການກໍ່ສ້າງເສັ້ນທາງເບຕົງ ເສີມເຫລັກ 5 ເສັ້ນ (IRL–04 ເຖິງ IRL–08) ລວມຄວາມຍາວ 12,3 ກິໂລແມັດ, ກໍ່ສ້າງຂົວເບເລ່ 3 ແຫ່ງ (ຍາວ 21m, 24m ແລະ 27m), ປັບປຸງຈຸດວາງສະແດງຫົວລົດໄຟ ເກົ່າ ແລະ ລານຈອດລົດບ້ານຫາງ ຄອນ ເພື່ອຮອງຮັບການທ່ອງທ່ຽວ. ໂອກາດນີ້, ທ່ານນາງ Shanny Campbel l ໄດ້ເນັ້ນວ່າ: ການ ທ່ອງທ່ຽວມີທ່າແຮງສູງໃນການ ຂປລ. ໂຄງການເສີມສ້າງລະບົບ ຂົນສົ່ງທາງລົດໄຟ ລາວ-ຈີນ ຂອງ ບໍລິສັດທາງລົດໄຟຈີນເລກ 15 ສໍາ ເລັດການຕິດຕັ້ງ ແລະ ຄານເຫລັກ ຂົວຄົນຍ່າງຂ້າມທາງຢູ່ສະຖານີ ເມືອງໄຊ ຊຶ່ງເປັນການຍົກໂຄງ ສ້າງເຫລັກນ້ຳໜັກຫລາຍທີ່ສຸດຂອງ ໂຄງການ ແລະ ໄດ້ເປີດໃຊ້ເປັນຄັ້ງ ທຳອິດໃນປະຫວັດສາດການກໍ່ສ້າງ ທາງລົດໄຟຂອງລາວ. ຂົວຄົນຍ່າງຂ້າມທາງຢູ່ສະຖານີ ເມືອງໄຊ ມີຄວາມຍາວ 23,35 ແມັດ, ນ້ຳໜັກທັງໝົດຂອງເຫລັກ ໂຄງສ້າງ 70,7 ໂຕນ, ສ່ວນທີ່ ໜັກທີ່ສຸດມີນ້ຳໜັກ 41,6 ໂຕນ. ວຽກງານກໍ່ສ້າງຕັ້ງຢູ່ໃກ້ສາຍລົດໄຟ ທີ່ກຳລັງເປີດໃຊ້ງານ ແລະ ສາຍໄຟ ຟ້າຄວາມດັນສູງ, ວຽກງານຍົກ ຍ້າຍ ແລະ ຈັດຕັ້ງຕຳແໜ່ງທັງໝົດ ຕ້ອງເຮັດໃຫ້ສຳເລັດພາຍໃນໄລຍະ ເວລາປິດສາຍລົດໄຟສຳລັບບຳລຸງ ຮັກສາທີ່ສັ້ນໆ, ມີເວລາໃຊ້ງານ ໜ້ອຍ, ພື້ນທີ່ສຳລັບຕັ້ງເຄື່ອງຈັກ ແຄບ ແລະ ມີປັດໄຈລົບກວນຫລາຍ, ຄວາມສ່ຽງໃນການກໍ່ສ້າງສູງ, ເປັນ ວຽກງານກໍ່ສ້າງລົດໄຟທີ່ມີຄວາມ ຫຍຸ້ງຍາກຫລາຍໃນປະເທດລາວ. ພາຍຫລັງຂົວທາງຍ່າງທີ່ສ້າງ ເພີ່ມໃໝ່ເປີດໃຊ້ງານ, ຈະຊ່ວຍປັບ ປຸງສະພາບການບໍລິການຜູ້ໂດຍ ສານຢູ່ສະຖານີເມືອງໄຊ, ຮັບປະກັນ ຄວາມປອດໄພໃຫ້ຜູ້ໂດຍສານໃນ ການຂ້າມສາຍລົດໄຟເພື່ອຂຶ້ນລົດ ໄຟ. ຜົນສຳເລັດຂອງການຍົກຕິດ ຕັ້ງພາຍໃນໄລຍະປິດສາຍລົດໄຟ ທີ່ມີຄວາມຫຍຸ້ງຍາກສູງໃນຄັ້ງນີ້, ສະແດງໃຫ້ເຫັນຄວາມສາມາດ ດ້ານເຕັກໂນໂລຊີກໍ່ສ້າງລົດໄຟຂອງ ຈີນ, ສ້າງຕົວຢ່າງດ້ານເຕັກໂນ ໂລຊີທີ່ສາມາດນຳໄປອ້າງອີງໄດ້ ສຳລັບໂຄງການປັບປຸງຂະຫຍາຍ ສາຍລົດໄຟໃນປະເທດລາວ, ເສີມ ຂະຫຍາຍການຮ່ວມມືລະຫວ່າງ ຈີນ-ລາວ ຜ່ານການປະຕິບັດໂຄງ ການ, ສະໜັບສະໜູນການຮ່ວມ ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເສີມສ້າງຄວາມໝັ້ນຄົງຂອງ ຊຸມຊົນຊາຕາກຳ ຈີນ-ລາວ. ຂັບເຄື່ອນເສດຖະກິດ ເນື່ອງຈາກ ສາມາດສ້າງມູນຄ່າເພີ່ມ ແລະ ກະ ຈາຍລາຍຮັບໄປສູ່ຫລາຍຂະແໜງ ການ ໂດຍສະເລ່ຍການລົງທຶນ 1 ໂດລາສະຫະລັດ ຈະສ້າງຜົນຕອບ ແທນຄືນໄດ້ປະມານ 3 ໂດລາສະ ຫະລັດ ຊຶ່ງເປັນການກະຈາຍກິດຈະ ກໍາໃນຫລາຍໆຂົງເຂດ ພ້ອມທັງ ຊ່ວຍນໍາເອົາເງິນຕາຕ່າງປະເທດ ເຂົ້າມາພາຍໃນປະເທດ ເພື່ອສະ ໜັບສະໜູນການນໍາເຂົ້າສິນຄ້າອັນ ຈໍາເປັນ ທີ່ສໍາຄັນການພັດທະນາ ການທ່ອງທ່ຽວຍັງຊ່ວຍສ້າງວຽກ ເຮັດງານທໍາ ແລະ ອາຊີບທີ່ໝັ້ນ ຄົງໃຫ້ປະຊາຊົນທ້ອງຖິ່ນ, ຫລຸດ ຜ່ອນຄວາມຈຳເປັນໃນການຍ້າຍ ຖິ່ນຖານໄປຫາແຫລ່ງວຽກງານອື່ນ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນຢ່າງຍືນຍົງ. ການ ລົງທຶນປັບປຸງພື້ນຖານໂຄງລ່າງໃນ ເຂດສີ່ພັນດອນຈຶ່ງເປັນປັດໄຈສຳຄັນ ໃນການຍົກລະດັບຄຸນນະພາບການ ບໍລິການ, ເພີ່ມຄວາມດຶງດູດໃຈໃຫ້ ແກ່ແຫລ່ງທ່ອງທ່ຽວ ແລະ ສ້າງ ໂອກາດທາງເສດຖະກິດໃຫ້ແກ່ຊຸມ ຊົນໃນໄລຍະຍາວ.

RkJQdWJsaXNoZXIy MTc3MTYxMQ==