04/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ໂດຍ: ຊິບບປະໄຊິ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ *ເພື່ອປະຕິບັດຕາມຈຸດປະສົງ ແລະ ອຸດົມການຂອງພັກ ທີ່ຍຶດໝັ້ນ ແນວທາງມະຫາຊົນມາແຕ່ມື້ກໍ່ຕັ້ງ, ພັກເຮົາຖືເອົາວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກ ງານ 3 ສ້າງ ເປັນນະໂຍບາຍ ແລະ ມາດຕະການຍຸດທະສາດທັງສະ ເພາະໜ້າ ແລະ ຍາວນານ, ສ່ອງ ແສງທາດແທ້ຂອງພັກທີ່ມາຈາກ ປະຊາຊົນ, ເປັນຂອງປະຊາຊົນ ແລະ ເຮັດເພື່ອຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນບັນດາເຜົ່າ. ໃນໄລຍະຜ່ານມາ ຄະນະປະ ຈໍາພັກແຂວງອັດຕະປື ໄດ້ຫັນແນວ ທາງ, ນະໂຍບາຍລວມຂອງພັກ ອອກເປັນມະຕິ, ຄໍາສັ່ງ, ຄໍາແນະ ນໍາ ແລະ ນິຕິກໍາສະເພາະໃນ 3 ວຽກນີ້ ໂດຍມອບໃຫ້ 3 ພາກສ່ວນ ຮັບຜິດຊອບພ້ອມນໍາພາ-ຊີ້ນໍາ, ຕິດຕາມ, ກວດກາ, ເຮັດໃຫ້ການ ຈັດຕັ້ງໃນລະບົບການເມືອງຢູ່ຮາກ ຖານສໍານັກງານ-ອົງການ, ກໍາ ລັງປະກອບອາວຸດ ແລະ ຫົວໜ່ວຍ ວິສາຫະກິດເຂັ້ມແຂງ ແລະ ໜັກ ແໜ້ນຂຶ້ນ; ຄວາມທຸກຍາກຫລຸດລົງ ຢ່າງຕໍ່ເນື່ອງ, ບ້ານພັດທະນາ ແລະ ບ້ານໃຫຍ່ຄ້າຍຕົວເມືອງນ້ອຍເພີ່ມ ຂຶ້ນ; ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາ ເຜົ່າດີຂຶ້ນເທື່ອລະກ້າວ; ການຕັ້ງ ຖິ່ນຖານທໍາມາຫາກິນແບບກະແຈກ ກະຈາຍ ແລະ ເລື່ອນລອຍໄດ້ຮັບ ຂປລ. ການສົ່ງເສີມການຜະລິດ ພາຍໃນ ເພື່ອທົດແທນການນຳເຂົ້າ ເປັນເສົາຄ້ຳທີ່ສຳຄັນຂອງການສ້າງ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ. ໃນໄລຍະຜ່ານມາ, ປະເທດ ເຮົາຕ້ອງຜະເຊີນກັບການຂາດດຸນ ການຄ້າ, ການໄຫລອອກຂອງ ເງິນຕາຕ່າງປະເທດ ແລະ ອັດຕາ ແລກປ່ຽນຜັນແປງ ຊຶ່ງສ່ວນໃຫຍ່ ເກີດຈາກການນຳເຂົ້າສິນຄ້າອຸປະ ໂພກ-ບໍລິໂພກ, ຝຸ່ນ, ອາຫານສັດ ແລະ ວັດຖຸດິບທີ່ເຮົາສາມາດຜະລິດ ເອງໄດ້. ການຫັນມາສຸມໃສ່“ສ້າງຄວາມ ເຂັ້ມແຂງພາຍໃນ” ໂດຍການຜະ ລິດເພື່ອຊົມໃຊ້ ແລະ ເປັນສິນຄ້າ ສົ່ງອອກ ຈຶ່ງແມ່ນທາງອອກທີ່ຍືນ ຍົງ ເພື່ອຫລຸດຜ່ອນການເພິ່ງພາພາຍ ນອກ. ການຍົກລະດັບການຜະລິດ ກະສິກຳ ແລະ ສະບຽງອາຫານ ແມ່ນຮັບປະກັນຄວາມໝັ້ນຄົງດ້ານ ອາຫານ ໂດຍເລັ່ງໃສ່ການຜະລິດ ເຂົ້າ, ຜັກ, ໝາກໄມ້, ໄຂ່ ແລະ ຊີ້ນ ສັດ ໃຫ້ພຽງພໍກັບຄວາມຕ້ອງການ ພາຍໃນ ເພື່ອຫລຸດຜ່ອນການນຳເຂົ້າ ຈາກຕ່າງປະເທດ; ຜະລິດຝຸ່ນ ແລະ ອາຫານສັດພາຍໃນ ເພື່ອສົ່ງເສີມ ການສ້າງໂຮງງານຜະລິດຝຸ່ນອິນຊີ, ຝຸ່ນຊີວະພາບ ແລະ ໂຮງງານປຸງ ແຕ່ງອາຫານສັດ ໂດຍນຳໃຊ້ວັດຖຸ ດິບທີ່ມີໃນປະເທດເຊັ່ນ: ມັນຕົ້ນ, ສາລີ ແລະ ອື່ນໆ ເພື່ອຫລຸດຕົ້ນທຶນ ໃຫ້ແກ່ຊາວກະສິກອນ; ສ້າງເຂດ ຜະລິດເປັນສິນຄ້າຈັດແບ່ງເຂດການ ຜະລິດໃຫ້ຈະແຈ້ງເຊັ່ນ: ເຂດປູກຜັກ ປອດສານພິດ, ເຂດລ້ຽງສັດ ເພື່ອໃຫ້ ງ່າຍຕໍ່ການສະໜັບສະໜູນເຕັກນິກ ແລະ ການຕະຫລາດ. ການແປຮູບ ແລະ ສ້າງມູນຄ່າ ເພີ່ມແມ່ນຫັນຈາກການຂາຍວັດຖຸ ດິບເປັນຜະລິດຕະພັນແປຮູບ ເພື່ອ ຫລຸດຜ່ອນການສົ່ງອອກຜົນຜະລິດ ກະສິກຳ ຫລື ແຮ່ທາດແບບດິບ ແລ້ວສົ່ງເສີມການຕັ້ງໂຮງງານແປ ຮູບພາຍໃນ ເພື່ອເພີ່ມມູນຄ່າສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ ປະຊາຊົນ; ພັດທະນາຜະລິດຕະພັນ OCOP / ODOP ໂດຍການ ສົ່ງເສີມ 1 ເມືອງ 1 ຜະລິດຕະພັນ ໃຫ້ມີມາດຕະຖານ, ມີກາສບັນຈຸທີ່ ທັນສະໄໝ ແລະ ໄດ້ມາດຕະຖານ ສາກົນ. ການເຂົ້າເຖິງແຫລ່ງທຶນສະ ໜອງສິນເຊື່ອດອກເບ້ຍຕໍ່າຜ່ານ ທະນາຄານທຸລະກິດ ແລະ ກອງທຶນ ສົ່ງເສີມ SMEs ໃຫ້ແກ່ຜູ້ປະກອບ ການທີ່ຜະລິດສິນຄ້າທົດແທນການ ນຳເຂົ້າ; ຫລຸດຜ່ອນອາກອນ ຫລື ຍົກເວັ້ນພາສີນຳເຂົ້າເຄື່ອງຈັກ, ເຕັກ ໂນໂລຊີ ແລະ ແນວພັນທີ່ນຳມາໃຊ້ ເຂົ້າໃນການຜະລິດພາຍໃນ. ຈຳກັດການນຳເຂົ້າສິນຄ້າທີ່ ພາຍໃນຜະລິດໄດ້ ໂດຍນຳໃຊ້ນະໂຍ ບາຍໂຄຕາ ຫລື ມາດຕະການທາງ ດ້ານເຕັກນິກ ເພື່ອປ້ອງກັນສິນຄ້າ ໄຫລເຂົ້າມາທັບຖົມສິນຄ້າພາຍໃນ; ສົ່ງເສີມ “ລາວທ່ຽວລາວ” ແລະ “ລາວໃຊ້ຂອງລາວ” ໂດຍການ ເປີດຕະຫລາດນັດ, ສູນຈຳໜ່າຍສິນ ຄ້າລາວ ແລະ ເຊື່ອມໂຍງເຂົ້າກັບ ລະບົບຊຸບເປີມາກເກັດ. ນອກຈາກ ນີ້, ນຳໃຊ້ເຕັກໂນໂລຊີກະສິກຳທັນ ສະໄໝ, ເຮືອນຮົ່ມ ແລະ ລະບົບປະ ຢັດນ້ຳ ເພື່ອໃຫ້ສາມາດຜະລິດໄດ້ ຕະຫລອດປີ (ບໍ່ວ່າຈະແມ່ນນອກ ລະດູ); ຍົກລະດັບມາດຕະຖານ ຄວາມປອດໄພຂອງສິນຄ້າ ເພື່ອໃຫ້ ຜູ້ບໍລິໂພກພາຍໃນມີຄວາມເຊື່ອໝັ້ນ. ຜົນປະໂຫຍດທີ່ຈະໄດ້ຮັບແມ່ນ ຫລຸດຜ່ອນການຮົ່ວໄຫລຂອງເງິນ ຕາຕ່າງປະເທດ ແລະ ຫລຸດການນຳ ເຂົ້າຈະຊ່ວຍຫລຸດຄວາມຕ້ອງການ ເງິນຕາຕ່າງປະເທດ, ຮັກສາສະ ຖຽນລະພາບອັດຕາແລກປ່ຽນ ແລະ gru j ,mt;u dkooerk0v'ra d8;Pd'kod+ lh k'Ikd4kodkog,n v'.ow]pt.\j + ການແກ້ໄຂ, ເຂດຈຸດສຸມທີ່ເຄີຍເປັນ ເຂດເກາະຫ້ອຍຂອງຄົນບໍ່ດີໄດ້ຮັບ ການປັບປຸງໃຫ້ໜັກແໜ້ນ. ພ້ອມ ນັ້ນ, ພະແນກການ-ອົງການຂັ້ນ ແຂວງໄດ້ມອບຄວາມຮັບຜິດຊອບ ໃຫ້ເມືອງ, ຊຸມຊົນບ້ານຫລາຍຂຶ້ນ, ເຮັດໃຫ້ແນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດ ຈັດຕັ້ງປະ ຕິບັດໄດ້ຕົວຈິງຢູ່ຮາກຖານ ແລະ ເຂດຈຸດສຸມ. ເຖິງຢ່າງໃດກໍຕາມ, ຢູ່ຮາກຖານ ຈໍານວນໜຶ່ງ ໂດຍສະເພາະຕາແສງ ແລະ ຊຸມຊົນບ້ານຢູ່ເຂດຊົນນະບົດ ຫ່າງໄກສອກຫລີກລະບົບການ ຈັດຕັ້ງການເມືອງຍັງບໍ່ທັນເຂັ້ມ ແຂງ ແລະ ໜັກແໜ້ນ, ບໍ່ທັນປະຕິບັດ ພາລະບົດບາດ, ສິດ-ໜ້າທີ່ຂອງຕົນ ໄດ້ຢ່າງເຕັມສ່ວນ, ບໍ່ທັນເປັນບ່ອນ ບໍລິການຮັບໃຊ້ປະຊາຊົນໄດ້ຢ່າງ ແທດເຖິງ; ຄວາມສາມາດໃນການ ຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ບັງຄັບໃຊ້ກົດໝາຍຍັງຕໍ່າ, ບາງ ບ່ອນມີສະພາບໃຊ້ອໍານາດເກີນ ຂອບເຂດ, ລ່ວງລະເມີດສິດເປັນ ເຈົ້າຂອງປະຊາຊົນ ການສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ຫລາຍບ່ອນໄດ້ແຕ່ປະລິມານ, ຍັງບໍ່ຮັບປະກັນຄຸນນະພາບ, ບໍ່ທັນ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ; ການ ຂະຫຍາຍຮາກຖານການເມືອງຢູ່ ໂຄງການລົງທຶນຂະໜາດໃຫຍ່, ພາກເອກະຊົນ ແລະ ການຈັດຕັ້ງ ສັງຄົມອື່ນໆ ຍັງເຮັດໄດ້ໜ້ອຍ, ບໍ່ ຕໍ່ເນື່ອງ; ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຍັງມີບັນຫາ ທ້າທາຍເປັນຕົ້ນ: ຄວາມແຕກໂຕນ ລະຫວ່າງຕົວເມືອງ-ຊົນນະບົດ ຍັງຫລາຍ, ໂຄງປະກອບອາຊີບ ຂອງປະຊາຊົນຍັງບໍ່ທັນຫັນປ່ຽນ ຢ່າງແຂງແຮງ, ພື້ນຖານໂຄງລ່າງ ແລະ ພື້ນຖານການຜະລິດຍັງບໍ່ໄດ້ ມາດຕະຖານ, ປະຊາຊົນບາງຈຸດ ສຸມຍັງມີຄວາມເຊື່ອຖືງົມງວາຍ, ຊັບພະຍາກອນທໍາມະຊາດຍັງ ຄຸ້ມຄອງບໍ່ມີປະສິດທິຜົນ, ຄວາມ ເປັນເຈົ້າການຂອງປະຊາຊົນບາງ ເຂດຍັງບໍ່ສູງ ຈຶ່ງຖືກກຸ່ມຄົນບໍ່ດີສວຍ ໃຊ້ລັກລອບຊັບພະຍາກອນທໍາມະ ຊາດ. ອີກບັນຫາໜຶ່ງການແບ່ງຂັ້ນ ຄຸ້ມຄອງລະຫວ່າງແຂວງ-ເມືອງຕາແສງ ແລະ ຊຸມຊົນບ້ານເຮັດໄດ້ ໜ້ອຍ, ຊັກຊ້າເມື່ອທຽບໃສ່ຄວາມ ຮຽກຮ້ອງຕ້ອງການຕົວຈິງ ແລະ ຍັງບໍ່ຕິດພັນກັບການແບ່ງປັນຜົນ ປະໂຫຍດ ແລະ ມາດຕະການກະຕຸກ ຊຸກຍູ້ທີ່ເໝາະສົມ ຈຶ່ງເຮັດໃຫ້ເມືອງ, ຕາແສງ ແລະ ຊຸມຊົນບ້ານຂາດ ແຮງຈູງໃຈ, ບໍ່ເປັນເຈົ້າການ; ການ ສ້າງບ້ານເປັນຫົວໜ່ວຍພັດທະນາ, ບ້ານໃຫຍ່ຄ້າຍຕົວເມືອງນ້ອຍ ແລະ ບ້ານນາມມະຍົດດ້ານຕ່າງໆສ່ວນ ຫລາຍໄດ້ແຕ່ປະລິມານ, ຄຸນນະພາບ ຍັງຕໍ່າ. ເພື່ອຕອບສະໜອງຄວາມເລັ່ງ ທວງໃນເງື່ອນໄຂໃໝ່, ພັກເຮົາ ຖືເອົາວຽກງານກໍ່ສ້າງຮາກຖານ ການເມືອງຕິດພັນກັບວຽກງານພັດ ທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ເປັນພາລະກໍາປະຫວັດສາດແຫ່ງ ການນໍາພາຂອງພັກໃນໄລຍະໃໝ່, ຈັດຕັ້ງປະຕິບັດເປັນເອກະພາບໃນ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນທົ່ວແຂວງ ອັດຕະປື ແລະ ກໍານົດທິດທາງດັ່ງນີ້: ໜຶ່ງ: ສ້າງທ່າບຸກໃນການລົງ ກໍ່ສ້າງຮາກຖານການເມືອງປັບປຸງ ເນື້ອໃນ, ນະໂຍບາຍ, ຮູບແບບ ວິທີການຄືນໃໝ່, ຕ້ານການລົງ ຮາກຖານແບບທຽວຂຶ້ນທຽວລົງ ໜັກໄປທາງຮູບການ, ລ່ວງລະເມີດ ສິດເປັນເຈົ້າຂອງຮາກຖານ; ເຮັດ ໃຫ້ການນໍາພາຂອງພັກຢັ່ງຮາກ ເລິກໃນທົ່ວສັງຄົມ ແລະ ທົ່ວເຖິງ ທຸກຫົວໜ່ວຍຮາກຖານລວມທັງ ຫົວໜ່ວຍວິສາຫະກິດ ແລະ ການ ຈັດຕັ້ງສັງຄົມ; ສ້າງໃຫ້ປະຊາຊົນ ເຊື່ອໝັ້ນ, ໄວ້ວາງໃຈຕໍ່ການນໍາ ພາຂອງພັກ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ເສີມຂະຫຍາຍສິດເປັນເຈົ້າໃນ ການສ້າງສາພັດທະນາທ້ອງຖິ່ນຮາກຖານ ແລະ ປະເທດຊາດ; ສອງ: ຄະນະພັກຮາກຖານອ້ອມ ຂ້າງແຂວງ, ຄະນະພັກເມືອງ, ຕາ ແສງ ແລະ ບ້ານ ຕ້ອງເປັນເຈົ້າການ ປຸກລະດົມ ແລະ ສ້າງເງື່ອນໄຂໃຫ້ ທຸກພາກສ່ວນໃນສັງຄົມປະກອບ ສ່ວນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສ້າງ ເປັນແຜນວຽກ, ແຜນຄົນ, ແຜນ ງົບປະມານ, ກິດຈະກໍາລະອຽດ ແລະ ລະບອບລະບຽບຊຸກຍູ້ຈູງໃຈ ເພື່ອສ້າງການຫັນປ່ຽນຢ່າງເລິກ ເຊິ່ງຢູ່ຮາກຖານທົ່ວແຂວງ. ພ້ອມ ນັ້ນ, ໃຫ້ຄະນະພັກເມືອງສ້າງຕັ້ງ ກອງກໍ່ສ້າງ-ພັດທະນາຊົນນະບົດ ເຄື່ອນທີ່ຂັ້ນເມືອງ ປະກອບດ້ວຍ ພະນັກງານແຂວງ ແລະ ເມືອງ ລົງ ຊ່ວຍຕາແສງ ປະຕິບັດ 5 ແຜນງານ ໃນໄລຍະຕົ້ນ (6 ເດືອນ ຫລື 1 ປີຕໍ່ ຕາແສງ) ກ່ຽວກັບວຽກງານການ ເມືອງ-ແນວຄິດ, ວັດທະນະທໍາ ແລະ ການພັດທະນາເສດຖະກິດ-ສັງຄົມຢູ່ ຊຸມຊົນບ້ານ; ສາມ: ສືບຕໍ່ຈັດຕັ້ງ ປະຕິບັດ 3 ວຽກງານນີ້ ໃຫ້ເປັນ ເອກະພາບ ແລະ ຄຽງຄູ່ກັນ ໂດຍ ມອບສິດຕັດສິນໃຈ ແລະ ຄຸ້ມຄອງ ຊັບພະຍາກອນທີ່ສົມຄູ່ໃຫ້ເມືອງ-ຕາ ແສງຫຼາຍຂຶ້ນ; ສ້າງເມືອງໃຫ້ເຂັ້ມ ແຂງຮອບດ້ານ ເປັນຜູ້ນໍາພາ-ຊີ້ນໍາ, ບັນຊາ-ຄຸ້ມຄອງໂດຍກົງ, ສ້າງຕາ ແສງເປັນຫົວໜ່ວຍຈັດຕັ້ງປະຕິບັດ ວຽກງານນີ້ຢູ່ຂັ້ນຊຸມຊົນບ້ານ; ເສີມ ຂະຫຍາຍປະຊາທິປະໄຕ ໂດຍສ້າງ ເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມ ປຶກສາຫາລື ແລະ ຕົກລົງບັນຫາ ຫລາຍຂຶ້ນ; ດຶງດູດນັກວິຊາການ ໜຸ່ມທີ່ມີຄວາມສາມາດ ລົງຝຶກຝົນ ຫລໍ່ຫລອມຢູ່ຕາແສງ ເພື່ອສ້າງ ພະນັກງານສືບທອດ;ສີ່: ເພີ່ມທະ ວີປຸກລະດົມຂົນຂວາຍວຽກງານ ລົງກໍ່ສ້າງຮາກຖານການເມືອງ ຢູ່ ຫົວໜ່ວຍວິສາຫະກິດ ກໍຄື ໂຄງການ ລົງທຶນຂອງພາກເອກະຊົນພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງ ສັງຄົມ, ມອບໃຫ້ອົງການຈັດຕັ້ງ ມະຫາຊົນຂັ້ນແຂວງ, ເມືອງ, ຕາ ແສງປຸກລະດົມ ເພື່ອໃຫ້ທຸກໂຄງ ການພັດທະນາເສດຖະກິດ-ສັງຄົມ, ໂຮງງານ ທັງຢູ່ຊຸມຊົນ-ຊົນນະບົດ, ຕົວເມືອງ ກໍຄື ຕາແສງ, ເທສະບານ ແຂວງ ແລະ ທີ່ຕັ້ງສໍານັກງານ ເມືອງ 5 ຕົວເມືອງ ຕິດພັນກັບ ການກໍ່ສ້າງຮາກຖານການເມືອງ ແລະ ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ເພື່ອໃຫ້ຜົນ ໄດ້ຮັບຈາກໂຄງການຢືນຍົງ; ຫ້າ: ມອບໃຫ້ພາກສ່ວນກ່ຽວຂ້ອງສ້າງ ແຜນດໍາເນີນງານລະອຽດກ່ຽວກັບ ວາລະແຫ່ງຊາດວ່າດ້ວຍການພັດ ທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ໂດຍຖືເອົາວຽກງານກໍ່ ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ເປັນມາດຕະການ ຍຸດທະສາດ ບົນພື້ນຖານການຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງຂອງສາກົນ; ສ້າງ ຍຸດທະສາດພັດທະນາຊົນນະບົດແກ້ໄຂຄວາມທຸກຍາກພ້ອມດ້ວຍ ຄາດໝາຍສູ້ຊົນ, ມາດຕະຖານ, ຕົວຊີ້ບອກ ແລະ ຈຸດສຸມເປົ້າໝາຍ ບູລິມະສິດໃຫ້ເປັນເອກະພາບທົ່ວ ແຂວງສອດຄ່ອງກັບສະພາບຈຸດ ພິເສດຂອງແຂວງ ແລະ ຫຍັບໃກ້ ເຂົ້າຫາມາດຕະຖານແຫ່ງຊາດ ກໍຄື ສາກົນ ເພື່ອເປັນບ່ອນອີງໃຫ້ ຂະແໜງການ, ອົງການປົກຄອງ ເມືອງ ແລະ ອົງການຈັດຕັ້ງຕ່າງໆ ນໍາໄປຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ; ຫົກ: ຄະນະ ຈັດຕັ້ງແຂວງ, ຄະນະໂຄສະນາ ອົບຮົມແຂວງ ຮີບຮ້ອນຄົ້ນຄວ້າ ປັບປຸງກົງຈັກຮັບຜິດຊອບ ແລະ ຍົກສູງປະສິດທິຜົນການສັງລວມ, ວິເຄາະ-ວິໄຈຫາງສຽງສັງຄົມ, ການຄຸ້ມຄອງເນື້ອໃນສື່ອອນລາຍ ເພື່ອໃຫ້ສື່ສາທາລະນະທາງອອນ ລາຍເປັນກະບອກສຽງໂຄສະນາ ເຜີຍແຜ່ແນວທາງອັນຖືກຕ້ອງ, ຜົນງານການພັດທະນາແຂວງ, ເມືອງ, ຕາແສງ, ເຕົ້າໂຮມຄວາມ ສາມັກຄີຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາພາຍໃນ ແຂວງ; ເຈັດ: ເພີ່ມທະວີການສ້າງ ທ່ວງທ່າໃໝ່ໃຫ້ວຽກງານຊວນເຊື່ອ ວຽກງານການເມືອງ-ແນວຄິດ ວັດທະນະທໍາຂອງພັກ ຮັບປະກັນ ຄວາມເປັນເຈົ້ານໍາໜ້າໃນການນໍາ ພາແນວຄິດທົ່ວສັງຄົມຜ່ານສື່ສັງຄົມ ອອນລາຍ, ດຶງດູດນັກຄົ້ນຄວ້າ, ນັກ ວິທະຍາສາດ, ນັກຂຽນ, ປັນຍາຊົນ, ນັກບວດ ທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າຮ່ວມສ້າງກະແສແນວ ຄິດວັດທະນະທໍາ ແລະ ຄ່ານິຍົມອັນ ຖືກຕ້ອງດີງາມໃຫ້ສັງຄົມແຂວງ ອັດຕະປື; ແປດ: ຄະນະຈັດຕັ້ງແຂວງ ເພີ່ມທະວີການຄົ້ນຄວ້າ ແລະ ລົງ ຊຸກຍູ້, ຕິດຕາມວຽກງານແຂ່ງຂັນ ຍ້ອງຍໍ ຍູ້ແຮງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ສ້າງ ໃຫ້ໄດ້ຫົວໜ່ວຍຮາກຖານດີເດັ່ນ, ບຸກຄົນດີເດັ່ນເປັນຕົ້ນ: ວິລະຊົນ ແຫ່ງຊາດ, ວິລະຊົນແຮງງານ, ນັກຮົບແຂ່ງຂັນ, ນັກພັດທະນາ ດີເດັ່ນ, ສິລະປິນແຫ່ງຊາດ, ຄູ ແຫ່ງຊາດ, ແພດແຫ່ງຊາດ ພ້ອມ ດ້ວຍຄອບຄົວຕົວແບບ ໃຫ້ໄດ້ທັງ ປະລິມານ ແລະ ຄຸນນະພາບຢູ່ ແຕ່ລະເມືອງ, ຕາແສງ, ຊຸມຊົນ ບ້ານ, ເສີມຂະຫຍາຍບົດບາດຂອງ ກົມກອງ-ຫົວໜ່ວຍລວມໝູ່ ແລະ ບຸກຄົນດີເດັ່ນເຂົ້າໃນການກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ; ເກົ້າ: ຄົ້ນຄວ້າສ້າງ ເນື້ອໃນວຽກງານກໍ່ສ້າງຮາກຖານ ການເມືອງ, ນໍາເອົາຫລັກສູດໄປສິດ ສອນຢູ່ໂຮງຮຽນການເມືອງ-ການ ປົກຄອງແຂວງ, ຈັດຝຶກອົບຮົມ ພາກບັງຄັບໃຫ້ພະນັກງານຂັ້ນນໍາ ພາ, ບໍລິຫານຂອງລັດ, ວິສາຫະກິດ, ຜູ້ປະກອບການ ແລະ ອົງການ ຈັດຕັ້ງສັງຄົມທີ່ມີໂຄງການໃນ ແຂວງ; ຕັ້ງໜ້າສົ່ງເສີມນັກຄົ້ນ ຄວ້າວຽກງານນີ້ ໂດຍມອບໃຫ້ ຄະນະຈັດຕັ້ງແຂວງສ້າງກຸ່ມນັກ ຄົ້ນຄວ້າທີ່ມີຜູ້ຈົບປະລິນຍາເອກ ຫລື ປະລິນຍາໂທ ເປັນຜູ້ນໍາພາ ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດຕົວ ຈິງ; ສິບ: ເພີ່ມທະວີການແລກປ່ຽນ ບົດຮຽນວຽກງານກໍ່ສ້າງຮາກຖານ ການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ກັບບັນດາແຂວງພາຍໃນປະເທດ, ບັນດາແຂວງຂອງປະເທດເພື່ອນມິດ ແລະ ປະເທດໃກ້ຄຽງ. lq j 'glu ,dkozt]y frkp.omq fcmodkooeg0Q k lh k'7;k,g0A ,c0'.sh glf4tdy fgvdt]kfgxa og9Q k8q ogv' ຄ່າເງິນກີບ; ສ້າງວຽກເຮັດງານ ທຳ ເພື່ອລາຍຮັບໃຫ້ແກ່ປະຊາຊົນ ແລະ ທຸລະກິດພາຍໃນມີລາຍຮັບ ເພີ່ມຂຶ້ນ, ຫລຸດຜ່ອນການເຄື່ອນຍ້າຍ ແຮງງານໄປຕ່າງປະເທດ; ສ້າງ ຄວາມທົນທານທາງເສດຖະກິດ ເມື່ອເກີດວິກິດການໂລກ ຫລື ບັນຫາ ການຂົນສົ່ງລະຫວ່າງປະເທດ, ປະເທດເຮົາກໍຈະມີສະບຽງອາຫານ ແລະ ສິນຄ້າຈຳເປັນພຽງພໍໂດຍບໍ່ ຕົກຢູ່ໃນຄວາມສ່ຽງ.
RkJQdWJsaXNoZXIy MTc3MTYxMQ==