04/11/2026 gsfdko c]t dkora fa mtok xtgmf]k; 4 9q 'Ia dra dfu [= ]y l5 f0k;ltvkf ,u 7;k,Ia [zy f-v[ 7n ,kf4ko dj P;da [dko7a fg]n vd c]t oe.-h rtoa d'ko0v'ra ddv,,6 oy f9u o ຂປລ. ສິ່ງສຳຄັນທີ່ສຸດໃນການກຳອຳ ນາດແມ່ນການໄດ້ຜູ້ມີຄວາມຮູ້ຄວາມສາ ມາດ; ຂໍກຸນແຈສຳຄັນໃນການບໍລິຫານປະ ເທດແມ່ນ ຕ້ອງຄັດເລືອກ ແລະ ນຳໃຊ້ຜູ້ມີ ຄວາມຮູ້ຄວາມສາມາດ. ການສ້າງຖັນແຖວ ພະນັກງານຄຸນນະພາບສູງທີ່ສາມາດແບກ ຫາບໜ້າທີ່ສຳຄັນໃນການຟື້ນຟູຄວາມ ຈະເລີນຮຸ່ງເຮືອງຂອງປະຊາຊາດ ຄືເນື້ອ ໃນສຳຄັນຕົ້ນຕໍຂອງແນວຄິດສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກ. ເພື່ອບັນລຸເປົ້າ ໝາຍດັ່ງກ່າວ, ພັກກອມມູນິດຈີນ ໄດ້ອີງໃສ່ ການສ້າງສາຄວາມທັນສະໄໝແລະ ພາລະ ກຳການພັດທະນາໄລຍະຍາວ, ກຳນົດແຈ້ງ ໃຫ້ຖືເອົາ 3 ມາດຖານສຳຄັນຄື ຈົງຮັກ ພັກດີ ບໍລິສຸດຂາວສະອາດ ມີຄວາມຮັບຜິດ ຊອບ ເປັນມາດຖານຄຸນຄ່າພື້ນຖານທີ່ສອດ ຫ້ອຍເຂົ້າໃນທົ່ວທຸກຂັ້ນຕອນແຫ່ງການ ຄັດເລືອກ, ບຳລຸງກໍ່ສ້າງ, ນຳໃຊ້ ແລະ ຄຸ້ມ ຄອງພະນັກງານຊຶ່ງໄດ້ສະໜອງຫລັກການ ອັນຊັດເຈນໃນການຄັດເລືອກ ແລະ ນຳໃຊ້ ຜູ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດ ແລະ ເສີມສ້າງຖັນແຖວພະນັກງານຫລັກ ແຫລ່ງໃຫ້ເຂັ້ມແຂງໃນຍຸກໃໝ່. ລະບົບມາດຖານຄັດເລືອກ ແລະ ນຳ ໃຊ້ພະນັກງານອັນຄົບຖ້ວນ ທີ່ມີວິທະຍາ ສາດແບບນີ້ບໍ່ໄດ້ປະດິດສ້າງຂຶ້ນແບບບໍ່ມີ ບ່ອນອີງ, ແຕ່ແມ່ນຝັງຮາກເລິກຢູ່ນຳພູມ ປັນຍາການບໍລິຫານປະເທດທີ່ມີມູນເຊື້ອ ອັນດີງາມຂອງຈີນ. ນັບແຕ່ສະໄໝບູຮານ ເປັນຕົ້ນມາ, ຄົນຈີນ ກໍໄດ້ສົ່ງເສີມແນວຄິດ ການບໍລິຫານປະເທດທີ່ເນັ້ນໃສ່ການຄັດ ເລືອກຜູ້ມີຄວາມຮູ້ຄວາມສາມາດ ມີຄຸນສົມ ບັດ ແລະ ຂໍກຸນແຈຂອງການບໍລິຫານປະ ເທດຂຶ້ນຢູ່ກັບຄົນ, ສືບທອດວິທີການເປັນ ເຈົ້ານາຍທີ່ມີມູນເຊື້ອເປັນເວລາພັນປີຄື: ຕອບບຸນແທນຄຸນປະເທດຊາດດ້ວຍຄວາມ ຈົງຮັກພັກດີ, ຍຶດໝັ້ນຮັກສາຄວາມສຸດຈະ ລິດຂາວສະອາດ, ເຂັ້ມງວດຕໍ່ຕົນເອງ ແລະ ບໍລິຫານປະເທດໃຫ້ມີຄວາມສະຫງົບ ປະ ຊາຊົນຮັ່ງມີສີສຸກ ຊຶ່ງໄດ້ສະສົມພື້ນຖານອັນ ໜັກແໜ້ນໃຫ້ແກ່ມາດຖານພະນັກງານໃນ ຍຸກໃໝ່ “ຈົງຮັກພັກດີ ບໍລິສຸດຂາວສະອາດ ມີຄວາມຮັບຜິດຊອບ” ແລະ ໄດ້ບັນລຸການ ເຊື່ອມໂຍງແນວຄິດຄັດເລືອກຄົນຮູ້ຜູ້ດີເຂົ້າ ກັບຂໍ້ຮຽກຮ້ອງດ້ານການກໍ່ສ້າງພັກໃນຍຸກ ປັດຈຸບັນຢ່າງເລິກເຊິ່ງ. “ຈົງຮັກພັກດີ ບໍລິສຸດຂາວສະອາດ ມີ ຄວາມຮັບຜິດຊອບ” ຊຶ່ງມາດຖານ 3 ຂໍ້ ນີ້ໄດ້ຊ່ວຍຊຸກຍູ້, ຕໍ່ເຕີມເສີມສ້າງແກ່ກັນ ແລະ ຂາດອັນໃດກໍບໍ່ໄດ້, ໂດຍສາມາດກຳ ນົດມາດຕະຖານຢ່າງຖືກຕ້ອງກ່ຽວກັບພະ ນັກງານຜູ້ດີໃນຍຸກໃໝ່. “ຈົງຮັກພັກດີ”ໝາຍເຖິງການມີຄວາມ ເຊື່ອໝັ້ນອັນໜັກແໜ້ນ, ອຸດດົມການແຕ່ຫົວ ທີອັນຜ່ອງໃສ, ຍຶດໝັ້ນພາລະກຳຂອງພັກ ກອມມູນິດຈີນທີ່ສະແຫວງຫາຄວາມສຸກ ໃຫ້ກັບປະຊາຊົນ, ສະແຫວງຫາການຟື້ນຟູ ຄວາມຈະເລີນຮຸ່ງເຮືອງໃຫ້ກັບປະຊາຊາດ ຢ່າງສະເໝີຕົ້ນສະເໝີປາຍ, ມີຫລັກໝັ້ນ ການເມືອງທີ່ໝັ້ນຄົງ, ບໍ່ເປັນ “ນົກສອງ ຫົວ” ທີ່ເວົ້າແນວໜຶ່ງແຕ່ພັດເຮັດແນວໜຶ່ງ ແລະ ຖືເອົາຜົນປະໂຫຍດພື້ນຖານຂອງພັກ ແລະ ປະຊາຊົນໄວ້ຢູ່ໃນຖານະອັນດັບໜຶ່ງ ຢ່າງສະເໝີຕົ້ນສະເໝີປາຍ. “ບໍລິສຸດຂາວສະອາດ” ໝາຍເຖິງ ການຈຳແນກສ່ວນລວມກັບສ່ວນຕົວຢ່າງ ຈະແຈ້ງ, ປະຕິບັດຕາມລະບຽບວິໄນຂອງ ພັກຢ່າງເຂັ້ມງວດ, ຕື່ນຕົວຕໍ່ຕ້ານການ ຫລອກລໍ້ຈາກຜົນປະໂຫຍດປະເພດຕ່າງໆ, ບໍ່ຫລິ້ນເສັ້ນຫລິ້ນສາຍ ແລະ ບໍ່ສະແຫວງ ຫາຜົນປະໂຫຍດສ່ວນຕົວ, ເວລາໃດກໍ ຍຶດໝັ້ນການໃຊ້ອຳນາດຢ່າງຍຸດຕິທຳ ແລະ ປະຕິບັດໜ້າທີ່ຢ່າງປອດໃສຂາວສະ ອາດ, ນີ້ແມ່ນເສັ້ນພື້ນຖານຂອງການເປັນ ເຈົ້າໜ້າທີ່ພະນັກງານປົກຄອງຢູ່ຈີນ. “ມີຄວາມຮັບຜິດຊອບ” ໝາຍເຖິງ ການເຮັດວຽກຢ່າງດຸໝັ່ນ ແລະ ຕິດແທດ ຕົວຈິງ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບ, ເມື່ອຜະເຊີນກັບບັນຫາຫຍຸ້ງຍາກ ໃນການປະຕິຮູບ, ບັນຫາຄົງຄ້າງໃນດ້ານ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ໜ້າທີ່ບຸກບືນຂອດຫຍຸ້ງຍາກ, ບໍ່ຖິ້ມຄວາມ ຮັບຜິດຊອບໃຫ້ກັນ ແລະ ບໍ່ທໍ້ຖອຍ, ກ້າແກ້ ໄຂບັນຫາຫຍຸ້ງຍາກ ແລະ ໃຊ້ການກະທຳ ຕົວຈິງເພື່ອແກ້ໄຂຄວາມຫຍຸ້ງຍາກອັນ ຮີບດ່ວນຂອງປະຊາຊົນ ແລະ ຊຸກຍູ້ການ ພັດທະນາພາລະກິດຢ່າງຈິງຈັງ. ມາດຖານ 3 ຂໍ້ດັ່ງກ່າວ ຕ່າງຜູກມັດ ແລະ ຄ້ຳຊູເຊິ່ງກັນ ແລະ ກັນ, ປະກອບເປັນ ລະບົບປະເມີນການຄັດເລືອກພະນັກງານ ທີ່ຮັດກຸມ: ຖ້າປັດສະຈາກຄວາມຈົງຮັກ ພັກດີ, ການມີຄວາມຮັບຜິດຊອບກໍຈະກາຍ ເປັນເຄື່ອງມືໃນການສະແຫວງຫາຜົນ ປະໂຫຍດສ່ວນຕົວ ແລະ ພັກພວກຢ່າງ ງ່າຍດາຍ; ຖ້າສູນເສຍຄວາມບໍລິສຸດຂາວ ສະອາດ, ການມີຄວາມຮັບຜິດຊອບກໍຈະ ປ່ຽນເປັນພາຫະນະໃນການສວຍໃຊ້ອຳ ນາດ ເພື່ອສະແຫວງຫາຜົນປະໂຫຍດສ່ວນ ຕົວ, ຖ້າເວົ້າແຕ່ຄວາມຈົງຮັກພັກດີ ແລະ ຄວາມບໍລິສຸດຂາວສະອາດແຕ່ບໍ່ເຮັດແທ້ ທຳຈິງ ໃນການປະຕິບັດໜ້າທີ່ຂອງຕົນ, ນັ້ນກໍຄືກໍລະນີອັນພົ້ນເດັ່ນກ່ຽວກັບການ ເມີນເສີຍເລິນເລີ້ໃນການປະຕິບັດໜ້າທີ່. ທິດນຳໃນການຄັດເລືອກ ແລະ ນຳໃຊ້ ພະນັກງານຂອງພັກກອມມູນິດຈີນ ແມ່ນ ຈະແຈ້ງຫລາຍ ແລະ ມີມາດຕະຖານຢ່າງ ເຂັ້ມງວດ: ຖ້າບໍ່ມີຄວາມຈົງຮັກພັກດີ, ເຖິງຈະມີຄວາມສາມາດສູງພຽງໃດກໍບໍ່ ອາດຈະນຳໃຊ້ໄດ້; ຖ້າຄວາມບໍລິສຸດຂາວ ສະອາດມີຂໍ້ບົກຜ່ອງຢ່າງໜັກ, ກໍຈະຖືກ ປະຕິເສດທັງໝົດ; ຖ້າມີແຕ່ເອົາຕົວລອດ ເປັນຍອດດີ ບໍ່ມີຜົນງານຫຍັງ, ກໍບໍ່ສາມາດ ແບກຫາບໜ້າທີ່ສຳຄັນໃນການບໍລິຫານ ແບບທັນສະໄໝໄດ້ເຊັ່ນກັນ. ພາຍຫລັງໄດ້ກຳນົດມາດຖານອັນເດັດ ຂາດທີ່ເປັນເອກະພາບແລ້ວ, ພັກກອມມູ ນິດຈີນ ໄດ້ປະດິດສ້າງເສັ້ນທາງປະຕິບັດ ຕົວຈິງໃນການຄັດເລືອກ ແລະ ບຳລຸງສ້າງ ຜູ້ມີຄວາມຮູ້ຄວາມສາມາດຕື່ມອີກ. ມັນ ຕ່າງກັນກັບຮູບແບບດັ້ງເດີມໃນການ ເລືອກຄົນແບບ“ໂປເລີ້ເລືອກມ້າ”ທີ່ອີງໃສ່ ປະສົບການສ່ວນຕົວ, ພັກກອມມູນິດຈີນ ໄດ້ປະຕິບັດກົນໄກການຄັດເລືອກພະນັກ ງານແບບຝຶກຝົນຕົວຈິງຄື: “ເລືອກເຟັ້ນມ້າ ພັນລີ້ຈາກສະໜາມແຂ່ງມ້າ”. ນັບແຕ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ພາຍ ໃຕ້ການຊີ້ນຳຈາກແນວທາງການຈັດຕັ້ງ ຂອງພັກໃນຍຸກໃໝ່, ການທີ່ “ປ່ຽນຮູບ ແບບ ‘ໂປເລີ້ເລືອກມ້າ’ ເປັນການເລືອກມ້າ ຈາກສະໜາມແຂ່ງ” ໄດ້ກາຍເປັນແນວຄິດ ແກນກາງຂອງການຄັດເລືອກພະນັກງານ, ໂດຍຖືເອົາແນວໜ້າຂັ້ນຮາກຖານ, ຖານທີ່ ໝັ້ນການພັດທະນາຊົນນະບົດໃຫ້ຈະເລີນ ແລະ ຕຳແໜ່ງງານທີ່ເກີດຂຶ້ນຢ່າງສຸກ ເສີນ, ມີຄວາມຫຍຸ້ງຍາກຫລາຍ, ມີຄວາມ ສ່ຽງສູງ ແລະ ມີໜ້າທີ່ອັນໜັກໜ່ວງເປັນ “ສະໜາມແຂ່ງມ້າ” ໃນການທົດສອບ ພະນັກງານ, ໃຫ້ພະນັກງານແຂ່ງຂັນສ້າງ ຜົນງານຕົວຈິງ, ຝຶກຝົນຄວາມສາມາດ ຈາກການຫລໍ່ຫລອມຕົວຈິງ, ແນວຄິດ ການເລືອກພະນັກງານແບບນີ້ກໍພັດທະນາ ກາຍເປັນກົນໄກການໃຊ້ຄົນທີ່ເຂັ້ມງວດ ra ddkog,n v'muj pb f\A ork]tde Ia [I6h g7a f]a [cdodk'0v'dko[= ]y skoxtgmfc[[9u o ຂປລ. ຖ້າຢາກຮັບຮູ້ພຶດຕິກຳຕົວຈິງ ແຫ່ງການບໍລິຫານປະເທດຂອງຈີນ, ເຮົາສາ ມາດເລີ່ມຈາກນິຍາມກ່ຽວກັບ “ພັກການ ເມືອງທີ່ຍຶດໝັ້ນພາລະກຳ”. ເວົ້າງ່າຍໆກໍຄື: ມັນຕ່າງກັນກັບພັກການເມືອງທີ່ຖືເອົາການ ໄດ້ຮັບໄຊຊະນະໃນການແຂ່ງຂັນເລືອກຕັ້ງ ເປັນເປົ້າໝາຍສຳຄັນອັນດັບໜຶ່ງ, ນັບແຕ່ມື້ ສ້າງຕັ້ງເປັນຕົ້ນມາ ພັກກອມມູນິດຈີນກໍໄດ້ ແບກຫາບພາລະກຳປະຫວັດສາດອັນຍິ່ງ ໃຫຍ່ ຊຶ່ງບໍ່ພຽງແຕ່ຖືເອົາການບໍລິຫານປະ ເທດໃນສະເພາະໜ້າເປັນເປົ້າໝາຍເທົ່ານັ້ນ, ຍັງຖືເອົາການບັນລຸຄວາມຜາສຸກຂອງມວນ ມະນຸດເປັນອຸດົມການສູງສຸດ, ຖືເອົາການສະ ແຫວງຫາຄວາມສຸກໃຫ້ກັບປະຊາຊົນ, ສະ ແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງ ໃຫ້ກັບປະຊາຊາດແລະສະແຫວງຫາຄວາມ ປອງດອງກົມກຽວທົ່ວໂລກເປັນເປົ້າໝາຍ ຖາວອນ, ພ້ອມທັງນຳໃຊ້ເປົ້າໝາຍອັນຍິ່ງ ໃຫຍ່ທີ່ກວມເຖິງເປົ້າໝາຍໄລຍະສັ້ນ, ໄລຍະ ກາງ ແລະ ໄລຍະຍາວ ເພື່ອປະສານສົມທົບ ກັບການພັດທະນາປະເທດຊາດ. ເມື່ອມີ ແຮງຂັບເຄື່ອນຍືນຍົງທີ່ກ້າວຂ້າມຜົນໄດ້ ຜົນເສຍໃນຊົ່ວໄລຍະໃດໜຶ່ງແລະບໍ່ຢ້ານກົວ ຕໍ່ສະພາບຫຍຸ້ງຍາກໃນສະເພາະໜ້າແບບ ນີ້ ຈຶ່ງເຮັດໃຫ້ການບໍລິຫານປະເທດຂອງ ຈີນ ສາມາດຮັກສາສະຖຽນລະພາບ ແລະ ຊຸກຍູ້ພາລະກິດຕ່າງໆທີ່ຕ້ອງສຸມຄວາມ ພະຍາຍາມແບບບໍ່ລົດລະຢ່າງຕໍ່ເນື່ອງ. ແນວຄວາມຄິດນີ້ແມ່ນຝັງຮາກເລິກຢູ່ ໃນແນວຄິດບູຮານຈີນແຫ່ງການບໍລິຫານ, ຄືດັ່ງຄຳບູຮານຈີນທີ່ວ່າ “ໂລກເປັນຂອງ ທົ່ວປວງຊົນ ແລະ ປະຊາຊົນເປັນພື້ນຖານ ຂອງປະເທດຊາດ”, ສົ່ງເສີມໃຫ້ເຮັດທຸກ ສິ່ງຢ່າງຕ້ອງມີສາຍຕາເບິ່ງກວ້າງມອງ ໄກ, ເຮັດໃຫ້ຄວາມພະຍາຍາມໃນຍຸກປັດຈຸ ບັນສ້າງຜົນປະໂຫຍດໃຫ້ແກ່ຄົນຮຸ່ນຫລັງ. ຈີນໃນສະໄໝໃໝ່ຫລັງສົງຄາມຢາຝີ່ນເມື່ອ ປີ 1840, ປະເທດຊາດຖືກແບ່ງແຍກ, ເສດ ຖະກິດ-ສັງຄົມຊຸດໂຊມ, ປະຊາຊົນຕົກຢູ່ໃນ ຄວາມທຸກຍາກລຳບາກທີ່ສຸດ, ໃນເວລາທີ່ ປະເທດຊາດຕົກຢູ່ໃນສະພາບອັນຄັບຂັນ ຂ້ຽວຂາດທີ່ສຸດ, ພັກກອມມູນິດຈີນໄດ້ກ້າວ ຂຶ້ນເວທີປະຫວັດສາດ. ນັບແຕ່ມື້ສ້າງຕັ້ງເປັນ ຕົ້ນມາ, ພັກກອມມູນິດຈີນກໍໄດ້ຖືເອົາການ ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຢູ່ດີມີສຸກ, ພັດທະນາປະເທດຊາດໃຫ້ຈະເລີນລວມເຖິງ ອຸດົມການອັນຍິ່ງໃຫຍ່ທີ່ຫັນໜ້າສູ່ຄວາມ ກ້າວໜ້າຮ່ວມຂອງມວນມະນຸດ ຈັດເຂົ້າ ເປັນພາລະກຳຂອງຕົນ. ນີ້ບໍ່ແມ່ນຄຳໝັ້ນ ສັນຍາທີ່ສະເໜີເປັນການຊົ່ວຄາວພຽງເພື່ອ ຕອບສະໜອງການແຂ່ງຂັນເລືອກຕັ້ງເທື່ອ ໃດໜຶ່ງ, ບໍ່ແມ່ນພຽງເພື່ອຕອບຮັບສຽງ ຮຽກຮ້ອງຂອງປະຊາຊົນພາຍໃນປະເທດ ເທົ່ານັ້ນ, ເປົ້າໝາຍທີ່ຍິ່ງໃຫຍ່ກວ່າແບບນີ້ ຈຶ່ງແມ່ນຈຸດພື້ນຖານທີ່ສຸດທີ່ແຕກຕ່າງກັບ ພັກການເມືອງຈຳນວນຫລວງຫລາຍ. ຫລາຍພັກການເມືອງໃນໂລກສ່ວນ ຫລາຍດຳເນີນງານຕາມຮອບວຽນຂອງ ການເລືອກຕັ້ງ ເພື່ອຍາດເອົາການສະໜັບສະ ໜູນຈາກຜູ້ມີສິດເລືອກຕັ້ງ, ຜູ້ກຳອຳນາດ ມັກຕອບສະໜອງບັນຫາຈຸດສຸມທີ່ໄດ້ຮັບ ຄວາມສົນໃຈທີ່ສຸດໃນປັດຈຸບັນເປັນບຸລິ ມະສິດ ແລະ ເລືອກໂຄງການທີ່ເກີດຜົນໄວ ແລະ ງ່າຍທີ່ຈະໄດ້ຮັບຄຳຍ້ອງຍໍ. ເມື່ອໃດ ອຳນາດການປົກຄອງສັບປ່ຽນແລ້ວ, ແຜນ ການໄລຍະຍາວທີ່ລັດຖະບານຊຸດຜ່ານມາ ໄດ້ເລີ່ມດຳເນີນອາດຈະຖືກໂຈະໄວ້, ຍິ່ງໄປ ກວ່ານັ້ນຈະຖືກປ່ຽນແທນໃໝ່ໂດຍກົງ. ການກໍ່ສ້າງທີ່ລົງທຶນມະຫາສານ ແລະ ໃຊ້ ເວລາຍາວນານ, ແຕ່ມີຄວາມສຳຄັນທີ່ສຸດ ຕໍ່ອະນາຄົດຂອງປະເທດ, ພັດຕິດຄ້າງຢູ່ໃນ ການຕໍ່ສູ້ລະຫວ່າງພັກຝ່າຍ ແລະ ການແຊກ ແຊງຂອງນາຍທຶນເລື້ອຍໆ, ຍາກທີ່ຈະປະຕິ ບັດຈົນເຖິງທີ່ສຸດ. ນີ້ກໍແມ່ນສາເຫດສຳຄັນ ທີ່ເຮັດໃຫ້ນະໂຍບາຍຂອງຫລາຍປະເທດ ມີການປ່ຽນແປງເລື້ອຍໆ ແລະ ໂຄງການ ໃຫຍ່ທີ່ສຳຄັນໄລຍະຍາວຍາກທີ່ຈະໄດ້ຮັບ ການປະຕິບັດໃຫ້ເປັນຮູບປະທຳ. ເມື່ອທຽບໃສ່ຫລາຍພັກການເມືອງດັ່ງ ກ່າວ, ໃນຖານະເປັນພັກການເມືອງທີ່ຍຶດ ໝັ້ນພາລະກຳ,ພັກກອມມູນິດຈີນຕ້ອງແກ້ໄຂ ຄວາມຫຍຸ້ງຍາກທີ່ປະຊາຊົນຜະເຊີນໜ້າໃນ ປັດຈຸບັນຢ່າງທັນເວລາ, ແກ້ໄຂຄວາມຮຽກ ຮ້ອງຕ້ອງການອັນຮີບດ່ວນດ້ານຊີວິດການ ເປັນຢູ່ຂອງປະຊາຊົນໃນສະເພາະໜ້າ ແລະ ຈະບໍ່ຖືກຄວບຄຸມຈາກຜົນປະໂຫຍດໄລຍະ ສັ້ນຫລືຜົນປະໂຫຍດຂອງພາກສ່ວນໃດໜຶ່ງ. ການຈັດວາງທັງໝົດລ້ວນແຕ່ຮັບໃຊ້ສາຍ ຫລັກອັນດຽວທີ່ກ້າວຈາກປັດຈຸບັນໄປສູ່ໄລ ຍະຍາວ ແລະ ນຳໄປສູ່ອຸດົມການອັນສູງສົ່ງ ກວ່າເກົ່າຄື: ບາງເປົ້າໝາຍຕ້ອງຈັດຕັ້ງປະ ຕິບັດໃຫ້ເປັນຮູບປະທຳພາຍໃນເວລາບໍ່ເທົ່າ ໃດປີ, ບາງເປົ້າໝາຍຕ້ອງຜ່ານການຊຸກຍູ້ ປະຕິບັດຢ່າງຕໍ່ເນື່ອງເປັນເວລາຫລາຍສິບ ປີ, ສ່ວນບາງເປົ້າໝາຍຕ້ອງການໃຫ້ຫລາຍ ລຸ້ນຄົນ ໃຊ້ເວລາຮ້ອຍປີຂຶ້ນໄປມຸ່ງໝັ້ນສູ້ຊົນ ຢ່າງຕໍ່ເນື່ອງເພື່ອບັນລຸຜົນເປັນຈິງ. ອາໄສ ເປົ້າໝາຍທີ່ໝັ້ນຄົງ ແລະ ການຈັດຕັ້ງວາງ ແຜນປະຕິບັດຢ່າງຕໍ່ເນື່ອງ, ຄະນະນຳແຕ່ ລະສະໄໝໄດ້ສືບຕໍ່ຊຸກຍູ້ແຜນການອັນດຽວ ກັນ, ເຮັດຢ່າງຕໍ່ເນື່ອງຊຸດຕໍ່ຊຸດ, ຈຶ່ງເຮັດໃຫ້ ແຜນວາດການພັດທະນາທີ່ກຳນົດໄວ້ສາ ມາດຈັດຕັ້ງປະຕິບັດໄປຢ່າງຕໍ່ເນື່ອງ. ເຖິງ ຈະພົບກັບຄວາມຫຍຸ້ງຍາກລຳບາກ ແລະ ອຸປະສັກຕ່າງໆນານາ ກໍຈະບໍ່ປ່ຽນແປງທິດ ທາງຢ່າງງ່າຍດາຍ. ຈຸດພິເສດດັ່ງກ່າວ, ສະແດງໃຫ້ເຫັນ ຢ່າງຊັດເຈນທີ່ສຸດໃນບັນດາໂຄງການ ໃຫຍ່ໆທີ່ຂ້າມເວລາຫລາຍປີ ແລະ ຜ່ານຄະ ນະນຳຫລາຍສະໄໝຈຶ່ງຄ່ອຍໆຈໍ່ຕົວຂຶ້ນ ເທື່ອລະກ້າວ. ການປົກປັກຮັກສາແມ່ນ້ຳ ຢາງຊີກ້ຽງຢ່າງຂະໜາດໃຫຍ່ ກໍແມ່ນ ການເຄື່ອນໄຫວໄລຍະຍາວ ເພື່ອປົກປັກ ຮັກສາບ້ານເມືອງໃຫ້ຄົນຮຸ່ນຫລັງ. ແມ່ນ້ຳ ຢາງຊີກ້ຽງໄຫລຜ່ານ10 ກວ່າແຂວງ ແລະ ກຳແພງນະຄອນ, ໄດ້ຫລໍ່ລ້ຽງປະຊາກອນ ຈີນຫລາຍຮ້ອຍລ້ານຄົນແລະຮັກສາຄວາມ ໝັ້ນຄົງດ້ານນິເວດຂອງເຂດແດນອັນ ກວ້າງຂວາງ. ການປິດ ແລະ ເຊົາການຜະ ລິດຂອງວິສາຫະກິດທີ່ລະບາຍມົນລະພິດ, ການປັບປຸງຝັ່ງແມ່ນ້ຳ, ການຟື້ນຟູດິນບໍລິ ເວນນ້ຳ, ການປົກປັກຮັກສາສັດນ້ຳທີ່ຫາ ຍາກ, ຍັງຕ້ອງນຳພາໃຫ້ເຂດແຄມແມ່ນ້ຳ ປັບປຸງໂຄງປະກອບອຸດສາຫະກຳ, ຂະບວນ ການທັງໝົດຕ້ອງໃຊ້ເວລາຫລາຍສິບປີ ແລະລົງທຶນຈຳນວນຫລວງຫລາຍ, ຍາກທີ່ ຈະສ້າງຜົນງານທີ່ປະຈັກຕາໄດ້ພາຍໃນອາ ຍຸການດຳລົງຕຳແໜ່ງພຽງສະໄໝດຽວ. ນັບແຕ່ໄດ້ກຳນົດທິດທາງ “ຮ່ວມກັນປົກປັກ ຮັກສາຂະໜາດໃຫຍ່, ບໍ່ດຳເນີນການພັດທະ ນາຂະໜາດໃຫຍ່” ແລ້ວ, ຄະນະນຳຫລາຍ ຊຸດລ້ວນແຕ່ປະຕິບັດຕາມແນວຄວາມຄິດ ດຽວກັນຢ່າງໝັ້ນທ່ຽງ, ສືບຕໍ່ດຳເນີນການ ລາດຕະເວນກວດກາ, ປັບປຸງແລະບູລະນະ ຟື້ນຟູລະບົບນິເວດ, ຈະບໍ່ປ່ຽນທິດທາງຕາມ ລຳພັງຍ້ອນປ່ຽນແປງຜູ້ຮັບຜິດຊອບ ແລະ ຈະບໍ່ຜ່ອນຜັນໃນການຍຶດໝັ້ນຕາມເສັ້ນ ແດງຂອງການປົກປັກຮັກສາສິ່ງແວດ ລ້ອມທຳມະຊາດເພື່ອຜົນປະໂຫຍດໄລຍະ ສັ້ນ, ໂດຍມີຈຸດປະສົງເພື່ອຮັກສາແມ່ນ້ຳ ໃຫຍ່ສາຍນີ້ໄວ້ ແລະ ມອບສິ່ງແວດລ້ອມທີ່ ຢູ່ອາໄສທີ່ດີກວ່າເກົ່າໃຫ້ແກ່ຄົນຮຸ່ນຫລັງ. ການກໍ່ສ້າງເຂດໃໝ່ສົງອ່ານ ແມ່ນ ການວາງແຜນລ່ວງໜ້າເພື່ອອະນາຄົດ ທີ່ຍາວໄກກວ່າ. ໂຄງການທີ່ຖືກເອີ້ນວ່າ “ແຜນການພັນປີ, ກິດຈະການສຳຄັນຂອງ ຊາດ” ນີ້, ນັບແຕ່ການເລີ່ມຕົ້ນ ກໍບໍ່ໄດ້ສະ ແຫວງຫາຄວາມວ່ອງໄວ ແລະ ໄດ້ປະຖິ້ມ ແລະ ຫັນເປັນລະບຽບການ ແລະ ເປັນລະ ບຽບແບບແຜນໃນການບໍລິຫານປະເທດ. ບັ້ນລຶບລ້າງຄວາມທຸກຍາກ ແມ່ນຕົວ ຢ່າງພາກປະຕິບັດຕົວຈິງທີ່ມີຊີວິດຊີວາ ທີ່ສຸດ ຂອງຫລັກການເລືອກເຟັ້ນພະນັກ ງານດັ່ງກ່າວ. ພະນັກງານປະຈຳບ້ານເປັນ ພັນເປັນໝື່ນຄົນໄດ້ຕັ້ງຫລັກປັກຖານຢູ່ຊົນ ນະບົດຫ່າງໄກສອກຫລີກ, ມຸ່ງໝັ້ນສູ້ຊົນ ຢ່າງບໍ່ລົດລະ, ຊ່ວຍເຫລືອປະຊາຊົນ ແລະ ສຸມໃສ່ພາລະກິດການລຶບລ້າງຄວາມທຸກ ຍາກ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ຄວາມຈົງຮັກພັກດີຕໍ່ອຸດົມການແຕ່ຫົວ ທີຂອງພັກທີ່ວ່າ “ເຮັດທຸກສິ່ງຢ່າງເພື່ອ ປະຊາຊົນ”: ພວກເຂົາໄດ້ປະຕິບັດລະບຽບ ວິໄນຢ່າງເຂັ້ມງວດ, ນຳໃຊ້ຊັບພະຍາກອນ ຊ່ວຍເຫລືອຄວາມທຸກຍາກຢ່າງຖືກຕ້ອງ, ຮັກສາຄວາມບໍລິສຸດຜຸດຜ່ອງ ແລະ ປະຕິ ບັດໜ້າທີ່ຢ່າງປອດໃສຂາວສະອາດ ຊຶ່ງສະ ແດງໃຫ້ເຫັນເຖິງແບບແຜນວິທີເຮັດວຽກ ທີ່ບໍລິສຸດ; ພວກເຂົາໄດ້ຜະເຊີນໜ້າໂດຍກົງ ກັບພະຍາດຊຳເຮື້ອຂອງຄວາມທຸກຍາກ, ໄດ້ລົງເລິກພັດທະນາອຸດສາຫະກຳຢູ່ຊົນ ນະບົດ, ແກ້ໄຂຈຸດອ່ອນດ້ານຊີວິດການເປັນ ຢູ່ຂອງປະຊາຊົນ, ບຸກບືນຜ່ານຜ່າຄວາມ ຫຍຸ້ງຍາກ ເພື່ອນຳພາປະຊາຊົນເພີ່ມລາຍ ຮັບ ແລະ ສ້າງຄວາມຮັ່ງມີ ຊຶ່ງສະແດງໃຫ້ ເຫັນຢ່າງເຕັມສ່ວນເຖິງຄວາມຮັບຜິດຊອບ ທີ່ຕິດແທດຕົວຈິງ. ພະນັກງານຫລາຍຈົນ ນັບບໍ່ຖ້ວນໄດ້ຜ່ານການຝຶກຝົນຫລໍ່ຫລອມ ຢູ່ຂັ້ນຮາກຖານ ແລະ ປະກົດຕົວອອກຢ່າງ ໂດດເດັ່ນ, ເຕີບໃຫຍ່ຂຶ້ນເປັນກຳລັງຫລັກ ແຫລ່ງໃນການບໍລິຫານປະເທດ ທີ່ສາມາດ ແບກຫາບໜ້າທີ່ສຳຄັນແຫ່ງການຟື້ນຟູ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ. ໂດຍອີງໃສ່ພື້ນຖານການກໍ່ສ້າງຖັນ ແຖວພະນັກງານ, ພັກກອມມູນິດຈີນຈັດຕັ້ງ ປະຕິບັດຍຸດທະສາດສ້າງສາປະເທດໃຫ້ ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ, ລົງເລິກການປະຕິຮູບໂຄງປະກອບ ແລະ ກົນໄກການພັດທະນາຜູ້ມີຄວາມຮູ້ຄວາມ ສາມາດຢ່າງຕໍ່ເນື່ອງ, ທັບມ້າງກຳແພງ ທາງຂະແໜງອາຊີບ ແລະ ຖານະ, ຮັບເອົາ ຜູ້ມີຄວາມຮູ້ຄວາມສາມາດປະເພດຕ່າງໆ ຢ່າງກວ້າງຂວາງ ເຊັ່ນ: ນັກວິທະຍາສາດ, ຊ່າງເຕັກນິກ ແລະ ຜູ້ມີຄວາມຮູ້ຄວາມສາ ມາດດີເດັ່ນຢູ່ຊົນນະບົດ ເປັນຕົ້ນ, ບຳລຸງ ສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ດີເດັ່ນ ຈຳນວນຫລວງຫລາຍ ທີ່ມຸ່ງໝັ້ນອຸທິຕົນ ເພື່ອປະເທດຊາດ ແລະ ກ້າປະດິດສ້າງ, ເພື່ອເຕົ້າໂຮມຊັບພະຍາກອນທາງປັນຍາ ໃນທຸກຂົງເຂດເພື່ອການສ້າງສາຄວາມ ທັນສະໄໝແບບຈີນ. ມາດຖານການຄັດເລືອກ ແລະ ນຳໃຊ້ ພະນັກງານທີ່ຈົງຮັກພັກດີ, ບໍລິສຸດຂາວສະ ອາດ ແລະ ມີຄວາມຮັບຜິດຊອບບໍ່ພຽງແຕ່ ໄດ້ສ້າງລະບົບກໍ່ສ້າງພະນັກງານ ແລະ ຜູ້ມີ ຄວາມຮູ້ຄວາມສາມາດ ທີ່ມີສີສັນພິເສດ ຂອງຈີນເທົ່ານັ້ນ, ຍັງໄດ້ສະໜອງແຜນ ການແບບປະເທດຕາເວັນອອກໃຫ້ແກ່ການ ຄຸ້ມຄອງຖັນແຖວພັກກຳອຳນາດຂອງປະ ເທດຕ່າງໆໃນທົ່ວໂລກອີກດ້ວຍ. ໃນຂະນະ ທີ່ຫລາຍປະເທດຕົກຢູ່ໃນສະພາບການ ແຂ່ງຂັນລະຫວ່າງພັກການເມືອງໃນໄລຍະ ສັ້ນ ແລະ ການຕໍ່ສູ້ພາຍໃນທາງການເມືອງ ທີ່ບໍ່ສ້າງຜົນປະໂຫຍດ, ຈີນຍຶດໝັ້ນສ້າງຖັນ ແຖວກຳອຳນາດທີ່ເຂັ້ມແຂງດ້ວຍວິໄສທັດ ໄລຍະຍາວມາໂດຍຕະຫລອດ, ເຮັດໃຫ້ພະ ນັກງານທຸກລຸ້ນຄົນກ້າຮັບຜິດຊອບ, ຮູ້ຈັກ ວິທີເຮັດວຽກ ແລະ ສາມາດສ້າງຜົນສຳ ເລັດໄດ້ ເພື່ອແບກຫາບໜ້າທີ່ສຳຄັນແຫ່ງ ຍຸກສະໄໝໃນການຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງປະຊາຊາດຢ່າງໜັກແໜ້ນ. ຈາກການຍຶດໝັ້ນ 3 ມາດຖານຫລັກ ຮອດການຈຳແນກຜູ້ມີຄວາມຮູ້ຄວາມສາ ມາດທີ່ດີເດັ່ນຜ່ານການປະຕິບັດຕົວຈິງ, ຕະຫລອດຮອດການເຕົ້າໂຮມຜູ້ມີຄວາມຮູ້ ຄວາມສາມາດໃນທຸກຂົງເຂດ, ລະບົບການ ເລືອກເຟັ້ນ ແລະ ບຳລຸງສ້າງຜູ້ມີຄວາມຮູ້ ຄວາມສາມາດ ທີ່ຝັງຮາກຢູ່ໃນມູນເຊື້ອວັດ ທະນະທຳຈີນ ແລະ ສອດຄ່ອງກັບຄວາມ ຕ້ອງການຂອງຍຸກສະໄໝ ໄດ້ສືບຕໍ່ຝຶກຝົນ ຫລໍ່ຫລອມກຳລັງຫລັກແຫລ່ງແຫ່ງການ ກຳອຳນາດທີ່ມີຄຸນນະພາບສູງ ຊຶ່ງຈະເປັນ ການຄ້ຳຊູດ້ານຜູ້ມີຄວາມຮູ້ຄວາມສາມາດ ທີ່ໜັກແໜ້ນໃຫ້ແກ່ການສ້າງສາຄວາມ ທັນສະໄໝແບບຈີນ ແລະ ພາລະກິດອັນ ຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງປະຊາຊາດ. ໝົດນີ້ ກໍຄືຄວາມຮັບຜິດຊອບຕໍ່ພາລະກຳທີ່ ບໍ່ຢຸດບາດກ້າວໃນປັດຈຸບັນ, ແຕ່ມອງເບິ່ງ ອະນາຄົດທີ່ຍິ່ງໃຫຍ່ ແລະ ຍາວໄກກວ່າ. ເພື່ອຈະຍຶດໝັ້ນພາລະກຳອັນຍາວນານ ນີ້, ພັກການເມືອງກໍຈຳເປັນຕ້ອງມີຄວາມ ສາມາດໃນການປັບປຸງຕົນເອງ. ນີ້ກໍຄືເຫດ ຜົນໃນຕົວທີ່ພັກກອມມູນິດຈີນຊຸກຍູ້ການ ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານແບບ ຕໍ່ເນື່ອງ ແລະ ຍຶດໝັ້ນການປະຕິວັດໂດຍຕົນ ເອງ. ຢູ່ຕາມເສັ້ນທາງການກຳອຳນາດໄລ ຍະຍາວ, ຍາມໃດກໍຈະພົບກັບການທົດສອບ ຕ່າງໆ ແລະ ອາດຈະເກີດຄວາມຂີ້ຄ້ານມັກ ງ່າຍແລະຫ່າງເຫີນຈາກປະຊາຊົນຈົນເຖິງ ຄວາມສ່ຽງດ້ານການສໍ້ລາດບັງຫລວງ. ຖ້າປ່ອຍປະໃຫ້ບັນຫາເຫລົ່ານີ້ສະສົມໄວ້ ດົນ, ກໍຈະຜິດເຂວຈາກທິດທາງທີ່ກຳນົດ ໄວ້. ມີແຕ່ກວດກາຕົນເອງຢ່າງເປັນເຈົ້າ ການ, ດັດແປງຄວາມຜິດພາດຢ່າງທັນ ການ ແລະ ສະສາງລ້າງສວ່າຍຖັນແຖວ ຢ່າງຕໍ່ເນື່ອງ, ຈິ່ງຈະສາມາດຍຶດໝັ້ນທິດ ທາງໄລຍະຍາວທີ່ຈາກການບັນລຸເປົ້າ ໝາຍໄປສູ່ການບັນລຸອຸດົມການອັນຍິ່ງ ໃຫຍ່ຢ່າງສະເໝີຕົ້ນສະເໝີປາຍ ແລະ ຈະບໍ່ ຢຸດບາດກ້າວເດີນໄປຂ້າງໜ້າເຖິງຈະຢູ່ໃນ ສະພາບທີ່ຫຍຸ້ງຍາກກໍຕາມ. ໃນທີ່ສຸດ, ພາລະກຳນີ້ກໍມີຜົນປະໂຫຍດ ລວມ ແລະ ຜົນປະໂຫຍດໄລຍະຍາວ ຂອງປະຊາຊົນຢ່າງກວ້າງຂວາງເປັນພື້ນ ຖານ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໄປສູ່ ອຸດົມການອັນຍິ່ງໃຫຍ່ກວ່າເກົ່າ ຄື: ຈະເຮັດ ໃຫ້ປະຊາຊົນຈີນຮຸ່ນນີ້ມີຊີວິດການເປັນຢູ່ ທີ່ດີກວ່າເກົ່າ ແລະ ບັນລຸການຟື້ນຟູຄວາມ ຈະເລີນຮຸ່ງເຮືອງຂອງປະຊາຊາດ, ທັງ ຫວັງຢາກປະກອບສ່ວນເຂົ້າໃນການພັດ ທະນາຮ່ວມກັນຂອງມວນມະນຸດ. ຄວາມ ມຸ່ງໝັ້ນທີ່ຍືນຍົງນີ້ ໄດ້ປະກອບເປັນຈຸດພິ ເສດທີ່ໂດດເດັ່ນທີ່ສຸດຂອງການບໍລິຫານ ປະເທດແບບຈີນ. ເມື່ອເຂົ້າໃຈລັກສະນະ ພິເສດແບບ “ຍຶດໝັ້ນພາລະກຳ” ຂອງພັກ ກອມມູນິດຈີນແລ້ວ, ກໍຈະສາມາດຮັບຮູ້ ເຄັດລັບຂອງບັນຫາທີ່ວ່າ “ຍ້ອນຫຍັງພັກ ກອມມູນິດຈີນຈິ່ງເຮັດສຳເລັດໄດ້”. ແນວຄິດທີ່ຢາກໄດ້ຜົນສຳເລັດໄວ ແລະ ການພັດທະນາແບບການນຳໃຊ້ຊັບພະຍາ ກອນຢ່າງຫລວງຫລາຍແຕ່ມີປະສິດທິພາບ ຕ່ຳ. ບໍ່ວ່າຈະເປັນການວາງແຜນຜັງເມືອງ ໂດຍລວມ, ໂຄງການປິ່ນອ້ອມດ້ານສິ່ງ ແວດລ້ອມທຳມະຊາດຫລືການນຳເຂົ້າອຸດ ສາຫະກຳແລະ ການຈັດວາງການບໍລິການ ສາທາລະນະ, ລ້ວນແຕ່ຄຳນຶງເຖິງວິທີການ ເຕີບໃຫຍ່ຂອງຕົວເມືອງແຫ່ງນີ້ໃນອີກ ຫລາຍສິບປີກໍຄືຮ້ອຍປີຂ້າງໜ້າ.ຈາກການ ເລີ່ມຕົ້ນຢູ່ເທິງພື້ນທີ່ຮາບພຽງແຫ່ງໜຶ່ງ, ການວາງແຜນ ແລະ ກໍ່ສ້າງເທື່ອລະກ້າວ, ຜູ້ກໍ່ສ້າງຊຸດແລ້ວຊຸດເລົ່າໄດ້ບາກບັ່ນສູ້ຊົນ ຢ່າງຕໍ່ເນື່ອງ ໂດຍບໍ່ສະແຫວງຫາການດຶງ ດູດຄວາມສົນໃຈພຽງໄລຍະໃດໜຶ່ງ, ເພື່ອ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການ ພັດທະນາໄລຍະຍາວຂອງປະເທດຊາດ. ໜຶ່ງ, ແມ່ນການເຝົ້າຮັກສາບ້ານເມືອງ ທີ່ມີຢູ່ແລ້ວ, ອີກອັນໜຶ່ງແມ່ນການພັດທະ ນາພື້ນທີ່ໃໝ່ໃຫ້ແກ່ອະນາຄົດ. ສອງ, ຕົວ ຢ່າງນີ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ວ່າ: ການບໍລິຫານແບບນີ້ ຈະບໍ່ຖືກຜູກມັດ ດ້ວຍອາຍຸການດຳລົງຕຳແໜ່ງ, ຈະບໍ່ປ່ຽນ ແປງໄປຕາມຄະແນນສຽງເລືອກຕັ້ງ ແລະ ຈະບໍ່ຖືກປະຖິ້ມຢູ່ເຄິ່ງທາງຍ້ອນການປ່ຽນ ແປງເຈົ້າໜ້າທີ່ຮັບຜິດຊອບ. ສິ່ງທີ່ຄ້ຳຊູທັງ
RkJQdWJsaXNoZXIy MTc3MTYxMQ==