xtgmf]k; 7 02/11/2026 gsfdko{dkora fmtok g-dv' dP,9a f[5 oglq ks]a dg,n v' c]t vto5 lk;t]u vq 'cdh ; ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມລາຍ ງານຄວາມຄືບໜ້າ ກະກຽມຈັດບຸນ ເສົາຫລັກເມືອງ ແລະ ອະນຸສາວະລີ ອົງແກ້ວ ທີ່ແຂວງເຊກອງ ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ເພື່ອລາຍ ງານການກະກຽມບັນດາໜ້າວຽກ ຂອງແຕ່ລະອະນຸກຳມະການທີ່ຮັບ ຜິດຊອບ ພາຍຫລັງທີ່ໄດ້ມີການຈັດ ກອງປະຊຸມ ແລະ ຜ່ານຂໍ້ຕົກລົງແຕ່ງ ຕັ້ງບັນດາອະນຸກຳມະການຕ່າງໆ ພ້ອມທັງປຶກສາຫາລືວຽກງານທີ່ ຈະກະກຽມເຮັດຮ່ວມກັນ ຕົ້ນເດືອນ ຕຸລາ ຜ່ານມາ ໂດຍມີ ທ່ານ ຂັນຕີ ສີລະວົງສາ ປະທານຄະນະກຳມະ ການປົກຄອງແຂວງເຊກອງ ພ້ອມ ດ້ວຍບັນດາຫົວໜ່ວຍທຸລະກິດ, ລັດ ວິສາຫະກິດເຂົ້າຮ່ວມ. ທ່ານຈັນໄທຄໍາມະນີວົງຫົວໜ້າ ພະແນກວັດທະນະທໍາ ແລະ ການ ທ່ອງທ່ຽວແຂວງ ຮອງປະທານ ຄະນະຮັບຜິດຊອບຊີ້ນໍາລວມ ບຸນ ເສົາຫລັກເມືອງ ແລະ ອະນຸສາວະລີ ອົງແກ້ວ ປະຈໍາປີ ພສ 2569 ລາຍ ງານວ່າ: ມື້ຈັດບຸນເສົາຫລັກເມືອງ ແລະອະນຸສາວະລີອົງແກ້ວແມ່ນຈັດ ຂຶ້ນໃນມື້ອອກໃໝ່ 13-14-15 ຄໍ່າ mu ,[kog8tgpq k;t-q o I5 j ovkp5 [= j gdu o 10 xu gfu omk'Ij ;,c0j '0a o ]kpdko ly 'dk7a [ mu j ly 'dt3x ຂປລ. ທີມບານເຕະເຍົາວະຊົນ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນ ອາຍຸບໍ່ເກີນ 10 ປີ (610) ໄດ້ເດີນ ທາງອອກຈາກສະໜາມບິນສາກົນ ວັດໄຕ ໃນວັນທີ 30 ຕຸລາ 2026 ໄປຍັງປະເທດສິງກະໂປ ເພື່ອ ເຂົ້າຮ່ວມການແຂ່ງຂັນບານເຕະ ເຍົາວະຊົນນານາຊາດ ລາຍການ ສິງກາຄັບ 2026 (Singa CuQ) ຊຶ່ງຈະຈັດຂຶ້ນແຕ່ວັນທີ 31 ຕຸລາ ຫາ 7 ພະຈິກ 2026 ໂດຍມີທີມ ເຂົ້າຮ່ວມແຂ່ງຂັນທັງໝົດ 36 ທີມ. ການເດີນທາງຄັ້ງນີ້ ນຳທີມໂດຍ ທ່ານ ບຸນມີ ຫລ່ຽມໄຊຍະຈັກ dv'Ih vpmtsko-kpcfo 124,125 c]t dv'xt8y [a f'ko 204 wfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ຄອບຄົວການນໍາ ຂອງແຂວງບໍ່ແກ້ວ, ຄອບຄົວການ ນຳຂອງເມືອງຕົ້ນເຜິ້ງ, ເມືອງປາກ ທາ, ຄອບຄົວຂອງນາຍທະຫານ ກອງບັນຊາການທະຫານແຂວງ ບໍ່ແກ້ວ ພ້ອມດ້ວຍອົງການຈັດຕັ້ງ ສະຫະພັນ ຊາວໜຸ່ມຂອງກອງ ບັນຊາການທະຫານແຂວງ ແລະ ບັນດານັກທຸລະກິດ ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ແລະ ວັດສະດຸຈຳນວນໜຶ່ງມອບໃຫ້ກອງ ຮ້ອຍທະຫານຊາຍແດນ 124, 125 ແລະ ກອງປະຕິບັດງານ 204 ເພື່ອເປັນການປຸກລະດົມນ້ຳໃຈຟົດ ຟື້ນປະຕິວັດໃຫ້ແກ່ພະນັກງານ- ນັກຮົບ ທີ່ພວມປະຕິບັດໜ້າທີ່ ຢູ່ ເຂດຫ່າງໄກສອກຫລີກ ທີ່ປະຕິບັດ ໜ້າທີ່ຮັກສາຄວາມສະຫງົບ, ເຂດ ນໍ້າແດນດິນ ແລະ ປະເທດຊາດ ພ້ອມທັງຍັງໄດ້ນຳເອົາອຸປະກອນ ການຮຽນ-ການສອນມອບໃຫ້ ໂຮງຮຽນປະຖົມສົມບູນບ້ານ ຫ້ວຍທອງ ແລະ ບ້ານຫ້ວຍໜໍ່ຂົມ ລວມມູນຄ່າທັງໝົດ 72 ລ້ານ ກວ່າກີບ ທ້າຍອາທິດຜ່ານມາ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ບຸນນອງ ອະໄພ ຫົວໜ້າ ຫ້ອງທະຫານຊາຍແດນ ກອງ ບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນໂທ ບຸນນອງ ອະໄພ ໄດ້ຕາງໜ້າໃຫ້ພະ ນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ ເຂດຫ່າງໄກສອກຫລີກ ໄດ້ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ຄອບຄົວການນໍາຂອງແຂວງບໍ່ ແກ້ວ, ຄອບຄົວການນຳຂອງເມືອງ ຕົ້ນເຜິ້ງ, ເມືອງປາກທາ, ຄອບຄົວ ຂອງນາຍທະຫານກອງບັນຊາການ ທະຫານແຂວງບໍ່ແກ້ວ, ອົງການ ຈັດຕັ້ງສະຫະພັນ ຊາວໜຸ່ມຂອງ ກອງບັນຊາການທະຫານແຂວງ ແລະ ບັນດານັກທຸລະກິດ ທີ່ໄດ້ນຳ ເອົາວັດຖຸປັດໄຈ ແລະ ຄວາມຫວ່ງ ໃຍມາມອບໃຫ້ພະນັກງານ-ນັກຮົບ ໃນຄັ້ງນີ້. ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າ ຈະນໍາໃຊ້ເຄື່ອງທີ່ໄດ້ຮັບ ມອບໃນຄັ້ງນີ້ໃຫ້ເກີດປະໂຫຍດ ຢ່າງຖືກຕ້ອງ, ປະຢັດ ແລະ ມີປະ ສິດທິຜົນສູງ. ຂ່າວ: ພາກ ສຸທິປັນຍາ ເດືອນຍີ່ ຂອງທຸກໆປີ ຊຶ່ງປີນີ້ ກົງກັບ ວັນທີ 20-21-22 ມັງກອນ 2027 (ຕັ້ງກອງບຸນ, ມີພິທີແຫ່ອ້ອມສວນ ຫລັກເມືອງ ແລະ ອະນຸສາວະລີອົງ ແກ້ວ, ຕັກບາດຖວາຍທານ, ວຽນ ທຽນອ້ອມສວນເສົາຫລັກເມືອງ) ໂດຍການກະກຽມງານດັ່ງກ່າວ ນັ້ນ ມາຮອດປັດຈຸບັນນີ້ ໄດ້ສໍາເລັດ ການອອກຂໍ້ຕົກລົງແຕ່ງຕັ້ງຄະນະ ຮັບຜິດຊອບກະກຽມຈັດງານນະມັດ ສະການບຸນເສົາຫຫລັກເມືອງ ແລະ ອະນຸສາວະລີອົງແກ້ວ ປະຈຳປີ ພສ 2569 ປະກອບມີ 12 ອະນຸກຳມະ ການ, ໄດ້ຄົ້ນຄວ້າ ກຳນົດຮູບແບບ, ເນື້ອໃນ, ຈຸດປະສົງ, ລະດັບຄາດ ໝາຍ ແລະ ກິດຈະກຳຂອງການ ຈັດງານດັ່ງກ່າວໃຫ້ມີອັນຫັນປ່ຽນ ຕ່າງຈາກປີຜ່ານໆມາ, ໄດ້ກຳນົດ ກ້ອນກຳລັງ-ລາຍການສະແດງ ລວມມີ 14 ລາຍການ ເພື່ອສະແດງ ໃນພິທີເປີດງານ, ມີບົດເພງ 2 ບົດ ເພງຄື: ເພງເຊີນທ່ຽວເຊກອງ ແລະ ເຊກອງຖິ່ນຄົນຫານ, ມີບົດຟ້ອນ 2 ບົດ. ນອກນັ້ນ, ກໍແມ່ນຂະບວນແຫ່ ແລະ ການສະແດງ ຂອງປະຊາຊົນ ບັນດາເຜົ່າ ຈາກ 4 ເມືອງ, ມີການ ວາງສະແດງສິນຄ້າໂອດັອບ, ຜະ ລິດຕະພັນຊົນເຜົ່າ ຊຶ່ງຄາດວ່າຈະ ເລີ່ມວາງສະແດງແຕ່ວັນທີ 14-23 ມັງກອນ 2027 ໂດຍຈະໄດ້ປຸກລະ ດົມ ແລະ ຊຸກຍູ້ໃຫ້ນັກທຸລະກິດ, ຜູ້ ປະກອບການ ນໍາເອົາສິນຄ້າເຂົ້້າ ມາວາງສະແດງ ແລະ ວາງຂາຍໃນ ງານຕະຫລາດນັດ. ສ່ວນໃນໄລຍະ ການຄົບງັນງານບຸນ ແມ່ນຈະເລີ່ມ ແຕ່ວັນທີ 17-22 ມັງກອນ 2027 (ນັບເວລາ 5 ຄືນ, 6 ມື້) ໂດຍຈະ ມີກິດຈະກໍາການປະກວດສິລະປະ, ນັກຮ້ອງສຽງດີ, ປະກວດຊຸດຊົນ ເຜົ່າ, ປະກວດກ້ອນກໍາລັງຂະບວນ ແຫ່ການສະແດງ ພ້ອມທັງຈະມີໝໍ ລໍາ, ຄອນເສີດນັກຮ້ອງຊື່ດັງ ຈາກ ຕ່າງແຂວງ ມາສະແດງໃຫ້ໄດ້ຊົມ ກັນ. ໂອກາດນີ້, ທ່ານ ຂັນຕີ ສີລະວົງ ສາ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ແຕ່ລະອະນຸກຳມະການ ລວມທັງ ບັນດາເມືອງ ຈົ່ງພ້ອມກັນສຸມເຫື່ອ ແຮງ ແນວຄິດຈິດໃຈ ພ້ອມກັນເຮັດ ໜ້າທີ່ ໃນຄວາມຮັບຜິດຊອບ ໃຫ້ສໍາ ເລັດທັນຕາມກຳນົດເວລາ, ທຸກໆ ອະນຸກຳມະການ ຕ້ອງໄດ້ປະສານ ສົມທົບກັນຢ່າງລະອຽດ ເພື່ອໃຫ້ ດຳເນີນວຽກໄປຕາມແຜນ ແລະ ບັນດາເມືອງ ຂໍໃຫ້ເປັນເຈົ້າການຄົ້ນ ຄວ້າ ກຽມຄວາມພ້ອມໃນຂະບວນ ແຫ່ຂອງບັນດາເຜົ່າ. ພ້ອມນີ້, ກໍໃຫ້ ເອົາໃຈໃສ່ວຽກງານໂຄສະນາ ເພື່ອ ດຶງດູດການທ່ອງທ່ຽວ ແຂກພາຍໃນ ແລະ ຕ່າງປະເທດ ແລະ ເຊີນຊວນ ປຸກລະດົມປະຊາຊົນ ໃຫ້ມີສ່ວນຮ່ວມ ໃນຄັ້ງນີ້ ໃຫ້ຫລາຍຂຶ້ນໃນແຕ່ລະປີ ເພື່ອໃຫ້ມີບັນຍາກາດຄຶກຄື້ນມ່ວນ ຊື່ນ, ສ້າງສີສັນທີ່ສວຍງາມທາງ ດ້ານວັດທະນະທໍາ ທີ່ມີຄວາມເປັນ ເອກະລັກ ໃຫ້ໂດດເດັ່ນ ທັງນີ້ ກໍເພື່ອ ຍົກລະດັບ ວັດທະນະທໍາທ້ອງຖິ່ນ ໃຫ້ກາຍເປັນມໍລະດົກແຫ່ງຊາດ ສົ່ງເສີມສິລະປະວັດທະນະທໍາເຜົ່າ ຂອງແຂວງ ໃຫ້ເປັນຈຸດໝາຍປາຍ ທາງການທ່ອງທ່ຽວໃນຕໍ່ໜ້າ. ຂ່າວ: ພຸດທະສອນ w-lq ,[6 o leg]a fdv'xt-5 ,7q [7tot[= ]y sko'kora dc0;' ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ຄະນະບໍລິຫານ ງານພັກ ແຂວງໄຊສົມບູນ ສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງ ຄັ້ງທີ 5 ສະໄໝທີ II ໃນ ວັນທີ 29 ຕຸລາ 2026 ພາຍຫລັງ ໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍ ການເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ກຳມະການ ສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊ ສົມບູນ ພ້ອມດ້ວຍຄະນະປະຈຳພັກ ແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ທັງ 5 ເມືອງ ຄະນະ ພັກຮາກຖານ, ໜ່ວຍພັກ ພະແນກ ການ, ອົງການ ແລະ ກົມກອງອ້ອມ ຂ້າງແຂວງເຂົ້າຮ່ວມ. ຕະຫລອດໄລຍະການດໍາເນີນ ກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ ພ້ອມກັນເອົາໃຈໃສ່ຄົ້ນຄວ້າປຶກສາ ຫາລື ແລະ ປະກອບຄຳຄິດ-ຄຳ ເຫັນໃສ່ບັນຫາຕ່າງໆ ທີ່ໄດ້ຍົກຂຶ້ນ ໃນກອງປະຊຸມ ຢ່າງພາວະວິໄສ, ກົງໄປກົງມາ, ມີລັກສະນະສ້າງສັນ ໃນການລາຍງານ ແລະ ປະກອບຄຳ ເຫັນ ແມ່ນໄດ້ຍົກໃຫ້ເຫັນບັນຫາຕົວ ຈິງຕໍ່ກັບຜົນສຳເລັດທີ່ຍາດມາໄດ້ໃນ ໄລຍະ 9 ເດືອນຜ່ານມາ ພ້ອມທັງຍົກ ໃຫ້ເຫັນບັນຫາຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ກໍານົດທິດທາງ, ມາດຕະການ ເພື່ອສຸມໃສ່ນໍາພາ-ຊີ້ນໍາແກ້ໄຂໃນ ຕໍ່ໜ້າ ແລະ ສາມາດຕີລາຄາໄດ້ວ່າ ສະພາບແນວຄິດຂອງພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ, ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວແຂວງ ໄດ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີ ຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ-ລັດ, ເອົາໃຈໃສ່ປະຕິບັດໜ້າທີ່ ການເມືອງ ທີ່ໄດ້ຮັບມອບໝາຍ, ສ້າງຂະບວນການຜະລິດຍົກລະດັບ ຊີວິດການເປັນຢູ່ຂອງຄອບຄົວດີ ຂຶ້ນເທື່ອລະກ້າວ ສະພາບພາຍໃນ ແຂວງມີຄວາມສະຫງົບປອດໄພ ໜັກແໜ້ນ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍດີ, ເສດຖະກິດ ຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ໄປຕາມ ແຜນການທີ່ກໍານົດ ໃນ 6 ເປົ້າໝາຍ ໃຫຍ່ 20 ແຜນງານປີ 20262030 ສອດຄ່ອງກັບທ່າແຮງຂອງ ແຂວງ, ການຈັດເກັບລາຍຮັບເຂົ້າ ງົບປະມານ ສາມາດບັນລຸໄດ້ 94 ໄດ້ເກີນແຜນປີທີ່ວາງໄວ້, ໂຄງການ ລົງທຶນຂອງລັດ, ໂຄງການລົງທຶນ ເອກະຊົນ ທັງພາຍໃນ ແລະ ຕ່າງ ປະເທດ ຍັງມີລັກສະນະເພີ່ມຂຶ້ນ ສ່ວນຫລາຍດໍາເນີນໄປຕາມສັນຍາ ແລະ ຫັນເຂົ້າສູ່ລະບຽບກົດໝາຍ, ຂະບວນການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ ການປູກຝັງ- ລ້ຽງສັດ ຂອງປະຊາຊົນສາມາດ ກຸ້ມຕົນເອງ ແລະ ຂາຍອອກເປັນສິນ ຄ້າ. ພ້ອມນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບ ຟັງການເຊື່ອມຊຶມເອກະສານ ຂອງ ພັກປະຊາຊົນ ປະຕິວັດລາວ ສະບັບ ເລກທີ 01/ຫສພ, ລົງວັນທີ 21 ກໍລະກົດ 2026 ຕື່ມອີກ. ໃນໂອກາດນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປະຕິບັດ ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນ ກວ່າເກົ່າ, ສືບຕໍ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດໃຫ້ ເລິກເຊິ່ງ ທົ່ວເຖິງທຸກເປົ້າໝາຍ ຢ່າງເປັນປົກກະຕິ-ຕໍ່ເນື່ອງ, ສຸມໃສ່ ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ ໂດຍປັບປຸງລະບອບແບບແຜນວິທີ ເຮັດວຽກຂອງກອງຫລອນ-ປກສ ບ້ານ ໃຫ້ສາມາດກຸ້ມຕົນເອງໄດ້ໃນ ວຽກງານຮັກສາຄວາມສະຫງົບ ໂດຍຕິດພັນກັບການພັດທະນາ ຊົນນະບົດ ລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ໂດຍຖືເອົາການ ຫັນກໍາລັງລົງກໍ່ສ້າງຮາກຖານ ການເມືອງ ເປັນມາດຕະການຍຸດ ທະສາດ ໃຫ້ແຂງແຮງຂຶ້ນກວ່າເກົ່າ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານປະຈໍາປີ 2026 ໃຫ້ບັນລຸ ຕາມແຜນທີ່ວາງໄວ້, ເພີ່ມທະວີ ວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ການ ສວຍໂອກາດໃຫ້ເປັນປົກກະຕິ ແລະ ແທດເຖິງທຸກຂົງເຂດ, ສູ້ຊົນສ້າງ ພື້ນຖານເສດຖະກິດໃຫ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໃຫ້ນຳເອົາ ເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຫັນເປັນແຜນວຽກ, ແຜນງານ, ເປັນໂຄງການລະອຽດ ເພື່ອຈັດຕັ້ງ ປະຕິບັດໃຫ້ສຳເລັດຕາມແຜນທີ່ ກຳນົດໄວ້ສ່ວນວຽກງານອື່ນໆທີ່ປິ່ນ ອ້ອມ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ ສຳເລັດຕາມຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ຟອງ ນໍນິນທາ ປະທານສະໂມສອນ ເບສະຫວັນ ເອັຟຊີ, ຮອງປະທານສະຫະພັນບານ ເຕະນະຄອນຫລວງວຽງຈັນ, ທັງ ເປັນປະທານສະຫະພັນບານເຕະຄົນ ພິການຕາ ແຫ່ງຊາດລາວ, ພ້ອມ ດ້ວຍຄະນະນຳ, ຄູຝຶກ ແລະ ນັກ ກິລາ ທັງໝົດ 12 ຄົນ. ທ່ານ ບຸນມີ ຫລ່ຽມໄຊຍະຈັກ ໄດ້ ໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນ ບານເຕະລາຍການ Singa CuQ 2026 ນອກຈາກເປັນໂອກາດໃຫ້ ນັກກິລາເຍົາວະຊົນລາວໄດ້ທົດສອບ ຄວາມສາມາດກັບທີມຈາກຕ່າງ ປະເທດແລ້ວ, ຍັງເປັນບົດຮຽນສຳ ຄັນໃນການສະສົມປະສົບການ ແລະ ສົ່ງເສີມການພັດທະນາວົງການ ບານເຕະເຍົາວະຊົນຂອງລາວ ໃຫ້ ກ້າວໜ້າຕໍ່ໄປ ຊຶ່ງກ່ອນໜ້ານີ້ ທີມ ເຍົາວະຊົນ ເບສະຫວັນ ສາມາດ ຄວ້າແຊັມຈາກການແຂ່ງຂັນບານ ເຕະນານາຊາດ ທີ່ແຂວງຊຽງໃໝ່ ປະເທດໄທ, ພ້ອມທັງໄດ້ຮັບສິດ ເຂົ້າຮ່ວມຊີງໄຊ ໃນລາຍການ Singa CuQ 2026 ໃນຄັ້ງນີ້. ເພື່ອກະກຽມຄວາມພ້ອມໃຫ້ກັບ ການແຂ່ງຂັນ ທາງສະໂມສອນ ໄດ້ ເພີ່ມຄວາມເຂັ້ມງວດໃນການຝຶກ ຊ້ອມ ໂດຍເນັ້ນການກະກຽມດ້ານ ຮ່າງກາຍ, ເຕັກນິກການຫລິ້ນ, ການ ຈົບສະກໍ ລວມທັງການເບິ່ງແຍງໂພ ຊະນາການ ແລະ ສຸຂະພາບຂອງນັກ ກິລາ ເພື່ອໃຫ້ພ້ອມຮອງຮັບຕາຕະ ລາງການແຂ່ງຂັນທີ່ໜາແໜ້ນ. ທັງ ນີ້, ກໍເພື່ອແນໃສ່ຄວ້າແຊັມການ ແຂ່ງຂັນບານເຕະເຍົາວະຊົນນາ ນາຊາດ ລາຍການ Singa CuQ 2026 ກັບມາໃຫ້ແຟນບານຊາວ ລາວຊື່ນຊົມ ແລະ ສ້າງຜົນງານໃຫ້ ແກ່ປະເທດຊາດ. ສຳລັບ ຕາຕະລາງແຂ່ງຂັນ ທີມເບສະຫວັນ ເອັຟຊີ ມີກຳນົດລົງ ສະໜາມ 3 ນັດ ໃນວັນທີ 31 ຕຸລາ 2026 ຄື: ເວລາ 11:00 ໂມງ ພົບກັບ Sunstrikers FC ຈາກ ຟີລິບປິນ, ເວລາ 12:00 ໂມງ ພົບ ກັບ Fortale[a +uniors ຈາກ ສິງກະໂປ ແລະ ເວລາ 13:00 ໂມງ ພົບກັບ FluYnesia SoDDer ADaEeNy ຈາກອິນໂດເນເຊຍ. ຂ່າວ-ພາບ: ທະນູທອງ ຕໍ່ຈາກໜ້າ 1
RkJQdWJsaXNoZXIy MTc3MTYxMQ==